ADB ຄາດຄະເນວ່າ ເສດຖະກິດ ລາວ ຈະມີການຂະຫຍາຍຕົວລະດັບປານກາງ ຈາກແຮງສະໜັບສະໜູນ ຈາກພາຍນອກ

ທະນາຄານພັດທະນາ ອາຊີ Asian Development Bank (ADB) ຄາດຄະເນວ່າ ເສດຖະກິດ ສປປ ລາວ ຈະມີການເຕີບໂຕໃນລະດັບ ປານກາງ ໃນປີ 2024 ນີ້ ແລະ ປີ ໜ້າ ຈາກແຮງສະໜັບສະໜູນຈາກພາຍນອກ ເຊັ່ນ: ການທ່ອງທ່ຽວ, ການລົງທຶນ ແລະ ການຄ້າ. ທ່າມກາງຄວາມກົດດັນຈາກພາວະເງິນເຟີ້ ແລະ ພັນທະທີ່ຕ້ອງຊຳລະໜີ້ ໃຫ້ກັບຕ່າງປະເທດ. ບົດລາຍງານເສດຖະກິດປະຈຳເດືອນ ເມສາ ຂອງ ADB ລະບຸວ່າ GDP ຂອງ ສປປ ລາວ ໃນປີ 2024 ແລະ 2025 ຈະມີການຂະຫຍາຍຕົວປະມານ 4%. ໂດຍໄດ້ຮັບແຮງສະໜັບສະໜູນຈາກຄວາມຕ້ອງການພາຍນອກ ໃນຂະແໜງການບໍລິການ ເຊັ່ນ: ການທ່ອງທ່ຽວ ທີ່ຄາດວ່າຈະມີນັກທ່ອງທ່ຽວເຂົ້າມາເຖິງ 4,2ລ້ານຄົນໃນປີ 2024 ແລະ ຍັງຈະໄດ້ຜົນປະໂຫຍດຈາກການພັດທະນາພື້ນຖ່ານໂຄ່ງລາງໃນການເດີນທາງທີ່ງ່າຍຂຶ້ນ. ADB ລະບຸຕື່ມອີກວ່າ ນອກນີ້ […]

ເດືອນມີນາ ມີຜູ້ເສຍຊີວິດເຖິງ 85 ຄົນ ຈາກອຸບັດເຫດໃນທົ່ວປະເທດ

ໃນໄລຍະເດືອນມີນາ 2024 ຜ່ານມານີ້, ທົ່ວປະເທດລາວ ມີຜູ້ເສຍຊີວິດເຖິງ 85 ຄົນ, ມີຜູ້ບາດເຈັບ 918 ຄົນ ແລະ ມີພາຫະນະເປ່ເພ 959 ຄັນ ຈາກອຸບັດເຫດເກີດຂຶ້ນທັງໝົດ 549 ຄັ້ງ, ແຕ່ເມື່ອທຽບໃສ່ກັບຜູ້ເສຍຊີວິດໃນເດືອນກຸມພາ ທີ່ຜ່ານມາ ຫຼຸດລົງ 16 ຄົນ ຊຶ່ງມີຜູ້ເສຍຊີວິດ 101 ຄົນ. ກົມ​ຕຳ­ຫຼວດ​ຈາລະຈອນ ໄດ້ລາຍ​ງານ​ສະ­ພາບ​ການ​ເກີດ​ອຸ­ບັດ­ເຫດ​ທົ່ວ​ປະ­ເທດ​ປະ­ຈຳ​ເດືອນມີນາ 2024 ທີ່ຜ່ານມາ ຊາບ​ວ່າ: ສະພາບອຸບັດເຫດຕາມທ້ອງຖະໜົນໃນຂອບເຂດທົ່ວປະເທດ ຍັງໜ້າເປັນຫ່ວງ ເຖິງແມ່ນວ່າເຈົ້າໜ້າທີ່ຕໍາຫຼວດ ຈະໃຊ້ມາດຕະການຕ່າງໆເພື່ອຫຼຸດຜ່ອນອຸບັດເຫດກໍ່ຕາມ, ຊຶ່ງສາຍເຫດທີ່ພາໃຫ້ເກີດອຸບັດເຫດແຕ່ລະຄັ້ງ ສ່ວນໃຫຍ່ເກີດຈາກການລະເມີດກົດລະບຽບການສັນຈອນຂອງຜູ້ຂັບຂີ່ ໂດຍສະເພາະຂັບ​ຂີ່​ໄວ​ເກີນ​ກຳ­ນົດ, ດື່ມສິ່ງມຶນເມົາ ແລະ ອື່ນໆ, ໃນນັ້ນ ອຸບັດຕິເຫດສ່ວນໃຫຍ່ແມ່ນເກີດຂຶ້ນ ນັບແຕ່ເວລາ 17:00-24:00 ໃນກຸ່ມອາຊີບກໍາມະກອນ ແລະ ນັກຮຽນ ນັກສຶກສາ. ຈາກ​ອຸ­ບັດ­ເຫດທີ່ເກີດຂຶ້ນດັ່ງກ່າວ, ທາງ​ເຈົ້າ​ໜ້າ­ທີ່ກົມ​ຕຳ­ຫຼວດ​ຈາລະຈອນ ​ຈຶ່ງ​ຮຽກ­ຮ້ອງ​ມາ​ຍັງ​ຜູ້​ທີ່​ໃຊ້​ລົດ​ໃຊ້​ຖະ­ໜົນ​ຕ້ອງ​ຮ່ວມ​ໃຈ​ກັນ​ປະ­ຕິ­ບັດ​ກົດ​ລະ­ບຽບ​ການ​ສັນ­ຈອນ​ທາງ­ບົກ​ໃຫ້​ເຄັ່ງ​ຄັດ ມີ​ສະ­ຕິ​ໃນ​ການ​ຂັບ​ຂີ່​ແຕ່​ລະ​ຄັ້ງ ເຊັ່ນ: ເມົາ​ແລ້ວ​ຫ້າມ​ຂັບ, ຂັບ​ຂີ່​ລົດ­ຈັກ​ຕ້ອງ​ໃສ່​ໝວກ​ກັນ​ກະ­ທົບ​ທຸກ​ຄັ້ງ […]

ສະຫຼົດໃຈ ຜິດຖຽງກັນໃຊ້ປືນຍິງກັນ ເສຍຊີວິດ 1 ຄົນ

ເກີດເຫດໃຊ້ປືນຍິງກັນ ໃນເວລາ 21:00 ນາທີ ຂອງວັນທີ 6 ເມສາ 2024 ທີ່ຜ່ານມາ ຢູ່ບ້ານດົງຊຽງດີ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ມີຜູ້ບາດເຈັບສາຫັດ 2 ຄົນ ແລະ ເສຍຊິວິດ 1 ຄົນ ສາເຫດຍ້ອນຜິດຖຽງກັນ. ຜູ້ໄດ້ຮັບບາດເຈັບ 2 ຄົນ ເປັນເພດຊາຍ 1 ຄົນ ຖືກຍິງບາດແຜເປີດໃຫຍ່ຂາຊ້າຍ ແລະ ເພດຍິງ 1 ຄົນ ຖືກຍິງເຂົ້າໜ້າທ້ອງ 2 ນັດ, ສ່ວນຜູ້ເສຍຊີວິດເປັນເພດຊາຍ ເສຍຊີວິດຄາທີ່ ຖືກຍິງເຂົ້າທີ່ທ້ອງ ແລະ ລຳຕົວ. ລາຍລະອຽດຕ່າງໆຍັງຢູ່ໃນຂັ້ນຕອນການສືບສວນສອບສວນຂອງເຈົ້າໜ້າທີ່ ແລະ ຈະລາຍງານຕາມພາຍຫຼັງ. ທີ່ມາ: ໜ່ວຍກູ້ຊີບກູ້ໄພນະຄອນຫຼວງ

ຈະໄດ້ມີການສ້ອມແປງຕັດທໍ່ນໍ້າປະປາ ກຽມໂຕ່ງນ້ຳ ແລະ ກັກເກັບນ້ຳໄວ້ໃຊ້ ເຂດເມືອງຫາດຊາຍຟອງ

ລັດວິສາຫະກິດ ນ້ຳປະປາ ນະຄອນຫຼວງວຽງຈັນ ຈະໄດ້ມີການສ້ອມແປງຕັດທໍ່ນໍ້າປະປາ ເກົ່າ ຂະໜາດ 300 DIP, ໃສ່ທໍ່ນໍ້າປະປາ ໃໝ່ ຂະໜາດ 160 uPVC ເພື່ອເພີ່ມແຮງດັນນໍ້າ ຢູ່ເຂດບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໃນວັນທີ 9 ເມສາ 2024 ນີ້ ເລີ່ມແຕ່ 9:00ໂມງ ຫາ 16:00ໂມງ, ຊຶ່ງການສ້ອມແປງດັ່ງກ່າວ ຈະສົ່ງຜົນໃຫ້ມີນ້ຳອອກຄ່ອຍ ຫາ ບໍ່ມີນ້ຳ ຢູ່ເຂດເມືອງດັ່ງກ່າວ. ໃນໄລຍະການສ້ອມແປງນີ້, ລັດວິສາຫະກິດ ນ້ຳປະປາ ນະຄອນຫຼວງວຽງຈັນ ຮຽກຮ້ອງໃຫ້ບັນດາຜູ້ຊົມໃຊ້ນ້ຳປະປາ ຈົ່ງກະກຽມໂຕ່ງນ້ຳ ແລະ ກັກເກັບນ້ຳໄວ້ຊົມໃຊ້ໃຫ້ພຽງພໍ ຢູ່ເຂດບ້ານດົງໂພນແຮ່, ບ້ານນາຄວາຍ, ບ້ານດົງໂພສີ, ບ້ານທ່ານາແລ້ງ, ບ້ານທ່າມ່ວງ, ບ້ານນາໄຫ ແລະ ບ້ານດູງ ເມືອງ ຫາດຊາຍຟອງ ນະຄອນຫຼວງວຽງຈັນ. ນອກຈາກນັ້ນ, ລັດວິສາຫະກິດ ນ້ຳປະປາ ນະຄອນຫຼວງວຽງຈັນ ຍັງຮຽກຮ້ອງໃຫ້ບັນດາຜູ້ຊົມໃຊ້ນ້ຳປະປາ […]

ແຈ້ງປະຊາຊົນຢູ່ລຽບຕາມສາຍນ້ຳຄານ ຫ້າມລົງນ້ຳ ແລະ ຫ້າມເກັບເອົາປາຕາຍເດັດຂາດ

ຫ້ອງວ່າການນະຄອນຫຼວງພະບາງ ອອກແຈ້ງການໃນວັນທີ 4 ເມສາ 2024 ເຖິງພໍ່ແມ່ປະຊາຊົນຊາວເມືອງຫຼວງພະບາງ ຊາບວ່າ: ຫ້າມບໍ່ໃຫ້ລົງອາບນໍ້າຄານ ເຂດບ້ານ ພູຊ້າງຄໍາ ລົງມາ ຫາ ປາກຄານ, ນໍ້າຂອງແຕ່ປາກຄານ ລົງມາ ແລະ ຫ້າມນໍາເອົາປາທີ່ຕາຍຢູ່ນໍ້າຄານ, ນໍ້າຂອງ ນໍາມາປະກອບເປັນອາຫານ, ນໍາໄປຂາຍ ຢ່າງເດັດຂາດ, ເນື່ອງຈາກວ່າ ປະຈຸບັນ ໄດ້ເກີດອຸບັດເຫດລົດຂົນສົ່ງສານເຄມີ ປິ້ນ ຢູ່ເຂດບ້ານ ພູຊ້າງຄໍາ ນະຄອນຫຼວງພະບາງ ເຮັດໃຫ້ເກີດມີສານເຄມີຈໍານວນໜຶ່ງ ໄຫຼລົງຫ້ວຍ ແລ້ວໄຫຼລົງມາຍັງນໍ້າຄານ, ນໍ້າຂອງ ເຮັດໃຫ້ເປັນອັນຕະລາຍຕໍ່ຄົນ, ສັດ, ປາ ແລະ ອື່ນໆ ພ້ອມນັ້ນ ມອບໃຫ້ນາຍບ້ານ ປະກາດຜ່ານໂທລະໂຄ່ງ ໃຫ້ພໍ່ແມ່ປະຊາຊົນຮັບຊາບ ເປັນແຕ່ລະໄລຍະ. ທີ່ມາ VientianeTimes

ເຮືອນເສຍຫາຍຫຼາຍກວ່າ 50 ຫຼັງ ຈາກພາຍຸພັດ ຢູ່ເມືອງສາລະວັນ

ເກີດເຫດລົມພາຍຸພັດ​ຜ່ານ ແລະ ໝາກເຫັບຕົກ ເຮັດໃຫ້ເຮືອນ,​ ໂຄງຫຼັງຄາປໍ້ານໍ້າມັນ​ ແລະ ສິ່ງປຸກສ້າງອື່ນໆຂອງປະຊາຊົນເສຍຫາຍໜັກສົມຄວນ ຢູ່ເຂດບ້ານນາຂ້ອຍສາວ,​ ໝາກນາວ, ບ້ານພ້າວ, ບ້ານ​ສູງ, ນາໄຊ​ໃຫຍ່, ນາໄຊນ້ອຍ ແລະ ບ້ານອື່ນໆ ຂອງເມືອງສາລະວັນ ແຂວງສາລະວັນ. ຈາກຂໍ້ມູນເບື້ອງຕົ້ນມີເຮືອນປະຊາຊົນເສຍຫາຍຫຼາຍກ່ວາ 50 ຫຼັງ ແຕ່ບໍ່ມີລາຍງານຜູ້ບາດເຈັບ ຫຼື ເສຍຊີວິດ. ຂໍ້ມູນ: ໂສພາ​ ສໍພະໄຊ

ມອບ-ຮັບສັນຍາເງິນກູ້ ນະໂຍບາຍ ສິນເຊື່ອກະຈາຍແຫຼ່ງທຶນສູ່ທ້ອງຖິ່ນ

ສາຂາທະນາຄານ ແຫ່ງ ສປປ ລາວ ພາກເໜືອແຂວງອຸດົມໄຊ ແລະ ທະນາຄານພັດທະນາລາວ ຈໍາກັດ ສາຂາ ແຂວງຜົ້ງສາລີ ໄດ້ຈັດພິທີມອບ-ຮັບສັນຍາເງິນກູ້ ນະໂຍບາຍສິນເຊື່ອ ເພື່ອກະຈາຍແຫຼ່ງທຶນສູ່ທ້ອງຖິ່ນ ຂື້ນໃນວັນທີ 26 ມີນາ 2024 ຜ່ານມານີ້, ໂດຍຮັບກຽດເປັນປະທານຂອງ ທ່ານ ຄໍາເຫຼັກ ແສນທະພູມ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງຜົ້ງສາລີ,  ມີຄະນະຮັບຜິດຊອບຈັດຕັ້ງປະຕິບັດ ນະໂຍບາຍສິນເຊື່ອເພື່ອກະຈາຍແຫຼ່ງທຶນສູ່ທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ໃນພິທີ ທ່ານ ແອ ສ້ອຍສຸວັນ ຕາງໜ້າສາຂາທະນາຄານແຫ່ງ ສປປ ລາວ ພາກເໜືອ ແຂວງອຸດົມໄຊ ໄດ້ກ່າວວ່າ: ພາຍຫຼັງໄດ້ຮັບສຳນວນເງິນກູ້ ຂອງຫົວໜ່ວຍທຸລະກິດທີ່ສະເໜີຂໍແຫຼ່ງທຶນນະໂຍບາຍສິນເຊື່ອ ເພື່ອກະຈາຍແຫຼ່ງທຶນສູ່ທ້ອງຖິ່ນ ຜ່ານທະນາຄານພັດທະນາລາວ ຈຳກັດ ຈຳນວນ 1 ຫົວໜ່ວຍ ຊື່ວິສາຫະກິດສ່ວນບຸກຄົນ ສຸກຈະເລີນ ຟາມລ້ຽງໄກ່ຄົບວົງຈອນ, ທີ່ໃນວົງເງິນ 2,5 ຕື້ກີບ ເຊິ່ງເປົ້າໝາຍນໍາໃຊ້ເງິນກູ້ທຶນໝູນວຽນຊື້ໄກ່ພັນໄຂ່ ແລະ […]

ພົບລະເບີດຈໍານວນຫຼາຍຢູ່ສວນປູກມັນຕົ້ນທີ່ເມືອງສະໜາມໄຊ ແຂວງອັດຕະປື

ປະຊາຊົນ ໄດ້ບຸກເບີກດິນ ຫຼື ດຸດສວນເພື່ອປູກມັນຕົ້ນ ເມື່ອວັນທີ 11 ມີນາ 2024 ທີ່ຜ່ານມາ ຢູ່ເຂດບ້ານອຸດົມສຸກ ເມືອງສະໜາມໄຊ ແຂວງອັດຕະປື ແລະ ໄດ້ພົບລະເບີດຈໍານວນຫຼາຍທີ່ຕົກຄ້າງສະໄໝສົງຄາມ ຊຶ່ງປັດຈຸບັນຊ່ຽວຊານສະເພາະດ້ານໄດ້ລົງເກັບກູ້ໄວ້ໝົດແລ້ວເພື່ອກຽມທໍາລາຍໃນໄລຍະຕໍ່ໄປ. ປະເທດລາວເກືອບທົ່ວທຸກແຂວງໄດ້ມີລະເບີດຕົກຄ້າງໃນສະໄໝສົງຄາມ, ໃນສະໄໝສົງຄາມລະຫວ່າງປີ 1964-1973, ສັດຕູໄດ້ຂົນລະເບີດຖິ້ມໃສ່ແຜ່ນດິນປະເທດລາວປະມານ 580.000 ຖ້ຽວ ບັນຈຸລູກລະເບີດເກືອບ 3 ລ້ານໂຕນ ແລະ ຄາດຄະເນວ່າມີລະເບີດລູກຫວ່ານຢູ່ 270 ລ້ານໜ່ວຍຊຶ່ງປະກອບມີຫຼາຍຊະນິດ. ໃນນັ້ນ, ຍັງມີລູກລະເບີດປະມານ 30% ບໍ່ທັນແຕກ, ໃນນັ້ນມີລະເບີດລູກຫວ່ານປະມານ 80 ລ້ານໜ່ວຍ ເຊິ່ງແຂວງທີ່ມີລູກລະເບີດຫຼາຍກວ່າໝູ່ແມ່ນແຂວງ ຊຽງຂວາງ ແລະ ສະຫວັນນະເຂດ, ສາລະວັນ ຕາມລໍາດັບ. ຂໍ້ມູນ: ຫຄຊກລ

ລາວ-ອົດສະຕຣາລີ ລົງນາມເຊັນສັນຍາ ຂຶ້ນເປັນຄູ່ຮ່ວມມືຮອບດ້ານ

ທ່ານ ສອນໄຊ ສິພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ທ່ານ ແອນໂທນີ ອານບານີຊີ (Anthony Albanese) ນາຍົກລັດຖະມົນຕີ ແຫ່ງ ອົດສະຕຣາລີ ໄດ້ລົງນາມເຊັນສັນຍາ ຍົກລະດັບສາຍພົວພັນ ລະຫວ່າງ ອົດສະຕຣາລີ ແລະ ລາວ ໃຫ້ເປັນ ຄູ່ຮ່ວມມືຮອບດ້ານ. ການລົງນາມດັ່ງກ່າວ ມີຂຶ້ນ ໃນໂອກາດ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ອົດສະຕຣາລີ ຢ່າງເປັນທາງການ, ໃນລະຫວ່າງວັນທີ 4-7 ມີນາ 2024. ທ່ານນາຍົກລັດຖະມົນຕີ ແອນໂທນີ ອານບານີຊີ ກ່າວ​ວ່າ: “ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ​ອັນ​ສຳຄັນ​ນີ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄຳ​ໝັ້ນ​ສັນຍາ​ຂອງ​ພວກ​ເຮົາ​ທີ່​ຈະ​ນຳ​ເອົາ​ອົດ​ສະ​ຕຣາ​ລີ ​ແລະ ສປປ ລາວ ​ເຂົ້າ​ໃກ້​ກັນໃຫ້​ຫຼາຍຂຶ້ນ​ກວ່າ​ເກົ່າ”. ທ່ານ ແອນໂທນີ ອານບາຊີນີ […]

ຈັບໄວໜຸ່ມ 13 ຄົນ ພ້ອມຂອງກາງໃບກະທ້ອມ ແລະ ນໍ້າຢາດາທິດຊິນ

ເຈົ້າໜ້າທີ່ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຄຳມ່ວນໄດ້ຈັບກຸ່ມແກ້ງໄວລຸ້ນ 13 ຄົນ ທີ່ເຄື່ອນໄຫວມົ້ວສຸມ ແລະ ຄ້າ-ຂາຍ ພຶດອອກລິດຕໍ່ຈິດປະສາດ (ໃບກະທ້ອມ) ເມື່ອມໍ່ໆມານີ້ ຢູ່ເຂດບ້ານ ວຽງວິໄລ ເມືອງທ່າແຂກ ແຂວງຄຳມ່ວນ ພ້ອມຂອງກາງໃບກະທ້ອມ 44 ກິໂລກຣາມ ແລະ ນໍ້າຢາດາທິດຊິນ ຈຳນວນ 514 ແກ້ວ. ແຫຼ່ງຂໍ້ມູນ: ຄວາມສະຫງົບແຂວງຄຳມ່ວນ