ສະເໜີ 12 ມາດຕະການ ອໍານວຍຄວາມສະດວກທາງການຄ້າ

ຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ (ຄອຄຂ.ສ) ໄດ້ຈັດກອງປະຊຸມວິສາມັນ ທົ່ວປະເທດ ວັນທີ 21 ມັງກອນ 2025 ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ ເພື່ອຜ່ານ (ຮ່າງ) ຍຸດທະສາດການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ 2025-2030 ໂດຍໄດ້ຮັບກຽດເປັນປະທານຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ຫົວໜ້າ ຄອຄຂ.ສ, ມີບັນດາຮອງລັດຖະມົນຕີ, ຮອງເຈົ້າແຂວງ, ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ ແລະ ຜູ້ຕາງໜ້າຈາກຂະແໜງການທີ່ກ່ຽວຂ້ອງ ເຂົ້າຮ່ວມ ທັງແບບເຊິ່ງໜ້າ ແລະ ທາງໄກ. ໃນວາລະດໍາເນີນກອງປະຊຸມ ທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີ, ຫົວໜ້າກອງເລຂາຄະນະອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ (ກຄອຄຂ.ສ) ນໍາສະເໜີຮ່າງຍຸດທະສາດການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ 2025-2030, ເຊິ່ງປະກອບມີ 12 ມາດຕະການ ແລະ […]
ປະກາດແຕ່ງຕັ້ງຫຼາຍຕຳແໜ່ງສຳຄັນ ໃນຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ

ໃນອາທິດແລ້ວນີ້ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດພິທີປະກາດການຈັດ ຕັ້ງ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ໂອ້ລົມໃຫ້ທິດຊີ້ນຳ ຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ; ມີທ່ານ ປອ. ບົວຄົງ ນາມມະວົງ, ລັດຖະມົນຕີ, ຫົວໜ້າ ຫສນຍ; ບັນດາທ່ານ ຮອງລັດຖະມົນຕີ, ຮອງຫົວໜ້າ ຫສນຍ; ຜູ້ຕາງໜ້າຄະນະຈັດຕັ້ງສູນກາງພັກ; ບັນດາທ່ານຄະນະກົມ, ຫົວໜ້າຫໍ ປະຊຸມແຫ່ງຊາດ ແລະ ພະນັກງານ-ລັດຖະກອນ ພາຍໃນ ຫສນຍ ເຂົ້າຮ່ວມ. ໃນໂອກາດນີ້, ທ່ານ ດອນ ໄພວົງ, ຫົວໜ້າກົມຄຸ້ມຄອງພະ ນັກງານ, ຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານດຳລັດ ວ່າດ້ວຍການອະນຸມັດໃຫ້ພະນັກງານການນຳຂັ້ນສູງ ອອກພັກການຮັບອຸດໜູນບຳນານ ຈຳນວນ 01 ສະບັບ ຄື: ອະນຸມັດໃຫ້ທ່ານ ຮສ.ປອ ສົມກຽດ ພະສີ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ອອກພັກການ-ຮັບອຸດ ໜູນບຳນານ; ຜ່ານດຳລັດ […]
ປະທານປະເທດ ພອ້ມດວ້ຍຄະນະ ຢ້ຽມຢາມ ຖານການຜະລິດຝຸ່ນໂປຕາສຂອງ ອາຊີ-ໂປຕາສ

ວັນທີ 16 ມັງກອນ ປີ 2025, ໃນໂອກາດທີ່ທ່ານ ທອງລຸນ ສີສຸລິດ ປະທານປະເທດ ພອ້ມດວ້ຍຄະນະ ໄປຢ້ຽມຢາມ ບໍລິສັດ ອາຊີ-ໂປຕາສ ສາກົນ ໄດ້ຮັບຟັງການລາຍງານ ຈາກຄະນະອໍານວຍການ ໃຫ້ຮູ້ວ່າ ບໍລິສັດດັ່ງກ່າວເປັນວິສາຫະກິດຜະລິດຝຸ່ນໂປຕາສທີ່ມີຂະໜາດໃຫຍ່ທີ່ສຸດໃນລາວ ແລະພາກພື້ນອາຊີຕາເວັນອອກສ່ຽງໃຕ້. ມາຮອດປະຈຸບັນໄດ້ ສ້າງວຽກເຮັດງານທໍາໃຫ້ທ້ອງຖິ່ນເກືອບ 20.000 ຄົນ. ໃນນັ້ນ, ມີພະນັກງານລາວ 5.000 ຄົນເຮັດວຽກຢູ່ຖານການຜະລິດ; 6.000 ຄົນ ທີ່ໃຫ້ການບໍລິການດ້ານການກໍ່ສ້າງ ແລະການຜະລິດ; ນອກຈາກນັ້ນ, ບັນດາ ຮ້ານຄ້າທີ່ໃຫ້ບໍລິການໃນເມືອງນ້ອຍ ອາຊີ-ໂປຕາສ ມີຫຼາຍເຖິງ 300 ຮ້ານ ແລະ ພະນັກງານທີ່ໃຫ້ການບໍລິການໃນເມືອງນ້ອຍມີ 3.600 ຄົນ, ມູນຄ່າການຊື້ຂາຍປະຈຳເດືອນບັນລຸ 26,2 ຕື້ກີບ. ບໍລິສັດ ຊີໂນ-ອາກຣີ ໂປຕາສ ໄດ້ເຂົ້າມາລາວຄັ້ງທໍາອິດໃນປີ 2009, ຮອດປີ 2020 ປະລິມານການຜະລິດຝຸ່ນໂປຕາສມີພຽງແຕ່ 220.000 ໂຕນ. […]
ການລ້ຽງກຸ້ງກ້າມກາມ ໃນນໍ້າຈືດ

ກຸ້ງນ້ຳຈືດ ທີ່ມີຂະໜາດ ໃຫຍ່ ມີລົດຊາດທີ່ດີ ແລະ ລາຄາແພງ ຈັດເປັນສັດນ້ຳທີ່ມີ ຄວາມສຳຄັນທາງດ້ານເສດຖະກິດຊະນິດໜຶ່ງ ສາມາດນຳປຸງແຕ່ງເປັນອາຫານໄດ້ຫຼາກຫຼາຍເຊັ່ນ: ປີ້ງ, ຕົ້ມຍໍາ, ຕຳ, ທອດ, ອົບ ແລະ ອື່ນໆ, ຊຶ່ງໃນປັດຈຸບັນກຸ້ງກ້າມກາມເປັນທີ່ຕ້ອງການຂອງຕະຫຼາດໂດຍສະເພາະໃນ ສປປ ລາວ ແມ່ນຍັງບໍ່ທັນມີການລ້ຽງເປັນຈຳນວນ ຫຼາຍຈຶ່ງເຮັດໃຫ້ມີການນຳເຂົ້າຈາກປະເທດໃກ້ຄຽງ. ດັ່ງນັ້ນ, ຈຶ່ງໄດ້ມີການສ້າງຄູ່ມືແນະນໍາວິທີການລ້ຽງກຸ້ງສະບັບນີ້ເພື່ອເປັນບົດຮຽນ, ປະສົບການ, ການຮຽນຮູ້, ທັກສະ ແລະ ສ້າງຄວາມເຂົ້າໃຈວິທີການລ້ຽງກຸ້ງກ້າມກາມໃຫ້ແກ່ຜູ້ທີ່ມີຄວາມສົນໃຈເພື່ອເປັນແນວທາງ,ໃນການປະກອບອາຊີບ ແລະ ສ້າງລາຍຮັບ. ກຸ້ງກ້າມກາມເປັນກຸ້ງນ້ຳຈືດຊະນິດໜຶ່ງ ທີ່ອາໄສ ຢູ່ຕາມແມ່ນ້ຳ, ລຳຄອງທົ່ວໆໄປ ແຕ່ຖ້າຮອດລະດູປະສົມພັນ ພໍ່ພັນ-ແມ່ພັນ ກຸ້ງຈະໄດ້ປະສົມພັນແຫຼ່ງນ້ຳທຳມະຊາດປະສົມລະຫວ່າງນ້ຳຈືດ+ນ້ຳເຄັມ ເພື່ອວາງໄຂ່ ແລະ ລ້ຽງຕົວອ່ອນ. ■ການເລືອກສະຖານທີ່: ຄວນເປັນສະຖານທີ່ຢູ່ໃກ້ເສັ້ນທາງ, ມີໄຟຟ້າ, ແຫ່ງນ້ຳທີ່ມີຄຸນນະພາບດີ, ສະອາດ ແລະ ມີນ້ຳໄຫຼຕະຫຼອດປີ ບໍ່ຄວນຢູ່ໃກ້ໂຮງງານອຸດສາຫະກຳ ແລະ ໃກ້ຊຸມຊົນຫຼາຍເກີນໄປຖ້າຈະຂຸດໜອງ ຄວນເລືອກບ່ອນທີ່ເປັນດິນໜຽວເພື່ອເກັບຮັກສານ້ຳໄດ້ດີ ເນື້ອດິນ ບໍ່ຄວນເປັນດິນສົ້ມຈະເຮັດໃຫ້ນໍ້າເປັນກົດບໍ່ເໝາະສຳລັບການຈະເລີນເຕີບໂຕຂອງກຸ້ງ. ■ຮູບແບບໜອງ: ສ່ວນຫຼາຍແມ່ນເປັນຮູບສີຫຼ່ຽມ […]
ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ສົ່ງສານຊົມເຊີຍ ເຖິງຄູ່ຮ່ວມຕຳແໜ່ງທີ່ຣາຊະອານາຈັກໄທ

ໃນວັນທີ 16 ສິງຫາ 2024 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ສົ່ງສານຊົມເຊີຍ ເຖິງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນໂອກາດທີ່ ໄດ້ຮັບເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ຄົນໃໝ່. ເນື້ອໃນສານໄດ້ ລະບຸວ່າ: ໃນນາມລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ທ່ານ ເນື່ອງໃນໂອກາດທີ່ ໄດ້ຮັບເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ຄົນໃໝ່. ຂ້າພະເຈົ້າ ເຊື່ອໝັ້ນວ່າ ດ້ວຍຄວາມສາມາດ ແລະ ປະສົບການທີ່ສູງສົ່ງຂອງ ທ່ານ ຣາຊະອານາຈັກໄທ ຈະສືບຕໍ່ມີຄວາມຈະເລີນກ້າວໜ້າ ແລະ ວັດທະນະຖາວອນຍິ່ງໆຂຶ້ນ. […]
ລັດຖະບານ ຮ່ວມທຶນ ພີທີແອວ ໂຮນດິ້ງສ້າງຕັ້ງທະນາຄານຄຳ

ລັດຖະບານ ແຫ່ງ ສປປ ລາວ ຕາງໜ້າໂດຍ ກະຊວງການເງິນ ເຊັນສັນຍາຮ່ວມຮຸ້ນ ກັບ ບໍລິສັດ ພີທີແອວ ໂຮນດິ້ງ ຈຳກັດ ສ້າງຕັ້ງທະນາຄານຄຳລາວ ຈໍາກັດ ເພື່ອເປັນຄັງສຳຮອງໃຫ້ແກ່ລະບົບເສດຖະກິດການເງິນຂອງຊາດ. ໃນວັນທີ 7 ເດືອນສິງຫາ 2024 ໄດ້ມີພິທີເຊັນສັນຍາຮ່ວມຮຸ້ນ ເພື່ອສ້າງຕັ້ງທະນາຄານຄຳລາວ ຈໍາກັດ ລະ ຫວ່າງ ລັດຖະບານ ແຫ່ງ ສປປ ລາວ ຕາງໜ້າໂດຍ ກະຊວງການເງິນ ແລະ ບໍລິສັດ ພີທີແອວ ໂຮນດິ້ງ ຈຳກັດ ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ. ການເຊັນສັນຍາຮ່ວມຮຸ້ນ ເພື່ອສ້າງຕັ້ງທະນາຄານຄຳ ລາວ ຈໍາກັດ ໃນຄັ້ງນີ້ແມ່ນເພື່ອສະແດງໃຫ້ເຫັນເຖິງການຮ່ວມມືກັນລະຫວ່າງ ລັດຖະບານ ແລະ ເອກະຊົນ ເພື່ອຢັ້ງຢືນເຖິງວັດຖຸປະສົງດຽວກັນຈັດຕັ້ງຜັນຂະຫຍາຍແນວຄິດວິໄສທັດຂອງພັກ ແລະ ລັດຖະບານ ແຫ່ງ ສປປ ລາວ ວ່າດ້ວຍການສຳຮອງ ຄວາມໝັ້ນຄົງ ແລະ ສ້າງສະຖຽນລະພາບດ້ານເສດຖະກິດຂອງປະເທດຊາດ […]
ເຊກອງ ຕ້ອງການທຶນເພື່ອພັດທະນາຫຼາຍກວ່າ 1 ພັນຕື້ກີບ

ໃນປີ 2024 ນີ້, ອົງການປົກຄອງແຂວງ ເຊກອງ ຕັ້ງເປົ້າໝາຍສູ້ຊົນເຮັດໃຫ້ເສດຖະ ກິດ ຂະຍາຍຕົວເພີ່ມຂຶ້ນ ໃນລະດັບ 6% , ມູນຄ່າລວມຍອດຜະລິດຕະພັນພາຍໃນ ສະເລ່ຍໃສ່ປະຊາກອນໃຫ້ບັນລຸໄດ້ປະມານ 21,9 ລ້ານກີບຕໍ່ຄົນຕໍ່ປີ ແຕ່ເພື່ອບັນລຸຕົວເລກເປົ້າໝາຍດັງກ່າວ ຕ້ອງມີທຶນເພື່ອພັດທະນາທັງໝົດ 1.223 ຕື້ກີບ. ທຶນຈໍານວນດັ່ງກ່າວເປັນການລົງທຶນຈາກງົບປະມານລັດ 73,38 ຕື້ກີບ ກວມເອົາ 6%, ທຶນຊ່ວຍເຫຼືອລ້າ ແລະ ກູ້ຢືມ 146,76 ຕື້ກີບ ກວມເອົາ 12%, ການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດ 1 ພັນຕື້ກວ່າກີບ ກວມເອົາ 82%. ສໍາລັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ໃນ 4 ເດືອນຕົ້ນປີ 2024 ສາມາດເກັບລາຍຮັບເຂົ້າງົບປະມານ ໄດ້ທັງໝົດ 131,66 ຕື້ກີບ ທຽບໃສ່ແຜນປີເທົ່າກັບ 44,12% ໃນນີ້, ລາຍຮັບພູດສູນກາງປະຕິບັດຢູ່ທ້ອງຖິ່ນ 25,57 ຕື້ກີບ ເທົ່າກັບ […]
ADB ແລະ USAID ສະໜັບສະໜູນ ວິສາຫະກິດຂະໜາດນ້ອຍ-ກາງ ຢູ່ລາວ

ທະນາຄານພັດທະນາອາຊີ (ADB) ແລະ ອົງການພັດທະນາສາກົນສະຫະລັດອາເມລິກາ (USAID) ຮ່ວມກັນປະກາດບ້ວງທຶນປະກອບສ່ວນໃສ່ໂຄງການລິເລີ່ມຂອງທະນາຄານພັດທະນາອາຊີ ຫຼື ADB Frontier ຢ່າງເປັນທາງການ ໃນວັນທີ 22 ພຶດສະພາ 2024 ຜ່ານມານີ້ ທີ່ນະຄອນຫຼວງວຽງຈັນ. ການປະກາດບ້ວງທຶນປະກອບສ່ວນໃສ່ໂຄງການດັ່ງກ່າວ ຈະສະໜອງເງິນທຶນ ແລະ ສະໜັບສະໜູນດ້ານວິຊາການ ໃຫ້ແກ່ວິສາຫະກິດຂະໜາດນ້ອຍ ແລະ ກາງ (SMEs) ທີ່ມີການຂະຫຍາຍຕົວ ໂດຍນໍາໃຊ້ເຕັກໂນໂລຊີ ຢູ່ ສປປ ລາວ ແລະ ກຳປູເຈຍ ໂດຍເນັ້ນໃສ່ ການຂະຫຍາຍຕົວຢ່າງທົ່ວເຖິງທາງດ້ານເສດຖະກິດ ແລະ ການປະຕິບັດງານດ້ານການປ່ຽນແປງດິນຟ້າອາກາດ. ທ່ານ ນາງ ໂຊໂນມີ ທະນາກະ ຫົວໜ້າສໍານັກງານທະນາຄານພັດທະນາອາຊີ ປະຈຳ ສປປ ລາວ ໄດ້ກ່າວວ່າ: ໂຄງການລິເລີ່ມຂອງທະນາຄານພັດທະນາອາຊີ ແມ່ນການລິເລີ່ມການພັດທະນາຢ່າງມີວິໄສທັດ ທີ່ລົງທຶນໃສ່ບໍລິສັດ ທີ່ເປັນວິສາຫະກິດຂະໜາດນ້ອຍ ແລະ ກາງທີ່ຍັງໜຸ່ມນ້ອຍ ແຕ່ມີຜົນປະກອບການເຕີບໂຕໄວຢ່າງຕໍ່ເນື່ອງ ເຊິ່ງເປັນວິສາຫະກິດມີທ່າກ້າວ ໂດຍນໍາໃຊ້ເຕັກໂນໂລຊີ ແລະ ໃຫ້ພວກເຂົາມີທຶນ […]
ການຂຸດຄົ້ນບໍ່ແຮ່ ເປັນຂະແໜງການສຳຄັນ ແລະ ເປັນແມ່ແຮງ ດຶງດູດການລົງທຶນມາ ແຂວງຫົວພັນ

ການຂຸດຄົ້ນບໍ່ແຮ່ ເປັນຂະແໜງການສຳຄັນ ແລະ ເປັນແມ່ແຮງ ດຶງດູດການລົງທຶນມາ ແຂວງຫົວພັນ ແຕ່ຂະນະດຽວກັນ ການຄຸ້ມຄອງຍັງພົບບາງຂໍ້ຫຍຸ້ງຍາກ ເພາະການອະນຸຍາດບາງໂຄງການທັບຊ້ອນກັນ. ທ່ານ ຄໍາແພງ ໄຊສົມແພງ ເຈົ້າແຂວງຫົວພັນ ໄດ້ໃຫ້ສຳພາດກັບສື່ມວນຊົນ ເມື່ອບໍ່ດົນມານີ້ວ່າ: ມາຮອດປັດ ຈຸບັນ ມີຫຼາຍບໍລິສັດໃຫ້ຄວາມສົນໃຈເຂົ້າໄປລົງທຶນຂຸດຄົ້ນບໍ່ແຮ່ຢູ່ພາຍໃນແຂວງຫົວພັນ, ຊຶ່ງຂະແໜງການທີ່ກ່ຽວຂ້ອງຂອງແຂວງໄດ້ເອົາໃຈໃສ່ຄຸ້ມຄອງກວດກາ, ໃນນີ້ ໂຄງການບໍ່ເຫັນດີແມ່ນໃຫ້ຢຸດຊົ່ວຄາວ ຫຼື ເຖິງຂັ້ນລົບລ້າງ ເພື່ອເຮັດໃຫ້ການລົງທຶນຖືກຕ້ອງຕາມລະບຽບການ. ນອກຈາກນີ້ ຈະເນັ້ນໃຫ້ຜູ້ປະກອບການມີການປຸງແຕ່ງແຮ່ທາດກ່ອນສົ່ງອອກ ເພື່ອເພີ່ມມູນຄ່າ, ທັງສ້າງວຽກເຮັດງານທໍາໃຫ້ປະ ຊາຊົນພາຍໃນແຂວງ. ສໍາລັບ ປີ 2023 ຜ່ານມາ, ແຂວງຫົວພັນ ສາມາດຂຸດຄົ້ນແຮ່ທາດອະໂລຫະສໍາລັບການກໍ່ສ້າງ (ຫີນກໍ່ສ້າງ) ໄດ້ 61.226ແມັດກ້ອນ, ລວມມູນຄ່າ 4,89ຕື້ກີບ; ຂຸດ ຄົ້ນ-ປຸງແຕ່ງ ແລະຈຳໜ່າຍແຮ່ເຫຼັກ ໄດ້117.092,08 ໂຕນ, ມູນຄ່າ 8,57 ລ້ານ ໂດລາສະຫະລັດ, ຜະລິດ ແລະ ຈໍາໜ່າຍແຮ່ຫາຍາກໄດ້ 6.310 ໂຕນ, ມູນຄ່າ […]
ປະເທດລາວມີແຫຼ່ງຜະລິດໄຟຟ້າ 97 ແຫ່ງທີ່ຂາຍເຂົ້າລະບົບລັດວິສາຫະກິດໄຟຟ້າລາວ

ທົ່ວປະເທດລາວມີແຫຼ່ງຜະລິດພະລັງງານໄຟຟ້າສະໜອງໄຟຂາຍເຂົ້າລະບົບຂອງ ລັດວິສາຫະກິດໄຟຟ້າລາວຈໍານວນ 97 ແຫ່ງ, ມີກຳລັງຕິດຕັ້ງທັງໝົດ 4.499,46 ເມກາວັດ, ໃນນັ້ນ, ເປັນແຫຼ່ງຜະລິດພະລັງງານນໍ້າ ກວມເອົາປະມານ 95%, ພະລັງງານຄວາມຮ້ອນຖ່ານຫີນ ປະມານ 2,24%, 2,22% ແມ່ນມາຈາກພະລັງງານໄຟຟ້າແສງຕາເວັນ ແລະ ພະລັງງານຊີວະມວນຈໍານວນໜຶ່ງ. ປັດຈຸບັນ, ເມືອງມີໄຟຟ້າຊົມໃຊ້ແລ້ວກວມເອົາ 100%, ບ້ານທີ່ມີໄຟຟ້າຊົມໃຊ້ແລ້ວກວມເອົາ 94,35% ແລະ ຄອບຄົວທີ່ມີໄຟຟ້າຊົມໃຊ້ແລ້ວກວມເອົາ 95,78%. ຄຽງຄູ່ກັນນັ້ນ, ລັດວິສາຫະກິດໄຟຟ້າລາວຍັງມີລະບົບສາຍສົ່ງໄຟຟ້າແຮງສູງລະດັບແຮງດັນ 230 ກວ ລວງຍາວທັງໝົດ 1.859 ກມ/ວົງຈອນ ແລະ ລະບົບສາຍສົ່ງໄຟຟ້າ 115 ກວ ລວງຍາວທັງໝົດ 6.985 ກມ/ວົງຈອນ. ລະບົບຕາຂ່າຍແຮງດັນກາງ 22 ກວ/35 ກວ ລວງຍາວທັງໝົດ 37.478ກມ/ວົງຈອນ. ລະບົບຕາຂ່າຍແຮງດັນຕໍ່າ 0.4ກວ ລວງຍາວທັງໝົດ 22.378ກມ/ວົງຈອນ ແລະ ມີສະຖານີໄຟຟ້າແຮງສູງທັງໝົດ 80 ແຫ່ງ. ສໍາລັບການສົ່ງພະລັງງານໄຟຟ້າ […]
 
								