ຂ່າວດ່ວນ! ອຸຕຸເຕືອນ ວັນທີ 6-9 ມີນາ 2025 ຈະມີລົມແຮງ, ຝົນຕົກໜັກ, ຟ້າຮ້ອງ, ຟ້າເຫລື້ອມ ແລະ ຟ້າຜ່າ

ແຫຼ่ງທີ່ມາ: ກົມອຸຕຸນິຍົມແລະອູທົກກະສາດ
ພາຍຸໄຊໂຄລນຖະລົ່ມຕາຝັ່ງທາງຕາເວັນອອກຂອງອົດສະຕາລີ, ເຈົ້າໜ້າທີ່ແນະນຳປະຊາຊົນໃຫ້ຟ້າວອົບພະຍົບ

ວັນທີ 5 ມີນາ 2025 ອົດສະຕາລີກຽມປະເຊີນກັບພາຍຸໄຊໂຄລນອັລເຟຣດ (Alfred) ເຊິ່ງກຳລັງເຄື່ອນຕົວມາຍັງເມືອງບຣິສເບນທີ່ມີປະຊາກອນຫຼາຍເປັນອັນດັບ 3 ຂອງປະເທດ. ເຈົ້າໜ້າທີ່ລັດຖະບານອົດສະຕາລີໄດ້ຂໍຄວາມຮ່ວມມືຈາກປະຊາຊົນໃນເຂດຊານເມືອງທີ່ສ່ຽງຕໍ່ນ້ຳຖ້ວມໃຫ້ອົບພະຍົບໂດຍໄວທີ່ສຸດ. ສຳນັກງານອຸຕຸນິຍົມວິທະຍາອົດສະຕາລີໄດ້ອອກປະກາດເຕືອນໄພພາຍຸຄອບຄຸມພື້ນທີ່ກວ່າ 500 ກິໂລແມັດ ຕາມແນວຝັ່ງໃນລັດຄວີນສແລນດ໌ ແລະ ນິວເຊົາເວວ, ເຊິ່ງສົ່ງຜົນກະທົບຕໍ່ປະຊາກອນຫຼາຍລ້ານຊີວິດ. ສຳນັກງານອຸຕຸນິຍົມວິທະຍາລະບຸວ່າ ກະແສລົມແຮງທີ່ມີຄວາມໄວລົມສູງເຖິງ 155 ກິໂລແມັດຕໍ່ຊົ່ວໂມງ ອາດທະວີກຳລັງແຮງຂຶ້ນຕັ້ງແຕ່ຊ່ວງບ່າຍວັນພະຫັດ (6 ມີນາ) ແລະ ຄາດວ່າພາຍຸລູກນີ້ຈະທະວີຄວາມຮຸນແຮງຈົນກາຍເປັນພາຍຸໝູນທີ່ມີຄວາມຮຸນແຮງລະດັບທີ 2 ໃນຊ່ວງເຊົ້າວັນສຸກ (7 ມີນາ) ເມື່ອເຄື່ອນຕົວເຂົ້າໃກ້ເມືອງບຣິສເບນ, ເມືອງຫຼວງຂອງລັດຄວີນສແລນດ໌. ສຳນັກອຸຕຸນິຍົມວິທະຍາຍັງລະບຸອີກວ່າ ປະລິມານນ້ຳຝົນໂດຍລວມຈາກພາຍຸອັລເຟຣດອາດສູງເຖິງ 800 ມິລິແມັດໃນບາງພູມີພາກ, ເຊິ່ງສູງກວ່າຄ່າສະເລ່ຍສຳລັບເດືອນມີນາ ແລະ ອາດກໍ່ໃຫ້ເກີດນ້ຳຖ້ວມຢ່າງກະທັນຫັນທີ່ອັນຕະລາຍເຖິງຊີວິດ. ເດວິດ ຄຣິຊາຟຸລລີ ນາຍົກເທດສະມົນຕີລັດຖະມົນຕີຄວີນສແລນດ໌ກ່າວກັບນັກຂ່າວວ່າ “ນີ້ເປັນໄພພິບັດທີ່ບໍ່ຄ່ອຍເກີດຂຶ້ນ ສຳລັບດິນແດນທາງຕາເວັນອອກ-ໃຕ້ຂອງຄວີນສແລນດ໌, ເປັນເວລາຫຼາຍສິບປີແລ້ວທີ່ພື້ນທີ່ແຖບນີ້ເຄີຍປະສົບກັບພາຍຸໄຊໂຄລນ.” ຂະນະນີ້ບັນດາຜູ້ອາໄສກຳລັງອົບພະຍົບອອກຈາກບ້ານເຮືອນຂອງຕົນເອງ ແລະ ເຈົ້າໜ້າທີ່ເລັ່ງເປີດສູນອົບພະຍົບ. ນອກຈາກນີ້, ຖົງຊາຍຍັງຂາດແຄນ […]
ໄຟໄໝ້ ຮ້ານຂາຍເຄື່ອງ ຢູ່ດ້ານຂ້າງຕະຫຼາດໃໝ່ປາກເຊ ຕະຫຼາດດາວເຮືອງ

ເວລາ 1:10 ໂມງ ຂອງວັນທີ 4 ມີນາ 2025, ເກີດເຫດໄຟໄໝ້ ຮ້ານຂາຍເຄື່ອງຢູ່ດ້ານຂ້າງຕະຫຼາດໃໝ່ປາກເຊ (ຕະຫຼາດດາວເຮືອງ) ນະຄອນປາກເຊ, ແຂວງຈໍາປາ ສັກ. ທ່ານ ກໍລະນີ ເທບໄກສອນ ຫົວໜ້າຫ້ອງການບໍລິຫານ ບໍລິສັດ ບໍລິການ ການຄ້າປາກເຊ ຜູ້ຊີ້ນໍາວຽກງານຮັກສາ ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຕະຫຼາດໃໝ່ປາກເຊ ໃຫ້ຂໍ້ມູນວ່າ: ເວລາປະມານ 1:10 ໂມງ ໄດ້ເກີດເຫດການໄຟໄໝ້ ເຮືອນຫ້ອງແຖວ ສອງຊັ້ນ ຢູ່ຂ້າງຕະຫຼາດ ດ້ານໜ້າ ແປະກັບເສັ້ນທາງໃຫຍ່ ຈາກສະ ໜາມກິລາ ໄປຫາວົງວຽນປາຄ່າດ້ານຂ້າງຕິດກັບທາງເຂົ້າຕະຫຼາດ (ບໍ່ແມ່ນຂອບ ເຂດຕະຫຼາດ ແຕ່ມີພື້ນທີ່ເຊື່ອມຕໍ່ກັບຕະຫຼາດ). ເມື່ອເກີດເຫດ, ເວລາ 1:20 ໂມງ, ຄະນະຮັບຜິດຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງຕະຫຼາດ ພ້ອມຄະນະບໍລິຫານ ແລະ ພະນັກງານປ້ອງກັນ, ພະນັກງານຈັດສັນຕະຫຼາດ ລວມ 38 ສະຫາຍ ໄດ້ຮ່ວມກັນເຮັດໜ້າທີ່ […]
ຜູ້ນຳເອີຣົບ ຄານາດາ ແລະ ອົສເຕຣເລຍສະແດງທ່າທີສະໜັບສະໜູນ “ເຊເລນສະກີ”

ຜູ້ນຳຫລາຍປະເທດທົ່ວໂລກຫລາຍຄົນຕ່າງສະແດງທ່າທີສະໜັບສະໜູນຢູເຄຣນຫລັງຈາກເກີດການປະທະຄາຣົມກັນຢ່າງດຸເດືອດລະຫວ່າງປະທານາທິບໍດີວລາດິມີ ເຊເລນສະກີ ຂອງຢູເຄຣນກັບປະທານາທິບໍດີໂດນັລ ທຣຳ ຂອງສະຫະລັດໃນລະຫວ່າງທີ່ທັງສອງພົບກັນທີ່ທຳນຽບຂາວໃນວັນສຸກ ນາຍົກລັດຖະມົນຕີແອນໂທນີ ອັລບາເນຊີ ຂອງອົສເຕຣເລຍ ໃຫ້ສຳພາດຜູ້ສື່ຂ່າວທີ່ນະຄອນຊິດນີວັນນີ້ວ່າ ອົສເຕຣເລຍຍັງຄົງຢືນຄຽງຂ້າງຢູເຄຣນ ເນື່ອງຈາກມອງວ່າ ການຕໍ່ສູ້ຂອງຢູເຄຣນເປັນໄປເພື່ອຮັກສາກົດໝາຍລະຫວ່າງປະເທດເອົາໄວ້ ແລະ ລັດຖະບານອົສເຕຣເລຍຈະສະໜັບສະໜູນຢູເຄຣນຕໍ່ໄປ ປະທານາທິບໍດີເອມມານູເອລ ມາຄຣົງ ຂອງຝຣັ່ງ ໂພສຂໍ້ຄວາມຜ່ານທາງແອັບພລິເຄຊັນເອັກຊ໌ ຫຼື ທວິດເຕີ ເດີມວ່າ ພວກເຮົາເຂົ້າຊ່ວຍເຫຼືອຢູເຄຣນໃນທັນທີແລະຄວ່ຳບາດລັດເຊຍຕັ້ງແຕ່ເມື່ອ 3 ປີກ່ອນແລະຍັງຄົງດຳເນີນນະໂຍບາຍນີ້ຢ່າງຕໍ່ເນື່ອງ ຊຶ່ງຄຳວ່າພວກເຮົາໝາຍເຖິງຊາວອະເມລິກັນ, ຢູໂຣບ, ຄານາດາ, ຍີ່ປຸ່ນ ແລະ ປະເທດອື່ນໆອີກຫຼາຍຫຼາຍ. ສ່ວນຜູ້ນຳຂອງປະເທດອື່ນໆເຊັ່ນ ຄານາດາ, ລັດເວຍ ແລະ ເດນມາກ ຕ່າງກໍໂພສຂໍ້ຄວາມທາງແພລດຟອມສື່ສັງຄົມອອນລາຍຂອງຕົນເອງລະບຸວ່າ ຢືນຢູ່ຄຽງຂ້າງຢູເຄຣນ ທາງດ້ານທ່ານເຊເລນສະກີ ໄດ້ຂຽນຄຳວ່າ “ຂອບໃຈ” ຫຼາຍສິບຄັ້ງ ຕອບຂໍ້ຄວາມໃນແອັບພລິເຄຊັນເອັກຊ໌ຂອງເພິ່ນທີ່ມີຄົນໂພສຂໍ້ຄວາມສະໜັບສະໜູນເພິ່ນຫຼັງຈາກທີ່ທ່ານເຊເລນສະກີ ຖືກຮອງປະທານາທິບໍດີເຈດີ ແວນຊ໌ ຂອງສະຫະລັດກ່າວຫາວ່າ ບໍ່ເຄີຍກ່າວຂອບໃຈສະຫະລັດທີ່ໃຫ້ຄວາມຊ່ວຍເຫຼືອ ໃນລະຫວ່າງການພົບກັນທີ່ທຳນຽບຂາວ ໂດຍການພົບກັນລະຫວ່າງທ່ານເຊເລນສະກີ ກັບທ່ານທຣຳ ແລະ ທ່ານແວນຊ໌ ຈົບລົງຢ່າງລົ້ມເຫຼວ ທັງສອງຝ່າຍປະທະຄາຣົມກັນຕໍ່ໜ້າສື່ທົ່ວໂລກທີ່ຕິດຕາມເຮັດຂ່າວນີ້ […]
ຈັບຜົວເມຍລັກຊັບພົນລະເມືອງ ກໍ່ເຫດມາແລ້ວ 4 ຄັ້ງ ຍ້ອນຕິດຢາເສບຕິດ

ວັນທີ 14 ກຸມພາ 2025, ພທ ສຸບັນໄຊ ບຸນມະວົງ ຫົວໜ້າພະແນກຕຳຫຼວດ ປກສ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ສອງຜົວເມຍທີ່ກໍ່ເຫດລັກແອ ຢູ່ກະບະລົດຮຸນໄດທີ່ຈອດໄວ້ແຄມທາງ ບ້ານທາດຫຼວງ ເມືອງໄຊເສດຖາ ໃນວັນທີ 6 ກຸມພາ ຜ່ານມານີ້ ແມ່ນເຄີຍກໍ່ເຫດລັກ ຊັບພົນລະເມືອງມາແລ້ວຫຼາຍຄັ້ງ ກ່ອນເຈົ້າໜ້າທີ່ຈັບໄດ້ໃນວັນທີ 12 ກຸມພາ 2025 ຢູ່ເຮືອນພັກແຫ່ງໜຶ່ງໃນບ້ານດົງປ່າແລບ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ. #ຜູ້ກໍ່ເຫດ ຊື່ ທ້າວ ປາລີ ຫຼື ເປັດ ແລະ ນາງ ບຸນວິໄລ ຫຼື ແວວ ອາຊີບ ກຳມະກອນ ພັກເຊົາຢູ່ບ້ານໂພນປ່າເປົ້າ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ; ຜ່ານການສອບສວນ ເບື້ອງຕົ້ນພວກກ່ຽວໄດ້ຮັບສາລະພາບວ່າ: ໄດ້ຂີ່ລົດຈັກເວບຈີນ ສີດໍາ ປ້າຍທະບຽນ ດວ 9642 ເຄື່ອນໄຫວລັກຊັບຂອງພົນລະເມືອງມາແລ້ວ 4 ຄັ້ງຄື: […]
ທຳລາຍສວນຝິ່ນເນື້ອທີ່ກວ່າ 1 ເຮັກຕ່າ

#ເຈົ້າໜ້າທີ່ກອງບັນຊາການ ປກສ ແຂວງໄຊສົມບູນ ສົມທົບພາກສ່ວນກ່ຽວຂ້ອງ ທຳສາຍສວນຝິ່ນເນື້ອທີ່ກວ່າ 1 ເຮັກຕ່າ. ເພື່ອເປັນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ 2023-2025, ມາໃນວັນທີ 12 ກຸມພາ 2025 ຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ ກົມໃຫຍ່ຕໍາຫຼວດ ລົງສົມທົບກັບພະແນກ ສະກັດກັ້ນ ແລະ ຄວບຄຸມຢາເສບຕິດ ປກສ ແຂວງ, ປກສ ເມືອງ, ກຳລັງປ້ອງກັນຊາດ ແລະ ພາກສ່ວນທີ່ກ່ຽວຂ້ອງ ຈຳນວນ 37 ສະຫາຍ ລົງເຄື່ອນໄຫວກວດກາ ແລະ ທໍາລາຍສວນຝິ່ນທີ່ປະຊາຊົນໄດ້ລັກລອບປູກຢູ່ຂອບເຂດບ້ານນ້ໍ້າຜານ້ອຍ ເມືອງລ້ອງແຈ້ງ ແຂວງໄຊສົມບູນ ເຊິ່ງມີເນື້ອທີ່ 1 ກວ່າເຮັກຕ້າ. ພາຍໃຕ້ການນໍາພາຂອງ ທ່ານ ພັທ ດາລິນ ສຸດາຈັນ ຮອງຫົວໜ້າຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ ກົມໃຫຍ່ຕໍາຫຼວດ, ວິທີການທໍາລາຍສວນຝິ່ນໃນຄັ້ງນີ້ແມ່ນໃຊ້ພ້າຖາງ, ໄມ້ຟາດ ແລະ […]
ຜົນເສຍຫາຍຈາກໄຟໄໝ້ເຮືອນປະຊາຊົນຢູ່ ເມືອງໄຊ ແຂວງອຸດົມໄຊ

ປກສ ແຂວງອຸດົມໄຊ ພະແນກຕໍາຫລວດມອດໄຟ ລາຍງານວ່າ: ເວລາປະມານ 21 ໂມງຂອງ ວັນທີ 11 ກຸມພາ 2025 ເກີດເຫດເຮືອນປະຊາຊົນເຂດບ້ານວັງໄຮ ເມືອງໄຊ ແຂວງອຸດົມໄຊ ເຈົ້າໜ້າທີ່ມອດໄຟໃຊ້ເວລາ 3 ຊົ່ວໂມງ ຈຶ່ງສາມາດສະກັດກັ້ນມອດໄຟໄດ້. ຈາກເຫດການດັ່ງກ່າວ ບໍ່ມີຄົນໄດ້ຮັບບາດເຈັບ ຫລື ເສຍຊີວິດ ສ່ວນເຮືອນ ໄດ້ຮັບຄວາມເສຍຫາຍ 1 ຫລັງ ເປັນເຮືອນ 2 ຊັ້ນເຄິ່ງໄມ້, ເງິນສົດຖືກໄຟໄໝ້ 800 ລ້ານກວ່າກີບ, ເງິນຢວນ 50,000 ຢວນ, ຄຳ 2 ບາດ ແລະ ເຄື່ອງໃຊ້ໃນເຮືອນຕື່ມອີກ, ສ່ວນເຮືອນອ້ອມຂ້າງແມ່ນເສຍຫາຍເລັກໜ້ອຍ. ສ່ວນສາເຫດ ເຈົ້າໜ້າທີ່ ພວມເລັ່ງເກັບກຳຂໍ້ມູນຫຼັກຖານ ຫາກມີຄວາມຄືບໜ້າຈະລາຍງານໃຫ້ຮັບຊາບຕື່ມ.
ຊົມເຊີຍເຈົ້າໜ້າທີ່ນຳຈັບຕົວຜູ້ກໍ່ເຫດປາດຄໍຄົນຂັບລົດຈັກຮັບຈ້າງປຸ້ນເອົາລົດຈັກ ຍ້ອນຕິດໜີ້ພະນັນ

ເຈົ້າໜ້າທີ່ຕຳຫຼວດ ປກສ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໃຫ້ຮູ້ໃນວັນທີ 9 ກຸມພາ ນີ້ວ່າ: ໃນວັນທີ 6 ກຸມພາ 2025 ເວລາ 10:06 ໂມງ ເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງຈັນທະບູລີ ໄດ້ຮັບແຈ້ງຄວາມຈາກ ທ້າວ ຂັນທອງ ອາຍຸ 26 ປີ, ອາຊີບ ພະນັກງານ ປັດຈຸບັນຢູ່ບ້ານທາດຫຼວງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ( ຜູ້ຖືກເສຍຫາຍ ): ວ່າຕົນເອງໄດ້ຂັບລົດຈັກໂດຍສານຮັບຈ້າງ, ໃນວັນທີ 5 ກຸມພາ 2025 ເວລາ 19:30 ໂມງ ໄດ້ມີລູກຄ້າເປັນຜູ້ຊາຍຕິດຕໍ່ຫາໃຫ້ໄປຮັບຢູ່ເຂດບ້ານຮ່ອງໄກ່ແກ້ວ ເມືອງຈັນທະບູລີ, ພໍໄປຮອດກໍໄດ້ຂື້ນລົດແລ້ວບອກໃຫ້ໄປສົ່ງຢຸ່ເຂດບ້ານດອນແດງ ເມືອງຈັນທະບູລີ, ພໍໄປຮອດສົ້ນຂົວດອນແດງ ກໍໄດ້ບອກໄຫ້ລ້ຽວລົງຮ່ອມຄອງເໝືອງ ເຂົ້າໄປປະມານ100 ແມັດກໍໄດ້ບອກໃຫ້ຈອດລົດແລ້ວໃຊ້ມີດຈີ້ປາດຄໍແລ້ວຍາດເອົາລົດຈັກ ຍີ່ຫໍ້ ຄິຼກໄອ ສີດຳ ໝາຍເລກທະບຽນ ຈຍ 3637 ບໍລິຄຳໄຊ […]
ທໍາລາຍອາວຸດລ່າເນື້ອ ແລະ ຈັກສະຕິນຈຳນວນຫຼາຍ

ວັນທີ 06 ກຸມພາ 2025ນີ້, ທີ່ກອງບັນຊາການ ປກສ ແຂວງ ບໍ່ແກ້ວ ໄດ້ຈັດພິທີທຳລາຍອາວຸດລ່າເນື້ອ ແລະ ຈັກສະຕິນ ໂດຍການເປັນປະທານຂອງ ພັອ ຈັນທະລາ ໄຊຍະວົງ ຮອງຫົວ ໜ້າກອງບັນຊາການ ປກສ ແຂວງ ບໍ່ແກ້ວ. ທ່ານ ພັທ ບຸນຊົມ ພັນທະວົງ ຮອງຫົວໜ້າຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ປກສ ແຂວງ ບໍ່ແກ້ວ ໃຫ້ຮູ້ວ່າ: ຜ່ານການເຄື່ອນໄຫວຈັດຕັ້ງປະຕິບັດໃນໄລຍະຜ່ານມາ ສາມາດເກັບກູ້, ທ້ອນໂຮມອາວຸດເສິກ, ອາວຸດລ່າເນື້ອ, ໄດ້ເກັບກຳສະຖິຕິອາວຸດປືນທຸກຊະນິດ ຢູ່ບັນດາພະແນກການ, ອົງການອ້ອມຂ້າງແຂວງ, ບັນດາເມືອງໄດ້ທັງໝົດ 1,727 ກະບອກ, ໃນນີ້ມີປືນຍາວ ຈຳນວນ 602 ກະບອກ, ປືນສັ້ນ 316 ກະບອກ, ປືນດັດ ແປງ 07 ກະບອກ, […]
ທຳລາຍສວນຝິ່ນ 27 ເຮັດຕາ ຢູ່ເມືອງປາກທາ

ເມື່ອບໍ່ດົນມານີ້, ສອງ ກຳລັງ ປກຊ-ປກສ ສົມທົບກັບພາກ ສ່ວນທີ່ກ່ຽວຂ້ອງ ຈຳນວນ 157 ສະຫາຍ ໄດ້ເຂົ້າທໍາລາຍສວນຝິ່ນທີ່ປະຊາຊົນລັກລອບປູກຢູ່ຂອບເຂດບ້ານ ຫ້ວຍໜໍ່ຂົມ ເມືອງປາກທາ ແຂວງບໍ່ແກ້ວ ມີເນື້ອທີທັງໝົດ 27 ເຮັກຕາ. ວິທີການທໍາລາຍສວນຝິ່ນຄັ້ງນີ້ ແມ່ນໄດ້ເອົາໄມ້ຟາດ, ລົກຕົ້ນອ່ອນຖີ້ມ ເພື່ອບໍ່ໃຫ້ສາມາດເກັບກູ້ຜົນຜະລິດ ແລະ ແກ່ນຝິ່່ນໄວ້ເພື່ອເປັນແນວພັນໃນຕໍ່ໜ້າໄດ້. ໄລຍະຜ່ານມາ ທາງເຈົ້າໜ້າທີ່ໄດ້ເຕົ້າໂຮມປະຊາຊົນ ພ້ອມອໍານາດການປົກຄອງບ້ານ ເພື່ອເຜີຍແຜ່ຜົນຮ້າຍຂອງຝິ່ນ ໃຫ້ປະຊາ ຊົນໄດ້ຮັບຮູ້ ແລະ ເຂົ້າໃຈ ເຊິ່ງຝິ່ນແມ່ນເປັນຢາເສບຕິດຊະນິດໜຶ່ງທີ່ເປັນໄພອັນຕະລາຍຄຸກຄາມເຖິງຄວາມໝັ້ນຄົງ, ຄວາມສະ ຫງົບປອດໄພ ແລະ ກົດໜ່ວງທ່ວງດຶງການພັດທະນາເສດຖະກິດຂອງຊາດສະນັ້ນຮຽກຮ້ອງເຖິງບຸກຄົນ, ຄອບຄົວ ແລະ ການຈັດຕັ້ງທຸກຂັ້ນຕ້ອງເປັນເຈົ້າການ ໃນການຄວບຄຸມ ສະກັດກັ້ນ ແລະ ຕ້ານຢາເສບຕິດ ໂດຍຊ່ວຍເປັນຫູເປັນຕາ ມີພັນທະໃຫ້ຂໍ້ມູນຂ່າວສານ ແລະ ຄວາມຮ່ວມມືແກ່ເຈົ້າໜ້າທີ່ທີ່ກ່ຽວຂ້ອງໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານດັ່ງກ່າວ. Cr: ພາກ ສຸທິປັນຍາ