ເຈົ້າບ່າວ ເຈົ້າສາວ ຕີກັນກາງງານແຕ່ງງານ ໂດຍບໍ່ສົນໃຈແຂກເປັນ 100 ຄົນ

ສື່ສັງຄົມ ອອນລາຍ ແຫ່ແຊຮ ຄລິບບັນຍາກາດ ງານແຕ່ງດອງ ທີ່ວຸ້ນວາຍ. ເມື່ອ​ເຈົ້າ​ບ່າວ​ແລະ​ເຈົ້າ​ສາວ​ຜິດ​ຖຽງ​ກັນ​ຕີກັນຈົນ​ຂີ້​ຝຸ່ນກຸ້ມ ເຖິງແມ່ນວ່າການແຕ່ງງານໄດ້ຖືກຈັດຂຶ້ນຢູ່ທາງຫນ້າຂອງແຂກຫຼາຍຮ້ອຍຄົນກໍ່ຕາມ. ອີງຕາມບົດລາຍງານທີ່ພົບເຫັນ ເຫດການດັ່ງກ່າວເກີດຂຶ້ນໃນປະເທດເນປານ. ໃນ​ເວ​ລາ​ນັ້ນ, ເຈົ້າ​ສາວ​ແລະ​ເຈົ້າ​ບ່າວ​ໄດ້​ນຸ່ງ​ເສື້ອ​ຜ້າ​ພື້ນ​ເມືອງ. ນັ່ງຄຽງຂ້າງກັນເພື່ອເຮັດພິທີແຕ່ງງານຕາມປະເພນີ. ໂດຍທີ່ມີແຂກມານັ່ງເປັນພະຍານອ້ອມ​ຂ້າງ​ເຂົາ​ເຈົ້າ, ມີ​ແຂກ​ມາ​ເປັນ​ສັກ​ຂີ​ພິ​ຍານ​ຢ່າງ​ຫຼວງ​ຫຼາຍ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ເມື່ອ​ຮອດ​ພິທີ​ປ້ອນເຂົ້າໃຫ້ກັນ ເບິ່ງຄືວ່າເຈົ້າບ່າວຈະບໍ່ມັກອາຫານທີ່ພັນລະຍາຂອງລາວກໍາລັງຈະປ້ອນໃຫ້ລາວກິນ. ເຈົ້າບ່າວເອົາມືຂອງເຈົ້າສາວອອກທັນທີ, ເຊິ່ງເປັນການກະທຳທີ່ “ເຮັດໃຫ້ເກີດເລື້ອງ” ແລະເກີດການການຕໍ່ສູ້ລະຫວ່າງພວກເຂົາຂື້ນ. ບໍ່ມີໃຜຍອມຈຳນົນຕໍ່ໃຜ. ທັງເຈົ້າສາວແລະເຈົ້າບ່າວຕີກັນຢ່າງດຸເດືອດ. ຄູ່​ບ່າວ​ສາວ​ຍັງ​ໄດ້​ຕໍ່ສູ້​ກັນ​ຢູ່​ກາງ​ພິທີ​ໃນ​ທ່າມກາງ​ການ​ແນມ​ເບິ່ງ​ຂອງ​ແຂກ​ທັງ​ໝົດ. ຈົນ​ວ່າມີ​ຜູ້​ຍິງ​ຄົນໜຶ່ງບໍ່​ສາ​ມາດ​ຢືນ​ເບິ່ງໄດ້ກັບເຫດການ ສະນັ້ນ ນາງ​ຈຶ່ງ​ລຸກ​ຂຶ້ນ​ເພື່ອ​ຫ້າມ​ພວກ​ເຂົາ. ແຕ່ເຈົ້າສາວກາຍເປັນຄົນຮຸກຮານຫຼາຍຂຶ້ນ. ຍັງລໍຄອຍທີ່ຈະຍູ້ເຈົ້າບ່າວ ຈົນໃນທີ່ສຸດທັງສອງຄົນກໍ່ລົ້ມລົງກັບພື້ນ ຄລິບເຫດການກາຍເປັນເລື້ອງຮືຮາໃນໂລກອອນໄລ ໄປໃນທັນທີທາງອິນເຕີເນັດ. ໂດຍມີຍອດຄົນເບິ່ງຫຼາຍກວ່າ 3 ລ້ານຄັ້ງ, ຊາວເນັດຫຼາຍຄົນຕົກຕະລຶງກັບການຂັດແຍ້ງທີ່ຫາເບິ່ງໄດ້ຍາກແບບນີ້. ບາງຄົນຍັງສະແດງຄວາມເປັນຫ່ວງກ່ຽວກັບການແຕ່ງງານໃນອະນາຄົດຂອງເຂົາເຈົ້າວ່າຈະເປັນແນວໃດຕໍ່.

ສຶກສາອົບຮົມກຸ່ມມົ້ວສຸມເສບສິ່ງເສບຕິດ ຈຳນວນ 22 ຄົນ

ວັນທີ 12 ພຶດສະພາ 2023, ເຈົ້າໜ້າທີ່ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ກອງບັນຊາການ ປກສ ແຂວງຈໍາປາສັກ ໄດ້ຈັດພິທີສຶກສາອົບຮົມກຸ່ມມົ້ວສຸມເສບສິ່ງເສບຕິດ ຈຳນວນ 22 ຄົນ. ໂດຍມີ ພັທ ກົງມະລີ ແກ້ວວໍລະຈັກ ຮອງຫົວ ໜ້າພະແນກຄຸ້ມຄອງນັກໂທດຄ້າຍຄຸມຂັງ-ດັດສ້າງ ປກສ ແຂວງຈຳປາສັກ, ພັຕ ໄຊຊະນະ ອິນທະວົງສາ ຮອງພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຈຳປາສັກ ແລະ ກຸ່ມມົ້ວສຸມຢາເສບຕິດ ເຂົ້າຮ່ວມ. ເອກະສານທີ່ນຳມາສຶກສາອົບຮົມໃນຄັ້ງນີ້, ມີເອກະສານສິດ ແລະ ພັນທະຂອງພົນ ລະ ເມືອງລາວ, ເອກະສານປະກົດການຫຍໍ້ທໍ້ທີ່ເກີດຂຶ້ນຢູ່ໃນສັງຄົມລາວ, ຜົນຮ້າຍຂອງ ຢາເສບຕິດ, ປະມວນກົດໝາຍເລກທີ 315 ເລກທີ 319 ແລະ ເລກທີ 321 ແລະ ເອກະສານກົດລະບຽບຂອງຄ້າຍຄຸມຂັງ-ດັດສ້າງ. ຈຸດປະສົງ, ເພື່ອແນໃສ່ໃຫ້ກຸ່ມເປົ້າໝາຍດັ່ງກ່າວ ຮັບຮູ້ ແລະ […]

ດວງລາຍວັນປະຈໍາວັນເສົາ ທີ 20 ພຶດສະພາ 2023 ຕາມແຕ່ລະວັນເກີດ

ຄົນເກີດວັນອາທິດ:ການ​ງານກຳ​ລັງ​ເລີ່ມ​ຕົ້ນ​ທຸລະກິດ​ໃໝ່​ແຕ່​ກໍ​ພົບ​ອຸປະສັກ​ທີ່​ເຮັດໃຫ້​ຮູ້ສຶກ​ທໍ້​ໃຈ ການ​ເງິນຈະ​ໄດ້​ເງິນ​ແບບ​ຟ​ຸກ​ໆເຂົ້າມາໃຫ້ໃຊ້ຈ່າຍ ຄວາມ​ຮັກພົບ​ຄວາມ​ເຫີນ​ຫ່າງ ເລີກ​ລາ ຢ່າຮ້າງ ບໍ່​ສົມ​ຫວັງກັບຄົນຮັກ ເຄື່ອງມຸງຄຸນ​ຄໍາຝຣັ່ງ ສີມຸງຄຸນ​ສີດໍາ ເລກ​ນຳ​ໂຊກ​6 ຄົນເກີດວັນຈັນ:ການ​ງານ​ເດີນທາງ​ຕິດ​ຕໍ່​ວຽກງານ​ແລ້ວ​ຈະ​ພົບ​ຜູ້​ອຸປະຖຳ​ທີ່​ດີ ການ​ເງິນພົບ​ເລື່ອງ​ເສຍ​ເງິນ​ແບບ​ບໍ່​ຄາດ​ຝັນ ຄວາມ​ຮັກໄດ້​ພັດທະນາ​ຄວາມ​ຮັກ​ຄວາມ​ສຳພັນ​ເກີດ​ຄວາມ​ສຸກ​ສົມ​ຫວັງ ເຄື່ອງມຸງຄຸນ​ແຫວນຄໍາ ສີມຸງຄຸນສີ​ນໍ້າຕານ ເລກ​ນຳ​ໂຊກ​4 ຄົນເກີດວັນອັງຄານ:ການ​ງານເຮັດ​ທຸລະ​ກິດຈະການ​ຄ້າ​ອາຫານ ຂອງ​ແຟ​ຊັ່ນ ເຮັດ​ທຸລະກິດ​ດ້ານ​ທີ່​ປຶກ​ສາ​ຈະປະ​ສົບ​ຄວາມ​ສຳ​ເລັດ​ດີ ການ​ເງິນຈະ​ໄດ້​ເງິນ​ຈາກ​ຜູ້​ອາ​ວຸ​ໂສເຂົ້າມາໃຫ້ໃຊ້ຈ່າຍ ຄວາມ​ຮັກເກີດ​ການເດີນທາງ​ແລ້ວ​ໄດ້​ພົບ​ຮັກກັບຄົນທີ່ດີ ເຄື່ອງມຸງຄຸນ​ ໄຂ່ມຸກ ສີມຸງຄຸນສີບົວ ເລກ​ນຳ​ໂຊກ​3 ຄົນເກີດວັນພຸດ:ການ​ງານສ້າງ​ຜົນ​ງານ​ໄດ້​ໂດດ​ເດັ່ນ ປະ​ສົບ​ຄວາມ​ສຳ​ເລັດ ມີ​ຊື່​ສຽງ​ດີ ການ​ເງິນຄົນ​ສະໜິດ ​ຫລື ​ຍາດພີ່ນ້ອງ​​ຈະ​ນຳ​ເງິນ​ມາ​ໃຫ້ ຄວາມ​ຮັກການ​ໃຊ້​ຄຳ​ເວົ້າ​ກົງ​ເກີນ​ໄປ​ເກີດ​ການ​ປະ​ທະ​ຄາ​ລົມ​ກັບ​ຄົນ​ຮັກ ເຄື່ອງມຸງຄຸນ​​ເງິນ ສີມຸງຄຸນສີສົ້ມ ເລກ​ນຳ​ໂຊກ​6 ຄົນເກີດວັນພະຫັດ:ການ​ງານເກີດ​ການ​ຮ່ວມ​ຫຸ້ນ​ເຮັດ​ທຸລະກິດ​ກັບ​ຄົນທີ່ທ່ານໄວໃຈ ການ​ເງິນ​ຈະ​ໄດ້ຮັບ​ຊັບ​ຮັບ​ເງິນ​ກ້ອນ​ໃຫຍ່ເຂົ້າມາ ຄວາມ​ຮັກພົບ​ຄົນ​ເກັ່ງ​ມີສະເໜ່ເຂົ້າມາໃຫ້ຮູ້ຈັກຫຼາຍໆທ່ານເລີຍ ເຄື່ອງມຸງຄຸນ​ໄຂ່ມຸກ ສີມຸງຄຸນສີ​ດໍາ ເລກ​ນຳ​ໂຊກ​8 ຄົນເກີດວັນສຸກ:ການ​ງານພົບ​ການ​ປ່ຽນ​ແປງ​ຍົກ​ຍ້າຍ​ແລ້ວ​ຈະ​ເກີດ​ໂຊກ​ທີ່​ຈະ​ໄດ້ຮັບ​ໂອ​ກາດ​ທີ່​ດີ ການ​ເງິນ​ຈະພົບຄົນທີ່​ຄອຍ​ຖ້າ​ອຸປະຖຳ​ທ່ານໃນເລື່ອງຂອງການເງິນ ຄວາມ​ຮັກບໍ່​ມີ​ຄວາມ​ສຸກ​ໃນ​ເລື່ອງ​ຄວາມ​ຮັກ ເຄື່ອງມຸງຄຸນ​​ເພັດສີແດງ ສີມຸງຄຸນສີບົວ ເລກ​ນຳ​ໂຊກ​3 ຄົນເກີດວັນເສົາ:ການ​ງານເຮັດ​ທຸລະກິດ​ຫຼາຍ​ຢ່າງ​ດ້ວຍ​ຄວາມ​ຂະຫຍັນ​ແລະ​ໃຊ້​ເທັກ​ນິກ​ພິເສດ​ຈຶ່ງ​ສ້າງ​ຄວາມ​ສຳ​ເລັດ​ໄດ້​ດີ ການ​ເງິນເສຍ​ເງິນ​ຈຳນວນ​ຫລາຍ​ໃຫ້​ກັບ​ໃນ​ການ​ເບິ່ງ​ແຍງ​ຜູ້ໃຫຍ່​ຫລື​ບໍລິວານ ຄວາມ​ຮັກຈະ​ໄດ້​​ພົບ​ຄົົນທີ່​ຖືກ​ໃຈ​ແຕ່ທ່ານ​ຈະໃຫ້​ສ​ະຖາ​ນະ​ຄົົນທີ່​ເຂົ້າ​ມາ​ເປັນ​ແຕ່ໝູ່ເພື່ອນ​ກັນ ເຄື່ອງ​ມຸງຄຸນແຫວນຄໍາ ສີ​ມຸງຄຸນສີ​ແດງ ເລກ​ນຳ​ໂຊກ8

ຢຶດຢາເສບຕິດປະເພດຢາໄອສ໌ ໄດ້ 48 ເປົາ ລວມນ້ຳໜັກ 1,436 ກິໂລກຼາມ

ເຈົ້າໜ້າທີ່ ປກສ ແຂວງບໍ່ແກ້ວ ຢຶດຢາເສບຕິດປະເພດຢາໄອສ໌ ໄດ້ 48 ເປົາ ລວມນ້ຳໜັກ 1,436 ກິໂລກຼາມ.ເຈົ້າໜ້າທີ່ ປກສ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ວັນທີ 15 ພຶດສະພາ 2023 ເຈົ້າໜ້າທີ່ ປກສ ເມືອງຕົ້ນເຜິ້ງ ໄດ້ຮັບຂໍ້ມູນຈາກພົນລະເມືອງດີ ວ່າຈະມີການຂົນສົ່ງຢາເສບຕິດຈາກປະເທດເພື່ອນບ້ານມາເທດສະບານເມືອງຕົ້ນເຜິ້ງ, ປກສ ເມືອງຕົ້ນເຜິ້ງ ຈິ່ງໄດ້ປະສານຫາ ປກສ ແຂວງ ສົມທົບກັນເຂົ້າສະກັດເປົ້າໝາຍສາມາດຢຶດຢາເສບຕິດ ປະເພດຢາໄອສ໌ ໄດ້ 48 ເປົາ ເທົ່າກັບ 1.436 ຫໍ່ ນໍ້າໜັກລວມ 1.436 ກິໂລກຼາມ ພ້ອມລົດກະບະວີໂກ 2 ຄັນບໍ່ຕິດປ້າຍທະບຽນ ແລະ ພົບປ້າຍທະບຽນລົດ 2 ຄູ່. ສ່ວນຜູ້ຂັບຂີ່ເອົາຕົວຫຼົບໜີ.ປັດຈຸບັນເຈົ້າໜ້າທີ່ພວມເລັ່ງສືບສວນ-ສອບສວນ ຫາຜູ້ກະຜິດມາດຳເນີນຄະດີ.

ຫ້ອງວ່າການ ແຂວງອັດຕະປື ຊີ້ແຈງຕື່ມກ່ຽວກັບເຫດການບຸກລຸກທີ່ດິນ ທີ່ແຂວງອັດຕະປື

ພາຍຫລັງມີການເຜີຍແຜ່ຄລິບຜ່ານສື່ສັງຄົມອອນລາຍໃນວັນທີ 13 ພຶດສະພາ 2023 ຜ່ານມາວ່າມີນາຍທຶນເຂົ້າໄປບຸກລຸກເນື້ອ ທີ່ການຂອງປະຊາຊົນເຮັດໃຫ້ມີຫາງສຽງວິພາກວິຈານກ່ຽວກັບເລື່ອງນີ້ໄປຕ່າງໆນານາ. ຕໍ່ມາວັນທີ ວັນທີ 15 ພຶດສະພາ 2023 ທ່ານ ພູວັນ ມະນີໂຊດ ຮອງເລຂາພັກເມືອງສະໜາມໄຊ ໃຫ້ສໍາພາດຜ່ານລາຍການຮອບບ້ານຜ່ານເມືອງຂອງວິທະຍຸກະຈາຍສຽງແຫ່ງຊາດລາວ ວ່າພາຍຫລັງໄດ້ຮັບຮູ້ເລື່ອງແລ້ວກໍໄດ້ແຕ່ງຕັ້ງຄະນະຮັບຜິດຊອບລົງກວດກາຈຸດເກີດເຫດ ເພື່ອຫາຂໍ້ມູນລາຍລະອຽດ. ວັນທີ 17 ພຶດສະພາ ຫ້ອງວ່າການແຂວງ ອັດຕະປືອອກແຈ້ງການ ໃຫ້ບໍລິສັດ ສິຊິນ ພັດທະນາກະສິກຳ ໂຈະຊົ່ວຄາວ ການບຸກເບີກເນື້ອທີ່ດິນສຳປະທານ ຢູ່ເຂດບ້ານໜອງຫີນ ແລະ ບໍລິສັດ ກອງແກ້ວ ພັດທະນາກະສີກຳ ໂຈະຊົ່ວຄາວ ການບຸກເບີກເນື້ອ ທີ່ດິນສຳປະທານ ຢູ່ເຂດບ້ານໄຊດອນໂຂງ ເມືອງສະໜາມໄຊ ແຂວງອັດຕະປື ແຕ່ເປັນການໂຈະຊົ່ວຄາວເພື່ອກວດກາຄືນເບິ່ງຜົນກະທົບຕົວຈິງແລ້ວຈະໄດ້ສືບຕໍ່ແກ້ໄຂຜົນກະທົບນັ້ນໃຫ້ຖືກຕ້ອງຕາມຄວາມເປັນຈິງ. ຫລ້າສຸດ ວັນທີ 18 ພຶດສະພາ 2023 ນີ້ ທ່ານ ສຸລິຈັນ ພອນແກ້ວ ຫົວໜ້າຫ້ອງວ່າການແຂວງອັດຕະປືໄດ້ ໃຫ້ສຳພາດຕໍ່ທີມຂ່າວໜັງສືພິມລາວພັດທະນາ ຜ່ານທາງໂທລະສັບວ່າ:ເຫດການການບຸກລຸກປ່າປ້ອງກັນທຳການຜະລິດລັກສະນະດັ່ງກ່າວນີ້ແມ່ນມີມາກ່ອນໜ້ານີ້ແລ້ວ ແລະ ທາງແຂວງໄດ້ສັ່ງໃຫ້ຜູ້ບຸກລຸກຢຸດເຊົາໄປເລີຍຮອບໜຶ່ງແລ້ວ ເຊິ່ງດິນບ່ອນນີ້ກໍສະຫງວນໄວ້ […]

ແຈ້ງການ ປັບຂຶ້ນລາຄານໍ້າດື່ມຕຸກໃຫຍ່ຈາກ 6.000 ກີບ ເປັນ 8.000 ກີບ

ວັນທີ 18 ພຶດສະພາ 2023 ຜ່ານມານີ້ ສະມາຄົມນໍ້າດື່ມ ນະຄອນຫລວງວຽງຈັນ ອອກແຈ້ງການ ປັບຂຶ້ນລາຄານໍ້າດື່ມບໍລິສຸດຕຸກໃຫຍ ຂະຫນາດ 18 ລິດ ໂດຍອີງໃສ່ສະພາບການປັບຂຶ້ນລາຄາຂອງອັດຕາແລກປ່ຽນສະກຸນເງິນຕາຕ່າງປະເທດ ແລະ ການອ່ອນຄ່າລົງຂອງສະກຸນເງິນກີບປະຈຸບັນ ພ້ອມທັງຂາດເຂີນແຮງງານທໍາການຜະລິດ ເຮັດໃຫ້ການດໍາເນີນທຸລະກິດມີຄວາມສຽງເພີ່ມສູງຂຶ້ນໃນແຕ່ລະ ວັນ, ອີງໃສ່ສະພາບການນັບເພີ່ມຂຶ້ນເກີນເທົ່າຕົວ ຂອງລາຄາຄ່າຄອງຊີບ, ເຄື່ອງໃຊ້ສອຍ, ອຸປະກອນຮັບໃຊ້ການຜະລິດນໍ້າຕ່າງໆ. ອີງໃສ່ ກອງປະຊຸມຄົບຄະນະຂອງສະມາຄົມນໍ້າດື່ມບໍລິສຸດ ນະຄອນຫລວງວຽງຈັນ ຄັ້ງວັນທີ 17/05/2023 ວ່າດ້ວຍເຫດຜົນ, ຄວາມຈໍາເປັນໃນການປັບຂຶ້ນລາຄານໍ້າດື່ມຕຸກໃຫ່ຍ ຂະຫນາດ 18 ລິດ, ເພື່ອຊວ່ຍໃຫ້ຜູ້ປະກອບການໂຮງງານຜະລິດນໍ້າດື່ມ ສາມາດປະຄອງຕົວຢູ່ໃດ໋.ປະທານ ສະມາຄົມນໍ້າດື່ມບໍລິສຸດ ນະຄອນຫລວງວຽງຈັນ ຈຶ່ງຂໍຖືເປັນກຽດແຈ້ງ ບັນດາທ່ານ ເພື່ອໃຫ້ກະກຽມ ປັບຂຶ້ນລາຄານໍ້າດື່ມບໍລິສຸດຕຸກໃຫຍ່ ຂະໜາດ 18 ລິດ ຈາກລາຄາເດີມທີ່ຜ່ານມາຕຸກລະ 6.000 ກີບມາເປັນ 8.000 ກີບ, ໃນຂອບເຂດນະຄອນຫລວງວຽງຈັນ (9 ຕົວເມືອງ ) ຢ່າງພ້ອມພຽງ ແລະ ເປັນເອກະພາບ […]

ດວງລາຍວັນປະຈໍາວັນສຸກ ທີ 19 ພຶດສະພາ 2023 ຕາມແຕ່ລະວັນເກີດ

ຄົນເກີດວັນອາທິດ:ການ​ງານສ້າງສັນ​ຜົນ​ວຽກງານ​ໃໝ່​ໄດ້​ດີໃນເລື່ອງຂອງການງານ ການ​ເງິນຖານະ​ລ້ຳລວຍ​ຫຼາຍ​ຂຶ້ນ ມີຜູ້ໃຫຍ່ຊ່ວຍອຸປະຖໍາ ຄວາມ​ຮັກໄດ້​ພົບ​ຮັກ​ກັບຄົນໃກ້ໂຕ ເປັນຄົນທີ່ທ່ານເອງກໍຮູ້ຈັກ ເຄື່ອງມຸງຄຸນເງິນ ສີມຸງຄຸນ​ສີຂາວ ເລກ​ນຳ​ໂຊກ​2 ຄົນເກີດວັນຈັນ:ການ​ງານເລັ່ງ​ໃນການ​ສ້າງສັນ​ຜົນ​ງານ​ໃນເລື່ອງຂອງການງານ ການ​ເງິນ​ຈະ​ໄດ້​ໂຊກ​ຈາກ​ຄົນໃນຄອບຄົວ ແລະ ຈະໄດ້ຮັບຂ່າວດີ ຄວາມ​ຮັກ​ໄດ້​ພົບ​ຮັກ​ເທື່ອ​ໃໝ່ ແຕ່ອາດບໍ່ແມ່ນຄົນທີ່ທ່ານມັກ ເຄື່ອງມຸງຄຸນໄຊ່ມຸກ ສີມຸງຄຸນສີນໍ້າຕານ ເລກ​ນຳ​ໂຊກ​7 ຄົນເກີດວັນອັງຄານ:ການ​ງານໄດ້​ເງິນ​ກ້ອນ​ໃຫຍ່​ມາ​ລົງ​ໃຫ້ທ່ານໄດ້​ລົງທຶນເຮັດ​ທຸລະກິດ ການ​ເງິນຈະ​ເສຍ​ເງິນ​ໃຫ້​ກັບ​ຜູ້ໃຫຍ່ ເພາະລາຍຈ່າຍຂ່ອນຂ້າງຫຼາຍ ຄວາມ​ຮັກ​ຄວາມ​ສຳພັນ​ຄວາມ​ຮັກມີເກນຈະໄດ້ເລີ່ມຕົ້ນ​ໃໝ່​ອີກ​ຄັ້ງ ເຄື່ອງມຸງຄຸນ​ເງິນ ສີມຸງຄຸນສີ​ແດງ ເລກ​ນຳ​ໂຊກ​7 ຄົນເກີດວັນພຸດ:ການ​ງານເຮັດ​ທຸລະກິດ​ກັບຮຸ້ນ​ສ່ວນ​ຈະປະ​ສົບ​ຄວາມ​ສຳ​ເລັດ ການ​ເງິນໄດ້​ເງິນ​ຫຼາຍ​ຂຶ້ນ ແຕ່​ລາຍ​ຈ່າຍ​ກໍ​ຈະ​ມີ​ຫຼາຍ ຄວາມ​ຮັກພົບ​ເລື່ອງ​ເລີກ​ລາ ແລະ ອາດ​ຈະໄດ້ຫ່າງ​ເຫີນກັບຄົນຮັກ ເຄື່ອງມຸງຄຸນ​​ ຄໍາຝຣັ່ງ ສີມຸງຄຸນສີເຫຼືອງ ເລກ​ນຳ​ໂຊກ​4 ຄົນເກີດວັນພະຫັດ:ການ​ງານວາງ​ແຜນ​ເຮັດ​ທຸລະກິດ​ຈະປະ​ສົບ​ຄວາມ​ສຳ​ເລັດ ການ​ເງິນຜູ້ໃຫຍ່​ຈະໃຫ້​ໂຊກໃນເລື່ອງຂອງການເງິນ ຄວາມ​ຮັກຢູ່ໃນ​ສະຖານະການ​ຮັກ​ຊ້ອນ ບໍ່ມີໃຜເປັນໂຕຕົນ ເຄື່ອງມຸງຄຸນເພັດສີແດງ ສີມຸງຄຸນສີຟ້າ ເລກ​ນຳ​ໂຊກ9 ຄົນເກີດວັນສຸກ:ການ​ງານ​ເກີດ​ເຫດການ​ປ່ຽນ​ແປງ​ຍົກ​ຍ້າຍ​ວຽກງານ​ທີ່ກໍາລັງເຮັດຢູ່ ການ​ເງິນພົບ​ຄວາມ​ບໍ່​ຊັດເຈນໃນເລື່ອງຂອງລາຍຈ່າຍ ຄວາມ​ຮັກພະຍາຍາມໃຈເຢັນທັງສອງ ເພາະອາດເຮັດໃຫ້ມີບັນຫາດ້ານຄວາມຮັກ ເຄື່ອງມຸງຄຸນ​​ ຫິນນໍາໂຊກສີແດງ ສີມຸງຄຸນສີບົວ ເລກ​ນຳ​ໂຊກ​9 ຄົນເກີດວັນເສົາ:ການ​ງານຕ້ອງພະຍາຍາມຫາສິ່ງໃໝ່ໆໃນເຮັດໃນເລື່ອງຂອງການງານ ການ​ເງິນຖານະ​ລ້ຳລວຍ​ຫຼາຍ​ຂຶ້ນເພາະມີຄົນຊ່ວຍອຸປະຖໍາ ຄວາມ​ຮັກໄດ້​ພົບ​ຮັກ​ກັບຄົນທີ່ຫມູ່ເພື່ອນແນະນໍາໃຫ້ ເຄື່ອງມຸງຄຸນ​ເພັດສີຂາວ ສີມຸງຄຸນສີດໍາ ເລກ​ນຳ​ໂຊກ​6

ປ່ອຍຕົວນັກໂທດກ່ອນກຳນົດ ໂດຍມີເງື່ອນໄຂ 11 ຄົນ

ການປ່ອຍຕົວນັກໂທດ ກ່ອນກໍານົດໂດຍມີເງື່ອນໄຂ ໄດ້ຈັດຂຶ້ນໃນວັນທີ່ 12 ພຶດສະພາ 2023 ນີ້ ຢູ່ທີ່ ຄ້າຍຄຸມຂັງ-ດັດສ້າງ ປກສ ແຂວງຫລວງພະບາງ ໂດຍການເປັນກຽດເຂົ້າຮ່ວມ ຂອງທ່ານ ພັນເອກ ທາ ລຽນປະດິດ ປະທານກວດກາພັກກອງບັນຊາການ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ຫລວງພະບາງ, ທ່ານ ພັນໂທ ສຸຫວັດ ສິດທິປັນຍາ ຫົວໜ້າຄ້າຍຄຸມຂັງ-ດັດສ້າງ ,ມີບັນດາຄະນະກຳມະການອະໄພຍະໂທດ, ອົງການຈັດຕັ້ງທີ່ກ່ຽວຂ້ອງ ແລະ ພໍ່ແມ່ຍາດພີນ້ອງ ຂອງບັນດານັກໂທດເຂົ້າຮ່ວມຢ່າງພ້ອມພຽງ. ໃນໂອກາດດັ່ງກ່າວ ທ່ານ ພັນໂທ ຄຳເພັດ ມະນີຈັນ ຄະນະພັກ ຮອງຫົວຫນ້າ ຄ້າຍຄຸມຂັງ -ດັດ ສ້າງ ປກສ ແຂວງ ຫລວງພະບາງ ໄດ້ ຂື້ນ ຜ່ານ ບັນຊີ ນັກໂທດທີ່ໄດ້ຮັບການປ່ອຍຕົວ ໃຫ້ຮູ້ວ່າ ນັກໂທດ ທີ່ໄດ້ຮັບການປ່ອຍຕົວ ທັງໜົດ ມີ 11 […]

ພະຍາບານງົງ ຍິງອາຍຸ 22 ປີເກີດລູກ ແຕ່ຊາຍ 4 ຄົນບອກວ່າເປັນພໍ່ຂອງເດັກ ເມື່ອຂ້ອຍຮູ້ຄວາມຈິງເຖິງກັບ ນໍ້າຕາໄຫຼ

Mirror Media ລາຍ​ງານເລື່ອງລາວ​ກ່ຽວ​​ທີ່​ຖືກ​​ເຜີຍ​ແຜ່​ທາງ​ອອນ​ລາຍ​ຢູ່​ຈີນ. ຫຼັງ​ຈາກ​ສື່​ມວນ​ຊົນ​ທ້ອງ​ຖິ່ນ​ເຜີຍ​ແຜ່​ຂ່າວ​ທາງ​ອອນ​ລາຍ ເລື່ອງ​ລາວທີ່​ຕອນ​ທໍາ​ອິດ​ເບິ່ງ​ຄື​ວ່າ​ເປັນ​ວຸ້ນວາຍກັນ ແຕ່ສຸດທ້າຍເມື່ອໄດ້ເປີດເຜີຍຄວາມຈິງ. ກັບໄປເປັນເລື່ອງທີ່ເສົ້າໃຈທີ່ສຸດ ເລື່ອງຂອງແມ່ຍິງອາຍຸ 22 ປີທີ່ເກີດລູກຢູ່ໂຮງຫມໍ. ມາເກີດລູກຢູ່ໂຮງໝໍ ຫຼັງໃຊ້ເວລາຫຼາຍກວ່າ 7 ຊົ່ວໂມງ, ກໍ່ສາມາດເກີດລູກໄດ້ຢ່າງປອດໄພທັງແມ່ແລະເດັກນ້ອຍ. ແຕ່ປະກົດວ່າເມື່ອພະຍາບານອອກມາຢູ່ໜ້າຫ້ອງເກີດລູກ ແລະຖາມວ່າໃຜເປັນພໍ່ຂອງເດັກ, ຜູ້ຊາຍສີ່ຄົນໄດ້ຢືນຂຶ້ນຍົກມືຂຶ້ນ. ຈາກນັ້ນບອກວ່າແມ່ນພໍ່ຂອງເດັກ, ເຊິ່ງ 1 ໃນ 4 ຄົນກໍ່ຮ້ອງໄຫ້ອອກມາເມື່ອຮູ້ວ່າແມ່ ແລະ ເດັກປອດໄພ. ນີ້ເຮັດໃຫ້ພະຍາບານງົງທີ່ສຸດ. ຈົນມີການສອບຖາມຄວາມຈິງວ່າເປັນແນວໃດ ຈຶ່ງໄດ້ຮູ້ວ່າ ຜູ້ຊາຍທັງໝົດ 4 ຄົນ ເປັນເພື່ອນຮ່ວມງານຂອງພໍ່ແທ້ໆຂອງເດັກ ເຊິ່ງເຮັດວຽກອາຊີບເປັນພະນັກງານດັບເພີງ ແລະ ພໍ່ຂອງເດັກໄດ້ເສຍຊີວິດໃນເວລາປະຕິບັດໜ້າທີ່ພຽງແຕ່ 1 ອາທິດກ່ອນລູກເກີດ, ເຮັດໃຫ້ທັງ 4 ຄົນແມ່ນອາສາສະໝັກໄປດູແລ. ເມຍ ແລະ ລູກຂອງໝູ່ທີ່ເສຍໄປ ເພື່ອບໍ່ຢາກໃຫ້ດຳລົງຊີວິດຢູ່ຢ່າງລຳບາກ, ແລະທັງໝົດ 4 ຄົນໄດ້ອາສາສະໝັກເປັນພໍ່ລ້ຽງຂອງເດັກນ້ອຍນຳ.

ຝລັ່ງລອງໃຈພໍ່ຄ້າ ຂໍກິນໝາກໄມ້ແຕ່ບໍ່ມີເງິນ ແຕ່ພໍ່ຄ້າໃຫ້ກິນຟຮີ ສຸດທ້າຍໄດ້ຫຼາຍກວ່າຄ່າໝາກໄມ້

Luke Erwin, ໜຸ່ມຊາວຕ່າງຊາດ ຜູ້ທີ່ລາດຕະເວນແລະສ້າງຄັອນເທັ້ນລົງໃນ TikTok, ໄດ້ເດີນທາງໄປທ່ຽວ ພູເກັດ. ກ່ອນຈະເຮັດຄລິບທົດສອບລອງໃຈພໍ່ຄ້າຂາຍໝາກໄມ້ຄົນໄທ ໂດຍການລອງຂໍໝາກໄມ້ຟຣີ. ແລະບອກວ່າບໍ່ໄດ້ກິນຫຍັງໝົດມື້ ແລະບໍ່ມີເງິນ, ຈະຂໍໝາກໄມ້ກິນ 1 ໜ່ວຍໄດ້ບໍ? ປະກົດວ່າ: ພໍ່ຄ້າໝາກໄມ້ຈາກປ່າຕອງ. ພູເກັດ ສຸດໃຈດີ ຖາມວ່າຈະຫຍັງກິນ ເມື່ອລຸກບອກວ່າລາວຢາກກິນໝາກມ່ວງ ພໍ່ຄ້າໄດ້ເອົາຫມາກມ່ວງອອກແລະປອກໃສ່ຖົງໃຫ້ໂດຍບໍ່ໄດ້ໄລ່ເງິນ ໃຫ້ກິນຟຣີ. ລຸກພະຍາຍາມຖາມຊ້ຳໆວ່າ, ບໍ່ໄລ່ເງິນແທ້ບໍ? ພໍ່ຄ້າຍັງຢືນຢັນວ່າບໍ່ໄດ້ເສຍເງິນ ຟຮີ . ໃນ​ທີ່​ສຸດ ລຸກາໄດ້​ເປີດ​ເຜີຍ​ໃນ​ຕອນ​ທ້າຍ​ວ່າ ນີ້​ເປັນ​ການ​ທົດ​ສອບ​ຫົວໃຈ​ຂອງ​ລາວ. ແລະຜູ້ຂາຍແມ່ນໃຈດີຫຼາຍ. ດັ່ງນັ້ນ ລາວຈຶ່ງຢາກຈະເອົາເງິນກ້ອນໃຫຍ່ ລວມເປັນເງິນ 2 ພັນບາດ ແຕ່ພໍ່ຄ້າຢືນຢັນວ່າ ຈະເອົາຄ່າໝາກມ່ວງພຽງ 50 ບາດ ແຕ່ລູກບໍ່ຍອມ ຈຶ່ງເອົາເງິນທັງໝົດໃສ່ຖົງຂອງພໍ່ຄ້າ. ຄລິບນີ້ໄດ້ຮັບການຍ້ອງຍໍຈາກຄົນໄທຫຼາຍຈຳນວນ. ແລະສະແດງຄໍາຄິດຄໍາເຫັນໃນທາງດຽວກັນວ່າ ຄົນ​ໄທ​ສ່ວນ​ຫຼາຍ​ແມ່ນ​ໃຈ​ດີ​ແລະ​ມີນຳໃຈສະເໝີ