2
ຈີນ​ພັດ​ທະ​ນາ​​ແຫຼ່ງ​ພະ​ລັງ​ງານ​ສະ​ອາດ ແລະ ພະ​ລັງ​ງານ​ທົດ​ແທນ​ໃນ​ລາວ ພ້ອມ​ທັງສົ່ງ​ໄປຕ່າງ​ປະ​ເທດ​ຢ່າງ​​ຫຼາກຫຼາຍ​​ 
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 16 ເດືອນພຶດສະພາ, 2024
ໝວດ: ຂ່າວ

ລາວ​ເປັນ​ປະ​ເທດ​ທີ່​ມີ​ຊັບ​ພະ​ຍາ​ກອນນ້ຳ ແລະ ພູ​ຜ່າ​ປ່າ​ໄມ້​ທີ່​ອຸ​ດົມ​ສົມບູນ​ແຫ່ງໜຶ່ງ​ ໃນ​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້ ເຊິ່ງ​ຄວາມຫຼາກຫຼາຍທາງ​ຊັບພະຍາກອນເຫຼົ່າ​ນີ້ ໄດ້ກາຍ​ເປັນ​ທ່າ​ແຮງ​ອັນ​ສຳ​ຄັນໃຫ້​ແກ່​ການ​​ພັດ​ທະ​ນາແຫຼ່ງພະ​ລັງ​ງານ​ສະ​ອາດ ແລະ ພະ​ລັງ​ງານ​​ທົດ​ແທນ ເພື່ອ​ສະ​ໜອງ​ໄຟ​ຟ້າ​ຢູ່​ພາຍ​ໃນ​ປະ​ເທດ ແລະ ສົ່ງ​ອອກໄປ​ຕ່າງ​ປະ​ເທດ. ປັດ​ຈຸ​ບັນ, ພະ​ລັງ​ງານໝູນ​ວຽນ​ແບບນີ້ ​ແມ່ນ​ໄດ້ຮັບ​ຄວາມ​ເອົາ​ໃຈ​ໃສ່​​​ນັບ​ມື້​ນັບສູງ​ຂຶ້ນ​​ໃນ​ທົ່ວ​ໂລກ ກໍ​ຄື​ລັດ​ຖະ​ບານ​ລາວ​​ໄດ້​ສົ່ງເສີມ​ການ​ລົງ​ທືນໃນ​ຮູບ​ແບບ​​ອື່ນໆຂອງ​ພະ​ລັງ​ງານ​ສີ​ຂຽວ ເພື່ອ​ສົ່ງ​ຂາຍໄປ​ຍັງ​ບັນ​ດາ​ປະ​ເທດ​ທີ່​ມີ​ຊາຍ​ແດນ​ຕິດ​ຈອດ​​ຢ່າງ​ຕໍ່​ເນື່ອງ.

ຈີນແມ່ນ​ປະ​ເທດ​ໜຶ່ງ​ທີ່​​​ມີ​ການມາ​ລົງ​ທຶນເຂົ້າ​ໃນ​ການ​ພັດ​ທະ​ນາດ້ານ​ພະ​ລັງ​ສະ​ອາດຢູ່​ລາວຢ່າງ​ຫຼວງຫຼາຍ ທັງ​ເປັນ​​ປະ​ເທດແຫຼ່ງ​ທຶນ​ໃຫຍ່​ທີ່​ສຸ​ດ ແລະ ຄູ່​ການ​ຄ້າ​ໃຫຍ່​ອັນ​ດັບ 2 ​​ຂອງ​ລາວ, ແມ່ນ​ຜູ້​ເຂົ້າ​ຮ່ວມ ແລະ ຜູ້​ຊຸກ​ຍູ້​ຕົ້ນ​ຕໍໃນ​ການ​ກໍ່​ສ້າງ​ເຂື່ອນ​ໄຟ​ຟ້າ​ພະ​ລັງ​ງານນ້ຳ​​ຢູ່ປະ​ເທດ​ລາວ. ​ອີງ​ຕາມ​ບົດ​ວິ​ເຄາະ​ສະ​ຖາ​ນະ​ການ ​ຈາກ​ພະ​ແນກ​ພາກ​ພາ​ສາ​ລາວ​ຂອງວິ​ທະ​ຍຸ​ ແລະ ໂທ​ລະ​ພາບ​ສູ​ນ​ກາງ​ຈີນ ໃນ​​ຫວ່າງມໍ່ໆ​ມານີ້​ໃຫ້​ຮູ້​ວ່າ: ວິ​ສາ​ຫະ​ກິດ​ຈີນ​ໄດ້​ລົງ​ທຶນ​ສ້າງ​ເຂື່ອນ​ໄຟ​ຟ້າ​​​ຢູ່​ລາວໄປ​ແລ້ວ 18 ແຫ່ງ​ ເຊັ່ນ: ເຂື່ອນ​ໄຟ​ຟ້າ​ພະ​ລັງ​ງານ​ນ້ຳ​ຕາມ​ລຳ​ແມ່​ນ້ຳ​ອູ, ເຂື່ອນ​ໄຟ​ຟ້າ​ນ້ຳ​ລີກ 1-2 ແລະ ເຂື່ອນ​ໄຟ​ຟ້າ​ນ້ຳ​ງຽບ 2 ເປັນ​ຕົ້ນ, ກຳ​ລັງ​ການ​ຕິດ​ຕັ້ງ​ເຄື່ອງ​ຈັກ​ຜະ​ລິດ​ໄຟ​ຟ້າ​ມີ​ເຖິງ 2.348 ເມ​ກາ​ວັດ ເຊິ່ງ​ໄດ້​ຊຸກ​ຍູ້​ການ​ພັດ​ທະ​ນາ​ ​ໃນ​ດ້ານ​ຂະ​ແໜງ​ພະ​ລັງ​ງານໄຟ​ຟ້າ​ຂອງ​ລາວ​ຢ່າງ​ຕໍ່​ເນື່ອງ. ໂຄງ​ການ​ເຫຼົ່າ​ນີ້​ ບໍ່​ພຽງ​ແຕ່​ໄດ້​ສະ​ໜອງ​ພະ​ລັງ​ງານ​ສະ​ອາດ​ຢ່າງ​ໝັ້ນ​ທ່ຽງ​ໃຫ້​ແກ່​ລາວ​ເທົ່າ​ນັ້ນ ຍັງ​ໄດ້​ສ້າງ​ວຽກເຮັດງານທໍາໃຫ້​ແກ່​​ປະ​ຊາ​ຊົນທ້ອງ​ຖິ່ນ ພ້ອມ​ທັງ​ໄດ້​ສ້າງ ແລະ ບູ​ລະ​ນະ​ເສັ້ນ​ທາງ, ຂົວ, ໂຮງ​ຮຽນ, ສວນ​ສະ​ໜຸ​ກ ແລະ ພື້ນ​ຖານ​ໂຄງ​ລ່າງ​ອື່ນໆ​ ໃຫ້​ແກ່​ທ້ອງ​ຖິ່ນ​ຕ່າງໆ​ຂອງ​ລາວ ເຊິ່ງ​ເປັນການ​ຊຸກ​ຍູ້​​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ທ້ອງ​ຖິ່ນ​ເຫຼົ່າ​ນັ້ນ​ເປັນ​ຢ່າງ​ດີ.

ນອກ​ຈາກນີ້ແລ້ວ, ໂຄງ​ການ​ຜະ​ລິດ​ໄຟ​ຟ້າ​ດ້ວຍ​ພະ​ລັງ​ງານ​ລົມທີ່​ໃຫຍ່​ທີ່​ສຸດ​ໃນ​ພາກ​ພື້ນ​ອາ​ຊີ​ຕ​າ​ເວັນ​ອອກ​ສຽງ​ໃຕ້ ທັງແມ່ນ​ໂຄງ​ການ​ຜະ​ລິດ​ໄຟ​ຟ້າ​ດ້ວຍ​ພະ​ລັງ​ງານ​ລົມ​ແຫ່ງ​ທຳ​ອິດ​ໃນ​ລາວ ທີ່​ນຳ​ເອົາ​ໂອ​ກາດ​ການ​ພັດ​ທະ​ນາ​ສີຂຽວ​ໃຫ້​ແກ່​ປະ​ເທດ​ຕື່ມ​ອີກ. ໂຄງ​ການ​ດັ່ງ​ກ່າວນີ້​ແມ່ນ​ຕັ້ງ​ຢູ່​ແຂວງ​ເຊກອງ ແລະ ແຂວງ​ອັດ​ຕາ​ປື ທາງ​ພາກ​ໃຕ້​ຂອງ​ລາວ ໂດຍ​ວິ​ສາ​ຫະ​ກິດ​ຈີນ​ເປັນ​ຜູ້​ຮັບ​ເໝົາ​ກໍ່​ສ້າງ. ພາຍຫຼັງ​ໂຄງ​ການ​ສ້າງ​ສຳ​ເລັດ​ແລ້ວ, ຕົ້ນ​ຕໍ​ຈະ​ສົ່ງ​ພະ​ລັງ​ງານ​ໄຟ​ຟ້າ​ໄປ​ສູ່​ຫວຽດ​ນາມ.

ນອກ​ນີ້, ​ຈີນ-ລາວ ຍັງ​ໄດ້​ສ້າງໂຄງ​ການ​ຜະ​ລິດ​ໄຟ​ຟ້າ​ດ້ວຍ​ພະ​ລັງ​ງານ​ແສງ​ຕາ​ເວັນ​ໄລ​ຍະ 1 ທີ່​ຕັ້ງ​ຢູ່​ແຂວງ​ອຸ​ດົມ​ໄຊ ທາງ​ພາກ​ເໜືອ​ລາວ​ ເຊິ່ງ​ໂຄງ​ການ​ກຳ​ລັງ​ເຂົ້າ​ສູ່​ໄລ​ຍະ​ກະ​ກຽມ. ພາຍຫຼັງ​ໂຄງ​ການ​ສ້າງ​ສຳ​ເລັດ​ແລ້ວ ຈະ​ກາຍ​ເປັນ​ໂຄງ​ການ​ຜະ​ລິດ​ໄຟ​ຟ້າ​ດ້ວຍ​ແສງ​ຕາ​ເວັນທີ່ໃຫຍ່​ທີ່​ສຸດ​ໃນ​ປະ​ເທດ​ລາວ, ສາ​ມາດ​ຜະ​ລິດ​ໄຟ​ຟ້າ​ໄດ້​ປະ​ມານ 1,7 ຕື້​ກິ​ໂລ​ວັດ​ໂມງ ເຊິ່ງ​ຈະ​ສາ​ມາດ​​​ຊ່ວຍຫຼຸດ​ການ​ລະ​ບາຍ​ກາກບອນ​ເຖິງ 1,41 ລ້ານ​ໂຕນໃຫ້​ແກ່​ໂລກ, ສະ​ໜອງ​ໄຟ​ຟ້າ​ໃຫ້​ແກ່ປະ​ຊາ​ຊົນອາ​ຊີ ໄດ້ປະ​ມານ 3 ລ້ານ​ຄອບ​ຄົວ​ ແລະ ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ທ້ອງ​ຖິ່ນ.

ມາ​ຮອດ​ເດືອນ​ພຶດ​ສະພາ ປີ 2023, ​​​ທົ່ວປະ​ເທດລາວມີ​ໂຮງ​ງານຜະ​ລິດ​ໄຟ​ຟ້າທີ່​ມີ​ກຳ​ລັງ​ຕິດ​ຕັ້ງ​ລວມ​ກັນ​ຫຼາຍກວ່າ 11.661 ເມ​ກາ​ວັດ ເຊິ່ງ​ສາ​ມາດ​ຜະ​ລິດກະ​ແສ​ໄຟ​ຟ້າ​ໄດ້ຫຼາຍກວ່າ 58.813 ກິ​ໂລ​ວັດ​ໂມງຕໍ່​ປີ. ​ບັນ​ດາໂຮງ​ງານ​ເຫຼົ່າ​ນີ້ປະ​ກອບ​ມີ ເຂື່ອນ​ໄຟ​ຟ້າ​ພະ​ລັງ​ງານ​ນ້ຳ 81 ແຫ່ງ, ໂຮງ​ງານ​ພະ​ລັງ​ງານ​ໄຟ​ຟ້າ​ທົດ​ແທນ 12 ແຫ່ງ ລວມ​ທັງ​ພະ​ລັງງານໄຟ​ຟ້າ​ແສງ​ຕາ​ເວັນ ແລະ ໂຮງ​ງານ​ຜະ​ລິດ​ໄຟ​ຟ້າຖ່ານ​ຫີນ. ການ​ສຸມ​ໃສ່​ກາ​ນ​ສ້າງພະ​ລັງ​ງານ​ສະ​ອາດ ແລະ ພະ​ລັງ​ງານ​ທົດ​ແທນ ໄດ້​ບັນ​ລຸ​ການ​ສະ​ໜອງ​ໄຟ​ຟ້າ​ໃຫ້​ເທດ​ສະ​ບານ​ແຂວງ 100%, ບ້ານ 94% ແລະ ຄອບ​ຄົວ​ຕ່າງໆ 95% ພ້ອມ​ທັງ​ໄດ້​ສົ່ງ​ອອກ​ພະ​ລັງ​ງານ​ໄຟ​ຟ້າ​ຢ່າງຫຼາກຫຼາຍໃຫ້​ແກ່ຈີນ, ໄທ, ຫວຽດ​ນາມ ແລະ ກຳ​ປູ​ເຈຍ ເຊິ່ງ​ໄດ້​ສ້າງ​ລາຍ​ຮັບ​ທີ່​ເປັນ​ເງິນ​ຕາ​ຕ່າງ​ປະ​ເທດ​ໃຫ້​ແກ່​ລາວ​ເປັນ​ຈຳ​ນວນຫຼວງຫຼາຍ.

ທີ່ມາ VientianeTimes

ສະແດງຄຳຄິດເຫັນ

ຂ່າວມາໃໝ່ 
2
ລາວ ຈະສະເຫຼີມສະຫຼອງ 3 ວັນປະຫວັດສາດ ໃນປີ 2025
2
ການລ່າສັດປ່າບໍ່ຖືກຕ້ອງຕາມກົດ ໝາຍຈະຖືກລົງໂທດຕັດອິດສະລະພາບ 2 ຫາ 5 ປີ ແລະ ຈະຖືກປັບໃໝ
2
ກຳປູເຈຍ ຈະເກັບພາສີ ພະລັງງານໄຟຟ້າ ຈາກ ຜູ້ໃຊ້ໂຊລາເຊລ ຢູ່ຫລັງຄາ
2
ຫາລືຄວາມປອດໄພຂອງເຂື່ອນ ໃນການບໍລິຫານຈັດການນໍ້າ ແລະ ການຮັບມືສຸກເສີນ
2
ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບ ທູດເວເນຊູເອລາ ຄົນໃໝ່
2
ສປປ ລາວຈະເປັນປະທານອາຊຽນໃນປີ 2024 ພາຍໃຕ້ຄໍາຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ”
2
ສປປ ລາວ ເລີ່ມປະຕິບັດນະໂຍບາຍ ຍົກເວັ້ນ-ຂະຫຍາຍເວລາ VISA ໃຫ້ກັບຫຼາຍປະເທດ ດຶງດູດນັກທ່ອງທ່ຽວ
2
ບໍລິສັດ ເທີນ-ຫີນບູນ ມອບເງິນ 1 ຕື້ກີບ ສະໜັບສະໜູນການເປັນປະທານອາຊຽນ ຂອງ ສປປ ລາວ
2
ຄຸນຄ່າຄວາມເປັນເອກະລັກ ທີ່ໂດດເດັ່ນລະດັບໂລກ ຂອງອຸທິຍານແຫ່ງຊາດຫີນໜາມໜໍ່
2
ອັດຕະປືມີບໍລິການລົດໂດຍສານສີຂຽວພາຍໃນແຂວງແລ້ວ
ຢ່າລື່ມກົດຕິດຕາມ