ຂ່າວ-Tou-Vientianepost
ດວງລາຍວັນປະຈໍາວັນພະຫັດ ທີ 04 ພຶດສະພາ 2023 ຕາມແຕ່ລະວັນເກີດ
ຮຽບຮຽງໂດຍ:Staff
ເຜີຍແຜ່: 4 ເດືອນພຶດສະພາ, 2023

ຄົນເກີດວັນອາທິດ:ການ​ງານເບິ່ງ​ຄື​ຈະ​ຖ້າຈັງ​ຫວະ​ໃນ​ເລື່ອງ​ຂອງ​ການ​ລົງ​ທຶນ​ຫລາຍກວ່າ ຖ້າ​ຍັງ​ບໍ່​ແນ່​ໃຈ ຢ່າ​ຫາກໍ່​ລົງ​ທຶນ​ເຮັດ​ທຸລະກິດ​ໃດ​ໆ ໃຫ້​ຖ້າ​ເບິ່ງ​ໄປ​ກ່ອນ​ຈະ​ດີ​ທີ່ສຸດ ການ​ເງິນໄດ້​ເຂົ້າ​ມາ​ວ່ອງໄວ ກໍ​ຕ້ອງ​ຈ່າຍ​ອອກ​ໄປ​ຢ່າງ​ວ່ອງໄວ​ດ້ວຍ​ເຊັ່ນ​ກັນ ບໍ່​ສາມາດ​ຄວບ​ຄຸມ​ລາຍ​ຈ່າຍ​ໃດ​ໆໄດ້ ຄວາມ​ຮັກຈະ​ມີ​ຄົນ​ເຂົ້າ​ມາ​ໃຫ້​ເລືອກ ທ່ານ​ເປັນ​ຄົນ​ໃຈ​ຮ້ອນເກັ່ງ ມີ​ຄວາມ​ສາມາດ ເຄື່ອງມຸງຄຸນຕຸ້ມຫູຄໍາ ສີມຸງຄຸນ​ສີຂາວ
ເລກ​ນຳ​ໂຊກ​1

ຄົນເກີດວັນຈັນ:ການ​ງານເຮັດວຽກ​ດ້ວຍ​ຄວາມ​ລະອຽດ​ຮອບ​ຄອບ​ກໍ​ຈະ​ສົ່ງ​ຜົນ​ດີີ​ກັບ​ຕົນເອງ​ສະເໝີ ການ​ເງິ​ິນຫາ​ເຂົ້າ​ມາ​ໄດ້ ແຕ່​ກໍ​ຕ້ອງ​ຈ່າຍ​ອອກ​ໄປ​ຢ່າງ​ວ່ອງໄວ​ດ້ວຍ​ເຊັ່ນ​ກັນ ​ຄວາມ​ຮັກຍັງ​ເບິ່ງ​ໆ ຢູ່​ຫລາຍກວ່າ ຍັງ​ບໍ່​ຕັດ​ສິນ​ໃຈ​ໃນ​ເລື່ອງ​ຂອງ​ຄວາມ​ຮັກ​ໃນ​ຊ່ວງ​ນີ້ ເຖິງ​ແມ່ນ​ຈະ​ພົບ​​ຄົົນທີ່​ຖືກ​ໃຈ​ແລ້ວ​ກໍ​ຕາມ ເຄື່ອງມຸງຄຸນ​ແຫວນຄໍາ ສີມຸງຄຸນສີ​ເຫຼືອງ ເລກ​ນຳ​ໂຊກ​3

ຄົນເກີດວັນອັງຄານ:ການ​ງານຄວາມ​ສະຫລາດ​ໃນ​ເລື່ອງ​ຂອງ​ການ​ຕໍ່​ລອງ ຈະ​ເຮັດໃຫ້​ຕົນເອງ​ນັ້ນ​ເຮັດວຽກ​ປະ​ສົບ​ຄວາມ​ສຳ​ເລັດ​ໄດ້​ດີ​ຂຶ້ນ ແຕ່​ກໍ​ມີ​ອຸປະສັກ​ອີກ​ຫລາຍ​ທີ່​ຕ້ອງ​ແກ້​ໄຂ ການ​ເງິນມີ​ເລື່ອງ​ທີ່​ຕ້ອງ​ຈ່າຍ​ອອກ​ໄປ​ຕະຫລອດ ບໍ່​ສາມາດ​ຄວບ​ຄຸມ​ລາຍ​ຈ່າຍ​ໃດ​ໆ ໄດ້​ເລີຍ​ໃນ​ຊ່ວງ​ນີ້ ຄວາມ​ຮັກ​ຢາກ​ຈະ​ເບິ່ງ​ສະຖານນະການ​ຫລາຍກວ່າ ຍັງ​ບໍ່​ຕັດ​ສິນ​ໃຈ​ໃນ​ເລື່ອງ​ຄວາມ​ຮັກ​ໃນ​ຊ່ວງ​ນີ້ ເຄື່ອງມຸງຄຸນ​​ສາຍຄໍຄໍາ ສີມຸງຄຸນສີຟ້າ ເລກ​ນຳ​ໂຊກ​8

ຄົນເກີດວັນພຸດ:ການ​ງານເມື່ອຍ​ກ່ຽວກັບ​ເລື່ອງ​ຂອງ​ການ​ງານ ຕ້ອງ​ແກ້​ໄຂ​ບັນຫາ​ສະເພາະ​ໜ້າ​ຕ່າງ​ໆ ໃຫ້​ຜ່ານ​ພົ້ນ​ໄປ​ໃຫ້​ໄດ້ ການ​ເງິນພໍ​ທີ່​ຈະ​ໝຸນ​ຫາ​ໃຫ້​ຜ່ານ​ພົ້ນ​ໄປ​ໄດ້​ສະເໝີ​ໃນ​ຊ່ວງ​ນີ້ ແລະ ​ຈະ​ຊື້​ຂອງ​ທີ່​ຖືກ​ໃຈ​ເຂົ້າ​ມາ​ໃຫ້​ກັບ​ຕົນເອງ ຄວາມ​ຮັກລະວັງ​ຄວາມ​ໃຈ​ຮ້ອນ ຄຳ​ເວົ້າ​ທີ່​ກົງ​ເກີນ​ໄປ ສົ່ງ​ຜົນ​ຕໍ່​ຄວາມ​ສຳພັນ​ຈົນ​ຂັດ​ແຍ້ງ ແຕກ​ແຍກ ແລະ​ ເລີກ​ລາ ເຄື່ອງມຸງຄຸນ​​ໄຂ່ມຸກ ສີມຸງຄຸນສີສົ້ມ ເລກ​ນຳ​ໂຊກ​7

ຄົນເກີດວັນພະຫັດ:ການ​ງານ​ລະ​ວັງ​ຄວາມ​ຜິດ​ພາດ​ກ່ຽວກັບ​ເລື່ອງ​ເອກະສານ​ສັນຍາ​ສົ່ງ​ຜົນ​ຕໍ່​ຄວາມ​ເປັນ​ໂມ​ຄະ ການ​ເງິນ​ຫາ​ເຂົ້າ​ມາ​ໄດ້​ຢ່າງ​ຕໍ່​ເນື່ອງ​ໃນ​ຊ່ວງ​ນີ້ ດວງດີ​ຂຶ້ນ​ກວ່າ​ແຕ່​ກ່ອນ ຄວາມ​ຮັກຍັງ​ບໍ່​ໄດ້ຮັບ​ຄວາມ​ຊັດເຈນ​ຈາກ​ຄົນ​ຮັກ​ໃນ​ຊ່ວງ​ນີ້ ລະ​ວັງ​ຈະ​ພົບ​​ບັນຫາ​ຮັກ​ຊ້ອນ​ແບບ​ບໍ່​ທັນ​ຕັ້ງ​ຕົວ ເຄື່ອງມຸງຄຸນ​ເງິນ ສີມຸງຄຸນສີ​ເທົາ ເລກ​ນຳ​ໂຊກ​2

ຄົນເກີດວັນສຸກ:ການ​ງານ​ເຮັດວຽກ​ຢ່າງ​ລະອຽດ​ຮອບ​ຄອບ ​ແລະ ​ເປັນ​ລະບຽບ ຈະ​ເປັນ​ໂຊກ​ກັບ​ຕົນເອງ​ຫລາຍ​ທີ່ສຸດ​ໃນ​ຊ່ວງ​ນີ້ ການ​ເງິນຫາ​ເງິນ​ເຂົ້າ​ມາ​ໄດ້​ກໍ​ຕ້ອງ​ຈ່າຍ​ອອກ​ໄປ​ຢ່າງ​ວ່ອງໄວ ບໍ່​ສາມາດ​ປັບ​ແກ້​ສະຖານນະການ​ໃດ​ໆ ໄດ້​ໃນ​ຊ່ວງ​ນີ້ ຄວາມ​ຮັກຍັງ​ມຸ່ງ​ໝັ້ນ​ໃນ​ເລື່ອງ​ຂອງ​ການ​ເຮັດ​ວຽກງານ ຫລາຍກວ່າ​ທີ່​ຈະ​ທຸ້ມເທ​ດ້ານ​ຄວາມ​ຮັກ​ນັ້ນ​ເອງ ເຄື່ອງມຸງຄຸນ​​ຫີນນໍາໂຊກສີແດງ ສີມຸງຄຸນສີແດງ ເລກ​ນຳ​ໂຊກ​7

ຄົນເກີດວັນເສົາ:ການ​ງານຊ່ວງ​ນີ້​ຄວນ​ຢຸດ​ພັກ​ເພື່ອ​ລໍຖ້າເບິ່ງ ​ແລະ ​ວາງ​ແຜນ ຫລາຍກວ່າ​ທີ່​ຈະ​ລົງ​ທຶນ​ເຮັດ​ຫຍັງ ການ​ເງິນຫາ​ເຂົ້າ​ມາ​ໄດ້​ຢ່າງ​ຕໍ່​ເນື່ອງ ໃນ​ຊ່ວງ​ນີ້​ມີ​ໂຊກ​ທາງ​ດ້ານ​ການ​ເງິນ​ນັ້ນ​ເອງ ຄວາມ​ຮັກຈະ​ພົບ​ຄົົນທີ່​ມີສະເໜ່​ຫລາຍ​ໆ ໃນ​ຊ່ວງ​ນີ້ ທ່ານ​ເປັນ​ຄົນ​ເກັ່ງ ມີ​ຄວາມ​ສາມາດ​ຫລາຍ​ໆ ເຄື່ອງມຸງຄຸນ​ໄຂ່ມຸກ ສີມຸງຄຸນສີດໍາ ເລກ​ນຳ​ໂຊກ​3

ສະແດງຄຳຄິດເຫັນ

ຂ່າວມາໃໝ່ 
2
ທຳລາຍສວນປູກຝິ່ນ 5 ເຮັກຕາກວ່າ ຢູ່ເມືອງລອງ ແຂວງຫຼວງນ້ຳທາ
2
ສວນກາເຟໄຮແລນຍັງຂາດແຄນດ້ານແຮງງານເກັບກູ້ກາເຟ
2
996 ເຖິງ 26 ມີນາ 2024 ໄດ້ກວດກູ້ລະເບີດ ບໍ່ທັນແຕກ ອອກຈາກເນື້ອທີ່ດິນ 87.323 ເຮັກຕາ
2
ແຈ້ງປັບລາຄານ້ຳມັນ! ແອັດຊັງປັບຂຶ້ນ ກາຊວນປັບລົງ
2
ສປ ຈີນ ມອບພາຫະນະຮັບໃຊ້ວຽກງານອາຊຽນ ໃຫ້ກະຊວງປ້ອງກັນປະເທດ
2
ທິດທາງແຜນການພັດທະນາອຸດສາຫະກຳປຸງແຕ່ງ ແລະ ການຄ້າ ປີ 2024
2
ພົບຜູ້ເສຍຊີວິດ 2 ຄົນໃນລົດທີ່ເກີດອຸບັດເຫດລົດເສຍຫຼັກຕໍາຂອບທາງແລ້ວໄຟໄໝ້ລົດຢູ່ທາງດ່ວນ
2
3 ເດືອນຕົ້ນປີ 2024 ມີນັກທ່ອງທ່ຽວເຂົ້າມາຜ່ານດ່ານສາກົນສາມຫຼ່ຽມຄຳ ຫຼາຍກວ່າ 80 ພັນຄົນ
2
ADB ຄາດຄະເນວ່າ ເສດຖະກິດ ລາວ ຈະມີການຂະຫຍາຍຕົວລະດັບປານກາງ ຈາກແຮງສະໜັບສະໜູນ ຈາກພາຍນອກ
xr:d:DAFfzfZ3jXU:238,j:4285599991177242615,t:24041512
ເດືອນມີນາ ມີຜູ້ເສຍຊີວິດເຖິງ 85 ຄົນ ຈາກອຸບັດເຫດໃນທົ່ວປະເທດ
ຢ່າລື່ມກົດຕິດຕາມ