ລາຄາ “ນ້ຳມັນດິບ” ສູງຂຶ້ນ ນັກລົງທຶນກັງວົນ ຫຼັງອິສຣາເອວໂຈມຕີອີຣ່ານ

ສໍານັກຂ່າວຣອຍເຕີລາຍງານວ່າ ລາຄານ້ຳມັນດິບສູງຂຶ້ນຫຼາຍກວ່າ 7% ໃນວັນສຸກ (13 ມິຖຸນາ 2025) ຊຶ່ງເປັນລະດັບສູງສຸດໃນຮອບຫຼາຍເດືອນ ຫຼັງຈາກອິສຣາເອວກ່າວວ່າໄດ້ໂຈມຕີອີຣ່ານ ສົ່ງຜົນໃຫ້ຄວາມຕຶງຄຽດໃນຕາເວັນອອກກາງຮຸນແຮງຂຶ້ນຢ່າງຫຼາຍ ແລະ ເຮັດໃຫ້ເກີດຄວາມກັງວົນກ່ຽວກັບການຢຸດຊະງັກຂອງການສະໜອງນ້ຳມັນ ລາຄານ້ຳມັນດິບເບຣນທ໌(Brent) ສູງຂຶ້ນ 5.29 ໂດລາ ຫຼື 7.63% ແຕະທີ່ 74.65 ໂດລາຕໍ່ບາເຣວ ເມື່ອເວລາ 0142 GMT ຫຼື 08:42 ນ. ຕາມເວລາໃນປະເທດລາວຫຼັງຈາກແຕະລະດັບສູງສຸດປະຈໍາວັນທີ່ 75.32 ໂດລາ ຊຶ່ງເປັນລະດັບສູງສຸດຕັ້ງແຕ່ວັນທີ່ 2 ເມສາ 2025 ລາຄານ້ຳມັນດິບເວັສທ໌ເທັກຊັສອິນເຕີມີເດຍທ໌ ຂອງສະຫະລັດ ເພີ່ມຂຶ້ນ 5.38 ໂດລາ ຫຼື 7.91% ແຕະທີ່ 73.42 ໂດລາຕໍ່ບາເຣວ ຫຼັງຈາກແຕະລະດັບສູງສຸດທີ່ 74.35 ໂດລາ ຊຶ່ງເປັນລະດັບສູງສຸດຕັ້ງແຕ່ວັນທີ່ 3 ກຸມພາ 2025 ອິສຣາເອວກ່າວເມື່ອເຊົ້າວັນສຸກວ່າໄດ້ໂຈມຕີອີຣ່ານ […]
“ທະນາຄານໂລກ” ເຕືອນການຄ້າໂລກໃກ້ຈະຢຸດຊະງັກ ກັງວົນພາສີລຸກລາມ ຫຼຸດການເຕີບໂຕຂອງເສດຖະກິດປີ 2025 ເຫຼືອ 2.3%

ສຳນັກຂ່າວຣອຍເຕີລາຍງານວ່າ ທະນາຄານໂລກ (World Bank) ໄດ້ປັບຫຼຸດຄາດການເຕີບໂຕຂອງເສດຖະກິດໂລກໃນປີ 2025 ລົງ 0.4% ເຫຼືອພຽງ 2.3% ໂດຍເຕືອນວ່າອັດຕາພາສີທີ່ສູງຂຶ້ນ ແລະ ຄວາມບໍ່ແນ່ນອນທາງເສດຖະກິດທີ່ເພີ່ມຂຶ້ນ ກຳລັງກາຍເປັນແຮງຕ້ານສຳຄັນຕໍ່ເສດຖະກິດທົ່ວໂລກ ທະນາຄານໂລກໄດ້ອອກລາຍງານ “Global Economic Prospects” ຊຶ່ງຈັດທຳປີລະ 2 ເທື່ອ ໄດ້ປັບຫຼຸດປະມານການເຕີບໂຕເສດຖະກິດຂອງເກືອບ 70% ຂອງປະເທດທົ່ວໂລກ ລວມມີສະຫະລັດ, ຈີນ, ຢູໂຣບ ແລະ ອີກ 6 ພາກພື້ນ ຕະຫຼາດເກີດໃໝ່ ເທົ່າກັບການຄາດການເມື່ອ 6 ເດືອນກ່ອນ ກ່ອນທີ່ປະທານາທິບໍດີ ໂດນາລ ທຣຳ ແຫ່ງສະຫະລັດຈະເຂົ້າຮັບຕໍາແໜ່ງ ທຣຳ ໄດ້ເຂົ້າມາສັ່ນສະເທືອນລະບົບການຄ້າທົ່ວໂລກດ້ວຍການຂຶ້ນພາສີນຳເຂົ້າເປັນໄລຍະໆ ສົ່ງຜົນໃຫ້ອັດຕາພາສີສະເລ່ຍ ຂອງສະຫະລັດສູງຂຶ້ນ ຈາກຕ່ຳກວ່າ 3% ໄປຢູ່ໃນລະດັບເລກສອງຫຼັກ ຊຶ່ງເປັນລະດັບສູງສຸດໃນຮອບເກືອບຮ້ອຍປີ ແລະ ນຳໄປສູ່ການຕອບໂຕ້ຈາກຈີນແລະປະເທດອື່ນໆ ເຖິງແມ່ນວ່າລັດຖະບານສະຫະລັດຈະຢືນຢັນວ່າ ຜົນລົບຈາກນະໂຍບາຍການຄ້າຈະຖືກຊົດເຊີຍດ້ວຍການລົງທຶນທີ່ສູງຂຶ້ນ ແລະ […]
ລັດຖະບານ ກຳລັງພິຈາລະນາຂໍ້ສະເຫນີຂອງບໍລິສັດ COMAC ຂອງຈີນ ຂໍສະເຫນີຖືຫຸ້ນ ການບິນລາວ 51%

ລັດຖະບານ ກຳລັງພິຈາລະນາຂໍ້ສະເຫນີຂອງບໍລິສັດ COMAC ຂອງຈີນ ຂໍສະເຫນີຖືຫຸ້ນ ການບິນລາວ 51% ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ໄດ້ກ່າວໃນກອງປະຊຸມ ສະໄໝສາມັນ ເມື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ 9 ທ່ານກ່າວວ່າ: ລັດຖະບານ ກຳລັງຄົ້ນຄວ້າ ພິຈາລະນາ ການສະເໜີຂອງ ບໍລິສັດ COMAC ໃນການຮ່ວມທຶນ “COMAC” ການສະເໜີຂໍເປັນຜູ້ຖືຮຸ້ນໃນອັດຕາ 51%, ແລະ ສະເໜີນຳໃຊ້ເຮືອບິນ ທີ່ເປັນຜະລິດຕະພັນຂອງ ບໍລິສັດ “COMAC” ເຂົ້າໃນການດໍາເນີນທຸລະກິດໃນການໃຫ້ບໍລິການດ້ານການບິນ ແລະ ສະເໜີແກ້ໄຂ ຫຼື ຍົກໜີ້ ຜ່ານຂອງການບິນລາວ ອອກຈາກບັນຊີ ຂອງການບິນລາວ… ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນໄດ້ກ່າວຕື່ມວ່າ ລັດຖະບານ ພວມເລັ່ງໃຫ້ ບໍລິສັດກວດສອບເອກະລາດ ມາກວດ ແລະ […]
“ທຣຳ-ອີລອນ ມັສກ໌” ມາຮອດຈຸດແຕກຫັກຂອງມິດຕະພາບ ເຮັດຫຸ້ນ Tesla ຫຼຸດລົງ 14% ສູນເສຍ 1.5 ແສນລ້ານໂດລາ

ຫຸ້ນ Tesla ຫຼຸດລົງ 14% ມູນຄ່າຕະຫຼາດຫາຍໄປກວ່າ 1.52 ແສນລ້ານໂດລາ ຫຼັງປະທານາທິບໍດີທຣຳ ຂູ່ລະງັບສັນຍາລັດກັບບໍລິສັດຂອງ ອີລອນ ມັສກ໌ ປະທານາທິບໍດີໂດນັລດ໌ ທຣຳ ຜູ້ນຳສະຫະລັດ ກັບ ອີລອນ ມັສກ໌ ມະຫາເສດຖີລະດັບໂລກ ແລະ ຊີອີໂອຂອງເທັສລາ Tesla ອອກມາຕອບໂຕ້ກັນຢ່າງດຸເດືອດ ຫຼັງຈາກທີ່ ມັສກ໌ ຊຶ່ງຂະນະນີ້ໄດ້ອອກຈາກຕຳແໜ່ງທາງການເມືອງແລ້ວ ໄດ້ອອກມາວິພາກວິຈານ ຮ່າງກົດໝາຍພາສີ “One Big Beautiful Bill Act” ຂອງທຣຳ ຊີ້ວ່າຈະເຮັດໃຫ້ປະເທດລົ້ມລະລາຍ ພ້ອມເອີ້ນຮ່າງກົດໝາຍນີ້ວ່າ ເປັນສິ່ງຮ້າຍແຮງທີ່ໜ້າລັງກຽດຫຼາຍ ແລະ ເຊີນໃຫ້ຄົນອາເມລິກາທຸກຄົນອອກມາຕໍ່ຕ້ານ ດ້ານປະທານາທິບໍດີທຣຳ ຕອບໂຕ້ກັບວ່າ ອີລອນ ມັສກ໌ ນັ້ນວິພາກວິຈານ ຮ່າງກົດໝາຍພາສີຂອງລາວ ເພາະບໍ່ພໍໃຈທີ່ຮ່າງກົດໝາຍດັ່ງກ່າວຕັດເຄຣດິດພາສີສຳລັບລົດຍົນໄຟຟ້າອອກ ແລະ ເປັນເພາະທຣຳບໍ່ຍອມແຕ່ງຕັ້ງຜູ້ທີ່ ອີລອນ ມັສກ໌ເສຍໃຫ້ດຳລົງຕຳແໜ່ງຜູ້ອຳນວຍການອົງການບໍລິຫານການບິນ ແລະ ອະວະກາດແຫ່ງຊາດ (ນາຊາ) […]
ບິລ ເກດ ບໍລິຈາກຊັບສິນເກືອບທັງໝົດໃຫ້ອາຟິກາ

ບິລ ເກດ ຜູ້ກໍ່ຕັ້ງໄມໂຄຣຊອຟທ໌ຖະແຫຼງມື້ວານນີ້ (3 ມິຖຸນາ) ວ່າ ຊັບສິນ 200,000 ລ້ານໂດລາສະຫະລັດ ຂອງລາວສ່ວນໃຫຍ່ ຈະຖືກນຳໄປໃຊ້ກັບການພັດຖະນາບໍລິການດ້ານສຸຂະພາບແລະການສຶກສາໃນອາຟິກາ ໃນອີກ 20 ປີຕໍ່ໜ້າ ໂດຍມະຫາເສດຖີຊາວອາເມຣິກັນໄວ 69 ປີຜູ້ນີ້ ກ່າວໃນນະຄອນແອດດິສ ອາບາບາ ນະຄອນຫຼວງຂອງເອທິໂອເປຍວ່າ “ການປົດປ່ອຍສັກກະຍະພາບຂອງມະນຸດຜ່ານດ້ານສຸຂະພາບແລະການສຶກສາ ຈະເຮັດໃຫ້ທຸກປະເທດໃນອາຟິກາສາມາດກ້າວໄປສູ່ເສັ້ນທາງແຫ່ງຄວາມຈະເລີນຮຸ່ງເຮືອງໄດ້” ລາວຍັງຮຽກຮ້ອງໃຫ້ນັກປະດິດຮຸ່ນໃຫມ່ຂອງອາຟິກາຄິດວິທີການສ້າງປັນຍາປະດິດ (AI) ເພື່ອປັບປຸງສາທາລະນະສຸກໃນທະວີບອາຟິກາ ກ່ອນໜ້ານີ້ ລາວປະກາດເມື່ອເດືອນທີ່ແລ້ວວ່າ ລາວຈະບໍລິຈາກຊັບສິນມະຫາສານຂອງລາວຮ້ອຍລະ 99 ພາຍໃນປີ 2045 ຊຶ່ງເປັນຊ່ວງເວລາທີ່ມູນນິທິຂອງລາວວາງແຜນຈະຢຸດເຊົາການດຳເນີນງານ ລາວກ່າວໃນການຖະແຫຼງການ ທີ່ສຳນັກງານໃຫຍ່ຂອງສະຫະພາບອາຟິກາ ຫຼື ເອຢູວ່າ ເມື່ອບໍ່ດົນມານີ້ ລາວໄດ້ໃຫ້ຄຳໝັ້ນວ່າຈະມອບຊັບສົມບັດຂອງຕົນໃຫ້ຜູ້ອື່ນຕະຫຼອດ 20 ປີຂ້າງໜ້າ ໂດຍເງິນສ່ວນໃຫຍ່ຈະຖືກນຳໄປໃຊ້ເພື່ອຊ່ວຍເຫຼືອຜູ້ຄົນໃນການແກ້ໄຂບັນຫາຄວາມທ້າທາຍຕ່າງໆ ໃນອາຟິກາ ດ້ານກາຊາ ມາເຊນ ອະດີດສະຕີໝາຍເລກໜຶ່ງຂອງໂມຊຳບິກ ສະແດງຄວາມຍິນດີຕໍ່ຄຳປະກາດຂອງບິລເກດ ໂດຍລະບຸວ່າ ການປະກາດດັ່ງກ່າວເກີດຂຶ້ນໃນ “ຊ່ວງເວລາແຫ່ງວິກິດ” ເຮົາຫວັງວ່າບິລເກດຈະມຸ່ງໝັ້ນຢ່າງແນ່ວແນ່ທີ່ຈະເດີນເທິງເສັ້ນທາງແຫ່ງການປ່ຽນແປງນີ້ຄຽງຂ້າງເຮົາຕໍ່ໄປ […]
“ຄົນຈີນ” ບໍ່ກ້າໃຊ້ຈ່າຍ 80% ຫັນອອມເງິນ ເຖິງແມ່ນດອກເບ້ຍຕ່ຳ

ບໍ່ໝັ້ນໃຈໃນເສດຖະກິດ ແລະ ລາຍໄດ້ ຄົນຈີນແຫ່ຝາກເງິນ ສວນທາງດອກເບ້ຍຕ່ຳ Yahoo Finance ລາຍງານວ່າ ຫຼັງຈາກທະນາຄານການາຄ້າຈີນຫຼຸດອັດຕາດອກເບ້ຍເງິນຝາກເມື່ອອາທິດທີ່ແລ້ວ “Miro Chen” ໄດ້ເປີດໂພສໃນໂຊເຊຍນມີເດຍຖາມວ່າ “ເມື່ອດອກເບ້ຍຫຼຸດລົງ ເຈົ້າຈະອອມຫຼືໃຊ້ຈ່າຍ?” ຜົນລັດທີ່ອອກມາຄື ຫຼາຍກວ່າ 80% ຈາກຜູ້ຕອບປະມານ 5,000 ຄົນເລືອກທີ່ຈະອອມ ຊຶ່ງສະທ້ອນເຖິງຄວາມທ້າທາຍຂອງຜູ້ກຳນົດນະໂຍບາຍທີ່ພະຍາຍາມກະຕຸ້ນອຸປະສົງ ແລະ ການເຕີບໂຕຂອງເສດຖະກິດ “Miro Chen” ອາຍຸ 37 ປີ ພະນັກງານບໍລິສັດອິນເຕີເນັດໃນພາກໃຕ້ຂອງຈີນ ແລະ ເປັນຜູ້ຈັດທຳແບບສຳຫຼວດນີ້ລະບຸວ່າ ຜົນສຳຫຼວດອອກມາຂ້າງດຽວເລີຍ ສະແດງວ່າຜູ້ຄົນກັງວົນຫຼາຍ ແລະ ລາວຍັງລະບຸເສີມວ່າ ເຖິງແມ່ນກະທັ່ງຕົວລາວເອງກໍຍັງບໍ່ແນ່ໃຈວ່າບໍລິສັດທີ່ເຮັດວຽກຢູ່ຈະຢູ່ລອດໄດ້ອີກດົນປານໃດ ແລະ ນັ້ນຄືເຫດຜົນທີ່ລາວເລືອກຈະອອມເງິນ ທັງນີ້ຂໍ້ມູນຈາກ “ທະນາຄານກາງຈີນ” ລະບຸວ່າ ໃນສິ້ນເດືອນມີນາ 2025 ຍອດເງິນຝາກຂອງຄົວເຮືອນໃນຈີນສູງເກີນ 160 ລ້ານລ້ານຫຍວນ ຫຼື ປະມານ 22.30 ລ້ານລ້ານໂດລາສະຫະລັດ ເພີ່ມຂຶ້ນ […]
ຄະນະກຳມະການກຳກັບຫຼັກຊັບແລະຕະຫຼາດຫຼັກຊັບສະຫະລັດ (SEC) ໄດ້ຖອນຟ້ອງຄະດີແພ່ງຕໍ່ Binance

ຄະນະກຳມະການກຳກັບຫຼັກຊັບ ແລະ ຕະຫຼາດຫຼັກຊັບສະຫະລັດ (SEC) ໄດ້ຖອນຟ້ອງຄະດີແພ່ງຕໍ່ Binance ບໍລິສັດຊື້ຂາຍ cryptocurrency ທີ່ໃຫຍ່ທີ່ສຸດໃນໂລກ ໂດຍຄຳຮ້ອງຖອນຟ້ອງນີ້ຍື່ນເມື່ອວັນພະຫັດ (29 ພຶດສະພາ) ແລະ ເປັນການຖອນຟ້ອງໂດຍຕັດສິດບໍ່ໃຫ້ຟ້ອງໃໝ່ ຊຶ່ງສະທ້ອນແນວທາງກຳກັບດູແລໃໝ່ຕໍ່ຕະຫຼາດ cryptocurrency ນັບຕັ້ງແຕ່ປະທານາທິບໍດີໂດນານ ທຣຳ ກັບເຂົ້າທຳນຽບຂາວ. SEC ລະບຸວ່າ ການຕັດສິນໃຈນີ້ “ເປັນໄປຕາມດຸນຍະພິນິດ ແລະ ເປັນເລື່ອງນະໂຍບາຍ” ຂະນະທີ່ Binance ຍົກຍ້ອງຄວາມເຄື່ອນໄຫວນີ້ວ່າເປັນ “ຊ່ວງເວລາສຳຄັນທາງປະຫວັດສາດ” ພ້ອມໃຫ້ເຄຣດິດ ທ່ານ ພອນ ແອດຄິນສ໌ ປະທານ SEC ແລະລັດຖະບານທຣຳ ທີ່ຕະຫນັກວ່າ “ນະວັດກຳຈະເຕີບໂຕບໍ່ໄດ້ ຖ້າຖືກກຳກັບດູແລດ້ວຍການບັງຄັບໃຊ້ກົດໝາຍເປັນຫຼັກ” ສຳລັບຄຳຟ້ອງເກົ່າເມື່ອເດືອນມິຖຸນາ 2023 ນັ້ນ ກ່າວຫາ Binance ແລະ ຈາງເຜິງ ຈາວ ຜູ້ກໍ່ຕັ້ງ ວ່າປັ່ນຍອດປະລິມານການຊື້ຂາຍ ຈັດການເງິນທຶນລູກຄ້າຢ່າງບໍ່ເໝາະສົມ ແລະ ໃຫ້ຂໍ້ມູນເທັດແກ່ນັກລົງທຶນ […]
ທຣຳຂູ່ບໍ່ແມ່ນເກັບພາສີ 25% ແຕ່ Apple ແຕ່ Samsung ກໍຖືກນຳຖ້າຫາກບໍ່ຜະລິດໃນສະຫະລັດ

ວັນສຸກທີ່ 23 ພຶດສະພາທີ່ຜ່ານມາ ໂດນັລ ທຣຳ ອະດີດປະທານາທິບໍດີສະຫະລັດ ອອກມາຂູ່ຈະເອີ້ນເກັບພາສີນຳເຂົ້າ 25% ສຳລັບສະມາດໂຟນ iPhone ແລະ Samsung ທີ່ບໍ່ໄດ້ຜະລິດໃນສະຫະລັດ ເພື່ອສ້າງແຮງກົດດັນໃຫ້ບໍລິສັດເທັກໂນໂລຊີລາຍໃຫຍ່ຕ້ອງຍ້າຍຖານການຜະລິດກັບມາຍັງປະເທດ ຄຳປະກາດຂອງທຣຳທີ່ໂພສຜ່ານແພລດຟອມ Truth Social ສົ່ງຜົນໃຫ້ມູນຄ່າຫຸ້ນຂອງ Apple ຫຼຸດລົງທັນທີ 2.6% ຄິດເປັນມູນຄ່າກວ່າ 7 ໝື່ນລ້ານໂດລາສະຫະລັດ ແລະ ເຮັດໃຫ້ມູນຄ່າລວມຂອງບໍລິສັດຕ່ຳກວ່າ 3 ລ້ານລ້ານໂດລາສະຫະລັດ ທຣຳລະບຸວ່າ ເຂົາໄດ້ແຈ້ງກັບທິມ ຄຸກ ຊີອີໂອຂອງ Apple ໄວ້ດົນແລ້ວວ່າ iPhone ທີ່ຂາຍໃນສະຫະລັດຄວນຜະລິດພາຍໃນປະເທດ ບໍ່ແມ່ນໃນອິນເດຍ ຫຼື ບ່ອນອື່ນ ຫາກບໍ່ເຮັດຕາມ Apple ຈະຕ້ອງເສຍພາສີນຳເຂົ້າຢ່າງໜ້ອຍ 25% ນອກຈາກ Apple ແລ້ວ ທຣຳຍັງກ່າວວ່າຈະໃຊ້ມາດຕະການດຽວກັນກັບ Samsung ແລະ ຜູ້ຜະລິດສະມາດໂຟນລາຍອື່ນທີ່ບໍ່ໄດ້ຕັ້ງໂຮງງານໃນສະຫະລັດ ໂດຍໃຫ້ເຫດຜົນວ່າ “ຖ້າສ້າງໃນອາເມຣິກາ […]
ຫຸ້ນດາວໂຈນຟິວເຈີພຸ່ງສູງ 327 ຈຸດ ຫລັງທຣຳເລື່ອນເກັບພາສີ 50% ຕໍ່ EU

ດາວໂຈນຟິວເຈີພຸ່ງທະຍານກວ່າ 300 ຈຸດ ຮັບຂ່າວໂດນັລ ທຣຳ ເລື່ອນແຜນຈັດເກັບພາສີອາກອນ 50% ກັບສະຫະພາບຢູໂຣບຈາກ 1 ມິຖຸນາ ເປັນ 9 ກໍລະກົດ ຫລັງຫາລືກັບຜູ້ນຳ EC ດາວໂຈນສ໌ຟິວເຈີພຸ່ງ ຮັບຂ່າວດີພາສີສະຫະລັດ-ອີຢູເລື່ອນບັງຄັບໃຊ້ ດັດຊະນີດາວໂຈນສ໌ຟິວເຈີພຸ່ງຂຶ້ນກວ່າ 300 ຈຸດໃນຊ່ວງເຊົ້າວັນຈັນທີ 26 ພຶດສະພາ 2025 ຫລັງຈາກປະທານາທິບໍດີໂດນັລ ທຣຳ ແຫ່ງສະຫະລັດ ປະກາດເລື່ອນແຜນການເກັບພາສີອາກອນໃນອັດຕາ 50% ຕໍ່ສິນຄ້າຈາກສະຫະພາບຢູໂຣບ (EU) ອອກໄປເປັນວັນທີ 9 ກໍລະກົດ ແທນກຳນົດເດີມຄື 1 ມິຖຸນາ ຂໍ້ມູນຈາກຕະຫຼາດ ເວລາ 06.52 ນ. ຕາມເວລາລາວ ລະບຸວ່າດັດຊະນີດາວໂຈນຟິວເຈີປັບເພີ່ມຂຶ້ນ 327 ຈຸດ ຫຼື ຄິດເປັນ +0.78% ມາຢູ່ທີ່ລະດັບ 42,001 ຈຸດ ສະທ້ອນຄວາມເຊື່ອໝັ້ນຂອງນັກລົງທຶນໃນທ່າທີຜ່ອນຄາຍຂອງສະຫະລັດຕໍ່ຂໍ້ພິພາດທາງການຄ້າ […]
“G-Token” ຊັບສິນດິຈິຕອນຮູບແບບໃໝ່ ໄທກຽມອອກເປັນປະເທດທຳອິດຂອງໂລກ

ລັດຖະບານໄທກຽມເປີດຕົວ “G-Token” ຫຼື Government Token ຊຶ່ງເປັນໂທເຄນດິຈິຕອນທີ່ອອກໂດຍກະຊວງການຄັງ ເພື່ອໃຊ້ເປັນເຄື່ອງມືລະດົມທຶນຮູບແບບໃໝ່ຂອງພາກລັດ ໂດຍອາໄສເຕັກໂນໂລຢີ ບລັອກເຊນ (Blockchain) ໃນການອອກແລະຊື້ຂາຍຊັບສິນດິຈິຕອນຊະນິດນີ້ ໂຄງການ G-Token ນັບເປັນຄັ້ງທຳອິດຂອງໂລກທີ່ລັດຖະບານຈັດຕັ້ງໂທເຄນໃນລັກສະນະນີ້ຢ່າງເປັນທາງການ ໂດຍມີຈຸດມຸ່ງໝາຍເພື່ອເພີ່ມທາງເລືອກໃນການລົງທຶນແລະການອອມໃຫ້ກັບປະຊາຊົນ ພ້ອມທັງສົ່ງເສີມລະບົບເສດຖະກິດດິຈິຕອນຂອງປະເທດ G-Token ບໍ່ແມ່ນຄຣິບໂຕເຄີເຣນຊີ G-Token ບໍ່ແມ່ນ “ເງິນຕາ” ແລະ ບໍ່ແມ່ນ “ຄຣິບໂຕເຄີເຣນຊີ” (Cryptocurrency) ແບບທີ່ຫຼາຍຄົນຄຸ້ນເຄີຍ ເຊັ່ນ: Bitcoin ຫຼື Ethereum ແຕ່ມີລັກສະນະໃກ້ຄຽງກັບພັນທະບັດອອມຊັບຂອງລັດຖະບານທີ່ຖືກແປງໃຫ້ຢູ່ໃນຮູບແບບດິຈິຕອນ ໂດຍປະຊາຊົນສາມາດຊື້ຂາຍ G-Token ຜ່ານສູນຊື້ຂາຍຊັບສິນດິຈິຕອນທີ່ໄດ້ຮັບໃບອະນຸຍາດ ຫຼື ຜ່ານແອັບພລິເຄຊັນອອນລາຍທີ່ກຳນົດ ຈຸດເດັ່ນຂອງ G-Token ປະຊາຊົນສາມາດເລີ່ມຕົ້ນຊື້ G-Token ໄດ້ໃນລາຄາຂັ້ນຕ່ຳພຽງ 1 ບາດຕໍ່ໜ່ວຍ ຊຶ່ງຖືວ່າເຂົ້າເຖິງງ່າຍແລະເປີດໂອກາດໃຫ້ຜູ້ມີລາຍໄດ້ນ້ອຍສາມາດລົງທຶນແລະອອມເງິນກັບພາກລັດໄດ້ສະດວກ ການລົງທຶນໃນ G-Token ມີຄວາມໜ້າເຊື່ອຖື ເນື່ອງຈາກລັດຖະບານເປັນຜູ້ອອກແລະຄ້ຳປະກັນທັງເງິນຕົ້ນແລະດອກເບ້ຍ ຕາມເງື່ອນໄຂທີ່ລະບຸໄວ້ໃນແຕ່ລະຮອບການອອກໂທເຄນ […]