ສາວແຊຣປະສົບການຜົນເສຍຂອງການດື່ມນ້ຳກະທ້ອມ ເສຍເງິນປິ່ນປົວກວ່າ 160 ລ້ານກີບ

ສາວແຊຣປະສົບການດື່ມນ້ຳກະທ້ອມໃນໄລຍະເວລາສັ້ນໆ ແຕ່ເສຍເງິນປິ່ນປົວຫຼາຍກວ່າ 160 ລ້ານກີບ. ໃນວັນທີ 2 ພຶດສະພາ 2023 ມີຜູ້ໃຊ້ເຟສບຸກຊື່Dy Noudy ອອກມາເລົ່າປະສົບການໃນການດື່ມນ້ຳກະທ້ອມມາເປັນເວລາ 1 ເດືອນເຕັມໆ ຍ້ອນມີບັນຫາທາງຄອບຄົວ ຄິດຫຼາຍ ນອນບໍ່ຫຼັບຄຽດ ເຂົ້ານ້ຳບໍ່ກິນ ຈຶ່ງເຮັດໃຫ້ຕົນດື່ມນ້ຳກະທ້ອມ. ເມື່ອດື່ມນ້ຳທ້ອມໄປໄລຍະໜຶ່ງ ມີອາການຕີນມືສັ່ນ ເຫັນພາບຫຼອນ ຊັອກ ວູບເປັນບາງເທື່ອ ນ້ຳຕາໄຫຼຕະຫຼອດ ກິນເຂົ້າບໍ່ໄດ້ ຮາກ ເມື່ອເວລາຜ່ານໄປຫຼາຍມື້ກໍມີອາການ ໄຂ້ ເຈັບຫົວ ຈົນໄດ້ເຂົ້າໂຮງໝໍແລ້ວກວດພົບວ່າມີເຊື້ອລາໃນສະໝອງ ເຮັດໃຫ້ຮ່າງກາຍເປັນອຳມະພາດ ຍ່າງບໍ່ໄດ້ ບາງກໍລະນີຮ້າຍແຮງທີ່ສຸດແມ່ນເຖິງຂັ້ນຊັອກເສຍຊີວິດ. ໃນຂະນະນີ້ຍັງໄດ້ປິ່ນປົວຢູ່ໂຮງໝໍໃນລາວ ແຕ່ຕ້ອງໄດ້ຂ້າມໄປຊື້ຢູ່ອຸດອນ ປະເທດໄທ ເພື່ອໃສ່ຢາປົວສະໝອງ 5 ມື້ 1.900.000 ກີບ ໄດ້ໃສ່ຢາທຸກໆ 5ມື້ ເມື່ອບໍ່ໃສ່ຢາກໍກິນເຂົ້າກິນນ້ຳບໍ່ໄດ້ ວິນຫົວ ໄອ ປວດຮາກ ລຸກຍ່າງບໍ່ໄດ້. ສ່ວນສາເຫດທີ່ເກີດເຊື້ອລາໃນສະໝອງ ຍ້ອນກິນຢາດີໄອເກີນຂະໜາດ ທີ່ເປັນສ່ວນປະສົມຂອງນ້ຳກະທ້ອມ ແລະ ຍັງກັ່ນຕອງນ້ຳກະທ້ອມບໍ່ລະອຽດ.ທັ້ງນີ້ ຜູ້ກ່ຽວໄດ້ປິ່ນປົວມາແຕ່ເດືອນ 11 […]

ເຈົ້າໜ້າທີ່ ປກສ ອອກມາຖະແຫຼງການກໍລະນີເຫດ ແຈັກ ອານຸຊາ ຖືກຍິງ ຢູ່ບ້ານດົງໝ້ຽງ

ວັນທີ 5 ພຶດສະພາ 2023 ພັອ ອຸບົນ ຈຸນລະມະນີ ຮອງຫົວໜ້າກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໄດ້ຖະແຫຼງການກ່ຽວກັບເຫດການຍິງກັນ ໃນຄັ້ງວັນທີ 29 ເມສາ 2023 ບ້ານດົງໝ້ຽງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຕໍ່ສື່ມວນຊົນ ປກສ ວ່າ: ໃນເວລາ 23 ໂມງ ຂອງວັນທີ 29 ເມສາ 2023 ໄດ້ຮັບແຈ້ງຄວາມຈາກອົງການປົກຄອງບ້ານ, ທາງເຈົ້າໜ້າທີ່ວິຊາສະເພາະສືບສວນ-ສອບສວນ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ ໄດ້ລົງປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອລົງກວດກາສະຖານທີ່ເກີດເຫດດັ່ງກ່າວ. ຜ່ານການສືບສວນ-ສອບສວນ, ເກັບກຳຂໍ້ມູນຂອງເຈົ້າໜາທີ່ຢູ່ສະຖານທີ່ເກີດເຫດ ຈຶ່ງຮູ້ໄດ້ວ່າ ມີເຫດການຍິງກັນແທ້ ແລະ ມີຜູ້ບາດເຈັບ 1 ຄົນຊື່ທ້າວ (ແຈັກ) ອານຸຊາ ຫຼວງສຸພົມ ຫຼື ແຈັກ ອາຍຸ 24 ປີ ເຊື້ອຊາດ-ສັນຊາດ ລາວ, ແລ້ວໄດ້ ນຳສົ່ງຜູ້ທີ່ໄດ້ຮັບບາດເຈັບໄປປິ່ນປົວຢູ່ໂຮງໝໍ. ຕໍ່ກັບເຫດການດັ່ງກ່າວ […]

ເກີດເຫດມີກຸ່ມຄົນບໍ່ດີຈີ້ປົ້ນ ແລະ ທຳຮ້າຍຮ່າງກາຍໄລເດີ້

ຕາມການລາຍງານຜູ້ໃຊ້ເຟສບຸກຊື່ວ່າ Ricky Srcp ໄດ້ໂພສເຕືອນ ໃນວັນທີ 2 ພຶດສະພາ2023 ທີ່ຜ່ານມາ ເວລາ 19:00 ໂມງ ໄດ້ເກີດເຫດມີກຸ່ມຄົນບໍ່ດີຈີ້ປົ້ນ ແລະ ທຳຮ້າຍຮ່າງກາຍໄລເດີ້ ຢູ່ເຂດສະໜາມກິລາຫຼັກ16 ຮ່ອມຕັດອອກທາງ 450 ປີ. ໂດຍມີເນື້ອໃນວ່າ: ເຕືອນໄພ ສຳລັບໄລເດີສົ່ງເຄື່ອງ ໄຫ້ມີສະຕິລະວັງຕົວໃນການສົ່ງເຄື່ອງລູກຄ້າ ເຂດນອກເມືອງ ຫ່າງໃກສອກຫລີກ ເນື່ອງຈາກມີກຸ່ມຄົນບໍ່ດີ ໄດ້ຕົວະສັ່ງເຄື່ອງໄຫ້ໄປສົ່ງຢູ່ເຂດສະໜາມກິລາຫລັກ16 ແລ້ວໄດ້ໄຊ້ອາວຸດຈີ້ປົ້ນແລະທຳຮ້າຍຮ່າງກາຍໄລເດີ.ລູກຊາຍຂ້າພະເຈົ້າເອງ ບາດເຈັບສາຫັດພໍສົມຄວນ ເຫດເກີດປະມານ19:00. #ເຫດເກີດທີ່ຂ້າງສະໜາມກິລາຫລັກ16ຮ່ອມຊິຕັດອອກທາງ450ປີ.ສະນັ້ນ, ຈຶ່ງຂໍໃຫ້ທຸກຄົນມີສະຕິລະມັດລະວັງຕົວດ້ວຍ. ທີ່ມາ Ricky Srcp

ເຫດລົດກະບະ ຕຳກັບຮົ້ວເຮືອນປະຊາຊົນ ຢູ່ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ

ໃນຄັ້ງວັນທີ 29 ເມສາ 2023 ເວລາປະມານ 13 ຫາ 14 ໂມງ ໄດ້ມີອຸບັດຕິເຫດລົດກະບະວີໂກ້ ສີປອນທອງ ປ້າຍທະບຽນ ອອ 5659 ກຳແພງນະຄອນ (ເອກະຊົນ) ຕໍາຮົ້ວຂອງເຮືອນປະຊາຊົນ ຢູ່ບ້ານປ່າອ້ອຍ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ (ເຂດພະແນກຊັບພະຍາກອນ ແລະ ສິ່ງແວດລ້ອມ) ຈາກນັ້ນ ກໍໄດ້ມີເຈົ້າໜ້າທີ່ທະຫານທີ່ປະຈຳຢູ່ຄ້າຍ ປ່າໄລ່ ໄດ້ໄປກວດກາລົດຄັນດັ່ງກ່າວ ແມ່ນໄດ້ພົບເຫັນຢາເສບຕິດຢູ່ພາຍໃນລົດ ແລ້ວຈຶ່ງໄດ້ແຈ້ງໃຫ້ກອງບັນຊາການ ປກສ ແຂວງ ບໍ່ແກ້ວ. ທາງກອງບັນຊາການ ປກສ ແຂວງ ບໍ່ແກ້ວ ຈຶ່ງໄດ້ຊີ້ນຳໃຫ້ທາງຫ້ອງວິຊາສະເພາະ ກໍຄືເຈົ້າໜ້າທີ່ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ລົງໄປສົມທົບກວດກາກັບເຈົ້າໜ້າທີ່ທະຫານ ຜ່ານການກວດກາລົດຄັນດັ່ງກ່າວ ແມ່ນໄດ້ພົບເຫັນຢາເສບຕິດ ປະເພດ ຢາບ້າ ຈຳນວນ 3.553 ມັດ, ເທົ່າກັບ 7.106.000 ເມັດ, ນ້ຳໜັກ 710,6 ກິໂລກຼາມ ແລະ […]

ເກີດເຫດຄົນອາລະວາດຕີກັນເສຍຊີວິດ 1 ຄົນ ທີ່ແຂວງອຸດົມໄຊ

ໜ່ວຍກູ້ໄພສຸກເສີນອົງການກາແດງແຂວງອຸດົມໄຊ ລາຍງານວ່າ: ເວລາ 07:10 ນາທີ ຂອງ ວັນທີ 30 ເມສາ 2023 ເກີດເຫດມີຄົນອາລະວາດຕີກັນຢູ່ບ້ານໜອງແມງດາ ເມືອງໄຊ ແຂວງອຸດົມໄຊ. ເຫດການດັ່ງກ່າວເຮັດໃຫ້ເດັກຊາຍ ອາຍຸ 11 ປີ ຖືກແທງດ້ວຍຂອງມີຄົມຢູ່ບໍລິຫຼັງ 9 ຈຸດ ແລະ ບໍລິເວນຫົວຖືກຂອງມີຄົມຟັນ 2 ຈຸດເປັນແຜໃຫຍ່. ດັ່ງນັ້ນ, ໜ່ວຍກູ້ໄພສຸກເສີນອົງການກາແດງແຂວງອຸດົມໄຊຈື່ງໄດ້ທຳການປະຖົມພະຍາບານເບື້ອງຕົ້ນແລ້ວນຳສົ່ງໂຮງໝໍແຂວງ ແລະ ຜູ້ບາດເຈັບໄດ້ເສຍຊີວິດໃນເວລາຕໍ່ມາ ສ່ວນສາເຫດການກໍ່ເຫດອາວະວາດຕີກັນຄັ້ງນີ້ແມ່ນຢູ່ໃນຂັ້ນຕອນການສືບສວນຂອງເຈົ້າໜ້າທີ່ສະເພາະຕາມການບອກເລົ່າຂອງປະຊາຊົນຜູ້ເສຍຊີວິດເປັນເດັກນ້ອຍເລ່ລ່ອນ ຂໍ້ມູນ: ໜ່ວຍກູ້ໄພອຸດົມໄຊ

ໜ່ວຍປະສານງານ ຕ້ານ, ສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດຄຳມ່ວນ-ນະຄອນພະນົມປະຊຸມຮ່ວມຄັ້ງທີ 2

ການຢູ່ຮ່ວມກັນ ບົນຜືນດິນຕໍ່ແຜ່ນຄວາມສາມັກຄີຮ່ວມມືກັນ ແມ່ນມີຄວາມສຳຄັນ ແລະຈຳເປັນທີ່ສຸດ ເພື່ອເປັນເຈົ້າການເຝົ້າລະວັງຕໍ່ກຸ່ມຄົນບໍ່ຫວັງດີທີ່ກໍ່ຄວາມບໍສະຫງົບຕາມແນວຊາຍແດນໃຫ້ສະຫງົບປອດໄພ. ກອງປະຊຸມພົບປະແລກປ່ຽນສະພາບ ຄັ້ງທີ II ປະຈຳປີ 2023 ລະຫວ່າງຄະນະຜູ້ແທນ ໜ່ວຍປະສານງານ ຕ້ານ, ສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ແຂວງຄຳມ່ວນ ສປປ ລາວ ກັບ ຈັງຫວັດນະຄອນພະນົມ (ຣາຊາອານາຈັກໄທ) ໄດ້ຈັດຂຶ້ນໃນວັນທີ 26 ເມສາ 2023 ທີ່ຜ່ານມາ, ເຊິ່ງແຂວງຄຳມ່ວນເປັນເຈົ້າພາບ, ຝ່າຍລາວ ມີ ທ່ານ ພັອ. ບຸນເລີດ ບຸບຜາວັນ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງຄຳມ່ວນ ພ້ອມດ້ວຍຄະນະພັກ, ຄະນະບັນຊາ ກຳລັງປ້ອງກັນຊາດ – ປ້ອງກັນຄວາມສະຫງົບແຂວງ, ຝ່າຍໄທ ມີທ່ານ ພັອ. ວໍລະວຸດ ສຳລານ ຜູ້ບັງຄັບການ ກອງບັງຄັບການຄວບຄຸມທີ I ກອງກຳລັງສຸລະສັກມົນຕີ ( ກົມທະຫານຮາບທີ 3 ) ພ້ອມດ້ວຍຄະນະ, […]

ເກີດແຜ່ນດິນໄຫວ 2.3 ຣີກເຕີ ຢູ່ແຂວງຫລວງນໍ້າທາ ແຮງສັ່ນສະເທືອນວັດແທກໄດ້ 2.3 ຣີກເຕີ

ເກີດແຜ່ນດິນໄຫວ 2.3 ຣີກເຕີ ຢູ່ແຂວງຫລວງນໍ້າທາ ຂປລ. ໃນວັນທີ 29 ມີນາ 2023 ເວລາ 02:51 ໂມງ ໄດ້ພົບສັນຍານ ເກີດແຜ່ນດິນໄຫວ 01 ຄັ້ງໃນບໍລິເວນ ແຂວງຫລວງນໍ້າທາ ຈຸດສູນກາງ ເສັ້ນຂະໜານທີ່ 21.275 ອົງສາເໜືອ ແລະ ເສັ້ນແວງທີ່ 101.039 ອົງສາ ຕາເວັນອອກ ຄວາມແຮງສັ່ນສະເທືອນວັດແທກໄດ້ 2.3 ຣີກເຕີ ເຊິ່ງມີ ຄວາມເລິກຈາກເທິງໜ້າດິນປະມານ 01 ກິໂລແມັດ ຈຸດສູນກາງເກີດ ແຜ່ນດິນໄຫວຢູ່ທີ່ບໍລິເວນ ເມືອງສິງ ແຂວງຫລວງນໍ້າທາ ຫ່າງຈາກ ເທດສະບານ ເມືອງສິງ ປະມານ 15 ກິໂລແມັດ. ເຫດການແຜ່ນດິນໄຫວໃນເບື້ອງຕົ້ນຍັງບໍ່ມີລາຍງານຜົນເສຍຫາຍ.

ກາຍເປັນເລື້ອງຮືຮາ ຊາຍໜຸ່ມ 2 ຄົນຖຽງກັນຢູ່ຫົນທາງ ເຫດບໍ່ເປີດໄຟລ້ຽວ ດ່າກັນຢ່າງດຸເດືອດ ສຸດທ້າຍຈົບແບບນີ້

ຄລິບຊາຍໜຸ່ມ 2 ຄົນຖຽງກັນຢູ່ຫົນທາງ. ຈາກສາເຫດບໍ່ເປີດໄຟລ້ຽວຜິດກັນຢ່າງດຸເດືອດ ສຸດທ້າຍຫັກມຸມແບບໜ້າຮັກ ຜູ້ໃຊ້ TikTok @kuy6169 ເປີດເຜີຍຄລິບຄົນຂັບລົດໃຫ່ຍມີເລື່ອງກັບຜູ້ທີ່ຂີ່ລົດຈັກ. ສາເຫດແມ່ນລົດໃຫຍ່ບໍ່ເປີດໄຟລ້ຽວ. ຈົນລົດຈັກເກືອບຕຳເອົາດ້ານຫຼັງເຊິ່ງຕອນທຳອິດຜູ້ຂັບລົດໃຫ່ຍທີ່ແລ່ນມາເລນຂວາ ກໍ່ຖຽງວ່າຕົນເອງແລ່ນມາຕາມເລນແລ້ວຜິດບ່ອນໃດ ເຊິ່ງຝ່າຍລົດຈັກກໍ່ບອກວ່າ ໄຟລ້ຽວບໍ່ເປີດ ຈາກນັ້ນຜູ້ຂັບຂີ່ລົດໃຫ່ຍກໍ່ທີ່ຮ້ອງອອກມາດັງໆວ່າ “ຂ້ອຍເປີດໄຟນຳຫຼັງ. ແລ້ວເປັນຫຍັງ?” ເຊິ່ງລົດຈັກກໍ່ຖຽງກັບໄປວ່າ ເປີດນຳຫຼັງອີຫັຍງ ມັນຕ້ອງເປີດກ່ອນລ້ຽວ ແຕ່ລົດໃຫ່ຍກໍ່ຖຽງກັບອີກວ່າ ແລ້ວເຈົ້າຕຳຂ້ອຍບໍ່ເຊິ່ງລົດຈັກກໍ່ຕອບວ່າ ມັນບໍ່ກ່ຽວດ໋ອກ ແລ້ວຖ້າຕຳຂຶ້ນມາເດະ ຖ້າມັນເກີດເຫດການຂຶ້ນມາເດະ ເຈົ້າຂັບລົດບໍ່ປອດໄພ ທາງດ້ານລົດໃຫ່ຍຈຶ່ງຕອບໄປວ່າ ໂອເຄ ຕົກລົງ ຂ້ອຍຜິດແມ່ນບໍ່? ກ່ອນຍ່າງໄປຈັບມືຜູ້ຂີ່ລົດຈັກແລ້ວເວົ້າສຽງເບົາໆວ່າ “ຂ້ອຍຂໍໂທດເຈົ້າໄດ້ບໍ?” ດ້ານລົດຈັກກໍ່ງົງໄປເລັກນ້ອຍ ແລະຕອບວ່າ ໄດ້ ຈາກນັ້ນກໍ່ກອດກັນ. ແລະມີການຕົບກົ້ນກັນເລັກນ້ອຍ, ໃຫ້ອະໄພກັນ. ​ເຮັດ​ໃຫ້​ຄົນ​ທີ່​ຖ່າຍ​ຄລິບທີ່ຖ່າຍຢູ່ກໍ່ລຸ້ນເຖິງກັບສົ່ງສຽງວ່າເປັນຕາຮັກ ແລະສຸດທ້າຍເຫດການກໍ່ຈົບລົງດ້ວຍດີ ທາງດ້ານຊາວເນັດທີ່ເຂົ້າມາເບິ່ງ 1.4 ລ້ານຄັ້ງ ກໍໄດ້ສະແດງຄວາມຄິດເຫັນຢ່າງຊົມເຊີຍ.ວ່າໃນທີ່ສຸດ, ທັງສອງຝ່າຍກໍ່ໃຫ້ອະໄພເຊິ່ງກັນແລະກັນ. ເປີດມາປານຄືສິມືເລື້ອງກັນ ແຕ່ພໍຈົບຈັ່ງແມ່ນເປັນຕາຮັກ ເຮັດໃຫ້ຫັກມຸມສຸດໆ ພ້ອມບອກວ່າເປັນຫັຍງຕັ້ງແຕ່ທຳອິດບໍ່ລົມກັນດີໆຕັ້ງແຕ່ທຳອິດຈຶ່ງບໍ່ຕ້ອງຮ້ອງໃສ່ກັນໃຫ້ເຈັບຄໍ

ອຸທາຫອນ ພໍ່ຄ້າຂາຍຂອງເກົ່າ ເຜົາຖັງເຫຼົ້າ 200 ລິດ ເຮັດໃຫ້ເກີດລະເບີດທີ່ຂາ ແລະໄຟໄໝ້ທົ່ວຕົວ

ຂ່າວຈາກປະເທດເພື່ອນບ້ານ ບ້ານສະເທືອນ ພໍ່ຄ້າຂາຍຂອງເກົ່າ ເຜົາຖັງເຫຼົ້າ 200 ລິດ ເຮັດໃຫ້ເກີດລະເບີດທີ່ຂາ ແລະໄຟໄໝ້ທົ່ວຕົວເວລາ 12:00 ໂມງ (26 ເມສາ 2023) ໜ່ວຍກູ້ໄພມູນນິທິ ສະຫວ່າງ ບໍລິບູນ ເມືອງ ພັດທະຍາ ໄດ້​ຮັບ​ແຈ້ງເຫດວ່າຖັງບັນຈຸນ້ຳມັນລະເບີດ ມີຜູ້ບາດເຈັບສາຫັດ 1 ຄົນ ພາຍໃນເຮືອນຮັບຊື້ຂອງເກົ່າ ທີ່ບໍ່ມີເລກທີ່ເຮືອນ , ຮ່ອມ ບ້ານວັດສະຫວ່າງອາລົມ , ໝູ່.1 , ບ.ປອງ , ເມືອງບາງລະມຸງ , ແຂວງຊົນນະບູລີ , ພາຍຫຼັງຮັບຮູ້ເລື້ອງແລ້ວຈຶ່ງຟ້າວໄປກວດສອບ , ພ້ອມດ້ວຍທີມແພດໂຮງໝໍບາງລະມຸງ      ສະຖານທີ່ເກີດເຫດແມ່ນເຮືອນຊັ້ນດຽວ. ແລະເປີດເປັນຮ້ານຮັບຊື້ຂອງເກົ່າ ພາຍໃນເຮືອນມີການເກັບຂອງເກົ່າເປັນ: ຂວດແກ້ວ, ກ່ອງເຈ້ຍແຂງ, ເຫຼັກ ແລະຖັງເຫຼັກປະເພດຕ່າງໆ. ໄວ້ເປັນຈຳນວນຫຼາຍ ບໍລິເວນໜ້າບ້ານພົບຮ່າງຂອງ ທ້າວສະຫວຽນ ອາຍຸ 58 ປີ ເປັນຄົນ ອຸບົນລາດຊະທານີ ເຊິ່ງເປັນເຈົ້າຂອງບ້ານຫຼັງດັ່ງກ່າວ […]

ໂຈນມຸດປ່ອງຫ້ອງນ້ຳ ງັດຕູ້ເຊບເອົາຊັບສິນຈົນໝົດ ມູນຄ່າ 2 ລ້ານບາດ ຄົນໄກ້ຕົວໜ້າສົງໃສທີ່ສຸດ

ສາວ​ຮຽກຮ້ອງໄປຍັງເພຈດັງວ່າ​ ໂຈນບຸກເຂົ້າໄປໃນປ່ອງລະບາຍອາກາດໃນຫ້ອງນ້ຳ ງັດຕູ້ເຊບເອົາຊັບສິນໄປທັງໝົດບອກວ່າເຫດການແບບນີ້ຕຳຫຼວດ ແລະນັກຂ່າວບໍ່ເຄີຍເຈິ ດ້ານຊາວເນັດອ່ານແລະບອກຕົງກັນວ່າຄົນໃກ້ຕົວໜ້າສົງໃສທີ່ສຸດ ວັນທີ 26 ເມສາ 2023 ເພຈເຟສບຸກ ຢາກດັງດຽວຈັດໃຫ້ ຣີເທີນພາກ 6 ໂດຍໂພສເລື້ອງຮ້ອງຮຽນຈາກລູກເພຈ ແລະໄດ້ລະບຸວ່າສັງຄົມໃນຍຸກນີ້ນັບມື້ນັບຢູ່ຍາກຂຶ້ນ ບໍ່ເຈິກັບຕົວກໍ່ບໍ່ມີທາງເຂົ້າໃຈ. ພວກ​ເຮົາ​​ຖືກ​ໂຈນລັກ​ເຂົ້າ​ມາໃນເຮືອນ ແລະເຂົ້າມາທາງປ່ອງລະບາຍອາກາດຫ້ອງນ້ຳ​ຢູ່​ຊັ້ນ​ 2, ມັນ​ໃຊ້​ເວ​ລາ​ພຽງ 4 ຊົ່ວ​ໂມງ​ໃນການງັດຕູ້ເຊບ ແລະ ໄດ້ກວາດເອົາຊັບສິນທັງໝົດເອົາໄປແບບບໍ່ເຫຼືອຫັຍງເລີຍເຊິ່ງມີ ມູນຄ່າປະມານ 2 ລ້ານບາດ ພ້ອມທັງຍົກເຄື່ອງເຊີບເວີ, ກ້ອງວົງຈອນປິດໄປນຳ ມັນເປັນກໍລະນີທີ່ທັງຕໍາຫຼວດແລະນັກຂ່າວບໍ່ເຄີຍພົບ. ໂຫດຮ້າຍປານໃດ ລອງຄິດເບິ່ງເດີ້ ມັນງັດເວລາ 8:10 ໂມງແລງ ຝາກທຸກຄົນໃ້ລະມັດລະວັງກັນດີໆເດີ້ ຂະໜາດມີຕູ້ເຊບ ມີກ້ອງວົງຈອນປິດ ກໍ່ຍັງບໍ່ປອດໄພສະໄໝນີ້. ຫຼັງ​ຈາກ​ທີ່​ເລື່ອງ​ນີ້​ໄດ້​ຖືກ​​ເຜີຍ​ແຜ່​ອອກໄປ ​ກໍ່ໄດ້​ມີ​ຊາວ​ເນັດ​ຫຼາຍ​ຄົນ​ລົງ​ຄວາມ​ເຫັນ​ຢູ່​ໃຕ້​ໂພສ. ສ່ວນຫຼາຍແມ່ນແນໃສ່ຄົນຮ້າຍທີ່ເປັນຄົນໃກ້ຊິດ. ຜູ້ທີ່ສາມາດຮູ້ແຜນຜັງຂອງບ້ານເປັນຢ່າງດີ ​ແລະຍັງຮູ້ອີກວ່າບໍ່ມີຄົນຢູ່ບ້ານໃນເວລາ​ເກີດ​ເຫດ.