ເຂົ້າຫວຽດນາມ ຄອງແຊັມເຂົ້າດີທີ່ສຸດໃນໂລກ

ເວັບໄຊ vietnam plus ລາຍງານວ່າ ເຂົ້າ ST25 ຂອງຫວຽດນາມໄດ້ຮັບລາງວັນຊະນະເລີດ ຈາກການປະກວດເຂົ້າທີ່ດີທີ່ສຸດໃນໂລກປະຈຳປີ 2023 ໃນການປະຊຸມເຂົ້ານານາຊາດປະຈຳປີ 2023 ຈັດຂຶ້ນທີ່ປະເທດຟີລິບປິນ ເມື່ອບໍ່ດົນມານີ້. ການປະກວດ ຫຼື ແຂ່ງຂັນຄັ້ງນີ້ ຈັດໂດຍ The Rice Trader ຜູ້ຊ່ຽວຊານດ້ານອຸດສາຫະກຳເຂົ້າທົ່ວໂລກ ໂດຍເກັບຕົວຢ່າງເຂົ້າຈາກ 10 ປະເທດເຂົ້າຮ່ວມໃນປີ ນີ້, ຜ່ານການແຂ່ງຂັນປາກົດວ່າ ເຂົ້າ ST25 ຈາກຫວຽດນາມຊະນະເລີດໃນການແຂ່ງຂັນ, ອັນດັບ 2 ໄດ້ແກ່ເຂົ້າຈາກກຳປູເຈຍ ແລະ ອັນດັບ 3 ເຂົ້າຈາກອິນເດຍ. ຄັ້ງນີ້ ຖືວ່າເປັນຄັ້ງທີ 2 ທີ່ເຂົ້າຈາກຫວຽດນາມໄດ້ຮັບລາງວັນຊະນະເລີດ ໂດຍກ່ອນຫນ້ານີ້ເຂົ້າ Ong Cua ST25 ຂອງຫວຽດນາມກໍໄດ້ຮັບລາງວັນຊະນະເລີດເຂົ້າທີ່ດີທີ່ສຸດມາແລ້ວໃນປີ 2019 ຈັດຂຶ້ນທີ່ຟີລິບປິນ ແລະ ໄດ້ລາງວັນອັນດັບ 2 ໃນປີ 2020 ທີ່ສະຫະລັດອາເມຣິກາ. ລາຍງານລະບຸວ່າ: ເຂົ້າ […]

8 ສາເຫດ ທີ່ໄວໜຸ່ມເກີດຄວາມດັນເລືອດສູງ

ໃຜທີ່ມີອາຍຸຕ່ຳກວ່າ 35 ປີ ແລ້ວມີຄວາມດັນເລືອດສູງກໍ່ຖືວ່າເປັນຄົນອາຍຸນ້ອຍ ທີ່ມີພາວະຄວາມດັນເລືອດສູງ.ສາເຫດຂອງພະຍາດຄວາມດັນເລືອດສູງໃນຄົນອາຍຸຍັງນ້ອຍເກີດຈາກ 8 ສາເຫດລຸ່ມນີ້: 1.ພະຍາດໄຂ່ຫຼັງ: ຫຼາຍຄົນທີ່ຄວາມດັນເລືອດສູງຕັ້ງແຕ່ອາຍຸນ້ອຍໆ ຈະຖາມເຖິງພະຍາດໄຂ່ຫຼັງເປັນອັນດັບລຳອິດເລີຍ. 2. ກົດຍູຣິກ: ຍູຣິກອາຊິດ ສາມາດເປັນຕົ້ນເຫດຂອງ ຄວາມດັນເລືອດສູງໄດ້ ຖ້າຍູຣິກສູງໃຫ້ລອງລົດຍູຣິກອາຊິດເບິ່ງ ເພາະຖ້າຍູຣິກໜ້ອຍລົງກໍ່ຈະຫຼຸດຄວາມດັນເລືອດລົງໄດ້. 3. ຢາ: ຢາຄຸມກຳເນີດ ຢາແກ້ປວດ ຫຼື ຢາຕ່າງໆທີ່ມີສະເຕຣອຍປະສົມ ຖ້າລອງຫຼຸດຢາເບິ່ງແລ້ວຄ່າຄວາມດັນໄປໃນທາງທີ່ດີຂຶ້ນ ສະແດງວ່າເປັນຍ້ອນຢາ. 4. ໄຮເປີໄທຣອຍ: ໃນຫຼາຍຄົນມີບັນຫາຂອງໄທຣອຍເປັນຜິດ ຫຼື ມີຄ່າໄທຣອຍສູງ ສິ່ງເຫຼົ່ານີ້ກໍເຮັດໃຫ້ຄວາມດັນເລືອດສູງໄດ້ເຊັ່ນກັນ. 5. Sleep Apnea ຫຼື ພາວະຢຸດຫາຍໃຈລະຫວ່າງນອນ: ພາວະນີ້ເປັນຕົ້ນເຫດຂອງຄວາມດັນເລືອດສູງໄດ້ ແລ້ວເຮົາຈະຮູ້ໄດ້ແນວໃດວ່າເຮົາເປັນພາວະນີ້ຫຼືບໍ່ ເຮົາຕ້ອງໄປກວດຜ່ານ Sleep test ຫຼື Sleep Lab ແລະ ມີຂໍ້ສັງເກດອີກແບບຄື ໃຫ້ຖາມຄົນໃກ້ໂຕວ່າເວລາເຮົານອນ ເຮົານອນໂກນຫຼືບໍ່ ຖ້າຫາກເຮົານອນໂກນ ກໍ່ມີຄວາມສ່ຽງວ່າຈະເປັນ. 6. ການອົດນອນ ຫຼື ອຶດນອນ ໃນເດັກນ້ອຍຫຼາຍຄົນທີ່ອ່ານໜັງສືຊ່ວງເສັງ […]

ສປປ ລາວ ມີເຂດເສດຖະກິດພິເສດທັງໝົດ 21 ເຂດ ມີຜູ້ເຂົ້າລົງທຶນ 1.377 ບໍລິສັດ

ການພັດທະນາເຂດເສດຖະກິດພິເສດ ຢູ່ ສປປ ລາວ ມາຮອດປັດຈຸບັນທົ່ວປະເທດມີເຂດເສດຖະກິດພິເສດທັງໝົດ 21 ແຫ່ງ ຕັ້ງຢູ່ 7 ແຂວງ ໃນເນື້ອທີ່ດິນຕາມສັນຍາພັດທະນາໂຄງການທັງໝົດ 33.088 ເຮັກຕາ, ມີບໍລິສັດເຂົ້າມາຈົດທະບຽນ ແລະ ລົງທຶນທັງໝົດ 1.377 ບໍລິສັດ ໂດຍມີທຶນທັງໝົດ 63,8 ຕື້ກວ່າໂດລາ, ສາມາດສ້າງວຽກເຮັດງານທຳໄດ້ 67.579 ຄົນ. ທ່ານ ສອນປະເສີດ ດາລາວົງ ຫົວໜ້າຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ ກະຊວງແຜນການ ແລະ ການລົງທຶນ ໄດ້ກ່າວວ່າ: ສປປ ລາວ ມີເຂດເສດຖະກິດພິເສດທີ່ໄດ້ຮັບການອະນຸມັດສ້າງຕັ້ງ ຈຳນວນ 21 ເຂດ ທີ່ຕັ້ງຢູ່ 7 ແຂວງ ຄື: 1). ແຂວງບໍ່ແກ້ວ ສາມຫຼ່ຽມຄຳ ປັດຈຸບັນສາມາດດຶງດູດການລົງທຶນໄດ້ທັງໝົດ 374 ບໍລິສັດ, ມີທຶນທັງໝົດ 6,8 ຕື້ກວ່າໂດລາ ແລະ ທຶນຈົດທະບຽນ […]

ປິດການສັນຈອນຊົ່ວຄາວ ຢູ່ເສັ້ນທາງເຈົ້າຟ້າງຸ່ມ, ແຄມຂອງ ແລະ ເສັ້ນທາງຊຽງຍືນ

ປິດການສັນຈອນຊົ່ວຄາວ ຢູ່ຖະຫນົນເຈົ້າຟ້າງຸ່ມ, ຖະຫນົນແຄມຂອງ ແລະ ຖະຫນົນຊຽງຍືນ. ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ຂໍຖືເປັນກຽດແຈ້ງມາຍັງບັນດາທ່ານ ຜູ້ນໍາໃຊ້ລົດ ໃຊ້ຖະຫນົນຮັບຊາບ ໃນວັນທີ 4 / 11 / 2023 ລະຫວ່າງເວລາ 5:30 – 7:00 ໂມງເຊົ້າ ຈະໄດ້ປິດເສັ້ນທາງ ການສັນຈອນຊົ່ວຄາວ ຢູ່ຖະຫນົນແຄມຂອງ ແຕ່ສາມແຍກວົງວຽນປາກປ່າສັກ ຫາ ສາມແຍກທາງເຂົ້າໂຮງຫມໍ ມະໂຫສົດ ແລະ ຖະຫນົນເຈົ້າຟ້າງຸ່ມ ແຕ່ສີ່ແຍກໂຮງຫມໍ ມະໂຫສົດ ຫາ ສາມແຍກວົງວຽນປາກປ່າສັກ ແລະ ເວລາ 7:00 ໂມງເຊົ້າ – 11:00 ໂມງສວຍ ຈະໄດ້ປິດເສັ້ນທາງສັນຈອນຢູ່ຖະຫນົນຊຽງຍືນ ແຕ່ຫນ້າສໍານັກງານໃຫຍ່ ທະນາຄານການຄ້າ ຕ່າງປະເທດລາວ ມະຫາຊົນ ຫາ ສາມແຍກນໍ້າພຸ ເພື່ອນໍາໃຊ້ເສັ້ນທາງຈັດງານຍ່າງ ເພື່ອ ສຸຂະພາບ ສະເຫຼີມສະຫຼອງວັນຫັນເປັນທຸລະກິດຂອງ ທະນາຄານການຄ້າຕ່າງປະເທດລາວ […]

ກຽມແຜນສ້າງຂົວຄົນຍ່າງຂ້າມທາງອີກ 3 ແຫ່ງ ຄາດວ່າສຳເລັດໃນປີ 2025

ບໍລິສັດ ບລູກຣາດສ໌ ດີຊາຍກຣຸບ ຈຳກັດຜູ້ດຽວ ຮ່ວມກັບ ບໍລິສັດກູຣູ ກຽມແຜນຈະສ້າງຂົວຄົນຍ່າງຂ້າມທາງອີກ 3 ແຫ່ງ ຄື: ຈຸດເຂດໜ້າມະຫາວິທະຍາໄລແຫ່ງຊາດ (ດົງໂດກ) ໃກ້ສີ່ແຍກໄຟອຳນາດ, ຈຸດເຂດຕະຫຼາດເຊົ້າ ຫາ ຕະຫຼາດຂົວດິນຄິວລົດເມ ແລະ ຈຸດຕໍ່ໜ້າ ພະແນກການເງິນ ນະຄອນຫຼວງວຽງຈັນ ໂດຍຈະເລີ່ມການກໍ່ສ້າງພາຍໃນປີນີ້ ຄາດວ່າຈະໃຫ້ສຳເລັດໃນປີ 2025 ມູນຄ່າການກໍ່ສ້າງປະມານ 1 ລ້ານ 5 ແສນໂດລາສະຫະລັດ. ທ່ານ ກິຣິຍາ ບັນຈົງພັກດີ ຮອງປະທານບໍລິສັດບລູກາດດີຊາຍກລຸບ ຈໍາກັດ ຜູ້ດຽວ ໃຫ້ສຳພາດວ່າ: ເພື່ອປະກອບສ່ວນໃນການພັດທະນາພື້ນຖານໂຄງລ່າງ ແລະ ເຫັນໄດ້ຄວາມສຳຄັນໃນວຽກງານຄວາມ ປອດໄພຂອງປະຊາຊົນ. ປັດຈຸບັນ, ບໍລິສັດບລູກຣາດສ໌ ດີຊາຍກຣຸບ ຈຳກັດຜຸ້ດຽວ ໄດ້ມີການປຶກສາຫາລືກັບຜູ້ຮ່ວມພັດທະນາເພື່ອເລີ່ມການກໍ່ສ້າງຂົວຄົນຍ່າງຂ້າມທາງວ່າ ຈະເລີ່ມການກໍ່ສ້າງຢູ່ຈຸດໃດກ່ອນ, ຈຸດປະສົງການກໍ່ສ້າງຂົວຄົນຍ່າງຂ້າມທາງແຕ່ລະແຫ່ງແມ່ນເພື່ອອຳນວຍຄວາມສະດວກໃຫ້ແກ່ປະຊາຊົນກໍຄື: ນັກຮຽນ, ນັກສຶກສາ ໃນການຮັບປະກັນຄວາມປອດໄພຫຼຸດຜ່ອນອຸບັດເຫດ ແລະ ບໍ່ໃຫ້ການສັນຈອນມີຄວາມແອອັດຕາມທ້ອງຖະໜົນໃນໄລຍະເວລາຊົ່ວໂມງຮີບດ່ວນກໍຄືໃນໂມງລັດຖະການ. ທ່ານ ກິຣິຍາ ບັນຈົງພັກດີ ໃຫ້ສຳພາດຕື່ມວ່າ: […]

ຫ້າມຊື້-ຂາຍ ຫມາກກະໂພກ ແລະ ວັດຖຸທີ່ມີສຽງແຕກ ໃນໄລຍະວັນບຸນອອກພັນສາປະວໍລະນາ ປະຈໍາປີ ພສ 2566 ຢູ່ນະຄອນຫຼວງວຽງຈັນ

ຫ້າມສວຍໂອກາດກັກຕຸນ, ຂຶ້ນລາຄາສິນຄ້າຕາມລໍາພັງໃຈ ແລະ ຊື້-ຂາຍ ຫມາກກະໂພກ ແລະ ວັດຖຸທີ່ມີສຽງແຕກ ໃນໄລຍະວັນບຸນອອກພັນສາປະວໍລະນາ ປະຈໍາປີ ພສ 2566 ຢູ່ນະຄອນຫຼວງວຽງຈັນ. ອີງຕາມຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງພະແນກອຸດສາຫະກໍາ ແລະ ການຄ້ານະຄອນຫຼວງວຽງຈັນ ເລກທີ196 ນວ, ລົງວັນທີ 24 ກຸມພາ 2023. ເພື່ອເຮັດໃຫ້ການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ເຂົ້າສູ່ລະບຽບກົດຫມາຍ ບົນພື້ນຖານກົນໄກ ເສດຖະກິດຕະຫລາດ ທີ່ມີການຄຸ້ມຄອງ ແລະ ດັດສົມຂອງລັດ ພ້ອມທັງບໍ່ໃຫ້ເອົາລັດເອົາປຽບຜູ້ຊົມໃຊ້ ຊື່ງຈະສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໃນໄລຍະວັນບຸນອອກພັນສາປະວໍລະນາປະຈໍາປີ ພສ 2566 ຢູ່ໃນນະຄອນຫຼວງວຽງຈັນ ໃຫ້ເຕັມໄປດ້ວຍ ຄວາມເບີກບານມ່ວນຊື່ນ ແລະ ເປັນລະບຽບຮຽບຮ້ອຍດີ.ຫົວຫນ້າ ພະແນກ ອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງວຽງຈັນ ອອກແຈ້ງການດັ່ງນີ້: 1. ຫ້າມກັກຕຸນສິນຄ້າຫຼື ສວຍໂອກາດຂຶ້ນລາຄາຕາມລໍາພັງໃຈ, ໃຫ້ຄະນະຈັດສັນຕະຫຼາດ ຊຸກຍູ້ລະດົມໃຫ້ຊາວຄ້າມາຂາຍເຄື່ອງເປັນປົກກະຕິ ແລະ […]

ແຈ້ງປັບລາຄານ້ຳກ້ອນ ຈາກ 1 ເປົາ =15.000 ກີບ ມາເປັນ 1 ເປົາ=18.000 ກີບ

ກຸ່ມນ້ຳກ້ອນນະຄອນຫລວງວຽງຈັນ, ໄດ້ອອກແຈ້ງການເລກທີ 004 ເພື່ອ ແຈ້ງໃຫ້ຜູ້ບໍລິໂພກ ແລະ ຜູ້ຕິດພັນກັບການນໍາໃຊ້ນໍ້າກ້ອນເຂົ້າໃນການຄ້າຂາຍ ຊາບທົ່ວເຖິງກັນວ່າ: ທາງກຸ່ມນໍ້າກ້ອນຈະໄດ້ປັບລາຄານໍ້າກ້ອນຈາກ 1 ເປົາ =15.000 ກີບ ມາເປັນ 1 ເປົາ=18.000 ກີບ ໂດຍຈະເລີ່ມຈັດຕັ້ງປະຕິບັດ ວັນທີ 16 ຕຸລາ 2023 ເປັນຕົ້ນໄປ. ເນື່ອງຈາກຕົ້ນທຶນການຜະລິດໄດ້ຮັບຜົນກະທົບຈາກອັດຕາເງິນເຟີ້ໃນປັດຈຸບັນ, ການປັບຕົວຂຶ້ນຂອງນໍ້າມັນເຊື້ອໄຟທີ່ຕ້ອງໄດ້ນໍາໃຊ້ໃນການຂົນສົ່ງ ແລະ ຕິດພັນກັບການປັບຄ່າໄຟຟ້າຂອງລັດວິສະຫະກິດໄຟຟ້າລາວໃນໄຕມາດທີສາມ ແຕ່ເດືອນ ກັນຍາ 2023 ເປັນຕົ້ນໄປ, ເຊິ່ງເປັນອັດຕາສູງສຸດຂອງລາຄາພາກອຸດສະຫະກໍາປຸງແຕ່ງທົ່ວໄປໃນປີ 2023 ເມື່ອທຽບໃສ່ລາຄາໄຟເດືອນ ສິງຫາ ຄືນຫລັງ. ດັ່ງນັ້ນ, ຈຶ່ງແຈ້ງມາຍັງທຸກພາກສ່ວນທີ່ຕິດພັນກັບການນໍາໃຊ້ນໍ້າກ້ອນໄດ້ຮັບຊາບ ແລະ ເຂົ້າໃຈນໍາຄວາມຈໍາ ເປັນໃນການປັບຂຶ້ນລາຄາໃນຄັ້ງນີ້.

ແຈ້ງການກ່ຽວກັບບຸນອອກພັນສາປະວໍລະນາ ນະມັດສະການພະທາດຈອມສີ ແລະ ບຸນໄຫຼເຮືອໄຟ ທີ່ນະຄອນຫຼວງພະບາງ

ເຈົ້ານະຄອນຫຼວງພະບາງ ອອກແຈ້ງການກ່ຽວກັບລາຍເຄື່ອນບຸນອອກພັນສາປະວໍລະນາ ນະມັດສະການພະທາດຈອມສີ ແລະ ບຸນໄຫຼເຮືອໄຟ ໃນລະຫວ່າງວັນທີ 28 – 30 ຕຸລາ 2023 ທີ່ນະຄອນຫຼວງພະບາງ ມໍລະດົກໂລກ 1. ມື້ ອອກໃຫມ່ 14 ຄໍ່າ ເດືອນ 11 ພສ 2566 ກົງກັບ ວັນເສົາ ທີ 28 ຕຸລາ(10) 2023. ມື້ຫ້າງຫາກະກຽມບຸນມະຫາຊາດ ນະມັດສະການພະທາດຈອມສີ. -ເວລາ 8:00 າງຫາກະກຽມປະດັບປະດາຕົບແຕ່ງສະຖານທີ່ ພະທາດຈອມສີ. -ເວລາ 13:00 ເຕົ້າໂຮມ ພຣະສົງ, ສາມະເນນ, ປະຊາຊົນບັນດາເຜົ່າ ທໍາພິທີທາງສາສະຫນາ. -ເວລາ 14:00 ສູດປະລິຕະມຸງຄຸນ ພະທາດຈອມສີ, ເທດສະຫຼອງອຸປະຄຸດ, ເທດສັງກາດຫຼວງ, ສູດໂພ ແລະ ອິຕິໂສ. -ເວລາ 18:30 ທ່ຽວຊົມຄວາມງົດງາມໄຟແສງສີ ການໄຕ້ປະທີບ(ໂຄມໄຟ) ຕາມວັດແຫ່ງຕ່າງໆ. […]

ກົມອຸຕຸນິຍົມ ແລະ ອຸທົກກະສາດ ແຈ້ງເຕືອນພາຍຸດີເປຊັ່ນ ໄລຍະວັນທີ 25-27 ກັນຍາ 2023

ຮ່ອງຄວາມກົດດັນອາກາດຕໍ່າ ຫລື ຮ່ອງຝົນ ໄດ້ພາດຜ່ານຢູ່ພາກໃຕ້ຂອງ ປະເທດລາວ ປ່ອງໃສ່ລົມພາຍຸດີເປ່ຊັນ ທີ່ກໍາລັງເຄື່ອນທີ່ຢູ່ໃກ້ແຄມຝັ່ງປະເທດ ຫວຽດນາມ, ໃນເວລາ 10:00 ໂມງ ຂອງວັນທີ 25 ກັນຍາ 2023. ມີຈຸດສູນ ກາງຢູ່ເສັ້ນຂະໜານທີ 15.3 ອົງສາເໜືອ ແລະ ເສັ້ນແວງທີ 110.4 ອົງສາຕາເວັນອອກ ແລະ ກໍາລັງເຄື່ອນທີ່ໄປຕາມທິດຕາເວັນຕົກ-ຕາເວັນຕົກສ່ຽງເຫນືອ ດ້ວຍຄວາມໄວ 10 ຫາ 15 ກິໂລແມັດຕໍ່ຊົ່ວໂມງ. ຊຶ່ງຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງເປັນບໍລິເວນກວ້າງ ແລະ ຕົກ ສຸກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ແຂວງ ພາກກາງ ລົງຫາ ພາກໃຕ້ ໃນ ໄລຍະວັນທີ 15 ຫາ 27 ກັນຍາ 2023. ຄາດວ່າລົມພາຍຸຫົວນີ້ ຈະເຄື່ອນ ທີ່ເຂົ້າ, ພາກກາງ ປະເທດຫວຽດນາມ ໃນຕອນເຊົ້າຂອງວັນທີ […]

ແຈ້ງການ ຈາກກະຊວງສາທາລະນະສຸກ ພົບຜູ້ຕິດເຊື້ອພະຍາດໝາກສຸກລີງ Monkey Pox ກໍລະນີທຳອິດໃນລາວ

ກະຊວງສາທາລະນະສຸກ ແຈ້ງການເລກທີ 1045/ສທ ເລື່ອງ: ເອົາໃຈໃສ່ຕິດຕາມເຝົ້າລະວັງ ແລະ ປະຕິບັດມາດຕະການປ້ອງກັນ ແລະ ຄວບຄຸມການລະບາດຂອງ ພະຍາດໝາກສຸກລີງ Monkey Pox (Mpox) ໃນ ສປປ ລາວ. ເນື່ອງຈາກວ່າ ປັດຈຸບັນມີການຢັ້ງຢືນກໍລະນີຕິດເຊື້ອພະຍາດຫມາກສຸກລuງ ກໍລະນີທຳອິດ ຢູ່ໃນ ສປປ ລາວ; ເຊິ່ງ ຜູ້ກ່ຽວມີປະຫວັດການຕິດເຊື້ອມາຈາກປະເທດໃກ້ຄຽງ, ສົມທົບກັບ ການເດີນທາງເຂົ້າ-ອອກ ຂອງປະຊາຊົນລາວ ແລະ ບັນດານັກທ່ອງທ່ຽວຈາກປະເທດໃກ້ຄຽງ, ບັນດາປະເທດທີ່ມີການລາຍງານຕົວເລກການຕິດເຊື້ອພະຍາດໝາກລີງ, ເຮັດໃຫ້ ສປປ ລາວ ມີຄວາມສ່ຽງທີ່ອາດຈະພົບກໍລະນີນໍາເຂົ້າ ແລະ ຕິດເຊື້ອໃນປະເທດເພີ່ມຂຶ້ນໃນຕໍ່ຫນ້າ. ກະຊວງສາທາລະະສຸກ ຈຶ່ງແຈ້ງມາຍັງ ທ່ານຫົວໜ້າ/ຮອງພະແນກສາທາລະນະສຸກແຂວງ ແລະ ນະຄອນຫຼວງວຽງຈັນ ເພີ່ມທະວີເອົາໃຈໃສ່ໃນການຕິດຕາມເຝົ້າລະວັງ, ການປະຕິບັດມາດຕະການປ້ອງກັນ ແລະ ຄວບຄຸມການ ລະບາດຂອງພະຍາດໝາກສຸກລີງ ໃນກຸ່ມຜູ້ໂດຍສານທີ່ເດີນທາງເຂົ້າ ສປປ ລາວ, ໂດຍສະເພາະ ແຂວງທີ່ມີຊາຍແດນຕິດກັບປະເທດທີ່ມີກໍລະນີການລາຍງານການຕິດເຊື້ອ ດັ່ງລຸ່ມນີ້ : ມອບໃຫ້ແຕ່ລະແຂວງ, ນະຄອນຫຼວງປະເມີນຄວາມສ່ຽງໃນເບື້ອງຕົ້ນຂອງແຂວງຕົນ […]