ຄົນເກີດວັນອາທິດ:ການງານເຮັດວຽກເປັນທາງດ້ານສິລະປະຈະເຮັດໃຫ້ທ່ານປະສົບຄວາມສໍາເລັດທາງດ້ານການງານ ການເງິນໂຊກດີຈະໄດ້ຮັບເງິນກ້ອນໃຫຍ່ເຂົ້າມາໃນການໃຊ້ຈ່າຍ ຄວາມຮັກຄວາມສຳພັນພັດທະນາເປັນໄດ້ແຕ່ໝູ່ເພື່ອນກັນ ເຄື່ອງມຸງຄຸນໄຂ່ມຸກ ສີມຸງຄຸນສີນໍ້າຕານ ເລກນຳໂຊກ2
ຄົນເກີດວັນຈັນ:ການງານ ໃຊ້ເຕັກນິກ ແລະ ຄວາມສາມາດພິເສດໃນການເຮັດທຸລະກິດໃຫ້ເກີດຜົນກຳໄລ ການເງິນໃຫ້ລະວັງເລື່ອງຂອງການໃຊ້ຈ່າຍ ເພາະໄລຍະນີ້ໃຊ້ຈ່າຍເກີນຕົວ ຄວາມຮັກໄລຍະນີ້ຍັງບໍ່ຕັດສິນໃຈໃນເລື່ອງຄວາມຮັກ ອາດມີບັນຫາກັນ ເຄື່ອງມຸງຄຸນຄໍາຝຣັ່ງ ສີມຸງຄຸນສີດໍາ ເລກນຳໂຊກ4
ຄົນເກີດວັນອັງຄານ:ການງານ ເຮັດທຸລະກິດຈະການຄ້າເສື້ອຜ້າຂອງແຟຊັ່ນສວຍງາມໄດ້ກຳໄລດີ ການເງິນມີໂຊກຈະໄດ້ຮັບຊັບໄດ້ຮັບເງິນກ້ອນໃຫຍ່ເຂົ້າມາໃຫ້ໃຊ້ຈ່າຍ ຄວາມຮັກມີໂອກາດພົບຮັກກັບຄົນທີ່ໃຈດີ ມັກເຮັດບຸນເຊິ່ງເໝາະແກ່ທ່ານ ເຄື່ອງມຸງຄຸນ ແຫວນຄໍາ ສີມຸງຄຸນສີຟ້າ ເລກນຳໂຊກ3
ຄົນເກີດວັນພຸດ:ການງານການເຮັດວຽກງານອາດເກີດຄວາມຜິດພາດສົ່ງຜົນໃຫ້ເກີດຄວາມເຄັ່ງຄຽດ ການເງິນມື້ນີ້ໂຊກດີການເຈລະຈາຈະເຮັດໃຫ້ໄດ້ເງິນ ຄວາມຮັກສຸກສົມຫວັງລົງຕົວໃນເລື່ອງຄວາມສຳພັນທີ່ດີທາງດ້ານຄວາມຮັກ ເຄື່ອງມຸງຄຸນໄຂ່ມຸກ ສີມຸງຄຸນສີບົວ ເລກນຳໂຊກ4
ຄົນເກີດວັນພະຫັດ:ການງານຈະເຮັດທຸລະກິດໄດ້ຜົນກຳໄລເຂົ້າມາຫຼາຍ ເພາະທ່ານເປັນຄົນທີ່ມີຄວາມອົດທົນໃນເລື່ອງຂອງການເຮັດສິ່ງໃດໜື່ງ ການເງິນສາມາດຫາເງິນເຂົ້າມາໄດ້ຢ່າງຕໍ່ເນື່ອງ ແຕ່ລາຍຈ່າຍກໍຄວນຄອບຄຸມໃຫ້ຫຼາຍ ຄວາມຮັກການບໍ່ມີເວລາໃຫ້ກັນແລະໄລຍະທາງຫ່າງໄກກັນເປັນອຸປະສັກດ້ານຄວາມສຳພັນ ເຄື່ອງມຸງຄຸນເພັດສີແດງ ສີມຸງຄຸນສີດໍາ ເລກນຳໂຊກ7
ຄົນເກີດວັນສຸກ:ການງານມີໂອກາດໄດ້ເລື່ອນຂັ້ນເລື່ອນຕຳແໜ່ງຢູ່ໃນໄລຍະປັບໂຕ ການເງິນຍັງຢູ່ໃນເກນທີ່ໝັ້ນຄົງໄລຍະນີ້ເປັນໄລຍະທີ່ເກັບເງິນເກັ່ງຫຼາຍ ຄວາມຮັກອາດຈະຢູ່ໃນສະຖານະການຮັກຊ້ອນ ຄົນຮັກອາດຈັບໄດ້ ເຄື່ອງມຸງຄຸນຄໍາ ສີມຸງຄຸນສີຂາວ ເລກນຳໂຊກ1
ຄົນເກີດວັນເສົາ:ການງານການເດີນທາງຕິດຕໍ່ທຸລະກິດປະສົບຄວາມສຳເລັດ ການເງິນມີໂຊກຈະໄດ້ເງິນກ້ອນເຂົ້າມາໃຫ້ທ່ານມີເງິນເກັບ ຄວາມຮັກຄົນຮັກມັກສ້າງຄວາມກົດດັນໃຫ້ທ່ານສະເໝີ ເຄື່ອງມຸງຄຸນ ຫິນນໍາໂຊກສີແດງ ສີມຸງຄຸນສີນໍ້າຕານ ເລກນຳໂຊກ5
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,465 | 21,676 |
![]() THB | 645.78 | 658.05 |
![]() EUR | 23,022 | 23,483 |
![]() CNY | 2,893 | 2,951 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,230 |
![]() | 22,560 |
![]() | 18,370 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 34,080,000 | 34,610,000 |
![]() | 33,730,000 | 34,719,000 |