ດວງລາຍວັນປະຈໍາວັນພະຫັດ ທີ 15 ມິຖຸນາ 2023

ຄົນເກີດວັນອາທິດ:ການ​ງານເກີດ​ການ​ເຈລະ​ຈາ​ຕໍ່​ລອງ​ແລ້ວ​ມີ​ໂອ​ກາດ​ທີ່​ຈະ​ໄດ້ຮັບ​ຕຳແໜ່ງ​ໃໝ່ ການ​ເງິນຈະ​ໄດ້​ພົບ​ຜູ້​ອຸປະຖຳ​ທາງ​ການ​ເງິນເຂົ້າມາໃຫ້ໃຊ້ຈ່າຍ ຄວາມ​ຮັກຍັງ​ບໍ່​ຕັດ​ສິນ​ໃຈ​ເລື່ອງ​ຄວາມ​ຮັກ​ເພາະ​ເກີດ​ບັນຫາ​ຮັກ​ຊ້ອນ​​ ເຄື່ອງມຸງຄຸນ  ສີນໍ້າຕານ ສີມຸງຄຸນ​ສີສົ້ມ ເລກ​ນຳ​ໂຊກ​1 ຄົນເກີດວັນຈັນ:ການ​ງານຜູ້​ທີ່​ມີ​ຕຳແໜ່ງ​ຢູ່​ອາດ​ໄດ້​ເລື່ອນ​ຂັ້ນ​ເລື່ອນ​ຕຳແໜ່ງໃນໄວໆນີ້ ການ​ເງິນ​ໃຊ້​ເງິນ​ທີ່​ມີ​ຢູ່​ໄປ​​ໃຊ້​ພາລະ​ໜີ້​ສິນ​ເກົ່າ ຈະເຮັດໃຫ້ທ່ານໄດ້ຮັບໂຊກ ຄວາມ​ຮັກ​ໄດ້​ພົບ​ຮັກ​ກັບ​ຄົນ​ຜິວ​ຂາວແຕກຕ່າງເລື່ອງຂອງອາຍຸ ເຄື່ອງມຸງຄຸນ​  ຄໍາຝຣັ່ງ ສີມຸງຄຸນສີດໍາ ເລກ​ນຳ​ໂຊກ​7 ຄົນເກີດວັນອັງຄານ:ການ​ງານ​ມີ​ການ​ເຈລະຈາ​ທຸລະກິດ​ແບບ​ລັບ​ໆ ບໍ່​ເປີດ​ເຜີຍ ຈະ​ເກີດ​ການ​ປ່ຽນ​ແປງ​ໄປ​ສູ່​ຄວາມ​ສຳ​ເລັດ ການ​ເງິນ​ຈະເສຍ​ເງິນ​ອອກ​ໄປ​ເປັນ​ຈຳນວນ​ຫຼາຍຕ້ອງລະວັງເລື່ອງລາຍຈ່າຍ ຄວາມ​ຮັກສະຖານະການ​ເປັນ​ແບບ​ບໍ່​ຄ່ອຍ​ມີ​ເວລາ​ໃຫ້​ກັບ​ຄົນ​ຮັກ ​ ​ເຄື່ອງມຸງຄຸນ​  ໄຂ່ມຸກ ສີມຸງຄຸນສີ​ແດງ ເລກ​ນຳ​ໂຊກ​6 ຄົນເກີດວັນພຸດ:ການ​ງານ​ ເຮັດ​ອາ​ຊີບ​ການ​ເຈລະ​ຈາ ເຮັດ​ອາ​ຊີບ​ນັກ​ວາງ​ແຜນ ຫຼື ​ໃຫ້​ຄຳ​ປຶກ​ສາ ຈະ​ເຮັດໃຫ້​ມີ​ຊື່​ສຽງ​ໂດ່ງ​ດັ່ງ ການ​ເງິນມື້​ນີ້​ໂຊ​ກດີ​ຈະ​ໄດ້​ເງິນເຂົ້າມາໃຫ້ໃຊ້ຈ່າຍຫຼາຍກວ່າປົກກະຕິຄວາມ​ຮັກຖ້າ​ບໍ່​ໃຊ້​ອາລົມ​ໃຈ​ຮ້ອນ​ຈະ​ສົມ​ຫວັງ​ເລື່ອງ​ຄວາມ​ຮັກ ເຄື່ອງມຸງຄຸນ​​ເງິນ ສີມຸງຄຸນສີບົວ ເລກ​ນຳ​ໂຊກ​1 ຄົນເກີດວັນພະຫັດ:ການ​ງານພົບ​​ການ​ປ່ຽນ​ແປງ​ຍົກ​ຍ້າຍ​ເລື່ອງຂອງວຽກງານ ການ​ເງິນຈະ​ຮັບ​ຊັບ​ໄດ້​ເງິນ​ກ້ອນ​ໃຫຍ່ເຂົ້າມາໃຫ້ໃຊ້ຈ່າຍ ແຕ່ຕ້ອງລະວັງເລື່ອງຂອງລາຍຈ່າຍ ຄວາມ​ຮັກອາດ​ຕົກ​ຢູ່ໃນ ສະຖານະການ​ຮັກ​ທີ່ມີອຸປະສັກຕ້ອງລະວັງເລື່ອງຂອງອາລົມ ເຄື່ອງມຸງຄຸນ​ເພັດສີແດງ ສີມຸງຄຸນສີເທົາ ເລກ​ນຳ​ໂຊກ​3 ຄົນເກີດວັນສຸກ:ການ​ງານ​ຕ້ອງ​ເດີນທາງ​ຕິດ​ຕໍ່​ງານ​ຫຼາຍ​ທີ່​ເກີດ​ຄວາມ​ສຳ​ເລັດ​ດີ ການ​ເງິນ​ມີ​ໂອ​ກາດ​ໄດ້ຮັບ​ເງິນ ແຕ່ກໍຕ້ອງໄດ້ຜ່ອນຊໍາລະໜີ້ສິນ ຄວາມ​ຮັກ​ຄວາມ​ສຳພັນ​ຢູ່ໃນ​ເກນ​ທີ່​ດີແຕ່ໃຫ້ລະວັງເລື່ອງຂອງປາກສຽງ ເຄື່ອງມຸງຄຸນ​​ເງິນ ສີມຸງຄຸນສີຟ້າ ເລກ​ນຳ​ໂຊກ​8 ຄົນເກີດວັນເສົາ:ການ​ງານເກີດ​ຄວາມ​ສຳ​ເລັດ​ທາງ​ດ້ານ​ທຸລະກິດຕ້ອງໃຫ້ລະວັງການເຈລະຈາ ການ​ເງິນຫາ​ເງິນ​ໄດ້​ເຂົ້າ​ມາ​ເລື້ອຍ​ໆ ຄວນເກັບເງິນໃຫ້ຫຼາຍໆ ຄວາມ​ຮັກມີ​ໂອ​ກາດ​ໄດ້​ພົບ​ຄົນທີ່​ມີ​ເຂົ້າມາໃຫ້ຮູ້ຈັກ ເຄື່ອງມຸງຄຸນ​ຫິນນໍາໂຊກສີແດງ ສີມຸງຄຸນສີຂຽວອ່ອນ ເລກ​ນຳ​ໂຊກ​4

ລາວ-ເຢຍລະມັນ ຮ່ວມມືໂຄງການປົກປັກຮັກສາໜັງສືໃບລານລາວ

ລາວ-ເຢຍລະມັນ ຮ່ວມມືໂຄງການປົກປັກຮັກສາໜັງສືໃບລານລາວຂອງຫໍສະໝຸດແຫ່ງຊາດ ເພື່ອອະນຸລັກໃຫ້ຄົງຢູ່ໄດ້ດົນນານ. ໃນວັນທີ 12 ມິຖຸນາ ຜ່ານມາ ໄດ້ຈັດກອງປະຊຸມສຳມະນາຄວາມສຳຄັນຂອງໜັງສືໃບລານ ແລະ ການປົກປັກຮັກສາໃຫ້ຍືນຍົງ ທີ່ວັດປ່າຜາໂອ ນະຄອນຫຼວງພະບາງ ແຂວງຫຼວງພະບາງ ໂດຍ ສາທຸ ອ່ອນແກ້ວ ກິດຕິພັດໂທ ໄດ້ກ່າວເປີດກອງປະຊຸມວ່າ: ໜັງສືຜູກໃບລານເປັນເອກະສານສຳຄັນ ເປັນມູນມໍລະດົກທາງພູມປັນຍາອັນຊົງຄຸນຄ່າທີ່ບັນພະບູລຸດ ຂອງເຮົາໄດ້ສັນສ້າງໄວ້ຕັ້ງແຕ່ສະຕະວັດທີ 16 ໃນໄລຍະປີ 1992 ເຖິງ 2002. ໜັງສືຜູກໃບລານຢູ່ບັນດາວັດ ໃນແຂວງຫຼວງພະບາງ ໄດ້ຮັບການສໍາຫຼວດ, ຂຶ້ນທະບຽນ, ທຳຄວາມສະອາດ, ປ່ຽນສາຍໜອງ ແລະ ປ່ຽນຜ້າໂດຍໂຄງການປົກປັກຮັກສາໜັງສືໃບລານລາວຂອງຫໍສະໝຸດແຫ່ງຊາດ ພາຍໃຕ້ການຮ່ວມມືທາງດ້ານວັດທະນະທຳ ລາວ-ເຢຍລະມັນ ໂດຍໄດ້ຮັບທຶນສະໜັບສະໜູນ ຈາກລັດຖະບານເຢຍລະມັນ. ປັດຈຸບັນ ເຫັນວ່າ ໜັງສືໃບລານເຖິງວ່າຈະເກັບໄວ້ໃນຕູ້, ໃນຫີບ ແຕ່ກໍຖືກປ່ອຍປະລະເລີຍ ຂາດການເອົາໃຈໃສ່ເບິ່ງແຍງຢ່າງເປັນປົກກະຕິ ເຮັດໃຫ້ໜັງສືໃບລານຕົກຢູ່ໃນອັນຕະລາຍ ເຊັ່ນ: ຖືກນໍ້າ, ຖືກໜູກັດ, ຖືກປວກກິນ ແລະ ອື່ນໆ. ໜັງສືໃບລານທີ່ຢູ່ໃນບາງວັດ ຖືກນໍ້າແຕ່ບໍ່ໄດ້ຮັບການເບິ່ງແຍງ ເຮັດໃຫ້ໃບລານຕິດກັນຈົນໃຊ້ການບໍ່ໄດ້, ຢູ່ບາງວັດ […]

ຫລາຍພາກສ່ວນ ຮ່ວມບໍລິຈາກເລືອດ ຊ່ວຍເຫລືອສັງຄົມ ສະຫລອງວັນບໍລິຈາກເລືອດໂລກ

ຂປລ. ອົງການກາແດງແຫ່ງຊາດລາວ ຈັດກິດຈະກຳຮັບບໍລິຈາກເລືອດ ເພື່ອສະເຫລີມສະ ຫລອງວັນຜູ້ບໍລິຈາກເລືອດໂລກ ໃນວັນທີ 14 ມິຖຸນາ 2023 ໂດຍມີຄະນະນໍາບັນດາກະຊວງ, ພະນັກງານ-ລັດຖະກອນ, ພະນັກງານ-ທະຫານ, ຕຳຫລວດ, ນັກຮຽນ-ນັກສຶກສາ ແລະ ມວນຊົນທົ່ວໄປໃນນະຄອນຫລວງວຽງຈັນ ເຂົ້າຮ່ວມບໍລິຈາກເລືອດດ້ວຍຄວາມສະໝັກໃຈ ເພື່ອຊ່ວຍ ເຫລືອສັງຄົມ ກໍຄື ຜູ້ປ່ວຍທີ່ມີຄວາມຕ້ອງການເລືອດ ເປັນຕົ້ນ ແມ່ຍິງ ທີ່ໄດ້ຮັບຜົນກະທົບຈາກການເກີດລູກ, ເດັກນ້ອຍທີ່ເປັນພະຍາດເລືອດຈາງຂັ້ນຮ້າຍແຮງ, ຈາກພະຍາດໄຂ້ມາຣາເລຍ (Malaria), ໄຂ້ເລືອດອອກ, ຜູ້ໄດ້ຮັບຜົນກະທົບຈາກອຸບັດເຫດພາວະສຸກເສີນ, ລວມເຖິງການຜ່າ ຕັດຊະນິດຕ່າງໆ, ຄາດວ່າ ການຮັບບໍລິຈາກເລືອດໃນຄັ້ງນີ້, ຈະໄດ້ຮັບເລືອດຫລາຍກວ່າ 500 ຖົງ. ທ່ານ ພູທອນ ເມືອງປາກ ປະທານອົງການກາແດງແຫ່ງຊາດລາວ, ຮອງປະທານ ຄະນະກໍາມະການ ສົ່ງເສີມການບໍລິຈາກເລືອດ-ສົ່ງເລືອດແຫ່ງຊາດ ໄດ້ກ່າວວ່າ: ວັນທີ 14 ມິຖຸນາ ຂອງທຸກໆປີ ແມ່ນວັນຜູ້ບໍລິຈາກເລືອດໂລກ (World Blood Donor Day) ເຊິ່ງຢູ່ປະເທດຕ່າງໆໃນທົ່ວໂລກ ກໍໄດ້ພ້ອມກັນຈັດຕັ້ງສະເຫລີມສະຫລອງ […]

ໄທຈັບແກ້ງຄ້າຢາ ທີ່ໜີຂ້າມມາຈາກຝັ່ງລາວ

ເຈົ້າໜ້າທີ່ຝັ່ງລາວປະສານກັບຝັ່ງໄທເພື່ອຈັບກຸມແກ້ງຄ້າຢາເສບຕິດທີ່ຍິງກັນເຈັບ ກ່ອນທີ່ຈະນັ່ງເຮືອໜີຂ້າມນ້ຳຂອງເຂົ້າມາໂຮງໝໍຢູ່ຊຽງລາຍ ປະເທດໄທ ພ້ອມກຽມສົ່ງໂຕຜູ້ຖືກຫາໃຫ້ແກ່ເຈົ້າໜ້າທີ່ຝັ່ງລາວຢູ່ແຂວງບໍ່ແກ້ວ. ເຈົ້າໜ້າທີ່ຊາຍແດນລາວ-ໄທ ທາງດ້ານ ແຂວງຊຽງລາຍ ປະເທດໄທ ໄດ້ລາຍງານວ່າ: ພາຍຫຼັງເກີດເຫດຕໍ່ສູ້ກັນຂອງກຸ່ມໃດໜຶ່ງໃນເຂດເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ກົງກັນຂ້າມກັບ ເມືອງຊຽງແສນ ແຂວງຊຽງລາຍ ປະເທດໄທ ໃນຊ່ວງອາທິດກ່ອນນີ້ ໄດ້ມີຊາຍ 1 ຄົນ ເຊິ່ງຖືກຍິງຈົນໄດ້ຮັບບາດເຈັບສາຫັດ ແລ້ວນັ່ງເຮືອໜີຂ້າມນ້ຳຂອງມາຮັກສາຢູ່ໂຮງໝໍຊຽງແສນ ແລະ ຫຼ້າສຸດຖືກສົ່ງຕົວໄປຮັກສາຢູ່ໂຮງໝໍຊຽງລາຍ. ທັ້ງນີ້ ຜູ້ບາດເຈັບຊື່ ທາ້ວ ໄຊ ແຊ່ຫວ່າງ ອາຍຸ 28 ປີ ທີ່ຢູ່ເມືອງຕົ້ນເຜິ້ງ ຖືກຍິງເຂົ້າລຳຄໍ ເຊິ່ງໝໍໄດ້ຮັກສາຕາມຫຼັກສິດທິມະນຸດ ຂະນະທີ່ທ້າວ ໄຊ ແຈ້ງກັບເຈົ້າໜ້າທີ່ເບື້ອງຕົ້ນວ່າ ຫຼັງຈາກທີ່ໄປດື່ມເຫຼົ້າມາແລ້ວ ຂະນະກັບບ້ານກໍຖືກຄົນລັດຍິງ ແລະ ຫຼັງຈາກເກີດເຫດ ໄດ້ມີໝູ່ 2 ຄົນ ພານັ່ງເຮືອຂ້າມມາຮັກສາຢູ່ຝັ່ງໄທຢ່າງຮີບດ່ວນ. ຢ່າງໃດກໍຕາມ ຕໍ່ມາ ເຈົ້າໜ້າທີ່ແຂວງບໍ່ແກ້ວ ໄດ້ມີໜັງສືເຖິງສ່ວນງານປະຈຳເຂດຊາຍແດນລາວ-ໄທ ຢູ່ພາກເໜືອຂອງໄທ ເພື່ອຂໍໃຫ້ຕິດຕາມເປົ້າໝາຍຢາເສບຕິດ ຄື ທາ້ວ ໄຊ ແຊ່ຫວ່າງ, […]

ດວງລາຍວັນປະຈໍາວັນພຸດ ທີ 14 ມິຖຸນາ 2023

ຄົນເກີດວັນອາທິດ:ການ​ງານໄລຍະນີ້​ຄວນ​ເຮັດວຽກ​ແບບ​ສາຍ​ດ່ຽວ​ຈຶ່ງ​ຈະ​ສຳ​ເລັດໃນສິ່ງທີ່ຫວັງ ການ​ເງິນມີ​ໂຊກ​ຈະ​ໄດ້​ເງິນ​ເຂົ້າ​ມາ​ຢ່າງ​ຕໍ່​ເນື່ອງໃນໄລຍະນີ້ ຄວາມ​ຮັກຈະ​ພົບ​ຄົນ​ຜິວ​ຂາວ ເກັ່ງ ມີ​ຄວາມ​ສາມາດ ເຂົ້າມາໃນໄລຍະນີ້ ເຄື່ອງມຸງຄຸນແຫວນຄໍາ ສີມຸງຄຸນ​ສິດໍາ ເລກ​ນຳ​ໂຊກ​4 ຄົນເກີດວັນຈັນ:ການ​ງານສາມາດ​ສ້າງ​ຄວາມ​ສຳເລັດ​ໃຫ້​ຕົນເອງ​ໄດ້​ດີ ການ​ເງິນດວງດີ​ຂຶ້ນ​ຫລາຍ​ຈະ​ໄດ້ຮັບ​ຊັບທາງດ້ານການເງິນ ຄວາມ​ຮັກ ​ມີ​ໂອ​ກາດ​ພົບ​ຄົົນທີ່​ມີ​ສະເໜ່​ນິ​ໄສ​ດີ ເຂົ້າກັບທ່ານໄດ້ເລີຍ ເຄື່ອງມຸງຄຸນ​ຫິນນໍາໂຊກສີແດງ ສີມຸງຄຸນສີແດງ ເລກ​ນຳ​ໂຊກ​0 ຄົນເກີດວັນອັງຄານ:ການ​ງານເຮັດວຽກ​ດ້ານ​ເປັນ​ທີ່​ປຶກ​ສາ​ ຫຼື ​ດ້ານ​ທຸລະກິດ​ຈະ​ເຮັດໃຫ້​ຮຸ່ງ​ເຮືອງ ການ​ເງິນຈະ​ໄດ້​ເງິນ​ກ້ອນ​ໃຫຍ່​ຈາກ​ຄວາມ​ສາມາດ​ຂອງ​ຕົນເອງ ຄວາມ​ຮັກຮູ້ສຶກ​ເກີດ​ຄວາມ​ກັງ​ວົນ​ໃຈ​ດ້ານ​ຄວາມ​ຮັກ ເຄື່ອງມຸງຄຸນ​  ​ໄຂ່ມຸກ ສີມຸງຄຸນສີ​ເຫຼືອງ ເລກ​ນຳ​ໂຊກ​9 ຄົນເກີດວັນພຸດ:ການ​ງານ​ຖ້າຢາກ​ຈະ​ປ່ຽນ​ວຽກງານ​ໃນ​ໄລຍະນີ້​ຈະ​ໄດ້​ງານ​ໃໝ່​ຢ່າງ​ວ່ອງໄວ ການ​ເງິນຈະ​ໃຊ້​ເງິນ​ເຂົ້າມາ​ຫລາຍກວ່າ​ປົກກະຕິ ຈະມີຜູ້ຊ່ວຍອຸປະຖໍາ​ ຄວາມ​ຮັກຈະ​ເກີດ​ເລື່ອງ​ຂັດ​ແຍ້ງ​ກັບ​ຄົນ​ຮັກ ທ່ານບໍ່ຄວນເປັນຄົນໃຈຮ້ອນ ເຄື່ອງມຸງຄຸນ​​ຫິນນໍາໂຊກສີບົວ ສີມຸງຄຸນສີນໍ້າຕານ ເລກ​ນຳ​ໂຊກ​3 ຄົນເກີດວັນພະຫັດ:ການ​ງານ​ເຮັດ​ທຸລະກິດ​ດ້ານ​ການ​ຄ້າ​ອາຫານ ທຸລະກິດ​ດ້ານ​ຂາຍ​ເຄື່ອງ​ກິ໊​ບ​ຊ໋ອບ​ຈະ​ໄດ້​ກຳ​ໄລດີ ການ​ເງິນ​​​ມື້​ນີ້​ມີ​ໂຊ​ກດີ​ດ້ານ​ການ​ເງິນ ຄວາມປະຢັດລາຍຈ່າຍໃຫ້ຫຼາຍ ຄວາມ​ຮັກຖ້າມີ​ການເດີນທາງ​ມີ​ໂອ​ກາດ​ທີ່​ຈະ​ໄປ​ພົບ​​ຄົົນທີ່​ມີ​ສະເໜ່ໜ້າ​ຫຼົງ​ໃຫຼ ແລະ ເຂົ້າກັບທ່ານໄດ້ເປັນຢ່າງດີ ເຄື່ອງມຸງຄຸນ​​​ເງິນ ສີມຸງຄຸນສີ​ດໍາ ເລກ​ນຳ​ໂຊກ​1 ຄົນເກີດວັນສຸກ:ການ​ງານ​ເຮັດ​ທຸລະກິດ​ດ້ານ​ການ​ຄ້າ​ອຸປະກອນ​ເຄື່ອງ​ຄົວ​ຈະ​ມີຍ​ອດ​ຂາຍ​ເພີ່ມ ການ​ເງິນ​ຫາ​ໄດ້​ຫລາຍ​ຂຶ້ນ​ຈາກ​ຄວາມ​ສາມາດ​ຂອງ​ຕົນເອງ ແລະ ຈະມີເງິນເກັບ ຄວາມ​ຮັກ​ຈະ​ພົບ​ຄົົນທີ່​ມີ​ລັກສະນະ​ໃຈ​ດີ ລາວຈະມີ​ຊື່​ສຽງ​ໃນວົງການ​ຂອງ​ລາວ ເຄື່ອງມຸງຄຸນ​​ແຫວນຄໍາ ສີມຸງຄຸນສີຂາວ ເລກ​ນຳ​ໂຊກ​8 ຄົນເກີດວັນເສົາ:ການ​ງານມີ​ໂອ​ກາດ​ປັບ​ປ່ຽນ​ກົນ​ລະຍຸດ​ໃນ​ການ​ເຮັດ​ວຽກງານ​ແລ້ວ​ຈະ​ເກີດ​ຄວາມ​ສຳ​ເລັດ ການ​ເງິນ​ຈະ​ພົບ​ຜູ້​ອຸປະຖຳ​ດ້ານ​ການ​ເງິນ […]

ຂົວຂ້າມແມ່ນ້ຳຂອງມິດ ຕະພາບ ລາວ-ໄທ ແຫ່ງທີ 5 (ບໍລິຄຳໄຊ-ບຶງການ) ສຳເລັດ 70%

ໂຄງການກໍ່ສ້າງ ຂົວຂ້າມແມ່ນ້ຳຂອງມິດ ຕະພາບ ລາວ-ໄທ ແຫ່ງທີ 5 (ບໍລິຄຳໄຊ-ບຶງການ) ສຳເລັດ 70% ຄາດວ່າຈະໃຫ້ໄດ້ເປີດນໍ້າໃຊ້ໃນຕົ້ນປີ 2024. ໃນວັນທີ 12 ມິຖຸນາ 2023, ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ພ້ອມຄະນະ ໄດ້ລົງຢ້ຽມຢາມໂຄງການກໍ່ສ້າງ ຂົວຂ້າມແມ່ນ້ຳຂອງມິດ ຕະພາບ ລາວ-ໄທ ແຫ່ງທີ 5 (ບໍລິຄຳໄຊ-ບຶງການ), ມີທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງ ບໍລິຄຳໄຊ ແລະ ຕາງຫນ້າຈາກຂະແໜງການທີ່ກ່ຽວຂ້ອງຮ່ວມ. ທ່ານ ໄລທອງ ພົມມະວົງ ຫົວໜ້າໂຄງການກໍ່ສ້າງ ຂົວຂ້າມແມ່ນ້ຳຂອງມິດຕະພາບ ລາວ-ໄທ ແຫ່ງທີ 5 (ບໍລິຄຳໄຊ-ບຶງການ)ຝ່າຍລາວ ໄດ້ລາຍງານສະພາບໂດຍລວມຕະຫຼອດ ໃຫ້ທ່ານຮອງນາຍົກລັດຖະມົນຕີ ໄດ້ຮັບຊາບກ່ຽວກັບຄວາມຄືບຫນ້າຂອງໂຄງການ, ທັງຍົກໃຫ້ເຫັນຂໍ້ສະດວກ, ຂໍ້ຫຍຸ້ງຍາກ. ຂົວແຫ່ງນີ້ ໄດ້ເລີ່ມສຶກສາຄວາມເປັນໄປໄດ້, ພ້ອມທັງມີການສຳຫຼວດ, ອອກແບບ ແຕ່ປີ 2014 ສຳເລັດ […]

ປກສ ເມືອງໂພນໂຮງ ແຈ້ງຫາເຈົ້າຂອງລົດຈັກ 5 ຄັນ ໃຫ້ເຂົ້າມາພົວພັນ ຖ້າກາຍ 30 ວັນຖືວ່າສະຫຼະສິດ

ວັນທີ 9 ມິຖຸນາ 2023 ຜ່ານມາ, ກອງບັນຊາການ ປກສ ເມືອງ ໂພນໂຮງ ແຈ້ງການເຖິງ ພະນັກງານທະຫານ- ຕໍາຫຼວດພໍ່ຄ້າຊາວຂາຍ ຕະຫລອດຮອດພໍ່ແມ່ປະຊາຊົນບັນດາເຜົ່າຊາບທົ່ວເຖິງກັນວ່າ : ປັດຈຸບັນນີ້ເຈົ້າໜ້າທີ່ກອງ ບັນຊາການ ປກສ ເມືອງ ໂພນໂຮງ ໄດ້ກວດກາ ແລະ ເກັບກູ້ລົດຈັກ ຈໍານວນ 5 ຄັນ ລະອຽດຄື : ລົດ ຈັກ ຍີ່ຫໍ້ ຮອນດ້າ ສີ ແດງ ເລກຈັກ HA 15 E-2042846 ເລກຖັງ RP2HA1500HCO42846 ບໍ່ຕິດປ້າທະບຽນ. ລົດ ຈັກ ຍີ່ຫໍ້ ຮອນດ້າ ສີແດງດໍາ ເລກຈັກ 15 HA E-2046952 ເລກຖັງ RP2HA1500HC046952 ບໍ່ຕິດປ້າຍທະບຽນ. ລົດ ຈັກ ຍີ່ຫໍ້ […]

ດວງລາຍວັນປະຈໍາວັນຄານ ທີ 13 ມິຖຸນາ 2023

ຄົນເກີດວັນອາທິດ:ການ​ງານຕິດ​ຕໍ່​ລູກ​ຄ້າ ຫລື​ ເດິນທາງ​ຕິດ​ຕໍ່​ວຽກງານ​ໃໝ່ ກໍ​ມີ​ໂອ​ກາດ​ປະ​ສົບ​ຄວາມ​ສຳ​ເລັດ ການ​ເງິນລະ​ວັງ​ເຂົ້າ​ສູ່​ສະພາ​ວະ​ທີ່​ຕ້ອງ​ໃຊ້​ເງິນ​ໃນ​ອະນາຄົດ ເບີກ​ເງິນ​ໃນ​ອະນາຄົດ​ອອກ​ມາ​ໃຊ້ ຫລື​ຢືມເງິນຈາກທະນາ​ຄານ ກົດ​ບັດ​​ເຄຣ​ດິດ​ມາ​ໃຊ້​ຈ່າຍ ຄວາມ​ຮັກສະຖານນະການ​ດ້ານ​ຄວາມ​ຮັກ​ຍັງ​ຢູ່ໃນ​ເກນ​ຊົງ​ຕົວ​ບໍ່​ມີ​ເຫດການ​ໃດ​ໆ ປ່ຽນ​ແປງ​ປານໃດ ເຄື່ອງມຸງຄຸນ ໄຂ່ມຸກ ສີມຸງຄຸນ​ສີດໍາ ເລກ​ນຳ​ໂຊກ​6 ຄົນເກີດວັນຈັນ:ການ​ງານຊ່ວງ​ນີ້​ຈະ​ພົບ​​ຄອນ​ເນັກ​ຊັ່ນ​ເພີ່ມເຕິມ​ໃນ​ເລື່ອງ​ຂອງ​ທຸລະກິດຈະການ​ງານ​ທີ່​ຈະ​ໄດ້​ຮູ້​ຈັກ​ລູກ​ຄ້າ​ຫລາຍ​ຂຶ້ນ ການ​ເງິນລາຍ​ຈ່າຍ​ມີ​ຫລາຍ ລະ​ວັງ​ຢູ່ໃນ​ສະພາ​ວະ​ເກືອບ​ໜ້າ​ບໍ່​ເຖິງ​ຫຼັງ ໝຸນ​ເງິນ​ບໍ່​ທັນ​ໃຊ້ ຄວາມ​ຮັກເບິ່ງ​ຄື​ວ່າ​ຢາກ​ໃຊ້​ຊີວິດ​ແບບ​ເປັນ​ອິດສະຫລະ​ຫລາຍກວ່າ ເພາະ​ຕອນ​ນີ້​ກຳ​ລັງ​ມີ​ຄວາມ​ສຸກ​ດີ​ຂຶ້ນ ເຄື່ອງມຸງຄຸນ​ຫີນນໍາໂຊກສີແດງ ສີມຸງຄຸນສີສົ້ມ ເລກ​ນຳ​ໂຊກ​6 ຄົນເກີດວັນອັງຄານ:ການ​ງານມີ​ໂອ​ກາດ​ປ່ຽນ​ແປງ​ຍົກ​ຍ້າຍວຽກ​ງານ ເດີນທາງ​ຕິດ​ຕໍ່​ງານ​ເກີດ​ຄວາມ​ສຳ​ເລັດ​ກໍ​ເປັນ​ໄປ​ໄດ້ ການ​ເງິນມີ​ລາຍ​ຈ່າຍ​ອອກ​ໄປ​ຕະຫລອດ​ໃນ​ຊ່ວງ​ນີ້ ບໍ່​ສາມາດ​ຫຼີກ​ລ້ຽງ​ລາຍ​ຈ່າຍ​ໃດ​ໆ ໄດ້​ເລີຍ ຄວາມ​ຮັກຍັງ​ບໍ່​ລົງ​ຕົວ​ໃນ​ເລື່ອງ​ຄວາມ​ສຳພັນ​ດ້ານ​ຄວາມ​ຮັກ ລະ​ວັງ​ການ​ຂັດ​ແຍ້ງ ແຕກ​ແກກ ເລີກ​ລາ​ກັບ​ຄົນ​ຮັກ ເຄື່ອງມຸງຄຸນ​  ​ເພັດສີດໍາ ສີມຸງຄຸນສີ​ສົ້ມ ເລກ​ນຳ​ໂຊກ​2 ຄົນເກີດວັນພຸດ:ການ​ງານໃຊ້​ຄວາມ​ສະຫລາດ​ໃນ​ການ​ແກ້​ບັນຫາ​ການ​ງານ​ທີ່​​ຊ້າ​ໃຫ້​ປະ​ສົບ​ຄວາມ​ສຳ​ເລັດ​ໄດ້ ການ​ເງິນຈະ​ໄດ້​ເງິນ​ເຂົ້າ​ມາ​ຢ່າງ​ຕໍ່​ເນື່ອງ ປະ​ສົບ​ຄວາມ​ສຳ​ເລັດ​ທາງ​ດ້ານ​ການ​ເງິນ ຄວາມ​ຮັກ​​ ຈະ​ພົບ​ຮັກ​ກັບ​ຄົົນທີ່​ເກັ່ງ​ຫລາຍ​ໆ ແບບ​ບໍ່ທັນຕັ້ງໂຕ ທ່ານ​ເປັນ​ຄົົນທີ່​ມີ​ນິ​ໄສທີ່​ບໍ່​ຄື​ໃຜ ເຄື່ອງມຸງຄຸນ​​ຫີນນໍາໂຊກສີແດງ ສີມຸງຄຸນສີເຫຼືອງ ເລກ​ນຳ​ໂຊກ​1 ຄົນເກີດວັນພະຫັດ:ການ​ງານຈະ​ເຮັດ​ທຸ​ກິດຈະການ​ງານ​ສິ່ງ​ໃດ​ຕ້ອງ​ເກັບ​ຂໍ້​ມູນ​ໃຫ້​ຊັດເຈນ​ເສຍ​ກ່ອນ​ແລ້ວ​ຄ່ອຍ​ລົງ​ທຸ​ນເຮັດ​ທຸລະກິດ ຈຶ່ງ​ຈະ​ເກີດ​ຄວາມ​ສຳ​ເລັດ​ໄດ້​ ການ​ເງິນມີ​ທັງ​ຮັບ​ທັງ​ຈ່າຍ​ສະ​ລັບ​ກັນ​ໄປ​ໃນ​ຊ່ວງ​ນີ້ ບໍ່​ສາມາດ​ຫຼີກ​ລ້ຽງ​ລາຍ​ຈ່າຍ​ໃດ​ໆ ໄດ້​ເລີຍ ຄວາມ​ຮັກຍັງ​ບໍ່​ໂດດ​ເດັ່ນ​ກັບ​ສະຖານນະການ​ດ້ານ​ຄວາມ​ຮັກ​ໃນ​ຊ່ວງ​ນີ້ ຍັງ​ເປັນ​ການ​ເບິ່ງ​ໆ ກັນ​ໄປ​ກ່ອນ ເຄື່ອງມຸງຄຸນ​ຫີນນໍາໂຊກສີສົ້ມ […]

ຂົວ 4 ແຫ່ງ ຢູ່ເມືອງໄຊບູລີ ກໍ່ສ້າງສໍາເລັດແລ້ວ 70 %

ໃນຕອນບ່າຍຂອງວັນທີ 8 ມິຖຸນາ 2023 ນີ້ ທ່ານ ສີວິໄລ ອິນທະລືໄຊ ຮອງເຈົ້າເມືອງ ໄຊບູລີຜູ້ຊີ້ນໍາວຽກງານເສດຖະກິດ ພ້ອມດ້ວຍ ຄະນະກໍາມະການ ຈັດຊື້-ຈັດຈ້າງ ແລະ ຕິດ ຕາມໂຄງການ ຂັ້ນເມືອງ ໄດ້ລົງເຄື່ອນໄຫວ ຕິດຕາມ ຄວາມຄືບໜ້າຂອງໂຄງການກໍ່ສ້າງ ຂົວ 4 ແຫ່ງ ຕາມ ເສັ້ນທາງ PR 6308 ແຕ່ສາມແຍກທາງເລກທີ 13 ໃຕ້ບ້ານມະນີລາດ ເມືອງໄຊບູລີ ຫາເຂດແດນເຊື່ອມຕໍ່ກັບເມືອງອາດສະພອນ ແຂວງສະຫວັນນະເຂດ. ທ່ານ ວັນໄຊ ສີປັດໃຈ ຫົວໜ້າຫ້ອງການ ໂຍທາທິການ ແລະ ຂົນສົ່ງເມືອງໄຊບູລີ ໃຫ້ຮູ້ວ່າ: ຂົວ 4 ແຫ່ງທີ່ພວມກໍາລັງດໍາເນີນການກໍ່ສ້າງໃນຄັ້ງນີ້ມີຄື: ຂົວຫ້ວຍຂົວ, ຂົວຫ້ວຍຍາງ,ຂົວຫ້ວຍໂຈະໂກ ແລະ ຂົວຫ້ວຍບົງ ,ຂົວດັງກ່າວໄດ້ເລີ່ມລົງມືກໍ່ສ້າງມາແຕ່ ກາງເດືອນ ມີນາ ປີ 2023 ໂດຍນໍາໃຊ້ງົບປະມານຮ່ວງ ເງິນເກີນແຜນ […]

ຄວາມຈິງຖືກເປີດເຜີຍ ເມື່ອຊ່າງຖ່າຍຮູບສາວຍ່າງຊັອບປິ້ງ ສຸດທ້າຍກາຍເປັນຫຼັກຖານສຳຄັນ

ນຶ່ງ​ໃນ​ຄລິບດັງທີ່​ຖືກກ່າວ​ຖືກ​​ລົງ​ໃນ​ Douyin. ໂຊຊ້ຽວຂອງຈີນ ເປັນຄລິບຂອງຊ່າງພາບທີ່ມັກຖ່າຍຕາມຖະຫນົນ. ຜູ້ທີ່ຖ່າຍ clip ຂອງແມ່ຍິງຄົນໜຶ່ງທີ່ສວຍງາມແລະເປັນທີ່ຕາຈັບຂອງໃຜຫຼາຍຄົນທີ່ຂະນະຍ່າງ ຍ່າງຈັບມືກັບຊາຍໄວກາງຄົນ ແລະຊັອບປິ້ງໃນເຂດການຄ້າຊື່ດັງແຫ່ງໜຶ່ງ ເຊິ່ງຊ່າງພາບຖ່າຍເພາະຜູ້ຍິງຄົນນັ້ນງາມ, ຮູບຮ່າງດີ, ເປັນຕາຈັບໃຈ ແລະ ມີຈຸດປະສົງພຽງແຕ່ຢາກຖ່າຍເປັນຄລິບທີ່ຊື່ນຊົມຄວາມງາມຂອງຜູ້ຍິງຄົນນີ້ເທົ່ານັ້ນ. ແຕ່​ພໍ clip ກາຍເປັນທີ່ຮືຮາກັບກາຍເປັນຫຼັກຖານທີ່ສໍາຄັນ ເມື່ອມີຖືກຄົນຄົ້ນພົບວ່າ ຜູ້ຊາຍຍ່າງຈັບມືກັບນາງ ແມ່ນຜູ້ບໍລິຫານລະດັບສູງ ຕຳແໜ່ງກຳມະການບໍລິຫານ ແລະຍັງເປັນເລຂາທິການຂອງຄະນະກໍາມະການຂອງພັກການເມືອງທີ່ມີຊື່ສຽງ ແລະຍັງດຳລົງຕຳແໜ່ງຜູ້ຈັດການທົ່ວໄປຂອງບໍລິສັດພະລັງງານທີ່ໃຫຍ່ທີ່ສຸດຂອງປະເທດ. ເຊິ່ງແນ່ນອນ ຜູ້​ຊາຍ​ຄົນ​ນີ້​ໄດ້​ແຕ່ງ​ງານ​ແລະ​ມີ​ເມຍ​ແລ້ວ. แหล่งข่าววงในยังแฉอีกว่า หญิงในคลิปที่เดินจูงมือกับเขา น่าจะมีความสัมพันธ์เป็น ภรรยาลับๆ ของผู้บริหารรายนี้ และที่แซ่บกว่านั้นคือ เธอยังทำงานที่เดียวกับภรรยาของฝ่ายชายอีกด้วย ແຫຼ່ງຂ່າວພາຍໃນຍັງເປີດເຜີຍວ່າ ຜູ້ຍິງໃນຄລິບໄດ້ຍ່າງຈັບມືກັບລາວ. ແລະຄວາມສໍາພັນໜ້າຈະເປັນພັນລະຍາລັບໆຂອງຜູ້ບໍລິຫານຄົນນີ້. ແລະສິ່ງທີ່ແຊບໄປກວ່ານັ້ນແມ່ນ ນາງຍັງເຮັດວຽກຢູ່ບ່ອນດຽວກັນກັບພັນລະຍາຂອງຜູ້ຊາຍຄົນນີ້.