ເຈົ້າໜ້າທີ່ ປກສ ແຂວງບໍ່ແກ້ວ ຢຶດຢາເສບຕິດປະເພດຢາໄອສ໌ ໄດ້ 48 ເປົາ ລວມນ້ຳໜັກ 1,436 ກິໂລກຼາມ.ເຈົ້າໜ້າທີ່ ປກສ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ວັນທີ 15 ພຶດສະພາ 2023 ເຈົ້າໜ້າທີ່ ປກສ ເມືອງຕົ້ນເຜິ້ງ ໄດ້ຮັບຂໍ້ມູນຈາກພົນລະເມືອງດີ ວ່າຈະມີການຂົນສົ່ງຢາເສບຕິດຈາກປະເທດເພື່ອນບ້ານມາເທດສະບານເມືອງຕົ້ນເຜິ້ງ, ປກສ ເມືອງຕົ້ນເຜິ້ງ ຈິ່ງໄດ້ປະສານຫາ ປກສ ແຂວງ
ສົມທົບກັນເຂົ້າສະກັດເປົ້າໝາຍສາມາດຢຶດຢາເສບຕິດ ປະເພດຢາໄອສ໌ ໄດ້ 48 ເປົາ ເທົ່າກັບ 1.436 ຫໍ່ ນໍ້າໜັກລວມ 1.436 ກິໂລກຼາມ ພ້ອມລົດກະບະວີໂກ 2 ຄັນບໍ່ຕິດປ້າຍທະບຽນ ແລະ ພົບປ້າຍທະບຽນລົດ 2 ຄູ່. ສ່ວນຜູ້ຂັບຂີ່ເອົາຕົວຫຼົບໜີ.ປັດຈຸບັນເຈົ້າໜ້າທີ່ພວມເລັ່ງສືບສວນ-ສອບສວນ ຫາຜູ້ກະຜິດມາດຳເນີນຄະດີ.
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,405 | 21,680 |
![]() THB | 655.18 | 667.63 |
![]() EUR | 24,058 | 24,540 |
![]() CNY | 2,902 | 2,960 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,230 |
![]() | 22,560 |
![]() | 18,370 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 34,990,000 | 35,520,000 |
![]() | 34,640,000 | 35,629,000 |