ທີມຊາດລາວ ເສຍໃຫ້ ທີມຊາດເຢເມນ 2-1

ການແຂ່ງຂັນເຕະບານຊາຍ ຮຸ່ນອາຍຸບໍ່ເກີນ 17 ປີ ຊິງແຊ້ມອາຊີ 2023 ຮອບສຸດທ້າຍ ເປັນທີ່ແນ່ນອນແລ້ວສຳລັບ U17 ທີມຊາດລາວ ຕົກຮອບແບ່ງກຸ່ມເປັນທີ່ຮຽບຮ້ອຍ ພາຍຫລັງເສຍໃຫ້ U17 ປະເທດເຢເມນ 2-1 ປະຕູ, ສ່ວນການແຂ່ງຂັນອີກຄູ່ ທີມຊາດໄທ (ເຈົ້າພາບ) ຊະນະ ທີມຊາດມາເລເຊຍ U17 ມາເລເຊຍ 3-0 ປະຕູ. ຜົນການແຂ່ງຂັນ ທີມຊາດລາວ ພັບກັບ ທີມຊາດເຢເມນ ຊິງແຊ້ມອາຊີ 2023 ຮອບສຸດທ້າຍ ໃນວັນທີ 18 ມິຖຸນາ 2023 ຜ່ານມາ, ໂດຍທີມຊາດລາວ ໄດ້ປະຕູຈາກ: ເບີ 19 ພູສົມບູນ ປັນຍາວົງ ນາທີ 55′ ສ່ວນທີມຊາດເຢເມນ ໄດ້ປະຕູຈາກ: ເບີ 18 ADEL ນາທີ 28, ເບີ 3 Anwar […]
ກັກຕົວຜູ້ລັກລອບຂຸດຄົ້ນແຮ່ທາດທໍາມະຊາດໂດຍບໍ່ຖືກຕ້ອງຕາມກົດໝາຍ 40 ຄົນ

ກອງບັນຊາການ ປກສ ແຂວງຊຽງຂວາງ ສົມທົບກັບ ກຳລັງປ້ອງກັນຊາດ ແຂວງ ອອກກວດກາລາດຕະເວນ ບໍລິເວນພູແຮ້ ເມືອງແປກ ແຂວງຊຽງຂວາງ ວັນທີ 12 ມິຖຸນາ 2023 ຜ່ານມາ, ພົບເຫັນປະຊາຊົນລັກລອບຂຸດຄົ້ນແຮ່ທາດທໍາມະຊາດ ໂດຍບໍ່ຖືກຕ້ອງຕາມກົດໝາຍ 40 ຄົນ ໃນນັ້ນມີຍິງ 15 ຄົນ ແລະ ລົດຈັກ 47 ຄັນ, ພ້ອມມີແຮ່ທາດ 36 ເປົາ ແລະ ອຸປະກອນ ຈຳນວນໜຶ່ງ. ດັ່ງນັ້ນເຈົ້າໜ້າທີ່ຈຶ່ງກັກຕົວມາສອບສວນ ຜ່ານການສອບສວນປະຊາຊົນຈຳນວນໜຶ່ງຮັບສາລະພາບວ່າ: ໄດ້ຂຶ້ນໄປຂຸດຄົ້ນແຮ່ທາດຢູ່ບໍລິເວນດັ່ງກ່າວແທ້ ແຕ່ອີກຈຳນວນໜຶ່ງໃຫ້ການວ່າອອກໄປວຽກສ່ວນຕົວ. ສະນັ້ນເຈົ້າໜ້າທີ່ຈຶ່ງສົມທົບກັບພາກສ່ວນກ່ຽວຂ້ອງເກັບກຳຂໍ້ມູນຢ່າງລະອຽດ ເພື່ອຊອກວ່າຜູ້ໃດລັກລອບຂຸດຄົ້ນແຮ່ທາດແທ້ ແມ່ນຈະໄດ້ປະຕິບັດລະບຽບກົດໝາຍຕາມຂັ້ນຕອນຕໍ່ໄປ, ສ່ວນ ຜູ້ທີ່ບໍ່ກ່ຽວຂ້ອງແມ່ນຈະສຶກສາອົບຮົມເຮັດບົດບັນທຶກກ່າວເຕືອນ ແລະ ປ່ອຍຕົວໄປ. ສຳລັບລົດຈັກ 47 ຄົນ ເຈົ້າໜ້າທີ່ຈະເກັບຮັກສາໄວ້ໃຫ້ປະຊາຊົນນຳເອົາເອກະສານຖືກຕ້ອງມາຢັ້ງຢືນເອົາ. ນອກນີ້, ເຈົ້າໜ້າທີ່ໄດ້ຮຽກຮ້ອງໃຫ້ປະຊາຊົນທຸກຄົນໃນທົ່ວສັງຄົມ ສຶກສາອົບຮົບລູກຫລານຂອງຕົນບໍ່ໃຫ້ໄປລັກລອບຂຸດຄົ້ນແຮ່ທາດທຳມະຊາດຢ່າງຊະຊາຍ ຫລື ຜູ້ທີ່ກຳລັງຂຸດຄົ້ນຢູ່ແມ່ນໃຫ້ຢຸດເຊົາ, ຖ້າຫາກເຈົ້າໜ້າທີ່ພົບເຫັນຈະໄດ້ນຳມາລົງໂທດຕາມລະບຽບກົດໝາຍ.
ຮອງນາຍົກຊີ້ນຳໃຫ້ໃຊ້ເງິນກີບ ຢູ່ເສດຖະກິດພິເສດສາມຫລ່ຽມຄຳ ແລະ ໃຫ້ຂຶ້ນທະບຽນແຮງງານຄຸ້ມຄອງແຮງງານ

ຮອງນາຍົກລັດຖະມົນຕີ ຊີ້ນຳໃຫ້ໃຊ້ເງິນກີບ ຢູ່ເສດຖະກິດພິເສດສາມຫລ່ຽມຄຳ ແລະ ເນັ້ນໃຫ້ຮີບຮ້ອນຂຶ້ນທະບຽນແຮງງານຄຸ້ມຄອງແຮງງານຄົນລາວ, ໂດຍມີ ທ່ານ ເຄື່ອນເພັດ ວົງຈັນ ຮອງເຈົ້າແຂວງບໍ່ແກ້ວ ຜູ້ຊີ້ນຳອົງການບໍລິຫານ ແລະ ຄຸ້ມຄອງເຂດເສດຖະກິດພິເສດສາມຫລ່ຽມຄຳ ພ້ອມດ້ວຍຄະນະຄຸ້ມຄອງເຂດເສດຖະກິດພິເສດແຂວງບໍ່ແກ້ວ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມຟັງ ໃນວັນທີ 15 ມິຖຸນາ 2023. ທ່ານ ພົນເອກ ວິໄລ ຫລ້າຄຳຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ຊີ້ນຳຄະນະຄຸ້ມຄອງເຂດເສດຖະກິດພິເສດ ແຂວງບໍ່ແກ້ວ ໃຫ້ນຳໃຊ້ເງິນກີບໃນການຊື້-ຂາຍແລກປ່ຽນ ຫລື ຊໍາລະຄ່າບໍລິການຕ່າງໆຢູ່ໃນເຂດເສດຖະກິດພິເສດສາມຫລ່ຽມຄຳ ພ້ອມທັງເນັ້ນໃຫ້ເອົາໃຈໃສ່ແກ້ໄຂບັນຫາຕາມທິດຊີ້ນຳຂອງຂັ້ນເທິງໃຫ້ໄດ້ຕາມຄາດໝາຍ, ໂດຍທີ່ ທ່ານ ຮອງນາຍົກ ລັດຖະມົນຕີ ໄດ້ມີຄຳເຫັນຊີ້ນຳໃຫ້ອົງການບໍລິຫານ ແລະ ຄຸ້ມຄອງເຂດເສດຖະກິດພິເສດສາມຫລ່ຽມຄຳ ກໍຄືຄະນະຄຸ້ມຄອງເຂດເສດຖະກິດພິເສດ ແຂວງບໍ່ແກ້ວ ເລັ່ງເອົາໃຈໃສ່ເຜີຍແຜ່ ແລະ ຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ຢູ່ພາຍໃນເຂດເສດຖະກິດພິເສດສາມຫລ່ຽມຄຳໃຫ້ຫັນມານຳໃຊ້ເງິນກີບລາວໃນການຊື້-ຂາຍ, ແລກປ່ຽນ ແລະ ຊໍາລະຄ່າບໍລິການຕ່າງໆ ເພື່ອ ປະຕິບັດຕາມທິດ ຢູ່ເມືອງລາວໃຊ້ເງິນກີບລາວ ທັງເປັນການກະຕຸ້ນໃຫ້ເງິນກີບມີຄວາມແຂງຄ່າຂຶ້ນ ພ້ອມທັງເນັ້ນໃຫ້ຮີບຮ້ອນຂຶ້ນທະບຽນແຮງງານຄຸ້ມຄອງແຮງງານຄົນລາວ ແລະ […]
ດວງລາຍວັນປະຈໍາວັນຈັນ ທີ 19 ມິຖຸນາ 2023

ຄົນເກີດວັນອາທິດ :ການງານຈະປະສົບຄວາມສຳເລັດດ້ານການສ້າງຜົນງານຂອງວຽກງານທີ່ຮັບຜິດຊອບ ການເງິນພົບເລື່ອງທີ່ຕ້ອງເຮັດໃຫ້ເສຍຊັບສິນກັບບໍລິວານ ຄວາມຮັກຈະໄດ້ຮັບຄວາມຊັດເຈນຈາກຄົນຮັກຫລາຍຂຶ້ນ ເຄື່ອງມຸງຄຸນ ໄຂມຸກ ສີມຸງຄຸນສີມ່ວງອ່ອນ ເລກນຳໂຊກ3 ຄົນເກີດວັນຈັນ:ການງານ ຖ້າຈະເຮັດທຸລະກິດຮ່ວມກັບຮຸ້ນສ່ວນຕ້ອງລະວັງຖືກເອົາປຽບ ການເງິນຈະພົບເລື່ອງສູນເສຍເງິນໂດຍບໍ່ທັນຕັ້ງໂຕ ເຊິ່ງເປັນສິ່ງທີ່ຈໍາເປັນ ຄວາມຮັກມີໂອກາດພົບຮັກ ສຸກສົມຫວັງ ອາດເປັນຄົນທີ່ທ່ານຮັກ ແລະ ຮູ້ສຶກດີມາກ່ອນ ເຄື່ອງມຸງຄຸນເງິນ ສີມຸງຄຸນສີດໍາ ເລກນຳໂຊກ7 ຄົນເກີດວັນອັງຄານ:ການງານຈະເຮັດທຸລະກິດປະສົບຄວາມສຳເລັດ ໄດ້ຜົນກຳໄລດີ ການເງິນ ໂຊກດີຈະໄດ້ເງິນເຂົ້າມາແບບບໍ່ທັນຕັ້ງໂຕ ຄວາມຮັກ ການສ້າງຄວາມສຳພັນກັບຄົນຮັກໃນໄລຍະນີ້ບໍ່ລົງຕົວ ເຄື່ອງມຸງຄຸນ ຄໍາຝຣັ່ງ ສີມຸງຄຸນສີຂຽວ ເລກນຳໂຊກ3 ຄົນເກີດວັນພຸດ:ການງານເຮັດທຸລະກິດຈະການຄ້າອຸປະກອນໄຟຟ້າຈະໄດ້ຜົນກຳໄລດີ ການເງິນມີໂຊກຈະໄດ້ຊັບຈາກການງານທີ່ຮັບຜິດຊອບ ຈະເຮັດໃຫ້ທ່ານໄດ້ເງິນກ້ອນເຂົ້າມາໃນໄວໆນີ້ ຄວາມຮັກຈະພົບເຫດການທີ່ເຮັດໃຫ້ຫ່າງໄກກັນຫລາຍຂຶ້ນ ເຄື່ອງມຸງຄຸນຄໍາ ສີມຸງຄຸນສີແດງ ເລກນຳໂຊກ4 ຄົນເກີດວັນພະຫັດ:ການງານການເຈລະຈາຕໍ່ລອງປະສົບຄວາມສຳເລັດໃນດ້ານການງານ ການເງິນມີໂຊກຈະໄດ້ເງິນກ້ອນໃຫຍ່ເຂົ້າມາ ແຕ່ກໍໃຫ້ລະວັງເລື່ອງລາຍຈ່າຍໃນໄລຍະນີ້ ຄວາມຮັກມີໂອກາດໄດ້ຮັບຮູ້ຂ່າວສານຂອງຄົນຮັກເກົ່າ ຊື່ງບາງຄັ້ງກໍບໍ່ຄວນຮັບຮູ້ເຫດການເກົ່າໆເດີມໆເຂົ້າມາ ເຄື່ອງມຸງຄຸນຫິນນໍາໂຊກສີແດງ ສີມຸງຄຸນສີເຫຼືອງ ເລກນຳໂຊກ1 ຄົນເກີດວັນສຸກ:ການງານໄລຍະນີ້ໝູ່ເພື່ອນສະໜິດຢາກຈະມາຮ່ວມຮຸ້ນສ່ວນໃນສິ່ງທີ່ທ່ານຕັ້ງເປົ້າໝາຍຈະເຮັດໃນໄວໆນີ້ ການເງິນຈະພົບເລື່ອງເສຍຊັບ ເພາະເປັນໄລຍະໄລຍະທີ່ໃຊ້ເງິນເກີນຕົວທີ່ທ່ານຕ້ອງການຊື້ເຂົ້າມາແບບຈໍາເປັນ ຄວາມຮັກມີໂອກາດພົບຄູ່ຄອງແບບບໍ່ທັນຕັ້ງໂຕ ເຄື່ອງມຸງຄຸນໄຂ່ມຸກ ສີມຸງຄຸນສີບົວ ເລກນຳໂຊກ9 ຄົນເກີດວັນເສົາ:ການງານການເຮັດທຸລະກິດດ້ານວົງການບັນເທິງປະສົບຄວາມສຳເລັດ ການເງິນຈະໄດ້ຮັບການອຸປະຖຳຈາກເພດກົງກັນຂ້າມ ຄວາມຮັກສຸກສົມຫວັງດ້ານຄວາມຮັກ ແຕ່ທ່ານຕ້ອງມີເວລາໃຫ້ຄົນຮັກຫຼາຍໆ ເຄື່ອງມຸງຄຸນຫິນນໍາໂຊກສີບົວ […]
ອຸທາຫອນ ສຳລັບຄົນທີ່ຢາກເສີມດັງ ສາວຊັອກຄາຕຽງຄົນເຈັບ ກ່ອນເສຍຊີວິດ

ເຕືອນໄພສາວໆທີ່ມັກເສີມຄວາມງາມ ໄດ້ມີສາວມາແກ້ດັງຢູ່ຄຣີນິກເສີມຄວາມງາມແຫ່ງໜຶ່ງ ເມື່ອມີການວາງຢາສະລົບ ສຳພັດເກີດມີອາການຊັອກ ອຸນຫະພູມຮ່າງກາຍຂຶ້ນສູງ ກ່ອນທີ່ຈະເສຍຊີວິດຄາຕຽງໃນຄຣີນິກ. ໃນວັນທີ 15 ມິຖຸນາ 2023 ທີ່ປະເທດໄທ ທາງເຈົ້າໜ້າທີ່ໄດ້ຮັບແຈ້ງເຫດ ເມື່ອເຖິງຈຸດເກີດເຫດກໍພົບຮ່າງຜູ້ເສຍຊີວິດ 1 ຄົນ ຊື່ ສິລິນຍາ ເພດຍິງ ອາຍຸ 25 ປີ ໂດຍນາງ ສິລິນຍາ ໄດ້ໄປເສີມດັງຢູ່ຄຣີນິກບ່ອນອື່ນມາ ແຕ່ກໍມີບັນຫາດັງທະລຸ ຈຶ່ງຢາກແກ້ດັງ ແລ້ວໄດ້ເອົາຊິລີໂຄນດັງອັນເກົ່າອອກ ເມື່ອບາດເຊົາດີຈຶ່ງໄດ້ກັບມາ ເພື່ອທີ່ຈະເສີມດັງໃໝ່. ໃນຂະນະທີ່ຈະເສີມດັງ ທ່ານໝໍກໍໄດ້ໃຫ້ນາງ ສິລິນຍາ ດົມຢາສະລົບ ເມື່ອດົມຢາສະລົບແລ້ວຮ່າງກາຍກໍມີອຸນຫະພູມສູງຂຶ້ນຜິດປົກກະຕິ ແລ້ວຫົວໃຈກໍຢຸດເຕັ້ນ. ປັດຈຸບັນ ເຈົ້າໜ້າກຳລັງສືບສວນສອບສວນ ຫາສາເຫດການເສຍຊີວິດຢ່າແທ້ຈິງ. ແຫຼ່ງຂ່າວ thairath ທີ່ມາ laopost
ພົບໄຂ່ແຂ້ນໍ້າຈືດ ສອງຮັງທຳອິດຂອງປີ ຈໍານວນ 46 ໜ່ວຍ ອີກ 3 ໜ່ວຍ ທີ່ບໍ່ສົມບູນ

ໃນອາທິດນີ້ ຢູ່ເຂດທີ່ດິນບໍລິເວນນໍ້າເຊຈຳພອນ ແຂວງສະຫວັນນະເຂດ, ອົງການ WCS ຮ່ວມກັບອົງການ ປົກຄອງເມືອງ ແລະ ບ້ານ ແລະ ທີມງານອະນຸລັກຊຸມຊົນ ໄດ້ລົງສໍາຫຼວດ ເກັບ ໄຂ່ແຂ້ນໍ້າຈືດ ສອງຮັງທຳອິດຂອງປີ 2023. ຮັງທໍາອິດມີ ໄຂ່ 27 ໜ່ວຍ ແລະ ຮັງທີສອງມີໄຂ່ 19 ໜ່ວຍ. ໃນຈໍານວນໄຂ່ 46 ໜ່ວຍ, ມີພຽງແຕ່ 3 ໜ່ວຍ ເທົ່ານັ້ນທີ່ບໍ່ສົມບູນ.ຮັງໄຂ່ທັງສອງໄດ້ຖືກພົບເຫັນຢູ່ເທິງຂີ້ສະໜົມ. ການຍ່າງເທິງຂີ້ສະໜົມເທິງໜ້ານໍ້າມີຄວາມສ່ຽງເພາະວ່າ ມັນບໍ່ສາມາດຮອງຮັບນ້ໍາຫນັກຂອງຄົນໄດ້. ຊາວບ້ານໃນເຂດນີ້ມີຄວາມເຊື່ອຖືທາງດ້ານຈິດວິນຍານຕໍ່ແຂ້ພື້ນເມືອງດັ່ງກ່າວ, ສະນັ້ນ ທີມງານອະນຸລັກຂັ້ນບ້ານຈຶ່ງໄດເຮັດ ພິທີກຳທາງສາສະໜາເພື່ອສະແດງຄວາມນັບຖືຕໍ່ ແຂ້ກ່ອນທີ່ພວກເຮົາຈະໄປເກັບໄຂ່. ພິທີດັ່ງກ່າວມີການຖວາຍເຄື່ອງບູຊາ ເຊັ່ນ ໝູຕົ້ມ, ເຂົ້າໜຽວ ແລະ ເຫຼົ້າຂາວ. ກ່ອນທີ່ຈະເຂົ້າຫາແຕ່ລະຮັງໄຂ່, ທີມງານໄດ້ໃຊ້ ເຄື່ອງບິນໂດຣນ (drone) ເພື່ອຊອກຫາແມ່ແຂ້. ໃນທັງສອງກໍລະນີ, ແມ່ແຂ້ ໄດ້ຖືກພົບເຫັນ ຢູ່ໃນ ໜອງຂີ້ຕົມທີ່ຢູ່ໃກ້ຈາກຮັງຂອງພວກເພິ່ນ ຢ່າງປອດໄພ. […]
ການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນ ແລະ ພັດທະນາແຄມຂອງ ຢູ່ນະຄອນຫຼວງວຽງຈັນ ໄລຍະທີ 2 ສໍາເລັດແລ້ວ 30 ສ່ວນຮ້ອຍ

ໂຄງການກໍ່ສ້າງປ້ອງກັນຕະຝັ່ງເຈື່ອນ ແລະ ພັດທະນາແຄມຂອງຢູ່ນະຄອນ ຫຼວງວຽງຈັນ ໄດ້ເລີ່ມລົງມືກໍ່ສ້າງມາຕັ້ງແຕ່ເດືອນ ກຸມພາ ປີ 2023 ແລະ ຕາມແຜນການຈະໃຫ້ສໍາເລັດໃນໄລຍະເວລາ 4 ປີ ເພື່ອແນໃສ່ພັດທະນາພື້ນຖານໂຄງລ່າງ, ປ້ອງກັນນໍ້າຖ້ວມ ແລະ ເຮັດໃຫ້ນະຄອນຫຼວງວຽງຈັນ ມີໂສມໜ້າໃໝ່ທີ່ສວຍງາມຂຶ້ນກວ່າເກົ່າ. ທ່ານ ພຸດທະເສນ ສິນທະວົງ ຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງນະ ຄອນຫຼວງວຽງຈັນໃຫ້ສໍາພາດວ່າ: ໂຄງການກໍ່ສ້າງປ້ອງກັນຕະຝັ່ງເຈື່ອນ ແລະ ພັດທະນາແຄມຂອງຢູ່ນະຄອນ ຫຼວງວຽງຈັນ ລວມມູນຄ່າການກໍ່ສ້າງທັງໝົດ 67.000.000 ໂດລາສະຫະລັດ. ໃນນີ້ ໄດ້ຮັບທຶນກູ້ຢືມຊ່ວຍ ເຫຼືອລ້າດອກເບ້ຍຕໍ່າຈາກໂຄງການ ເອທີຊີເອັຟຂອງສາທາ ລະນະລັດເກົາຫລີ ມູນຄ່າ 57.000.000 ໂດລາສະຫະລັດ ແລະ ທຶນສົມທົບຂອງລັດຖະບານລາວປະມານ 9.900.000 ກວ່າໂດລາສະຫະລັດ, ເຊຶ່ງຈຸດປະສົງຂອງໂຄງການປະກອບມີ 3 ຈຸດປະສົງຫລັກ ຄື: ເພື່ອປ້ອງກັນຜົນກະທົບຈາກໄພພິບັດທາງທໍາມະຊາດນໍ້າຖ້ວມ, ເພື່ອປ້ອງກັນດິນເຊາະເຈື່ອນ ເຊຶ່ງຜ່ານມາມີປະຊາຊົນໄດ້ຮັບຜົນກະທົບຈາກດິນເຈື່ອນຫລາຍພໍສົມຄວນ ແລະ ເພື່ອພັດທະນາແຄມຂອງໃຫ້ກາຍເປັນ ສະຖານທີ່ທ່ອງທ່ຽວຍາມ ແລງທີ່ສວຍ ງາມ […]
ດວງລາຍວັນປະຈໍາວັນອາທິດ ທີ 18 ມິຖຸນາ 2023

ຄົນເກີດວັນອາທິດ:ການງານຈະເຮັດວຽກງານຫຍັງໃນໄລຍະນີ້ກໍຈະເປັນເງິນເປັນຄຳໄປທຸກຢ່າງ ເພາະມີຄວາມສາມາດ ໃຊ້ຄວາມສາມາດເພື່ອໃຫ້ເກີດປະໂຫຍດແກ່ຕົນເອງຫຼາຍທີ່ສຸດ ການເງິນໄດ້ເຂົ້າມາກໍຈ່າຍອອກໄປຫຼາຍໃນໄລຍະນີ້ ເປັນການຊື້ເຄື່ອງທີ່ທ່ານຢາກໄດ້ມາດົນກໍເປັນໄປໄດ້ ຄວາມຮັກຍັງບໍ່ໂດດເດັ່ນໃນເລື່ອງຄວາມຮັກ ເພາະມຸ່ງໝັ້ນໃນເລື່ອງວຽກງານຫຼາຍກວ່າ ເຄື່ອງມຸງຄຸນເງິນ ສີມຸງຄຸນ ສິຂາວ ເລກນຳໂຊກ 0 ຄົນເກີດວັນຈັນ:ການງານເຮັດສິ່ງໃດເຮັດດ້ວຍຄວາມໝັ້ນໃຈ ແລະ ຢ່າລັງເລ ຖ້າບໍ່ຮູ້ວ່າຈະຕ້ອງເຮັດແນວໃດ ຄວນມີທີ່ປຶກສາທີ່ດີ ທີ່ມີປະສົບການຊ່ວຍຕັດສິນໃຈກໍຈະກໍ່ໃຫ້ເກີດໂຊກ ການເງິນມີໂຊກຈະໄດ້ເງິນເຂົ້າມາໃນໄລຍະນີ້ ເປັນມື້ໂຊກດີຂອງທ່ານທີ່ຈະມີການປ່ຽນແປງທາງດ້ານຖານະດີ ຄວາມຮັກຍັງບໍ່ມີເວລາປານໃດ ເພາະຍັງມີວຽກ ຫຼື ຕ້ອງເດີນທາງຕະຫຼອດເລີຍບໍ່ມີເວລາໃຫ້ເລື່ອງຄວາມຮັກນັ້ນເອງ ເຄື່ອງມຸງຄຸນເພັດສີສົ້ມ ສີມຸງຄຸນສີບົວ ເລກນຳໂຊກ6 ຄົນເກີດວັນອັງຄານ:ການງານໄລຍະນີ້ຈະມີຄວາມສຳເລັດຢ່າງທີ່ຄາດຫວັງ ແຕ່ກໍຕ້ອງສຶກສາຄວາມຮູ້ໃໝ່ໆ ຫຼືທຸລະກິດຕ່າງໆ ທີ່ຈະ ສາມາດອົດທົນໄປໄດ້ ການເງິນໄລຍະນີ້ລະວັງຄົົນທີ່ຈະເຂົ້າມາເພື່ອຢິບຢືມເງິນທ່ານ ເພາະຈະໄດ້ຄືນຊ້າ ໄດ້ບໍ່ເຕັມຈຳນວນ ຫຼືບໍ່ໄດ້ຄືນເລີຍກໍເປັນໄປໄດ້ ຄວາມຮັກຖ້າຄົບຫາໃຜບາງຄົນຢູ່ ໃນເລື່ອງຄຳເວົ້າຕ້ອງເບິ່ງນ້ຳໃຈກັນ ໃຊ້ເຫດຜົນ ແລະຄວາມເຂົ້າໃຈກັນ ຈະສົ່ງຜົນດີຕໍ່ຄວາມສຳພັນ ເຄື່ອງມຸງຄຸນ ຄໍາ ສີມຸງຄຸນສີສົ້ມ ເລກນຳໂຊກ3 ຄົນເກີດວັນພຸດ:ການງານຄວາມມຸ່ງໝັ້ນໃນການໃຊ້ເທັກນິກເພື່ອແກ້ບັນຫາການງານຕ່າງໆ ຈະສາມາດສ້າງຜົນງານໄດ້ຢ່າງຕໍ່ເນື່ອງ ການເງິນມີຄວາມກັງວົນໃຈໃນການໃຊ້ຈ່າຍເງິນ ຄວນທີ່ຈະເຮັດບັນຊີລາຍຮັບ ລາຍຈ່າຍເພື່ອໃຫ້ເຫັນຕົວເລກທີ່ແທ້ຈິງ ຄວາມຮັກຕ້ອງລະວັງຄວາມໃຈຮ້ອນ ການບໍ່ໃຊ້ອາລົມ ແລະການໃຊ້ເຫດຕໍ່ກັນໃຫ້ຫຼາຍ ເວົ້າກັນຢ່າງເປັນເຫດເປັນຜົນ ແລະ […]
ເປັນອຸທາຫອນ ໃຫ້ພະຍາຍາມດື່ມນ້ຳຕົ້ມສຸກ ເຫດທັກແທ້ເຂົ້າຄໍຄົນເຈັບ

ອີງຕາມຜູ້ໃຊ້ເຟສບຸກຊື່ວ່າ: Visana Khathoumphom ໄດ້ແບ່ງປັນຮູບພາບຜ່ານສື່ສັງຄົມອອນລາຍໃນວັນທີ 14 ມິຖຸນາ 2023 ຜ່ານມາໂດຍມີເນື້ອໃນວ່າ: ທັກແທ້ເຂົ້າຄໍ ຄົນເຈັບມາຈາກເມືອງວຽງຄຳ ແຂວງຫຼວງພະບາງ ພ້ອມຝາກເຕືອນເປັນອຸທາຫອນໃຫ້ພໍ່ແມ່ປະຊາຊົນ ໂດຍສະເພາະເຂດທີ່ໃຊ້ນ້ຳຈາກຫ້ວຍ, ຈາກພູ ໃຊ້ເປັນນ້ຳດື່ມ ໃຫ້ລະມັດລະວັງ ແລະ ພະຍາຍາມຕົ້ມນ້ຳໃຫ້ສຸກດີ ຈຶ່ງຄ່ອຍດື່ມ ເພື່ອປ້ອງຈາກສັດນ້ອຍທີ່ຢູ່ໃນນ້ຳ ແລະ ປ້ອງພະຍາດທີ່ຢູ່ໃນນ້ຳທີ່ເຮົາເບິ່ງບໍ່ເຫັນ.ຝາກເຕືອນກັນແດ່ເດີ. ດ້ວຍຄວາມຫ່ວງໃຍຈາກທີມແພດຫມໍທັງໝົດຈາກໂຮງຫມໍມະໂຫສົດຂອບໃຈທີມງານແພດຫມໍພະຍາບານພະແນກຫູດັງຄໍ , ພະແນກວາງຢາສະຫຼົບ ແລະ ການຈັດທີ່ກ່ຽວຂ້ອງຂອງໂຮງຫມໍມະໂຫສົດທີ່ສາມາດຊ່ວຍຄົນເຈັບໄດ້ຢ່າງປອດໄພ.
ດວງລາຍວັນປະຈໍາວັນເສົາ ທີ 17 ມິຖຸນາ 2023

ຄົນເກີດວັນອາທິດ:ການງານເຮັດທຸລະກິດດ້ານແຟຊັ່ນ ຫຼື ວົງການບັນເທິງຈະປະສົບຄວາມສຳເລັດດີ ການເງິນຈະພົບຜູ້ອຸປະຖຳທາງການເງິນ ເພີ່ນຈະເຂົ້າມາຊ່ວຍເຫຼືອທ່ານໃນໄວໆນີ້ ຄວາມຮັກໄດ້ພົບຮັກເທື່ອໃໝ່ເກີດຄວາມສຸກສົມຫວັງ ແຕ່ຕ້ອງລະວັງເລື່ອງຂອງອາລົມ ເຄື່ອງມຸງຄຸນ ຫິນນໍາໂຊກສີແດງ ສີມຸງຄຸນສີນໍ້າຕານ ເລກນຳໂຊກ6 ຄົນເກີດວັນຈັນ:ການງານເຈລະຈາທຸລະກິດໄດ້ຜົນກຳໄລທາງການເງິນ ການງານກໍາລັງຮຸ່ງເຮືອງ ການເງິນຈະໄດ້ເງິນກ້ອນໃຫຍ່ຈາກຜູ້ໃຫຍ່ມາອຸປະຖຳໃນເລື່ອງການໃຊ້ຈ່າຍ ຄວາມຮັກພົບຄວາມສຳພັນບໍ່ຊັດເຈນ ເພາະເປັນການຄົບແບບປົກປິດ ເຄື່ອງມຸງຄຸນ ແຫວນຄໍາ ສີມຸງຄຸນສີບົວ ເລກນຳໂຊກ 3 ຄົນເກີດວັນອັງຄານ:ການງານເຮັດທຸລະກິດຈະການຄ້າທີ່ດິນໄດ້ກຳໄລດີ ແຕ່ລະວັງຈະຖືກໂກງ ການເງິນພົບເລື່ອງເສຍເງິນແບບເລັ່ງດ່ວນ ອາດເສຍເງິນເປັນກ້ອນ ຄວາມຮັກ ໄດ້ພົບຮັກກັບຄົນມີຊື່ສຽງ ແຕ່ອາດເປັນການທີ່ໄດ້ຮູ້ຈັດແຕ່ບໍ່ລົງເອີຍ ເຄື່ອງມຸງຄຸນ ໄຂ່ມຸກ ສີມຸງຄຸນສີດໍາ ເລກນຳໂຊກ7 ຄົນເກີດວັນພຸດ:ການງານມີໂອກາດຍົກຍ້າຍວຽກໃໜ່ ສະຖານທີ່ໃໝ່ໃນໄວໆນີ້ ອາດເປັນຍ້ອນຄວາມສາມາດຂອງທ່ານເອງ ການເງິນມີຂ່າວດີຈະໄດ້ເງິນກ້ອນໃຫຍ່ເຂົ້າມາໃຫ້ທ່ານໄດ້ໃຊ້ຈ່າຍ ຄວາມຮັກໄດ້ພົບຮັກກັບຮຸ່ນອ້າຍເອື້ອຍ ອາດເຂົ້າມາຕໍ່ເຕີມຫົວໃຈທ່ານໃຫ້ສົມຫວັງ ເຄື່ອງມຸງຄຸນເພັດສີແດງ ສີມຸງຄຸນສີສົ້ມ ເລກນຳໂຊກ 4 ຄົນເກີດວັນພະຫັດ:ການງານເຮັດທຸລະກິດຈະປະສົບຄວາມສຳເລັດຖ້າທ່ານມີຄວາມອົດທົນ ການເງິນເກີດຄວາມຈະເລີນຮຸ່ງເຮືອງລ້ຳລວຍໃນເລື່ອງຂອງການເງິນ ຄວາມຮັກການເດີນທາງໄກມີໂອກາດໄດ້ພົບຮັກແບບບໍ່ທັນຕັ້ງໂຕ ເຄື່ອງມຸງຄຸນ ຫິນນໍາໂຊກສີບົວ ສີມຸງຄຸນສີມ່ວງອ່ອນ ເລກນຳໂຊກ 1 ຄົນເກີດວັນສຸກ:ການງານລະວັງເລື່ອງຂອງການລົງນາມເອກະສານທາງທຸລະກິດອາດເປັນສັນຍາທີ່ຖືກໂກງ ການເງິນຈະໄດ້ໂຊກຈາກຄວາມຜູ້ໃຫຍ່ເພີ່ນຈະຊ່ວຍອຸປະຖໍາ ຄວາມຮັກເລີ່ມຕົ້ນຄວາມສຳພັນກັບຄົນຮັກໃໝ່ຈະເຮັດໃຫ້ທ່ານມີຄວາມສຸກຫຼາຍຂື້ນ ເຄື່ອງມຸງຄຸນແຫວນຄໍາ ສີມຸງຄຸນສີແດງ ເລກນຳໂຊກ1 […]