2
ADB ແລະ USAID ສະໜັບສະໜູນ ວິສາຫະກິດຂະໜາດນ້ອຍ-ກາງ ຢູ່ລາວ
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 23 ເດືອນພຶດສະພາ, 2024
ໝວດ: ຂ່າວ

ທະນາຄານພັດທະນາອາຊີ (ADB) ແລະ ອົງການພັດທະນາສາກົນສະຫະລັດອາເມລິກາ (USAID) ຮ່ວມກັນປະກາດບ້ວງທຶນປະກອບສ່ວນໃສ່ໂຄງການລິເລີ່ມຂອງທະນາຄານພັດທະນາອາຊີ ຫຼື ADB Frontier ຢ່າງເປັນທາງການ ໃນວັນທີ 22 ພຶດສະພາ 2024 ຜ່ານມານີ້ ທີ່ນະຄອນຫຼວງວຽງຈັນ.

ການປະກາດບ້ວງທຶນປະກອບສ່ວນໃສ່ໂຄງການດັ່ງກ່າວ ຈະສະໜອງເງິນທຶນ ແລະ ສະໜັບສະໜູນດ້ານວິຊາການ ໃຫ້ແກ່ວິສາຫະກິດຂະໜາດນ້ອຍ ແລະ ກາງ (SMEs) ທີ່ມີການຂະຫຍາຍຕົວ ໂດຍນໍາໃຊ້ເຕັກໂນໂລຊີ ຢູ່ ສປປ ລາວ ແລະ ກຳປູເຈຍ ໂດຍເນັ້ນໃສ່ ການຂະຫຍາຍຕົວຢ່າງທົ່ວເຖິງທາງດ້ານເສດຖະກິດ ແລະ ການປະຕິບັດງານດ້ານການປ່ຽນແປງດິນຟ້າອາກາດ.

ທ່ານ ນາງ ໂຊໂນມີ ທະນາກະ ຫົວໜ້າສໍານັກງານທະນາຄານພັດທະນາອາຊີ ປະຈຳ ສປປ ລາວ ໄດ້ກ່າວວ່າ: ໂຄງການລິເລີ່ມຂອງທະນາຄານພັດທະນາອາຊີ ແມ່ນການລິເລີ່ມການພັດທະນາຢ່າງມີວິໄສທັດ ທີ່ລົງທຶນໃສ່ບໍລິສັດ ທີ່ເປັນວິສາຫະກິດຂະໜາດນ້ອຍ ແລະ ກາງທີ່ຍັງໜຸ່ມນ້ອຍ ແຕ່ມີຜົນປະກອບການເຕີບໂຕໄວຢ່າງຕໍ່ເນື່ອງ ເຊິ່ງເປັນວິສາຫະກິດມີທ່າກ້າວ ໂດຍນໍາໃຊ້ເຕັກໂນໂລຊີ ແລະ ໃຫ້ພວກເຂົາມີທຶນ ພ້ອມທັງເຄື່ອງມືດັ່ງທີ່ພວກເຂົາຕ້ອງການ ໃນການສ້າງ ແລະ ຫັນປ່ຽນອຸດສາຫະກຳ ທ້ອງຖິ່ນຢູ່ ສປປ ລາວ, ອົງການພັດທະນາສາກົນສະຫະລັດອາເມລິກາ ໄດ້ປະກອບສ່ວນທຶນສົມທົບມູນຄ່າ 3 ລ້ານໂດລາສະຫະລັດ ເຂົ້າໃສ່ໂຄງການດັ່ງກ່າວ, ນອກຈາກນັ້ນ ໂຄງການ ຍັງໄດ້ຮັບທຶນສະໜັບສະໜູນຈາກກະຊວງເສດຖະກິດ ແລະ ການເງິນຂອງສາທາລະນະລັດເກົາຫຼີ ແລະ ທະນາຄານພັດທະນາອາຊີ.

ທີ່ມາ VientianeTimes

ສະແດງຄຳຄິດເຫັນ

ຂ່າວມາໃໝ່ 
2
ລາວ ຈະສະເຫຼີມສະຫຼອງ 3 ວັນປະຫວັດສາດ ໃນປີ 2025
2
ການລ່າສັດປ່າບໍ່ຖືກຕ້ອງຕາມກົດ ໝາຍຈະຖືກລົງໂທດຕັດອິດສະລະພາບ 2 ຫາ 5 ປີ ແລະ ຈະຖືກປັບໃໝ
2
ກຳປູເຈຍ ຈະເກັບພາສີ ພະລັງງານໄຟຟ້າ ຈາກ ຜູ້ໃຊ້ໂຊລາເຊລ ຢູ່ຫລັງຄາ
2
ຫາລືຄວາມປອດໄພຂອງເຂື່ອນ ໃນການບໍລິຫານຈັດການນໍ້າ ແລະ ການຮັບມືສຸກເສີນ
2
ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບ ທູດເວເນຊູເອລາ ຄົນໃໝ່
2
ສປປ ລາວຈະເປັນປະທານອາຊຽນໃນປີ 2024 ພາຍໃຕ້ຄໍາຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ”
2
ສປປ ລາວ ເລີ່ມປະຕິບັດນະໂຍບາຍ ຍົກເວັ້ນ-ຂະຫຍາຍເວລາ VISA ໃຫ້ກັບຫຼາຍປະເທດ ດຶງດູດນັກທ່ອງທ່ຽວ
2
ບໍລິສັດ ເທີນ-ຫີນບູນ ມອບເງິນ 1 ຕື້ກີບ ສະໜັບສະໜູນການເປັນປະທານອາຊຽນ ຂອງ ສປປ ລາວ
2
ຄຸນຄ່າຄວາມເປັນເອກະລັກ ທີ່ໂດດເດັ່ນລະດັບໂລກ ຂອງອຸທິຍານແຫ່ງຊາດຫີນໜາມໜໍ່
2
ອັດຕະປືມີບໍລິການລົດໂດຍສານສີຂຽວພາຍໃນແຂວງແລ້ວ
ຢ່າລື່ມກົດຕິດຕາມ