2
ນາຍົກລັດຖະມົນຕີ ຕ້ອນຮັບເຈົ້າແຂວງກຸ້ຍໂຈ ສປ ຈີນ
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 21 ເດືອນພຶດສະພາ, 2024
ໝວດ: ຂ່າວ

ໃນວັນທີ 20 ພຶດສະພາ  2024 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ລີ ປີງຈຸ່ນ ຮອງເລຂາພັກແຂວງ, ເຈົ້າແຂວງກຸ້ຍໂຈວ ສປ ຈີນ ພ້ອມຄະນະ ໃນໂອກາດມາເຄື່ອນໄຫວ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ.

ໃນໂອກາດນີ້, ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ ທ່ານ ລີ ປີງຈຸ່ນ ທີ່ໄດ້ນຳພາຄະນະເດີນທາງ ມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້, ພ້ອມທັງ ຕີລາຄາສູງຕໍ່ສາຍພົວພັນ ມິດຕະພາບອັນເປັນມູນເຊື້ອ ແລະ ການເປັນຄູ່ຮ່ວມຍຸດທະສາດຮອບດ້ານ ລະຫວ່າງ ລາວ-ຈີນ ຕາມທິດ 4 ດີ, ການເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ນັບມື້ນັບໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ທັງທາງກວ້າງ ແລະ ທາງເລິກ ໂດຍສະເພາະ ລະຫວ່າງ ສປປ ລາວ ກັບ ແຂວງກຸ້ຍໂຈ ເປັນຕົ້ນ ການຮ່ວມມື້ດ້ານການທ່ອງທ່ຽວ, ການຄ້າ, ການລົງທຶນ, ກະສິກຳ, ການຢ້ຽມຢາມເຊິ່ງກັນ ແລະ ກັນ ຂອງການນຳຂັ້ນຕ່າງໆ, ການປະຕິບັດໂຄງການລົງທຶນ ຂອງພາກທຸລະກິດແຂວງກຸ້ຍໂຈ ຢູ່ ສປປ ລາວ.

ໃນໂອກາດດຽວກັນ, ທ່ານ ລີ ປີງຈຸ່ນ ກໍໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ຂອງທ່ານນາຍົກລັດຖະມົນຕີ ແລະ ພາກສ່ວນທີ່ກ່ຽວຂ້ອງ ຂອງ ສປປ ລາວ, ພ້ອມທັງ ແຈ້ງໃຫ້ທ່ານ ນາຍົກລັດຖະມົນຕີ ໄດ້ຮັບຊາບ ກ່ຽວກັບສະພາບພົ້ນເດັ່ນ ໃນການພັດທະນາເສດຖະກິດ-ສັງຄົມ ຂອງແຂວງກຸ້ຍໂຈ, ລວມທັງ ການພົວພັນຮ່ວມມື ແລະ ການຈັດຕັ້ງປະຕິບັດບັນດາໂຄງການ ຢູ່ ສປປ ລາວ ຕື່ມອີກ.

ຂ່າວ: ກິດຕາ

ພາບ: ຂັນໄຊ

KPL

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ ວັນຈັນ, 24 ເດືອນມີນາ, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,504
21,714
thailand (1)
THB
633.72
645.76
european-union
EUR
22,934
23,391
china
CNY
2,900
2,956
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ ວັນພະຫັດ, 20 ເດືອນມີນາ, 2025
ຊະນິດນ້ຳມັນ
ລາຄາ
27,680
22,130
18,440
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ ວັນພະຫັດ, 20 ເດືອນມີນາ, 2025
ປະເພດ
ລາຄາຊື້
ລາຄາຂາຍ
31,170,000
31,700,000
30,900,000
31,809,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site cover (60)
ມາຮູ້ຈັກກັບເທັກນິກປົດໜີ້ແບບ "ຫິມະຖະຫຼົ່ມ" ຈົບໜີ້ໄວ-ຈ່າຍດອກເບ້ຍໜ້ອຍ
site cover (59)
ແກ໊ງຄໍເຊັນເຕີ ສາມາດຕວົະຕົ້ມເງິນຈາກຄົນທົ່ວໂລກໄປໄດ້ປະມານ 64,000 ລ້ານໂດລາ; ເງິນຫຼາຍກວ່າເຄິ່ງ ມາຢູ່ທີ່ 3 ປະເທດໃນອາຊຽນ
site cover (58)
ລັດຖະບານສະຫະລັດ ໄດ້ເປີດເຜີຍແຜນການເຂົ້າໂຈມຕີກຸ່ມກະບົດຮູຕີ ໃນແຊັດກຸ່ມທີ່ມີນັກຂ່າວຢູ່ນຳໂດຍບໍ່ໄດ້ຕັ້ງໃຈ !
site cover (57)
ເປີດເຜີຍຄຳທຳນາຍປີໃໝ່ລາວ ຄສ.2025 ພສ 2568
site cover (56)
ຍຶດຢາບ້າ 4 ແສນເມັດ ຈາກ 2ໜຸ່ມລາວ ຂັບເຮືອຂ້າມແມ່ນໍ້າຂອງໄປສົ່ງຢູ່ຝັ່ງໄທ
site cover (55)
ສະເຫຼີມສະຫຼອງວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 70 ປີ
site cover (53)
ໂດນັລ ທຣໍາ ປະກາດຍົກເລີກສະຖານະຂອງຜູ້ອົບພະຍົບກວ່າ 530,000 ຄົນ
site cover (52)
ດູດວງ 12ລາສີ ປະຈໍາອາທິດ 24-30 ມີນາ 2025
site cover (51)
ທາງອອກໃນການປັບໂຕຂອງທຸລະກິດເພື່ອບໍລິຫານພະນັກງານຢ່າງມີປະສິດທິພາບກັບ Bezz Solution
Copy of Copy of VP-Square (1200 x 628 px) (1)
ວິທີກຳຈັດຍຸງແບບເປັນມິດກັບສິ່ງແວດລ້ອມ: ປະສິດທິຜົນສູງ, ບໍ່ເປັນອັນຕະລາຍ
ຢ່າລື່ມກົດຕິດຕາມ