2
ສະຫວັນນະເຂດກໍານົດເອົາທາດອີງຮັງ-ຕິບເຂົ້າ-ປີ້ງໄກ່-ຊີ້ນສະຫວັນເປັນສັນຍາລັກປີທ່ອງທ່ຽວລາວ 2024
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 11 ເດືອນມີນາ, 2024

ອົງການປົກຄອງແຂວງສະຫວັນນະເຂດໄດ້ຈັດພິທີເປີດປີທ່ອງທ່ຽວລາວ 2024 ຂອງແຂວງເມື່ອມໍ່ໆມານີ້

ທີ່ເທດສະບານຕົວເມືອງເກົ່ານະຄອນໄກສອນພົມວິຫານໂດຍໄດ້ກຳນົດເອົາທາດອີງຮັງ-ຕິບເຂົ້າ-ປີ້ງໄກ່-ຊີ້ນສະຫວັນ-ມີຮູບນັກທ່ອງທ່ຽວ ເປັນສັນຍາລັກໂດຍການເຂົ້າຮ່ວມຂອງທ່ານ ບຸນທອງ ຈິດມະນີ ຮອງປະທານປະເທດ, ທ່ານນາງສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ທ່ານ ບຸນໂຈມ ອຸບົນປະເສີດເຈົ້າແຂວງສະຫວັນນະເຂດ.

ປີທ່ອງທ່ຽວລາວ 2024 ທີ່ແຂວງສະຫວັນນະເຂດ ໄດ້ກໍານົດເອົາ 26 ກິດຈະກໍາ ໃນນັ້ນ ມີ 2 ກິດຈະກໍາລະດັບຊາດ, ມີ 09 ກິດຈະກໍາລະດັບແຂວງ ແລະ 15 ກິດຈະກໍາລະດັບເມືອງ-ນະຄອນ.

ສະເພາະກິດຈະກໍາໃນໂອກາດເປີດງານໃນຄັ້ງນີ້ ໄດ້ມີການສະແດງສິລະປະ-ວັນນະຄະດີ, ການສະແດງກ້ອນກໍາລັງສວນສະໜາມຕົວແທນຂອງພະແນກການ, ເມືອງ-ນະຄອນ, ຊັ້ນຄົນຕ່າງໆ ລວມທັງໝົດ 1.058 ຄົນ ແລະ ອື່ນໆ.

ພາຍໃນງານຍັງຈະມີການປະກວດຟ້ອນກອງຕຸ້ມ-ກອງຫາງພື້ນບ້ານ, ການປະກວດ-ແຂ່ງຂັນເປົ່າແຄນ, ການສະແດງ ລົງຄວ້າງເຂັນຝ້າຍວິຖີຊີວິດຂອງຊົນເຜົ່າຜູ້ໄທ,ການປະກວດ-ແຂ່ງຂັນເທສະການອາຫານພື້ນບ້ານ,ຖະໜົນຄົນຍ່າງເພື່ອຈໍາໜ່າຍ-ບໍລິການອາຫານ, ງານຕະຫຼາດນັດວາງສະແດງຈໍາໜ່າຍສິນຄ້າ, ການສະແດງສິລະປະ ແລະ ວັດທະນະທໍາຈາກພາກສ່ວນຕ່າງໆໃນແຕ່ລະຄໍ່າຄືນ ແລະ ການໃສ່ບາດພຣະສົງ 108 ອົງ.

ທົ່ວແຂວງສະຫວັນນະເຂດມີແຫຼ່ງທ່ອງທ່ຽວທັງໝົດ 116 ແຫ່ງ, ແຫຼ່ງທ່ອງທ່ຽວທໍາມະຊາດ 74 ແຫ່ງ, ປະຫວັດສາດ 13 ແຫ່ງ ແລະ ແຫຼ່ງທ່ອງທ່ຽວທາງດ້ານວັດທະນະທໍາ 29 ແຫ່ງ.

ແຫຼ່ງຂ່າວ: ວິທະຍຸກະຈາຍສຽງແຂວງສະຫວັນນະເຂດ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ ວັນຈັນ, 24 ເດືອນມີນາ, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,504
21,714
thailand (1)
THB
633.72
645.76
european-union
EUR
22,934
23,391
china
CNY
2,900
2,956
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ ວັນພະຫັດ, 20 ເດືອນມີນາ, 2025
ຊະນິດນ້ຳມັນ
ລາຄາ
27,680
22,130
18,440
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ ວັນພະຫັດ, 20 ເດືອນມີນາ, 2025
ປະເພດ
ລາຄາຊື້
ລາຄາຂາຍ
31,170,000
31,700,000
30,900,000
31,809,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site cover (60)
ມາຮູ້ຈັກກັບເທັກນິກປົດໜີ້ແບບ "ຫິມະຖະຫຼົ່ມ" ຈົບໜີ້ໄວ-ຈ່າຍດອກເບ້ຍໜ້ອຍ
site cover (59)
ແກ໊ງຄໍເຊັນເຕີ ສາມາດຕວົະຕົ້ມເງິນຈາກຄົນທົ່ວໂລກໄປໄດ້ປະມານ 64,000 ລ້ານໂດລາ; ເງິນຫຼາຍກວ່າເຄິ່ງ ມາຢູ່ທີ່ 3 ປະເທດໃນອາຊຽນ
site cover (58)
ລັດຖະບານສະຫະລັດ ໄດ້ເປີດເຜີຍແຜນການເຂົ້າໂຈມຕີກຸ່ມກະບົດຮູຕີ ໃນແຊັດກຸ່ມທີ່ມີນັກຂ່າວຢູ່ນຳໂດຍບໍ່ໄດ້ຕັ້ງໃຈ !
site cover (57)
ເປີດເຜີຍຄຳທຳນາຍປີໃໝ່ລາວ ຄສ.2025 ພສ 2568
site cover (56)
ຍຶດຢາບ້າ 4 ແສນເມັດ ຈາກ 2ໜຸ່ມລາວ ຂັບເຮືອຂ້າມແມ່ນໍ້າຂອງໄປສົ່ງຢູ່ຝັ່ງໄທ
site cover (55)
ສະເຫຼີມສະຫຼອງວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 70 ປີ
site cover (53)
ໂດນັລ ທຣໍາ ປະກາດຍົກເລີກສະຖານະຂອງຜູ້ອົບພະຍົບກວ່າ 530,000 ຄົນ
site cover (52)
ດູດວງ 12ລາສີ ປະຈໍາອາທິດ 24-30 ມີນາ 2025
site cover (51)
ທາງອອກໃນການປັບໂຕຂອງທຸລະກິດເພື່ອບໍລິຫານພະນັກງານຢ່າງມີປະສິດທິພາບກັບ Bezz Solution
Copy of Copy of VP-Square (1200 x 628 px) (1)
ວິທີກຳຈັດຍຸງແບບເປັນມິດກັບສິ່ງແວດລ້ອມ: ປະສິດທິຜົນສູງ, ບໍ່ເປັນອັນຕະລາຍ
ຢ່າລື່ມກົດຕິດຕາມ