ດວງ-Tou-Vientianepost (22)
ກົມອຸຕຸນິຍົມ ແລະ ອຸທົກກະສາດ ແຈ້ງເຕືອນພາຍຸດີເປຊັ່ນ ໄລຍະວັນທີ 25-27 ກັນຍາ 2023
ຮຽບຮຽງໂດຍ:Staff
ເຜີຍແຜ່: 25 September, 2023
ໝວດ: ຂ່າວ

ຮ່ອງຄວາມກົດດັນອາກາດຕໍ່າ ຫລື ຮ່ອງຝົນ ໄດ້ພາດຜ່ານຢູ່ພາກໃຕ້ຂອງ ປະເທດລາວ ປ່ອງໃສ່ລົມພາຍຸດີເປ່ຊັນ ທີ່ກໍາລັງເຄື່ອນທີ່ຢູ່ໃກ້ແຄມຝັ່ງປະເທດ ຫວຽດນາມ, ໃນເວລາ 10:00 ໂມງ ຂອງວັນທີ 25 ກັນຍາ 2023. ມີຈຸດສູນ ກາງຢູ່ເສັ້ນຂະໜານທີ 15.3 ອົງສາເໜືອ ແລະ ເສັ້ນແວງທີ 110.4 ອົງສາຕາເວັນອອກ ແລະ ກໍາລັງເຄື່ອນທີ່ໄປຕາມທິດຕາເວັນຕົກ-ຕາເວັນຕົກສ່ຽງເຫນືອ ດ້ວຍຄວາມໄວ 10 ຫາ 15 ກິໂລແມັດຕໍ່ຊົ່ວໂມງ. ຊຶ່ງຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງເປັນບໍລິເວນກວ້າງ ແລະ ຕົກ ສຸກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ແຂວງ ພາກກາງ ລົງຫາ ພາກໃຕ້ ໃນ ໄລຍະວັນທີ 15 ຫາ 27 ກັນຍາ 2023. ຄາດວ່າລົມພາຍຸຫົວນີ້ ຈະເຄື່ອນ ທີ່ເຂົ້າ, ພາກກາງ ປະເທດຫວຽດນາມ ໃນຕອນເຊົ້າຂອງວັນທີ 26 ກັນຍາ 2023, ຫຼັງຈາກນັ້ນກໍຈະອ່ອນກໍາລັງລົງກາຍເປັນຄວາມກົດດັນອາກາດຕໍ່າທີ່ມີ ກໍາລັງແຮງປົກຄຸມ ພາກກາງ ລົງກາ ພາກໃຕ້ ຂອງປະເທດລາວ.

ໃນວັນທີ 25 ກັນຍາ 2023 ຈະມີຝົນຕົກຟ້າຮ້ອງຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ແລະ ຕົກໜັກ ພ້ອມມີລົມພັດແຮງບາງທ້ອງຖິ່ນ ແຂວງພາກກາງ ແລະ ພາກໃຕ້ ເຊັ່ນ: ແຂວງ ບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ, ສາລະວັນ, ຈໍາປາສັກ, ເຊກອງ ແລະ ອັດຕະປື
ໃນວັນທີ 26 ຫາ 27 ກັນຍາ 2023 ຈະມີຝົນຕົກຟ້າຮ້ອງຟ້າເຫລື້ອມໃນລະດັບຄ່ອຍຢູ່ທົ່ວໄປ ແລະ ຕົກປານກາງ ຫາຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖີ່ນ ຢູ່ໃນແຕ່ລະພາກ ເຊັ່ນ: ແຂວງ ຫົວພັນ, ຊຽງຂວາງ, ຫລວງພະບາງ, ໄຊຍະບູລີ, ນະຄອນຫລວງວຽງຈັນ, ໄຊສົມບູນ, ວຽງຈັນ, ບໍລິຄໍາໄຊ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ຈໍາປາສັກ, ເຊກອງ ແລະ ອັດຕະປື.

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງອໍານາດການປົກຄອງທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າທີ່ ຢູ່ບັນດາເຂດແຂວງ ດັ່ງກ່າວ ໂດຍສະເພາະຢູ່ແຄມແມ່ນໍ້າຕ່າງໆ ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກຟ້າຮ້ອງຟ້າເຫຼື້ອມ ໃນລະດັບປານກາງ ຫາໜັກ, ລົມພັດແຮງ ທີ່ຈະເຮັດໃຫ້ມີນໍ້າຖ້ວມຍັງ ແລະ ນໍ້າຖ້ວມຊູ ທີ່ຈະເກີດຂຶ້ນຢູ່ບາງທ້ອງຖິ່ນແຂວງພາກກາງ ແລະ ພາກໄຕ້. ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ໃນໄລຍະວັນທີ 15 ຫາ 27 ກັນຍາ 2023 ນີ້.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 23 May, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,465
21,676
thailand (1)
THB
645.78
658.05
european-union
EUR
23,022
23,483
china
CNY
2,893
2,951
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Monday, 19 May, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,080,000
34,610,000
33,730,000
34,719,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site_cover (46)
ເຄື່ອງບິນລຳນ້ອຍຕົກໃນຊານດິເອໂກ ໄຟໄໝ້ບ້ານ-ລົດເສຍຫາຍ ເສຍຊີວິດແລ້ວ 2 ສົບ ປ​ະຊາຊົນນັບຮ້ອຍຕ້ອງອົບພະຍົບ
site_cover (44)
ແມ່ຍິງ ດື່ມນ້ຳອັດລົມມື້ລະ 1 ກະປ໋ອງ ສ່ຽງເປັນມະເຮັງ ໃນຊ່ອງປາກເພີ່ມຂຶ້ນ 5 ເທົ່າ
site_cover (43)
ຍີ່ປຸ່ນສະເໜີຕັ້ງໜ່ວຍສືບສວນ UAP/UFO ແຫຼ່ງທຳອິດຂອງໂລກ ຫຼັງເຊື່ອວ່າວັດຖຸລຶກລັບອ້ອມປະເທດອາດມາຈາກຈີນ
site_cover (41)
ສະຕາບັກສ໌ເກົາຫຼີໃຕ້ຫ້າມໃຊ້ຊື່ຜູ້ຊິງປະທານາທິບໍດີສັ່ງກາແຟ ເພື່ອຮັກສາຄວາມເປັນກາງ
site_cover (39)
ແຈ້ງການມອດໄຟ ວັນທີ 23-25 ພຶດສະພາ 2025
site_cover (38)
ທຣຳສັ່ງມະຫາວິທະຍາໄລຮາວາດ ຫ້າມຮັບນັກສຶກສາຕ່າງປະເທດເພີ່ມ
site_cover (37)
ຢັບຢັ້ງຄ່າໄຟພຸ່ງສູງ 5 ອຸປະກອນທີ່ຄວນ "ຖອດປັ່ກ" ເມື່ອບໍ່ໃຊ້ງານ
site_cover (36)
ຈີນເພີ່ມຄວາມເຂັ້ມງວດການກວດສອບຖົ່ວລຽນແລະໝາກມີ້ທີ່ນຳເຂົ້າມາຈາກຫວຽດນາມ ເນື່ອງຈາກກວດພົບສານປົນເປື້ອນ ກໍ່ໃຫ້ເກີດມະເຮັງ
VP LANDSCAPE COVER - 2025-05-23T094323.908
ນວ ຈະທົດລອງສ້າງຕັ້ງຕາແສງທໍາອິດຢູ່ເມືອງໄຊທານີ
Copy of site cover (30)
ປົດລັອກ 17 ປີ "ຊົນ ຮຶງ ມິນ" ເປີດໃຈ "ສະເປີສ" ຄວ້າແຊມຢູໂຣປາລີກ ຫຼັງຊະນະແມນຢູ
ຢ່າລື່ມກົດຕິດຕາມ