ກົມຕຳຫຼວດຄຸມຂັງ – ດັດສ້າງ ເປີດການນໍາໃຊ້ໂຄງການຢ້ຽມຢາມ ນັກໂທດແບບທັນສະໄໝ

ກົມຕຳຫຼວດຄຸມຂັງ – ດັດສ້າງ ກະຊວງປ້ອງກັນຄວາມສະຫງົບ ຈັດພິທີເປີດການນໍາໃຊ້ໂຄງການຢ້ຽມຢາມນັກໂທດແບບທັນສະໄໝ ຂຶ້ນໃນວັນທີ 26 ມັງກອນ 2024 ທີ່ກົມຕຳຫຼວດຄຸມຂັງ – ດັດສ້າງ ໂດຍການເຂົ້າຮ່ວມຂອງ ທ່ານ ພົນໂທ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງ ປກສ, ທ່ານ ພົນຕີ ຄໍາກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີກະຊວງ ປກສ, ທ່ານ ພອນປະເສີດ ອິນທະສອນ ປະທານ ກຸ່ມບໍລິສັດ ສາມເອັສ ພັດທະນາ, ມີຫົວໜ້າກົມໃຫຍ່ພະລາທິການ, ຕາງໜ້າກົມກອງອ້ອມຂ້າງກະຊວງ, ຕາງໜ້າຄ້າຍຄຸມຂັງປະຈຳພາກ, ຄ້າຍກັກຂັງຊົ່ວຄາວ, ສູນບໍາບັດປິ່ນປົວຜູ້ຕິດຢາເສບຕິດ ເຂົ້າຮ່ວມ. ທ່ານ ພອນປະເສີດ ອິນທະສອນ ໄດ້ກ່າວວ່າ: ໂຄງການຢ້ຽມຢາມນັກໂທດແບບທັນສະໄໝ ( smart prison visitor ) ເພື່ອຮ່ວມມືພັດທະນາລະບົບຢ້ຽມຢາມນັກໂທດແບບທັນສະໄໝຢູ່ກົມຕຳຫຼວດຄຸມຂັງ – ດັດສ້າງ ແລະ ບັນດາຄ້າຍຄຸມຂັງ – ດັດສ້າງແຕ່ລະທ້ອງຖິ່ນໃນຂອບເຂດທົ່ວປະເທດ, […]
ທີມຊາດລາວ ຊຸດໃຫຍ່ ກະກຽມຄວາມພ້ອມເຂົ້າຮ່ວມ ບານໂລກ 2026 ຮອບຄັດເລືອກ ຮອບທີ 1 ທະວີບອາຊີ

ທີມຊາດລາວ ຊຸດໃຫຍ່ ໄດ້ເລີ້ມເກັບຕົວຝຶກຊ້ອມນັບຕັ້ງແຕ່ ວັນທີ 15 ກັນຍາ 2023 ເພື່ອກະກຽມເຂົ້າຮວ່ມແຂ່ງຂັນບານໂລກ 2026 ຮອບຄັດເລືອກ ຮອບທີ 1 ໂຊນອາຊີ (FIFA World Cup 2026 Preliminary Joint Qualification R1) ໂດຍແມ່ນ ທ່ານ ກັນລະຍາ ສີສົມຫວັງ ຫົວຫນ້າຄູຝຶກ ທີມຊາດລາວ ຊຸດໃຫຍ່ ໄດ້ນຳພານັກກິລາຝຶກຊ້ອມ ແລະມີ ທ່ານ ວຽງສະຫວັນ ໄຊຍະບູນພ້ອມ ທ່ານ ພຸດປະສົງ ແສງດາລາວົງ ເປັນຜູ້ຊ່ວຍຄູຝຶກ ຂະນະ ທີ່ຄູຝຶກ ຜູ້ຮັກສາປະຕູ ແມ່ນ ທ່ານ ຈັນທະຄາດ ສ່ຽນຜ່ອງໃສ ໃນເບື້ອງຕົ້ນໄດ້ຄັດເລືອກນັກກິລາ 33 ຄົນ ປັດຈຸບັນ ສາມາດຄັດເລືອກນັກກິລາ ໄດ້ 31 ຄົນ ແລະ ຈະຄັດອອກໃຫ້ເຫລືອ 23 […]
ຍິມນາສຕິກລາວກຽມສົ່ງນັກກິລາ ເຂົ້າຮ່ວມຮ່ວມຊີງແຊ໋ມໂລກ 2023 ທີ່ປະເທດແອັດສະປາຍ

ສະຫະພັນຍິມນາສຕິກແຫ່ງຊາດລາວ ຫຼື (LGF) ຂອງ ສປປ ລາວ ໄດ້ຮັບການຢືນຢັນຈາກທາງ ສະຫະພັນຍິມນາສຕິກໂລກ (FIG) ຢ່າງເປັນທາງການ ສາມາດສົ່ງນັກກິລາທີມຊາດລາວ ຄື: ນາງ ແພຣວາ ມິຊາໂຕະ ພິລາພັນເດດ ນັກກິລາຍິມນາສຕິກ ປະເພດ ຍິມນາສຕິກລີລາ (Rhythmic Gymnastics) ໄດ້ຮັບສິດເຂົ້າຮ່ວມການແຂ່ງຂັນລາຍ ການຍິມນາສຕິກ ຊີງແຊ໋ມໂລກ ຫຼື ລາຍການ 40TH FIG RHYTHMIC GYMNASTICS WORLD CHAMPIONSHIPS 2023 ຈະຈັດຂຶ້ນ ທີ່ເມືອງບາເລນເຊຍ ປະເທດແອັດສະປາຍ ລະຫວ່າງວັນທີ 23-28 ສິງຫາ 2023 ເພື່ອຄັດເລືອກນັກກິລາຮ່ວມງານກິລາໂອແລມປິກສາກົນ (Olympic Paris 2024) ທີ່ປະເທດຝຣັ່ງ. ທ່ານ ໂພແກ້ວ ພິລາພັນເດດ ຮອງປະທານ ສະຫະພັນຍິມນາສຕິກແຫ່ງຊາດລາວ ແຈ້ງໃຫ້ທີມງານສື່ມວນຊົນລາວຊາບວ່າ: ກ່ອນໜ້ານີ້ທາງສະຫະພັນຍິມນາສຕິກແຫ່ງຊາດລາວ ໄດ້ສົ່ງນັກກິລາເຂົ້າ ຮ່ວມການແຂ່ງຂັນ ລາຍການ […]
ເຍົາວະຊົນລາວທີມ ມັດສະດ້າ ລາວ ຈີບີ ເອັຟຊີ ຄອງແຊ້ມເຕະບານ U-10 ໜອງຫານ ອາຣີນາຄັບ 2023 ທີ່ປະເທດໄທ

ນັກກິລາເຕະບານເຍົາວະຊົນລາວ ຮຸ່ນອາຍຸບໍ່ເກີນ 9 ປີ ຈາກສະໂມສອນ ມັດສະດາ ລາວ ຈີບີ ເອັຟຊີ (Mazda Lao GB FC) ສືບຕໍ່ສ້າງຜົນງານເດັ່ນຕໍ່ເນື່ອງເໝືອນກັບລຸ້ນອ້າຍຊຸດຜ່ານໆມາ ຫລ້າສຸດສາມາດຄອງແຊ້ມການແຂ່ງຂັນເຕະບານ 7 ຄົນ (ເຕະ 6 ຮັບ 1) ຮຸ່ນອາຍຸເກີນ 10 ປີ (U-10) ລາຍການ ໜອງຫານ ອາຣີນາ ຄັບ 2023 ທີ່ແຂວງອຸດອນທານີ ຣາຊະອານາຈັກໄທໃນວັນທີ 30 ກໍລະກົດ 2023 ຊຶ່ງລາຍການດັ່ງກ່າວ ເປັນການທົດສອບຄວາມພ້ອມຂອງຂອງບັນດາຫຼານນ້ອຍ ມັດສະດາ ລາວ ຈີບີ ເອັຟຊີ ກຽມຮ່ວມປ້ອງກັນແຊ້ມ ລາຍການແຊ້ມຊົນແຊ້ມ ທີ່ຈະຈັດຂຶ້ນໃນກາງເດືອນສິງຫານີ້ ຢູ່ປະເທດໄທ. ສຳລັບ ລາຍການ ໜອງຫານ ອາຣີນາ ຄັບ 2023 ມີຊີງໄຊທັງໝົດ 2 ຮຸ່ນອາຍຸຄື: ຮຸ່ນອາຍຸ […]
ເກົາຫລີ ມອບອຸປະກອນຝຶກຊ້ອມໃຫ້ສະຫະພັນກິລາມວຍສາກົນແຫ່ງຊາດລາວ ມູນຄ່າ 311 ລ້ານກວ່າກີບ

ສະຫະພັນມວຍສາກົນແຫ່ງຊາດລາວ ຮ່ວມມືກັບ ຫ້ອງການສົ່ງເສີມກິລາມວຍ ຈາກ ສ.ເກົາຫລີ ແລະ ສະໂມສອນກິລາມວຍ ສ.ເກົາຫລີ ປະຈຳສປປ ລາວ ຈະສົ່ງເສີມການພັດທະນາວົງການກິລາມວຍສາກົນລາວ ເພື່ອກ້າວສູ່ສັງວຽນລະດັບອະນຸພາກພື້ນ, ພາກພື້ນ ແລະ ສາກົນ ໃນໄລຍະ 2 ປີ ລະຫວ່າງປີ 2023-2024 ໂດຍທາງຫ້ອງການສົ່ງເສີມກິລາມວຍ ສ.ເກົາຫລີ ໄດ້ມອບອຸປະກອນມວຍ ເຊັ່ນ ນວມຊົກ 16 ຄູ່, ເປົ້າລໍ້ 5 ຄູ່ ແລະ ກະເປົາຊ້ອມ 16 ຄູ່ ລວມມູນຄ່າ 311 ລ້ານກວ່າກີບ ຫລື 16.200 ໂດລາສະຫະລັດ ພ້ອມຈະຕ້ອນຮັບນັກກິລາມວຍສາກົນລາວ ໄປຝຶກແອບຢູ່ທີ່ປະເທດ ສ.ເກົາຫລີ ອີກດ້ວຍ. ພິທີເຊັນສັນຍາການຮ່ວມມືກັນໃນຄັ້ງນີ້ ໄດ້ມີຂຶ້ນເມື່ອວັນທີ 11 ກໍລະກົດ 2023 ທີ່ຫ້ອງການຄະນະກຳມະການໂອແລມປິກແຫ່ງຊາດລາວ ຫລື ຄອລ ລະຫວ່າງ ທ່ານ ສົມພອນ […]
ທີມຊາດລາວ ເສຍໃຫ້ ທີມຊາດເຢເມນ 2-1

ການແຂ່ງຂັນເຕະບານຊາຍ ຮຸ່ນອາຍຸບໍ່ເກີນ 17 ປີ ຊິງແຊ້ມອາຊີ 2023 ຮອບສຸດທ້າຍ ເປັນທີ່ແນ່ນອນແລ້ວສຳລັບ U17 ທີມຊາດລາວ ຕົກຮອບແບ່ງກຸ່ມເປັນທີ່ຮຽບຮ້ອຍ ພາຍຫລັງເສຍໃຫ້ U17 ປະເທດເຢເມນ 2-1 ປະຕູ, ສ່ວນການແຂ່ງຂັນອີກຄູ່ ທີມຊາດໄທ (ເຈົ້າພາບ) ຊະນະ ທີມຊາດມາເລເຊຍ U17 ມາເລເຊຍ 3-0 ປະຕູ. ຜົນການແຂ່ງຂັນ ທີມຊາດລາວ ພັບກັບ ທີມຊາດເຢເມນ ຊິງແຊ້ມອາຊີ 2023 ຮອບສຸດທ້າຍ ໃນວັນທີ 18 ມິຖຸນາ 2023 ຜ່ານມາ, ໂດຍທີມຊາດລາວ ໄດ້ປະຕູຈາກ: ເບີ 19 ພູສົມບູນ ປັນຍາວົງ ນາທີ 55′ ສ່ວນທີມຊາດເຢເມນ ໄດ້ປະຕູຈາກ: ເບີ 18 ADEL ນາທີ 28, ເບີ 3 Anwar […]
ລາວ ເສຍໃຫ້ ໄທ 2-1 ໃນການແຂ່ງຂັນ AFCU17 ຮອບສຸດທ້າຍ

U17 ທິມຊາດລາວ ແພ້ ທີມຊາດໄທ 1-2 ປະຕູ ໃນການແຂ່ງຂັນ U17 ຊິງແຊ້ມອາຊີ 2023 ຮອບສຸດທ້າຍ ທີ່ປະເທດໄທ ຈັດຂຶ້ນໃນລະຫວ່າງວັນທີ 15 ມິຖຸນາ ຫາວັນທີ 2 ກໍລະກົດ 2023, ກຸ່ມ A ມີ: ໄທ (ເຈົ້າພາບ), ເຢເມນ, ມາເລເຊຍ ແລະ ລາວ. ຜົນການແຂ່ງຂັນທີມຊາດໄທໄດ້ປະຕູຂຶ້ນນຳຈາກ ເບີ 19 ດັດຊະດີ ໃນນາທີ 12′ ແລະ ເບີ 10 ຊາໂນໄທ ໃນນາທີ 90+5′ ສຳລັບທີມຊາດລາວໄຕ່ປະຕູຕີໄຂ່ແຕກໂດຍເບີ 10 ປີເຕີ້ ພັນທະວົງ ນາທີ 26′ ສ່ວນອີກຜົນການແຂ່ງຂັນ 1 ຄູ່: ເຢເມນ ຊະນະ ມາເລເຊຍ 4-0. – ນັດທີ […]
ລາຍຊື່ U17 ທີມຊາດລາວ 23 ຄົນສຸດທ້າຍ ເຂົ້າຮ່ວມການແຂ່ງຂັນ AFCU17 ທີ່ປະເທດໄທ

ສະຫະພັນບາຍເຕະແຫ່ງຊາດລາວປະກາດລາຍຊື່ນັກກິລາ ທີມຊາດລາວ ອາຍຸບໍ່ເກີນ 17 ປີ 23 ຄົນສຸດທ້າຍ ເຂົ້າຮ່ວມການແຂ່ງຂັນ AFCU17 ຮອບສຸດທ້າຍທີ່ປະເທດໄທ ລະຫວ່າງວັນທີ 15 ມິຖຸນາ ຫາ 2 ກໍລະກົດ ໂດຍມີທັງຫມົດ 16 ທີມ ແບ່ງອອກເປັນ 4 ກຸ່ມ ຄື: ກຸ່ມ A : ໄທ ( ເຈົ້າພາບ ), ເຢເມນ, ມາເລເຊຍ ແລະ ລາວ , ກຸ່ມ B : ສ.ເກົາຫລີ, ອີຣານ, ອັຟການິສຖານ ແລະ ກາຕ້າ , ກຸ່ມ C : ທາຈີກິສຖານ, ອົສຕຣາລີ, ຊາອຸດິ ອາຣັບເບຍ, ສປ ຈີນ , ກຸ່ມ […]
ລາວ ເສຍ ມາເລເຊຍ 0-3 ລຸ້ນນັດສຸດທ້າຍກັບໄທ ເຕະບານຄົນພິການຕາ ອາຊຽນ ພາຣາເກມ 2023

ການແຂ່ງຂັນເຕະບານຄົນພິການຕາ ໃນງານມະຫະກຳກິລາຄົນພິການອາຊຽນ ຫຼື ອາຊຽນ ພາຣາເກມ ຄັ້ງທີ 12 ທີ່ຣາຊະອານາຈັກກຳປູເຈຍ ເປັນເຈົ້າພາບ ຊຶ່ງເປັນນັດທີ 2 ຂອງທັບບານເຕະຄົນພິການຕາທີມຊາດລາວ ແລະ ທີມຊາດມາເລເຊຍ ໄດ້ມີຂຶ້ນ ໃນຕອນແລງວັນທີ 5 ມິຖຸນາ 2023 ທີ່ສະໜາມກິລາແຫ່ງຊາດ ມໍລະດົກ ເຕໂຊ ນະຄອນຫຼວງ ພະນົມເປັນ ສຳລັບນັດທຳອິດ ຂອງທັບບານເຕະຄົນພິການຕາທີມຊາດລາວ ຊະນະ ເຈົ້າພາບ ກຳປູເຈຍ 3-0 ແລະ ມາເລເຊຍ ເສຍໃຫ້ ໄທ 0-2 ການແຂ່ງຂັນຄູ່ດັ່ງກ່າວ ແມ່ນໃຊ້ກຳມະການຕັດສິນ ຊາວຍີ່ປຸ່ນ ແລະ ໄທ ຊ່ວຍກັນຕັດສິນໃນສະໜາມ. ການແຂ່ງຂັນຕະຫຼອດເກມ ຕັ້ງລະ 15 ນາທີ ລວມສອງຕັ້ງ 30 ນາ ຜົນປະກົດວ່າ ທີມຊາດລາວ ເສຍ ທີມຊາດມາເລເຊຍ 0-3 ປະຕູ ເຮັດໃຫ້ທີມຊາດລາວເຮົາ […]
ແລ່ນ-ລານ ຄົນພິການລາວ ຄວ້າເພີ່ມອີກ 2 ຫຼຽນທອງ ໃນອາຊຽນພາຣາເກມ

ສຳລັບ 2 ຫຼຽນທອງ ຂອງທັບນັກກິລາແລ່ນ-ລານຄົນພິການລາວໄດ້ຈາກສອງນັກກິລາລູກຫຼານຊາວແຂວງຊຽງຂວາງ ຈາກ ທ້າວ ບຸນເພັດ ເທບທິດາ ແລ່ນ 100 ແມັດ T13 ແລະ ນາງ ມັນນີ ແກ້ວມະນີ ປະເພດ ຊັດຫຼາວຍິງ ຊ່ວຍທັບນັກກິລາຄົນພິການລາວ ສ້າງຜົນງານໃນປັດຈຸບັນຍາດຫຼຽນລາງວັນໄດ້ທັງໝົດ 5 ຫຼຽນ ກໍຄື 1 ຫຼຽນເງິນ ແລະ 4 ຫຼຽນທອງ ໃນງານກິລາຄົນພິການອາຊຽນ ຄັ້ງທີ 12 ຫຼື ອາຊຽນພາຣາເກມ ຄັ້ງທີ 12 ທີ່ນະຄອນຫຼວງ ພະນົມເປັນ ປະເທດກຳປູເຈຍ ຮັບກຽດເປັນເຈົ້າພາບ ລະຫວ່າງວັນທີ 3-9 ມິຖຸນາ 2023. ສະເພາະຜົນງານຂອງທັບນັກກິລາແລ່ນ-ລານຄົນພິການທີມຊາດລາວ ລົງແຂ່ງຂັນ 5 ລາຍການ ສາມາດຍາດໄດ້ 2 ຫຼຽນທອງ ຈາກທ້າວ ບຸນເພັດ ເທບທິດາ ຈາກລາຍການແລ່ນ 100 […]