ລວມນ້ຳມັນທາຜິວໜ້າຈາກທຳມະຊາດເພື່ອຜິວງາມສຸຂະພາບດີ

ນ້ຳມັນທາຜິວໜ້າ ກາຍເປັນໜຶ່ງໃນໄອເທັມດູແລຜິວທີ່ຫຼາຍຄົນໃຫ້ຄວາມສົນໃຈ ໂດຍສະເພາະນ້ຳມັນຈາກທຳມະຊາດທີ່ອ່ອນໂຍນແລະປອດໄພ ບົດຄວາມນີ້ຈະພາຄຸນໄປຮູ້ຈັກນ້ຳມັນແຕ່ລະຊະນິດ ລວມທັງວິທີເລືອກໃຫ້ເໝາະກັບສະພາບຜິວ ເປັນຫຍັງຈຶ່ງຄວນໃຊ້ນ້ຳມັນທາຜິວໜ້າ ນ້ຳມັນທາຜິວໜ້າ ຊ່ວຍເຕີມຄວາມຊຸ່ມຊື່ນ ປັບສົມດຸນຜິວ ແລະປ້ອງກັນການສູນເສຍນ້ຳ ເໝາະທັງກັບຜິວແຫ້ງ ຜິວມັນ ຫຼືແມ້ແຕ່ຜິວແພ້ງ່າຍ ນ້ຳມັນຈາກທຳມະຊາດມັກອຸດົມໄປດ້ວຍກອດໄຂມັນຈຳເປັນ ວິຕາມິນ ແລະສານຕ້ານອະນຸມູນອິດສະຫຼະທີ່ຊ່ວຍຟື້ນຟູຜິວຈາກພາຍໃນ ນ້ຳມັນທາຜິວໜ້າ ຈາກທຳມະຊາດຍອດນິຍົມ Jojoba Oil (ໂຈໂຈ້ບາອອຍ) ຄືນ້ຳມັນທາຜິວໜ້າທີ່ສະກັດຈາກເມັດຂອງພືດໂຈໂຈ້ບາ ມີຄຸນສົມບັດຄ້າຍນ້ຳມັນຕາມທຳມະຊາດຂອງຜິວມະນຸດ (sebum) ຈຶ່ງຊ່ວຍຄວບຄຸມຄວາມມັນໄດ້ດີ ຊຶມງ່າຍ ບໍ່ເໜຍວເໜາະໜະ ແລະບໍ່ອຸດຕັນຮູຂຸມຂົນ ເໝາະສຳລັບທຸກສະພາບຜິວ ໂດຍສະເພາະຜິວມັນແລະຜິວເປັນສິວ Rosehip Oil (ໂຣສຮິບອອຍ) ໄດ້ຈາກເມັດຂອງຜົນກຸຫຼາບປ່າ ເປັນນ້ຳມັນທາຜິວໜ້າທີ່ອຸດົມດ້ວຍວິຕາມິນ A, C ແລະກອດໄຂມັນຈຳເປັນ ເໝາະກັບຜູ້ທີ່ຕ້ອງການຫຼຸດຮອຍສິວ ຈຸດດ່າງດຳ ຮອຍແຜົນເປັນ ແລະຟື້ນຟູຜິວໃຫ້ກະຈ່າງໃສຢ່າງເປັນທຳມະຊາດ Argan Oil (ອາການອອຍ) ສະກັດຈາກເມັດຂອງຕົ້ນອາການທີ່ພົບໃນປະເທດໂມຣັອກໂກ ເປັນນ້ຳມັນທາຜິວໜ້າທີ່ອຸດົມໄປດ້ວຍວິຕາມິນ E ແລະສານຕ້ານອະນຸມູນອິດສະຫຼະ ມີຄຸນສົມບັດຊ່ວຍໃຫ້ຜິວນຸ່ມຊຸ່ມຊື່ນ ຫຼຸດການອັກເສບ ແລະເສີມຄວາມຍືດຫຍຸ່ນຂອງຜິວ ເໝາະກັບຜິວແຫ້ງຫຼືຜູ້ມີບັນຫາຮີ້ວຮອຍ Marula Oil […]

ໝາກໄມ້ທັນຍາຫານ ຫວານກວ່ານ້ຳຕານ 300 ເທົ່າ ແຕ່ບໍ່ອັນຕະລາຍ ຊ່ວຍປ້ອງກັນມະເຣັງ

ການວິໄຈອາເມລິກາ ຮັບປະກັນ  ໝາກໄມ້ທີ່ຫວານກວ່ານ້ຳຕານທາຍ 300 ເທົ່າ ແຕ່ບໍ່ເພີ່ມລະດັບນ້ຳຕານໃນເລືອດ ຊ່ວຍປ້ອງກັນມະເຣັງໄດ້ດ້ວຍ ຄົນບໍ່ຄ່ອຍຮູ້ຈັກ   ໃນຊ່ວງລະດູຮ້ອນທີ່ຮ້ອນອົບເອົ້້າ ຄົນຈີນມັກຈະຕົ້ມຊາ ຫລໍຮັງກ້ວຍ (Momordica grosvenori Swingle) ດື່ມເພື່ອຄາຍຮ້ອນ ຊານີ້ມີລົດຫວານ ແລະ ກິ່ນຫອມອ່ອນໆ ແຕ່ມີບໍ່ເທົ່າໃດຄົນທີ່ຮູ້ວ່າ ຄວາມຫວານນີ້ແມ່ນຈຸດເດັ່ນຂອງຫລໍຮັງກ້ວຍ ແລະ ການດື່ມເປັນປະຈຳສາມາດສົ່ງຜົນດີຕໍ່ສຸຂະພາບຢ່າງຫຼາຍ ເຊັ່ນ: ຊ່ວຍຫຼຸດລະດັບນ້ຳຕານໃນເລືອດ ແລະ ຫຼຸດຄວາມສ່ຽງໂຣກມະເຣັງ   ຫວານກວ່ານ້ຳຕານທາຍເຖິງ 300 ເທົ່າ ແຕ່ບໍ່ເພີ່ມລະດັບນ້ຳຕານໃນເລືອດ   ຕາມລາຍງານຂອງນິດສານ Health ຫລໍຮັງກ້ວຍມີລົດຫວານຫຼາຍກວ່ານ້ຳຕານທາຍເຖິງ 300 ເທົ່າ ແຕ່ບໍ່ເຮັດໃຫ້ລະດັບນ້ຳຕານໃນເລືອດສູງຂຶ້ນ ເພາະມີສານ ໂມໂກຣໄຊ (Mogrosides) ທີ່ໃຫ້ຄວາມຫວານແຕ່ບໍ່ມີແຄລໍຣີ   ຈຶ່ງກາຍເປັນສານໃຫ້ຄວາມຫວານຈາກທຳມະຊາດທີ່ປອດໄພ ເໝາະສຳລັບຜູ້ປ່ວຍເບົາຫວານ ຫຼື ຜູ້ທີ່ຕ້ອງການຄວບຄຸມລະດັບນ້ຳຕານໃນຮ່າງກາຍ   ທັງນີ້ ຫ້ອງການອາຫານ ແລະ ຢາແຫ່ງສະຫະລັດ (FDA) ກໍ່ຮັບຮອງແລ້ວວ່າ […]

ແມ່ຍິງ ດື່ມນ້ຳອັດລົມມື້ລະ 1 ກະປ໋ອງ ສ່ຽງເປັນມະເຮັງ ໃນຊ່ອງປາກເພີ່ມຂຶ້ນ 5 ເທົ່າ

ມະເຮັງເຕົ້ານົມ ແລະ ມະເຮັງປາກມົດລູກ ເປັນພະຍາດຮ້າຍທີ່ພາກຊີວິດແມ່ຍິງທົ່ວໂລກໃນທຸກປີ ແລ ະຍັງເປັນພະຍາດມະເຮັງທີ່ພົບໃນແມ່ຍິງຫຼາຍທີ່ສຸດອີກດ້ວຍ   ແຕ່ນັກວິໄຈລະບຸວ່າ ກຳລັງມີພະຍາດຮ້າຍທີ່ເປັນໄພຕໍ່ແມ່ຍິງຊຶ່ງເປັນຕາຍ້ານບໍ່ແພ້ກັນ ນັ້ນກໍຄື ພະຍາດມະເຮັງຊ່ອງປາກ   ໂດຍງານວິໄຈໃໝ່ຈາກມະຫາວິທະຍາໄລວໍຊິງຕັນພົບວ່າ ແມ່ຍິງທີ່ດື່ມເຄື່ອງດື່ມອັດລົມທີ່ມີນ້ຳຕານສູງຢ່າງໜ້ອຍ 1 ກະປ໋ອງຕໍ່ມື້ ມີແນວໂນ້ມທີ່ຈະເປັນມະເຮັງໃນຊ່ອງປາກ ຫຼາຍກວ່າຜູ້ທີ່ຫຼີກຫຼ່ຽງເຄື່ອງດື່ມດັ່ງກ່າວປະມານ 5 ເທົ່າ   ໃຜເປັນກຸ່ມສ່ຽງມະເຮັງໃນຊ່ອງປາກ?   ໂດຍທົ່ວໄປແລ້ວ ມະເຮັງໃນຊ່ອງປາກມັກເກີດຂຶ້ນກັບຜູ້ຊາຍສູງອາຍຸທີ່ສູບຢາ ແລະ ດື່ມແອລກໍຮອນເປັນປະຈຳ   ອາການທົ່ວໄປຂອງມະເຮັງໃນຊ່ອງປາກ ຈະເຮັດໃຫ້ເກີດພາດແຜເຈັບປວດບໍລິເວນຂອບປາກ ຫຼື ເຫງືອກ ແລະ ສາມາດແຜ່ກະຈາຍລົງໄປຍັງຄໍຫາກບໍ່ໄດ້ຮັບການຮັກສາ   ຂໍ້ມູນຈາກສະຖາບັນມະເຮັງແຫ່ງຊາດປະເທດໄທຊີ້ວ່າ ກວ່າ 90% ຂອງຜູ້ປ່ວຍມະເຮັງໃນຊ່ອງປາກເປັນຜູ້ທີ່ສູບຢາ ດື່ມເຫຼົ້າ ໂດຍຜູ້ທີ່ສູບຢາ ແລະ ດື່ມເຫຼົ້າ ຈະມີໂອກາດເປັນມະເຮັງຫຼາຍກວ່າຜູ້ທີ່ບໍ່ສູບຢາ ແລະ ດື່ມເຫຼົ້າ 15 ເທົ່າ   ແຕ່ປັດຈຸບັນມີປັດໄຈກະຕຸ້ນໂຕໃໝ່ ໂດຍຕາມລາຍງານຂອງ United Press International ສຳນັກຂ່າວຈາກສະຫະລັດລ່າສຸດຊີ້ວ່າ […]

ຢັບຢັ້ງຄ່າໄຟພຸ່ງສູງ 5 ອຸປະກອນທີ່ຄວນ “ຖອດປັ່ກ” ເມື່ອບໍ່ໃຊ້ງານ

 5 ອຸປະກອນທີ່ຄວນ “ຖອດປັ່ກ” ເມື່ອບໍ່ໃຊ້ງານຢັບຢັ້ງບິນຄ່າໄຟພຸ່ງສູງ!   ຫຼາຍຄອບຄົວເຈີກັບຄ່າໄຟທີ່ຂ້ອນຂ້າງສູງ ໂດຍສະເພາະເມື່ອມີການໃຊ້ງານເຄື່ອງປັບອາກາດ ແລະ ພັດລົມຢ່າງຕໍ່ເນື່ອງໃນແຕ່ລະວັນ ຢ່າງໃດກໍຕາມ ຍັງມີອີກຫນຶ່ງສາເຫດທີ່ເຮັດໃຫ້ຄ່າໄຟບ້ານເຈົ້າສູງໂດຍບໍ່ຮູ້ຕົວ ນັ້ນຄື “ການສຽບປັ່ກອຸປະກອນໄຟຟ້າໄວ້ແມ້ເຖິງວ່າບໍ່ໄດ້ໃຊ້ງານ”   ຕາມລາຍງານຈາກເວັບໄຊ ຂ່າວ VTC News ຈາກທາງຝັ່ງຫວຽດນາມ ໄດ້ແຊຣ໌ເຄັດລັບທີ່ອ້າງອີງຈາກຜູ້ຊ່ຽວຊານ ເຕືອນວ່າມີອຸປະກອນໄຟຟ້າບາງຊະນິດທີ່ແມ້ຈະບໍ່ເປີດໃຊ້ງານ   ແຕ່ກໍຍັງຄົງດຶງກະແສໄຟຟ້າຢູ່ ດັ່ງນັ້ນ ຫາກຕ້ອງການປະຫຍັດຄ່າໄຟ ຄວນຫມັ່ນກວດ ແລະ ຖອດປັ່ກອຸປະກອນເຫຼົ່ານີ້ເມື່ອບໍ່ໄດ້ໃຊ້ງານ   ເຄື່ອງເຮັດນ້ຳອຸ່ນ   ເຄື່ອງເຮັດນ້ຳອຸ່ນເຖິງວ່າຈະມີລະບົບຮັກສາອຸນຫະພູມ ແຕ່ຫາກສຽບປັ່ກໄຟໄວ້ຕະຫຼອດເວລາ ຈະມີການເຮັດຄວາມຮ້ອນອັດຕະໂນມັດເມື່ອອຸນຫະພູມນ້ຳຫຼຸດຕ່ຳລົງ   ສົ່ງຜົນໃຫ້ເປືອງພະລັງງານໂດຍບໍ່ຈຳເປັນ ຕົວຢ່າງເຊັ່ນ ເຄື່ອງເຮັດນ້ຳອຸ່ນຂະໜາດ 2,000 ວັດ ຫາກເຮັດວຽກອັດຕະໂນມັດ 3-4 ຄັ້ງຕໍ່ວັນ ຄັ້ງລະ 30 ນາທີ ຈະໃຊ້ໄຟຟ້າສູງເຖິງ 3-4 ຫົວໜ່ວຍຕໍ່ວັນ ຄິດເປັນຄ່າໃຊ້ຈ່າຍທີ່ບໍ່ນ້ອຍເລີຍຕໍ່ເດືອນ   ດັ່ງນັ້ນ ຖອດປັ່ກໄຟ ຫຼື ເອົາສະວິດລົງຫຼັງໃຊ້ງານແລ້ວທຸກຄັ້ງ […]

ຜັກ ແລະ ໝາກໄມ້ 6 ຊະນິດ ຊ່ວຍຄຸມຄວາມດັນ ຫຼຸດການດູດຊຶມໄຂມັນ ຕ້ານອັກເສບຫຼອດເລືອດ

ເຖິງແມ່ນໄຂມັນມີຄວາມຈໍາເປັນຕໍ່ຮ່າງກາຍ ແຕ່ຫາກມີຫຼາຍເກີນໄປກໍ່ອາດມີໂທດໄດ້ຄືກັນ ເຊັ່ນດຽວກັນກັບຄວາມດັນເລືອດທີ່ຫາກມີຄວາມດັນເລືອດສູງກໍ່ອາດສົ່ງຜົນໃຫ້ເກີດໂລກຫົວໃຈ ແລະ ຫຼອດເລືອດ ເຊັ່ນ: ຫຼອດເລືອດສະໝອງແຕກ ແລະ ອາດຮ້າຍແຮງເຖິງຂັ້ນເສຍຊີວິດ ເພາະສະນັ້ນການເລືອກກິນອາຫານທີ່ມີປະໂຫຍດ ໂດຍສະເພາະຜັກ ແລະ ໝາກໄມ້ບາງຊະນິດທີ່ມີຄຸນສົມບັດຊ່ວຍຫຼຸດການດູດຊຶມໄຂມັນ ແລະ ຫຼຸດຄວາມດັນເລືອດ ຍ່ອມຊ່ວຍໃຫ້ສຸຂະພາບດີໃນລະຍະຍາວ   ຜັກ ແລະ ໝາກໄມ້ທີ່ຊ່ວຍຄວບຄຸມຄວາມດັນເລືອດ   ກະທຽມ ມີສານອັລລິຊິນ (Allicin) ຊຶ່ງເປັນສານຕ້ານອະນຸມູນອິສະລະ ນອກຈາກນີ້ສາມາດຫຼຸດການຊຶມຜ່ານຂອງຄໍເລັສເຕໍຣໍຈາກລະບົບທາງເດີນອາຫານເຂົ້າສູ່ກະແສເລືອດ ອີກທັງຊ່ວຍຕ້ານການແຂງຕົວຂອງເກັດເລືອດ   ດັ່ງນັ້ນຈຶ່ງມີຜົນເຮັດໃຫ້ເກັດເລືອດບໍ່ຈັບຕົວເປັນກ້ອນເມື່ອພາຍໃນຫຼອດເລືອດເກີດການອັກເສບ ຫຼື ເປັນແຜນ ແຕ່ຢ່າງໃດກໍ່ຕາມສານອັລລິຊິນມັກພົບໃນກະທຽມສົດ ການຮັບປະທານອາຫານເສີມໃນຮູບແບບກະທຽມເມັດຄວນປຶກສາແພດກ່ອນຮັບປະທານ   ຜັກບົ້ງ ໂພແທດເຊຍມໃນບົ້ງມີຄຸນສົມບັດສໍາຄັນໃນການຫຼຸດຄວາມດັນເລືອດ ດັ່ງນັ້ນຜູ້ທີ່ປ່ວຍເປັນຄວາມດັນເລືອດສູງຈຶ່ງຄວນຮັບປະທານຜັກບົ້ງເປັນປະຈໍາ   ແຕ່ໃນກໍລະນີທີ່ຜູ້ປ່ວຍເປັນໂລກໄຕເຣື້ອລັງ ບໍ່ແນະນໍາໃຫ້ຮັບປະທານ ເພາະໂພແທດເຊຍມອາດເຮັດໃຫ້ໄຕເສື່ອມໄວຂຶ້ນໄດ້ ຊຶ່ງຜັກບຸ້ງ 100 ກຣາມຈະໃຫ້ພະລັງງານປະມານ 22 ກິໂລແຄລໍລີ ແລະ ໂພແທດເຊຍມສູງເຖິງ 312 ມິນລິກຣາມ   ໝາກເລັ່ນ ໄລໂຄປີນ ແລະ ວິຕາມິນເອໃນໝາກເລັ່ນ […]

ອາຫານໄຂມັນສູງ ເປັນອັນຕະລາຍຕໍ່ລຳໄສ້

ຂ່າວຕ່າງປະເທດລາຍງານໃນວັນທີ 20 ພຶດສະພາ ຜ່ານມາວ່າ: ຜົນການສຶກສາຈາກສະຖາບັນ Walter ແລະ Eliza Hall (WEHI) ຊຶ່ງເປັນສະຖາບັນການແພດທີ່ເກົ່າແກ່ທີ່ສຸດຂອງອົສຕຣາລີ ເປີດເຜີຍວ່າ: ການກິນອາຫານທີ່ມີໄຂມັນສູງພຽງແຕ່ສອງສາມຄັ້ງສາມາດເຮັດໃຫ້ລະບົບພູມຕ້ານທານຕາມທໍາມະຊາດຂອງລໍາໄສ້ອ່ອນແອຢ່າງໄວວາ ຈົນກະຕຸ້ນໃຫ້ເກີດການອັກເສບທີ່ຍາວນານກ່ອນທີ່ອາການຈະປະກົດ. ການທົດລອງໃນໄລຍະເລີ່ມຕົ້ນ (pre-clinical) ພົບວ່າ: ການກິນອາຫານທີ່ມີໄຂມັນອີ່ມຕົວສູງພຽງແຕ່ສອງມື້ໄດ້ຫຼຸດລະດັບ interleukin 22 (IL-22) ຊຶ່ງເປັນທາດໂປຣຕີນປ້ອງກັນທີ່ສໍາຄັນທີ່ຊ່ວຍຮັກສາສຸຂະພາບຂອງລໍາໄສ້ ແລະ ຄວບຄຸມການອັກເສບລົງຢ່າງຫຼວງຫຼາຍ. ໂດຍໜູທົດລອງທີ່ມີສຸຂະພາບດີສະແດງສັນຍານອາການອັກເສບລະດັບຈຸນລະພາກ ແລະ ການເຮັດວຽກຂອງລໍາໄສ້ຜິດປົກກະຕິ. ທ່ານ ຊິຣິລ ເຊຍເລດ ຜູ້ຂຽນຜົນການສຶກສາລະດັບອາວຸໂສ ກ່າວວ່າ: ອາຫານທຸກໆຄາບທີ່ພວກເຮົາກິນມີຜົນກະທົບຕໍ່ສຸຂະພາບລຳໄສ້. ຍິ່ງກິນອາຫານທີ່ມີໄຂມັນອີ່ມຕົວສູງຫຼາຍເທົ່າໃດ, ຍິ່ງສະສົມການອັກເສບຫຼາຍຂຶ້ນເທົ່ານັ້ນ, ເຮັດໃຫ້ລະບົບພູມຕ້ານທານຂອງລໍາໄສ້ອ່ອນແອ ແລະ ເພີ່ມຄວາມສ່ຽງຂອງການອັກເສບຊໍາເຮື້ອ. ທັງນີ້, ອາການອັກເສບຊໍາເຮື້ອເຊັ່ນ: ພະຍາດເຊລີແອດ (celiac), ອັກເສບກະເພາະລໍາໄສ້ ແລະ ໂຣກຂໍ້ອັກເສບສົ່ງຜົນກະທົບຕໍ່ຊາວອົສຕຣາລີປະມານໜຶ່ງໃນສາມ. ຜົນການສຶກສານີ້ຊີ້ໃຫ້ເຫັນວ່າ: ການກິນອາຫານທີ່ມີໄຂມັນສູງບໍ່ພຽງແຕ່ກະຕຸ້ນການອັກເສບ, ແຕ່ຍັງລະງັບຄວາມສາມາດຂອງຮ່າງກາຍໃນການຕໍ່ສູ້ກັບການອັກເສບໂດຍການຫຼຸດ interleukin 22, ໂດຍທ່ານ ເລີ ສຽງ ຜູ້ຂຽນການສຶກສາອີກຄົນກ່າວວ່າ: ຄວາມສາມາດໃນການປ້ອງກັນລໍາໄສ້ຈະຫຼຸດລົງໃນເວລາພຽງ […]

ບໍ່ຢາກຈ່າຍແພງ? ຜູ້ຊ່ຽວຊານເຕືອນ 3 ພຶດຕິກຳ “ແອຕິດໄຟ” ເງິນໄຫຼໂດຍບໍ່ຈຳເປັນ!

ບໍ່ຢາກຈ່າຍແພງ? ຜູ້ຊ່ຽວຊານເຕືອນ 3 ພຶດຕິກຳ “ແອຕິດໄຟ” ເງິນໄຫຼໂດຍບໍ່ຈຳເປັນ! ນັກວິໄຈ ມ.ຊິດນີ ເປີດເຜີຍເຄັດລັບ ໃຊ້ເຄື່ອງປັບອາກາດແນວໃດ ໃຫ້ເຢັນໄວແຕ່ປະຫຍັດໄຟ ປະຫຍັດໄດ້ເຖິງ 1/3 ຂອງຄ່າໄຟຟ້າ ໃນຊ່ວງໜ້າຮ້ອນທີ່ຫຼາຍຄອບຄົວຕ້ອງປະເຊີນກັບຄ່າໄຟຟ້າທີ່ສູງຂຶ້ນ ການເປີດເຄື່ອງປັບອາກາດເລື້ອຍໆ ກາຍເປັນພາລະສຳຄັນຕໍ່ຄ່າໃຊ້ຈ່າຍພາຍໃນເຮືອນ. ເຖິງຢ່າງໃດກໍຕາມ, ງານຄົ້ນຄວ້າຫຼ້າສຸດຈາກ ສູນສຸຂະພາບແລະຄວາມຮ້ອນ ມະຫາວິທະຍາໄລຊິດນີ ປະເທດອອສເຕຣເລຍ ໄດ້ເປີດເຜີຍວິທີທີ່ສາມາດຊ່ວຍໃຫ້ການໃຊ້ແອເຢັນໄວຂຶ້ນແຕ່ໃຊ້ພະລັງງານໜ້ອຍລົງຢ່າງເຫັນໄດ້ຊັດ. ງານຄົ້ນຄວ້າລະບຸວ່າ ເປີດພັດລົມກ່ອນເປີດແອ ຊ່ວຍປະຫຍັດໄຟໄດ້ຈິງ ບໍ່ວ່າຈະເປັນການເປີດພັດລົມຕັ້ງ ຫຼື ພັດລົມເພດານ ກ່ອນທີ່ຈະເປີດເຄື່ອງປັບອາກາດ ກໍສາມາດຊ່ວຍໃຫ້ຮ່າງກາຍຮູ້ສຶກເຢັນສະບາຍໄດ້ໄວຂຶ້ນ ໂດຍບໍ່ຈຳເປັນຕ້ອງປັບອຸນຫະພູມແອໃຫ້ຢູ່ໃນລະດັບຕ່ຳເກີນໄປ ເນື່ອງຈາກລົມຈາກພັດລົມຊ່ວຍເລັ່ງການລະເຫີຍເຫື່ອ ເຮັດໃຫ້ຜິວໜັງເຢັນລົງແລະຮ່າງກາຍຮູ້ສຶກສະບາຍຫຼາຍຂຶ້ນ ເຖິງແມ່ນວ່າອຸນຫະພູມໃນຫ້ອງຈະຍັງບໍ່ຫຼຸດລົງຫຼາຍກໍຕາມ. ແທນທີ່ຈະຕັ້ງແອໄວ້ທີ່ 23-24 ອົງສາເຊລເຊຍສ ຄືທີ່ຫຼາຍຄົນເຮັດຢູ່, ຜູ້ຊ່ຽວຊານແນະນຳໃຫ້ປັບຂຶ້ນເປັນ 27-28 ອົງສາເຊລເຊຍສ ແລ້ວໃຊ້ພັດລົມຮ່ວມດ້ວຍ ວິທີນີ້ບໍ່ພຽງແຕ່ຊ່ວຍເພີ່ມປະສິດທິພາບການເຮັດຄວາມເຢັນ ແຕ່ຍັງປະຫຍັດພະລັງງານໄດ້ສູງເຖິງ 1 ໃນ 3 ຂອງການໃຊ້ແອພຽງຢ່າງດຽວ ເນື່ອງຈາກພັດລົມໃຊ້ພະລັງງານພຽງປະມານ 3% ເມື່ອທຽບກັບແອ. ນັ້ນໝາຍຄວາມວ່າຫາກໃຊ້ຢ່າງຖືກວິທີ ພັດລົມສາມາດຊ່ວຍຫຼຸດພາລະຄ່າໄຟໄດ້ຢ່າງຊັດເຈນ. ທັງນີ້, […]

“ສູດໂກງແຄລໂລລີ” ວິທີຫຸງເຂົ້າໃຫ້ຫຼຸດລົງ 50% ກິນແລ້ວຈ່ອຍແທ້ຫຼືບໍ່?!

ແທ້ບໍ່! ການຫຸງເຂົ້າໃສ່ນ້ຳມັນໝາກພ້າວຊ່ວຍຫຼຸດແຄລໂລລີໄດ້ 50%? ນັກວິຊາການເຕືອນ ຢ່າຫຼົງເຊື່ອສູດໄວຣັລ ໃນຊ່ວງນີ້ຕາມສື່ສັງຄົມອອນລາຍມີການແຊຣ໌ຄລິບທີ່ອ້າງວ່າ “ການຫຸງເຂົ້າໃສ່ນ້ຳມັນໝາກພ້າວຊ່ວຍຫຼຸດຄາໂລລີລົງໄດ້ເຖິງ 50%” ເຮັດໃຫ້ຫຼາຍຄົນເຂົ້າໃຈຜິດຄິດວ່າເປັນສູດຫຼຸດຄວາມອ້ວນແບບໃໝ່ທີ່ໄດ້ຜົນຈິງ. ຫຼ້າສຸດ ຮສ. ດຣ. ເຈດສະດາ ເດັນດວງບໍລິພັນ ນັກວິຊາການຈາກຈຸລາລົງກອນມະຫາວິທະຍາໄລ ໄດ້ອອກມາໂພສຊີ້ແຈງວ່າ ຂໍ້ມູນດັ່ງກ່າວບໍ່ເປັນຄວາມຈິງ ແລະ ມີການບິດເບືອນຈາກງານຄົ້ນຄວ້າຕົ້ນສະບັບ. ຄລິບໄວຣັລທີ່ກຳລັງແຜ່ກະຈາຍນີ້ ອ້າງອີງຈາກການນຳສະເໜີງານຄົ້ນຄວ້າຂອງນັກສຶກສາປະລິນຍາເອກຊາວສີລັງກາ ໃນງານປະຊຸມທາງວິທະຍາສາດຂອງ American Chemical Society ເຊິ່ງທົດລອງຫຸງເຂົ້າດ້ວຍການເຕີມ ນ້ຳມັນໝາກພ້າວ 1 ບ່ວງໂຕະ ແລ້ວນຳໄປແຊ່ເຢັນ 12 ຊົ່ວໂມງ ພົບວ່າປະລິມານຄາໂລລີໃນເຂົ້າຫຼຸດລົງປະມານ 10-12% ເທົ່ານັ້ນ ຂຶ້ນຢູ່ກັບສາຍພັນເຂົ້າ. ເຖິງຢ່າງໃດກໍຕາມ, ງານຄົ້ນຄວ້າດັ່ງກ່າວ ຍັງບໍ່ໄດ້ຖືກຕີພິມໃນວາລະສານວິຊາການ ແລະ ເປັນພຽງຜົນການທົດລອງໃນ ຫ້ອງປະຕິບັດການເຄມີ ຍັງບໍ່ມີຫຼັກຖານທາງຊີວະວິທະຍາ ຫຼື ການທົດລອງໃນມະນຸດ ທີ່ຢືນຢັນວ່າ ເມື່ອກິນເຂົ້າດ້ວຍວິທີນີ້ຈະເຮັດໃຫ້ຮ່າງກາຍໄດ້ຮັບຄາໂລລີໜ້ອຍລົງຈິງ. ໂຄງສ້າງແປ້ງປ່ຽນ ແຕ່ບໍ່ໄດ້ແປວ່າຄາໂລລີຫາຍໄປເຄິ່ງໜຶ່ງ ແນວຄິດຂອງງານຄົ້ນຄວ້ານີ້ຄື ການເຮັດໃຫ້ແປ້ງໃນເຂົ້າກາຍເປັນ “Resistant Starch” ຫຼື ແປ້ງຕ້ານທານການຍ່ອຍ […]

ເປັນຫຍັງຄົນຈຶ່ງຕິດການພະນັນ ເຖິງແມ່ນວ່າເສຍເງິນເປັນຮ້ອຍລ້ານກໍ່ຢຸດຫຼິ້ນບໍ່ໄດ້

ຄົນທົ່ວໄປອາດຈະຄິດວ່າຄົນທີ່ຫຼິ້ນການພະນັນສ່ວນໃຫຍ່ ມີສາເຫດຫຼັກໆ ຄືຕ້ອງການເງິນ ເພາະເຊື່ອວ່າຕົວເອງມີໂຊກ ມີເທັກນິກການຫຼິ້ນທີ່ສາມາດເອົາຊະນະບ່ອນພະນັນ ຫຼື ເອົາຊະນະເຈົ້າມືໄດ້   ມອງວ່າການພະນັນຄືໂອກາດທີ່ຈະສາມາດສ້າງເງິນແສນ ເງິນລ້ານໄດ້ງ່າຍໆ ໂດຍບໍ່ຕ້ອງລົງມືເຮັດວຽກຫຍັງ   ແຕ່ໃນຄວາມເປັນຈິງຄົນທີ່ຫຼິ້ນການພະນັນກໍ່ບໍ່ໄດ້ມີສາເຫດ ພຽງເພາະຢາກໄດ້ເງິນພຽງຢ່າງດຽວ ເຮົາຈະເຫັນໄດ້ວ່າມີຄົນທີ່ຕິດການພະນັນຈຳນວນຫຼາຍ ເປັນຄົນທີ່ຮັ່ງມີ ເປັນມະຫາເສດຖີຢູ່ແລ້ວ   ແຕ່ກໍ່ຍັງຕິດການພະນັນ ທັງທີ່ຫຼິ້ນໄປກໍ່ມີແຕ່ເສຍກັບເສຍ ແລະ ເຖິງບໍ່ຫຼິ້ນພວກເຂົາກໍ່ມີເງິນເຫຼືອໃຊ້ຫຼາຍຢູ່ແລ້ວ ແລ້ວພວກເຂົາຈະຫຼິ້ນການພະນັນໄປເພື່ອຫຍັງ ໃຫ້ເສຍເງິນໄປລ້າໆ   Kindbridge ຊຶ່ງເປັນເວັບໄຊທີ່ໃຫ້ຄຳປຶກສາບັນຫາຕິດການພະນັນ ລະບຸວ່າສາເຫດຫຼັກທີ່ເຮັດໃຫ້ຄົນຮັ່ງມີຫຼິ້ນການພະນັນ ເພາະໂດຍທົ່ວໄປແລ້ວ ຄົນລວຍມີນິໄສມັກຄວາມສ່ຽງ   ເຮັດໃຫ້ພວກເຂົາຊື່ນມັກກິດຈະກຳທີ່ມີຄວາມສ່ຽງ ບໍ່ວ່າຈະເປັນການຂັບລົດແຂ່ງ, ການກະໂດດຮົ່ມ, ການປີນເຂົາ, ລວມທັງການພະນັນ ແມ່ນຈະມີຄວາມສ່ຽງ   ແຕ່ຄົນຮັ່ງມີຈະຮູ້ສຶກວ່າຕົວເອງມີການຈັດການທີ່ດີພໍທີ່ຈະສາມາດປ້ອງກັນຄວາມສ່ຽງທີ່ອາດຈະເກີດຂຶ້ນໄດ້ ສຳລັບການພະນັນ ຄົນຮັ່ງມີເຊື່ອໝັ້ນວ່າຕົວເອງມີສະຕິ ມີຄວາມຮູ້ ມີປະສົບການຫຼາຍພໍທີ່ຈະຄວບຄຸມຕົວເອງໄດ້ ແລະ ເມື່ອຫຼິ້ນເສຍ ການທີ່ພວກເຂົາມີເງິນເຫຼືອກິນເຫຼືອໃຊ້ຢູ່ແລ້ວ ເຮັດໃຫ້ພວກເຂົາຫຼິ້ນການພະນັນໄດ້ນານຂຶ້ນ ເສຍເງິນໄດ້ນານຂຶ້ນ ຍິ່ງເຮັດໃຫ້ຄົນລວຍຫຼິ້ນການພະນັນເສຍໜັກໄດ້ຫຼາຍກວ່າຄົນທົ່ວໄປຫຼາຍສິບເທົ່າ     ສຳລັບຄົນລວຍທີ່ໄດ້ເງິນມາງ່າຍໆ ເຊັ່ນ: ຮັ່ງມີຈາກການເຮັດທຸລະກິດທີ່ຜິດກົດໝາຍ ຫຼື […]

ລວມ 7 ໝາກໄມ້ທຳມະດາ ປະໂຫຍດຫຼາຍ ກິນໄດ້ 3 ແບບ ທັງໃຊ້ເປັນຢາໄດ້ອີກດ້ວຍ

ລາຍການໝາກໄມ້ພື້ນເມືອງທີ່ບໍ່ໄດ້ມີດີພຽງແຕ່ລົດຊາດ ແຕ່ຍັງເຊື່ອງພະລັງລັບຂອງສະໝຸນໄພຢ່າງຫຼວງຫຼາຍ  ເຕັມໄປດ້ວຍຄັງຢາ ຊັ້ນຍອດທີ່ທຳມະຊາດຈັດໃຫ້ແບບ 3-in-1 ກັບ 7 ໝາກໄມ້ທຳມະດາ ປະໂຫຍດຫຼາຍ ກິນໄດ້ 3 ແບບ ອີກທັງໃຊ້ເປັນຢາໄດ້ອີກດ້ວຍ   ຮູ້ບໍ່ວ່າ…ໝາກໄມ້ທຳມະດາທີ່ພວກເຮົາເຫັນກັນເລື້ອຍໆ ມີປະໂຫຍດຫຼາຍກວ່າທີ່ຄິດ ບໍ່ພຽງແຕ່ກິນໄດ້ 3 ແບບ ແຕ່ບາງຕົ້ນຍັງໃຊ້ເປັນຢາອີກດ້ວຍ   ໝາກມ່ວງຫາວໝາກນາວໂຫ່   ກິນ ດິບ → ຝາດເລັກນ້ອຍ ໃຊ້ເຮັດເຄື່ອງດື່ມສະໝຸນໄພ   ກິນ ສຸກ → ຫວານອົມສົ້ມ ກິນສົດ ໃຊ້   ທັງຕົ້ນ → ໃບ/ເປືອກ ໃຊ້ບຳລຸງເລືອດ ແກ້ພູມແພ້   ໝາກຕູມ   ກິນ ດິບ → ຕາກແຫ້ງ ຕົ້ມຊາແກ້ທ້ອງອືດ   ກິນ ສຸກ → ຫວານເຢັນ ກິນສົດ […]