ປ່າເຢັ່ງຊາ ລໍ່ Miss Universe Laos 2022 ກຽມເດີນທາງໄປຮ່ວມງານໃນຫຼາຍປະເທດ

ປ່າເຢັ່ງຊາ ລໍ່ Miss Universe Laos 2022 ໃຫ້ສຳພາດໃນງານເປີດໂຕ Miss Universe Laos 2023 ເມື່ອບໍ່ດົນມານີ້ວ່າ ກຽມເດີນທາງໄປປະເທດຝຣັ່ງ ຈີນ ແລະ ອາເມຣິກາ. ປ່າເຢັ່ງຊາ ກ່າວເພີ່ມວ່າ: ໃນການໄປປະເທດຕ່າງໆກໍມີຈຸດປະສົງຄື ໄປຝຣັ່ງແມ່ນໄປເດີນພົມແດງທີ່ເມືອງຄານ ໄປປະເທດຈີນກໍເພື່ອຮ່ວມງານ National Festival ສ່ວນການໄປອາເມຣິກາແມ່ນການໄປໃຫ້ແຮງບັນດານໃຈ ພ້ອມທັງພົບກັບນ້ອງໆແຕ່ລະໂຮງຮຽນ ແລະ ພົບປະຜູ້ຄົນໃນບັນດາງານຕ່າງໆ. ຢ່າງໃດກໍຕາມ ບັນດາມວນຊົນກໍຍັງຖ້າຕິດຕາມຜົນງານຂອງ ປ່າເຢັ່ງຊາ ຕໍ່ໄປວ່າງານຕ່າງໆທີ່ຈະໄປນັ້ນເປັນແບບໃດ.

ໂຈະຊົ່ວຄາວໃນການບຸກເບີກເນື້ອທີ່ດິນສຳປະທານຂອງສອງບໍລິສັດຢູ່ເມືອງສະໜາມໄຊ ແຂວງອັດຕະປື

ວັນທີ 17 ພຶດສະພາ 2023 ນີ້ ຫ້ອງວ່າການແຂວງອັດຕະປືອອກແຈ້ງການ ໃຫ້ໂຈະຊົ່ວຄາວການດໍາເນີນການບຸກເບີກ ເນື້ອທີ່ດິນສໍາປະທານ ຢູ່ເຂດບ້ານໜອງຫີນ ແລະ ບ້ານໄຊດອນໂຂງ ເມືອງສະໜາມໄຊ. – ອີງຕາມ ຂໍ້ຕົກລົງຂອງເຈົ້າແຂວງ ສະບັບເລກທີ 1535/ຈຂ.ອປ, ລົງວັນທີ 14 ຕຸລາ 2021 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຫ້ອງວ່າການແຂວງອັດຕະປື. – ອີງຕາມ ບົດບັນທຶກກອງປະຊຸມປຶກສາຫາລືກ່ຽວກັບການແກ້ໄຂສະພາບບັນຫາທີ່ເກີດຂຶ້ນ ໃນການບຸກເບີກເນື້ອ ທີ່ດິນສໍາປະທານຂອງບໍລິສັດ ຢູ່ເມືອງສະຫນາມໄຊ ໃນຄັ້ງວັນທີ 16 ພຶດສະພາ 2023. ຫ້ອງວ່າການແຂວງ ຂໍຖືເປັນກຽດແຈ້ງການ ມາຍັງທ່ານຮັບຊາບ ດັ່ງນີ້:ໃຫ້ບໍລິສັດສີຊິນ ພັດທະນາກະສິກໍາຈໍາກັດ ໂຈະຊົ່ວຄາວໃນການດໍາເນີນການບຸກເບີກ ເນື້ອທີ່ດິນສໍາປະທານ ຢູ່ເຂດບ້ານໜອງຫີນ ເມືອງສະໜາມໄຊ ເພື່ອແກ້ໄຂບັນຫາຄວາມບໍ່ສະຫງົບໃຫ້ສໍາເລັດກ່ອນ. ໃຫ້ບໍລິສັດກອງແກ້ວ ພັດທະນາກະສິກໍາຈໍາກັດ ໂຈະຊົ່ວຄາວໃນການດໍາເນີນການບຸກເບີກເນື້ອທີ່ດິນສໍາປະທານ ຢູ່ເຂດບ້ານໄຊດອນໂຂງ ເມືອງສະໜາມໄຊ ເພື່ອແກ້ໄຂບັນຫາຄວາມບໍ່ສະຫງົບໃຫ້ສໍາເລັດກ່ອນ.

ດວງລາຍວັນປະຈໍາວັນພະຫັດ ທີ 18 ພຶດສະພາ 2023 ຕາມແຕ່ລະວັນເກີດ

ຄົນເກີດວັນອາທິດ:ການ​ງານການ​ເຈລະຈາ​ທຸລະ​ກິດຈະການ​ງານ​ຈະປະ​ສົບ​ຄວາມ​ສຳ​ເລັດ ການ​ເງິນ ​ມື້​ນີ້​ຈະ​ໄດ້​ໂຊກ​ຈາກ​ຄົນ​ທີ່ທ່ານໄວໃຈ ເອົາໂຊກມາໃຫ້ ຄວາມ​ຮັກລະວັງເລື່ອງມືທີ່ສາມເຂົ້າມາເຮັດໃຫ້ທ່ານມີບັນຫາກັບຄົນຮັກ ເຄື່ອງມຸງຄຸນ​ແຫວນຄໍາ ສີມຸງຄຸນ​ສີ​ນໍ້າຕານ ເລກ​ນຳ​ໂຊກ​6 ຄົນເກີດວັນຈັນ:ການ​ງານ​ມີ​ໂອ​ກາດ​ໄດ້​ປ່ຽນ​ແປງ​ຍົກ​ຍ້າຍວຽກງານ​​ໃໝ່ ການ​ເງິນຈະ​ພົບ​ຜູ້​ອຸປະຖຳ​ດ້ານ​ການ​ເງິນໃຫ້ແກ່ທ່ານ ຄວາມ​ຮັກ​ເດີນທາງ​ແລ້ວ​ໄດ້​ພົບ​ຄົນທີ່​ມີສະເໜ່ ເຄື່ອງມຸງຄຸນ​ໄຂ່ມຸກ ສີມຸງຄຸນສີ​ແດງ ເລກ​ນຳ​ໂຊກ​7 ຄົນເກີດວັນອັງຄານ:ການ​ງານເກີດ​ການ​ເຈລະຈາ​ຕໍ່​ລອງ​ແລ້ວ​ຈະ​ສຳ​ເລັດໃນດ້ານການງານ ການ​ເງິນໃຊ້ຈ່າຍໃຫ້ມີຂອບເຂດ ລະວັງເລື່ອງໃຊ້ຈ່າຍເກີນຕົວຈົນກໍເປັນໜີ້ ຄວາມ​ຮັກ​ມີຄວາມສຸກກັບຄົນຮັກຫຼາຍໃນໄລຍະນີ້ ແຕ່ຕ້ອງລະວັງເລື່ອງຂອງຄໍາເວົ້າ ເຄື່ອງມຸງຄຸນ​ໄຂ່ມຸກ ສີມຸງຄຸນສີ​ດໍາ ເລກ​ນຳ​ໂຊກ​2 ຄົນເກີດວັນພຸດ:ການ​ງານ​​ ເຮັດ​ທຸລະກິດ​ດ້ານ​ຊັບສິນຈະ​ປະ​ສົບ​ຄວາມ​ສຳ​ເລັດ​ດີ ການ​ເງິນ​ມີຜູ້ໃຫຍ່ຈະເຂົ້າມາຊ່ວຍໃນເລື່ອງການເງິນ ຊ່ວຍແບ່ງເບົາທ່ານໄດ້ບໍ່ຫຼາຍກໍໜ້ອຍ ຄວາມ​ຮັກ​ມີ​ໂອ​ກາດ​ໄດ້​ພົບ​ຮັກ​ແບບບໍ່ທັນຕັ້ງໂຕ ອາດຕາກຄົນທາງໄກ ເຄື່ອງມຸງຄຸນ​​ ຄໍາຝຣັ່ງ ສີມຸງຄຸນສີ​ແດງ ເລກ​ນຳ​ໂຊກ​1 ຄົນເກີດວັນພະຫັດ:ການ​ງານພົບ​​ອຸປະສັກ​ທີ່​ເຮັດໃຫ້​ຮູ້ສຶກ​ເກີດ​ຄວາມ​ກັງ​ວົນ​ໃຈ ການ​ເງິນ​ບໍລິວານ​ຈະ​ອຸປະຖຳ​ດ້ານ​ການ​ເງິນແກ່ທ່ານເຂົ້າມາໃຫ້ໃຊ້ຈ່າຍ ຄວາມ​ຮັກ​ມີ​ໂອ​ກາດ​ພົບ​ຮັກ​ກັບ​ຄົນ​ຜິວ​ສອງ​ສີ ແຕ່ອາດບໍ່ແມ່ນເນື້ອຄູ່ ເຄື່ອງມຸງຄຸນ​ຫິນນໍາໂຊກສີຂຽວ ສີມຸງຄຸນສີ​ຟ້າ ເລກ​ນຳ​ໂຊກ​1 ຄົນເກີດວັນສຸກ:ການ​ງານ​ເກີດ​ການ​ປ່ຽນ​ແປງ​ດ້ານວຽກງານ ເພາະວຽກຫຼາຍໃນໄລຍະນີ້ ການ​ເງິນ​ພົບ​ເລື່ອງ​ເສຍ​ເງິນ​ ແຕ່ເສຍໄປກັບການປຸກສ້າງຕໍ່ເຕີມພາຍໃນເຮືອນ ຄວາມ​ຮັກ​ໄດ້​ພົບ​ຮັກ​ຈາກ​ການເດີນທາງ​ຕິດ​ຕໍ່​ວຽກງານໃນໄລຍະນີ້ ເຄື່ອງມຸງຄຸນ​​ເພັດສີແດງ ສີມຸງຄຸນສີ​ດໍາ ເລກ​ນຳ​ໂຊກ​9 ຄົນເກີດວັນເສົາ:ການ​ງານ​ປະ​ສົບ​ຄວາມ​ສຳ​ເລັດ​ໃນ​ການເຮັດ​ທຸລະກິດ​ສື່​ອອນ​ລາຍ ການ​ເງິນ​ໃຫ້ລະວັງເລື່ອງຂອງການເງິນ ເພາະການເງິນບໍ່ຄົງທີ່ ຄວາມ​ຮັກພະຍາຍາມເຂົ້າຫາ ແລະ ໃສ່ໃຈຄົນທີ່ຮັກໃຫ້ຫຼາຍ ເພາະລາວອາດຮູ້ສຶກຈະບໍ່ໂອເຄກັບທ່ານແລ້ວ ເຄື່ອງມຸງຄຸນ​ແຫວນຄໍາ ສີມຸງຄຸນສີບົວ […]

ຊົມເຊີຍ ທັບ​ນັກກິລາລາວ​ ຄວ້າ​ 6​ ຫຼຽນຄຳ​ ໃນຊີເກມ​ຄັ້ງ​ 32​ ເກີນເປົ້າທີ່ຕັ້ງໄວ້ 5 ຫຼຽນຄຳ

ເກີນ​ເປົ້າ!​ ທັບ​ນັກກິລາລາວ​ ຄວ້າ​ 6​ ຫຼຽນຄຳ​ ໃນຊີເກມ​ຄັ້ງ​ 32​ ເກີນເປົ້າທີ່ຕັ້ງໄວ້ 5 ຫຼຽນຄຳ ປິດສາກລົງແລ້ວ​ ສຳລັບການແຂ່ງຂັນກີລາໃນງານມະຫະກໍາກີລາຊີເກມ ຄັ້ງທີ 32 ທີ່ປະເທດກໍາປູເຈຍ ຈັດຂຶ້ນລະຫວ່າງວັນທີ 5-17 ພຶດສະພາ 2023 ໄດ້ສໍາເລັດຢ່າງເປັນທາງການ,​ ສຳລັບຜົນການແຂ່ງຂັນກິລາທຸກປະເພດ ທັບນັກກີລາລາວ ສາມາດຍາດໄດ້ 6 ຫຼຽນຄໍາ, 22 ຫຼຽນເງິນ ແລະ 60 ຫຼຽນທອງ ເກີນເປົ້າໝາຍທີ່ວາງໄວ້ 5 ຫຼຽນຄໍາ. ສຳລັບ 6 ຫຼຽນຄໍາທີ່ຍາດມາໄດ້ຈາກ ກິລາເປຕັງ 3 ຫຼຽນຄຳ, ກິລາກະຕໍ້ຊິນລອນ 1 ຫຼຽນຄຳ, ກິລາ​ ກຸນ ບ໋ອກກະຕໍ 1 ຫຼຽນຄຳ ແລະ ກິລາໂວວີນາມ 1 ຫຼຽນຄຳ​ ເຮັດໃຫ້​ ສປປ​ ລາວ​ ຈັດຢູ່ອັນດັບທີ […]

ເຈົ້າໜ້າທີ່ພາສີ ປະຈຳດ່ານສາກົນບໍ່ເຕັນ ຢຶດລົດເກັງ 2 ຄັນ ທີ່ລັກລອບນຳເຂົ້າ ແລະ ໃສ່ປ້າຍປອມ

ວັນທີ 16 ພຶດສະພາ 2023, ເຈົ້າໜ້າທີ່ພາສີ ປະຈຳດ່ານພາສີສາກົນບໍ່ເຕັນ ແຂວງຫລວງນໍ້າທາ, ເຈົ້າໜ້າທີ່ພາສີກຸ່ມວຽກຄຸ້ມຄອງພາຫະນະ ຈຸດປະຈຳໄມ້ກັ້ນ, ໄດ້ເຂັ້ມງວດກວດກາໃນການຈັດຕັ້ງປະຕິບັດໜ້າທີ່ວິຊາສະເພາະໃນການຕ້ານ ແລະ ສະກັ້ນການການລັກລອບລົດນໍາເຂົ້າບໍ່ຖືກຕ້ອງຕາມລະບຽບກົດໝາຍ, ຊຶ່ງສາມາດຢຶດລົດເກັງ ຍີ່ຫໍ້ KIA K5 ໄດ້ຈໍ 2 ຄັນ ທີ່ໃສ່ປ້າຍທະບຽນປອມ. ໂດຍຜ່ານການກວດກາເບື້ອງຕົ້ນເຫັນວ່າ: ລົດເກັງ 2 ຄັນ ຍີ່ຫໍ້ KIA K5 ທີ່ລັກລອບນຳເຂົ້າບໍ່ຖືກຕ້ອງຕາມລະບຽບກົດໝາຍ ແລະ ໄດ້ໃສ່ປ້າຍທະບຽນປອມທັງ 2 ຄັນ, ທະບຽນ (ຫລວງນໍ້າທາ ກສ 4789, ກໍາແພງນະຄອນ ຮຈ 9399) ຊຶ່ງບໍ່ມີເອກະສານຖືກຕ້ອງ ແລະ ບໍ່ມີເອກະສານຢັ້ງຢືນຂອງການມອບພັນທະອື່ນໆ. ດັ່ງນັ້ນ, ເຈົ້າໜ້າທີ່ພາສີປະຈໍາດ່ານພາສີສາກົນບໍ່ເຕັນ, ຈຶ່ງໄດ້ເຮັດບົດບັນທຶກຄະດີມອບ-ຮັບລົດຈໍານວນ 2 ຄັນດັ່ງກ່າວໃຫ້ພາສີ ປະຈຳແຂວງຫລວງນໍ້າທາ ດຳເນີນຂັ້ນຕອນຕາມກົດໝາຍ ແລະ ລະບຽບການຕໍ່ໄປ.

​ມອບ​-ຮັບ ໂຄງການ​ກໍ່ສ້າງສະໜາມບິນໜອງຄ້າງ ເມືອງຊໍາເໜືອ ແຂວງຫົວພັນ

ວັນທີ 15 ພຶດສະພາ 2023 ຜ່ານມາ ມີການຈັດມອບຮັບ ໂຄງການ​ກໍ່ສ້າງສະໜາມບິນໜອງຄ້າງຢ່າງເປັນທາງການ ທີ່ບ້ານໜອງຄ້າງ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ (ຍທຂ), ທ່ານ ວັນໄຊ ແພງຊຸມມາ ເຈົ້າແຂວງ ຫົວພັນ, ທ່ານ ເຈິນ ກັວກ ເຟືອງ ຮອງຄະນະກໍາມະທິການຮ່ວມມືຫວຽດນາມ-ລາວ, ທ່ານ ເຈິ່ນບ໋າວ ເຊີນ ຜູ້ອໍານວຍການໃຫຍ່ ບໍລິສັດຫຸ້ນສ່ວນກະສິກໍາສາກົນ ຮວ່າງແອງຢາລາຍ, ມີບັນດາທ່ານຮອງລັດຖະມົນຕີ, ຮອງເລຂາພັກແຂວງ-ຮອງເຈົ້າແຂວງຫົວພັນ, ບັນດາຄະນະນໍາເມືອງ, ຄະນະກົມ, ຄະນະພະແນກ, ທີ່ມາຈາກສູນກາງ, ທ້ອງຖິ່ນ ແລະ ບໍລິສັດທີ່ກ່ຽວຂ້ອງເຂົ້າຮ່ວມ. ທ່ານ ພູທອງ ອິນທະແສງ ຫົວໜ້າໂຄງການກໍ່ສ້າງສະໜາມບິນໜອງຄ້າງຕາງໜ້າໃຫ້ເຈົ້າຂອງໂຄງການ, ກໍຄືຄະນະຮັບຜິດຊອບຜູ້ຈັດຕັ້ງປະຕິບັດຕົວຈິງໄດ້ກ່າວວ່າ: ໂຄງການກໍ່ສ້າງສະໜາມບິນໜອງຄ້າງ ແມ່ນໂຄງການໜຶ່ງທີ່ນອນຢູ່ໃນແຜນຍຸດທະສາດ ແລະ ການພັດທະນາ ຂອງຂະແໜງ ຍທຂ ດ້ານວຽກງານການບິນພົນລະເຮືອນ ຕາມນະໂຍບາຍຂອງລັດຖະບານ ໃນການຫັນເປັນປະເທດເຊື່ອມ […]

ສົ່ງອັດຖິ ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ 16 ອັດຖິ ກັບຄືນປະເທດ

ວັນທີ 17 ພຶດສະພາ 2023 ນີ້, ແຂວງສາລະວັນ ຈັດສົ່ງອັດຖິ ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫລະຊີວິດ ໃນປາງສົງຄາມກັບຄືນປະເທດ ຈຳນວນ 16 ອັດຖິ ໂດຍການເຂົ້າຮ່ວມຂອງ ທ່ານ ດາວວົງ ພອນແກ້ວ ເຈົ້າແຂວງໆສາລະວັນ, ທ່ານ ພັອ ຮວ່າງວັນເຢິ້ນ ຮອງເລຂາ ຫົວໜ້າການເມືອງທະຫານ ແຂວງເທື່ອທຽນເຫວ້. ທ່ານ ພົນຈັດຕະວາ ພູວັນ ພິມມະຈັນ ຫົວໜ້າການເມືອງກອງບັນຊາການທະຫານແຂວງ ໄດ້ຜ່ານບົດສະດຸດີ ໂດຍມີເນື້ອໃນວ່າ: ໃນທ່າມກາງບັນຍາກາດທີ່ໂສກເສົ້າເສຍດາຍ, ອາໄລ, ອາວອນນີ້ ໄດ້ມີການນໍາພັກລັດຂອງພະແນກການອ້ອມຂ້າງແຂວງ, ພະນັກງານ, ທະຫານ, ຕໍາຫລວດ, ນັກຮຽນຮູ້, ນັກສຶກສາ, ປັນຍາຊົນ ແລະ ມວນຊົນຊາວແຂວງສາລະວັນ ແລະ ຄະນະປະຕິບັດງານພິເສດ ແຂວງເຊກອງ ໄດ້ພ້ອມກັນມາເຕົ້າໂຮມ ເພື່ອໄຫວ້ອາໄລເຖິງດວງວິນຍານ ແລະ ຈັດສົ່ງ ຮ່າງອັດຖິ ຂອງທະຫານອາສາສະໝັກ ແລະ […]

ພຽງແຕ່ເບິ່ງຫົວເຂົ່າກໍ່ອ່ອນ ໜຸ່ມຕົກໃຈເມື່ອເຫັນປ້າຝັ່ງກົງກັນຂ້າມບ້ານ ຢືນ​ເຊັດ​ແກ້ວ​​ຢູ່​ຊັ້ນທີ 15 ແບບໂຕ​ເປົ່າ

ຍິງໄວກາງຄົນຢືນຢູ່ນອກປ່ອງຢ້ຽມຊັ້ນທີ 15, ເຊັດແກ້ວໂດຍບໍ່ມີເຄື່ອງປ້ອງກັນ. ມີລາຍງານເລື້ອຍໆກ່ຽວກັບອຸປະຕິເຫດແລະຄວາມປອດໄພໃນບໍລິສັດອຸດສາຫະກໍາ. ເຊິ່ງເມື່ອເປັນຂ່າວກໍມັກຈະໄດ້ຮັບຄວາມສົນໃຈຈາກທຸກພາກສ່ວນ. ເປັນເລື່ອງແປກທີ່, ບາງຄົນບໍ່ເອົາໃຈໃສ່ຄວາມປອດໄພທີ່ເຮືອນຂອງຕົນເອງ ເມື່ອ​ບໍ່​ດົນ​ມາ​ນີ້, ໂລກ​ສື່​ສັງ​ຄົມ​ຂອງ​ຈີນ​ໄດ້​ເກີດ​ຄວາມ​ຕື່ນ​ຕົກ​ໃຈ. ຫລັງຈາກມີຊາວເນັດໄດ້ໂພສຄລິບວີດີໂອລົງໃນກຸ່ມເຟສບຸກ ໂດຍບອກວ່າແມ່ຍິງຄົນຫນຶ່ງກໍາລັງທໍາຄວາມສະອາດແກ້ວຢູ່ນອກປ່ອງຢ້ຽມຢູ່ຊັ້ນທີ 15 ກົງກັນຂ້າມກັບເຮືອນຂອງລາວ. ​ເຮັດ​ໃຫ້​ຜູ້​ທີ່​ເຫັນ​ຮູບ​ດັ່ງກ່າວ​ໃຈຫາຍໄປນຳ ຈາກວິດີໂອ 1 ນາທີ 23 ວິນາທີ, ຈະເຫັນວ່າເຫັນຜູ້ຍິງໃສ່ເສື້ອສີຂາວ ແລະ ໂສ້ງສີມ່ວງ. ເຊັດແກ້ວຢູ່ດ້ານນອກດ້ວຍເຄື່ອງມືແລະອຸປະກອນເຮັດຄວາມສະອາດອື່ນໆ. ຢູ່ບໍລິເວນຕີນຂອງລາວ ຜູ້​ເບິ່ງ​ຄລິບກັບ​ເປັນ​ຫ່ວງ​ວ່າລາວ​ບໍ່​ໄດ້​ໃສ່​ໃຈ​ຄວາມ​ປອດ​ໄພ​ເລີຍ. ແລະເປັນຫ່ວງວ່າ ຖ້າລາວລົ້ມແລ້ວ ຄົງຈະເກີດເຫດສະລົດໃຈແນ່ນອນ. ຊາວເນັດໃຫ້ຄຳເຫັນວ່າ ລາວເຮັດຄວາມສະອາດປ່ອງຢ້ຽມດ້ວຍຊີວິດຂອງລາວ”, “ຖ້າບໍ່ລະມັດລະວັງ, ຈະປ່ຽນເປັນບ້ານຜີສິງທັນທີ”, “ຍິ່ງອາຍຸຫຼາຍຍິ່ງອັນຕະລາຍ, ຖ້າຂາອ່ອນເພຍ, ນ້ ຳ ຕານໃນເລືອດຕໍ່າ. ຫຼື ຂາຈັງເດ” ໃນຂະນະດຽວກັນ, ບາງຄົນຄາດຄະເດົາວ່າ ລາວອາດຈະເປັນຜູ້ເຮັດຄວາມສະອາດ, ບໍ່ແມ່ນເຈົ້າຂອງຫ້ອງ. ຢ່າງໃດກໍຕາມ, ການກະທໍາດັ່ງກ່າວກໍ່ເປັນຕາຢ້ານ.

ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງຫລວງນໍ້າທາ ທໍາລາຍຜະລິດຕະພັນ ແປ້ງນົວປອມ 600 ຖົງ ທີ່ນໍາເຂົ້າມາຈໍາໜ່າຍບໍ່ຖືກຕ້ອງ

ວັນທີ 12 ພຶດສະພາ 2023 ຜ່ານມາ, ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງຫລວງນໍ້າທາ ທໍາລາຍຜະລິດຕະພັນແປ້ງນົວກາຈອງ ປອມ ທີ່ນໍາເຂົ້າມາຈໍາໜ່າຍບໍ່ຖືກຕ້ອງ ໂດຍການເປັນປະທານ ຂອງທ່ານ ຫຸມເພັງ ວຽງທອງໄຊ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ແຂວງຫລວງນໍ້າທາ. ທ່ານ ພອນທິບ ບຸນໄຊທິບ ຫົວໜ້າຂະແໜງ ຊັບສິນທາງປັນຍາ-ມາດຕະຖານ ແລະ ວັດແທກ ໄດ້ລາຍງານຫຍໍ້ກ່ຽວກັບການເຄື່ອນໄຫວຈັດຕັ້ງປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າທີ່ ເປັນເຈົ້າການເອົາໃຈໃສ່ປະສານສົມທົບກັບ ບັນດາຂະແໜງການທີ່ກ່ຽວຂ້ອງ, ຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງ ພ້ອມກັນເປັນເຈົ້າການລົງຊຸກຍູ້, ຕິດຕາມ ແລະ ກວດກາແປ້ງນົວ ກາຈອງ ປອມ ຢູ່ຕາມຕະຫຼາດ ແລະ ຫ້າງຮ້ານຕ່າງໆ ພາຍໃນ 3 ເມືອງຄື: ເມືອງ ຫລວງນໍ້າທາ, ເມືອງ ສິງ ແລະ ເມືອງ ວຽງພູຄາ […]

ເຈົ້າແຂວງໄຊສົມບູນເຄື່ອນໄຫວຢ້ຽມຢາມໂຄງການຂຸດຄົ້ນແຮ່ທາດ

ວັນທີ 16 ພຶດສະພາ 2023 ທ່ານ ພອຍຄໍາ ຮຸ່ງບຸນຍວງ ເຈົ້າແຂວງໆໄຊສົມບູນ ພ້ອມດ້ວຍຄະນະການນຳຂອງແຂວງ, ເມືອງ ໄດ້ລົງເຄື່ອນໄຫວຕິດຕາມ, ຊຸກຍູ້ໂຄງການ ທີ່ໄດ້ເຊັນສັນຍາສໍາປະທານ (CA) ເພື່ອທົດລອງຂຸດຄົ້ນ ແລະ ປຸ່ງແຕ່ງແຮ່ຄໍາ, ແຮ່ມັງການ ຢູ່ເມືອງອະນຸວົງ ແຂວງໄຊສົມບູນ. ຈຸດປະສົງການລົງຕິດຕາມ ແລະ ຊຸກຍູ້ບັນດາໂຄງການລົງທຶນດ້ານບໍ່ແຮ່ ຂອງທ່ານເຈົ້າແຂວງຄັ້ງນີ້, ກໍ່ເພື່ອແນໃສ່ຮັບປະກັນໃຫ້ໂຄງການດັ່ງກ່າວ ດຳເນີນການເຄື່ອນໄຫວວຽກງານໄປຕາມຂັ້ນຕອນ ແລະ ຖືກຕ້ອງຕາມລະບຽບຫຼັກການ ທັງສາມາດສ້າງຜົນປະໂຫຍດຮ່ວມກັນ. ທ່ານ ຢັງ ຮົງເວີຍ ອໍານວຍການບໍລິສັດ ຮ່ວມມືພັດທະນາບໍ່ແຮ່ ໄຊສົມບູນ ຈໍາກັດ ແລະ ທ່ານ ວັນດີ ກວາລີວົງ ປະທານບໍລິສັດ ຮ່ວມມືພັດທະນາບໍ່ແຮ່ ໄຊສົມບູນ ຈໍາກັດ ໄດ້ຕາງໜ້າໃຫ້ຄະນະອຳນວຍການ ແລະ ພະນັກງານຂອງທັງສອງບໍລິສັດ ລາຍງານການຈັດຕັ້ງປະຕິບັດວຽກງານຂອງໂຄງການ ພາຍຫຼັງທີ່ເຊັນສັນຍາກັບລັດຖະບານເປັນຕົ້ນມາ ໂດຍສະເພາະແມ່ນຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກຕ່າງໆ ນັບຕັ້ງແຕ່ຂັ້ນຕອນການກະກຽມ, ການຂຸດຄົ້ນ, ການຜະລິດ, […]