ດວງລາຍວັນປະຈໍາວັນພະຫັດ ທີ 25 ພຶດສະພາ 2023 ຕາມແຕ່ລະວັນເກີດ

ຄົນເກີດວັນອາທິດ:ການ​ງານ​​ການເຮັດ​ທຸລະກິດ​ໃໝ່​ຮ່ວມ​ກັບຮຸ້ນ​ສ່ວນ​ທີ່​ໄວ້​ໃຈ​ຈະເຮັດໃຫ້ທ່ານປະສົບຜົນສໍາເລັດ ການ​ເງິນມື້​ນີ້​ໂຊ​ກດີ​ຈະ​ໄດ້ຮັບ​ເງິນຈາກຜູ້ໃຫຍ່ ຄວາມ​ຮັກມີ​ໂອ​ກາດ​ພົບ​ຮັກ​ແບບບໍ່ຕັ້ງໂຕ ອາດມີຄົນເຂົ້າມາໃຫ້ຮູ້ຈັກເພີ່ມ ເຄື່ອງມຸງຄຸນ​ໄຂ່ມຸກ ສີມຸງຄຸນ​ສີ​ແດງ ເລກ​ນຳ​ໂຊກ​0 ຄົນເກີດວັນຈັນ:ການ​ງານ​ເຮັດ​ທຸລະກິດ​ປະ​ສົບ​ຄວາມ​ສຳ​ເລັດ ແຕ່ໃຫ້ລະວັງເລື່ອງຂອງການເຊັນສັນຍາ ການ​ເງິນການໃຊ້ຈ່າຍຍັງບໍ່ຄົງທີ່ຕ້ອງລະວັງເລື່ອງການໃຊ້ຈ່າຍໃຫ້ຫຼາຍ ຄວາມ​ຮັກ​ມີ​ໂອ​ກາດ​ໄດ້​ພົບ​ຮັກ​ພົບ​ຄູ່​ຄອງເຂົ້າມາໃຫ້ຮູ້ຈັກໃນຖານະໝູ່ ເຄື່ອງມຸງຄຸນ​ຫິນນໍາໂຊກສີແດງ ສີມຸງຄຸນສີ​ບົວ ເລກ​ນຳ​ໂຊກ​6 ຄົນເກີດວັນອັງຄານ:ການ​ງານການ​ເຈລະ​ຈາ​ຕິດ​ຕໍ່​ເຮັດ​ສັນຍາ​ຈະປະ​ສົບ​ຄວາມ​ສຳ​ເລັດ ການ​ເງິນດ້ວຍ​ຄວາມ​ສະຫຼຽວ​ສະຫຼາດ​ຈະ​ເຮັດໃຫ້​ໄດ້​ເງິນ​ເຂົ້າ​ມາ ຄວາມ​ຮັກ​ມີ​ໂອ​ກາດ​ພົບ​ຮັກ​ກັບ​ຄົນ​ລຸ້ນ​ນ້ອງ ອາຍຸອາດມີຄວາມແຕກຕ່າງແຕ່ການກະທໍາອາດເປັນຄືອ້າຍໄປເລີຍ ເຄື່ອງມຸງຄຸນ​ເງິນ ສີມຸງຄຸນສີ​ຂຽວ ເລກ​ນຳ​ໂຊກ​6 ຄົນເກີດວັນພຸດ:ການ​ງານ​​ ປະ​ສົບ​ຄວາມ​ສຳ​ເລັດ​ມີ​ຊື່​ສຽງ​ໃນ​ການສ້າງ​ຜົນ​ງານ​ທີ່​ດີ ການ​ເງິນ​ມີ​ໂຊກ​ຈະ​ຖືກ​ອຸປະຖຳ​ທາງ​ດ້ານ​ການ​ເງິນ ຄວາມ​ຮັກ​ໄດ້​ພົບ​ຮັກ​ກັບ​ຄົນທີ່ທ່ານໝາຍຕາໄວ້ ແຕ່ຕ້ອງລະວັງຄ່ອຍເປັນຄ່ອຍໄປຈະດີກວ່າ ເຄື່ອງມຸງຄຸນ​​ ຫິນນໍາໂຊກສີຟ້າ ສີມຸງຄຸນສີ​ດໍາ ເລກ​ນຳ​ໂຊກ​9 ຄົນເກີດວັນພະຫັດ:ການ​ງານເຮັດ​ທຸລະ​ກິດຈະການ​ຄ້າ​ໄດ້​ກຳ​ໄລຫຼາຍ ການ​ເງິນ​ມື້​ນີ້​ໂຊ​ກດີ​ຈະ​ໄດ້ຮັບ​ເງິນຈາກຜູ້ໃຫຍ່ໃຈດີ ຄວາມ​ຮັກ​ໄດ້​ພົບ​ຮັກ​ຄູ່​ຄອງ​ທີ່​ດີ ມີຄວາມເປັນຜູ້ນໍາຊ່ວຍທ່ານໃນທຸກໆເລື່ອງ ເຄື່ອງມຸງຄຸນ​ໄຂ່ມຸກ ສີມຸງຄຸນສີ​ຂາວ ເລກ​ນຳ​ໂຊກ​4 ຄົນເກີດວັນສຸກ:ການ​ງານ​ເຮັດ​ທຸລະກິດ​ດ້ານ​ຊັບສິນ ການລົງທຶນ​ດ້ານການ​ຄ້າ ໄດ້​ຜົນ​ກຳ​ໄລທີ່​ດີ ການ​ເງິນລາຍຈ່າຍໃຫ້ລະວັງເລື່ອງຂອງການຊື້ສິນຄ້າທີ່ບໍ່ຈໍາເປັນ ຄວາມ​ຮັກ​ໄດ້​ພົບ​ຮັກ​ກັບ​ຄົນ​ຜິວ​ຂາວມີໂອກາດໄດ້ພັດທະນາຄວາມສໍາພັນ ເຄື່ອງມຸງຄຸນ​​ແຫວນຄໍາ ສີມຸງຄຸນສີ​ນໍ້າຕານ ເລກ​ນຳ​ໂຊກ​1 ຄົນເກີດວັນເສົາ:ການ​ງານ​ຖ້າມັກໃນການຄ້າຂາຍແນະນໍາໃຫ້ລົງມືເຮັດເລີຍ ເພາະຈະກໍໃຫ້ທ່ານປະສົບຄວາມສໍາເລັດ ການ​ເງິນ​ມື້​ນີ້​ໂຊກດີ​ຫຼາຍ​ຈະ​ໄດ້​ເງິນເຂົ້າມາໃຫ້ທ່ານໄດ້ໃຊ້ຈ່າຍ ຄວາມ​ຮັກຢູ່ໃນໄລຍະປັບໂຕເຂົ້າຫາກັນ ເພາະຢູ່ໃນໂໝດທີ່ອາດໄດ້ເລີກລາກັນ ເຄື່ອງມຸງຄຸນ​ຄໍາຝຣັ່ງ ສີມຸງຄຸນສີຂຽວ ເລກ​ນຳ​ໂຊກ​5

ປກສ ກຸ່ມບ້ານຈຽງໄຈ ເຂົ້າຈັບຕົວໄວໜຸ່ມມົ້ວສຸມຢາເສບຕິດ 5 ຄົນ ພ້ອມຢາບ້າ

ໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງສິງ ແຂວງຫຼວງນ້ຳທາ  ສົມທົບກັບ ປກສ ກຸ່ມບ້ານຈຽງໄຈ ເຂົ້າຈັບຕົວໄວໜຸ່ມມົ້ວສຸມຢາເສບຕິດ 5 ຄົນ ພ້ອມຢາບ້າ 13 ເມັດ ໃນວັນທີ 5 ເມສາ 2023 ຜ່ານມາ. ໃນນີ້ ຊື່ ນາງ ມຸກດາ ອາຍຸ 18 ປີ ບ້ານປ່າງາ ເມືອງງອຍ ພ້ອມຂອງກາງຢາບ້າ 10 ເມັດ; ນາງ ມຸກ ອາຍຸ 23 ປີ ຢູ່ບ້ານຫາດປາງ ເມືອງປາກອູ ທັງ 2 ຢູ່ແຂວງຫຼວງພະບາງ, ທ້າວ ດົມ ອາຍຸ 29 ປີ ຢູ່ບ້ານຈຽງໄຈ ພ້ອມຂອງກາງ 3 ເມັດ, ທ້າວ ຄຳທິດ ອາຍຸ 30 […]

ເຈົ້າເມືອງ ເມືອງວຽງໄຊ ຊີ້ແຈງ ຈາກສາເຫດປາຕາຍຢູ່ນ້ຳຊຳ

ຈາກບັນຫາປາຕາຍຈໍານວນຫລາຍທີ່ເກີດຂຶ້ນຢູ່ສາຍນໍ້າຊໍາໃນວັນທີ 18 ພຶດສະພາ 2023 ຜ່ານມານີ້, ເຮັດໃຫ້ສັງຄົມມີຄວາມສົນໃຈ ແລະ ຢາກຮູ້ເຖີງສາ ເຫດທີ່ເກີດຂຶ້ນ. ກ່ຽວກັບບັນຫານີ້, ທ່ານ ຄໍາ ໂຮມມີໄຊ, ເຈົ້າເມືອງ ເມືອງວຽງໄຊ, ແຂວງຫົວພັນ ໃຫ້ສໍາພາດຜ່ານລາຍການຮອບບ້ານຜ່ານເມືອງຂອງວິທະຍຸກະຈາຍສຽງແຫ່ງຊາດລາວ ໃນວັນທີ 23 ພຶດສະພານີ້ວ່າ: ໃນວັນທີ 18 ພຶດສະພານີ້, ມີປະຊາຊົນຢູ່ ບ້ານດ່ານເພົ້າ ແຈ້ງວ່າມີປາຕາຍຈໍານວນຫລາຍຢູ່ກ້ອງເຂື່ອນນໍ້າສິງພາວເວີ ຫລື ເຂື່ອນແກ້ງລິດ. ຈາກນັ້ນທາງການນຳເມືອງ ໄດ້ແຕ່ງຕັ້ງຫ້ອງວ່າການ ທຳມະຊາດ ແລະ ສິ່ງແວດລ້ອມ ແລະ ພະນັກງານບໍ່ແຮ່ ເພື່ອກວດກາຕົວຈິງ ເຫັນວ່າເປັນຄວາມຈິງແທ້ ແລະ ສາເຫດການຕາຍຂອງປານັ້ນ ແມ່ນທາງບໍລິສັດໄດ້ອະນາໄມອຸໂມງເຂື່ອນ ເຮັດໃຫ້ມີສານປົ່ນເປຶ້ອນແຕ່ບໍ່ໄດ້ເອົານໍ້າເຂົ້າຫລາຍ ຫລັງຈາກນັ້ນໄດ້ປ່ອຍນໍ້າລົງໄປຈຶ່ງເຮັດໃຫ້ນັບແຕ່ກ້ອງເຂື່ອນລົງໄປຫາເຂດ ບ້ານດ່ານເພົ້າ ມີປາຕາຍເກີດຂຶ້ນ, ຈາກນັ້ນ ທາງເມືອງໄດ້ແຈ້ງເຕືອນບໍ່ໃຫ້ປະຊາຊົນ ນໍາເອົາປາທີ່ຕາຍໄປບໍລິໂພກ ຫລື ນໍາໄປຂາຍ, ແຕ່ບັນຫາປາຕາຍແມ່ນເກີດຂຶ້ນສະເພາະໃນວັນທີ 18 ພຶດສະພາເທົ່ານັ້ນ ເພາະໄດ້ຮັບການແກ້ໄຂເຂົ້າສູ່ສະພາບປົກກະຕິ. ຢ່າງໃດກໍຕາມ ມາຮອດວັນທີ […]

ເຈົ້າໜ້າທີ່ ປກສ ເມືອງວິລະບູລີ ສາມາດກວດຍຶດແຮ່ຫີນຂຽວໄດ້ 41 ໂຕນ ກັກຕົວຜູ້ກະທໍາຜິດໄດ້ 4 ຄົນ

ໃນຄັ້ງວັນທີ 23 ພຶດສະພາ 2023  ທ່ານ ພັທ ສິດທິເດດ ພຸດທະວົງ ຮອງຫົວໜ້າກອງບັນຊາການ ປກສ ເມືອງ ວິລະບູລີ ແຂວງສະຫວັນນະເຂດ ໄດ້ໃຫ້ຮູ້ວ່າ : ໃນຄັ້ງວັນທີ 16 ພຶດສະພາ 2023 ເວລາ ປະມານ 4:20 ນາທີ ທາງເຈົ້າໜ້າທີ່ ປກສ ເມືອງວິລະບູລີ ໄດ້ຮັບຂໍ້ມູນແຫຼ່ງຂ່າວຈາກພົນລະເມືອງດີວ່າ ຢູ່ໃນຂອບເຂດດິນຂອງປະຊາຊົນ ບ້ານໂນນສົມບູນ (ໃກ້ກັບເຂດສຳປະທານພູແທ່ງຄຳ 24) ແມ່ນໄດ້ມີກຸ່ມປະຊາຊົນຂອງເມືອງ ວິລະບູລີ ຈໍານວນໜຶ່ງ, ໄດ້ມີການເຄື່ອນໄຫວລັກລອບເອົາແຮ່ທອງ ມາຊຸກເຊື່ອງ ແລະ ທ້ອນໂຮມໄວ້ຢູ່ສວນດັ່ງກ່າວເປັນຈຳນວນຫຼາຍ. ຈາກນັ້ນພໍຕົກມາເຖິງເວລາປະມານ 5 ໂມງ ຂອງວັນດຽວກັນ ທາງເຈົ້າໜ້າທີ່ເພື່ອສະແດງຕົວເຂົ້າທຳການເລີກຮື້ ແລະ ສະກັດກັ້ນຕໍ່ສະພາບດັ່ງກ່າວ, ເມື່ອຜ່ານການເລີກຮື້ ແລະ ສະກັດກັ້ນ ຈຶ່ງສາມາດກັກຕົວຜູ້ກະທຳຜິດໃນສະຖານທີ່ດັ່ງກ່າວ ໄດ້ຈຳນວນ 4 ຄົນ ຍິງ 1 ຄົນ, […]

ເດັກນ້ອຍອາຍຸ 13 ປີ ກໍ່ເຫດເຄື່ອນໄຫວລັກຊັບ

ເຈົ້າໜ້າທີ່ ປກສ ເມືອງໂພນທອງ ໄດ້ນຳເອົາເຄື່ອງຂອງກາງ ປະເພດສາຍແຂນ ສາຍຄໍຄຳ ແລະ ໂທລະສັບ ໄດ້ມອບໃຫ້ແກ່ເຈົ້າຂອງເດີມ.ຕາມການລາຍງານ ຂອງເຈົ້າຫນ້າທີ່ ປກສ ເມືອງ ໂພນທອງ ແຂວງຈຳປາສັກ ໃຫ້ຮູ້ວ່າ: ໃນວັນທີ 13 ພຶດສະພາ 2023 ຜ່ານມາໄດ້ ມີພົນລະເມືອງເຂົ້າມາແຈ້ງຄວາມກັບເຈົ້າໜ້າທີ່ວ່າ ໄດ້ມີຄົນບໍ່ດີ 1 ຄົນ ເຂົ້າມາລັກຊັບຢູ່ພາຍໃນເຮືອນ ຂອງຕົນເອງ ເຊິ່ງໃນນັ້ນ ມີເງິນກີບຈໍານວນ 30 ລ້ານກີບ, ຄໍາ 3 ບາດ, ໂທລະສັບ 2 ໜ່ວຍ ລວມມູນຄ່າເສຍຫາຍ ທັງໝົດ 88 ລ້ານກີບ, ພາຍຫຼັງໄດ້ຮັບແຈ້ງຄວາມແລ້ວ ເຈົ້າໜ້າທີ່ວິຊາສະເພາະເມືອງ ຈຶ່ງໄດ້ປະສານສົມທົບ ກັບພາກສ່ວນທີ່ກ່ຽວຂ້ອງລົງເກັບກໍາຂໍ້ມູນຫຼັກຖານຕົວຈິງ ເຫັນວ່າ ພົບຂໍ້ມູນ ແລະ ຊອກຫາເປົ້າໝາຍທີ່ກໍ່ເຫດ. ມາໃນວັນທີ 15 ພຶດສະພາ 2023 ຈຶ່ງສາມາດກັນຕົວຜູ້ກໍ່ເຫດຊື່ທ້າວ ອາຄົມ ອາຍຸ […]

ດວງລາຍວັນປະຈໍາວັນພຸດ ທີ 24 ພຶດສະພາ 2023 ຕາມແຕ່ລະວັນເກີດ

ຄົນເກີດວັນອາທິດ:ການ​ງານວາງ​ແຜນ​ໃນ​ເລື່ອງ​ຂອງ​ທຸລະ​ກິດການ​ງານ​ຢ່າງ​ລະອຽດ​ຮອບ​ຄອບ ການ​ເງິນຈະ​ໄດ້​ເງິນ​ເຂົ້າ​ມາ​ຢ່າງ​ຕໍ່​ເນື່ອງ ມີ​ໂຊ​ກດີ​ໃນ​ໄລຍະ​ນີ້ ຄວາມ​ຮັກຈະ​ພົບ​ຄົນທີ່​ມີ​ອາ​ຍຸຫຼາຍກວ່າ ແຕ່​ກໍ​ຍັງ​ບໍ່​ຖືກ​ໃຈ ເຄື່ອງມຸງຄຸນຄໍາຝຣັ່ງ ສີມຸງຄຸນ​ສີສົ້ມ ເລກ​ນຳ​ໂຊກ​0 ຄົນເກີດວັນຈັນ:ການ​ງານເຮັດວຽກ​ປະດິດ ວຽກງານ​ທີ່​ໃຊ້​ຄວາມ​ລະອຽດ​ຮອບ​ຄອບ ຫລື​ເຮັດວຽກ​ທີ່​ມັກ​ຈະ​ໄດ້​ດີ​ສະເໝີ​ໃນ​ໄລຍະ​ນີ້ ການ​ເງິ​ນຄິດ​ທົບ​ທວນ​ໃນ​ເລື່ອງ​ຂອງ​ການ​ໃຊ້​ຈ່າຍ ແຕ່​ຈະ​ໃຊ້​ເງິນ​ຊື້​ຂອງ​ທີ່​ຖືກ​ໃຈ​ເຂົ້າ​ມາ​ເປັນ​ຂອງ​ທີ່​ຢາກ​ໄດ້​ແທ້ໆ ​ຄວາມ​ຮັກບໍ່​ມີ​ເວລາ​ໃຫ້​ກັບ​ຄວາມ​ຮັກ​ທີ່​ຈະ​ທຸ້ມເທ ເພາະ​ໄປ​ໂຟ​ກັດ​ໃນ​ເລື່ອງ​ຂອງ​ການ​ງານຫຼາຍກວ່າ ເຄື່ອງມຸງຄຸນ​ເງິນ ສີມຸງຄຸນສີ​ຟ້າ ເລກ​ນຳ​ໂຊກ​3 ຄົນເກີດວັນອັງຄານ:ການ​ງານລະ​ວັງ​ເອກະສານ​ສັນຍາ​ສົ່ງ​ຜົນ​ຕໍ່​ຄວາມ​​ຊ້າ​ ແລະ​ ຄວາມ​ຜິດ​ພາດ ການ​ເງິນຢູ່ໃນ​ເກນ​ຊົງ​ຕົວ​ໃນ​ໄລຍະ​ນີ້ ລະ​ວັງ​ຈະ​ຖືກ​ຢືມ​ເງິນ​ແລ້ວ​ບໍ່​ໄດ້​ຄືນຄວາມ​ຮັກສຸກ​ສົມ​ຫວັງ​ລົງ​ຕົວ​ໃນ​ເລື່ອງ​ຂອງ​ຄວາມ​ຮັກ ພົບ​ຄົນທີ່​ຕົນເອງ​ນັ້ນ​ປາດຖະຫນາ​ໂດຍ​ບໍ່ທັນຕັ້ງໂຕ ເຄື່ອງມຸງຄຸນ​ແຫວນຄໍາ ສີມຸງຄຸນສີຂຽວ ເລກ​ນຳ​ໂຊກ​9 ຄົນເກີດວັນພຸດ:ການ​ງານທຸລະກິດ​ທີ່​ກ່ຽວ​ຂ້ອງ​ກັບ​ການ​ຂາຍ​ເສື້ອ​ຜ້າ ແຟ​ຊັ່ນ ຫລື​ດ້ານ​ອາຫານ ຈະ​ປະ​ສົບ​ຄວາມ​ສຳ​ເລັດ ການ​ເງິນມີ​ໂຊກ​ຈະ​ໄດ້​ເງິນ​ເຂົ້າ​ມາ​ຢ່າງ​ຕໍ່​ເນື່ອງ​ໃນ​ໄລຍະ​ນີ້ດວງທາງ​ດ້ານ​ການ​ເງິນ​ດີ​ຂຶ້ນຫຼາຍ​ໆ ຢ່າງ​ເຫັນ​ໄດ້​ແຈ້ງ ຄວາມ​ຮັກມີ​ຄວາມ​ເຂົ້າໃຈ ແລະ​ ເຫັນ​ໃຈ​ຊຶ່ງ​ກັນ​ ແລະ ​ກັນ​ກັບ​ຄົນ​ຮັກ​ໃນ​ໄລຍະ​ນີ້ ເຄື່ອງມຸງຄຸນ​​ໄຂ່ມຸກ ສີມຸງຄຸນສີແດງ ເລກ​ນຳ​ໂຊກ​2 ຄົນເກີດວັນພະຫັດ:ການ​ງານຕ້ອງ​ມີ​ທີມ​ງານ ​ແລະ ​ທີ່​ປຶກ​ສາ​ທີ່​ດີ​ຄອຍ​ຖ້າ​ໃຫ້​ຄຳ​ແນະ​ນຳ ຈຶ່ງ​ຈະ​ເກີດ​ຄວາມ​ສຳ​ເລັດ ​ແລະ ​ຄວາມ​ກ້າວ​ຫນ້າທີ່​ດີ​ໄດ້ ການ​ເງິນໄລຍະ​ນີ້​ລາຍ​ຈ່າຍ​ມີ​ມາ​ຕະຫລອດ ບໍ່​ສາມາດ​ຫຼີກ​ເວັ້ນໄດ້​ເລີຍ ຄວາມ​ຮັກລະ​ວັງ​ການ​ໃຊ້​ອາລົມ​ ແລະ​ ຄວາມ​ໃຈ​ຮ້ອນ​ລະຫວ່າງ​ກັນ​ກັບ​ຄົນ​ຮັກ ເຄື່ອງມຸງຄຸນ​ຕຸ້ມຫູຄໍາ ສີມຸງຄຸນສີ​ເຫຼືອງ ເລກ​ນຳ​ໂຊກ​7 […]

ແຕ່ງງານໃນຕູບ ກ່ອນຖືກສະເຫຼີຍ ວ່າເຈົ້າບ່າວລວຍມີຄະລຶຫາດຫຼັງໃຫ່ຍ

ໂລກ​ອອນ​ໄລ​ນ​໌​ຂອງ​ຫວຽດ​ນາມ​ຮືຮາ ພາບເຈົ້າສາວ ແລະ ເຈົ້າບ່າວ ຈັດງານແຕ່ງງານພາຍໃນເຮືອນຫຼັງຄາດ້ວຍຫຍ້າແບບລຽບງ່າຍ ທັນທີທີ່ໄດ້ເຫັນ ເຮັດໃຫ້ທຸກຄົນອົດຄິດບໍ່ໄດ້ທີ່ຕ້ອງເຫັນອົກເຫັນໃຈ. ແຕ່ໃນນາທີຕໍ່ມາ, ຄວາມຈິງຖືກເປີດເຜີຍ ເຮັດໃຫ້ພາກັນຕົກໃຈ. ຢູ່ໆພວກເຂົາພາກັນຍ່າງເຂົ້າໄປກໍ່ກາຍເປັນຄະລຶຫາດ ຈາກ​ຮູບ​ພາບ​ທີ່​ຖືກແຊຣໃນໂລກ​ອອນ​ໄລ​ນ​໌​ ທຳອິດ, ເຈົ້າບ່າວ ແລະ ເຈົ້າບ່າວຢືນສວດມົນຢູ່ຕໍ່ໜ້າແທ່ນບູຊາບັນພະບຸລຸດຢູ່ໃນເຮືອນຫຼັງໜຶ່ງທີ່ຫຼັງຄາມຸງດ້ວຍຫຍ້າ. ຜູ້ຊົມຫຼາຍຄົນທີ່ໄດ້ເຫັນຕ່າງກໍ່ໃຫ້ກຳລັງໃຈ ຄູ່ຮັກທີ່ຄາດວ່າຈະຢູ່ໃນສະຖານະການທີ່ຫຍຸ້ງຍາກລຳບາກ, ແນວໃດກໍ່ຕາມ, ພາບທີ່ເກີດຂຶ້ນຕໍ່ມາພຽງບໍ່ເທົ່າໃດນາທີຕໍ່ມາ ກໍ່ເຮັດໃຫ້ທຸກຄົນປະຫຼາດໃຈ. ປະກົດວ່າ ບ້ານທີ່ມຸງດ້ວຍຫຼັງຄານັ້ນ ເປັນພຽງບ້ານທີ່ຄອບຄົວຂອງເຈົ້າບ່າວເກັລໄວ້ເປັນທີ່ລະນຶກ ແລະທັງສອງໄດ້ມາພຽງແຕ່ເພື່ອໄຫວ້ບັນພະບຸລຸດຂອງເຂົາເຈົ້າ. ແຕ່​ໃນ​ຄວາມ​ເປັນ​ຈິງ​ແລ້ວງານແຕ່ງງານ ໄດ້​ຖືກ​ຈັດ​ຂຶ້ນ​ໃນ​ເຮືອນ​ທີ່​ຄອບ​ຄົວ​ອາ​ໄສ​ຢູ່​ໃນ​ປັດ​ຈຸ​ບັນ​. ເຊິ່ງແມ່ນເຮືອນທີ່ປຸກຢູ່ຕິດກັນ… ມັນເປັນເຮືອນຫຼັງສີຂາວຂະຫນາດໃຫຍ່. ດັ່ງເຈົ້າຂອງໂພສບອກວ່າ: ປະຈຸບັນຫຼາຍຄອບຄົວ, ບໍ່ວ່າຈະສ້າງເຮືອນໃໝ່ຫຼັງໃຫຍ່ປານໃດ. ກໍາຍັງບໍ່ຍອມຖິ້ມເຮືອນເກົ່າ ທັງເກັບຮັກສາໄວ້ເປັນທີ່ລະນຶກແລະເຕືອນໃຈຕົນເອງ, ເຖິງແມ່ນວ່າເດັກນ້ອຍອິ່ມທ້ອງແລ້ວກໍ່ຕາມ. ແຕ່ພວກເຂົາຈະບໍ່ລືມອະດີດທີ່ຍາກລຳບາກ.” ທັນທີທີ່ຮູບພາບແຕ່ງງານ “ທັງຫມົດ” ປາກົດຢູ່ໃນໂຊຊ້ຽວ. ກໍ່ໄດ້ຮັບຄວາມສົນໃຈຈາກຊາວເນັດທັນທີ. ຫຼາຍ​ຄົນ​ອົດ​ບໍ່​ໄດ້​ທີ່​ຈະ​ປະ​ຫລາດ​ໃຈ​ທີ່​ເຮືອນ​ຂອງ​ເຈົ້າ​ບ່າວ. ແລະ​ສະແດງຄໍາ​ຄິດ​ເຫັນ​ເປັນຈຳນວນລາຍກ່ຽວກັບງານແຕ່ງທີ່​ຫນ້າ​ສົນ​ໃຈ​ນີ້​.

ນ້ຳປະປານະຄອນຫລວງ ແຈ້ງໃຫ້ໃຊ້ນ້ຳຢ່າງປະຢັດ ຍ້ອນກະແສໄຟຟ້າບາງຄັ້ງບໍ່ມາປົກກະຕິ

ລັດວິສາຫະກິດນ້ຳປະປາ ນະຄອນຫລວງວຽງຈັນ ອອກແຈ້ງການ ເລກທີ 0551/ນປນຄ ວັນທີ 19 ພຶດສະພາ 2023 ເລື່ອງ ການນໍາໃຊ້ນໍ້າປະປາຢ່າງປະຢັດ ແລະ ໃຫ້ມີຖັງເກັບນໍ້າຊົມໃຊ້ສຸກເສີນ ໃນກໍລະນີແຮງດັນນໍ້າປະປາ ອອກຄ່ອຍ ເນື່ອງປັດຈຸບັນ ແມ່ນຍາມລະດູແລ້ງ ມີຟ້າຝົນລົມແຮງ ສົ່ງຜົນໃຫ້ກະແສໄຟຟ້າຂັດຂ້ອງບາງໄລຍະ ສົ່ງຜົນໃຫ້ການດຳເນີນການຜະລິດນໍ້າ ທາງດ້ານເຕັກນິກຂອງໂຮງງານເລື່ອງການແລ່ນໂປ້ມຜະລິດນໍ້າຂັດຂ້ອງເປັນໄລຍະ ຍ້ອນກະແສໄຟຟ້າບາງຄັ້ງບໍ່ມາປົກກະຕິ ເຊິ່ງປັດຈຸບັນກຳລັງການຜະລິດແມ່ນເຕັມສ່ວນ ແລະ ບາງເຂດກໍ່ເປັນພື້ນທີ່ສູງ ແລະ ເຂດຫ່າງໄກ, ນໍ້າຈະໄປຮອດຊ້າກວ່າພື້ນທີ່ອື່ນໆ ເມື່ອມີບັນຫາແຕ່ລະຄັ້ງ. ດັ່ງນັ້ນຈຶ່ງຂໍແຈ້ງມາຍັງລູກຄ້າ ເພື່ອກະກຽມໂຕ່ງນໍ້າໄວ້ຊົມໃຊ້ລ່ວງໜ້າ ຈົນກວ່າແຮງດັນນໍ້າຈະມາປົກກະຕິ ແລະ ຂໍອະໄພໃນຄວາມບໍ່ສະດວກຕໍ່ການຊົມໃຊ້ນໍ້າປະປາຂອງລູກຄ້າໃນຄັ້ງນີ້ດ້ວຍ.

ແຈ້ງການຫ້າມກິນປາ ທີ່ຕາຍບໍ່ຮູ້ສາເຫດຕາມສາຍນໍ້າຊໍາ ຈຸດກໍ່ສ້າງເຂື່ອນໄຟຟ້ານໍ້າຊຳ3

ວັນທີ 22 ພຶດສະພາ 2023 ຜ່ານມານີ້ ຫ້ອງການຊັບພະຍາກອນ ແລະ ສິ່ງແວດລ້ອມເມືອງຊຳໃຕ້ ແຂວງຫົວພັນ ອອກແຈ້ງການ ໃຫ້ຊາບວ່າ: ມີປະຊາຊົນພົບເຫັນປາຕາຍຈໍານວນຫຼວງຫຼາຍ ເຊິ່ງມີເຫດການຈາກຈຸດກໍ່ສ້າງເຂື່ອນໄຟຟ້ານ້ໍາຊຳ3  ປາຈໍານວນດັ່ງກ່າວແມ່ນໄຫຼລົງຕາມສາຍນໍ້າຊໍາ ເຊິ່ງບໍ່ຮູ້ສາຍເຫດປາກົດການແບບນີ້ແມ່ນບໍ່ເຄີຍເກີດຂື້ນມາ ໃນປັດຈຸບັນເຈົ້າໜ້າທີ, ພາກສ່ວນກ່ຽວຂ້ອງກໍາລັງເລັ່ງຊອກຫາສາຍເຫດ ແລະ ນໍາປາດັ່ງກ່າວໄປວິໄຈຫາ ສານພິດທີ່ກໍ່ໃຫ້ເກີດການຕາຍຂອງປາ. ສະນັ້ນຫາມທຸກພາກສ່ວນ, ພໍ່ແມ່ປະຊາຊົນນໍາເອົາປາທີ່ໃນຂອບເຂດ ດັ່ງກ່າວມາບໍລິໂພກ ແລະ ຫ້າມ ຊື້-ຂາຍ ດັ່ງນັ້ນ, ຈິງປະກາດແຈ້ງການມາຍັງທ່ານເພື່ອຊາບ ແລະ ພ້ອມກັນຈັດຕັ້ງ ປະຕິບັດຢ່າງເຂັ້ມງວດດ້ວຍ.

ກະຊວງ ປກສ ໄດ້ຮັບພາຫະນະ ແລະ ອຸປະກອນຮັບໃຊ້

ໃນວັນທີ 18 ພຶດສະພາ 2023 ຜ່ານມາ, ອົງການສະຫະປະຊາດ ເພື່ອຕ້ານຢາເສບຕິດ ແລະ ອາຊະຍາກໍາ (UNODC ) ປະຈໍາ ສປປ ລາວ ໄດ້ມອບພາຫະນະ ແລະ ອຸປະກອນຮັບໃຊ້ຫ້ອງການວຽກງານປະສານງານຊາຍແດນ ໃຫ້ກະຊວງ ປກສ, ກ່າວຮັບໂດຍ ພົຕ ສົມວັນ ສາຍລ້ອງພາ ຫົວໜ້າຫ້ອງວ່າການກະຊວງ ປກສ ພ້ອມດ້ວຍພາກສ່ວນກ່ຽວຂ້ອງທັງສອງຝ່າຍ ເຂົ້າຮ່ວມ. ທ່ານ David Frend ຮັກສາການຫົວໜ້າອົງການ UNODC ປະຈໍາ ສປປ ລາວ ກ່າວ ວ່າ: ເຄື່ອງທີ່ນໍາມາມອບໃນຄັ້ງນີ້ ປະກອບມີລົດໃຫຍ່ 1 ຄັນ, ລົດຈັກ 1 ຄັນ, ເສື້້ອກັນກະສູນ, ກ້ອງສ່ອງ, ຄອມພິວເຕີ້, ນໍ້າຢາກວດຢາເສບຕິດ ແລະ ອຸປະກອນຕ່າງໆ ລວມມູນຄ່າ 55.000 ໂດລາສະຫະລັດ ເພື່ອເປັນການປະກອບສ່ວນສ້າງຄວາມເຂັ້ມແຂງໃຫ້ແກ່ຫ້ອງການປະສານງານຊາຍແດນໃນ ສປປ […]