ດວງ-Tou-Vientianepost - 2023-06-22T075707.839
ລົດ 6 ລໍ້ ແລະ ລົດຈັກຕຳກັນ ເຮັດໃຫ້ຜູ້ຂັບຂີ່ລົດຈັກເສຍຊີວິດຄາທີ່
ຮຽບຮຽງໂດຍ:Staff
ເຜີຍແຜ່: 22 ເດືອນມີນາ, 2023
ໝວດ: ຂ່າວ

ເວລາປະມານ 11:40 ນາທີ ຂອງວັນທີ 20 ມິຖຸນາຜ່ານມາ, ໄດ້ເກີດອຸບັດຕິເຫດລົດ 6 ລໍ້ ຢຽບຜູ້ຂັບຂີ່ລົດຈັກ ຢູ່ເສັ້ນທາງເລກທີ 13 ເໜືອ ເຂດບ້ານສີເກີດ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ.

ພັຕ ວຽງສະຫວັນ ກິດຕິສັກ ຮອງຫົວໜ້າກອງຮ້ອຍຕໍາຫຼວດຈະລາຈອນ ເມືອງນາຊາຍທອງ ໃຫ້ວ່າ: ກ່ອນເກີດເຫດ ລົດບັນທຸກ 6 ລໍ້, ປ້າຍທະບຽນ ນຄ 2407 ກໍາແພງນະຄອນ, ຂັບຂີ່ໂດຍທ້າວ ຄໍາຫຼ້າ, ອາຍຸ 29 ປີ, ອາຊີບຂັບລົດ, ຢູ່ບ້ານສີພູໄຊ ເມືອງແປກ ແຂວງຊຽງຂວາງ ໄດ້ຂັບຂີ່ລົດບັນທຸກມາຕາມເສັ້ນທາງ ເລກທີ 13 ເໜືອ ພໍຂັບຂີ່ມາຮອດ ເຂດບ້ານສີເກີດ ເມືອງນາຊາຍທອງ ຜູ້

ກ່ຽວໄດ້ລ້ຽວລົດ ທາງກໍາຂວາມືຂອງຕົນເອງ ຈະເຂົ້າອູ່ສ້ອມແປງລົດ ເພື່ອເຊັກສະພາບເຕັກນິກລົດ, ໃນຂະນະນັ້ນ ໄດ້ມີລົດຈັກ ຮອນດ້າ ເວບ ປ້າຍທະບຽນ ດຫ 5259 ກໍາແພງນະຄອນ ຂັບຂີ່ມາທິດທາງດຽວກັນ, ຜູ້ຂັບຂີ່ຊື່ທ້າວ ຕີນ້ອຍ, ອາຍຸ 22 ປີ, ຜູ້ຊ້ອນທ້າຍ ຊື່ທ້າວ ວຽງສະຫວັນ ອາຍຸ 17 ປີ, ທັງສອງ ອາຊີບນັກຮຽນ ປະຈຸບັນ ຢູ່ບ້ານສີເກີດ ເມືອງນາຊາຍທອງ ເຮັດໃຫ້ລົດທັງສອງ

ຕຳກັນ, ຕີນລົດບັນທຸກດ້ານໜ້າເບື້ອງຂວາ ໄດ້ຢຽບເອົາລົດຈັກ ແລະ ຢຽບເອົາບໍລິເວນຫົວ ຂອງ ທ້າວ ຕີນ້ອຍ ຜູ້ຂັບຂີລົດຈັກ ເຮັດໃຫ້ເສຍຊີວິດຄາທີ, ສ່ວນ ທ້າວ ວຽງສະຫວັນ ຜູ້ຊ້ອນທ້າຍລົດຈັກ ໄດ້ຟົ້ງອອກຈາກລົດຈັກ ເຮັດໃຫ້ໄດ້ຮັບບາດເຈັບເລັກໜ້ອຍ.

ສາດເຫດຂອງອຸບັດຕິເຫດຄັ້ງນີ້ ທາງເຈົ້າໜ້າທີ່ ກໍາລັງເກັບກໍາຂໍ້ມູນຫຼັກຖານຈາກປະຊາຊົນ ຜູ້ທີ່ເຫັນເຫດການ ແລະ ຈາກກ້ອງວົງຈອນປິດຕາມເສັ້ນທາງ ເພື່ອດໍາເນີນຄະດີຕາມລະບຽບກົດໝາຍ, ສ່ວນຜູຂັບຂີ່ລົດບັນທຸກ ແລະ ຍານພາຫະນະ ເຈົ້າໜ້າທີ່ໄດ້ກັກຕົວໄວ້ ເພື່ອສອບຖາມຂໍ້ມູນເພີ່ມຕື່ມ.

ຂ່າວ: ຈັນສະໝອນ

ສະແດງຄຳຄິດເຫັນ

ຂ່າວມາໃໝ່ 
ດວງ-Tou-Vientianepost (20)
ບໍລິສັດທາງລົດໄຟລາວ-ຈີນ ຈັດຊື້ລົດໄຟ EMU ເພີ່ມອີກຫນຶ່ງ 1 ຂະບວນເພື່ອຮອງຮັບຜູ້ໂດຍສານທີ່ເພີ່ມຂຶ້ນ
ek
ດວງລາຍວັນປະຈໍາວັນພະຫັດ ທີ 21 ກັນຍາ 2023
ດວງ-Tou-Vientianepost (17)
ແຈ້ງການ ຈາກກະຊວງສາທາລະນະສຸກ ພົບຜູ້ຕິດເຊື້ອພະຍາດໝາກສຸກລີງ Monkey Pox ກໍລະນີທຳອິດໃນລາວ
ດວງ-Tou-Vientianepost (14)
ທ່ານ ນາຍົກລັດຖະມົນຕີ ເຂົ້າຮ່ວມງານ ວາງສະແດງສິນຄ້າ ອາຊຽນ-ຈີນ ຄັ້ງທີ 20
ek
ດວງລາຍວັນປະຈໍາວັນພຸດ ທີ 20 ກັນຍາ 2023
ek
ດວງລາຍວັນປະຈໍາວັນຈັນ ທີ 18 ກັນຍາ 2023
ດວງ-Tou-Vientianepost (9)
ປະທານປະເທດ ສຳເລັດການ ເຂົ້າຮ່ວມກອງປະຊຸມສຸດຍອດປະມຸກລັດ ແລະ ຫົວໜ້າລັດຖະບານຂອງບັນດາປະເທດກຸ່ມ 77 ແລະ ຈີນ
ດວງ-Tou-Vientianepost (7)
ສອງນາຍົກລັດຖະມົນຕີ ລາວ-ຈີນ ພົບປະ ຢ່າງເປັນທາງການຢູ່ທີ່ ນະຄອນໜານໜິງ
ດວງ-Tou-Vientianepost (5)
ແຈ້ງໂຈະຊົ່ວຄາວ ໂຄງການພັດທະນາພະລັງງານລົມ,ແສງຕາເວັນ ແລະ ເຂື່ອນປ້ຳນ້ຳສູບເກັບ
ດວງ-Tou-Vientianepost (4)
ບໍລິສັດຍອດງື່ມ ພາວເວີ້ ເລີ່ມຈຳໜ່າຍນໍ້າມັນແອັດຊັງທຳມະດາ ທີ່ປຸງແຕ່ງເອງ ລາຄາຖືກກວ່ານໍ້າມັນແອັດຊັງທີ່ນຳເຂົ້າເຖິງ 930 ກີບ
ຢ່າລື່ມກົດຕິດຕາມ