996 ເຖິງ 26 ມີນາ 2024 ໄດ້ກວດກູ້ລະເບີດ ບໍ່ທັນແຕກ ອອກຈາກເນື້ອທີ່ດິນ 87.323 ເຮັກຕາ

ນັບແຕ່ປີ 1996 ເຖິງ ວັນທີ 26 ມີນາ 2024 ໄດ້ເກັບກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງຈໍານວນໜຶ່ງ ອອກຈາກພື້ນທີ່ດິນ ໃຫ້ມີຄວາມປອດໄພ ທັງໝົດ 87.323 ເຮັກຕາ ແລະ ໄດ້ທໍາລາຍລະເບີດບໍ່ທັນແຕກທີ່ຕົກຄ້າງ ຈໍານວນ 1.915.780 ໜ່ວຍ ຢູ່ສປປ ລາວ, ຊຶ່ງຕົວເລກດັ່ງກ່າວ ໄດ້ຖຶກລາຍງານໃນ ພິທີສະເຫຼີມສະຫຼອງວັນສາກົນວ່າດ້ວຍການສົ່ງເສີມຄວາມຮັບຮູ້, ໃນວັນທີ 8 ເມສາ 2024 ນີ້ ທີ່ແຂວງ ຫຼວງພະບາງ ໂດຍການເປັນປະທານຂອງທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ປະທານຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ. ພິທີສະເຫຼີມສະຫຼອງ ວັນສາກົນວ່າດ້ວຍການສົ່ງເສີມຄວາມຮັບຮູ້ ແລະ ການຊ່ວຍເຫຼືອວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກ ວັນທີ 4 ເມສາ ຄົບຮອບ 19ປີ ໃນປີນີ້ ແມ່ນພາຍໃຕ້ຄຳຂວັນ “ປົກປ້ອງຊີວິດ ສ້າງສັນຕິພາບ”. ວັນສາກົນນີ້ ແມ່ນ ວັນທີ່ມີຄວາມໝາຍຄວາມສຳຄັນ […]

ປີ 2023 ຂະແໜງການອຸດສາຫະກຳ ແລະ ການຄ້າ ຂອງ ສປປ ລາວ ຂະຫຍາຍຕົວ 5-17%

ທ່າມກາງຄວາມຝືດເຄືອງ ແລະ ຄວາມຫຍຸ້ງຍາກດ້ານເສດຖະກິດ ປີ 2023  ທີ່ຜ່ານມາ ຂະແໜງການ ອຸດສາຫະກຳ ແລະ ການຄ້າ ຂອງ ສປປ ລາວ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ໂດຍມີການຂະຫຍາຍຕົວຕັ້ງແຕ່ 2,1% ໄປຮອດ 17,75%. ມູນ​ຄ່າ​ການຜະລິດ​ອຸດສາຫະກໍາ​ປຸງ​ແຕ່ງ​ ປີ 2023 ແມ່ນສາມາດ​ປະຕິບັດໄດ້ 14.531  ຕື້ກີບ,​ ເມື່ອທຽບໃສ່​ໄລຍະ​ດຽວກັນ​ຂອງປີ​ຜ່ານ​ມາ​ເຫັນ​ວ່າ​ມີອັດຕາເພີ່ມຂຶ້ນ 10%. ໃນປີ 2022 ​ມີມູນຄ່າ 13.210 ຕື້ກີບ. ອີງຕາມຂໍ້ມູນຈາກ ກະຊວງອຸດສາຫະກຳ ແລະ ການຄ້າ ໃນການຜະລິດ​ອຸດສາຫະກໍາ​ປຸງ​ແຕ່ງ​ ປີ 2023 ປະເພດສິນຄ້າທີ່ມີມູນຄ່າຫຼາຍທີ່ສຸດແມ່ນໄດ້ແກ່ ປະເພດ ສະບຽງອາຫານ ມູນຄ່າ 3.403 ຕື້ກີບ, ປະເພດ ເຄື່ອງດື່ມ 2.426 ຕື້ກີບ, ເຄື່ອງນຸ່ງຫົ່ມ 1.809 ຕື້ກີບ, ເຈ້ຍ ແລະ ຜະລິດຕະພັນເຈ້ຍ 1.168 […]

ຈະໄດ້ມີການສ້ອມແປງຕັດທໍ່ນໍ້າປະປາ ກຽມໂຕ່ງນ້ຳ ແລະ ກັກເກັບນ້ຳໄວ້ໃຊ້ ເຂດເມືອງຫາດຊາຍຟອງ

ລັດວິສາຫະກິດ ນ້ຳປະປາ ນະຄອນຫຼວງວຽງຈັນ ຈະໄດ້ມີການສ້ອມແປງຕັດທໍ່ນໍ້າປະປາ ເກົ່າ ຂະໜາດ 300 DIP, ໃສ່ທໍ່ນໍ້າປະປາ ໃໝ່ ຂະໜາດ 160 uPVC ເພື່ອເພີ່ມແຮງດັນນໍ້າ ຢູ່ເຂດບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໃນວັນທີ 9 ເມສາ 2024 ນີ້ ເລີ່ມແຕ່ 9:00ໂມງ ຫາ 16:00ໂມງ, ຊຶ່ງການສ້ອມແປງດັ່ງກ່າວ ຈະສົ່ງຜົນໃຫ້ມີນ້ຳອອກຄ່ອຍ ຫາ ບໍ່ມີນ້ຳ ຢູ່ເຂດເມືອງດັ່ງກ່າວ. ໃນໄລຍະການສ້ອມແປງນີ້, ລັດວິສາຫະກິດ ນ້ຳປະປາ ນະຄອນຫຼວງວຽງຈັນ ຮຽກຮ້ອງໃຫ້ບັນດາຜູ້ຊົມໃຊ້ນ້ຳປະປາ ຈົ່ງກະກຽມໂຕ່ງນ້ຳ ແລະ ກັກເກັບນ້ຳໄວ້ຊົມໃຊ້ໃຫ້ພຽງພໍ ຢູ່ເຂດບ້ານດົງໂພນແຮ່, ບ້ານນາຄວາຍ, ບ້ານດົງໂພສີ, ບ້ານທ່ານາແລ້ງ, ບ້ານທ່າມ່ວງ, ບ້ານນາໄຫ ແລະ ບ້ານດູງ ເມືອງ ຫາດຊາຍຟອງ ນະຄອນຫຼວງວຽງຈັນ. ນອກຈາກນັ້ນ, ລັດວິສາຫະກິດ ນ້ຳປະປາ ນະຄອນຫຼວງວຽງຈັນ ຍັງຮຽກຮ້ອງໃຫ້ບັນດາຜູ້ຊົມໃຊ້ນ້ຳປະປາ […]

ລາວ-ອົດສະຕຣາລີ ລົງນາມເຊັນສັນຍາ ຂຶ້ນເປັນຄູ່ຮ່ວມມືຮອບດ້ານ

ທ່ານ ສອນໄຊ ສິພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ທ່ານ ແອນໂທນີ ອານບານີຊີ (Anthony Albanese) ນາຍົກລັດຖະມົນຕີ ແຫ່ງ ອົດສະຕຣາລີ ໄດ້ລົງນາມເຊັນສັນຍາ ຍົກລະດັບສາຍພົວພັນ ລະຫວ່າງ ອົດສະຕຣາລີ ແລະ ລາວ ໃຫ້ເປັນ ຄູ່ຮ່ວມມືຮອບດ້ານ. ການລົງນາມດັ່ງກ່າວ ມີຂຶ້ນ ໃນໂອກາດ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ອົດສະຕຣາລີ ຢ່າງເປັນທາງການ, ໃນລະຫວ່າງວັນທີ 4-7 ມີນາ 2024. ທ່ານນາຍົກລັດຖະມົນຕີ ແອນໂທນີ ອານບານີຊີ ກ່າວ​ວ່າ: “ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ​ອັນ​ສຳຄັນ​ນີ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄຳ​ໝັ້ນ​ສັນຍາ​ຂອງ​ພວກ​ເຮົາ​ທີ່​ຈະ​ນຳ​ເອົາ​ອົດ​ສະ​ຕຣາ​ລີ ​ແລະ ສປປ ລາວ ​ເຂົ້າ​ໃກ້​ກັນໃຫ້​ຫຼາຍຂຶ້ນ​ກວ່າ​ເກົ່າ”. ທ່ານ ແອນໂທນີ ອານບາຊີນີ […]

ສະຫວັນນະເຂດກໍານົດເອົາທາດອີງຮັງ-ຕິບເຂົ້າ-ປີ້ງໄກ່-ຊີ້ນສະຫວັນເປັນສັນຍາລັກປີທ່ອງທ່ຽວລາວ 2024

ອົງການປົກຄອງແຂວງສະຫວັນນະເຂດໄດ້ຈັດພິທີເປີດປີທ່ອງທ່ຽວລາວ 2024 ຂອງແຂວງເມື່ອມໍ່ໆມານີ້ ທີ່ເທດສະບານຕົວເມືອງເກົ່ານະຄອນໄກສອນພົມວິຫານໂດຍໄດ້ກຳນົດເອົາທາດອີງຮັງ-ຕິບເຂົ້າ-ປີ້ງໄກ່-ຊີ້ນສະຫວັນ-ມີຮູບນັກທ່ອງທ່ຽວ ເປັນສັນຍາລັກໂດຍການເຂົ້າຮ່ວມຂອງທ່ານ ບຸນທອງ ຈິດມະນີ ຮອງປະທານປະເທດ, ທ່ານນາງສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ທ່ານ ບຸນໂຈມ ອຸບົນປະເສີດເຈົ້າແຂວງສະຫວັນນະເຂດ. ປີທ່ອງທ່ຽວລາວ 2024 ທີ່ແຂວງສະຫວັນນະເຂດ ໄດ້ກໍານົດເອົາ 26 ກິດຈະກໍາ ໃນນັ້ນ ມີ 2 ກິດຈະກໍາລະດັບຊາດ, ມີ 09 ກິດຈະກໍາລະດັບແຂວງ ແລະ 15 ກິດຈະກໍາລະດັບເມືອງ-ນະຄອນ. ສະເພາະກິດຈະກໍາໃນໂອກາດເປີດງານໃນຄັ້ງນີ້ ໄດ້ມີການສະແດງສິລະປະ-ວັນນະຄະດີ, ການສະແດງກ້ອນກໍາລັງສວນສະໜາມຕົວແທນຂອງພະແນກການ, ເມືອງ-ນະຄອນ, ຊັ້ນຄົນຕ່າງໆ ລວມທັງໝົດ 1.058 ຄົນ ແລະ ອື່ນໆ. ພາຍໃນງານຍັງຈະມີການປະກວດຟ້ອນກອງຕຸ້ມ-ກອງຫາງພື້ນບ້ານ, ການປະກວດ-ແຂ່ງຂັນເປົ່າແຄນ, ການສະແດງ ລົງຄວ້າງເຂັນຝ້າຍວິຖີຊີວິດຂອງຊົນເຜົ່າຜູ້ໄທ,ການປະກວດ-ແຂ່ງຂັນເທສະການອາຫານພື້ນບ້ານ,ຖະໜົນຄົນຍ່າງເພື່ອຈໍາໜ່າຍ-ບໍລິການອາຫານ, ງານຕະຫຼາດນັດວາງສະແດງຈໍາໜ່າຍສິນຄ້າ, ການສະແດງສິລະປະ ແລະ ວັດທະນະທໍາຈາກພາກສ່ວນຕ່າງໆໃນແຕ່ລະຄໍ່າຄືນ ແລະ ການໃສ່ບາດພຣະສົງ 108 ອົງ. […]

ຈັບໄວໜຸ່ມ 13 ຄົນ ພ້ອມຂອງກາງໃບກະທ້ອມ ແລະ ນໍ້າຢາດາທິດຊິນ

ເຈົ້າໜ້າທີ່ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຄຳມ່ວນໄດ້ຈັບກຸ່ມແກ້ງໄວລຸ້ນ 13 ຄົນ ທີ່ເຄື່ອນໄຫວມົ້ວສຸມ ແລະ ຄ້າ-ຂາຍ ພຶດອອກລິດຕໍ່ຈິດປະສາດ (ໃບກະທ້ອມ) ເມື່ອມໍ່ໆມານີ້ ຢູ່ເຂດບ້ານ ວຽງວິໄລ ເມືອງທ່າແຂກ ແຂວງຄຳມ່ວນ ພ້ອມຂອງກາງໃບກະທ້ອມ 44 ກິໂລກຣາມ ແລະ ນໍ້າຢາດາທິດຊິນ ຈຳນວນ 514 ແກ້ວ. ແຫຼ່ງຂໍ້ມູນ: ຄວາມສະຫງົບແຂວງຄຳມ່ວນ

ຈັບຊາຍອາຍຸ 19 ປີແອບອ້າງເອົາເງິນບໍລິຈາກຊ່ວຍເຫຼືອຈາກປະຊາຊົນ

ເຈົ້າໜ້າທີ່ ປກສ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ສົມທົບກັບ ປກສ ກຸ່ມ 6 ບ້ານນາຄວາຍ ໄດ້ນໍາກໍາລັງເຂົ້າຈັບຊາຍອາຍຸ 19 ປີ ໃນຂໍ້ກ່າວຫາການສໍ້ໂກງຊັບ ໄປດໍາເນີນຄະດີ ຍ້ອນກໍ່ເຫດສ້າງເຟສບຸກປອມເປັນສະມາຄົມຊ່ວຍເຫຼືອຜູ້ທຸກຍາກແອບອ້າງເອົາເງິນປະຊາຊົນ. ຜ່ານການສອບສວນ, ທ້າວ ລັດຕະນະໄຊ ຫຼື ເນັ່ງ ອາຍຸ 19 ປີ ຢູ່ບ້ານແກ້ງປາຢ້າງ ເມືອງຫາດຊາຍຟອງ ນະຄອນ ຫຼວງວຽງຈັນ ໃຫ້ການສາລະພາບໃນເບື້ອງຕົ້ນວ່າ: ໄດ້ເຄື່ອນໄຫວເສບຢາເສບຕິດມາແຕ່ປີ 2019, ເຊິ່ງເສບຄັ້ງລະ 2-3 ເມັດ ສ່ວນຢາບ້າທີ່ຊື້ມາເສບ; ແມ່ນຊື້ນໍາພວກໄວລຸ້ນບໍ່ຮູ້ຊື່ຕາມຮ້ານເກມຢູ່ເຂດເມືອງຫາດຊາຍ ແລະ ນອກຈາກເສບຢາບ້າແລ້ວ, ຜູ້ກ່ຽວຍັງເຄື່ອນໄຫວໂກງຊັບຈຳນວນຫຼາຍຄັ້ງຄື: ຜ່ານມາ, ທ້າວ ລັດຕະນະໄຊ ໄດ້ໄປເປີດບັນຊີຢູ່ທະນາຄານການຄ້າຕ່າງປະເທດລາວ ມະຫາ ຊົນຢູ່ສໍານັກງານໃຫຍ່ ຕັ້ງຢູ່ບ້ານຊຽງຍືນ ເມືອງຈັນທະບູລີ ເຊິ່ງອອກຊື່ທ້າວ ລັດຕະນະໄຊ ພາຍຫຼັງທີ່ເປີດບັນຊີ ກໍນໍາໃຊ້ເປັນປົກກະຕິໄດ້ປະມານ 1 ປີ, ຕໍ່ມາຜູ້ກ່ຽວໄດ້ເຫັນເຟສບຸກໂພສລົງວ່າ: ຮັບຊື້ເລກບັນຊີ ຈຶ່ງໄດ້ຕິດຕໍ່ຫາເຟສບຸກດັ່ງກ່າວ […]

ກໍ່ເຫດຂ້າເມຍຕົວເອງ ຍ້ອນເມຍຖາມປະ ແລະ ເມຍບໍ່ໃຫ້ເງິນ

ທ້າວ ແຫຼ້ ລັດສົມບັດ ອາຍຸ 49 ປີ, ອາຊີບເຮັດນາ ຊຶ່ງປະຈຸບັນ ຢູ່ບ້ານ ດົງຄຸງ ເມືອງໜອງບົກ ແຂວງຄຳມ່ວນ ໄດ້ລົງມືກໍ່ເຫດຄາຕະກຳຜູ້ເປັນເມຍ ຊື່ນາງ ບຸນພັກ ລັດສົມບັດ (ແດງ) ອາຍຸ 29 ປີ ສາເຫດຍ້ອນເມຍຖາມປະ ແລະ ຂໍເງິນຈຳນວນ 30 ລ້ານກີບ ແຕ່ເມຍບໍ່ໃຫ້. ໃນວັນທີ 15 ກຸມພາ 2024 ຜ່ານມານີ້, ເຈົ້າໜ້າທີ່ພະແນກຕຳຫຼວດໜ່ວຍງານຄະດີອາຍາ-ເສດຖະກິດ ປກສ ເມືອງໜອງບົກ ແຂວງຄຳມ່ວນ ໄດ້ນຳຕົວທ້າວ ແຫຼ້ ລັດສົມບັດ ໄປເຮັດຈຳລອງເຫດການຄືນ ຫຼັງຈາກກໍ່ເຫດການຄາຕະກຳຜູ້ເປັນເມຍໃນວັນທີ 11 ກຸມພາ 2024 ຜ່ານມານີ້. ທ້າວ ແຫຼ້ ຮັບສາລະພາບໃນເບື້ອງຕົ້ນວ່າ: ໃນຕົ້ນເດືອນກຸມພານີ້ ໄດ້ຂໍເງິນນຳນາງ ບຸນພັກ (ເມຍ) ຈຳນວນ 5 ລ້ານກີບ ເພື່ອໄປແຕ່ງເຄື່ອງສຽງລົດແຕ່ເມຍບໍ່ໃຫ້, […]

ສປປລາວ ໄດ້ປະກາດລົບລ້າງການປູກຝິ່ນແລ້ວ ແຕ່ຍັງມີການລັກລອບປູກຢູ່

ປະເທດລາວໄດ້ປະກາດລົບລ້າງການປູກຝິ່ນມາໄດ້ຫຼາຍປີແລ້ວ ແຕ່ຍັງພົບການລັກລອບການປູກຝິ່ນໃນທຸກໆປີ ໂດຍສະເພາະຢູ່ບາງແຂວງພາກເໜືອ ຊຶ່ງຫຼ້າສຸດນີ້ ເຈົ້າໜ້າທີ່ໄດ້ກວດພົບການລັກລອບການປູກຝິ່ນຢູ່ແຂວງຊຽງຂວາງ. ເຈົ້າໜ້າທີ່ ພະແນກກວດກາ ແລະ ຄວບຄຸມຢາເສບຕິດ ປກສ ແຂວງຊຽງຂວາງ ຮ່ວມກັບ ປກສ ເມືອງພູກູດ ແຂວງຊຽງຂວາງ ໄດ້ທໍາລາຍສວນຝິ່ນທີ່ປະຊາຊົນລັກລອບປູກ ໃນເນື້ອທີ່ເກືອບ 11.000 ຕາແມັດ ເມື່ອມໍ່ໆມານີ້ຢູ່ເຂດພູແຊວ ເມືອງພູກູດ ແຂວງຊຽງຂວາງ ຊຶ່ງຝິ່ນດັ່ງກ່າວປູກຢູ່ດິນສວນຈໍານວນ 4 ຕອນ,  ນອກຈາກທໍາລາຍສວນຝິ່ນແລ້ວ ເຈົ້າໜ້າທີ່ ໄດ້ນຳເອົາຜູ້ລັກລອບປູກຝິ່ນມາສຶກສາອົບຮົມກ່າວເຕືອນ ແລະ ໃຫ້ຄວາມຮູ້ກ່ຽວກັບຜົນຮ້າຍໄພອັນຕະລາຍຂອງຢາຝິ່ນໃຫ້ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ. ແຫຼ່ງຂໍ້ມູນ: ປກສ ແຂວງຊຽງຂວາງ

ວຽກງານ ຖວທ ແມ່ນວຽກງານຊຸກຍູ້ສົ່ງເສີມ, ພັດທະນາຄົນ ແລະ ສັງຄົມ

ກອງປະຊຸມວຽກງານ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ທົ່ວປະເທດ ໄດ້ຈັດຂຶ້ນຢ່າງເປັນທາງການໃນຕອນເຊົ້າຂອງມື້ວັນທີ 12 ກຸມພາ 2024 ທີ່ນະຄອນຫຼວງວຽງຈັນໂດຍການເປັນປະທານຂອງທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງ ຖວທ. ຈຸດປະສົງຂອງກອງປະຊຸມເພື່ອສະຫຼຸບຕີລາຄາສະພາບການຈັດຕັ້ງປະຕິບັດວຽກງານ ຖວທ ທົ່ວປະເທດ  ປະຈຳປີ 2023 ແລະ ກໍານົດທິດທາງແຜນການ ປະຈໍາປີ 2024. ທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງ ຖວທ ໄດ້ກ່າວເປີດກອງປະຊຸມໂດຍມີເນື້ອໃນບາງຕອນທີ່ສໍາຄັນວ່າ: ກອງປະຊຸມວຽກງານ ຖວທ ໃນຄັ້ງນີ້ ຈະໄດ້ດຳເນີນໄປເປັນເວລາ 2 ວັນ, ຈຸດປະສົງຂອງກອງປະຊຸມ ພວກເຮົາຈະ​ໄດ້ພ້ອມກັນສະຫຼຸບຕີລາຄາ​ຄືນການຈັດຕັ້ງປະຕິບັດວຽກງານວຽກງານ ຖວທ ໃນໄລຍະ 1 ປີຜ່ານມາ ແລະ ວາງ​ທິດທາງແຜນການປະຈໍາປີ 2024; ພ້ອມ​ກັນ​ນີ້,  ໃນຕອນທ້າຍຂອງກອງປະຊຸມ, ພວກເຮົາຈະໄດ້ພ້ອມກັນຮັບຟັງການໃຫ້ກຽດໂອ້ລົມ ຂອງທ່ານຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳຂົງເຂດປົກຄອງ ແລະວັດທະນະທຳ – […]