ຂ່າວ-Tou-Vientianepost - 2023-05-17T195617.982
​ມອບ​-ຮັບ ໂຄງການ​ກໍ່ສ້າງສະໜາມບິນໜອງຄ້າງ ເມືອງຊໍາເໜືອ ແຂວງຫົວພັນ
ຮຽບຮຽງໂດຍ:Staff
ເຜີຍແຜ່: 17 May, 2023

ວັນທີ 15 ພຶດສະພາ 2023 ຜ່ານມາ ມີການຈັດມອບຮັບ ໂຄງການ​ກໍ່ສ້າງສະໜາມບິນໜອງຄ້າງຢ່າງເປັນທາງການ ທີ່ບ້ານໜອງຄ້າງ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ (ຍທຂ), ທ່ານ ວັນໄຊ ແພງຊຸມມາ ເຈົ້າແຂວງ ຫົວພັນ, ທ່ານ ເຈິນ ກັວກ ເຟືອງ ຮອງຄະນະກໍາມະທິການຮ່ວມມືຫວຽດນາມ-ລາວ, ທ່ານ

ເຈິ່ນບ໋າວ ເຊີນ ຜູ້ອໍານວຍການໃຫຍ່ ບໍລິສັດຫຸ້ນສ່ວນກະສິກໍາສາກົນ ຮວ່າງແອງຢາລາຍ, ມີບັນດາທ່ານຮອງລັດຖະມົນຕີ, ຮອງເລຂາພັກແຂວງ-ຮອງເຈົ້າແຂວງຫົວພັນ, ບັນດາຄະນະນໍາເມືອງ, ຄະນະກົມ, ຄະນະພະແນກ, ທີ່ມາຈາກສູນກາງ, ທ້ອງຖິ່ນ ແລະ ບໍລິສັດທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ພູທອງ ອິນທະແສງ ຫົວໜ້າໂຄງການກໍ່ສ້າງສະໜາມບິນໜອງຄ້າງຕາງໜ້າໃຫ້ເຈົ້າຂອງໂຄງການ, ກໍຄືຄະນະຮັບຜິດຊອບຜູ້ຈັດຕັ້ງປະຕິບັດຕົວຈິງໄດ້ກ່າວວ່າ: ໂຄງການກໍ່ສ້າງສະໜາມບິນໜອງຄ້າງ ແມ່ນໂຄງການໜຶ່ງທີ່ນອນຢູ່ໃນແຜນຍຸດທະສາດ ແລະ ການພັດທະນາ ຂອງຂະແໜງ ຍທຂ ດ້ານວຽກງານການບິນພົນລະເຮືອນ ຕາມນະໂຍບາຍຂອງລັດຖະບານ ໃນການຫັນເປັນປະເທດເຊື່ອມ

ໂຍງ-ເຊື່ອມຈອດກັບພາກພື້ນ ແລະ ສາກົນ ຊຶ່ງໂຄງການ​ກໍ່ສ້າງດັ່່ງກ່າວແມ່ນ​ເປັນໄປ​ຕາມ​ມາດຕະຖານສະໜາມບິນ ​ຂອງກົມການບິນພົນລະເຮືອນ ແລະ ອົງການການບິນພົນລະເຮືອນສາກົນ (ICAO) ທີ່ໄດ້ວາງ​ອອກ ກໍຄື: ການກໍ່ສ້າງສະໜາມບິນໜອງຄ້າງ ແມ່ນ​ໄດ້​ຈັດຢູ່ໃນປະເພດ 3C (Aerodrome Code 3C) ຊຶ່ງ​ສາມາດຮອງຮັບເຮືອບິນປະເພດ 70-100 ບ່ອນນັ່ງ, ເປັນຕົ້ນແມ່ນ:

ເຮືອບິນ ATR 72, MA-60 ຫຼື ທຽບເທົ່າ, ໂຄງການກໍ່ສ້າງສະໜາມບິນໜອງຄ້າງ ​ເລີ່​ມຕົ້ນຈັດ​ຕັ້ງ​ປະຕິບັດການກໍ່ສ້າງໃນ​ວັນ​ທີ 7 ຕຸລາ 2013, ໂດຍແມ່ນກົມ​ການບິນ​ພົນລະ​ເຮືອນ ກະຊວງ ຍທຂ ເປັນເຈົ້າຂອງໂຄງການ, ໂດຍມີບໍລິສັດທີ່ປຶກສາ ADCC ແລະ ບໍລິສັດ ພັດທະນາກະສິກຳ ຮວ່າງແອັງ ອັດຕະປື ຈຳກັດ ປະເທດຫວຽດນາມ ເປັນຜູ້ຮັບເໝົາກໍ່ສ້າງ; ພາຍໃຕ້ທຶນກູ້ຢືມຈາກ ບໍລິສັດຮຸ້ນສ່ວນກະສິກໍາສາກົນຮວ່າງແອງຢາລາຍ ໃນມູນຄ່າທັງໝົດແມ່ນ 82.041.562 ໂດລາ, ໃນນັ້ນ. ມູນຄ່າເບື້ອງຕົ້ນ 74.006.320 ໂດລາ ແລະ ວຽກເພີ່ມຈໍານວນໜຶ່ງ 8.035.242 ໂດລາ

ໂຄງການກໍ່ສ້າງສະໜາມບິນໜອງຄ້າງ ປະກອບດ້ວຍລາຍການໜ້າວຽກດັ່ງນີ້: ກໍ່ສ້າງທາງ​ແລ່ນ​ຂຶ້ນ – ລົງ, ປະກອບດ້ວຍບ່າທາງແລ່ນຂຶ້ນ – ລົງຂະໜາດຄວາມຍາວ 2400 ແມັດ ກວ້າງ 30 ແມັດປະກອບດ້ວຍບ່າທາງແລ່ນຂຶ້ນ – ລົງ ກວ້າງເບື້ອງລະ 3 ແມັດ, ເຂດປອດໄພສົ້ນເດີ່ນ ແລະ ເຂດປອດໄພດ້ານຂ້າງ ກໍ່ສ້າງທາງ​ຂັບເຄື່ອນ, ບ່າທາງຂັບເຄື່ອນກວ້າງເບື້ອງລະ 3,5 ແມັດ, ກໍ່ສ້າງລານ​

ຈອດ​ເຮືອບິນ ມີຂະໜາດຄວາມຍາວ 110 ແມັດ, ກວ້າງ 100 ແມັດ, ບ່າລານຈອດເຮືອບິນເບື້ອງລະ 3,5 ແມັດ, ກໍ່ສ້າງອາຄານ​ຜູ້​ໂດຍສານສາມາດຮອງຮັບຜູ້ໂດຍສານຈໍານວນ 100.000 ເທື່ອຄົນຕໍ່ປີ, ກໍ່ສ້າງຫ້ອງການ​ຄຸ້ມ​ຄອງ​ສະໜາມ​ບິນ, ກໍ່ສ້າງສະຖານີ​ຮັບໃຊ້ສະໜາມບິນ ປະກອບມີອາຄານ​ໄວ້​ພາຫະນະ, ອຸປະກອນ​ບໍາລຸງ​ຮັກສາ​ສະໜາມ​ບິນ, ອາຄານ​ໄວ້​ພາຫະນະ, ອຸປະກອນ​ຮັບ​ໃຊ້​ສາຍ​

ການບິນ, ກໍ່ສ້າງສະຖານີ​ດັບ​ເພີງ ຕາມມາດຕະຖານຂອງອົງການການບິນພົນລະເຮືອນສາກົນ (ICAO), ອຸປະກອນ​ບໍາລຸງ​ຮັກສາ​ສະໜາມ​ບິນ, ກໍ່ສ້າງສະຖານີອຸຕຸນິຍົມ, ກໍ່ສ້າງເຮືອນຄວບ​ຄຸມ​ລະ​ບົບ​​ໄຟຟ້າ, ລະບົບນໍ້າ​ໃຊ້​ສະໜາມ​ບິນ, ລະບົບ​ລະບາຍ​ນ້ຳ​ສະໜາມ​ບິນ, ກໍ່ສ້າງທາງ​ອ້ອມ​ສະໜາມ​ບິນ ແລະ ທາງບໍລິການສະໜາມບິນ, ກໍ່ສ້າງຮົ້ວ​ອ້ອມ​ສະໜາມ​ບິນ, ວິທະຍຸ​ຊ່ວຍ​ການບິນ, ກໍ່ສ້າງທາງ​​ເຂົ້າ​ສະໜາມ​ບິນ, ລະບົບ​ໄຟຟ້າ​ສະໜາມ​ບິນ, ວຽກຕິດຕັ້ງອຸປະກອນຕ່າງໆຮັບໃຊ້ສະໜາມບິນ.

ກ່າວມອບໃນຄັ້ງນີ້ໂດຍ ທ່ານ ເຈິ່ນບ໋າວ ເຊີນ ຜູ້ອໍານວຍການໃຫຍ່ ບໍລິສັດຫຸ້ນສ່ວນກະສິກໍາສາກົນ ຮວ່າງແອງຢາລາຍ ແລະ ກ່າວຮັບໂດຍ ທ່ານ ວຽງໄຊ ສິງຄຳ ຫົວໜ້າກົມການບິນພົນລະເຮືອນ ກະຊວງ ຍທຂ, ພ້ອມທັງໄດ້ມີພິທີເຊັນມອບ – ຮັບໂຄງການ, ໂດຍຊ້ອງໜ້າທ່ານ ງາມປະສົງ ເມືອງມະນີ, ທ່ານ ວັນໄຊ ແພງຊຸມມາ ພ້ອມດ້ວຍແຂກທັງສອງຝ່າຍລາວ-ຫວຽດນາມພາກສ່ວນເຂົ້າຮ່ວມເປັນສັກຂີພິຍານ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 12 May, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,477
21,686
thailand (1)
THB
643.41
655.63
european-union
EUR
23,729
24,202
china
CNY
2,898
2,954
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Thursday, 27 March, 2025
ປະເພດ
ລາຄາຊື້
ລາຄາຂາຍ
31,160,000
31,6900,000
30,890,000
31,799,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site-cover (84)
ແຈ້ງການ ເຕືອນໄພມິດສາຊີບ ລະວັງຕົກເປັນເຫຍື່ອການຫຼອກລວງຜ່ານທາງອອນລາຍ
site-cover (83)
ພະຍາດຢ້ານການຂຶ້ນເຄື່ອງບິນ ພາວະທາງຈິດໃຈ ບໍ່ແມ່ນພຽງຄວາມຕື່ນເຕັ້ນ
site-cover (82)
ສະກີໄຟຟ້າ ໃຊ້ແທນການຍ່າງໄດ້ຈາກຝຣັ່ງເສດ ຊາກ 1 ຄັ້ງ ແລ່ນໄກ 50 ກມ. ໄວສຸດ 80 ກມ./ຊມ.
site-cover (81)
ປູຕິນ ສະເໜີຈັດເຈລະຈາຍຸຕິສົງຄາມກັບ "ຢູເຄຣນ" 15 ພຶດສະພານີ້
site-cover (80)
"ຄິມ ຈອງ-ອຶນ" ບົ່ງຊີ້ສົ່ງທະຫານເກົາຫຼີເໜືອໄປຮ່ວມຮົບກັບຣັດເຊຍ ເປັນສິ່ງທີ່ຖືກຕ້ອງ
site-cover (79)
ທຣຳປເພີ່ມເຈົ້າໜ້າທີ່ 20,000 ຄົນ ເລັ່ງການເນລະເທດຜູ້ອົບພະຍົບເຂົ້າເມືອງຜິດກົດໝາຍ
site-cover (77)
"ໂຣດຣິໂກ ດູເຕີເຕ" ອາດໄດ້ຮັບເລືອກເຈົ້າເມືອງ ເຖິງແມ່ນວ່າຍັງຖືກຄຸມຂັງຢູ່
Copy of site cover (55)
ການໂຈມຕີແບບ DDoS ແມ່ນຫຍັງ? ແລະ ເປັນຫຍັງ SMEs ຕ້ອງລະວັງ
site-cover (76)
"ຜູ້ນຳທະຫານມຽນມາ" ຫາລືກັບ "ຜູ້ນຳຈີນ" ເທື່ອທຳອິດຫຼັງຈາກການລັດຖະປະຫານ
Copy of site cover (54)
ການດູແລເຊີບເວີໃຫ້ໃຊ້ງານໄດ້ປະສິດທິພາບ
ຢ່າລື່ມກົດຕິດຕາມ