ຍີ່ປຸ່ນຂາດແຄນພະນັກງານປະຈຳຄັ້ງໃຫຍ່

ໂຕກຽວ 9 ມີ.ຄ.- ຜົນສຳຫຼວດພາກເອກະຊົນພົບວ່າ ບໍລິສັດຍີ່ປຸ່ນກຳລັງຂາດແຄນພະນັກງານປະຈຳຄັ້ງຮ້າຍແຮງທີ່ສຸດໃນຮອບເກືອບ 5 ປີ ເວັບໄຊສຳນັກຂ່າວເກຍໂດຂອງຍີ່ປຸ່ນລາຍງານຜົນການສຳຫຼວດຂອງບໍລິສັດເທໂກກຸ ດາຕ້າແບັງວ່າ ໃນບັນດາ 11,000 ບໍລິສັດທີ່ຕອບແບບສອບຖາມເມື່ອເດືອນມັງກອນ 2568 ມີບໍລິສັດຮ້ອຍລະ 53.4 ຕອບວ່າກຳລັງຕ້ອງການພະນັກງານປະຈຳເພີ່ມຂຶ້ນ ຖືເປັນຕົວເລກທີ່ສູງສຸດນັບຈາກເດືອນເມສາ 2563 ແລະ ໃກ້ແຕະສະຖິຕິສູງສຸດທີ່ຮ້ອຍລະ 53.9 ໃນການສຳຫຼວດເມື່ອເດືອນພະຈິກ 2561 ທຸລະກິດທີ່ຕ້ອງການພະນັກງານປະຈຳຫຼາຍທີ່ສຸດ ຄື ທຸລະກິດບໍລິການຂ່າວສານທີ່ຂາດແຄນວິສະວະກອນລະບົບ ຕາມດ້ວຍທຸລະກິດກໍ່ສ້າງ ຂະນະທີ່ບໍລິສັດຮ້ອຍລະ 30.6 ເປີດເຜີຍວ່າ ຂາດແຄນພະນັກງານພາທໄທມ໌ ໂດຍພົບວ່າທຸລະກິດຈັດຫາຄົນເຮັດວຽກຂາດແຄນພະນັກງານພາທໄທມ໌ຫຼາຍທີ່ສຸດ ແລະ ຫຼາຍກວ່າທຸລະກິດຮ້ານອາຫານ ບໍລິສັດຮ້ອຍລະ 68.1 ທີ່ປະສົບບັນຫາຂາດແຄນຄົນເຮັດວຽກເປີດເຜີຍວ່າ ມີແຜນຈະຂຶ້ນເງິນເດືອນພະນັກງານປະຈຳໃນປີການເງິນ 2568 ທີ່ຈະເລີ່ມຕັ້ງແຕ່ເດືອນເມສາ ຫວັງຈູງໃຈພະນັກງານທີ່ມີຢູ່ໃຫ້ເຮັດວຽກກັບບໍລິສັດຕໍ່ໄປ.

ອົດສະຕຣາລີປະສົບກັບນ້ຳຖ້ວມໃນຂະນະທີ່ພາຍຸກຳລັງຈະຂຶ້ນຝັ່ງ

ບຣິສເບນ 8 ມີ.ຄ. – ພື້ນທີ່ທາງຕາເວັນອອກສຽງໃຕ້ຂອງອົດສະຕຣາລີປະເຊີນກັບສະຖານະການນ້ຳຖ້ວມຈາກອິດທິພົນຂອງພາຍຸໄຊໂຄລນອັລເຟຣດ (Alfred) ເຊິ່ງຫຼ້າສຸດອ່ອນກຳລັງລົງເປັນພາຍຸໂຊນຮ້ອນ ແລະ ກຳລັງຈະພັດຂຶ້ນຝັ່ງໃນມື້ນີ້   ພາບດາວທຽມເຫັນພາຍຸອ່ອນກຳລັງລົງ ເຄຣດິດຮູບ: CSU/CIRA & JMA/JAXA ເດີມຄາດກັນວ່າ ອັລເຟຣດຈະເປັນພາຍຸໄຊໂຄລນລູກທຳອິດນັບຕັ້ງແຕ່ປີ 2517 ທີ່ພັດເຂົ້າມາຊາຍຝັ່ງຕາເວັນອອກຂອງອົດສະຕຣາລີໃກ້ເມືອງບຣິສເບນ ເມືອງເອກຂອງລັດຄວີນສ໌ແລນດ໌ ແຕ່ພາຍຸໄດ້ອ່ອນກຳລັງລົງໃນເຊົ້າມື້ນີ້ ກາຍເປັນພາຍຸໂຊນຮ້ອນທີ່ມີຄວາມໄວລົມສູງສຸດໃກ້ສູນກາງບໍ່ເຖິງ 63 ກິໂລແມັດຕໍ່ຊົ່ວໂມງ ແລະ ໄດ້ເຮັດໃຫ້ນ້ຳຖ້ວມເມືອງລິສມອຣ໌ ໃນລັດນິວເຊົາເວລສ໌ ຂະນະທີ່ພັດຜ່ານບໍລິເວນໝູ່ເກາະນອກຊາຍຝັ່ງລັດຄວີນສ໌ແລນດ໌ເມື່ອຊ່ວງຂ້າມຄືນທີ່ຜ່ານມາ ຄາດວ່າພາຍຸຈະພັດຂຶ້ນຝັ່ງແຜ່ນດິນໃຫຍ່ໃນອີກບໍ່ເທົ່າໃດຊົ່ວໂມງຂ້າງໜ້າ ເຖິງຢ່າງໃດກໍຕາມ ກະແສລົມແຮງໄດ້ເຮັດໃຫ້ຕົ້ນໄມ້ຫັກໂຄ່ນ ແລະ ເສົາໄຟຟ້າໂຄ່ນຈຳນວນຫຼາຍ ສົ່ງຜົນໃຫ້ປະຊາຊົນປະມານ 250,000 ຄົນບໍ່ມີໄຟຟ້າໃຊ້ ຂະນະທີ່ຫຼາຍພັນຄົນຕ້ອງອົບພະຍົບ ທາງການມີຄຳເຕືອນໃຫ້ປະຊາຊົນຢູ່ກັບບ້ານໃນຊ່ວງນີ້ ຄາດວ່າສະຖານະການຈະຮ້າຍແຮງລົງອີກເມື່ອພາຍຸພັດຂຶ້ນຝັ່ງເຊິ່ງຈະສົ່ງຜົນກະທົບຮຸນແຮງຕະຫຼອດຊ່ວງທ້າຍສັບປະດານີ້ ຫຼື ອາດຈະຫຼາຍມື້ຫຼັງຈາກນີ້ທັງໃນລັດຄວີນສ໌ແລນດ໌ ແລະ ລັດນິວເຊົາເວລສ໌ ຂະນະທີ່ສະໜາມບິນບຣິສເບນຍັງຄົງປິດການ ໂຮງຮຽນເກືອບ 1,300 ແຫ່ງ ໃນລັດຄວີນສ໌ແລນດ໌ ແລະ ນິວເຊົາເວລສ໌ຕ້ອງປິດຮຽນ ເຖິງຢ່າງໃດກໍຕາມ ຂະນະນີ້ຍັງບໍ່ມີລາຍງານຜູ້ເສຍຊີວິດ  

ສານເກົາຫຼີໃຕ້ສັ່ງປ່ອຍຕົວປະທານາທິບໍດີ

ທີ່ໂຊ, 7 ມີນາ – ສານເກົາຫຼີໃຕ້ໄດ້ສັ່ງໃຫ້ປ່ອຍຕົວປະທານາທິບໍດີຢຸນ ຊອກ ຍອນ ຜູ້ທີ່ຖືກສະພາລົງມະຕິຖອດຖອນຈາກຕຳແໜ່ງ ຈາກສະຖານທີ່ຄວບຄຸມຕົວໃນມື້ນີ້ ຫຼັງຈາກສານຍອມຮັບຄຳຂໍຂອງເພິ່ນໃຫ້ຍົກເລີກການຈັບກຸມຈາກການທີ່ເພິ່ນປະກາດກົດໄອຍະການເປັນໄລຍະເວລາສັ້ນໆ ທ່ານຢຸນ ຖືກຄຸມຕົວໄວ້ທີ່ສູນກັກກັນຕົວໃນເມືອງອຶຍວັງ (Uiwang) ທາງໃຕ້ຂອງນະຄອນຫຼວງໂຊ ຕັ້ງແຕ່ເຈົ້າໜ້າທີ່ສືບສວນນຳເພິ່ນໄປກັກຂັງໄວ້ທີ່ສູນແຫ່ງນີ້ເມື່ອວັນທີ 15 ມັງກອນ ໃນຂໍ້ຫາຍຸຍົງໃຫ້ເກີດການກະບົດຈາກການທີ່ເພິ່ນປະກາດກົດໄອຍະການເມື່ອວັນທີ 3 ທັນວາປີທີ່ແລ້ວ ສານແຂວງກາງນະຄອນຫຼວງໂຊ ກ່າວວ່າ ໄດ້ອະນຸມັດຕາມຄຳຂໍຂອງທ່ານຢຸນ ເມື່ອເດືອນກຸມພາ ທີ່ໃຫ້ຍົກເລີກການຈັບກຸມແລະໃຫ້ປ່ອຍຕົວເພິ່ນເປັນອິດສະຫຼະ ຫຼັງຈາກວິນິດໄສແລ້ວເຫັນວ່າການຕັ້ງຂໍ້ຫາກໍ່ກະບົດ ເມື່ອວັນທີ 26 ມັງກອນ ທີ່ອະນຸຍາດໃຫ້ຂະຫຍາຍການຄວບຄຸມຕົວເພິ່ນ ເກີດຂຶ້ນຫຼັງຈາກທີ່ຊ່ວງເວລາໃນການຄວບຄຸມຕົວເພິ່ນໝົດອາຍຸໄປຮຽບຮ້ອຍແລ້ວຫຼາຍຊົ່ວໂມງ ສານຍັງເຫັນພ້ອງຕາມທ່ານຢຸນ ທີ່ຕັ້ງຄຳຖາມກ່ຽວກັບຄວາມຂອບດ້ວຍກົດໝາຍໃນການສືບສວນເພິ່ນໂດຍສຳນັກງານກວດສອບການທຸຈະລິດຂອງເຈົ້າໜ້າທີ່ລະດັບສູງ ໃນຂໍ້ກ່າວຫາເລື່ອງກໍ່ກະບົດ ຊຶ່ງຢູ່ນອກເໜືອຂອບເຂດການສືບສວນຂອງໜ່ວຍງານແຫ່ງນີ້ ຫາກໄດ້ຮັບການປ່ອຍຕົວ ທ່ານຢຸນຈະມາຂຶ້ນສານໄດ້ໂດຍບໍ່ຕ້ອງມີການຄວບຄຸມຕົວເພິ່ນ ທະນາຍຄວາມຂອງທ່ານຢຸນກ່າວວ່າ ທ່ານຢຸນອາດຈະຍັງບໍ່ໄດ້ປ່ອຍຕົວໃນທັນທີ ເນື່ອງຈາກໄອຍະການສາມາດອຸທອນຄຳສັ່ງຂອງສານໄດ້ ສານລັດຖະທຳມະນູນຄາດວ່າຈະຕັດສິນວ່າຈະຖອດຖອນເພິ່ນຈາກຕຳແໜ່ງຫຼືບໍ່ໃນໄວໆນີ້

ພົບລູກລະເບີດສະໄໝສົງຄາມໂລກຄັ້ງທີ 2 ໃກ້ສະຖານີລົດໄຟໃນກຸງປາຣີ

ປາຣີ 7 ມີນາ – ບໍລິສັດລົດໄຟແຫ່ງຊາດຝຣັ່ງໄດ້ກ່າວໃນມື້ນີ້ວ່າ ໄດ້ພົບລະເບີດສະໄໝສົງຄາມໂລກຄັ້ງທີ 2 ຈຳນວນ 1 ໜ່ວຍ ເຮັດໃຫ້ການບໍລິການລົດໄຟໃນຊ່ວງເຊົ້າໄປຫາກຸງປາຣີ ແລະ ອອກຈາກນະຄອນຫລວງຂອງຝຣັ່ງທີ່ສະຖານີ “ກາຣ໌ ດູ ນອຣ໌” (Gare du Nord) ຕ້ອງໄດ້ຢຸດຊະງັກ ເຫດການນີ້ສົ່ງຜົນກະທົບທັງການບໍລິການລົດໄຟໃຕ້ດິນ, ລົດໄຟຊານເມືອງ, ລົດໄຟພາຍໃນປະເທດ ແລະ ລະຫວ່າງປະເທດ, ລວມທັງການບໍລິການຢູໂຣສະຕາຣ໌ ນຳອີກ. ການບໍລິການລົດໄຟສາຍເອຊໄລນ໌ ໄດ້ແຈ້ງເປັນຂໍ້ຄວາມຜ່ານແອັບພລິເຄຊັນເອັກຊ໌ວ່າ, ຄືນທີ່ຜ່ານມາ ໄດ້ມີການຄົ້ນພົບລູກລະເບີດສະໄໝສົງຄາມໂລກຄັ້ງທີ 2 ທີ່ຍັງບໍ່ແຕກ 1 ໜ່ວຍ ໃນລະຫວ່າງການກໍ່ສ້າງໃກ້ກັບສະຖານີລົດໄຟ ກາຣ໌ ດູ ນອຣ໌ ເຮັດໃຫ້ການຈະລາຈອນເຂົ້າ ແລະ ອອກຈາກສະຖານີຕ້ອງໄດ້ຢຸດຊົ່ວຄາວ, ເຊິ່ງການຢຸດໃຫ້ບໍລິການນີ້ແມ່ນເປັນໄປຕາມຄຳຂໍຂອງຕຳຫລວດກຸງປາຣີ. ລາຍງານຂ່າວລະບຸວ່າ ລູກລະເບີດຖືກພົບໃນຈຸດທີ່ຫ່າງຈາກສະຖານີລົດໄຟປະມານ 2.5 ກິໂລແມັດ, ຢູ່ຕົງກາງທາງລົດໄຟ. ການສັນຈອນທາງລົດໄຟຈະຢຸດໄປຈົນກວ່າການເກັບກູ້ລະເບີດຈະສຳເລັດ. ສະຖານີລົດໄຟກາຣ໌ ດູ ນອຣ໌ ເປັນສະຖານີລົດໄຟທີ່ມີຜູ້ໃຊ້ບໍລິການຫຼາຍທີ່ສຸດເປັນອັນດັບ 3 ຂອງໂລກ, […]

ພາຍຸໄຊໂຄລນຖະລົ່ມຕາຝັ່ງທາງຕາເວັນອອກຂອງອົດສະຕາລີ, ເຈົ້າໜ້າທີ່ແນະນຳປະຊາຊົນໃຫ້ຟ້າວອົບພະຍົບ

ວັນທີ 5 ມີນາ 2025 ອົດສະຕາລີກຽມປະເຊີນກັບພາຍຸໄຊໂຄລນອັລເຟຣດ (Alfred) ເຊິ່ງກຳລັງເຄື່ອນຕົວມາຍັງເມືອງບຣິສເບນທີ່ມີປະຊາກອນຫຼາຍເປັນອັນດັບ 3 ຂອງປະເທດ. ເຈົ້າໜ້າທີ່ລັດຖະບານອົດສະຕາລີໄດ້ຂໍຄວາມຮ່ວມມືຈາກປະຊາຊົນໃນເຂດຊານເມືອງທີ່ສ່ຽງຕໍ່ນ້ຳຖ້ວມໃຫ້ອົບພະຍົບໂດຍໄວທີ່ສຸດ.   ສຳນັກງານອຸຕຸນິຍົມວິທະຍາອົດສະຕາລີໄດ້ອອກປະກາດເຕືອນໄພພາຍຸຄອບຄຸມພື້ນທີ່ກວ່າ 500 ກິໂລແມັດ ຕາມແນວຝັ່ງໃນລັດຄວີນສແລນດ໌ ແລະ ນິວເຊົາເວວ, ເຊິ່ງສົ່ງຜົນກະທົບຕໍ່ປະຊາກອນຫຼາຍລ້ານຊີວິດ. ສຳນັກງານອຸຕຸນິຍົມວິທະຍາລະບຸວ່າ ກະແສລົມແຮງທີ່ມີຄວາມໄວລົມສູງເຖິງ 155 ກິໂລແມັດຕໍ່ຊົ່ວໂມງ ອາດທະວີກຳລັງແຮງຂຶ້ນຕັ້ງແຕ່ຊ່ວງບ່າຍວັນພະຫັດ (6 ມີນາ) ແລະ ຄາດວ່າພາຍຸລູກນີ້ຈະທະວີຄວາມຮຸນແຮງຈົນກາຍເປັນພາຍຸໝູນທີ່ມີຄວາມຮຸນແຮງລະດັບທີ 2 ໃນຊ່ວງເຊົ້າວັນສຸກ (7 ມີນາ) ເມື່ອເຄື່ອນຕົວເຂົ້າໃກ້ເມືອງບຣິສເບນ, ເມືອງຫຼວງຂອງລັດຄວີນສແລນດ໌.   ສຳນັກອຸຕຸນິຍົມວິທະຍາຍັງລະບຸອີກວ່າ ປະລິມານນ້ຳຝົນໂດຍລວມຈາກພາຍຸອັລເຟຣດອາດສູງເຖິງ 800 ມິລິແມັດໃນບາງພູມີພາກ, ເຊິ່ງສູງກວ່າຄ່າສະເລ່ຍສຳລັບເດືອນມີນາ ແລະ ອາດກໍ່ໃຫ້ເກີດນ້ຳຖ້ວມຢ່າງກະທັນຫັນທີ່ອັນຕະລາຍເຖິງຊີວິດ.     ເດວິດ ຄຣິຊາຟຸລລີ ນາຍົກເທດສະມົນຕີລັດຖະມົນຕີຄວີນສແລນດ໌ກ່າວກັບນັກຂ່າວວ່າ “ນີ້ເປັນໄພພິບັດທີ່ບໍ່ຄ່ອຍເກີດຂຶ້ນ ສຳລັບດິນແດນທາງຕາເວັນອອກ-ໃຕ້ຂອງຄວີນສແລນດ໌, ເປັນເວລາຫຼາຍສິບປີແລ້ວທີ່ພື້ນທີ່ແຖບນີ້ເຄີຍປະສົບກັບພາຍຸໄຊໂຄລນ.”   ຂະນະນີ້ບັນດາຜູ້ອາໄສກຳລັງອົບພະຍົບອອກຈາກບ້ານເຮືອນຂອງຕົນເອງ ແລະ ເຈົ້າໜ້າທີ່ເລັ່ງເປີດສູນອົບພະຍົບ. ນອກຈາກນີ້, ຖົງຊາຍຍັງຂາດແຄນ […]

“ທຣຳ” ຖືກຂັດຂວາງໃນລະຫວ່າງການກ່າວຄຳຖະແຫຼງຕໍ່ກອງປະຊຸມຮ່ວມລັດຖະສະພາຄັ້ງທຳອິດ

ວໍຊິງຕັນ, 5 ມີນາ – ປະທານາທິບໍດີໂດນັລ ທຣຳ ຂອງສະຫະລັດຖືກຂັດຂວາງໂດຍສະມາຊິກພັກເດໂມແຄຣັດໃນລະຫວ່າງການກ່າວຄຳຖະແຫຼງຕໍ່ກອງປະຊຸມຮ່ວມລັດຖະສະພາ (joint address to Congress) ເປັນຄັ້ງທຳອິດຫຼັງຈາກກັບຄືນສູ່ທຳນຽບຂາວ ດຳລົງຕຳແໜ່ງປະທານາທິບໍດີສະໄໝທີ 2.   ການກ່າວຄຳຖະແຫຼງໄດ້ເລີ່ມຂຶ້ນເວລາ 21:19 ໂມງ ຂອງວັນອັງຄານຕາມເຂດເວລາຕາເວັນອອກ, ເຊິ່ງກົງກັບເວລາ 09:19 ໂມງຂອງມື້ນີ້ຕາມເວລາລາວ. ກ່ອນການກ່າວຄຳຖະແຫຼງ, ສະມາຊິກລັດຖະສະພາຈາກພັກລີພັບລິກັນໃນທີ່ປະຊຸມໄດ້ຕົບມືແລະສົ່ງສຽງເຊຍໃຫ້ເພິ່ນ. ທ່ານທຣຳເລີ່ມຕົ້ນດ້ວຍການເວົ້າວ່າ ອາເມລິກາກັບຄືນມາແລ້ວ, ລັດຖະບານຂອງເພິ່ນໄດ້ສຳເລັດຫຼາຍສິ່ງພາຍໃນໄລຍະເວລາ 43 ວັນ, ຫຼາຍກວ່າທີ່ລັດຖະບານສ່ວນໃຫຍ່ສຳເລັດໃນ 4 ປີ ຫຼື 8 ປີ, ແລະ ອ້າງວ່າເປັນຄັ້ງທຳອິດໃນປະຫວັດສາດສະໄໝໃໝ່ທີ່ຊາວອາເມລິກັນສ່ວນໃຫຍ່ເຊື່ອວ່າປະເທດກຳລັງເດີນໄປໃນທິດທາງທີ່ຖືກຕ້ອງ. ສະມາຊິກສະພາອັລ ກຣີນ ເຖິງຢ່າງໃດກໍຕາມ, ໃນໄລຍະທີ່ທ່ານທຣຳເວົ້າໄດ້ບໍ່ເຖິງ 10 ນາທີ, ສະມາຊິກສະພາຈາກພັກເດໂມແຄຣັດໄດ້ຂັດຂວາງດ້ວຍສຽງໂຫ່, ເຮັດໃຫ້ທ່ານໄມຄ໌ ຈອນສັນ ປະທານສະພາຜູ້ແທນລາສະດອນຈາກພັກລີພັບລິກັນຕ້ອງກ່າວເຕືອນ ແລະ ສັ່ງໃຫ້ຕຳຫຼວດສານນຳພາທ່ານອັລ ຫຼື ອະເລັກແຊນເດີ ກຣີນ, ສະມາຊິກສະພາຈາກລັດເທັກຊັສ, ພັກເດໂມແຄຣັດອອກຈາກທີ່ປະຊຸມຫຼັງຈາກທ່ານກຣີນລຸກຂຶ້ນຢືນແລະຍົກໄມ້ເທົ້າຂຶ້ນ, ພ້ອມທັງຮ້ອງວ່າ […]

ທຣັມປ໌ປະກາດເປີດສົງຄາມການຄ້າກັບສາມພັນທະມິດຫຼັກ. ຈີນ-ແຄນາດາ-ເມັກຊິໂກ ຕອບໂຕ້ທັນທີ!

ປະທານາທິບໍດີໂດນັລ ທຣັມປ໌ ເລີ່ມສົງຄາມການຄ້າກັບສາມພັນທະມິດການຄ້າລາຍໃຫຍ່ຂອງສະຫະລັດ ເມື່ອວັນອັງຄານທີ່ຜ່ານມາ (4 ມີນາ 2025) ສົ່ງຜົນໃຫ້ເມັກຊິໂກ, ແຄນາດາ ແລະ ຈີນ ອອກມາຕອບໂຕ້ທັນທີ. ການເຮັດສົງຄາມການຄ້າຂອງທຣັມປ໌ໃນຄັ້ງນີ້ສົ່ງຜົນໃຫ້ຕະຫຼາດການເງິນຕົກຕໍ່າ ເນື່ອງຈາກສະຫະລັດຕ້ອງຜະເຊີນກັບການຄຸກຄາມຈາກເງິນເຟີ້ທີ່ອາດກັບມາ ແລະ ຄວາມບໍ່ແນ່ນອນທາງທຸລະກິດທີ່ອາດທະວີຄວາມຮຸນແຮງຂຶ້ນ.   ຫຼັງທ່ຽງຄືນ ທຣັມປ໌ໄດ້ກຳນົດພາສີ 25% ຫຼື ພາສີສຸນລະກາກອນສິນຄ້ານຳເຂົ້າຈາກເມັກຊິໂກ ແລະ ແຄນາດາ ແລະ ຫຼຸດພາສີລົງເຫຼືອ 10% ສຳລັບພະລັງງານຈາກແຄນາດາ. ນອກຈາກນີ້ຍັງເພີ່ມພາສີຈາກສິນຄ້າຈີນເປັນ 20% ຊຶ່ງເປັນການເພີ່ມຂຶ້ນສອງເທົ່າຈາກເດີມ.   ປັກກິ່ງຕອບໂຕ້ດ້ວຍການເກັບພາສີສູງສຸດເຖິງ 15% ກັບສິນຄ້າການກະເສດຂອງສະຫະລັດ ແລະ ຂະຫຍາຍຈຳນວນບໍລິສັດຂອງສະຫະລັດທີ່ຖືກຄວບຄຸມການສົ່ງອອກ ແລະ ຂໍ້ຈຳກັດອື່ນໆ ອີກປະມານຊາວລາຍ.   ດ້ານ ຈັສຕິນ ທຣູໂດ ນາຍົກລັດຖະມົນຕີແຄນາດາ ອອກມາລະບຸວ່າແຄນາດາຈະເກັບພາສີສິນຄ້າສະຫະລັດ ມູນຄ່າກວ່າ 100,000 ລ້ານໂດລາພາຍໃນ 21 ວັນ.   “ມື້ນີ້ສະຫະລັດໄດ້ເປີດສົງຄາມການຄ້າກັບແຄນາດາ ຊຶ່ງເປັນພັນທະມິດທີ່ໃກ້ຊິດທີ່ສຸດຂອງພວກເຂົາ. ໃນຂະນະດຽວກັນ, […]

ຢ່າຫລົງເຊື່ອ! ຄຳຊັກຊວນ “ວຽກດີ ເງິນຫຼາຍ” ໃນມຽນມາ

ຊຽງໄຮ້ 4 ມີນາ – ຊາຍຊາວຈີນທີ່ຫາກໍ່ລອດຊີວິດຈາກຂຸມນະລົກ ສູນແກ່ງສະແກມອອນລາຍໃນມຽນມາ ຕາບອກເລົ່າເສັ້ນທາງທີ່ນຳໄປສູ່ການເຮັດວຽກຫຼອກລວງອອນລາຍ ແລະ ພາບຄວາມໂຫດຮ້າຍທີ່ເກີດຂຶ້ນຕໍ່ໜ້າຕໍ່   “ທີ່ນັ້ນ.. ຂ້ອຍເຫັນຄົນຖືກຂາຍ ຖືກຕົບຕີ ລວມທັງເຫັນຄົນຕາຍທຸກມື້” ນີ້ຄືຄຳບອກເລົ່າສ່ວນໜຶ່ງຂອງ ຈູ່ ໂປຊຸນ ຊາຍຈີນອາຍູ 39 ປີ ທີ່ເປີດເຜີຍກັບໜັງສືພິມເຊົາທ໌ໄຊນາມໍນິງ ໂພສທ໌ຂອງຮ່ອງກົງ, ຫຼັງຈາກທີ່ຫາກໍ່ລອດພົ້ນຈາກຂຸມນະລົກສູນສະແກມອອນລາຍໃນເມືອງເລົ່າກ໌ກ່າຍ ເມືອງເອກຂອງເຂດປົກຄອງພິເສດໂກກ້າງ ມຽນມາ ແລະ ໄດ້ກັບຄືນບ້ານເກີດໃນຊຽງໄຮ້ ສາທາລະນະລັດປະຊາຊົນຈີນ ເມື່ອບໍ່ດົນມານີ້. ຊາວຈີນຖືກສົ່ງກັບຈາກໄທກຸ່ມທີສອງ 21 ກຸມພາ 2568ຈູ່ເຜີຍວ່າ ກາງປີ 2566 ລາວຖືກຕວົະຍວົະໃຫ້ເຂົ້າໄປພົວພັນກັບແກ໊ງສະແກມອອນລາຍ ຫຼື ແກ໊ງຫຼອກຊັບຊິນຂອງຄົນຜ່ານທາງອິນເຕີເນັດ, ດ້ວຍຄວາມຢາກໄດ້ວຽກເຮັດຈຶ່ງເຂົ້າໄປຊອກຂໍ້ມູນຕາມກຸ່ມແຊັດຕ່າງໆ ຈາກນັ້ນມີຊາຍຄົນໜຶ່ງຕິດຕໍ່ມາທາງ WeChat ສ່ວນຕົວພ້ອມກັບສະເໜີວຽກໃຫ້ພ້ອມລາຍໄດ້ງາມຢ່າງທີ່ບໍ່ເຄີຍພົບມາກ່ອນ ຄື ເດືອນລະ 10,000 ຢວນ ຫຼື ປະມານ 50,000 ບາດ ໂດຍມີເງື່ອນໄຂໃຫ້ເຮັດວຽກງ່າຍໆ ພຽງລັກລອບນຳຂອງຜ່ານດ່ານສຸນລະກາກອນໄທ   ຫຼັງຈາກຕົກລົງກັນເປັນທີ່ຮຽບຮ້ອຍ ຈູ່ກໍໄດ້ຮັບປີ້ລົດໄຟໃຫ້ເດີນທາງໄປທີ່ສິບສອງປັນນາ […]

ສື່ມວນຊົນຈີນກະຕຸ້ນ “ການປະຊຸມສອງສະພາ” ຂອງຈີນ

ປັກກິ່ງ 3 ມີນາ – ສື່ມວນຊົນທາງການຈີນໃຫ້ຂໍ້ມູນກ່ຽວກັບການປະຊຸມສອງສະພາ (Two Sessions) ທີ່ຈະເລີ່ມຂຶ້ນໃນວັນທີ 4 ມີນາ ແລະ ວັນທີ 5 ມີນາ      ສຳນັກຂ່າວຊິນຫົວຂອງທາງການຈີນລາຍງານວ່າ ຊ່ວງຕົ້ນເດືອນມີນາເປັນສັນຍານການເລີ່ມຕົ້ນລະດູການທາງການເມືອງຂອງ “ການປະຊຸມ ສອງສະພາ” ເປັນການປະຊຸມປະຈຳປີຂອງສະພາຜູ້ແທນປະຊາຊົນແຫ່ງຊາດ ຫຼື ເອັນພີຊີ (NPC) ຊຶ່ງເປັນສະພານິຕິບັນຍັດລະດັບສູງສຸດ ແລະ ການປະຊຸມປະຈຳປີຂອງຄະນະກຳມະການແຫ່ງຊາດປະຈຳສະພາທີ່ປຶກສາທາງການເມືອງແຫ່ງປະຊາຊົນຈີນ ຫຼື ຊີພີພີຊີຊີ (CPPCC) ຊຶ່ງເປັນໜ່ວຍງານທີ່ປຶກສາທາງການເມືອງລະດັບສູງສຸດຂອງຈີນ      ທັງສອງສະພາມີວາລະດຳລົງຕຳແໜ່ງ 5 ປີ ແລະ ຈັດການປະຊຸມເຕັມຄະນະທຸກປີ NPC ຊຸດທີ 14 ມີສະມາຊິກເກືອບ 3,000 ຄົນ ສ່ວນ CPPCC ມີສະມາຊິກຫຼາຍກວ່າ 2,000 ຄົນ.     NPC ເປັນໜ່ວຍງານລັດທີ່ມີອຳນາດສູງສຸດ ນອກຈາກເຮັດໜ້າທີ່ໃນຖານະສະພານິຕິບັນຍັດລະດັບສູງສຸດແລ້ວ ຍັງມີອຳນາດເລືອກຕັ້ງຄະນະຜູ້ນຳປະເທດ […]

ຈີນຊອກຫາວິທີຢັບຢັ້ງພື້ນທີ່ປ່ຽນເປັນທະເລຊາຍໃນຊິນຈຽງ-ມົງໂກເລຍໃນ

ສື່ທາງການຈີນລາຍງານຂ່າວທາງການໄດ້ດຳເນີນໂຄງການຄວບຄຸມພື້ນທີ່ບໍ່ໃຫ້ເຊື່ອມໂຊມແລະປ່ຽນສະພາບກາຍເປັນທະເລຊາຍໃນເຂດປົກຄອງຕົນເອງ 2 ແຫ່ງ ຄື: ມົງໂກເລຍໃນ ທີ່ຕັ້ງຢູ່ພາກເໜືອ ແລະ ຊິນຈຽງອຸຍກູ ທີ່ຕັ້ງຢູ່ພາກຕາເວັນຕົກສ່ຽງເໜືອ. CCTV+ ເຊິ່ງເປັນສຳນັກຂ່າວວິດີໂອໃນສັງກັດຂອງສະຖານີວິທະຍຸໂທລະພາບກາງແຫ່ງປະເທດຈີນ ຫຼື CCTV ລາຍງານວ່າ ໂຄງການຄວບຄຸມພື້ນທີ່ບໍ່ໃຫ້ປ່ຽນສະພາບເປັນທະເລຊາຍໃນມົງໂກເລຍໃນໄດ້ເປີດຕົວເມື່ອວັນສຸກທີ່ຜ່ານມາ ເພື່ອຢັບຢັ້ງການຂະຫຍາຍຕົວຂອງທະເລຊາຍປາຕັນຈຶ໋ຫລິນ (Badain Jaran Desert), ທະເລຊາຍເຖິງເກ໋ຫລີ່ (Tengger Desert) ແລະ ທະເລຊາຍອູຫລານປູ້ເຫີ (Ulan Buh Desert) ໂດຍຕັ້ງເປົ້າຈະສ້າງແນວປ້ອງກັນຊາຍສ່ວນສຸດທ້າຍໄລຍະທາງ 430 ກິໂລແມັດໃຫ້ແລ້ວສຳເລັດພາຍໃນ 6 ເດືອນ ຫລັງຈາກສ້າງໄປແລ້ວ 1,425 ກິໂລແມັດ ເປັນແນວປ້ອງກັນທີ່ປະກອບດ້ວຍການໃຊ້ແຜງພະລັງງານແສງຕາເວັນຄວບຄຸມຊາຍ, ການປູກຕົ້ນໄມ້ ແລະ ການຟື້ນຟູພືດພັນ. ປູກດອກກຸຫລາບໃນຊິນຈຽງອຸຍກູ ສ່ວນທີ່ຊິນຈຽງອຸຍກູ ທາງການດຳເນີນການປູກຕົ້ນກຸຫລາບເພື່ອຢຸດຢັ້ງການຂະຫຍາຍຕົວຂອງທະເລຊາຍທາກລິມາກັນ (Taklimakan Desert) ດອກກຸຫລາບມີລະບົບຮາກທີ່ແຂງແຮງ, ຂະຫຍາຍແລະເຕີບໂຕໄດ້ໄວ, ສາມາດເຕີບໂຕເປັນກຳແພງດອກໄມ້ສູງ 2-3 ແມັດໄດ້ພາຍໃນເວລາ 2-3 ປີ, ຊ່ວຍຫລຸດອັນຕະລາຍຈາກພາຍຸຊາຍແລະຫລຸດການເຮັດໃຫ້ດິນເຊື່ອມໂຊມຈົນປ່ຽນສະພາບເປັນທະເລຊາຍ