ດວງ-Tou-Vientianepost - 2023-06-19T193855.381
ກັກຕົວຜູ້ລັກລອບຂຸດຄົ້ນແຮ່ທາດທໍາມະຊາດໂດຍບໍ່ຖືກຕ້ອງຕາມກົດໝາຍ 40 ຄົນ
ຮຽບຮຽງໂດຍ:Staff
ເຜີຍແຜ່: 19 ເດືອນມີນາ, 2023
ໝວດ: ຂ່າວ

ກອງບັນຊາການ ປກສ ແຂວງຊຽງຂວາງ ສົມທົບກັບ ກຳລັງປ້ອງກັນຊາດ ແຂວງ ອອກກວດກາລາດຕະເວນ ບໍລິເວນພູແຮ້ ເມືອງແປກ ແຂວງຊຽງຂວາງ ວັນທີ 12 ມິຖຸນາ 2023 ຜ່ານມາ, ພົບເຫັນປະຊາຊົນລັກລອບຂຸດຄົ້ນແຮ່ທາດທໍາມະຊາດ ໂດຍບໍ່ຖືກຕ້ອງຕາມກົດໝາຍ 40 ຄົນ ໃນນັ້ນມີຍິງ 15 ຄົນ ແລະ ລົດຈັກ 47 ຄັນ, ພ້ອມມີແຮ່ທາດ 36 ເປົາ ແລະ ອຸປະກອນ ຈຳນວນໜຶ່ງ.

ດັ່ງນັ້ນເຈົ້າໜ້າທີ່ຈຶ່ງກັກຕົວມາສອບສວນ ຜ່ານການສອບສວນປະຊາຊົນຈຳນວນໜຶ່ງຮັບສາລະພາບວ່າ:​ ໄດ້ຂຶ້ນໄປຂຸດຄົ້ນແຮ່ທາດຢູ່ບໍລິເວນດັ່ງກ່າວແທ້ ແຕ່ອີກຈຳນວນໜຶ່ງໃຫ້ການວ່າອອກໄປວຽກສ່ວນຕົວ. ສະນັ້ນເຈົ້າໜ້າທີ່ຈຶ່ງສົມທົບກັບພາກສ່ວນກ່ຽວຂ້ອງເກັບກຳຂໍ້ມູນຢ່າງລະອຽດ ເພື່ອຊອກວ່າຜູ້ໃດລັກລອບຂຸດຄົ້ນແຮ່ທາດແທ້ ແມ່ນຈະໄດ້ປະຕິບັດລະບຽບກົດໝາຍຕາມຂັ້ນຕອນຕໍ່ໄປ, ສ່ວນ

ຜູ້ທີ່ບໍ່ກ່ຽວຂ້ອງແມ່ນຈະສຶກສາອົບຮົມເຮັດບົດບັນທຶກກ່າວເຕືອນ ແລະ ປ່ອຍຕົວໄປ. ສຳລັບລົດຈັກ 47 ຄົນ ເຈົ້າໜ້າທີ່ຈະເກັບຮັກສາໄວ້ໃຫ້ປະຊາຊົນນຳເອົາເອກະສານຖືກຕ້ອງມາຢັ້ງຢືນເອົາ.
ນອກນີ້, ເຈົ້າໜ້າທີ່ໄດ້ຮຽກຮ້ອງໃຫ້ປະຊາຊົນທຸກຄົນໃນທົ່ວສັງຄົມ ສຶກສາອົບຮົບລູກຫລານຂອງຕົນບໍ່ໃຫ້ໄປລັກລອບຂຸດຄົ້ນແຮ່ທາດທຳມະຊາດຢ່າງຊະຊາຍ ຫລື ຜູ້ທີ່ກຳລັງຂຸດຄົ້ນຢູ່ແມ່ນໃຫ້ຢຸດເຊົາ, ຖ້າຫາກເຈົ້າໜ້າທີ່ພົບເຫັນຈະໄດ້ນຳມາລົງໂທດຕາມລະບຽບກົດໝາຍ.

ສະແດງຄຳຄິດເຫັນ

ຂ່າວມາໃໝ່ 
ດວງ-Tou-Vientianepost (20)
ບໍລິສັດທາງລົດໄຟລາວ-ຈີນ ຈັດຊື້ລົດໄຟ EMU ເພີ່ມອີກຫນຶ່ງ 1 ຂະບວນເພື່ອຮອງຮັບຜູ້ໂດຍສານທີ່ເພີ່ມຂຶ້ນ
ek
ດວງລາຍວັນປະຈໍາວັນພະຫັດ ທີ 21 ກັນຍາ 2023
ດວງ-Tou-Vientianepost (17)
ແຈ້ງການ ຈາກກະຊວງສາທາລະນະສຸກ ພົບຜູ້ຕິດເຊື້ອພະຍາດໝາກສຸກລີງ Monkey Pox ກໍລະນີທຳອິດໃນລາວ
ດວງ-Tou-Vientianepost (14)
ທ່ານ ນາຍົກລັດຖະມົນຕີ ເຂົ້າຮ່ວມງານ ວາງສະແດງສິນຄ້າ ອາຊຽນ-ຈີນ ຄັ້ງທີ 20
ek
ດວງລາຍວັນປະຈໍາວັນພຸດ ທີ 20 ກັນຍາ 2023
ek
ດວງລາຍວັນປະຈໍາວັນຈັນ ທີ 18 ກັນຍາ 2023
ດວງ-Tou-Vientianepost (9)
ປະທານປະເທດ ສຳເລັດການ ເຂົ້າຮ່ວມກອງປະຊຸມສຸດຍອດປະມຸກລັດ ແລະ ຫົວໜ້າລັດຖະບານຂອງບັນດາປະເທດກຸ່ມ 77 ແລະ ຈີນ
ດວງ-Tou-Vientianepost (7)
ສອງນາຍົກລັດຖະມົນຕີ ລາວ-ຈີນ ພົບປະ ຢ່າງເປັນທາງການຢູ່ທີ່ ນະຄອນໜານໜິງ
ດວງ-Tou-Vientianepost (5)
ແຈ້ງໂຈະຊົ່ວຄາວ ໂຄງການພັດທະນາພະລັງງານລົມ,ແສງຕາເວັນ ແລະ ເຂື່ອນປ້ຳນ້ຳສູບເກັບ
ດວງ-Tou-Vientianepost (4)
ບໍລິສັດຍອດງື່ມ ພາວເວີ້ ເລີ່ມຈຳໜ່າຍນໍ້າມັນແອັດຊັງທຳມະດາ ທີ່ປຸງແຕ່ງເອງ ລາຄາຖືກກວ່ານໍ້າມັນແອັດຊັງທີ່ນຳເຂົ້າເຖິງ 930 ກີບ
ຢ່າລື່ມກົດຕິດຕາມ