ອັດຕາເງິນເຟີ້ໃນສິງກະໂປ ຮັກສາຢູ່ລະດັບ 3,1%

ສຳນັກຂ່າວStraits Times,ລາຍງານວ່າ: ອັດຕາ ເງິນເຟີ້ ພື້ນຖານ(Core inflation)ຂອງສິງກະໂປ ໃນເດືອນພຶດສະພາ ຍັງຮັກສາ ຢູ່ລະດັບ 3,1% ຕໍ່ເນື່ອງເປັນເດືອນ ທີ3 ແລ້ວ ເນື່ອງຈາກ ລາຄາ ສິນຄ້າ ອຸປະໂພກ ບໍລິໂພກ ໃນປະເທດ ຍັງຄົງປັບຕົວ ເພີ່ມຂຶ້ນ ເຮັດໃຫ້ ຊາວສິງກະໂປ ຕ້ອງຈ່າຍເງິນ ເພີ່ມຫລາຍຂຶ້ນ ສຳລັບ ການເດີນທາງ ທ່ອງທ່ຽວ.ຂະນະທີ່, ອັດຕາເງິນເຟີ້ ພາກບໍລິການ ໃນເດືອນພຶດສະພາ ຢູ່ໃນລະດັບ 3.6% ເນື່ອງຈາກ ປະຊາຊົນ ໃຊ້ຈ່າຍ ໃນການທ່ອງທ່ຽວ ຫລາຍຂຶ້ນ.   ລາຄາ​ປີ້​ຍົນ ​ໄດ້​ຫລຸດ​ລົງ ​ໜ້ອຍ​ໜຶ່ງ.ຂະນະດຽວກັນການເພີ່ມຂຶ້ນ ຂອງ ອັດຕາ​ ເງິນ​ເຟີ້ ​ພາກ​ບໍລິການ ຖືກຊົດເຊີຍ ດ້ວຍອັດຕາເງິນເຟີ້ ທີ່ຫລຸດລົງ ໃນສ່ວນ ຄ່າໄຟຟ້າ ແລະ ອາຍແກັສ ລວມໄປເຖິງ ສິນຄ້າ […]

ອິດສະຣາແອນ ເລັ່ງຍົກເລິກ ການໃຊ້ເຊື້ອໄຟຟໍສຊິລ ໃນປີ 2050

ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ກະຊວງ ພະລັງງານ ແລະ ພື້ນຖານ ໂຄງລ່າງຂອງ ອິດສະຣາແອນ ໄດ້ປະກາດ ແຜນຍຸດທະສາດ ເພື່ອການປ່ຽນ ຜ່ານ ພະລັງງານ ເຊື້ອໄຟ ຟໍສຊິລ ແບບດັ່ງເດີມ ເປັນເຊື້ອໄຟ ຊີວະພາບ , ເຊື້ອໄຟ ສັງເຄາະ ແລະ ເຊື້ອໄຟ ໄຮໂດຣເຈນ ໃນປີ 2050. ໂດຍເປົ້າໝາຍ ຕົ້ນຕໍ ເພື່ອປັບປຸງ ການຈະເລີນ ເຕີບໂຕ ທາງເສດຖະກິດ ຂອງປະເທດ ໃຫ້ສອດຄ່ອງ ກັບຂໍ້ກຳນົດ ດ້ານສະພາບ ພູມອາກາດໂລກ ແລະ ການສ້າງ ຄວາມທັນສະໄໝ .ໂດຍ ອິດສະຣາແອນ ຈະຈັດຫາ ຊື້ອໄຟ ທີ່ ເຊື່ອຖືໄດ້ ໃຫ້ແກ່ ທຸກພາກສ່ວນ ຂອງ ເສດຖະກິດ , ຍົກລະດັບ […]

ກຳປູເຈຍ ສົ່ງອອກເຂົ້າ-ຢາງພາລາ ຫລາຍກວ່າ 384 ລ້ານໂດລາ

ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ກຳປູເຈຍ ສ້າງລາຍໄດ້ ຈາກ ການສົ່ງອອກເຂົ້າ ແລະ ຢາງພາລາແຫ້ງ ລວມມີ 384,4 ລ້ານໂດລາ ສະຫະລັດ ໃນໄລຍະເດືອນ ມັງກອນ-ເດືອນພືດສະພາ ໃນປີນີ້. ໂດຍ ສະຫະພັນເຂົ້າ ແຫ່ງ ກຳປູເຈຍ ລາຍງານວ່າ:​ ກໍາປູເຈຍ ສົ່ງອອກ ເຂົ້າສານ 302.592 ໂຕນ ໄປຍັງ 63 ປະເທດ ແລະ ພາກພື້ນ ໃນໄລຍະ 5 ເດືອນ ຂອງ ປີນີ້ ແລະ ສາມາດ ສ້າງລາຍໄດ້ 219,9 ລ້ານໂດລາ ສະຫະລັດ. ໂດຍ ຈີນ ຍັງສືບຕໍ່ ເປັນ ຜູ້ຊື້ເຂົ້າ ກຳປູເຈຍ ຂະໜາດໃຫຍ່ ລວມມີ 73.322 ໂຕນ,​ […]

ສສຊ ສະເໜີໃຫ້ລັດຖະບານ ຮັກສາສະຖຽນລະພາບ ທາງດ້ານການເງິນ ເພື່ອດຶງດູດການລົງທຶນໃຫ້ຫຼາຍຂຶ້ນ

ສະມາຊິກສະພາແຫ່ງຊາດ ສະເໜີໃຫ້ລັດຖະບານ ເອົາໃຈໃສ່ໃນເລື່ອງຂອງການຮັກສາສະຖຽນລະພາບທາງດ້ານການເງິນ ສ້າງຄວາມໝັ້ນໃຈໃຫ້ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ເພື່ອດຶງດູດການລົງທຶນ ໃຫ້ຫຼາຍຂຶ້ນ. ຄຳເຫັນດັ່ງກ່າວ ມີຂຶ້ນໂດຍທ່ານ ນາງ ວາລີ ເວດສະພົງ ສສຊ ເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ທີ່ໄດ້ປະກອບຄຳເຫັນຕໍ່ບົດຊີ້ແຈງຂອງກະຊວງແຜນການ ແລະ ການລົງທຶນໃນກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 13 ມິຖຸນາ ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ. ອີງຕາມການລາຍງານຂອງ ທ່ານ ເພັດ ພົມພິພັກ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໃນໄລຍະ 3 ເດືອນຕົ້ນປີ 2024 ສປປ ລາວ ມີການລົງທຶນທັງໝົດ ປະມານ 17,469.36 ຕື້ກີບ ເທົ່າກັບ 30,8% ຂອງແຜນການປີ. ໂອກາດດັ່ງກ່າວ ທ່ານ ນາງ ວາລີ […]

ການປູກພືດຜັກປອດສານພິດຂາຍ ສາມາດສ້າງລາຍຮັບໄດ້ຫລາຍລ້ານກີບຕໍ່ປີ

*ປັດຈຸບັນການປະກອບອາຊີບກະສິກໍາ ດ້ວຍການປູກພືດຜັກຂາຍເປັນສິນຄ້າແມ່ນອາຊີບໜຶ່ງ ທີ່ສາມາດສ້າງລາຍຮັບໃຫ້ບຸກຄົນ ແລະ ຄອບຄົວ, ຄອບຄົວທ່ານ ນາງ ຄູນ ອົດສຸດິນຍົງ ອາຍຸ 26 ປີ ອາຊີບ ປະຊາຊົນ ຢູ່ບ້ານທົ່ງຂວາເມືອງ ແລະ ແຂວງຫລວງນໍ້າທາ ເປັນຄອບຄົວໜຶ່ງມີຄວາມດຸໝັ່ນ, ອົດທົນໃນການເຮັດກະສິກຳ ໂດຍສະເພາະການປູກພືດຜັກປອດສານພິດຂາຍໄດ້ 50 ລ້ານກວ່າກີບຕໍ່ປີ. ທ່ານ ນາງ ຄູນ ອົດສຸດິນຍົງ ໃຫ້ສໍາພາດເມື່ອບໍ່ດົນມານີ້ວ່າ: ຄອບຄົວຂອງຕົນ ໄດ້ເລີ່ມເຮັດທຸລະກິດການປູກພືດຜັກປອດສານພິດມາແຕ່ ປີ 2015 ໃນເນື້ອທີ່ 2.000  ກວ່າຕາແມັດ ແລະ ມີແຮງງານຕົ້ນຕພຽງ 2 ຄົນ ເພື່ອປູກພືດຜັກປະເພດໃຫ້ໝາກ ແລະ ພືດລົ້ມລຸກເປັນຕົ້ນ ໝາກນອຍ, ໝາກເລັ່ນ, ໝາກນ້ຳເຕົ້າ, ໝາກເຜັດ, ໝາກເຂືອ, ໝາກອື, ໝາກຖົ່ວ, ກະຈຽບ, ຜັກຫອມປ້ອມ, ຜັກຊີ, ຜັກສະລັດ, ຜັກກາດ, ຜັກປັງ, ຜັກຫຸມ, […]

ເຊກອງ ຕ້ອງການທຶນເພື່ອພັດທະນາຫຼາຍກວ່າ 1 ພັນຕື້ກີບ

ໃນປີ 2024 ນີ້, ອົງການປົກຄອງແຂວງ ເຊກອງ ຕັ້ງເປົ້າໝາຍສູ້ຊົນເຮັດໃຫ້ເສດຖະ ກິດ ຂະຍາຍຕົວເພີ່ມຂຶ້ນ ໃນລະດັບ 6% , ມູນຄ່າລວມຍອດຜະລິດຕະພັນພາຍໃນ ສະເລ່ຍໃສ່ປະຊາກອນໃຫ້ບັນລຸໄດ້ປະມານ 21,9 ລ້ານກີບຕໍ່ຄົນຕໍ່ປີ ແຕ່ເພື່ອບັນລຸຕົວເລກເປົ້າໝາຍດັງກ່າວ ຕ້ອງມີທຶນເພື່ອພັດທະນາທັງໝົດ 1.223 ຕື້ກີບ. ທຶນຈໍານວນດັ່ງກ່າວເປັນການລົງທຶນຈາກງົບປະມານລັດ 73,38 ຕື້ກີບ ກວມເອົາ 6%, ທຶນຊ່ວຍເຫຼືອລ້າ ແລະ ກູ້ຢືມ 146,76 ຕື້ກີບ ກວມເອົາ 12%, ການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດ 1 ພັນຕື້ກວ່າກີບ ກວມເອົາ 82%. ສໍາລັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ໃນ 4 ເດືອນຕົ້ນປີ 2024 ສາມາດເກັບລາຍຮັບເຂົ້າງົບປະມານ ໄດ້ທັງໝົດ 131,66 ຕື້ກີບ ທຽບໃສ່ແຜນປີເທົ່າກັບ 44,12% ໃນນີ້, ລາຍຮັບພູດສູນກາງປະຕິບັດຢູ່ທ້ອງຖິ່ນ 25,57 ຕື້ກີບ ເທົ່າກັບ […]

ກົກໂພໃຫຍ່ຫັກ ຢູ່ວັດສະພັງເມິກ ເມືອງໄຊທານີ ເສຍຫາຍ 100 ກວ່າລ້ານກີບ

ວັນທີ 31 ພຶດສະພາ 2024 ນີ້ ເຟສບຸກ ວັດໂພສີ ບ້ານສະພັງເມິກ ເມືອງໄຊທານີ ນະຄອນຫລວງວຽງຈັນ ໄດ້ໂພສພາບຄວາມເສຍເຫຍຈາກກົກໂພໃຫຍ່ ອາຍຸ 100 ກວ່າປີ ຢູ່ວັດຫັກລົ້ມ ໃນວັນທີ 29 ພຶດສະພາ 24 ເວລາປະມານ 06: 04 ນາທີ ງ່າກົກໂພໄດ້ທັບກຸດຕິ, ສາລາ, ພຣະພຸດທະຮູບ, ຮູບປັ້ນນາກ, ລົດຖີບໄຟຟ້າ ແລະ ລົດຮຸ່ນໄດແກ່ເຄື່ອງ ຂອງວັດໄດ້ຮັບຄວາມເສຍຫາຍປະເມີນມູນຄ່າທັງໝົດປະມານ 100,000,000 ກວ່າລ້ານກີບ. ທີ່ມາ ລາວພັດທະນາ

ນາຍົກລັດຖະມົນຕີ ຕ້ອນຮັບເຈົ້າແຂວງກຸ້ຍໂຈ ສປ ຈີນ

ໃນວັນທີ 20 ພຶດສະພາ  2024 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ລີ ປີງຈຸ່ນ ຮອງເລຂາພັກແຂວງ, ເຈົ້າແຂວງກຸ້ຍໂຈວ ສປ ຈີນ ພ້ອມຄະນະ ໃນໂອກາດມາເຄື່ອນໄຫວ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ. ໃນໂອກາດນີ້, ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ ທ່ານ ລີ ປີງຈຸ່ນ ທີ່ໄດ້ນຳພາຄະນະເດີນທາງ ມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້, ພ້ອມທັງ ຕີລາຄາສູງຕໍ່ສາຍພົວພັນ ມິດຕະພາບອັນເປັນມູນເຊື້ອ ແລະ ການເປັນຄູ່ຮ່ວມຍຸດທະສາດຮອບດ້ານ ລະຫວ່າງ ລາວ-ຈີນ ຕາມທິດ 4 […]

ຈີນ​ພັດ​ທະ​ນາ​​ແຫຼ່ງ​ພະ​ລັງ​ງານ​ສະ​ອາດ ແລະ ພະ​ລັງ​ງານ​ທົດ​ແທນ​ໃນ​ລາວ ພ້ອມ​ທັງສົ່ງ​ໄປຕ່າງ​ປະ​ເທດ​ຢ່າງ​​ຫຼາກຫຼາຍ​​ 

ລາວ​ເປັນ​ປະ​ເທດ​ທີ່​ມີ​ຊັບ​ພະ​ຍາ​ກອນນ້ຳ ແລະ ພູ​ຜ່າ​ປ່າ​ໄມ້​ທີ່​ອຸ​ດົມ​ສົມບູນ​ແຫ່ງໜຶ່ງ​ ໃນ​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້ ເຊິ່ງ​ຄວາມຫຼາກຫຼາຍທາງ​ຊັບພະຍາກອນເຫຼົ່າ​ນີ້ ໄດ້ກາຍ​ເປັນ​ທ່າ​ແຮງ​ອັນ​ສຳ​ຄັນໃຫ້​ແກ່​ການ​​ພັດ​ທະ​ນາແຫຼ່ງພະ​ລັງ​ງານ​ສະ​ອາດ ແລະ ພະ​ລັງ​ງານ​​ທົດ​ແທນ ເພື່ອ​ສະ​ໜອງ​ໄຟ​ຟ້າ​ຢູ່​ພາຍ​ໃນ​ປະ​ເທດ ແລະ ສົ່ງ​ອອກໄປ​ຕ່າງ​ປະ​ເທດ. ປັດ​ຈຸ​ບັນ, ພະ​ລັງ​ງານໝູນ​ວຽນ​ແບບນີ້ ​ແມ່ນ​ໄດ້ຮັບ​ຄວາມ​ເອົາ​ໃຈ​ໃສ່​​​ນັບ​ມື້​ນັບສູງ​ຂຶ້ນ​​ໃນ​ທົ່ວ​ໂລກ ກໍ​ຄື​ລັດ​ຖະ​ບານ​ລາວ​​ໄດ້​ສົ່ງເສີມ​ການ​ລົງ​ທືນໃນ​ຮູບ​ແບບ​​ອື່ນໆຂອງ​ພະ​ລັງ​ງານ​ສີ​ຂຽວ ເພື່ອ​ສົ່ງ​ຂາຍໄປ​ຍັງ​ບັນ​ດາ​ປະ​ເທດ​ທີ່​ມີ​ຊາຍ​ແດນ​ຕິດ​ຈອດ​​ຢ່າງ​ຕໍ່​ເນື່ອງ. ຈີນແມ່ນ​ປະ​ເທດ​ໜຶ່ງ​ທີ່​​​ມີ​ການມາ​ລົງ​ທຶນເຂົ້າ​ໃນ​ການ​ພັດ​ທະ​ນາດ້ານ​ພະ​ລັງ​ສະ​ອາດຢູ່​ລາວຢ່າງ​ຫຼວງຫຼາຍ ທັງ​ເປັນ​​ປະ​ເທດແຫຼ່ງ​ທຶນ​ໃຫຍ່​ທີ່​ສຸ​ດ ແລະ ຄູ່​ການ​ຄ້າ​ໃຫຍ່​ອັນ​ດັບ 2 ​​ຂອງ​ລາວ, ແມ່ນ​ຜູ້​ເຂົ້າ​ຮ່ວມ ແລະ ຜູ້​ຊຸກ​ຍູ້​ຕົ້ນ​ຕໍໃນ​ການ​ກໍ່​ສ້າງ​ເຂື່ອນ​ໄຟ​ຟ້າ​ພະ​ລັງ​ງານນ້ຳ​​ຢູ່ປະ​ເທດ​ລາວ. ​ອີງ​ຕາມ​ບົດ​ວິ​ເຄາະ​ສະ​ຖາ​ນະ​ການ ​ຈາກ​ພະ​ແນກ​ພາກ​ພາ​ສາ​ລາວ​ຂອງວິ​ທະ​ຍຸ​ ແລະ ໂທ​ລະ​ພາບ​ສູ​ນ​ກາງ​ຈີນ ໃນ​​ຫວ່າງມໍ່ໆ​ມານີ້​ໃຫ້​ຮູ້​ວ່າ: ວິ​ສາ​ຫະ​ກິດ​ຈີນ​ໄດ້​ລົງ​ທຶນ​ສ້າງ​ເຂື່ອນ​ໄຟ​ຟ້າ​​​ຢູ່​ລາວໄປ​ແລ້ວ 18 ແຫ່ງ​ ເຊັ່ນ: ເຂື່ອນ​ໄຟ​ຟ້າ​ພະ​ລັງ​ງານ​ນ້ຳ​ຕາມ​ລຳ​ແມ່​ນ້ຳ​ອູ, ເຂື່ອນ​ໄຟ​ຟ້າ​ນ້ຳ​ລີກ 1-2 ແລະ ເຂື່ອນ​ໄຟ​ຟ້າ​ນ້ຳ​ງຽບ 2 ເປັນ​ຕົ້ນ, ກຳ​ລັງ​ການ​ຕິດ​ຕັ້ງ​ເຄື່ອງ​ຈັກ​ຜະ​ລິດ​ໄຟ​ຟ້າ​ມີ​ເຖິງ 2.348 ເມ​ກາ​ວັດ ເຊິ່ງ​ໄດ້​ຊຸກ​ຍູ້​ການ​ພັດ​ທະ​ນາ​ ​ໃນ​ດ້ານ​ຂະ​ແໜງ​ພະ​ລັງ​ງານໄຟ​ຟ້າ​ຂອງ​ລາວ​ຢ່າງ​ຕໍ່​ເນື່ອງ. ໂຄງ​ການ​ເຫຼົ່າ​ນີ້​ ບໍ່​ພຽງ​ແຕ່​ໄດ້​ສະ​ໜອງ​ພະ​ລັງ​ງານ​ສະ​ອາດ​ຢ່າງ​ໝັ້ນ​ທ່ຽງ​ໃຫ້​ແກ່​ລາວ​ເທົ່າ​ນັ້ນ ຍັງ​ໄດ້​ສ້າງ​ວຽກເຮັດງານທໍາໃຫ້​ແກ່​​ປະ​ຊາ​ຊົນທ້ອງ​ຖິ່ນ ພ້ອມ​ທັງ​ໄດ້​ສ້າງ ແລະ ບູ​ລະ​ນະ​ເສັ້ນ​ທາງ, ຂົວ, ໂຮງ​ຮຽນ, ສວນ​ສະ​ໜຸ​ກ […]