ສັນຍານ “HELP” ທີ່ລຶກລັບ ປາກົດໃຫ້ເຫັນໃນ Google Maps ໄຂປິດສະໜາ ໃຜກຳລັງຮ້ອງຂໍຄວາມໃຫ້ຊ່ວຍເຫຼືອ

ວັນທີ 27 ມັງກອນ 2025 ເວັບໄຊທ໌ The Express Tribune ເປີດເຜີຍວ່າ ມີເລື່ອງລາວປິດສະໜາທີ່ໜ້າປະຫຼາດໃຈກຳລັງກາຍເປັນປະເດັນທີ່ຖົກຖຽງກັນຢູ່ໃນໂລກອອນໄລນ໌ໃນຕ່າງປະເທດ ເມື່ອມີຜູ້ພົບຂໍ້ຄວາມລຶກລັບທີ່ສະກົດຄຳວ່າ “HELP” ຈຳນວນຫຼາຍປາກົດຢູ່ໃນແຜນທີ່ຂອງ Google Maps ໃນພື້ນທີ່ Los Angeles ລັດ California ສະຫະລັດອະເມລິກາ ທຳໃຫ້ຫຼາຍຄົນເກີດຄວາມສົງໃສແລະເປັນຫ່ວງວ່າ ມີໃຜກຳລັງສົ່ງຂໍ້ຄວາມນີ້ເພື່ອຂໍຄວາມຊ່ວຍເຫຼືອຢູ່ຫຼືບໍ່. ຜູ້ໃຊ້ໂຊຊຽວລທັງໃນແພລດຟອມອອນໄລນ໌ທັງ X ແລະ Reddit ໄດ້ເຜີຍແຜ່ຮູບພາບໃນ Google Maps ສະແດງໃຫ້ເຫັນພື້ນທີ່ບໍລິເວນໜຶ່ງໃກ້ກັບສະໜາມລົດໄຟ Union Pacific ທີ່ຈຸດຕັດຂອງຖະໜົນ E Cesar Chavez Ave ແລະ N Mission Rd ໃນ Los Angeles ເຊິ່ງຕົວຈິງແລ້ວບໍລິເວນນັ້ນເປັນພື້ນທີ່ເຕັມໄປດ້ວຍຊາກວັດສະດຸກໍ່ສ້າງ ແລະ ຕູ້ຄອນເທນເນີ້ ແລະ ຢູ່ພື້ນດິນມີຄຳວ່າ HELP ປາກົດຢູ່ຫຼາຍຈຸດ ກະຈາຍຢູ່ທົ່ວບໍລິເວນ ເຊິ່ງສາມາດເຫັນໄດ້ຊັດເຈນຈາກຮູບຖ່າຍດາວທຽມ. ນອກຈາກຄຳວ່າ […]

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ສົ່ງສານຊົມເຊີຍ ເຖິງຄູ່ຮ່ວມຕຳແໜ່ງທີ່ຣາຊະອານາຈັກໄທ

ໃນວັນທີ 16 ສິງຫາ 2024 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ສົ່ງສານຊົມເຊີຍ ເຖິງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນໂອກາດທີ່ ໄດ້ຮັບເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ຄົນໃໝ່. ເນື້ອໃນສານໄດ້ ລະບຸວ່າ: ໃນນາມລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ທ່ານ ເນື່ອງໃນໂອກາດທີ່ ໄດ້ຮັບເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ຄົນໃໝ່. ຂ້າພະເຈົ້າ ເຊື່ອໝັ້ນວ່າ ດ້ວຍຄວາມສາມາດ ແລະ ປະສົບການທີ່ສູງສົ່ງຂອງ ທ່ານ ຣາຊະອານາຈັກໄທ ຈະສືບຕໍ່ມີຄວາມຈະເລີນກ້າວໜ້າ ແລະ ວັດທະນະຖາວອນຍິ່ງໆຂຶ້ນ. […]

ກຳປູເຈຍ ຈະເກັບພາສີ ພະລັງງານໄຟຟ້າ ຈາກ ຜູ້ໃຊ້ໂຊລາເຊລ ຢູ່ຫລັງຄາ

ສໍານັກຂ່າວ ຊິນຮວາ ຂອງ ສປຈີນ,  ເມື່ອບໍ່ດົນມານີ້ ການໄຟຟ້າ ແຫ່ງກໍາປູເຈຍ (EAC) ເປີດເຜີຍວ່າ ຜູ້ຕິດຕັ້ງ ລະບົບ ຜະລິດ ພະລັງງານ ແສງຕາເວັນ ເທິງຫລັງຄາ ທີ່ມີ ກຳລັງ ການຜະລິດ ຫລາຍກວ່າ 10 ກິໂລວັດ ຈະຕ້ອງຊໍາລະ ຄ່າພະລັງງານ ໄຟຟ້າ. ເຈົ້າໜ້າທີ່ ການໄຟຟ້າ ລະບຸວ່າ: ຜູ້ໃຊ້ລະບົບ ພະລັງງານ ແສງຕາເວັນ ດັ່ງກ່າວ ທີ່ ໃຊ້ໄຟຟ້າ ຈາກ ເຄືອຂ່າຍ ການໄຟຟ້າ ຕ້ອງຂຶ້ນ ທະບຽນ ການຕິດຕັ້ງ ລະບົບ ພະລັງງານ ແສງຕາເວັນ ກັບ ທາງການ,  ບໍ່ດັ່ງນັ້ນ ຈະຖືກ ປັບ  ໃໝ. ນັບແຕ່ ເດືອນທັນວາ ປີ 2023 ຈົນເຖິງ ປັດຈຸບັນ ມີຜູ້ໃຊ້ […]

ອີຢູ ສືບຕໍ່ກຳນົດສິດຊາວລີ້ໄພ ອູແກຣນ ໄປຈົນຮອດປີ 2026

ວິທະຍຸ ກະຈາຍ ສຽງແຫ່ງຊາດ ຫວຽດນາມ,ເມື່ອບໍ່ດົນມານີ້, ສະຫະພາບ ເອີຣົບ (ອີຢູ) ໄດ້ຕໍ່ກຳນົດສິດ ຂອງຊາວລີ້ໄພ ອູແກຣນ ໃຫ້ໄດ້ອາໄສໃນກຸ່ມນີ້ ຕື່ມອີກ 1 ປີ ໄປຈົນຮອດ ເດືອນ ມີນາ 2026.ປະຈຸບັນ, ມີຊາວລີ້ໄພ ອູແກຣນ ປະມານ 4,2 ລ້ານຄົນ ຈົດທະບຽນ ຂໍລີ້ໄພ ຢູ່ທົ່ວ ອີຢູ.ໃນນັ້ນ ລວມມີ: ເຢຍລະມັນ, ໂປໂລຍ ແລະ ສ.ເຊັກໂກ ແມ່ນບັນດາ ປະເທດ ມີຈຳນວນ ຊາວລີ້ໄພ ຫລາຍທີ່ສຸດ. ທ່ານ Nicole de Moor, ລັດຖະມົນຕີ ຜູ້ຮັບຜິດຊອບ ການລີ້ໄພ ແລະ ອົບພະຍົບຂອງ ແບນຊິກ, ປະເທດ ພວມດຳລົງຕຳແໜ່ງ ປະທານ ໝູນວຽນ ສະພາ ເອຣົບ (ຮອດເດືອນ ມິຖຸນາ), […]

ອັດຕາເງິນເຟີ້ໃນສິງກະໂປ ຮັກສາຢູ່ລະດັບ 3,1%

ສຳນັກຂ່າວStraits Times,ລາຍງານວ່າ: ອັດຕາ ເງິນເຟີ້ ພື້ນຖານ(Core inflation)ຂອງສິງກະໂປ ໃນເດືອນພຶດສະພາ ຍັງຮັກສາ ຢູ່ລະດັບ 3,1% ຕໍ່ເນື່ອງເປັນເດືອນ ທີ3 ແລ້ວ ເນື່ອງຈາກ ລາຄາ ສິນຄ້າ ອຸປະໂພກ ບໍລິໂພກ ໃນປະເທດ ຍັງຄົງປັບຕົວ ເພີ່ມຂຶ້ນ ເຮັດໃຫ້ ຊາວສິງກະໂປ ຕ້ອງຈ່າຍເງິນ ເພີ່ມຫລາຍຂຶ້ນ ສຳລັບ ການເດີນທາງ ທ່ອງທ່ຽວ.ຂະນະທີ່, ອັດຕາເງິນເຟີ້ ພາກບໍລິການ ໃນເດືອນພຶດສະພາ ຢູ່ໃນລະດັບ 3.6% ເນື່ອງຈາກ ປະຊາຊົນ ໃຊ້ຈ່າຍ ໃນການທ່ອງທ່ຽວ ຫລາຍຂຶ້ນ.   ລາຄາ​ປີ້​ຍົນ ​ໄດ້​ຫລຸດ​ລົງ ​ໜ້ອຍ​ໜຶ່ງ.ຂະນະດຽວກັນການເພີ່ມຂຶ້ນ ຂອງ ອັດຕາ​ ເງິນ​ເຟີ້ ​ພາກ​ບໍລິການ ຖືກຊົດເຊີຍ ດ້ວຍອັດຕາເງິນເຟີ້ ທີ່ຫລຸດລົງ ໃນສ່ວນ ຄ່າໄຟຟ້າ ແລະ ອາຍແກັສ ລວມໄປເຖິງ ສິນຄ້າ […]

ກອງປະຊຸມບັນດາຜູ້ນຳໜ້າຄັ້ງທີ 15 ເວທີປາໄສເສດຖະກິດໂລກ

ວິທະຍຸ ກະຈາຍສຽງ ແຫ່ງຊາດ ຫວຽດນາມ, ກອງປະຊຸມ ບັນດາ ຜູ້ນຳໜ້າ ຄັ້ງທີ 15 ຂອງເວທີປາໄສ ເສດຖະກິດໂລກ (WEF 15), ຫລື ເອີ້ນວ່າ Davos ລະດູແລ້ງ, ດຳເນີນ ແຕ່ວັນທີ 25–27 ມິຖຸນາ ຢູ່ນະຄອນ ຕະຫລຽນ, ແຂວງ ຫລຽວໜິງ ຂອງ ສປ ຈີນ ພາຍໃຕ້ຫົວຂໍ້ “ບັນດາຂົງເຂດ ເຕີບໂຕໃໝ່” ເພື່ອປຶກສາ ຫາລື ກ່ຽວກັບ ຫລາຍຫົວຂໍ້ທີ່ກ່ຽວຂ້ອງເຖິງ ການສ້າງ ຮູບແບບ ເຕີບໂຕສີຂຽວ ແລະ ຍືນຍົງ ໃຫ້ອະນາຄົດ. ນັບແຕ່ປີ 2007, ເມື່ອ WEF ຈັດກອງປະຊຸມ ຄັ້ງທຳອິດຢູ່ ສປ ຈີນ, ທຽນຈີນ ແລະ ຕະຫລຽນ ເຊິ່ງເປັນສອງ ນະຄອນ ຜັດປ່ຽນກັນ […]

ອາຟຣິກາ ໄດ້ຮັບທຶນພັດທະນາຕະຫລາດວັກຊິນ ຫລາຍກວ່າ 1 ຕື້ໂດລາສະຫະລັດ

ວິທະຍຸ ກະຈາຍສຽງ ແຫ່ງຊາດ ຫວຽດນາມ, ບັນດາ ການນຳໂລກ, ບັນດາ ກຸ່ມການແພດ ແລະ ບໍລິສັດ ການຢາ ເຂົ້າຮ່ວມ ກອງປະຊຸມ ສຸດຍອດ ອົງການ ພັນທະມິດ ວັດເຊິນ ແລະ ການສັກວັກຊິນ ໃນທົ່ວໂລກ (Gavi) ຈັດຂຶ້ນ ໃນວັນທີ 20 ມິຖຸນານີ້ ໄດ້ປະກາດ ບ້ວງເງິນ ໜູນຊ່ວຍ ທີ່ມີມູນຄ່າ 1,2 ຕື້ໂດລາ ສະຫະລັດ ເພື່ອຜະລິດ ວັກຊິນ ຢູ່ ອາຟຣິກາ ເຊິ່ງແມ່ນສະຖານທີ່ ພວມຜະເຊີນໜ້າກັບ ວິກິດການ ດ້ານການແພດ ລວມທັງ ໂລກອະຫິວາ ທີ່ພວມເພີ່ມຂຶ້ນ.ໃນໂອກາດນີ້ ທ່ານ ເອັມມານູເອລ ມາໂຄຣນ (Emmanuel Macron) ປະທານາທາບໍດີ ຝຣັ່ງ ໃຫ້ຮູ້ວ່າ: ລາຍການ ເພີ່ມຄວາມໄວ ໃນການຜະລິດ ວັກຊິນຢູ່ […]

ອິດສະຣາແອນ ເລັ່ງຍົກເລິກ ການໃຊ້ເຊື້ອໄຟຟໍສຊິລ ໃນປີ 2050

ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ກະຊວງ ພະລັງງານ ແລະ ພື້ນຖານ ໂຄງລ່າງຂອງ ອິດສະຣາແອນ ໄດ້ປະກາດ ແຜນຍຸດທະສາດ ເພື່ອການປ່ຽນ ຜ່ານ ພະລັງງານ ເຊື້ອໄຟ ຟໍສຊິລ ແບບດັ່ງເດີມ ເປັນເຊື້ອໄຟ ຊີວະພາບ , ເຊື້ອໄຟ ສັງເຄາະ ແລະ ເຊື້ອໄຟ ໄຮໂດຣເຈນ ໃນປີ 2050. ໂດຍເປົ້າໝາຍ ຕົ້ນຕໍ ເພື່ອປັບປຸງ ການຈະເລີນ ເຕີບໂຕ ທາງເສດຖະກິດ ຂອງປະເທດ ໃຫ້ສອດຄ່ອງ ກັບຂໍ້ກຳນົດ ດ້ານສະພາບ ພູມອາກາດໂລກ ແລະ ການສ້າງ ຄວາມທັນສະໄໝ .ໂດຍ ອິດສະຣາແອນ ຈະຈັດຫາ ຊື້ອໄຟ ທີ່ ເຊື່ອຖືໄດ້ ໃຫ້ແກ່ ທຸກພາກສ່ວນ ຂອງ ເສດຖະກິດ , ຍົກລະດັບ […]

ກຳປູເຈຍ ສົ່ງອອກເຂົ້າ-ຢາງພາລາ ຫລາຍກວ່າ 384 ລ້ານໂດລາ

ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ກຳປູເຈຍ ສ້າງລາຍໄດ້ ຈາກ ການສົ່ງອອກເຂົ້າ ແລະ ຢາງພາລາແຫ້ງ ລວມມີ 384,4 ລ້ານໂດລາ ສະຫະລັດ ໃນໄລຍະເດືອນ ມັງກອນ-ເດືອນພືດສະພາ ໃນປີນີ້. ໂດຍ ສະຫະພັນເຂົ້າ ແຫ່ງ ກຳປູເຈຍ ລາຍງານວ່າ:​ ກໍາປູເຈຍ ສົ່ງອອກ ເຂົ້າສານ 302.592 ໂຕນ ໄປຍັງ 63 ປະເທດ ແລະ ພາກພື້ນ ໃນໄລຍະ 5 ເດືອນ ຂອງ ປີນີ້ ແລະ ສາມາດ ສ້າງລາຍໄດ້ 219,9 ລ້ານໂດລາ ສະຫະລັດ. ໂດຍ ຈີນ ຍັງສືບຕໍ່ ເປັນ ຜູ້ຊື້ເຂົ້າ ກຳປູເຈຍ ຂະໜາດໃຫຍ່ ລວມມີ 73.322 ໂຕນ,​ […]

ອາກາດຮ້ອນອຸນຫະພູມເພິ່ມສູງຂຶ້ນ ເຮັດໃຫ້ພາກກະສິກຳຢູ່ມຽນມາປະສົບຄວາມເສຍຫາຍ

ນັບແຕ່ເດືອນເມສາປີນີ້ເປັນຕົ້ນມາ, ຍ້ອນໄດ້ຮັບຜົນກະທົບຈາກປະກົດການເອວນິນໂນ ເຮັດໃຫ້ມຽນມາປະສົບກັບສະພາບອາກາດຮ້ອນອົບເອົ້າອຸນຫະພູມເພິ່ມສູງຂຶ້ນຜິດປົກກະຕິ, ອຸນຫະພູມຢູ່ຫຼາຍພື້ນທີ່ຂອງມຽນມາໄດ້ເພີ່ມຂຶ້ນສູງເປັນສະຕິຖິສູງສຸດໃນປະຫວັດສາດ. ຈາກອາກາດຮ້ອນອົບເອົ້າ ແລະ ອຸນຫະພູມເພິ່ມສູງຂຶ້ນຄືແນວນີ້ໄດ້ສ້າງຄວາມເສຍຫາຍຢ່າງໜັກໜ່ວງຕໍ່ການຜະລິດກະສິກຳຂອງມຽນມາ. ປີນີ້, ຍ້ອນອຸນຫະພູມເພິ່ມສູງຂຶ້ນ ບວກກັບ ຝົນຕົກບໍ່ຖືກຕ້ອງຕາມລະດູການ ເຮັດໃຫ້ແມ່ນ້ຳ ແລະ ນ້ຳສ້າງທີ່ຊາວບ້ານຈຳນວນຫຼາຍໃຊ້ເຂົ້າໃນການດຳລົງຊີວິດນັ້ນລ້ວນແຕ່ເຫືອດແຫ້ງ ຈົນບໍ່ສາມາດປູກຝັງໄດ້. ອຸນຫະພູມເພິ່ມສູງຂຶ້ນຍັງເຮັດໃຫ້ຄວາມຕ້ອງການໃຊ້ພະລັງໄຟຟ້າຢູ່ຫຼາຍແຫ່ງຂອງມຽນມາເພີ່ມຫຼາຍຂຶ້ນ ຈົນຂາດໄຟຟ້າໃຊ້ຢ່າງຫຼວງຫຼາຍ, ເວລາການສະໜອງໄຟຟ້າຢູ່ຫຼາຍແຫຼ່ງໄດ້ຫຼຸດລົງບໍ່ຮອດ 6 ຊົ່ວໂມງຕໍ່ມື້. ວິຊາການເຕັກນິກກະສິກຳທ້ອງຖິ່ນຂອງມຽນມາກ່າວວ່າ: ສຳລັບການປູກເຂົ້າ, ຊາວກະສິກອນສ່ວນໃຫຍ່ແມ່ນປັກດຳໃນເດືອນມີນາ, ປັດຈຸບັນພວມຢູ່ໃນໄລຍະເຂົ້າຖອກຮວງ, ແຕ່ອຸນຫະພູມເພິ່ມສູງຂຶ້ນ ແລະ ເກີດໄພແຫ້ງແລ້ງເຮັດໃຫ້ອັດຕາການຖອກຮວງຂອງເຂົ້າຫຼຸດຕ່ຳລົງ, ສິ່ງນີ້ບໍ່ພຽງແຕ່ສ້າງຜົນກະທົບຕໍ່ຜົນຜະລິດເທົ່ານັ້ນ ຍັງເຮັດໃຫ້ພະຍາດ ແລະ ສັດຕູພືດເພີ່ມຫຼາຍຂຶ້ນ. ນອກຈາກເຮັດໃຫ້ການປູກເຂົ້າ ແລະ ເຂົ້າບະເລໄດ້ຮັບຜົນກະທົບແລ້ວ, ຍ້ອນອຸນຫະພູມເພິ່ມສູງຂຶ້ນຢ່າງຕໍ່ເນື່ອງຍັງເຮັດໃຫ້ໝາກໄມ້ເຂດຮ້ອນຕ່າງໆ ເຊັ່ນ:ໝາກມ່ວງ ແລະ ໝາກເງາະເປັນຕົ້ນສຸກກ່ອນກຳນົດ, ບໍ່ພຽງແຕ່ລົດຊາດບໍ່ແຊບເທົ່ານັ້ນ, ຈຳນວນຜົນຜະລິດກໍ່ຫຼຸດໜ້ອຍລົງຢ່າງເດັ່ນຊັດ, ສິ່ງນີ້ຈະສ້າງຜົນກະທົບຕໍ່ການສົ່ງອອກຜະລິດຕະພັນກະສິກຳຂອງມຽນມາໃນປີນີ້ຢ່າງຫຼວງຫຼາຍ. ຂ່າວ: CRI-FM93