ໂອກາດຂອງຈີນ ທີ່ມີຕໍ່ການພັດທະນາເສດຖະກິດໂລກ

ຈີນ ຫຼັງຈາກທີ່ມີການເຕີບໂຕຢ່າງວ່ອງໄວຫຼາຍປີ, ພວມກ້າວໄປສູ່ການພັດທະນາເສດຖະກິດ ທີ່ມີຄຸນນະພາບສູງ ແລະ ການຍົກລະດັບອຸດສາຫະກຳໃຫ້ທັນສະໄໝດີກວ່າເກົ່າ. ຄົນທັງຫຼາຍໄດ້ຮັບຮູ້ເຖິງໂອກາດຂອງຈີນ ທີ່ມີຕໍ່ການພັດທະນາເສດຖະກິດໂລກ. ເປົ້າໝາຍການເຕີບໂຕດ້ານ ລວມຍອດຜະລິດຕະພັນພາຍໃນ ຫຼື GDP ຂອງຈີນໃນປີ 2024 ໃຫ້ຢູ່ໃນລະດັບປະມານ 5% ໄດ້ຖືກເປີດເຜີຍໃນກອງປະຊຸມສະພາປະຊາຊົນແຫ່ງຊາດຈີນ ແລະ ສະພາເປິກສາການເມືອງປະຊາຊົນແຫ່ງຊາດຈີນ ຫຼື ເອີ້ນວ່າ ກອງປະຊຸມສອງສະພາ, ທີ່ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ ແຕ່ວັນທີ 4 ຫາ 11 ເດືອນມີນານີ້. ໃນກອງປະຊຸມສອງສະພາປີນີ້, ເນື້ອໃນບົດລາຍງານວຽກງານຂອງລັດຖະບານຈີນລະບຸວ່າ, ເປົ້າໝາຍຕົ້ນຕໍດ້ານການພັດທະນາຂອງຈີນໃນປີນີ້ ຄື GDP ໃຫ້ຢູ່ໃນລະດັບປະມານ 5%; ຈຳນວນຜູ້ປະກອບອາຊີບໃນຕົວເມືອງເພີ່ມຂຶ້ນຫຼາຍກວ່າ 12 ລ້ານຄົນ, ອັດຕາຫວ່າງງານຕາມການສຳຫຼວດໃນຕົວເມືອງຢູ່ໃນປະມານ 5,5%; ລາຄາສິນຄ້າບໍລິໂພກຂອງພົນລະເມືອງເພີ່ມຂຶ້ນປະມານ 3%; ຈັງຫວະການເຕີບໂຕດ້ານລາຍຮັບຂອງພົນລະເມືອງໃຫ້ໄປຄວບຄູ່ກັບການເຕີບໂຕດ້ານເສດຖະກິດ; ລາຍຮັບລາຍຈາຍສາກົນຮັກສາຄວາມດຸ່ນດ່ຽງໂດຍພື້ນຖານ; ປະລິມານຜົນຜະລິດສະບຽງອາຫານມີຫຼາຍກວ່າ 650 ລ້ານໂຕນ ແລະ ຄຸນນະພາບຂອງສິ່ງແວດລ້ອມນິເວດໄດ້ຮັບການປັບປຸງດີຂຶ້ນຢ່າງຕໍ່ເນື່ອງ. ໃນປີ 2023 ຜ່ານມາ, ເສດຖະກິດຈີນໄດ້ຟື້ນຕົວດີຂຶ້ນໂດຍລວມ, GDP […]
ເມືອງສຸຂຸມາ ແຈ້ງການໃຫ້ເຝົ້າລະວັງພະຍາດສັດສູ່ຄົນ

ຫ້ອງການກະສິກຳ ແລະ ປ່າໄມ້ເມືອງສຸຂຸມາ ແຂວງຈໍາປາສັກ ອອກແຈ້ງການເມື່ອມໍ່ໆມານີ້ ໃນການປະກາດເຂດຄວບຄຸມພະຍາດລະບາດສັດ ປະເພດງົວ-ຄວາຍ ພາຍຫຼັງທີ່ພົບພະຍາດໄຂ້ເລືອດດໍາ 3 ຄົນຢູ່ເມືອງສຸຂຸມາ (ຍ້ອນກິນສຸກໆດີບໆ) ທັງນີ້ກໍເພື່ອເປັນການສະກັດກັ້ນ ແລະ ຄວບຄຸມການເກີດພະຍາດ ແລະ ຄວບຄຸມການແຜ່ເຊື້ອພະຍາດຈາກສັດສູ່ຄົນ. ເນື້ອໃນບາງຕອນທີ່ສໍາຄັນໃນແຈ້ງການລະບຸໄວ້ວ່າ: ຫ້າມຊື້ຂາຍສັດ, ຫ້າມຍ້າຍສັດເຂົ້າ-ອອກຢ່າງເດັດຂາດ, ຫ້າມໂຮງຂ້າສັດ ນຳງົວ-ຄວາຍມາຂ້າ, ຫ້າມຄົວສັດທີ່ຕາຍ ໂດຍບໍ່ຮູ້ສາເຫດ, ໃຫ້ເຈົ້າຂອງສັດຕິດຕາມອາການສັດຂອງທ່ານ, ຖ້າຜິດປົກກະຕິໃຫ້ຮີບຮັກສາ, ຖ້າຫາກພົບເຫັນພະຍາດດັ່ງກ່າວເກີດຂຶ້ນ ໃຫ້ຮີບຮ້ອນລາຍງານບ້ານ. ທີ່ມາ VientianeTimes
ລາຄານໍ້າມັນລົງ

ກະຊວງອຸດສາຫະກໍາ ແລະ ການຄ້າ ຈະປັບລາຄານ້ຳມັນເຊື້ອໄຟທຸກປະເພດລົງ ເລີ່ມປະຕິບັດ 06:00 ໂມງຂອງວັນທີ 29 ກຸມພາ 2024 ນີ້. ທີ່ມາ VientianeTimes
ຈັບຊາຍອາຍຸ 19 ປີແອບອ້າງເອົາເງິນບໍລິຈາກຊ່ວຍເຫຼືອຈາກປະຊາຊົນ

ເຈົ້າໜ້າທີ່ ປກສ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ສົມທົບກັບ ປກສ ກຸ່ມ 6 ບ້ານນາຄວາຍ ໄດ້ນໍາກໍາລັງເຂົ້າຈັບຊາຍອາຍຸ 19 ປີ ໃນຂໍ້ກ່າວຫາການສໍ້ໂກງຊັບ ໄປດໍາເນີນຄະດີ ຍ້ອນກໍ່ເຫດສ້າງເຟສບຸກປອມເປັນສະມາຄົມຊ່ວຍເຫຼືອຜູ້ທຸກຍາກແອບອ້າງເອົາເງິນປະຊາຊົນ. ຜ່ານການສອບສວນ, ທ້າວ ລັດຕະນະໄຊ ຫຼື ເນັ່ງ ອາຍຸ 19 ປີ ຢູ່ບ້ານແກ້ງປາຢ້າງ ເມືອງຫາດຊາຍຟອງ ນະຄອນ ຫຼວງວຽງຈັນ ໃຫ້ການສາລະພາບໃນເບື້ອງຕົ້ນວ່າ: ໄດ້ເຄື່ອນໄຫວເສບຢາເສບຕິດມາແຕ່ປີ 2019, ເຊິ່ງເສບຄັ້ງລະ 2-3 ເມັດ ສ່ວນຢາບ້າທີ່ຊື້ມາເສບ; ແມ່ນຊື້ນໍາພວກໄວລຸ້ນບໍ່ຮູ້ຊື່ຕາມຮ້ານເກມຢູ່ເຂດເມືອງຫາດຊາຍ ແລະ ນອກຈາກເສບຢາບ້າແລ້ວ, ຜູ້ກ່ຽວຍັງເຄື່ອນໄຫວໂກງຊັບຈຳນວນຫຼາຍຄັ້ງຄື: ຜ່ານມາ, ທ້າວ ລັດຕະນະໄຊ ໄດ້ໄປເປີດບັນຊີຢູ່ທະນາຄານການຄ້າຕ່າງປະເທດລາວ ມະຫາ ຊົນຢູ່ສໍານັກງານໃຫຍ່ ຕັ້ງຢູ່ບ້ານຊຽງຍືນ ເມືອງຈັນທະບູລີ ເຊິ່ງອອກຊື່ທ້າວ ລັດຕະນະໄຊ ພາຍຫຼັງທີ່ເປີດບັນຊີ ກໍນໍາໃຊ້ເປັນປົກກະຕິໄດ້ປະມານ 1 ປີ, ຕໍ່ມາຜູ້ກ່ຽວໄດ້ເຫັນເຟສບຸກໂພສລົງວ່າ: ຮັບຊື້ເລກບັນຊີ ຈຶ່ງໄດ້ຕິດຕໍ່ຫາເຟສບຸກດັ່ງກ່າວ […]
ເດືອນມັງກອນ ຕົ້ນປີ 2024 ມີຜູ້ເສຍຊີວິດເຖິງ 119 ຄົນ ຈາກອຸບັດເຫດໃນທົ່ວປະເທດ

ປະຈຸບັນ ການເກີດອຸບັດເຫດຢູ່ຕາມສາຍທາງຕ່າງໆ ໄດ້ເພີ່ມຂຶ້ນໃນແຕ່ລະວັນ ເປັນຈໍານວນຫຼາຍໃນຂອບເຂດທົ່ວປະເທດ, ສະເພາະເດືອນມັງກອນ ຕົ້ນປີ 2024 ມີຜູ້ເສຍຊີວິດເຖິງ 119 ຄົນ ຈາກອຸບັດເຫດຕາມທ້ອງຖະໜົນໃນທົ່ວປະເທດ ທັງໝົດ 773 ຄັ້ງ, ຊຶ່ງເຮັດໃຫ້ມີຜູ້ເສຍຊີວິດ ເພີ່ມຂຶ້ນ 30 ຄົນ ຖ້າທຽບໃສ່ເດືອນທັນວາ ທ້າຍປີ 2023 ຜ່ານມານີ້. ອີງຕາມກົມຕຳຫຼວດຈາລະຈອນ ໄດ້ລາຍງານສະພາບການເກີດອຸບັດເຫດທົ່ວປະເທດປະຈຳເດືອນມັງກອນ 2024 ທີ່ຜ່ານມາ ຊາບວ່າ: ສະພາບອຸບັດເຫດຕາມທ້ອງຖະໜົນໃນຂອບເຂດທົ່ວປະເທດຍັງໜ້າເປັນຫ່ວງ ເຖິງແມ່ນວ່າເຈົ້າໜ້າທີ່ຕໍາຫຼວດ ຈະໃຊ້ມາດຕະການຕ່າງໆເພື່ອຫຼຸດຜ່ອນອຸບັດເຫດກໍ່ຕາມ, ຊຶ່ງສາຍເຫດທີ່ພາໃຫ້ເກີດອຸບັດເຫດແຕ່ລະຄັ້ງ ສ່ວນໃຫຍ່ເກີດຈາກການລະເມີດກົດລະບຽບການສັນຈອນຂອງຜູ້ຂັບຂີ່ ໂດຍສະເພາະຂັບຂີ່ໄວເກີນກຳນົດ, ດື່ມສິ່ງມຶນເມົາ ແລະ ອື່ນໆ, ໃນນັ້ນ ອຸບັດຕິເຫດສ່ວນໃຫຍ່ແມ່ນເກີດຂຶ້ນ ນັບແຕ່ເວລາ 17:00-24:00 ໃນກຸ່ມອາຊີບກໍາມະກອນ ແລະ ກຸ່ມນັກຮຽນ ນັກສຶກສາ. ຈາກອຸບັດເຫດທີ່ເກີດຂຶ້ນດັ່ງກ່າວ, ທາງເຈົ້າໜ້າທີ່ກົມຕຳຫຼວດຈາລະຈອນ ຈຶ່ງຮຽກຮ້ອງມາຍັງຜູ້ທີ່ໃຊ້ລົດໃຊ້ຖະໜົນຕ້ອງຮ່ວມໃຈກັນປະຕິບັດກົດລະບຽບການສັນຈອນທາງບົກໃຫ້ເຄັ່ງຄັດ ມີສະຕິໃນການຂັບຂີ່ແຕ່ລະຄັ້ງ ເຊັ່ນ: ເມົາແລ້ວຫ້າມຂັບ ຂັບຂີ່ລົດຈັກຕ້ອງໃສ່ໝວກກັນກະທົບທຸກຄັ້ງ ແລະ ກວດກາສະພາບລົດໃຫ້ມີຄວາມພ້ອມ ແລ້ວຈຶ່ງອອກເດີນທາງ ບັນຫາການເກີດອຸບັດເຫດມັນຈຶ່ງຈະຫຼຸດລົງ. […]
ຍີ່ປຸ່ນ ສົ່ງເສີມກະສິກອນສວນກາເຟ ຢູ່ 8 ບ້ານ ໃນເມືອງໂພນໄຊ ແລະ ເມືອງວຽງຄຳ

ລັດຖະບານຍີ່ປຸ່ນ ໃຫ້ທຶນສະໜັບສະໜູນໂຄງການສ້າງການຄ້ຳປະກັນສະບຽງອາຫານໃຫ້ຊາວກະສິກອນ ແລະ ເຊື່ອມໂຍງທາງດ້ານເສດຖະກິດ ກັບຍີ່ປຸ່ນ (COFFEE-JAPAN) ປະມານ 1 ລ້ານໂດລາສະຫະລັດ ຊຶ່ງໂຄງການນີ້ ແນໃສ່ການສົ່ງເສີມກະສິກອນສວນກາເຟ ຢູ່ 8 ບ້ານ ໃນເມືອງໂພນໄຊ ແລະ ເມືອງວຽງຄຳ ແຂວງຫຼວງພະບາງ ໃນໄລຍະເວລາ 30 ເດືອນ, ພ້ອມທັງຊຸກຍູ້ຄວາມພະຍາຍາມໃນການຜະລິດ, ການຕະຫຼາດ, ສົ່ງເສີມການເຂົ້າເຖິງ ແລະ ຄວາມເຂົ້າໃຈ ກ່ຽວກັບດ້ານໂພຊະນາການທີ່ຈໍາເປັນ ເຊິ່ງກາເຟທີ່ຜະລິດໄດ້ແມ່ນຈະສົ່ງອອກໄປຍັງຕະຫຼາດຍີ່ປຸ່ນ. ທ່ານ ສິລິພອນ ສຸພັນທອງ ຮອງເຈົ້າແຂວງຫຼວງພະບາງ ໄດ້ກ່າວວ່າ: ກາເຟ ເປັນພືດທີ່ມີທ່າແຮງສູງ ໃນການສ້າງໂອກາດທາງເສດຖະກິດໃຫ້ປະຊາຊົນ. ແຕ່ກາເຟທີ່ມີຄຸນນະພາບສູງເພື່ອສາມາດສົ່ງອອກສູ່ຕະຫຼາດສາກົນແມ່ນຍັງຂາດແຄນ ເນື່ອງຈາກກະສິກອນຢູ່ເຂດພາກເໜືອຂອງປະເທດລາວ ຍັງມີທັກສະທີ່ຈຳກັດ ໃນການປູກກາເຟ ທີ່ມີຄຸນນະພາບຕາມຄວາມຮຽກຮ້ອງຕ້ອງການ ຂອງຕະຫຼາດສາກົນ. ການສະໜັບສະໜູນຈາກປະເທດຍີ່ປຸ່ນ ແລະ ການຮ່ວມມືຂອງຫຼາຍພາກສ່ວນໃນຄັ້ງນີ້ ຈະຊ່ວຍສ້າງລາຍຮັບໃຫ້ກະສິກອນສວນກາເຟ, ພ້ອມທັງຮັບປະກັນໃຫ້ເຂົາເຈົ້າໄດ້ຮຽນຮູ້ ກ່ຽວກັບໂພຊະນາການ ແລະ ເຂົ້າເຖິງອາຫານ ເພື່ອສຸຂະພາບຕື່ມອີກ. ທ່ານ ເຄນິຈິ ໂກບາຢາຊິ ເອກອັກຄະຣາຊະທູດຍີ່ປຸ່ນ […]
ສຳປະທານດິນ 3.000 ກວ່າເຮັກຕາ ປູກຫຍ້າ ແລະ ລ້ຽງງົວ ເພື່ອສົ່ງອອກ

ກຸ່ມບໍລິສັດ ດວງຈະເລີນ ກໍ່ສ້າງ ຈຳກັດ ສຳປະທານທີ່ດິນລັດ 3.000 ກວ່າເຮັກຕາ ຢູ່ແຂວງ ບໍ່ແກ້ວ ເພື່ອປູກຫຍ້າ ແລະ ລ້ຽງງົວ ເພື່ອຕອບສະໜອງຄວາມຕ້ອງການຊີ້ນງົວຂອງຕະຫຼາດທັງພາຍໃນ ແລະ ຕ່າງປະເທດ ໂດຍແນໃສ່ຕະຫຼາດຈີນເປັນຕະຫຼາດຫຼັກ. ອີງຕາມການລາຍງານຂອງ ໜັງສືພິມ ເສດຖະກິດ-ການຄ້າ, ທ່ານ ຄຳຝາຍ ສີລາຊາ ປະທານ ກຸ່ມບໍລິສັດ ດວງຈະເລີນ ກໍ່ສ້າງ ຈຳກັດ ໃນນາມຜູ້ພັດທະນາປູກຝັງ ແລະ ລ້ຽງສັດຢູ່ແຂວງບໍ່ແກ້ວ ກ່າວວ່າ: ໂຄງການດັ່ງກ່າວ ເລີ່ມມາແຕ່ປີ 2021 ໄດ້ສຳປະທານດິນທັງໝົດ 5 ຕອນເນື້ອທີ່ລວມ 3.687 ເຮັກຕ້າ ຕັ້ງຢູ່ໃນເນື້ອທີ່ຂອງ 2 ເມືອງໃນແຂວງບໍ່ແກ້ວ, ເນື້ອທີ່ສ່ວນຫຼາຍແມ່ນເປັນເຂດພູດອຍ ສະຫຼັບກັບພູພຽງ ເໝາະສຳລັບການປູກຝັງລ້ຽງສັດ. ໂດຍໂຄງການດັ່ງກ່າວ ໄດ້ທົດລອງລ້ຽງງົວຢູ່ 4 ສາຍພັນ ປະກອບມີ: ສາຍພັນ ແອັງກາສ ວາກິວ ນຳເຂົ້າຈາກ ອົດສະເຕເລຍ […]
ກໍ່ເຫດຂ້າເມຍຕົວເອງ ຍ້ອນເມຍຖາມປະ ແລະ ເມຍບໍ່ໃຫ້ເງິນ

ທ້າວ ແຫຼ້ ລັດສົມບັດ ອາຍຸ 49 ປີ, ອາຊີບເຮັດນາ ຊຶ່ງປະຈຸບັນ ຢູ່ບ້ານ ດົງຄຸງ ເມືອງໜອງບົກ ແຂວງຄຳມ່ວນ ໄດ້ລົງມືກໍ່ເຫດຄາຕະກຳຜູ້ເປັນເມຍ ຊື່ນາງ ບຸນພັກ ລັດສົມບັດ (ແດງ) ອາຍຸ 29 ປີ ສາເຫດຍ້ອນເມຍຖາມປະ ແລະ ຂໍເງິນຈຳນວນ 30 ລ້ານກີບ ແຕ່ເມຍບໍ່ໃຫ້. ໃນວັນທີ 15 ກຸມພາ 2024 ຜ່ານມານີ້, ເຈົ້າໜ້າທີ່ພະແນກຕຳຫຼວດໜ່ວຍງານຄະດີອາຍາ-ເສດຖະກິດ ປກສ ເມືອງໜອງບົກ ແຂວງຄຳມ່ວນ ໄດ້ນຳຕົວທ້າວ ແຫຼ້ ລັດສົມບັດ ໄປເຮັດຈຳລອງເຫດການຄືນ ຫຼັງຈາກກໍ່ເຫດການຄາຕະກຳຜູ້ເປັນເມຍໃນວັນທີ 11 ກຸມພາ 2024 ຜ່ານມານີ້. ທ້າວ ແຫຼ້ ຮັບສາລະພາບໃນເບື້ອງຕົ້ນວ່າ: ໃນຕົ້ນເດືອນກຸມພານີ້ ໄດ້ຂໍເງິນນຳນາງ ບຸນພັກ (ເມຍ) ຈຳນວນ 5 ລ້ານກີບ ເພື່ອໄປແຕ່ງເຄື່ອງສຽງລົດແຕ່ເມຍບໍ່ໃຫ້, […]
ປີ 2024 ເສຍຊີວິດແລ້ວ 1 ຄົນ ຍ້ອນໄຂ້ຍຸງລາຍ

ສະພາບການລະບາດຂອງໄຂ້ຍຸງລາຍ ຍັງມີທ່າອ່ຽງສຶບຕໍ່ແຜ່ລະບາດໃນຂອບເຂດທົ່ວປະເທດ ບໍ່ວ່າຈະຢູ່ໃນໄລຍະລະດູຝົນ ແລະ ລະດູໜາວ, ໂດຍສະເພາະ ປີ 2024 ມີຜູ້ເສຍຊິວິດຍ້ອນໄຂ້ຍຸງລາຍ ແລ້ວ 1 ຄົນ, ເພດຊາຍ ອາຍຸ 33 ປີ, ພັກຢູ່ຫ້ອງແຖວຫໍພັກບຸນເກີດ, ບ້ານສີເກີດ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໃນວັນທີ 20 ກຸມພາ 2024 ຜ່ານມານີ້. ສູນຂ່າວສານການແພດສຸຂະສຶກສາ ໄດ້ລາຍງານວ່າ: ນັບແຕ່ຕົ້ນເດືອນມັງກອນ 2024 ມາຮອດປະຈຸບັນ, ມີຜູ້ປ່ວຍໄຂ້ຍຸງລາຍສະສົມແລ້ວ 1.053 ກໍລະນີ, ໃນນັ້ນ ມີຜູ້ປ່ວຍໄຂ້ຍຸງລາຍຫຼາຍກວ່າໝູ່ແມ່ນແຂວງເຊກອງ 296 ກໍລະນີ, ນະຄອນຫຼວງວຽງຈັນ 217ກໍລະນີ, ຫຼວງນໍ້າທາ 173 ກໍລະນີ ແລະ ແຂວງ ອື່ນໆ ອີກ. ສໍາລັບ ປີ 2023 ທີ່ຜ່ານມາ, ໃນທົ່ວປະເທດລາວ ມີຜູ້ປ່ວຍໄຂ້ຍຸງລາຍທັງໝົດ 35.317 ກໍລະນີຄົນ ແລະ […]
ເມືອງຕົ້ນເຜິ້ງ ຮື້ຖອນປ້າຍໂຄສະນາທີ່ບໍ່ຖືກລະບຽບ

ຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ລົງຮື້ຖອນປ້າຍໂຄສະນາ, ປ້າຍບອກຊື່, ປ້າຍທີ່ຕິດລາຄາເປັນເງິນຕາຕ່າງປະເທດ ແລະ ປ້າຍອື່ນໆ ທີ່ບໍ່ຖືກຕ້ອງຕາມລະບຽບຂອງ ສປປ ລາວ ເມື່ອມໍ່ໆມານີ້ ພາຍໃນເມືອງຕົ້ນເຜິ້ງ. ການລົງຮື້ຖອນດັ່ງກ່າວໄດ້ຮື້ຖອນປ້າຍຫຼາຍກວ່າ 30 ປ້າຍທີ່ບໍ່ຖືກລະບຽບຂອງ ສປປ ລາວ ເຊັ່ນ: ປາຍທີ່ບໍ່ມີໂຕໜັງສືລາວ (ພາສາຈີນ, ຫວຽດນາມ..), ປ້າຍທີ່ໂຕໜັງສືຕ່າງປະເທດຂື້ນກ່ອນ ພາສາລາວ ແລະ ປ້າຍໂຕໜັງສືໃຫຍ່ກວ່າໂຕໜັງສືລາວ, ປ້າຍທີ່ຕິດລາຄາສິນຄ້າເປັນສະກຸນເງິນຕາຕ່າງປະເທດ ແລະ ປ້າຍອື່ນໆ. ການລົງຮື້ຖອນນີ້ແມ່ນອີງຕາມດຳລັດ 209 ຂອງປະທານປະເທດກ່ຽວກັບການປະກາດໃຊ້ກົດໝາຍວ່າດ້ວຍປ້າຍ, ເນື້ອໃນ, ສີພື້ນ, ສີຕົວໜັງສື ແລະ ຄວາມຮຸ່ງແຈ້ງຂອງປ້າຍ. ແຫຼ່ງຂໍ້ມູນ: ໜັງສືພິມແຂວງບໍ່ແກ້ວ