ຄື້ນຄວາມຮ້ອນໃນເອີຣົບ ພາກຊີວິດແລ້ວ 8 ຄົນ ຄື້ນຄວາມຮ້ອນປົກຄຸມສະພາບອາກາດຮ້ອນຈັດຕໍ່ເນື່ອງ

ຫຼາຍປະເທດໃນເອີຣົບຍັງຄົງອອກຄຳເຕືອນດ້ານສະພາບອາກາດແລະສຸຂະພາບ ຫຼັງຄື້ນຄວາມຮ້ອນແຜ່ປົກຄຸມ ລ່າສຸດພົບຜູ້ເສຍຊີວິດຈາກອາກາດຮ້ອນຈັດແລ້ວ 8 ຄົນ ຜູ້ເສຍຊີວິດຈຳນວນ 8 ຄົນ ຢູ່ໃນປະເທດສະເປນ 4 ຄົນ, ປະເທດ ຝຣັ່ງ 2 ຄົນ ແລະ ອິຕາລີ 2 ຄົນ ໂດຍໃນສ່ວນຂອງສະເປນ ມື້ກ່ອນເຈົ້າໜ້າທີ່ກ່າວວ່າໄຟປ່າໃນແຄວ້ນຄາຕາລູຍຍາພາກຊີວິດຜູ້ຄົນໄປ 2 ຄົນ ແລະ ທາງການຍັງລາຍງານຜູ້ເສຍຊີວິດຈາກຄື້ນຄວາມຮ້ອນໃນເອສເຕຣມາດູຣາ ແລະ ກໍໂດບາດ້ວຍ ທາງດ້ານຝຣັ່ງ ລັດຖະມົນຕີກະຊວງພະລັງງານລາຍງານວ່າມີຜູ້ເສຍຊີວິດ 2 ຄົນທີ່ກ່ຽວຂ້ອງກັບຄື້ນຄວາມຮ້ອນ ແລະ ມີອີກ 300 ຄົນທີ່ຖືກນຳສົ່ງໂຮງໝໍ ສ່ວນອິຕາລີ ສຳນັກຂ່າວ ANSA ລາຍງານວ່າ ມີຊາຍ 2 ຄົນ ອາຍຸຫຼາຍກວ່າ 60 ປີ ເສຍຊີວິດຈາກເທິງຊາຍຫາດໃນຊາດິເນຍຂອງປະເທດ ເນື່ອງຈາກຄວາມຮ້ອນ ທັງນີ້ທາງການອິຕາລີອອກປະກາດເຕືອນໄພສີແດງສຳລັບ 18 ເມືອງ […]
ໂຮງງານດອກໄມ້ໄຟ ລະເບີດໃນແຄລິຟໍເນຍ ມີຜູ້ສູນຫາຍ 7 ຄົນ ແລະ ໄດ້ຮັບບາດເຈັບ 2 ຄົນ

ເຈົ້າໜ້າທີ່ສະຫະລັດເປີດເຜີຍວ່າ ມີຜູ້ສູນຫາຍ 7 ຄົນ ຫຼັງຈາກເກີດໄຟໄໝ້ ແລະ ລະເບີດຮຸນແຮງທີ່ໂຮງງານດອກໄມ້ໄຟທາງດ້ານການຄ້າແຫ່ງໜຶ່ງໃນເຂດຊົນນະບົດທາງຕອນເໜືອຂອງລັດແຄລິຟໍເນຍ ພາບທາງອາກາດຈາກສະຖານີໂທລະທັດທ້ອງຖິ່ນ ສະແດງໃຫ້ເຫັນອາຄານຂະໜາດໃຫຍ່ທີ່ຄ້າຍຄືໂກດັງລະເບີດເປັນຊິ້ນສ່ວນເລັກຊິ້ນນ້ອຍໆ ເມື່ອແລງວັນອັງຄານ 1 ກໍລະກົດ 2025 ຕາມເວລາທ້ອງຖິ່ນ ໂດຍມີລູກໄຟຂະໜາດໃຫຍ່ຈາກການລະເບີດດັງສົ່ງແສງສະຫວ່າງໄປທົ່ວບໍລິເວນຊຸມຊົນເອສປາໂຕ ໃນເຂດໂຍໂລເຄົາຕີ້ ເຊິ່ງຢູ່ຫ່າງຈາກເມືອງຊາກາເມນໂຕເມືອງຫຼວງຂອງລັດແຄລິຟໍເນຍ ໄປທາງຕະວັນຕົກປະມານ 64 ກມ. ການລະເບີດຍັງສົ່ງຜົນໃຫ້ເກີດກຸ່ມຄວັນດຳ ຕາມມາດ້ວຍການລະເບີດນ້ອຍໆ ອີກຫຼາຍສິບຄັ້ງໃນທ້ອງຟ້າເຫນືອພື້ນທີ່ດັ່ງກ່າວ ເຊິ່ງຄາດວ່າເກີດຈາກດອກໄມ້ໄຟທີ່ເກັບໄວ້ໃນໂຮງງານ ເປວໄຟລຸກລາມຈາກການລະເບີດດັ່ງກ່າວໄດ້ເຜົາພືດໃນບໍລິເວນອ້ອມຮອບ ໂດຍພື້ນທີ່ປະມານ 197 ໄຮ່ ໃນເບື້ອງຕົ້ນພົບຜູ້ໄດ້ຮັບບາດເຈັບ 2 ຄົນ ທີ່ໄດ້ຮັບການຮັກສາ ແລະ ມີຜູ້ສູນຫາຍອີກ 7 ຄົນ ທ່ານເຄີທິສ ລໍເຣັນສ໌ ຫົວໜ້າສຳນັກງານດັບເພີງຂອງເຂດປ້ອງກັນອັກຄີໄພເອສປາໂຕ ກ່າວວ່າ ສາເຫດຂອງເຫດການເກີດຂຶ້ນສາມວັນກ່ອນການລະເຫຼີມສະຫລອງວັນປະກາດເອກະລາດຂອງສະຫະລັດໃນວັນທີ 4 ກໍລະກົດ ເຊິ່ງໂດຍປົກກະຕິຈະມີການຈຸດດອກໄມ້ໄຟ ຢູ່ລະຫວ່າງການສອບສວນຂອງສຳນັກງານຜູ້ບັງຄັບການດັບເພີງຂອງລັດ ເຈົ້າໜ້າທີ່ກ່າວວ່າ ນັກດັບເພີງແລະເຈົ້າໜ້າທີ່ຮັບມືເຫດສຸກເສີນອື່ນໆ ກຳລັງຮັກສາໄລຍະຫ່າງທີ່ປອດໄພຈາກສະຖານທີ່ເກີດເຫດ ຂະນະທີ່ທີມງານຍັງຄົງປະເມີນຄວາມສ່ຽງທີ່ເກີດຂຶ້ນຈາກດອກໄມ້ໄຟ […]
ພາກັນແຕກຕື່ນ!! ນາທີສາຍການບິນຍີ່ປຸ່ນລົດລະດັບສຸກເສີນ 8,000 ແມັດ ຜູ້ໂດຍສານຂຽນຈົດໝາຍລາ

ພາກັນແຕກຕື່ນ!!! ຖ້ຽວບິນຊຽງໄຮ້-ໂຕກຽວດິ່ງລົງຢ່າງກະທັນຫັນ 8,000 ແມັດ ຜູ້ໂດຍສານຂຽນຈົດໝາຍລາ! ເຈແປນແອລໄລນ໌ຢືນຢັນເຫດຂັດຂ້ອງລະບົບປັບຄວາມດັນ ຕ້ອງລົງຈອດສຸກເສີນທີ່ຄັນໄຊ 191 ຊີວິດປອດໄພ ສື່ມວນຊົນຍີ່ປຸ່ນລາຍງານ 1 ກໍລະກົດ 2025 ເມື່ອຄືນມື້ວັນຈັນ ອ້າງຂໍ້ມູນຈາກສຳນັກງານການບິນພົນລະເຮືອນໂອຊາກ້າ ວ່າຖ້ຽວບິນ JL8696/IJ004 ຖ້ຽວບິນສາຍການບິນສະປະຣິງແອລໄລນ໌ ເຊິ່ງເປັນບໍລິສັດສາຍການບິນໃນເຄື່ອເຈແປນແອລໄລນ໌ ລົດລະດັບສຸກເສີນ 8,000 ແມັດ ຜູ້ໂດຍສານຂຽນຈົດໝາຍລາ ຖ້ຽວບິນຈາກຊຽງໄຮ້ໄປສະໜາມບິນນາຣິຕະຂອງໂຕກຽວ ປະສົບເຫດການທີ່ໜ້າສັ່ນສະເທືອນ ເມື່ອເຄື່ອງບິນລົດລະດັບລົງຢ່າງໄວຈາກລະດັບຄວາມສູງປະມານ 11,000 ແມັດເຫຼືອປະມານ 3,200 ແມັດພາຍໃນເວລາປະມານ 10 ນາທີ ຜູ້ໂດຍສານໄດ້ຮັບແຈ້ງໃຫ້ສວມໜ້າກາກອອກຊິເຈນລະຫວ່າງການລົງຈອດສຸກເສີນ ລາຍງານລະບຸວ່າຜູ້ໂດຍສານແລະລູກເຮືອທັງໝົດ 191 ຄົນປອດໄພດີ ສາຍການບິນເຈແປນແອລໄລນ໌ຢືນຢັນກັບໂກລບອນໄທມສ໌ເມື່ອວັນອັງຄານວ່າ ເຄື່ອງບິນທີ່ເກີດເຫດເປັນຂອງສະປະຣິງແອລໄລນ໌ເຈແປນ ບໍລິສັດມີສາຍການບິນເຈແປນແອລໄລນ໌ເປັນຜູ້ຖືຫຸ້ນລາຍໃຫຍ່ທີ່ສຸດ ດ້ານກຽວໂດນິວສ໌ ລາຍງານວ່າມີການແຈ້ງເຕືອນທີ່ບົ່ງຊີ້ເຖິງຄວາມຜິດປົກກະຕິໃນລະບົບປັບຄວາມດັນຂອງເຄື່ອງບິນ ເຊິ່ງເຮັດໜ້າທີ່ຮັກສາຄວາມດັນໃນຫ້ອງໂດຍສານ ນັກບິນສົງໄສວ່າອາດມີຄວາມດັນໃນຫ້ອງໂດຍສານຫຼຸດລົງ ຈຶ່ງແຈ້ງເຫດສຸກເສີນຕໍ່ສູນຄວບຄຸມການຈະລາຈອນທາງອາກາດ ແລະ ປ່ຽນເສັ້ນທາງການບິນໄປທີ່ສະໜາມບິນຄັນໄຊ ຜູ້ໃຊ້ໂຊຊຽວມີເດຍຊື່ Cyue ໂພສວ່າເຄື່ອງບິນຈະເລີ່ມລົດລະດັບຢ່າງໄວກວ່າ 8,000 […]
ແຜ່ນດິນໄຫວກວ່າ 900 ຄັ້ງ ສັ່ນສະເທືອນໝູ່ເກາະໂທຄາຣະຂອງຍີ່ປຸ່ນໃນເວລາພຽງ 2 ອາທິດ

ແຜ່ນດິນໄຫວຫຼາຍກວ່າ 900 ຄັ້ງສັ່ນສະເທືອນ “ໝູ່ເກາະໂທຄາຣະ” ອັນຫ່າງໄກຂອງຍີ່ປຸ່ນໃນຊ່ວງ 2 ອາທິດທີ່ຜ່ານມາ ທາງການຍີ່ປຸ່ນລະບຸວ່າກິດຈະກຳແຜ່ນດິນໄຫວໃນບໍລິເວນນີ້ເກີດຂຶ້ນ “ຫຼາຍຄັ້ງ” ຮອບໆ ໝູ່ເກາະໂທຄາຣະມາຕັ້ງແຕ່ວັນທີ 21 ມິຖຸນາທີ່ຜ່ານມາ ແລະ ລ່າສຸດມື້ວານນີ້ (2 ກໍລະກົດ) ກໍໄດ້ເກີດແຜ່ນດິນໄຫວຂະໜາດ 5.5 ຣິກເຕີ້ດ້ວຍ ໂດຍແຜ່ນດິນໄຫວນັບຮ້ອຍຄັ້ງທີ່ສະເທືອນໝູ່ເກາະແຫ່ງນີ້ຍັງຄົງບໍ່ມີລາຍງານຄວາມເສຍຫາຍໃດໆ ແລະ ຍັງບໍ່ມີການເຕືອນສຶນາມິເກີດຂຶ້ນ ແຕ່ທາງການທ້ອງຖິ່ນໄດ້ຂໍໃຫ້ປະຊາຊົນກຽມຄວາມພ້ອມຕະຫຼອດເວລາສໍາລັບການອົບພະຍົບທີ່ອາດເກີດຂຶ້ນໄດ້ທຸກເມື່ອ ໝູ່ເກາະໂທຄາຣະມີປະຊາຊົນອາໄສຢູ່ບໍ່ຫຼາຍ ຫວ່າ 700 ຄົນ ແລະ ບໍ່ມີໂຮງໝໍຕັ້ງຢູ່ເທິງເກາະແຫ່ງນີ້ ໂຮງໝໍທີ່ໃກ້ທີ່ສຸດຈະຕ້ອງເດີນທາງຈາກເກາະດ້ວຍເຮືອເຟີຣີ່ໂດຍໃຊ້ເວລາຢ່າງໜ້ອຍ 6 ຊົ່ວໂມງ ເພື່ອໄປເຖິງແຂວງຄະໂງະຊິມະ ໜຶ່ງໃນຜູ້ທີ່ອາໄສຢູ່ເທິງໝູ່ເກາະໂທຄາຣະເປີດເຜີຍຄວາມຮູ້ສຶກກັບນັກຂ່າວທ້ອງຖິ່ນວ່າ ການເຄື່ອນຕົວຂອງເປືອກໂລກເຮັດໃຫ້ພວກເຂົາຢ້ານຫຼາຍຈົນເຖິງຂັ້ນນອນບໍ່ຫຼັບ ແລະ ຮູ້ສຶກຄືວ່າພື້ນດິນເກີດການສັ່ນໄຫວຢູ່ຕະຫຼອດເວລາ ເຊັ່ນດຽວກັບຊາຍຄົນໜຶ່ງທີ່ໄດ້ເປີດເຜີຍຄວາມຮູ້ສຶກກັບໜັງສືພິມ ອາຊາຮິ ຊິມບຸນ ວ່າໄດ້ຍິນສຽງຄໍາຮາມມາຈາກມະຫາສະມຸດກ່ອນທີ່ແຜ່ນດິນໄຫວຈະເກີດໂດຍສະເພາະໃນຕອນກາງຄືນຊຶ່ງມັນເຮັດໃຫ້ໜ້າຂົນລຸກ ເປັນທີ່ຮູ້ກັນວ່າຍີ່ປຸ່ນຄືປະເທດໜຶ່ງເທິງໂລກທີ່ປະເຊີນກັບໄພຈາກແຜ່ນດິນໄຫວຫຼາຍທີ່ສຸດ ດ້ວຍພູມິປະເທດທີ່ຕັ້ງຢູ່ເທິງ Pacific Ring of Fire ຫຼື ວົງແຫວນໄຟໃນມະຫາສະມຸດແປຊິຟິກ […]
ເຮືອເຟີຣີ່ຫຼົ້ມໃກ້ເກາະບາຫລີ ສູນຫາຍກວ່າ 30 ຄົນ ຄາດວ່າເປັນບັນຫາເຄື່ອງຈັກ

ເກີດເຫດເຮືອເຟີຣີ່ຫຼົ້ມນອກຕາຝັ່ງໃກ້ເກາະບາຫລີຂອງອິນໂດເນເຊຍເມື່ອຊ່ວງເຊົ້າວັນທີ 3 ກໍລະກົດ 2025 ມີລາຍງານວ່າເຮືອລຳດັ່ງກ່າວບັນທຸກຜູ້ໂດຍສານທັງໝົດ 53 ຄົນ ລູກເຮືອ 12 ຄົນ ພ້ອມດ້ວຍຍານພາຫະນະອີກ 22 ຄັນທີ່ມີລົດບັນທຸກ 14 ຄັນ ລວມຢູ່ດ້ວຍ ເບື້ອງຕົ້ນທີມກູ້ໄພທ້ອງຖິ່ນເປີດເຜີຍວ່າຂະນະນີ້ມີຜູ້ເສຍຊີວິດແລ້ວ 4 ຄົນ ແລະ ຍັງສູນຫາຍອີກຫຼາຍກວ່າ 30 ຄົນ ໂດຍສາມາດຊ່ວຍຊີວິດສຳເລັດແລ້ວ 29 ຄົນ ເຮືອເຟີຣີ່ລຳນີ້ມີຊື່ວ່າ The KMP Tunu Pratama Jaya ເກີດຫຼົ້ມປະມານເຄິ່ງຊົ່ວໂມງຫຼັງຈາກທີ່ຫາກໍອອກເດີນທາງຈາກທ່າເຮືອ ເກຕາປັງທາງຕາເວັນອອກຂອງເກາະຊວາໃນຊ່ວງກາງຄືນຂອງວັນພຸດ ໂດຍກຳລັງມຸ່ງໜ້າໄປຍັງທ່າເຮືອກິລີມານຸກຂອງບາຫລີ ຈົນເຖິງຕອນີ້ນີ້ ມີການລະດົມທີມເຈົ້າໜ້າທີ່ກູ້ໄພຈຳນວນຫຼາຍເລັ່ງຄົ້ນຫາຜູ້ສູນຫາຍ ແຕ່ເພາະກະແສນ້ຳທີ່ແຮງ ແລະ ຄວາມມືດກາງທະເລຈຶ່ງເປັນອຸປະສັກຕໍ່ການເຮັດວຽກຂອງເຈົ້າໜ້າທີ່ ເຖິງຢ່າງໃດກໍ່ຕາມ ມີລາຍງານວ່າຜູ້ລອດຊີວິດທີ່ສາມາດຊ່ວຍເຫຼືອໄດ້ພົບວ່າຫຼາຍຄົນມີອາການໝົດສະຕິ ເນື່ອງຈາກຕ້ອງລອຍຄໍຢູ່ກາງທະເລທີ່ກະແສນ້ຳໄຫລແຮງເປັນເວລາເກືອບຊົ່ວໂມງລະຫວ່າງລໍຖ້າຄວາມຊ່ວຍເຫຼືອ ສ່ວນສາເຫດທີ່ເຮືອຫຼົ້ມຍັງຄົງຕ້ອງລໍການສືບສວນຕໍ່ໄປ ແຕ່ຜູ້ປະກອບການເຮືອເຟີຣີ່ເປີດເຜີຍກັບນັກຂ່າວທ້ອງຖິ່ນວ່າໄດ້ລາຍງານປັນຫາເຄື່ອງຈັກຈາກເຮືອເຟີຣີ່ລຳນີ້ບໍ່ດົນກ່ອນເກີດເຫດ ທັງນີ້ ອຸບັດຕິເຫດທາງການເດີນເຮືອໃນອິນໂດເນເຊຍບໍ່ຄ່ອຍເກີດຂຶ້ນ ເນື່ອງຈາກສະພາບພູມິປະເທດທີ່ເຕັມໄປດ້ວຍເກາະຫຼາຍກວ່າ […]
ຈັບແກ້ງ ລັກຕັດສາຍໄຟ ປອກທອງໄປຂາຍ ພ້ອມມົ້ວສຸມເສບຢາເສບຕິດ

ກອງບັນຊາການ ປກສ ເມືອງ ທ່າແຂກ ແຂວງຄຳມ່ວນ ສາມາດມ້າງລາຍຄະດີລັກຕັດສາຍໄຟຟ້າເຍືອງທາງ ຢູ່ຂອບເຂດສີ່ແຍກ ບ້ານເລົ່າໂພໄຊ ເສັ້ນທາງໄປຫາ ບ້ານປາກດົງ ເມືອງທ່າແຂກ ແຂວງຄຳມ່ວນ ແລະ ຄ້າ-ຂາຍ, ມົ້ວສຸມເສບຢາເສບຕິດ ກັກຕົວຜູ້ຖືກຫາໄດ້ ຈຳນວນ 7 ຄົນ, ພ້ອມຢຶດເຄື່ອງຂອງກາງ ຢາບ້າ 214 ເມັດ, ສາຍທອງທີ່ປອກແລ້ວ ຈຳນວນ 4 ກິໂລ ແລະ ມີດຍາວ 40 cm 01 ເຫຼັມ. ໃນລະຫວ່າງວັນທີ 14 ຫາ 19 ພຶດສະພາ 2025 ຜ່ານມາ. ມີກຸ່ມຄົນບໍ່ຫວັງດີມາລັກຕັດສາຍໄຟຟ້າເຍືອງທາງ ຢູ່ຂອບ ເຂດສີ່ແຍກ ບ້ານເລົ່າໂພໄຊ ເສັ້ນທາງໄປຫາ ບ້ານປາກດົງ ເມືອງທ່າແຂກ, ແຂວງຄຳມ່ວນ, ສາມາດຈັບຕົວເປົ້າໝາຍໄດ້ ໃນວັນດຽວກັນ ຈຳນວນ 05 ຄົນ […]
ນັກດັບເພີງຖືກມືປືນຊຸ່ມຍິງເສຍຊີວິດ ໃນຂະນະທີ່ກຳລັງດັບໄຟປ່າຢູ່ສະຫະລັດ

ເກີດເຫດລັກລອບຍິງສຸດສະເທືອນຂວັນໃນລັດໄອດາໂຮ ສະຫະລັດ ເມື່ອເຈົ້າໜ້າທີ່ດັບເພີງ ທີ່ພະຍາຍາມຄວບຄຸມໄຟປ່າເທິງພູແຄນຟິລ ຖືກມືປືນສະໄນເປີຊຸ່ມຍິງເສຍຊີວິດ 2 ຄົນ ເລັ່ງຕາມຫາຕົວຄົນຮ້າຍ ເກີດເຫດລັກລອບຍິງເຈົ້າໜ້າທີ່ດັບເພີງ ຂະນະປະຕິບັດໜ້າທີ່ຄວບຄຸມໄຟປ່າເທິງພູເຂົາແຄນຟິລ ໃນຊ່ວງບ່າຍວັນອາທິດ (ຕາມເວລາທ້ອງຖິ່ນ) ສົ່ງຜົນໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 2 ຄົນ ແລະ ເກີດການຍິງປະທະຕໍ່ເນື່ອງຫຼາຍຊົ່ວໂມງ ສ້າງຄວາມແຕກຕື່ນໃຫ້ກັບປະຊາຊົນ ແລະ ເຈົ້າໜ້າທີ່ໃນພື້ນທີ່ ສຳນັກງານເຈົ້າເມືອງເຂດຄູເຕໄນລາຍງານວ່າ ເຫດຮ້າຍແຮງເລີ່ມຕົ້ນເມື່ອເວລາ 13.30 ນ. ຂະນະທີ່ທີມດັບເພີງເຂົ້າພື້ນທີ່ເພື່ອຄວບຄຸມໄຟໄໝ້ເທິງພູເຂົາແຄນຟິລ ເຊິ່ງຢູ່ຫ່າງຈາກຕົວເມືອງເຄີເດີລີນປະມານ 6.5 ກິໂລແມັດ ຈາກນັ້ນບໍ່ດົນກໍ່ມີລາຍງານສຽງປືນດັງຂຶ້ນ ໂດຍເຈົ້າໜ້າທີ່ດັບໄຟຕົກເປັນເປົ້າຂອງການຍິງໂດຍພວກຊູ່ມຍິງ ມີລາຍງານຜູ້ເສຍຊີວິດ 2 ຄົນ ແລະ ຍັງບໍ່ສາມາດຢືນຢັນໄດ້ວ່າມີຜູ້ບາດເຈັບຫຼືເສຍຊີວິດເພີ່ມເຕີມຫຼືບໍ່ ໂດຍລ່າສຸດ ເຈົ້າໜ້າທີ່ຍັງຄົງເຂົ້າພື້ນທີ່ເພື່ອຄວບຄຸມສະຖານະການ ແລະ ເລັ່ງຊອກຫາຕົວມືປືນ ເຊິ່ງຍັງບໍ່ຊັດເຈນວ່າມີພຽງຄົນດຽວ ຫຼື ຫຼາຍກວ່ານັ້ນ ຂະນະທີ່ຍັງມີປະຊາຊົນບາງສ່ວນຕິດຄ້າງຢູ່ເທິງພູ ດ້ານຜູ້ວ່າການລັດໄອດາໂຮ ແບຣດ ລິດເທິນ ໄດ້ອອກຖະແຫຼງການໃນແພລັດຟອມ X […]
ໜ້າເສົ້າໃຈ! ພົບສົບ ນັກທ່ອງທ່ຽວສາວບຣາຊິວ ປະສົບອຸບັດຕິເຫດຕົກພູເຂົາໄຟອິນໂດເນເຊຍ ເສຍຊີວິດແລ້ວ

ພົບສົບ ນັກທ່ອງທ່ຽວສາວ ຄົນບຣາຊິວ ເສຍຊີວິດແລ້ວ ຫຼັງຕົກພູເຂົາໄຟຣິນຈານີໃນອິນໂດເນເຊຍ ແລະ ຄົ້ນຫານານ 4 ມື້ ເມື່ອວັນພຸດທີ່ 25 ມິຖຸນາ 2025 ສຳນັກຂ່າວ NBC News ລາຍງານວ່າ ຄວາມຫວັງຂອງຄົນບຣາຊິວນັບລ້ານໄດ້ສິ້ນສຸດລົງພ້ອມກັບເຫດການໂສກເສົ້າ ເມື່ອປະຕິບັດການຄົ້ນຫາ ນາງ ຈູເລຍນາ ມາຣິນສ໌ ນັກທ່ອງທ່ຽວສາວຄົນບຣາຊິວອາຍຸ 26 ປີ ຕະຫຼອດ 4 ວັນເຕັມ ໄດ້ຢຸດຕິລົງຫຼັງທີມຄົ້ນພົບສົບຂອງນາງທີ່ບໍ່ມີຊີວິດຢູ່ໃກ້ກັບປາກປ່ອງພູເຂົາໄຟຣິນຈານີ ປະເທດອິນໂດເນເຊຍ ເຫດການທີ່ ຈູເລຍນາ ພະລາດຕົກບໍລິເວນປາກປ່ອງພູເຂົາໄຟໃນອິນໂດເນເຊຍ ເກີດຂຶ້ນເມື່ອວັນເສົາທີ່ຜ່ານມາ (21 ມິຖຸນາ 2025) ຂະນະທີ່ຈູເລຍນາພ້ອມເພື່ອນຄົນຕ່າງປະເທດອີກ 5 ຄົນ ແລະ ໄກ້ນຳທາງ ກຳລັງປີນພູເຂົາໄຟຣິນຈານີທີ່ຍັງຄົງຄຸກຮຸ່ນຢູ່ເທິງເກາະລອມບອກ ປະເທດອິນໂດເນເຊຍ ກ່ອນທີ່ລາວຈະປະສົບອຸບັດຕິເຫດຕົກລົງໄປ ທີມຄົ້ນຫາ ແລະ ກູ້ໄພແຫ່ງຊາດຂອງອິນໂດເນເຊຍໄດ້ລະດົມກຳລັງຄົ້ນຫາຢ່າງໜັກຕະຫຼອດ 4 ມື້ ທ່າມກາງສະພາບອາກາດ […]
ຕຳຫຼວດເຄນຢາປະທະກັບຜູ້ປະທ້ວງ ເສຍຊີວິດຢ່າງໜ້ອຍ 8 ຄົນ ແລະ ບາດເຈັບ 400 ຄົນ

ຜູ້ຄົນນັບພັນອອກມາເດີນຂະບວນເທິງຖະໜົນໃນກຸງໄນໂຣບີ ເພື່ອປະທ້ວງຕ້ານລັດຖະບານຂອງປະທານາທິບໍດີວິລຽມ ຣູໂຕ ທົ່ວປະເທດເຄນຢາ ຕຳຫຼວດປະທະກັບຜູ້ປະທ້ວງໃນກຸງໄນໂຣບີ ແລະ ເມືອງອື່ນໆ ໂດຍມີຜູ້ເສຍຊີວິດຢ່າງໜ້ອຍ 8 ຄົນ ແລະ ບາດເຈັບອີກ 400 ຄົນ ຂະນະທີ່ຜູ້ຄົນນັບພັນອອກມາເດີນຂະບວນເທິງຖະໜົນ ເພື່ອປະທ້ວງຕ້ານລັດຖະບານຂອງປະທານາທິບໍດີວິເລຍມ ຣູໂຕ ທົ່ວປະເທດເຄນຢາ ຫຼື ຕົງກັບວັນທີ່ເກີດການປະທ້ວງຕ້ານລັດຖະບານຄັ້ງໃຫຍ່ທົ່ວປະເທດໃນປີ 2024 ເມື່ອ 1 ປີທີ່ຜ່ານມາພໍດີ ຜູ້ປະທ້ວງຫຼາຍຄົນສົ່ງສຽງຮ້ອງວ່າ “ຣູໂຕຕ້ອງໄປ” ແລະ ແກວ່ງກິ່ງໄມ້ເປັນສັນຍາລັກຂອງການຕ້ານການປົກຄອງຂອງລາວຢ່າງສັນຕິ ລັດຖະບານຫ້າມຖ່າຍທອດສົດການປະທ້ວງທາງໂທລະພາບ ແລະ ວິທະຍຸ ແຕ່ຄຳສັ່ງຂອງສານສູງໃນກຸງໄນໂຣບີກັບຄຳຕັດສິນ ດ້ານນາຍຣູໂຕຮຽກຮ້ອງໃຫ້ຜູ້ປະທ້ວງບໍ່ຄຸກຄາມສັນຕິພາບ ແລະ ຄວາມໝັ້ນຄົງ ຂະນະທີ່ຝູງຊົນພະຍາຍາມເດີນທາງໄປຫາບ້ານພັກຢ່າງເປັນທາງການຂອງລາວ ແຕ່ຖືກຕຳຫຼວດດັນກັບ ລາວກ່າວວ່າ “ການປະທ້ວງບໍ່ຄວນມີຈຸດມຸ່ງໝາຍເພື່ອທຳລາຍສັນຕິພາບໃນເຄນຢາ ເຮົາບໍ່ມີປະເທດອື່ນໃຫ້ໄປເມື່ອເກີດເລື່ອງຮ້າຍແຮງຂຶ້ນ ເປັນໜ້າທີ່ຂອງເຮົາທີ່ຈະຕ້ອງຮັກສາຄວາມປອດໄພຂອງປະເທດ” ທັງນີ້ ການທີ່ປະທານາທິບໍດີບໍ່ຢູ່ທີ່ທຳນຽບລັດຖະບານ ຊຶ່ງເປັນທີ່ຢູ່ຢ່າງເປັນທາງການຂອງລາວ ຖືເປັນເລື່ອງທີ່ໜ້າຈັບຕາເບິ່ງ ເນື່ອງຈາກຜູ້ປະທ້ວງໄວຮຸ່ນຂູ່ຈະບຸກເຂົ້າໄປ ຕຳຫຼວດໃຊ້ເຄື່ອງກີດຂວາງ ແລະ ລວດໜາມປິດກັ້ນຖະໜົນສາຍຫຼັກ ໂດຍສະເພາະຖະໜົນທີ່ມຸ່ງໄປຫາທຳນຽບລັດຖະບານ ແລະ ລັດສະພາ […]
“ກຸ້ຍໂຈວ” ນ້ຳຖ້ວມຄັ້ງໃຫຍ່ ເລັ່ງອົບພະຍົບປະຊາຊົນເກືອບແສນຄົນ

ແຂວງກຸ້ຍໂຈວ ທາງຕາເວັນຕົກສຽງໃຕ້ຂອງຈີນ ກຳລັງປະເຊີນກັບວິກິດການນ້ຳຖ້ວມຄັ້ງໃຫຍ່ ຫຼັງຈາກເກີດຝົນຕົກໜັກຢ່າງຕໍ່ເນື່ອງ ສົ່ງຜົນໃຫ້ເມືອງຫຣົງຈຽງ (Rongjiang) ແລະເມືອງສົງຫຽງ (Congjiang) ຕ້ອງປະກາດສະຖານະສຸກເສີນລະດັບສູງສຸດ ພ້ອມອົບພະຍົບປະຊາຊົນກວ່າ 83,000 ຄົນອອກຈາກພື້ນທີ່ສ່ຽງເພື່ອຄວາມປອດໄພ ລັດຖະບານຈີນໄດ້ຍົກລະດັບການເຕືອນໄພນ້ຳຖ້ວມຈາກລະດັບ 1 ເປັນລະດັບ 4 ຊຶ່ງເປັນລະດັບສູງສຸດຂອງປະເທດ ໂດຍສະຖານະການໃນ “ຫຣົງຈຽງ” ໜ້າເປັນຫ່ວງຢ່າງຍິ່ງ ເນື່ອງຈາກຝົນຕົກບໍ່ຢຸດຕັ້ງແຕ່ຄືນວັນຈັນທີ່ຜ່ານມາ ສົ່ງຜົນໃຫ້ລະດັບນ້ຳໃນແມ່ນ້ຳຕູຫຼິ່ວ (Duliu River) ເພີ່ມສູງເກີນລະດັບເຕືອນໄພເຖີງ 6.68 ແມັດ ພາຍໃນໄລຍະເວລາພຽງ 18 ຊົ່ວໂມງ ໜ່ວຍກູ້ໄພຈາກກອງທັບຈີນ ນັກດັບເພີງ ແລະ ອາສາສະໝັກຕ່າງໆ ເລັ່ງເຂົ້າພື້ນທີ່ພ້ອມເຮືອ ແລະ ອຸປະກອນກູ້ຊີບ ເພື່ອຊ່ວຍເຫຼືອປະຊາຊົນທີ່ຕິດຄ້າງຢູ່ໃນພື້ນທີ່ນ້ຳຖ້ວມ ລວມເຖິງຂົນຍ້າຍສິ່ງຂອງຈຳເປັນອອກຈາກພື້ນທີ່ສ່ຽງຢ່າງເລັ່ງດ່ວນ ດ້ານຄະນະກຳມະການພັດທະນາ ແລະ ປະຕິຮູບແຫ່ງຊາດຈີນ (NDRC) ໄດ້ອະນຸມັດງົບປະມານຊ່ວຍເຫຼືອສຸກເສີນຈຳນວນ 100 ລ້ານຫຍວນ ເພື່ອໃຊ້ໃນການຟື້ນຟູໂຄງສ້າງພື້ນຖານທີ່ໄດ້ຮັບຄວາມເສຍຫາຍຈາກນ້ຳຖ້ວມ ບໍ່ວ່າຈະເປັນຖະໜົນຫົນທາງ ລະບົບຄວບຄຸມນ້ຳຖ້ວມ ໂຮງໝໍ ແລະ […]