ຊົມເຊີຍ! ເມືອງປະທຸມພອນ ທຳລາຍຕົ້ນກະທ້ອມ 12 ຕົ້ນ

ອີງຕາມ ຖະແຫຼງຂ່າວ ເມືອງ ປະທຸມພອນ ໃນວັນທີ 20 ມິຖຸນາ 2023 ຜ່ານມານີ້ວ່າ, ກຸ່ມ IV ປະທຸມພອນ ແຂວງຈຳປາສັກ ໄດ້ລົງຕັດທຳລາຍຕົ້ນກະທ່ອມ 12 ຕົ້ນ ຄື: ບ້ານຫ້ວຍໄຜ 11 ຕົ້ນ ແລະ ບ້ານ ທາງແບ່ງ 48 ຈຳນວນ 1 ຕົ້ນ. ເຊິ່ງນຳພາໂດຍ ທ່ານ ພັທ ບຸນຖອງ ວົງສະກຸນ ຫົວໜ້າ ປກສ ເມືອງປະທຸມພອນ, ມີເລຂາຄະນະພັກຮາກຖານກຸ່ມ IV ປະທຸມພອນພ້ອມຄະນະ, ອຳນາດການປົກຄອງບ້ານດັ່ງກ່າວ. ໂດຍຈັດຕັ້ງປະຕິບັດຕາມວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ແຈ້ງການຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ເລກທີ 13 ລົງວັນທີ 14 ກັນຍາ 2022, ກ່ຽວກັບການເພີ່ມທະວີການຄວບຄຸມ ແລະ ສະກັດກັ້ນການປູກ, ຜະລິດ, ປຸງແຕ່ງ, ຊົມໃຊ້, ຄ້າ-ຂາຍ, […]
ແຂວງສາລະວັນມີໜີ້ໄຟຟ້າທົ່ວແຂວງ 20 ກວ່າຕື້ກີບ

ການຊົມໃຊ້ພະລັງງານໄຟຟ້າ ໃນທົ່ວແຂວງສາລະວັນ ນັບມື້ມີທ່າອ່ຽງເພີ່ມຂຶ້ນເລື້ອຍໆ ຕາມອັດຕາການຂະຫຍາຍຕົວທາງເສດຖະກິດ-ສັງຄົມຂອງແຂວງ ການຊົມໃຊ້ຂອງແຕ່ລະຄອບຄົວເພີ້ມຂຶ້ນ, ບັນດາໂຮງຈັກ ໂຮງງານອຸດສາຫະກໍາຕ່າງໆ ກໍເພີ່ມຂຶ້ນ ແລະ ປະເພດລັດບໍລິຫານເຊັ່ນ: ລະບົບຊົນລະປະທານ, ສຳນັກງານຫ້ອງການ ແລະ ອື່ນໆ. ເຊິ່ງຈາກການສົມທຽບ ໃນໄລຍະ 5 ປີ (2018-2022) ມີຜູ້ຊົມໃຊ້ໄຟຟ້າເພີ່ມຂຶ້ນ 10.379 ຫົວໜ່ວຍ. ປັດຈຸບັນ ມີລູກຄ້າທັງໝົດ 77.836 ຫົວໜ່ວຍ, ນຳໃຊ້ພະລັງງານໄຟຟ້າທັງໝົດ 106 ລ້ານກິໂລວັດໂມງ (KWH). ຈາກອັດຕາການຊົມໃຊ້ທີ່ເພີ່ມຂຶ້ນ ກໍມີບັນຫາຕາມມາຄື ການຊໍາລະຄ່າກະແສພະລັງງານໄຟຟ້າ ມີບາງຫົວໜ່ວຍ ກໍບໍ່ທັນຊຳລະ 100% ໃນທຸກໆປີ ຈຶ່ງເກີດມີໜີ້ສິນຄຸມເຄືອມາຮອດປັດຈຸບັນ ມີທັງໝົດ 20 ຕື້ກວ່າກີບ. ທ່ານ ສຸລິຍາ ຈັນທະວົງ ຮອງຫົວໜ້າລັດວິສາຫະກິດໄຟຟ້າລາວສາຂາແຂວງສາລະວັນ ໄດ້ລາຍງານ ໃນກອງປະຊຸມລັດວິສາຫະກິດໄຟຟ້າລາວ ສາຂາແຂວງສາລະວັນ ໃນວັນທີ 14 ມິຖຸນາ 2023 ທີ່ຜ່ານມາວ່າ ສຳລັບລັດວິສາຫະກິດໄຟຟ້າສາຂາສາລະວັນໃນໄລຍະຜ່ານມາ ມີສິນທີ່ຄ້າງຄຸມເຄືອແຕ່ລະປະເພດຊົມໃຊ້ […]
ລົດ 6 ລໍ້ ແລະ ລົດຈັກຕຳກັນ ເຮັດໃຫ້ຜູ້ຂັບຂີ່ລົດຈັກເສຍຊີວິດຄາທີ່

ເວລາປະມານ 11:40 ນາທີ ຂອງວັນທີ 20 ມິຖຸນາຜ່ານມາ, ໄດ້ເກີດອຸບັດຕິເຫດລົດ 6 ລໍ້ ຢຽບຜູ້ຂັບຂີ່ລົດຈັກ ຢູ່ເສັ້ນທາງເລກທີ 13 ເໜືອ ເຂດບ້ານສີເກີດ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ. ພັຕ ວຽງສະຫວັນ ກິດຕິສັກ ຮອງຫົວໜ້າກອງຮ້ອຍຕໍາຫຼວດຈະລາຈອນ ເມືອງນາຊາຍທອງ ໃຫ້ວ່າ: ກ່ອນເກີດເຫດ ລົດບັນທຸກ 6 ລໍ້, ປ້າຍທະບຽນ ນຄ 2407 ກໍາແພງນະຄອນ, ຂັບຂີ່ໂດຍທ້າວ ຄໍາຫຼ້າ, ອາຍຸ 29 ປີ, ອາຊີບຂັບລົດ, ຢູ່ບ້ານສີພູໄຊ ເມືອງແປກ ແຂວງຊຽງຂວາງ ໄດ້ຂັບຂີ່ລົດບັນທຸກມາຕາມເສັ້ນທາງ ເລກທີ 13 ເໜືອ ພໍຂັບຂີ່ມາຮອດ ເຂດບ້ານສີເກີດ ເມືອງນາຊາຍທອງ ຜູ້ ກ່ຽວໄດ້ລ້ຽວລົດ ທາງກໍາຂວາມືຂອງຕົນເອງ ຈະເຂົ້າອູ່ສ້ອມແປງລົດ ເພື່ອເຊັກສະພາບເຕັກນິກລົດ, ໃນຂະນະນັ້ນ ໄດ້ມີລົດຈັກ ຮອນດ້າ ເວບ […]
ເລັ່ງຄົ້ນຫາເຮືອດໍານໍ້າທົວຊາກໄທທານິກສູນຫາຍໃຕ້ທະເລເລິກ ຢ້ານອົກຊີເຫລືອ 70-96 ຊົ່ວໂມງ

ອາເມລິກາ ແລະ ການາດາ ລະດົມເຮືອ ແລະ ເຮືອບິນເດີນໜ້າປະຕິບັດການຄົ້ນຫາ ແລະ ກູ້ໄພຄັ້ງໃຫຍ່ກາງມະຫາສະໝຸດອັດລັງຕິກ ຫລັງເຮືອດໍານໍ້ານຳທ່ຽວຂະໜາດນ້ອຍ ພ້ອມເຈົ້າໜ້າທີ່ຜູ້ຄວບຄຸມເຮືອ 1 ຄົນ ແລະ ຜູ້ໂດຍສານ 4 ຄົນ ສູນຫາຍໄປໃນວັນທີ 18 ມິຖຸນາຜ່ານມາ ລະຫວ່າງພານັກທ່ອງທ່ຽວດໍານໍ້າລົງໄປເບິ່ງຊາກເຮືອໄທທານິກ ຢູ່ບໍລິເວນນອກຝັ່ງເມືອງເຊນຈອນ ລັດນິວຟາວແລນ ທາງຕາເວັນອອກສຽງໃຕ້ຂອງການາດາ ແລະ ຫ່າງຈາກແຫລມເຄບຄອດ ລັດແມສຊາຊູເຊດຂອງອາເມລິກາ ປະມານ 1.450 ກິໂລແມັດ. ເຈົ້າໜ້າທີ່ຍາມຝັ່ງຂອງອາເມລິກາ ເປີດເຜີຍວ່າ: ເຮືອດໍານໍ້າລໍານີ້ ເຊິ່ງມີຊື່ວ່າ: Titan ນໍ້າໜັກກວ່າ 11,5 ໂຕນ ບັນທຸກຜູ້ໂດຍສານໄດ້ 5 ຄົນ ຂາດການຕິດຕໍ່ກັບເຮືອສະໜັບສະໜູນຫລັງຈາກດໍານໍ້າເລິກລົງໄປໃຕ້ທະເລປະມານ 1 ຊົ່ວໂມງ 45 ນາທີ. ຂະນະທີ່ເຮືອດໍານໍ້າລໍານີ້ສາມາດຢູ່ໃຕ້ນໍ້າໂດຍມີອົກຊີສໍາຮອງທີ່ຢູ່ໄດ້ເຖິງ 70-96 ຊົ່ວໂມງ ສົ່ງຜົນໃຫ້ການຄົ້ນຫາຕ້ອງດໍາເນີນຢ່າງຮີບດ່ວນທ່າມກາງເວລາທີ່ເຫລືອໜ້ອຍ.ທັງນີ້, ບໍລິສັດ OceanGate Expeditions ທີ່ໃຫ້ບໍລິການເຮືອດໍານໍ້າດັ່ງກ່າວ ລະບຸໃນຖະແຫລງການວັນທີ 19 […]
ກັກຕົວເປົ້າໝາຍຊື້-ຂາຍຢາເສບຕິດ ໄດ້ 3 ຄົນ ພ້ອມຂອງກາງຢາບ້າ 120.000 ເມັດ

ເຈົ້າໜ້າທີ່ຕໍາຫລວດພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ຫ້ອງຕໍາຫລວດ ປກສ ແຂວງວຽງຈັນ ໄດ້ຮັບແຈ້ງຈາກພົນລະເມືອງດີ ໃນວັນທີ 17 ພຶດສະພາ 2023 ຜ່ານມາວ່າມີເປົ້າໝາຍຄ້າຂາຍຢາເສບຕິດ 3 ຄົນ ຂີ່ລົດກະບະລີໂວສີຂາວ ມຸ່ງໜ້າມາແຕ່ນະຄອນຫລວງວຽງຈັນ ໄປພັກເຊົາຢູ່ເຮືອນພັກແຫ່ງໜຶ່ງ ໃນເມືອງທຸລະຄົມ ແຂວງວຽງຈັນ, ຈາກນັ້ນຈຶ່ງແຕ່ງຕັ້ງກໍາລັງລົງປິດລ້ອມສະຖານທີ່ດັ່ງກ່າວແລ້ວທໍາການກວດຄົ້ນຕາມຫລັກ ການວິຊາສະເພາະ ພົບເຫັນເປົ້າໝາຍຄື: ທ້າວ ລູຮື ອາຍຸ 25 ປີ ອາຊີບກຳມະກອນ ບ້ານທາງແບ່ງ ເມືອງປາກກະດິງ ແຂວງບໍລິຄໍາໄຊ, ທ້າວ ກາເສັງ ອາຍຸ 19 ປີ ອາຊີບກໍາມະກອນ ບ້ານກາຕັ້ງຢ່າ ແລະ ທ້າວ ຫລ້າວື ອາຍຸ 30 ປີ ອາຊີບກໍາມະກອນ ບ້ານຈັນໄຕ ທັງສອງແມ່ນຢູ່ ເມືອງຮຸນ ແຂວງອຸດົມໄຊ ພ້ອມທັງຢຶດຂອງກາງຢາບ້າ ຈໍານວນ 120.000 ເມັດ ມາທໍາການສືບສວນ-ສອບສວນ. ຜ່ານການສືບສວນ-ສອບສວນ […]
ປກສ ເມືອງປາກຊັນມອບລົດຈັກ 3 ຄັນທີ່ຖືກຄົນຮ້າຍລັກໄປຄືນໃຫ້ເຈົ້າຂອງ

ວັນທີ 19 ມິຖຸນາ 2023 ນີ້ ພະແນກຕໍາຫຼວດ ປກສ ເມືອງປາກຊັນ ແຂວງບໍລິຄໍາໄຊ ໄດ້ມອບ-ຮັບ ລົດຈັກ ຈຳນວນ 3 ຄັນທີ່ຖືກຄົນຮ້າຍລັກໄປຄືນໃຫ້ເຈົ້າຂອງເດີມ ກ່າວມອບໂດຍທ່ານ ພັນຕີ ຈັນສະໝອນ ບຸນທະວີວົງ ຮອງຫົວໜ້າພະແນກຕໍາຫຼວດ ປກສ ເມືອງປາກຊັນ ມີເຈົ້າໜ້າທີ່ ແລະ ເຈົ້າຂອງລົດຈັກເຂົ້າຮ່ວມ. ໃນຄັ້ງວັນທີ 31 ພຶດສະພາ 2023 ເວລາປະມານ 11 ໂມງ ເຈົ້າໜ້າທີ່ຕໍາຫຼວດ ປກສ ເມືອງ ປາກຊັນ ໄດ້ຮັບແຈ້ງຄວາມຈາກຜູ້ເສຍຫາຍວ່າ: ເວລາປະມານ 4 ໂມງເຊົ້າຂອງວັນທີ່ 31 ພຶດສະພາ 2023 ໄດ້ມີຄົນຮ້າຍ ມາລັກເອົາລົດຈັກເວບ100 ສີຟ້າດຳ ເລກຈັກ:E2346040 ເລກຖັງ: MC 346040 ປ້າຍທະບຽນ ຈສ 5294 ບໍລິຄຳໄຊ ຂອງຜູ້ກ່ຽວທີ່ຈອດໄວ້ໃນຫໍພັກໂຮງຮຽນແຫ່ງ 1 […]
ດວງລາຍວັນປະຈໍາວັນພຸດ ທີ 21 ມິຖຸນາ 2023

ຄົນເກີດວັນອາທິດ:ການງານເມື່ອແກ້ໄຂບັນຫາສະເພາະໜ້າໄດ້ແລ້ວຈະເກີດຄວາມສຳເລັດແລະຄວາມໂຊກດີ ການເງິນຈະພົບເລື່ອງກັງວົນໃຈທາງດ້ານການເງິນ ແຕ່ກໍຍັງພໍມີວິທີທີ່ຈະສາມາດແກ້ໄຂໃຫ້ຜ່ານພົ້ນໄປໄດ້ ຄວາມຮັກຈະພົບຄົນເກັ່ງ ມີຄວາມສາມາດ ສະຫລຽວສະຫລາດ ຊ່າງເວົ້າ ມີສະເໜ່ຫລາຍ ຈະໄດ້ພົບຄົນທີ່ທ່ານມັກໃນໄວໆນີ້ ເຄື່ອງມຸງຄຸນຫິນນໍາໂຊກສີແດງ ສີມຸງຄຸນສີຄຣີມ ເລກນຳໂຊກ3 8 ຄົນເກີດວັນຈັນ:ການງານການເຈລະຈາຈະນຳພາມາຊຶ່ງຄວາມສຳເລັດດ້ານການລົງທຶນ ແຕ່ຕ້ອງໃຊ້ທຶນຫລາຍເປັນພິເສດ ການເງິນວາງແຜນການເງິນໄດ້ເປັນຢ່າງດີ ສາມາດຈັດການໃນເລື່ອງການເງິນໃຫ້ຜ່ານພົ້ນໄປໄດ້ຢ່າງເປັນໂຊກດີ ຄວາມຮັກຍັງບໍ່ລົງໂຕທາງດ້ານຄວາມສຳພັນ ເພາະໃນໄລຍະນີ້ບໍ່ຄ່ອຍມີເວລາທຸ່ມເທດ້ານຄວາມຮັກປານໃດ ເຄື່ອງມຸງຄຸນໄຂ່ມຸກ ສີມຸງຄຸນສີບົວ ເລກນຳໂຊກ9 1 ຄົນເກີດວັນອັງຄານ:ການງານມີການປັບແກ້ແຜນງານ ແລະ ວາງແຜນເພື່ອຈັດການຄວາມຜິດພາດໃຫ້ຜ່ານພົ້ນໄປໄດ້ຢ່າງເປັນໂຊກດີ ການເງິນມີເລື່ອງທີ່ຕ້ອງຈ່າຍອອກໄປ ແຕ່ກໍໂຊກດີທີ່ວ່າຈະສາມາດຫາເງິນເຂົ້າມາເພີ່ມເຕີມໄດ້ຫລາຍຂຶ້ນ ຄວາມຮັກຈະພົບຄົົນທີ່ມີລັກສະນະຜິວຂາວກໍເປັນໄປໄດ້ໃນໄລຍະນີ້ ຈະເປັນການພົບຮັກແບບບໍ່ທັນຕັ້ງໂຕ ເຄື່ອງມຸງຄຸນເພັດສີຂຽວ ສີມຸງຄຸນສີຟ້າ ເລກນຳໂຊກ4 2 ຄົນເກີດວັນພຸດ:ການງານຕັ້ງໃຈເຮັດວຽກໃຫ້ເກີດຄວາມສຳເລັດທີ່ໜ້າປະທັບໃຈ ແລະ ສາມາດເຮັດໄດ້ເປັນຢ່າງດີ ການເງິນມີທັງຮັບທັງຈ່າຍສະຫຼັບກັນໄປໃນໄລຍະນີ້ ບໍ່ສາມາດຄວບຄຸມລາຍຈ່າຍໄດ້ດີພໍ ຄວາມຮັກ ຈະພົບຄົົນທີ່ນິໄສດີ ມີລັກສະນະຄວາມເປັນຜູ້ນຳກໍເປັນໄປໄດ້ ແລະ ທ່ານມີເກນຈະໄດ້ເດີນທາງໄກ ເຄື່ອງມຸງຄຸນຄໍາ ສີມຸງຄຸນສີຂາວ ເລກນຳໂຊກ2 8 ຄົນເກີດວັນພະຫັດ:ການງານເລັ່ງໃນການສ້າງຜົນງານ ແລະ ສາມາດສ້າງຄວາມສຳເລັດທີ່ໜ້າພໍໃຈໄດ້ເປັນຢ່າງຫລາຍ ການເງິນໂຊກດີ ມີໂຊກຈະໄດ້ເງິນເຂົ້າມາຢ່າງຕໍ່ເນື່ອງ ໄລຍະນີ້ໂຊກດີຫລາຍກວ່າແຕ່ກ່ອນເຫັນໄດ້ຊັດເຈນ […]
ເຈົ້າໜ້າທີ່ຫລວງນ້ຳທາ ຈັບສອງໜຸ່ມ ຮ່ວມກັນລັກລົດຈັກ 11 ຄັ້ງ

ໂທລະພາບ ປກສ ແຂວງຫລວງນ້ຳທາ ລາຍງານໃນວັນທີ 19 ມິຖຸນາ 2023 ຜ່ານມາວ່າ: ທ່ານ ພັຕ ອຸດົມພອນ ໄຊຍະຈັກ ຮອງຫົວໜ້າພະແນກ ປກສ ເມືອງຫລວງນ້ຳທາ ລາຍງານວ່າ ນັບແຕ່ເດືອນກຸມພາ ເປັນຕົ້ນມາ ປກສ ເມືອງ ແລະ ປກສ ກຸ່ມບ້ານ ໄດ້ຮັບການແຈ້ງຄວາມຄະດີລັກຊັບພົນລະເມືອງ ປະເພດລົດຈັກ ຈຶ່ງໄດ້ແຕ່ງຕັ້ງວິຊາສະເພາະລົງຕິດຕາມກວດກາຊອກຫາເປົ້າໝາຍ. ມາຮອດວັນທີ 20 ພຶດສະພາ 2023 ສາມາດກັກຕົວເປົ້າໝາຍໄດ້ 2 ຄົນ ຊື່ທ້າວ ເລັ່ງສັກ ອາຍຸ 24 ປີ ແລະ ທ້າວສົມສັກ ອາຍຸ 18 ປີ ມາດຳເນີນຄະດີຕາມຂັ້ນຕອນ, ຕາມການສືບສວນຂອງເຈົ້າໜ້າທີ່ພວກກ່ຽວຍອມຮັບສາລະພາບວ່າ: ໄລຍະຜ່ານມາໄດ້ເຄື່ອນໄຫວລັກຊັບ ພົນລະເມືອງມາແລ້ວ 11 ຄັ້ງ, ໃນນັ້ນໄດ້ລົດຈັກ 13 ຄັນ, ແຕ່ລະຄັ້ງພວກກ່ຽວໄດ້ຊ້ອນລົດໄປຕາມເສັ້ນທາງ ຫາກເຫັນລົດຈອດຢູ່ຕາມແຄມທາງພວກກ່ຽວກໍໄດ້ລົງມືກໍ່ເຫດ, ເຊິ່ງຜ່ານມາໄດ້ເຄື່ອນໄຫວລັກລົດຢູ່ເມືອງນາໝໍ້ […]
ດວງລາຍວັນປະຈໍາວັນອັງຄານ ທີ 20 ມິຖຸນາ 2023

ຄົນເກີດວັນອາທິດ:ການງານການລົງທຶນເຮັດທຸລະກິດອາດເກີດຄວາມຜິດພາດ ຕ້ອງໃຫ້ລະວັງເລື່ອງຂອງສັນຍາ ການເງິນມີໂອກາດຫາເງິນໄດ້ເຂົ້າມາໄດ້ຫຼາຍ ໄດ້ແບບທ່ານເອງກໍບໍ່ຮູ້ຕົວ ຄວາມຮັກມີໂອກາດພົບຄົນອາຍຸນ້ອຍກວ່າ ທ່ານເປັນຄົນຈິດໃຈດີ ໜ້າຄົບຫາແລະ ມີບຸກຄະລຶກທີ່ເຂົ້າກັບທ່ານ ເຄື່ອງມຸງຄຸນ ເງິນ ສີມຸງຄຸນສິນໍ້າຕານ ເລກນຳໂຊກ1 ຄົນເກີດວັນຈັນ:ການງານການຕັດສິນໃຈທີ່ຈະລົງເຮັດທຸລະກິດໃໝ່ເກີດຄວາມຊ້າ ເພາະອາດຍັງລົມກັນແບບບໍ່ລົງຕົວ ການເງິນສາມາດຫາເງິນເຂົ້າມາໄດ້ອີກ ແຕ່ຕ້ອງລະວັງລະວັງເລື່ອງຂອງລາຍຈ່າຍ ຄວາມຮັກພົບຄົນຜິວຂາວ ຫຼື ຜິວສອງສີໃນສະຖານະການຄວາມສຳພັນບໍ່ຊັດເຈນ ເຄື່ອງມຸງຄຸນແຫວນຄໍາ ສີມຸງຄຸນສີແດງ ເລກນຳໂຊກ9 ຄົນເກີດວັນອັງຄານ:ການງານການເຈລະຈາທຸລະກິດປະສົບຄວາມສຳເລັດ ເພາະຄວາມສາມາດຂອງທ່ານເອງ ການເງິນມື້ນີ້ມີໂຊກຈະໄດ້ເງິນເຂົ້າມາໃຫ້ໄດ້ໃຊ້ຈ່າຍແບບບໍ່ຕ້ອງກັງວົນ ຄວາມຮັກບໍ່ມີເວລາໃຫ້ກັບຄົນຮັກ ອາດເຮັດໃຫ້ທ່ານທັງສອງມີບັນຫາກັນຕາມມາ ເຄື່ອງມຸງຄຸນ ເງິນ ສີມຸງຄຸນສີສົ້ມ ເລກນຳໂຊກ2 ຄົນເກີດວັນພຸດ:ການງານພົບອຸປະສັກທາງດ້ານການງານແຕ່ກໍສາມາດແກ້ໄຂໃຫ້ກາຍເປັນໂອກາດໄດ້ ການເງິນມື້ນີ້ມີໂຊກຈະໄດ້ເງິນເຂົ້າມາໃນໄວໆນີ້ ຄວາມຮັກໄດ້ພົບຮັກກັບຄົນທີ່ມີສະເໜ່ໃນສະຖານທີ່ທ່ອງທ່ຽວສວຍງາມ ເຄື່ອງມຸງຄຸນຄໍາຝຣັ່ງ ສີມຸງຄຸນສີບົວອ່ອນ ເລກນຳໂຊກ5 ຄົນເກີດວັນພະຫັດ:ການງານມີໂອກາດພົບການປ່ຽນແປງຍົກຍ້າຍຕຳແໜ່ງໜ້າທີ່ການງານແບບບໍ່ທັນຕັ້ງໂຕ ການເງິນ ຈະໃຊ້ເງິນເປັນຈຳນວນຫຼາຍເພື່ອເປັນການລົງທຶນແລ້ວຈະໄດ້ຜົນກຳໄລທີ່ຫຼາຍຂຶ້ນ ຄວາມຮັກເກີດຄວາມຫ່າງເຫິນແລະບໍ່ເຂົ້າໃຈກັນກັບຄົນຮັກຈະເຮັດໃຫ້ທ່ານມີບັນຫາ ເຄື່ອງມຸງຄຸນຫິນນໍາໂຊກສີບົວ ສີມຸງຄຸນສີເຫຼືອງ ເລກນຳໂຊກ8 ຄົນເກີດວັນສຸກ:ການງານຕັດສິນໃຈເຮັດທຸລະກິດແຕ່ຕ້ອງລະວັງອາດຖືກສໍ້ໂກງ ຈາກຄົນທີ່ທ່ານສະໜິດ ການເງິນ ຜູ້ໃຫຍ່ຈະຄອຍຖ້າອຸປະຖຳດ້ານການເງິນໃຫ້ທ່ານໃນທຸກໆເລື່ອງ ຄວາມຮັກເກີດເຫດຄວາມສຳພັນແຕກແຍກ ເລີກລາ ຢ່າຮ້າງສາເຫດມາຈາກຄວາມໃຈຮ້ອນຂອງທ່ານທັງສອງ ເຄື່ອງມຸງຄຸນ ໄຂ່ມຸູກ ສີມຸງຄຸນສີຂຽວ ເລກນຳໂຊກ3 ຄົນເກີດວັນເສົາ:ການງານເຮັດວຽກດ້ວຍຄວາມລະອຽດຮອບຄອບສ້າງຜົນງານໄດ້ຢ່າງດີ […]
ຫາລື ສິ່ງທ້າທາຍຕ່າງໆໃນການສົ່ງເສີມປຸງແຕ່ງອາຫານດ້ວຍອຸປະກອນໄຟຟ້າ (e-cooking) ໃນລາວ ເພື່ອຫລຸດຜ່ອນຕັດໄມ້ທໍາລາຍປ່າ

ກະຊວງພະເລັງງານ ແລະ ບໍ່ແຮ່ ຮ່ວມກັບ ອົງການພັດທະນາປະເທດເນເທີແລນ ປະຈໍາ ສປປ ລາວ (ອົງການ SNV), ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບ “ການກໍານົດໂອກາດ ແລະ ສິ່ງທ້າທາຍຕ່າງໆໃນການສົ່ງເສີມປຸງແຕ່ງອາຫານດ້ວຍອຸປະກອນໄຟຟ້າ (e-cooking) ໃນ ສປປ ລາວ” ຂຶ້ນວັນທີ 13 ມິຖຸນາ 2023 ທີ່ນະຄອນຫລວງວຽງຈັນ, ເປັນປະທານໂດຍ ທ່ານ ສີນາວາ ສຸພານຸວົງ ຮອງລັດຖະມົນຕີກະຊວງພະລັງງານແລະ ບໍ່ແຮ່. ທ່ານ ສີນາວາ ສຸພານຸວົງ ກ່າວວ່າ: ເພື່ອຊ່ວຍໃຫ້ປະຊາຊົນຫັນປ່ຽນໄປສູ່ການປຸງແຕ່ງອາຫານທີ່ສະອາດ ໂດຍສະເພາະແມ່ນປະຊາຊົນຢູ່ເຂດຊົນນະບົດ ທີ່ຍັງນຳໃຊ້ຟືນໃນການແຕ່ງຢູ່ຄົວກິນ, ເຮັດໃຫ້ເປັນຄວັນໄຟເຂົ້າໄປໃນປາກໃນດັງເປັນອັນຕະລາຍຕໍ່ສຸຂະພາບຂອງຜູ້ຄົວກິນ ແລະ ການດັງໄຟດ້ວຍຟືນຍັງສ້າງຄວາມຫຍຸ້ງຍາກ, ໃຊ້ເວລາດົນ ແລະ ທຳລາຍປ່າໄມ້ຕື່ມອີກດ້ວຍ. ດັ່ງນັ້ນການສົ່ງເສີມປຸງ ແຕ່ງອາຫານດ້ວຍການນຳໃຊ້ໄຟຟ້າ ຈຶ່ງເໝາະທີ່ສຸດ ສຳລັບ ສປປ ລາວ ຖືເປັນການຫລຸດຜ່ອນຄວາມທຸກຍາກຂອງປະຊາຊົນລາວ. ໄລຍະຜ່ານມາລັດຖະບານ ໄດ້ຖືເອົາການຂະຫຍາຍໄຟຟ້າອອກສູ່ຊົນນະບົດ ເພີ່ມອັດຕາການຊົມໃຊ້ໄຟຟ້າ ໃຫ້ໄດ້ 98% […]