ເຈົ້າໜ້າທີ່ ປກສ ອອກມາຖະແຫຼງການກໍລະນີເຫດ ແຈັກ ອານຸຊາ ຖືກຍິງ ຢູ່ບ້ານດົງໝ້ຽງ

ວັນທີ 5 ພຶດສະພາ 2023 ພັອ ອຸບົນ ຈຸນລະມະນີ ຮອງຫົວໜ້າກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໄດ້ຖະແຫຼງການກ່ຽວກັບເຫດການຍິງກັນ ໃນຄັ້ງວັນທີ 29 ເມສາ 2023 ບ້ານດົງໝ້ຽງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຕໍ່ສື່ມວນຊົນ ປກສ ວ່າ: ໃນເວລາ 23 ໂມງ ຂອງວັນທີ 29 ເມສາ 2023 ໄດ້ຮັບແຈ້ງຄວາມຈາກອົງການປົກຄອງບ້ານ, ທາງເຈົ້າໜ້າທີ່ວິຊາສະເພາະສືບສວນ-ສອບສວນ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ ໄດ້ລົງປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອລົງກວດກາສະຖານທີ່ເກີດເຫດດັ່ງກ່າວ. ຜ່ານການສືບສວນ-ສອບສວນ, ເກັບກຳຂໍ້ມູນຂອງເຈົ້າໜາທີ່ຢູ່ສະຖານທີ່ເກີດເຫດ ຈຶ່ງຮູ້ໄດ້ວ່າ ມີເຫດການຍິງກັນແທ້ ແລະ ມີຜູ້ບາດເຈັບ 1 ຄົນຊື່ທ້າວ (ແຈັກ) ອານຸຊາ ຫຼວງສຸພົມ ຫຼື ແຈັກ ອາຍຸ 24 ປີ ເຊື້ອຊາດ-ສັນຊາດ ລາວ, ແລ້ວໄດ້ ນຳສົ່ງຜູ້ທີ່ໄດ້ຮັບບາດເຈັບໄປປິ່ນປົວຢູ່ໂຮງໝໍ. ຕໍ່ກັບເຫດການດັ່ງກ່າວ […]

ອັດຕາເງິນເຟີ້ ເດືອນເມສາອອກມາແລ້ວ ຢູ່ລະດັບ 39,89% ເຊິ່ງເຫັນວ່າຢູ່ໃນທ່າອ່ຽງ ທີ່ສືບຕໍ່ຕໍ່າລົງເລັກນ້ອຍເມື່ອທຽບໃສ່ ສາມເດືອນຕົ້ນປີຜ່ານມາ

ສູນສະຖິຕິແຫ່ງຊາດລາຍງານ ວັນທີ 4 ພຶດສະພາ 2023 ນີ້ວ່າ:  ອັດຕາເງິນເຟີ້ລວມຂອງ ສປປ ລາວ ໃນ ເດືອນເມສາ 2023 ຢູ່ໃນລະດັບ 39,89% ເຊິ່ງເຫັນວ່າຢູ່ໃນທ່າອ່ຽງ ທີ່ສືບຕໍ່ຕໍ່າລົງເລັກນ້ອຍເມື່ອທຽບໃສ່ ສາມເດືອນຕົ້ນປີຜ່ານມາ (ອັດຕາເງິນເດືອນມັງກອນ, ກຸມພາ ແລະ ມີນາ 2023 ຢູ່ໃນລະດັບ 40,3%; 41,3% ແລະ 41,0% ຕາມລໍາດັບ). ເມື່ອສັງເກດຕາມໝວດ ສິນຄ້າ, ໝວດທີ່ມີອັດຕາເງິນເຟີ້ ສູງກວ່າໝູ່ແມ່ນໝວດສະບຽງອາຫານ ແລະ ເຄື່ອງດື່ມບໍ່ມີທາດເຫຼົ້າ ເພີ່ມຂຶ້ນ 52,2%, ໝວດຮັກສາສຸຂະພາບ ແລະ ຢາເພີ່ມຂຶ້ນ 42,5%, ໝວດຮ້ານອາຫານ ແລະ ໂຮງແຮມ ເພີ່ມຂຶ້ນ 37,4%, ໝວດເຄື່ອງໃຊ້ໃນເຮືອນ ເພີ່ມຂຶ້ນ 34,2%, ຄົມມະນາຄົມ ແລະ ຂົນສົ່ງ ເພີ່ມຂຶ້ນ 32,7%, ໝວດທີ່ພັກອາໄສ, ນໍ້າປະປາ, […]

ດວງລາຍວັນປະຈໍາວັນສຸກ ທີ 05 ພຶດສະພາ 2023 ຕາມແຕ່ລະວັນເກີດ

ຄົນເກີດວັນອາທິດ:ການ​ງານກຳ​ລັງ​ເລີ່ມ​ຕົ້ນ​ທຸລະກິດ​ໃໝ່​ແຕ່​ກໍ​ພົບ​ອຸປະສັກ​ທີ່​ເຮັດໃຫ້​ຮູ້ສຶກ​ທໍ້​ໃຈ ການ​ເງິນຈະ​ໄດ້​ເງິນ​ແບບ​ຟ​ຸກ​ໆເຂົ້າມາໃຫ້ໃຊ້ຈ່າຍ ຄວາມ​ຮັກພົບ​ຄວາມ​ເຫີນ​ຫ່າງ ເລີກ​ລາ ຢ່າຮ້າງ ບໍ່​ສົມ​ຫວັງກັບຄົນຮັກ ເຄື່ອງມຸງຄຸນ​ຄໍາຝຣັ່ງ ສີມຸງຄຸນ​ສີດໍາ ເລກ​ນຳ​ໂຊກ​6 ຄົນເກີດວັນຈັນ:ການ​ງານ​ເດີນທາງ​ຕິດ​ຕໍ່​ວຽກງານ​ແລ້ວ​ຈະ​ພົບ​ຜູ້​ອຸປະຖຳ​ທີ່​ດີ ການ​ເງິນພົບ​ເລື່ອງ​ເສຍ​ເງິນ​ແບບ​ບໍ່​ຄາດ​ຝັນ ຄວາມ​ຮັກໄດ້​ພັດທະນາ​ຄວາມ​ຮັກ​ຄວາມ​ສຳພັນ​ເກີດ​ຄວາມ​ສຸກ​ສົມ​ຫວັງ ເຄື່ອງມຸງຄຸນ​ແຫວນຄໍາ ສີມຸງຄຸນສີ​ນໍ້າຕານ ເລກ​ນຳ​ໂຊກ​4 ຄົນເກີດວັນອັງຄານ:ການ​ງານເຮັດ​ທຸລະ​ກິດຈະການ​ຄ້າ​ອາຫານ ຂອງ​ແຟ​ຊັ່ນ ເຮັດ​ທຸລະກິດ​ດ້ານ​ທີ່​ປຶກ​ສາ​ຈະປະ​ສົບ​ຄວາມ​ສຳ​ເລັດ​ດີ ການ​ເງິນຈະ​ໄດ້​ເງິນ​ຈາກ​ຜູ້​ອາ​ວຸ​ໂສເຂົ້າມາໃຫ້ໃຊ້ຈ່າຍ ຄວາມ​ຮັກເກີດ​ການເດີນທາງ​ແລ້ວ​ໄດ້​ພົບ​ຮັກກັບຄົນທີ່ດີ ເຄື່ອງມຸງຄຸນ​ ໄຂ່ມຸກ ສີມຸງຄຸນສີບົວ ເລກ​ນຳ​ໂຊກ​3 ຄົນເກີດວັນພຸດ:ການ​ງານສ້າງ​ຜົນ​ງານ​ໄດ້​ໂດດ​ເດັ່ນ ປະ​ສົບ​ຄວາມ​ສຳ​ເລັດ ມີ​ຊື່​ສຽງ​ດີ ການ​ເງິນຄົນ​ສະໜິດ ​ຫລື ​ຍາດພີ່ນ້ອງ​​ຈະ​ນຳ​ເງິນ​ມາ​ໃຫ້ ຄວາມ​ຮັກການ​ໃຊ້​ຄຳ​ເວົ້າ​ກົງ​ເກີນ​ໄປ​ເກີດ​ການ​ປະ​ທະ​ຄາ​ລົມ​ກັບ​ຄົນ​ຮັກ ເຄື່ອງມຸງຄຸນ​​ເງິນ ສີມຸງຄຸນສີສົ້ມ ເລກ​ນຳ​ໂຊກ​6 ຄົນເກີດວັນພະຫັດ:ການ​ງານເກີດ​ການ​ຮ່ວມ​ຫຸ້ນ​ເຮັດ​ທຸລະກິດ​ກັບ​ຄົນທີ່ທ່ານໄວໃຈ ການ​ເງິນ​ຈະ​ໄດ້ຮັບ​ຊັບ​ຮັບ​ເງິນ​ກ້ອນ​ໃຫຍ່ເຂົ້າມາ ຄວາມ​ຮັກພົບ​ຄົນ​ເກັ່ງ​ມີສະເໜ່ເຂົ້າມາໃຫ້ຮູ້ຈັກຫຼາຍໆທ່ານເລີຍ ເຄື່ອງມຸງຄຸນ​ໄຂ່ມຸກ ສີມຸງຄຸນສີ​ດໍາ ເລກ​ນຳ​ໂຊກ​8 ຄົນເກີດວັນສຸກ:ການ​ງານພົບ​ການ​ປ່ຽນ​ແປງ​ຍົກ​ຍ້າຍ​ແລ້ວ​ຈະ​ເກີດ​ໂຊກ​ທີ່​ຈະ​ໄດ້ຮັບ​ໂອ​ກາດ​ທີ່​ດີ ການ​ເງິນ​ຈະພົບຄົນທີ່​ຄອຍ​ຖ້າ​ອຸປະຖຳ​ທ່ານໃນເລື່ອງຂອງການເງິນ ຄວາມ​ຮັກບໍ່​ມີ​ຄວາມ​ສຸກ​ໃນ​ເລື່ອງ​ຄວາມ​ຮັກ ເຄື່ອງມຸງຄຸນ​​ເພັດສີແດງ ສີມຸງຄຸນສີບົວ ເລກ​ນຳ​ໂຊກ​3 ຄົນເກີດວັນເສົາ:ການ​ງານເຮັດ​ທຸລະກິດ​ຫຼາຍ​ຢ່າງ​ດ້ວຍ​ຄວາມ​ຂະຫຍັນ​ແລະ​ໃຊ້​ເທັກ​ນິກ​ພິເສດ​ຈຶ່ງ​ສ້າງ​ຄວາມ​ສຳ​ເລັດ​ໄດ້​ດີ ການ​ເງິນເສຍ​ເງິນ​ຈຳນວນ​ຫລາຍ​ໃຫ້​ກັບ​ໃນ​ການ​ເບິ່ງ​ແຍງ​ຜູ້ໃຫຍ່​ຫລື​ບໍລິວານ ຄວາມ​ຮັກຈະ​ໄດ້​​ພົບ​ຄົົນທີ່​ຖືກ​ໃຈ​ແຕ່ທ່ານ​ຈະໃຫ້​ສ​ະຖາ​ນະ​ຄົົນທີ່​ເຂົ້າ​ມາ​ເປັນ​ແຕ່ໝູ່ເພື່ອນ​ກັນ ເຄື່ອງ​ມຸງຄຸນແຫວນຄໍາ ສີ​ມຸງຄຸນສີ​ແດງ ເລກ​ນຳ​ໂຊກ8

ກອງເງີນ ອິນທິສານ ຄວ້າຫລຽນຄຳ ທໍາອິດໃນທັບນັກກິລາລາວ ໃນປະເພດລຳດຽວຊາຍ ກຸນບົກກະຕໍ

ຫລຽນຄຳ ທຳອິດຂອງທັບນັກກິລາທີມຊາດລາວໄດ້ມາແລ້ວ ໄດ້ຈາກທ້າວ ກອງເງີນ ອິນທິສານ ນັກກິລາ ກຸນບົກກາຕໍ ປະເພດຟ້ອນ ໃນຮອບຊິງຫລຽນຄຳ ໄດ້ມີຂື້ນໃນວັນທີ 4 ພຶດສະພາ 2023 ນັກກິລາ ກຸນບົກກາຕໍ້ ປະເພດຟ້ອນຜ່ານເຂົ້າຮອບຊິງ 6 ຄົນ ປະຈຸບັນແຂ່ງຂັນຈົບໄປແລ້ວ 3 ປະເພດ ນັກກິລາລາວ ຄວ້າມາໄດ້ 1 ຫລຽນຄຳ 2 ຫລຽນທອງ ແລະ ໃນປະຈຸບັນກຳລັງແຂ່ງຂັນໃນຮອບຊິງອິກ 3 ລຸ້ນ ສົ່ງແຮງໃຈເຊຍນັກກິລາທີມຊາດລາວ ໃນຊີເກມ 2023 ສ່ວນຜົນການແຂ່ງຂັນທີ່ເຫລືອ ເພສ ເຊຍລາວ ຈະລາຍງານເພີ່ມຕື່ມ

ນັກກິລາທີມຊາດລາວ ຈຳນວນ 100 ກວ່າຄົນ ອອກເດີນທາງສູ່ ຊີເກມ 2023

ນັກກິລາທີມຊາດລາວ ຈຳນວນ 100 ກວ່າຄົນ ອອກເດີນທາງສູ່ ຊີເກມ 2023 ໃນຕອນເຊົ້າວັນທີ 4 ພຶດສະພາ ທີສະຫນາມບິນສາກົນວັດໄຕ ນັກກິລາ ຈຳນວນ 8 ປະເພດກິລາ ຈຳນວນ 100 ຄົນ ເດີນທາງເຂົ້າຮ່ວມການແຂ່ງຂັນ ຊີເກມ ຄັ້ງທີ 32 ທີ່ນະຄອນຫລວງພະນົມເປັນ ປະເທດກຳປູເຈ້ຍ ທີ່ຈະມີການແຂ່ງຂັນໃນລະຫວ່າງ ວັນທີ 5-17 ພຶດສະພາ 2023 ການເດີນທາງໃນຄັ້ງນີ້ ມີ 8 ປະເພດ ປະກອບດ້ວຍ ກິລາ ຂຸນຂະແມ, ປັນຈັດສີລັດ, ບິນລ້ຽດສະນຸກເກີ້ ລອຍນຳ້ ແລ່ນລານ ຈູຍິດຊູ ກະຕໍ້ຊິນລອນ ວໍວີນ້ຳ ສຳລັບທີມຊາດລາວສົ່ງນັກກິລາເຂົ້າຮ່ວມ31 ປະເພດກິລາ

ທ່ານ ທອງລຸນ ສີສຸລິດ ປະທານປະເທດເດີນທາງຢ້ຽມຢາມ ທາງລັດຖະກິດ ຣາຊະອານາຈັກ ກໍາປູເຈຍ

ຂປລ. ໂດຍຕອບສະໜອງຕາມຄໍາເຊີນຂອງ ພະບາດສົມເດັດ ພະບໍລົມມະນຽດ ໂນໂຣດົມ ສີຫາມຸນີ ພະມະຫາກະສັດ ແຫ່ງ ຣາຊະອານາຈັກ ກໍາປູເຈຍ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຄະນະຜູ້ແທນຂັ້ນສູງເດີນທາງຢ້ຽມຢາມທາງລັດຖະກິດ ຣາຊະອານາຈັກ ກໍາປູເຈຍ ແລະ ສືບຕໍ່ເຂົ້າຮ່ວມພິທີເປີດກິລາຊີເກມ ຄັ້ງທີ 32 ໃນ ລະຫວ່າງ ວັນທີ 04-05 ພຶດສະພາ 2023 ທີ່ນະຄອນຫລວງພະນົມເປັນ, ເພື່ອເພີ່ມທະວີ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ເສີມຂະຫຍາຍການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານລະຫວ່າງ ລາວ ແລະ ກໍາປູເຈຍ ໃຫ້ເລິກເຊິ່ງ ແລະ ມີປະສິດທິຜົນຍິ່ງໆຂຶ້ນ. ພິທີສົ່ງຄະນະຜູ້ແທນດັ່ງກ່າວ, ຈັດຂຶ້ນໃນຕອນເຊົ້າວັນທີ 4 ພຶດສະພາ 2023 ນີ້, ທີ່ສະໜາມບິນສາກົນວັດໄຕ ໂດຍມີ ທ່ານ […]

ພະແນກສາທາລະນະສຸກແຂວງບໍລິຄໍາໄຊ ຈັດກອງປະຊຸມການຮ່ວມມືດ້ານສາທາລະນະສຸກ ຊາຍແດນ ລາວ-ໄທ

ຂປລ. ແຫລ່ງຂ່າວຈາກ ແຂວງບໍລິຄຳໄຊ ໃຫ້ຮູ້ວ່າ: ພະແນກສາທາລະນະສຸກແຂວງບໍລິຄໍາໄຊ ຈັດກອງປະຊຸມການຮ່ວມມືດ້ານສາທາລະນະສຸກ ຊາຍແດນ ລາວ-ໄທ, ແຂວງບໍລິຄໍາໄຊ-ຈັງຫວັດບຶງການ ໃນວັນທີ 28 ເມສາ 2023 ຜ່ານມາ ເພື່ອໄດ້ແລກປ່ຽນບົດຮຽນ ແລະ ຄໍາຄິດເຫັນ ກ່ຽວກັບການຮ່ວມມືດ້ານສາທາລະນະສຸກ ແລະ ກົດລະບຽບສາກົນທາງດ້ານສາທາລະນະສຸກ ລະຫວ່າງປະເທດ ໂດຍ ການເປັນປະທານຂອງທ່ານ ດຣ ສອນໄຊ ປັນຍານຸວົງ ຫົວໜ້າພະແນກສາທາລະນະສຸກ ແຂວງບໍລິຄໍາໄຊ, ທ່ານ ພະມອນ ດະຣຸນ ຫົວໜ້າສາທາລະນະສຸກຈັງຫວັດ ບຶງການ, ຣາຊະອານາຈັກໄທ ພ້ອມດ້ວຍຄະນະທີ່ກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ. ໃນປີຜ່ານມາ, ສອງຝ່າຍໄດ້ດໍາເນີນການຮ່ວມມືກັນເປັນຢ່າງດີ, ກົນໄກການຮ່ວມມືດັ່ງກ່າວເປັນພື້ນຖານທີ່ດີ ໃນການແກ້ໄຂບັນຫາຮ່ວມກັນ ໃນລະດັບແຂວງ-ຈັງຫວັດ ແລະ ຍັງເປັນການສົ່ງເສີ່ມຄວາມສໍາພັນຖານບ້ານໃກ້ເຮືອນຄຽງທີ່ດີ ລະຫວ່າງ ແຂວງບໍລິຄໍາໄຊ-ຈັງຫວັດບຶງການ ໃຫ້ມີການໄປມາຫາສູ່ກັນຢ່າງສະດວກ ແລະ ສົ່ງຜົນດີຕໍ່ວຽກງານສາທາລະນະສຸກຂອງທັງສອງຝ່າຍຢ່າງຕໍ່ເນື່ອງ. ກອງປະຊຸມຄັ້ງນີ້, ທັງສອງຝ່າຍໄດ້ມີການລົງນາມເຊັນບົດບັນທຶກ ສືບຕໍ່ຮ່ວມມືດ້ານວຽກງານສາທາລະນະສຸກ ເຊິ່ງລວມມີ 6 ວຽກງານໃຫຍ່ ເປັນຕົ້ນ ການຮ່ວມມືໃນການເຝົ້າລະວັງ […]

ກະຊວງ ກະຊວງສຶກສາທິການ ແລະ ກິລາ ຍ້ອງຍໍຜູ້ຊ່ຽວຊານ ຍີ່ປຸ່ນ ຊ່ວຍພັດທະນາການສຶກສາ-ກິລາ ຢູ່ລາວ

ຂປລ. ໃນວັນທີ 2 ພຶດສະພາ 2023 ທີ່ນະຄອນຫລວງວຽງຈັນ, ທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ(ສສກ) ໄດ້ໃຫ້ກຽດມອບໃບຍ້ອງຍໍໃຫ້ແກ່ ທ່ານ ສຈ.ປອ ເຄອີຈິ ໂອກາວະ ຜູ້ຊ່ຽວຊານຈາກມະຫາວິທະຍາໄລ ໂກເບະ ປະເທດຍີ່ປຸ່ນ ທີ່ມີຜົນງານດີເດັ່ນໃນການປະກອບສ່ວນເຫື່ອແຮງ ແລະ ສະຕິປັນຍາ ເຂົ້າໃນການພັດທະນາວຽກງານການສຶກສາ ແລະ ກິລາ ຢູ່ ສປປ ລາວ, ທັງເປັນການສົ່ງເສີມ, ຍາດແຍ່ງການຮ່ວມມື ແລະ ສະໜັບສະໜູນທາງດ້ານວຽກງານການສຶກສາ ແລະ ພັດທະນາຊັບພະຍາກອນມະນຸດ. ມີຫົວໜ້າກົມ, ຮອງຫົວໜ້າກົມ, ມະຫາວິທະຍາໄລແຫ່ງຊາດ, ຕາງໜ້າຈາກອົງການໄຈກາ, ນັກສຶກສາ ແລະ ຄະນະຮັບຜິດຊອບວຽກງານກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ. ໃນໄລຍະຜ່ານມາ, ທ່ານ ສຈ.ປອ ເຄອີຈິ ໂອກາວະ ໄດ້ມີຜົນງານພົ້ນເດັ່ນຫລາຍດ້ານ ເປັນຕົ້ນແມ່ນ ໄດ້ສະໜັບສະໜູນແກ່ພະນັກງານ ກະຊວງສຶກສາທິການ ແລະ […]

ດວງລາຍວັນປະຈໍາວັນພະຫັດ ທີ 04 ພຶດສະພາ 2023 ຕາມແຕ່ລະວັນເກີດ

ຄົນເກີດວັນອາທິດ:ການ​ງານເບິ່ງ​ຄື​ຈະ​ຖ້າຈັງ​ຫວະ​ໃນ​ເລື່ອງ​ຂອງ​ການ​ລົງ​ທຶນ​ຫລາຍກວ່າ ຖ້າ​ຍັງ​ບໍ່​ແນ່​ໃຈ ຢ່າ​ຫາກໍ່​ລົງ​ທຶນ​ເຮັດ​ທຸລະກິດ​ໃດ​ໆ ໃຫ້​ຖ້າ​ເບິ່ງ​ໄປ​ກ່ອນ​ຈະ​ດີ​ທີ່ສຸດ ການ​ເງິນໄດ້​ເຂົ້າ​ມາ​ວ່ອງໄວ ກໍ​ຕ້ອງ​ຈ່າຍ​ອອກ​ໄປ​ຢ່າງ​ວ່ອງໄວ​ດ້ວຍ​ເຊັ່ນ​ກັນ ບໍ່​ສາມາດ​ຄວບ​ຄຸມ​ລາຍ​ຈ່າຍ​ໃດ​ໆໄດ້ ຄວາມ​ຮັກຈະ​ມີ​ຄົນ​ເຂົ້າ​ມາ​ໃຫ້​ເລືອກ ທ່ານ​ເປັນ​ຄົນ​ໃຈ​ຮ້ອນເກັ່ງ ມີ​ຄວາມ​ສາມາດ ເຄື່ອງມຸງຄຸນຕຸ້ມຫູຄໍາ ສີມຸງຄຸນ​ສີຂາວ ເລກ​ນຳ​ໂຊກ​1 ຄົນເກີດວັນຈັນ:ການ​ງານເຮັດວຽກ​ດ້ວຍ​ຄວາມ​ລະອຽດ​ຮອບ​ຄອບ​ກໍ​ຈະ​ສົ່ງ​ຜົນ​ດີີ​ກັບ​ຕົນເອງ​ສະເໝີ ການ​ເງິ​ິນຫາ​ເຂົ້າ​ມາ​ໄດ້ ແຕ່​ກໍ​ຕ້ອງ​ຈ່າຍ​ອອກ​ໄປ​ຢ່າງ​ວ່ອງໄວ​ດ້ວຍ​ເຊັ່ນ​ກັນ ​ຄວາມ​ຮັກຍັງ​ເບິ່ງ​ໆ ຢູ່​ຫລາຍກວ່າ ຍັງ​ບໍ່​ຕັດ​ສິນ​ໃຈ​ໃນ​ເລື່ອງ​ຂອງ​ຄວາມ​ຮັກ​ໃນ​ຊ່ວງ​ນີ້ ເຖິງ​ແມ່ນ​ຈະ​ພົບ​​ຄົົນທີ່​ຖືກ​ໃຈ​ແລ້ວ​ກໍ​ຕາມ ເຄື່ອງມຸງຄຸນ​ແຫວນຄໍາ ສີມຸງຄຸນສີ​ເຫຼືອງ ເລກ​ນຳ​ໂຊກ​3 ຄົນເກີດວັນອັງຄານ:ການ​ງານຄວາມ​ສະຫລາດ​ໃນ​ເລື່ອງ​ຂອງ​ການ​ຕໍ່​ລອງ ຈະ​ເຮັດໃຫ້​ຕົນເອງ​ນັ້ນ​ເຮັດວຽກ​ປະ​ສົບ​ຄວາມ​ສຳ​ເລັດ​ໄດ້​ດີ​ຂຶ້ນ ແຕ່​ກໍ​ມີ​ອຸປະສັກ​ອີກ​ຫລາຍ​ທີ່​ຕ້ອງ​ແກ້​ໄຂ ການ​ເງິນມີ​ເລື່ອງ​ທີ່​ຕ້ອງ​ຈ່າຍ​ອອກ​ໄປ​ຕະຫລອດ ບໍ່​ສາມາດ​ຄວບ​ຄຸມ​ລາຍ​ຈ່າຍ​ໃດ​ໆ ໄດ້​ເລີຍ​ໃນ​ຊ່ວງ​ນີ້ ຄວາມ​ຮັກ​ຢາກ​ຈະ​ເບິ່ງ​ສະຖານນະການ​ຫລາຍກວ່າ ຍັງ​ບໍ່​ຕັດ​ສິນ​ໃຈ​ໃນ​ເລື່ອງ​ຄວາມ​ຮັກ​ໃນ​ຊ່ວງ​ນີ້ ເຄື່ອງມຸງຄຸນ​​ສາຍຄໍຄໍາ ສີມຸງຄຸນສີຟ້າ ເລກ​ນຳ​ໂຊກ​8 ຄົນເກີດວັນພຸດ:ການ​ງານເມື່ອຍ​ກ່ຽວກັບ​ເລື່ອງ​ຂອງ​ການ​ງານ ຕ້ອງ​ແກ້​ໄຂ​ບັນຫາ​ສະເພາະ​ໜ້າ​ຕ່າງ​ໆ ໃຫ້​ຜ່ານ​ພົ້ນ​ໄປ​ໃຫ້​ໄດ້ ການ​ເງິນພໍ​ທີ່​ຈະ​ໝຸນ​ຫາ​ໃຫ້​ຜ່ານ​ພົ້ນ​ໄປ​ໄດ້​ສະເໝີ​ໃນ​ຊ່ວງ​ນີ້ ແລະ ​ຈະ​ຊື້​ຂອງ​ທີ່​ຖືກ​ໃຈ​ເຂົ້າ​ມາ​ໃຫ້​ກັບ​ຕົນເອງ ຄວາມ​ຮັກລະວັງ​ຄວາມ​ໃຈ​ຮ້ອນ ຄຳ​ເວົ້າ​ທີ່​ກົງ​ເກີນ​ໄປ ສົ່ງ​ຜົນ​ຕໍ່​ຄວາມ​ສຳພັນ​ຈົນ​ຂັດ​ແຍ້ງ ແຕກ​ແຍກ ແລະ​ ເລີກ​ລາ ເຄື່ອງມຸງຄຸນ​​ໄຂ່ມຸກ ສີມຸງຄຸນສີສົ້ມ ເລກ​ນຳ​ໂຊກ​7 ຄົນເກີດວັນພະຫັດ:ການ​ງານ​ລະ​ວັງ​ຄວາມ​ຜິດ​ພາດ​ກ່ຽວກັບ​ເລື່ອງ​ເອກະສານ​ສັນຍາ​ສົ່ງ​ຜົນ​ຕໍ່​ຄວາມ​ເປັນ​ໂມ​ຄະ ການ​ເງິນ​ຫາ​ເຂົ້າ​ມາ​ໄດ້​ຢ່າງ​ຕໍ່​ເນື່ອງ​ໃນ​ຊ່ວງ​ນີ້ ດວງດີ​ຂຶ້ນ​ກວ່າ​ແຕ່​ກ່ອນ ຄວາມ​ຮັກຍັງ​ບໍ່​ໄດ້ຮັບ​ຄວາມ​ຊັດເຈນ​ຈາກ​ຄົນ​ຮັກ​ໃນ​ຊ່ວງ​ນີ້ ລະ​ວັງ​ຈະ​ພົບ​​ບັນຫາ​ຮັກ​ຊ້ອນ​ແບບ​ບໍ່​ທັນ​ຕັ້ງ​ຕົວ ເຄື່ອງມຸງຄຸນ​ເງິນ ສີມຸງຄຸນສີ​ເທົາ […]

ເກີດເຫດມີກຸ່ມຄົນບໍ່ດີຈີ້ປົ້ນ ແລະ ທຳຮ້າຍຮ່າງກາຍໄລເດີ້

ຕາມການລາຍງານຜູ້ໃຊ້ເຟສບຸກຊື່ວ່າ Ricky Srcp ໄດ້ໂພສເຕືອນ ໃນວັນທີ 2 ພຶດສະພາ2023 ທີ່ຜ່ານມາ ເວລາ 19:00 ໂມງ ໄດ້ເກີດເຫດມີກຸ່ມຄົນບໍ່ດີຈີ້ປົ້ນ ແລະ ທຳຮ້າຍຮ່າງກາຍໄລເດີ້ ຢູ່ເຂດສະໜາມກິລາຫຼັກ16 ຮ່ອມຕັດອອກທາງ 450 ປີ. ໂດຍມີເນື້ອໃນວ່າ: ເຕືອນໄພ ສຳລັບໄລເດີສົ່ງເຄື່ອງ ໄຫ້ມີສະຕິລະວັງຕົວໃນການສົ່ງເຄື່ອງລູກຄ້າ ເຂດນອກເມືອງ ຫ່າງໃກສອກຫລີກ ເນື່ອງຈາກມີກຸ່ມຄົນບໍ່ດີ ໄດ້ຕົວະສັ່ງເຄື່ອງໄຫ້ໄປສົ່ງຢູ່ເຂດສະໜາມກິລາຫລັກ16 ແລ້ວໄດ້ໄຊ້ອາວຸດຈີ້ປົ້ນແລະທຳຮ້າຍຮ່າງກາຍໄລເດີ.ລູກຊາຍຂ້າພະເຈົ້າເອງ ບາດເຈັບສາຫັດພໍສົມຄວນ ເຫດເກີດປະມານ19:00. #ເຫດເກີດທີ່ຂ້າງສະໜາມກິລາຫລັກ16ຮ່ອມຊິຕັດອອກທາງ450ປີ.ສະນັ້ນ, ຈຶ່ງຂໍໃຫ້ທຸກຄົນມີສະຕິລະມັດລະວັງຕົວດ້ວຍ. ທີ່ມາ Ricky Srcp