ດວງ-Tou-Vientianepost (64)
ຂົວ 4 ແຫ່ງ ຢູ່ເມືອງໄຊບູລີ ກໍ່ສ້າງສໍາເລັດແລ້ວ 70 %
ຮຽບຮຽງໂດຍ:Staff
ເຜີຍແຜ່: 12 June, 2023
ໝວດ: ຂ່າວ

ໃນຕອນບ່າຍຂອງວັນທີ 8 ມິຖຸນາ 2023 ນີ້ ທ່ານ ສີວິໄລ ອິນທະລືໄຊ ຮອງເຈົ້າເມືອງ ໄຊບູລີຜູ້ຊີ້ນໍາວຽກງານເສດຖະກິດ ພ້ອມດ້ວຍ ຄະນະກໍາມະການ ຈັດຊື້-ຈັດຈ້າງ ແລະ ຕິດ ຕາມໂຄງການ ຂັ້ນເມືອງ ໄດ້ລົງເຄື່ອນໄຫວ ຕິດຕາມ ຄວາມຄືບໜ້າຂອງໂຄງການກໍ່ສ້າງ ຂົວ 4 ແຫ່ງ ຕາມ ເສັ້ນທາງ PR 6308 ແຕ່ສາມແຍກທາງເລກທີ 13 ໃຕ້ບ້ານມະນີລາດ ເມືອງໄຊບູລີ ຫາເຂດແດນເຊື່ອມຕໍ່ກັບເມືອງອາດສະພອນ ແຂວງສະຫວັນນະເຂດ.

ທ່ານ ວັນໄຊ ສີປັດໃຈ ຫົວໜ້າຫ້ອງການ ໂຍທາທິການ ແລະ ຂົນສົ່ງເມືອງໄຊບູລີ ໃຫ້ຮູ້ວ່າ: ຂົວ 4 ແຫ່ງທີ່ພວມກໍາລັງດໍາເນີນການກໍ່ສ້າງໃນຄັ້ງນີ້ມີຄື: ຂົວຫ້ວຍຂົວ, ຂົວຫ້ວຍຍາງ,ຂົວຫ້ວຍໂຈະໂກ ແລະ ຂົວຫ້ວຍບົງ ,ຂົວດັງກ່າວໄດ້ເລີ່ມລົງມືກໍ່ສ້າງມາແຕ່ ກາງເດືອນ ມີນາ ປີ 2023 ໂດຍນໍາໃຊ້ງົບປະມານຮ່ວງ ເງິນເກີນແຜນ ຂອງແຂວງສະຫວັນນະເຂດ ປີ 2022 ທັງໝົດ 2 ຕື້ 800 ລ້ານກີບ. ຂົວທັງໝົດນີ້ ເປັນຂົວທີ່ສ້າງດ້ວຍເບຕົງເສີມເຫຼັກ ແລະ ໄມ້ ສາມາດຮອງຮັບນໍ້າໜັກໄດ້ 3-4 ໂຕນ. ເຊິ່ງບໍລິສັດ ດວງວິໄລຄໍາ ກໍ່ສ້າງຄົບວົງຈອນ ຈໍາກັດຜູ້ດຽວເປັນຜູ້ຮັບເໝົາກໍ່ສ້າງ. ມາຮອດປະຈຸບັນນີ້ກໍ່ສ້າງສໍາເລັດແລ້ວ 70 % ແລະ ຄາດວ່າຈະສໍາເລັດ 100% ໃນທ້າຍເດືອນ ສິງຫາ ປີ 2023 ນີ້.

ຂ່າວ​ແຂວງສະຫວັນນະເຂດ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Thursday, 17 July, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,417
21,692
thailand (1)
THB
659.53
669.69
european-union
EUR
23,934
24,413
china
CNY
2,909
2,967
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-07-17T104559.345
ງານລ້ຽງສະເຫຼີມສະຫຼອງ ສາຍພົວພັນການທູດ ລາວ-ຟີລິບປິນ ຄົບຮອບ 70 ປີ ແລະ ວັນຊາດ ຟີລິບປິນ ຄົບຮອບ 127 ປີ ທີ່ ນະຄອນຫຼວງວຽງຈັນ
_cover - 2025-07-17T105822.123
ທຣຳກົດດັນຈີນຈະ"ປະຫານຊີວິດ" ຜູ້ຜະລິດສານເຟັນທານິລ ເພື່ອເປັນການລົງໂທດຈີນໃນການສົ່ງຢາໂຕນີ້ເຂົ້າມາໃນປະເທດ
_cover - 2025-07-17T103120.864
ເກົາຫຼີໃຕ້ "ແຈກເງິນປະຊາຊົນ" 150,000 ວອນ ກະຕຸ້ນເສດຖະກິດ ແຈກແນວໃດ? ຄົນຕ່າງປະເທດກໍມີສິດໄດ້ຮັບເງິນນຳ
site cover1 (53)
Nvidia ແລະ AMD ກະກຽມກັບຄືນມາສົ່ງຊິບ AI ໄປຈີນອີກຄັ້ງ
pele - 2025-07-17T094853.382
ສາທາລະນະສຸກເມືອງຕະໂອ້ຍ ກວດພົບສິນຄ້າໝົດອາຍຸ ແລະ ເສື່ອມຄຸນະພາບ 866 ລາຍການ
_cover - 2025-07-17T094542.789
ເງິນເຟີ້ສະຫະລັດເພີ່ມຂຶ້ນສູງຮັບພາສີທຣຳ ເພີ່ມໂອກາດໃຫ້ທະນາຄານກາງສະຫະລັດ (ເຟດ) ຍັງຄົງອັດຕາດອກເບ້ຍໃນລະດັບສູງ
site cover1 - 1
ທີມຊາດລາວ ສະເໝີກັບ​ ທີມຊາດກຳປູເຈຍ 1-1 ໃນການແຂ່ງຂັນ​ກິລາ​ບານເຕະ​ຊາຍ​ ຮຸ່ນ​ອາຍຸ​ບໍ່ເກີນ​ 23​ ປີ​ ຊິງ​ແຊ້ມ​ອາຊຽນ​ 2025​ ທີ່ອິນໂດເນເຊຍ.
_cover - 2025-07-16T161824.806
ຮື້ປ້າຍທີ່ບໍ່ຖືກລະບຽບ ແລະ ມ້າງເທີບເງີບ ທີ່ກວມທາງສາທາລະນະ ເຂດຖະໜົນອາຊຽນ ເສັ້ນທາງ T2 ບ້ານອຸບມຸງ, ເມືອງສີໂຄດຕະບອງ
_cover - 2025-07-16T152852.893
ລັດຖະມົນຕີປະເທດຄິວບາລາອອກ ຫຼັງກ່າວວ່າປະເທດບໍ່ມີຂໍທານ ເພາະຄົນທີ່ຄົ້ນຂີ້ເຫຍື້ອກໍ່ເຮັດເຊັ່ນນັ້ນເພາະເລືອກທີ່ຈະຫາ "ເງິນງ່າຍໆ"
_cover - 2025-07-16T144745.125
ຈີນເປີດໂຕລົດໄຟຄວາມໄວສູງ "Maglev" ຄວາມໄວ 600 ກິໂລແມັດຕໍ່ຊົ່ວໂມງ ອາດຈະເປັນລົດໄຟທີ່ໄວທີ່ສຸດໃນໂລກ
ຢ່າລື່ມກົດຕິດຕາມ