5 ສິ່ງທີ່ຄວນຮູ້ກ່ອນກິນ “ທຸລຽນ” ກິນແບບບໍ່ລະມັດລະວັງອາດສ່ຽງຕາຍ

ຊ່ວງນີ້ ອາກາດຢູ່ປະເທດເຮົາຮ້ອນແທ້ ເຮັດເຮົາເຫັນ ມີຂ່າວຄົນເສຍຊີວິດຍ້ອນຄວາມຮ້ອນ ຫຼື ຄວາມຮ້ອນບໍ່ໄດ້ເປັນເລື່ອງຕະຫຼົກເລີຍ, ແຕ່ສິ່ງທີ່ດີຂອງອາກາດຮ້ອນກໍ່ຄື ໝາກໄມ້ລະດູຮ້ອນມີໃຫ້ເຮົາເລືອກຊື້ ໂດຍສະເພາະໝາກໄມ້ “ທຸລຽນ”. ແຕ່ທ່ານຮູ້ບໍ່ວ່າ ເຖິງມັນມີລົດຊາດແຊບ ແລະມີປະໂຫຍດ ແຕ່ຖ້າຫາກກິນບໍ່ຖືກວີທີກໍອາດເປັນອັນຕະລາຍເຖິງຊີວິດເຮົາໄດ້. ສະນັ້ນ, ກ່ອນຈະກິນໝາກທຸລຽນ, ເຮົາມາອ່ານ “5 ສິ່ງທີ່ທ່ານຄວນຮູ້ກ່ອນກິນໝາກທຸລຽນ” ກັນກ່ອນ. 1. ທຸລຽນ ເປັນໝາກໄມ້ທີ່ມີແຄລໍລີ່ສູງ ເພາະໝາກທຸລຽນ 4-6 ໜ່ວຍໃຫ້ພະລັງງານ 400 ກິໂລແຄລໍຣີ ເທົ່າກັບ 2 ກະປ໋ອງນ້ຳອັດລົມ ຫຼື ເຂົ້າຈານໜຶ່ງ ດັ່ງນັ້ນ, ຂໍຢ່າກິນເພີດເພີນ ລະວັງນ້ຳໜັກຂຶ້ນ. 2. ທຸລຽນ ມີນໍ້າຕານສູງຫຼາຍເຊັ່ນດຽວກັນ. ດັ່ງນັ້ນ, ຜູ້ທີ່ເປັນພະຍາດເບົາຫວານ ສາມາດຫຼີກລ້ຽງໄດ້ຄວນຫຼີກລ້ຽງ 3. ນອກຈາກຄົນເຈັບທີ່ເປັນພະຍາດເບົາຫວານ ຄົນທີ່ມີພະຍາດທີ່ຕິດພັນກັບຄວາມດັນເລືອດສູງ, ຫົວໃຈ, ເສັ້ນເລືອດແລະໄຂມັນໃນເລືອດ ຄວນກິນໜ້ອຍທີ່ສຸດເທົ່າທີ່ກິນໄດ້. 4. ທຸລຽນ ເປັນໝາກໄມ້ທີ່ມີທາດຮ້ອນ ຖ້າກິນກັບເຫຼົ້າ ບໍ່ວ່າຈະເປັນເຫຼົ້າ, ເບຍ ຫຼື […]
ໜ່ວຍປະສານງານ ຕ້ານ, ສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດຄຳມ່ວນ-ນະຄອນພະນົມປະຊຸມຮ່ວມຄັ້ງທີ 2

ການຢູ່ຮ່ວມກັນ ບົນຜືນດິນຕໍ່ແຜ່ນຄວາມສາມັກຄີຮ່ວມມືກັນ ແມ່ນມີຄວາມສຳຄັນ ແລະຈຳເປັນທີ່ສຸດ ເພື່ອເປັນເຈົ້າການເຝົ້າລະວັງຕໍ່ກຸ່ມຄົນບໍ່ຫວັງດີທີ່ກໍ່ຄວາມບໍສະຫງົບຕາມແນວຊາຍແດນໃຫ້ສະຫງົບປອດໄພ. ກອງປະຊຸມພົບປະແລກປ່ຽນສະພາບ ຄັ້ງທີ II ປະຈຳປີ 2023 ລະຫວ່າງຄະນະຜູ້ແທນ ໜ່ວຍປະສານງານ ຕ້ານ, ສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ແຂວງຄຳມ່ວນ ສປປ ລາວ ກັບ ຈັງຫວັດນະຄອນພະນົມ (ຣາຊາອານາຈັກໄທ) ໄດ້ຈັດຂຶ້ນໃນວັນທີ 26 ເມສາ 2023 ທີ່ຜ່ານມາ, ເຊິ່ງແຂວງຄຳມ່ວນເປັນເຈົ້າພາບ, ຝ່າຍລາວ ມີ ທ່ານ ພັອ. ບຸນເລີດ ບຸບຜາວັນ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງຄຳມ່ວນ ພ້ອມດ້ວຍຄະນະພັກ, ຄະນະບັນຊາ ກຳລັງປ້ອງກັນຊາດ – ປ້ອງກັນຄວາມສະຫງົບແຂວງ, ຝ່າຍໄທ ມີທ່ານ ພັອ. ວໍລະວຸດ ສຳລານ ຜູ້ບັງຄັບການ ກອງບັງຄັບການຄວບຄຸມທີ I ກອງກຳລັງສຸລະສັກມົນຕີ ( ກົມທະຫານຮາບທີ 3 ) ພ້ອມດ້ວຍຄະນະ, […]
ອອກແຈ້ງການຄຳສັ່ງຈັບຕົວ ນາງ ພິມພາ ຫຼວງລາດ ຖານການຟອກເງິນ-ສໍ້ໂກງ

ຄຳສັ່ງຈັບຕົວ ນາງ ພິມພາ ຫຼວງລາດ 48 ປີ ນັກທຸລະກິດ ເຊື້ອຊາດ ແລະ ສັນຊາດລາວ ຢູ່ບ້ານໜອງບອນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ. ຕາມຄຳສັ່ງຈັບຕົວເລກທີ 270/ອຍກ.ນວ ວັນທີ 8 ທັນວາ 2021, ຖືກຫາວ່າ ການຟອກເງິນ, ການສໍ້ໂກງຊັບພົນລະເມືອງ ແລະ ການປອມແປງແຊັກ ຫຼື ພັນທະບັດອື່ນໆໂດຍບໍ່ຖືກຕ້ອງຕາມກົດໝາຍ.ທ່ານໃດພົບເຫັນກະລຸນາແຈ້ງຕໍ່ເຈົ້າໜ້າທີ່ດ່ວນ 020 97892653 ມີລາງວັນນຳຈັບ 50 ລ້ານກີບ
ກາຍເປັນກະແສຮືຮາ ນອນແຊ່ອ່າງເງິນ ໂຊຊ້ຽວຄັອມເມັ້ນສະນັ່ນຫວັ່ນໄຫວ ພ້ອມແທັກຄົນດັງ

ໃນໂລກອອນໄລນ໌, ໄດ້ມີການແຊຣໂພສຂອງຜູ້ໃຊ້ເຟສບຸກລາຍໜຶ່ງ. ເຊິ່ງແມ່ນຜູ້ຊາຍອາຍຸປະມານ 30 ປີ, ໄດ້ໂພສຮູບລົງເປັນຮູບພາບຂອງທີ່ຊາຍຄົນນີ້ນອນແຊ່ນ້ໍາຢູ່ໃນອ່າງ ເຕັມໄປດ້ວຍທະນາບັດໃບ 1,000 ບາດ ພ້ອມແໜບເງິນຈຳນວນຫຼາຍແໜບ ແລະຍັງໄດ້ໃສ່ຄຳໃນຄໍ, ນິ້ວມື, ແລະແຂນ. ໂດຍຊາຍໜຸ່ມຄົນນີ້ ໂພສຂໍ້ຄວາມປະກອບພາບ ໂດຍລະບຸວ່າ ອິດສະລະພາບທາງດ້ານການເງິນ ບໍ່ຈໍາເປັນຕ້ອງຕື່ນແຕ່ 8 ໂມງເຊົ້າ ເພາະຈະນອນເທົ່າໃດກໍ່ໄດ້ເທົ່າທີ່ຢາກນອນ. ບໍ່ຕ້ອງລໍຖ້າວັນເສົາວັນອາທິດ ເພາະທຸກໆມື້ແມ່ນມື້ພັກ ສາມາດໄປບ່ອນໃດກໍໄດ້ທີ່ຕ້ອງການຢາກໄປ ຊີວິດບໍ່ຈໍາເປັນຕ້ອງເຊື່ອຟັງຄໍາສັ່ງຂອງໃຜ. ເປັນຫຍັງເຮົາຕ້ອງມານັ່ງໃຫ້ຄົນອື່ນສັ່ງໃຫ້ເຮົາເຮັດວຽກ? ຂະໜາດພໍ່ແມ່ຍັງບໍ່ໄດ້ມາສັ່ງເລີຍຖືກບໍ່? ຖ້າເຈົ້າຢາກເຮັດຫຍັງ ເຈົ້າກໍ່ເຮັດໄດ້ເລີຍ. ບໍ່ມີຄົນລວຍຄົນໃດລວຍຈາກການເປັນພະນັກງານດ໋ອກ.ແຕ່ຈົ່ງເຮັດໃຫ້ເງິນຢູ່ໃນບັນຊີອງເຈົ້າໃຫ້ມີຈຳນວນຫຼາຍເທົ່າກັບຫມາຍເລກໂທລະສັບມືຖືຂອງເຈົ້າ ແລ້ວຊີວິດຈະງ່າຍຂຶ້ນຫຼາຍ. (ຊ່ວງນີ້ອາກາດຮ້ອນຫຼາຍ ເລີຍຕ້ອງໄດ້ແຊ່ອ່າງເລື້ອຍໆ ອິອິ) ໂດຍໂພສດັ່ງກ່າວໃນແຜ່ລາມອອກໄປຢ່າງໄວ ແລະຖືກແຊຣອອກໄປປະມານ 1 ພັນຄັ້ງ ແລະ ມີຄົນເຂົ້າມາສະແດງຄວາມຄິດເຫັນຢ່າງຫຼວງຫຼາຍ. ຫຼາຍຄົນແທັກເຟສບຸກໄປຫາໜ່ວຍງານຂອງອົງການຕ່າງໆ ເຊັ່ນ: ຫ້ອງການຕ້ານການຟອກເງິນ (AMLO), ກົມລາຍຮັບ, ຕໍາຫລວດໄທ. ລວມທັງແທັກຫາທ່ານ Chuwit Kamolvisit ອະດີດນັກການເມືອງທີ່ມັກເປີດເຜີຍຄົນຕ່າງໆອີກດ້ວຍ ໂດຍການກວດສອບ ໜຸ່ມຄົນນີ້, ເອີ້ນຕົນເອງວ່າ ເຮ່ຍ ມັກຈະໂພສຮູບພ້ອມກັບເງິນສົດຈຳນວນຫຼາຍ, […]
ຕົກໃຈກັນໝົດ ສາວເປືອຍກາຍ ແກ້ເຄື່ອງນຸ່ງຍ່າງກາງທາງ ເຜີຍສາເຫດຍ້ອນເຈັບໃຈ ຢາກແກ້ແຄ້ນວ່າທີ່ເຈົ້າບ່າວ

ຂ່າວຕ່າງປະເທດ ກາຍເປັນກະແສຮືຮາໃນໂລກໂຊຊ້ຽວຈີນ ຫຼັງຈາກຮູບພາບດັ່ງກ່າວໄດ້ຖືກເຜີຍແຜ່ ສາວເປືອຍກາຍແກ້ເຄື່ອງນຸ່ງຍ່າງກາງທາງ ຫຼັງຈັບໄດ້ວ່າວ່າທີ່ເຈົ້າບ່າວນອກໃຈກ່ອນແຕ່ງງານ ຕາມຂ່າວແຈ້ງວ່າ, ເຫດການດັ່ງກ່າວໄດ້ເກີດຂຶ້ນໃນວັນທີ 17 ເດືອນເມສາ 2023, ຢູ່ຖະໜົນສາຍໜຶ່ງໃນແຂວງຈ່ຽງຊູຂອງຈີນ, ຜູ້ຄົນທີ່ສັນຈອນໄປມາຕາມທ້ອງຖະໜົນຕ່າງກໍ່ຕົກໃຈ ແລະສັບສົນເມື່ອເຫັນຍິງຄົນໜຶ່ງເປືອຍກາຍຢູ່ກາງທາງ. ຍິງຄົນນີ້ຢູ່ໃນອາລົມທີ່ແປປວນຫຼາຍ, ຫຼົງທາງ, ແລະບໍ່ສາມາດຄວບຄຸມການກະທຳ ແລະ ຄຳເວົ້າຂອງຕົນເອງໄດ້. ກາຍເປັນວ່າການກະທຳຂອງຍິງສາວຄົົນນີ້ກາຍເປັນເລື້ອງໜ້າສະເທືອນໃຈ ເຊິ່ງຍິງຄົນນີ້ມີຄວາມຮັກກັບຊາຍຄົນນີ້ດ້ວຍຄວາມຈົງຮັກພັກດີ ແລະ ຮັກກັນມາຫຼາຍປີ ທັງສອງວາງແຜນທີ່ຈະແຕ່ງງານກັນເພື່ອເລີ່ມຕົ້ນການສ້າງຄອບຄົວ. ແລະໄດ້ຮັບຄວາມຍິນຍອມເຫັນດີຈາກທັງສອງຄອບຄົວແລ້ວ ໂດຍງານແຕ່ງງານຈະມີກຳນົດຈະຈັດຂຶ້ນໃນວັນທີ 1 ພຶດສະພາທີ່ຈະມາຖຶງນີ້ ຢ່າງໃດກໍຕາມ, ກ່ອນວັນແຕ່ງງານບໍ່ເທົ່າໃດມື້ ຍິງສາວຄົນນີ້ກໍ່ບັງເອີນໄປພົບເຫັນວ່າວ່າທີ່ເຈົ້າບ່າວກຳລັງມີສຳພັນຮັກກັບຜູ້ຍິງຄົນອື່ນ. ເຊິ່ງເຂົາສອງຄົນນັ້ນມີຄວາມພັນກັນເປັນເວລາດົນນານແລ້ວ. ແຕ່ໂຕເອງບໍ່ຮູ້ຫຍັງເລີຍ ບໍ່ພຽງແຕ່ເທົ່ານັ້ນ ວ່າທີ່ເຈົ້າບ່າວຍັງໃຊ້ເງິນຂອງໂຕເອງເພື່ອຈ່າຍຄ່າລ້ຽງດູຍິງອີກຄົນດ້ວຍເງິນຂອງໂຕເອງອີກດ້ວຍ. ແລະໄດ້ຂັບລົດທີ່ໂຕເອງຫາກໍ່ຊື້ໃຫ້ວ່າທີ່ເຈົ້າບ່າວ ແຕ່ເຈົ້າບ່າວພັດເອົາລົດໄປອອກເດດກັບຍິງຄົນນັ້ນ ວ່າທີ່ເຈົ້າສາວໄດ້ເວົ້າວ່າຕົນເອງ ໄດ້ໃຂ້ເປັນເວລາຫຼາຍປີທີ່ຕ້ອງເຮັດວຽກຢ່າງໜັກເພື່ອຫາເງິນມາລ້ຽງດູວ່າທີ່ເຈົ້າບ່າວ. ຫວັງວ່າຈະລົງເອີຍຢ່າງມີຄວາມສຸກກັບວ່າທີ່ເຈົ້າບ່າວ. ແຕ່ຄາດບໍ່ເຖິງວ່າການທີ່ຕົນເອງຍອມເສຍສະລະຫລາຍຂະໜາດນີ້ ແຕ່ກັບມາໄດ້ຕອນຈົບທີ່ປວດໃຈທີ່ສຸດ ພາຍຫຼັງທີ່ຕົນເອງຮູ້ຄວາມຈິງ, ກໍ່ໄດ້ນັດພົບວ່າທີ່ເຈົ້າບ່າວເພື່ອລົມກັນ ແຕ່ເມື່ອໄດ້ລົມກັນທັງຕົນເອງແລະວ່າທີ່ເຈົ້າບ່າວບໍ່ສາມາດສະຫງົບສະຕິອາລົມໄດ້ ຍ້ອນຄວາມທີ່ຕົນເອງໃຈຮ້າຍ ຄາໃຈ ແລະ ຄຽດແຄ້ນກໍ່ເລີຍຈີກເສື້ອຕົນເອງແລະເປືອຍກາຍຍ່າງກາງຫົນທາງ ແລະຄິດວ່າສິ່ງທີ່ເຮັດນີ້ຈະຊ່ວຍແກ້ແຄ້ນວ່າທີ່ເຈົ້າບ່າວໄດ້ ເພື່ອຈະເຮັດໃຫ້ວ່າທີ່ເຈົ້າບ່າວອັບອາຍ ແລະ ເສຍໃຈ ເຊິ່ງການກະທຳດັ່ງກ່າວນີ້ ໄດ້ດຶງດູດຄວາມສົນໃຈຂອງຄົນທີ່ຢູ່ອ້ອມຂ້າງເປັນຈຳນວນຫລວງຫລາຍ. ບາງຄົນອາຍທີ່ໄດ້ເຫັນຕົນເປືອຍກາຍແລະຫລີກລ່ຽງບໍ່ແນມເບິ່ງ […]
ແຈ້ງການ ໂຈະການຈໍາຫນ່າຍ ແລະ ໂຈະການອອກເລກລາງວັນຫວຍພັດທະນາ

ໂຈະການຈໍາຫນ່າຍ ແລະ ໂຈະການອອກເລກລາງວັນຫວຍພັດທະນາ ໃນວັນຈັນ, ວັນທີ 01 ພືດສະພາ 2023ບໍລິສັດລັດ ວິສາຫະກິດ ຫວຍພັດທະນາ ຂໍຖືເປັນກຽດແຈ້ງມາຍັງ ບັນດາຕົວແທນຈໍາຫນ່າຍຫວຍພັດທະ ນາ, ທຸກພາກສ່ວນທີ່ກ່ຽວຂ້ອງ ຕະຫລອດຮອດຜູ້ທີ່ມັກສ່ຽງໂຊກ-ຊິງລາງວັນ ໃນຂອບເຂດທົ່ວປະເທດຊາບທົ່ວ ເຖິງກັນວ່າ: ເນື່ອງຈາກວັນຈັນ, ວັນທີ 01 ພຶດສະພາ 2023 ເປັນວັນກໍາມະກອນສາກົນ ຄົບຮອບ 137 ປີ (ວັນ ທີ 01 ພຶດສະພາ 2023) ສະນັ້ນ, ເພື່ອຮັບປະກັນໃຫ້ການເຄື່ອນໄຫວຈໍາຫນ່າຍຫວຍພັດທະນາ ໄດ້ດໍາເນີນໄປ ຕາມແຜນການ ແລະ ມີປະສິດທິຜົນດີ ບໍລິສັດ ລັດວິສາຫະກິດ ຫວຍພັດທະນາ ຈະໄດ້ໂຈະການຈໍາຫນ່າຍ ແລະ ໂຈະການອອກເລກລາງວັນຫວຍພັດທະນາ ໃນວັນຈັນ, ວັນທີ 01 ພຶດສະພາ 2023, ບໍ່ມີການອອກທົດແທນ
ລັກຊັບ-ຊິງຊັບພົນລະເມືອງພາໃຫ້ເປັນບັນຫາທີ່ພົ້ນເດັ່ນຢູ່ເມືອງໄຊທານີ

ໃນໜຶ່ງປີຜ່ານມາ, ເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າເພື່ອສຸມໃສ່ແກ້ໄຂບັນດາປະກົດ ການຫຍໍ້ທໍ້ໃຫ້ນັບມື້ຫຼຸດໜ້ອຍຖອຍລົງ ແຕ່ກໍຍັງປາສະຈາກບໍ່ໄດ້ຍັງມີກຸ່ມຄົນບໍ່ດີສືບຕໍ່ເຄື່ອນໄຫວລັກຊັບ-ຊິງຊັບພົນລະເມືອງພາໃຫ້ເປັນບັນຫາທີ່ພົ້ນເດັ່ນກວມເອົາ 50% ໃນທົ່ວເມືອງ ແລະ ເກີດຂຶ້ນເຖິງ 400 ກວ່າ ເລື່ອງຈາກຄະດີອາຍາທີ່ເກີດຂຶ້ນທັງໝົດ 824 ເລື່ອງ. ພັທ ໄກສອນ ແສງສີລິຈັນ ຮອງຫົວໜ້າກອງບັນຊາການ ປກສ ເມືອງໄຊທານີໄດ້ລາຍງານໃນກອງປະຊຸມສະຫຼຸບວຽກງານປ້ອງກັນຄວາມສະຫງົບ ປະຈໍາປີ 2022 ແລະ ທິດທາງແຜນການປີ 2023 ໂດຍການເຂົ້າຮ່ວມເປັນປະທານຂອງ ພົຈວ ປອ ບົວພັນ ຟອງມະນີ ຫົວໜ້າກອງບັນຊາການ ປກສ ນະ ຄອນຫຼວງວຽງຈັນ, ມີເຈົ້າເມືອງ, ຫົວໜ້າ ປກສ ເມືອງ, ປກສ ກຸ່ມ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າ ຮ່ວມໃນວັນທີ 10 ມີນານີ້ວ່າ: ໃນ 1 ປີ ຜ່ານມາ, ທົ່ວເມືອງໄຊທານີ ມີຄະດີອາຍາເກີດຂຶ້ນທັງໝົດ 824 […]
ຝາກເຕືອນໄພ ເຕືອນສະຕິທຸກໆຄົນໂຈນລັກໝໍ້ໄຟລົດ

ຕອນເຊົ້າຂອງວັນທີ 23 ເມສາ 2023 ເວລາປະມານ 3-4 ໂມງເຊົ້າ ໃກ້ຈະແຈ້ງ, ມີໂຈນ 2 ຄົນ ມາລັກເອົາໝໍ້ໄຟລົດໃຫຍ່ 2 ຄັນທີ່ຈອດຢູ່ໜ້າເຮືອນ, ຢູ່ບ້ານນາຄຳ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ຊັບສິນທີ່ເສຍຫາຍແມ່ນໝໍ້ໄຟລົດໃຫຍ່ ຊຶ່ງທາງສະມາຊິກສາມາດຈັບພາບໄດ້ເຫັນໜ້າຊັດເຈນ ພ້ອມກັບເລກທະບຽນລົດຈັກທີ່ຂັບມາກໍ່ເຫດ ຈຶ່ງຢາກຂໍຄວາມຊ່ວຍເຫຼືອທາງເຈົ້າໜ້າທີຕິດຕາມແກ້ໄຂປະກົດການຫຍໍ້ທໍ້ທາງສັງຄົມ ແລະ ຝາກເຕືອນໝູ່ຄູ່ທຸກຄົນມີສະຕິລະມັດລະວັງນຳກັນ
ການຊໍາລະຄ່າທໍານຽມທາງປະຈຳປີ 2023 ມີ 2 ຮູບແບບແມ່ນສາມາດຢັ້ງຢືນທາງກົດໝາຍໄດ້

ອີງຕາມ ຄໍາແນະນໍາ ວ່າດ້ວຍ ການເສຍຄ່າທໍານຽມທາງ ປະຈໍາປີ 2023, ເລກທີ 2052/ກສອ ນະຄອນຫຼວງວຽງຈັນ, ວັນທີ 1 APR 2023,ໃນຂໍ້ທີ 2. ວິທີການຄຸ້ມຄອງເກັບຄ່າທໍານຽມທາງ 2.1 ຄ ່າທໍານຽມທາງ ປະຈໍາປີ 2023 ແມ່ນໃຫ້ເກັບຜ່ານລະບົບຄ່າທໍານຽມທາງແບບເອເລັກໂຕຣນິກແບບໃຫມ່ (Road Tax Management System/RTMS) ຂອງກະຊວງການເງິນ ຊຶ່ງສາມາດຊໍາລະດ້ວຍ 02 ຮູບແບບ ຄື: ຊໍາລະຜ່ານລະບົບທະນາຄານ ໂດຍນໍາໃຊ້ແອັບພິເຄຊັນ (Application) ຂອງບັນດາທະນາຄານທີ່ເຂົ້າຮ່ວມໃນ ໂຄງການ ແລະ ຊໍາລະດ້ວຍເງິນສົດຜ່ານຄັງເງິນແຫ່ງຊາດ; 2.2 ລະບົບການເກັບຄ່າທໍານຽມທາງແມ່ນ ຕິດຕັ້ງ ແລະ ໃຫ້ບໍລິການຢູ່ບັນດາກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ ປະຈໍາແຂວງ ແລະ ນະຄອນຫຼວງ, ສ່ວຍສາອາກອນປະຈໍາ ແຂວງ, ເມືອງ, ເທດສະບານ, ນະຄອນ. ນອກຈາກນັ້ນ ສ່ວຍສາອາກອນປະຈໍາ ເມືອງ, […]
ຫລວງພະບາງອັງເຊີນພະມ່ານ ພຣະຄູ່ບ້ານຄູ່ເມືອງຫລວງພະບາງ ລົງມາຫົດສົງຈົນເຖິງ 29 ເມສາ 2023

ວັນທີ 22 ເມສາ 2023 ໄດ້ມີພິທີອາລາດທະນາອັງເຊີນພຣະມ່ານລົງຫົດສົງທີ່ວັດຊຽງທອງ, ນະຄອນຫລວງພະບາງ ໂດຍມີພຣະສົງສາມະເນນ, ການນຳຂອງແຂວງ, ນະຄອນ, ເຖົ້າແກ່, ໜຸ່ມ-ສາວນ້ອຍໃຫຍ່ ຕະຫລອດຮອດພໍ່ແມ່ປະຊົນຊາວພຸດພາຍໃນນະຄອນຫລວງພະບາງ ທີ່ສັດທາ ເຂົ້າຮ່ວມຢ່າງຫລວງຫລາຍ ເຊິ່ງຈະໄດ້ດຳເນີນໄປຈົນເຖີງ ວັນທີ 29 ເມສາ 2023 ຈຶ່ງຈະສຳເລັດພິທີ. ພຣະມ່ານເປັນພຣະຄູ່ບ້ານຄູ່ເມືອງ ຂອງຊາວຫລວງພະບາງ ມາແຕ່ດົນນານ ໂດຍບຸນປີໃໝ່ລາວແຕ່ລະປີ, ຊາວພຸດ ທົ່ວສາລະທິດ ຈະແຫ່ກັນໄປ ຫົດສົງນໍ້າພຣະມ່ານ ເພື່ອເສີ່ມສ້າງບາລະມີໃຫ້ແກ່ຕົນເອງ ແລະ ຄອບຄົວໃຫ້ຢູ່ເຢັນມີສຸກ. ຕາມການບອກເລົ່າເມື່ອ 700 ກວ່າປີ, ພະມ້າໄດ້ສ້າງອົງພຣະຈາກຄຳເນື້ອນົບພຣະເກົ້າ (ຄຳເນື້ອເກົ້າ ແມ່ນຄຳ ທີ່ງົດງາມ ແລະ ມີຄ່າທີ່ສຸດ) ປະດັບດ້ວຍອັນຍະມະນີນົບພະເກົ້ານ້ຳດີທີ່ສຸດທັງ 9 ສີ, ບໍລິເວນເຂັມຂັດສ້ອຍສັງວານຊາຍໄຫວ ແລະ ເຄື່ອງຊົງ ທັງອົງພະມ້າໄດ້ສ້າງສຳເລັດ ແລະ ໄດ້ນຳໃສ່ ແພລ່ອງ ແມ່ນ້ຳ ຂອງເພື່ອກັບພະມ້າ ແຕ່ພໍໃກ້ຮອດ ບໍລິເວນ ເມືອງຫລວງພະບາງອົງພະໄດ້ຢຸດ […]