ອາໂມຣິມ ຕັດໜ້າ ເຊີຈິມ! ຈ່າຍເງິນເອງໃຫ້ທີມງານຂອງແມນເຊສເຕີຣ ຢູໄນເຕັດ ເພື່ອເຂົ້າຊົມນັດຊິງຊະນະເລີດຢູຟາ ຢູໂຣປາ ລີກ

ຣູເບນ ອາໂມຣິມ ຜູ້ຈັດການທີມ ແມນຢູ ສ້າງຄວາມປະທັບໃຈໃຫ້ແກ່ທີມງານພະນັກງານຂອງຕົນ 30 ຄົນ ແລະ ຄອບຄົວໄດ້ເດີນທາງໄປຊົມເກມຊິງຊະນະເລີດ ຢູໂຣປາ ລີກ ກົງກັນຂ້າມກັບນະໂຍບາຍຂອງສະໂມສອນທີ່ພະຍາຍາມປະຢັດລາຍຈ່າຍທຸກດ້ານ. ແມນຯ ຢູໄນເຕັດ ພາຍໃຕ້ການບໍລິຫານງານຂອງ ເຊີ ຈິມ ແຣັດຄລິຟ ມະຫາເສດຖີອັງກິດຖືກສື່ເປີດເຜີຍວ່າຍົກເລີກນະໂຍບາຍການມອບປີ້ຟຣີໃນເກມຊິງຊະນະເລີດໃຫ້ກັບພະນັກງານທຸກຄົນເພື່ອເກັບໄວ້ຂາຍຕໍ່ໃຫ້ແຟນບານເຊິ່ງເປັນມາດຕະການຮັດແອວຂອງລາວຂໍ້ໜຶ່ງ ຫຼັງຈາກເຄີຍປົດພະນັກງານໃນຕຳແໜ່ງທີ່ຊ້ຳຊ້ອນ ແລະ ບໍ່ມີຄວາມສຳຄັນມາແລ້ວສອງຮອບ ຈາກການຕັດສິນໃຈດັ່ງກ່າວຂອງ ເຊີ ແຣັດຄລິຟ, ແມນຯ ຢູໄນເຕັດ ຈະໃຊ້ວິທີການຈັດງານໃນເມືອງໂດຍແຈກເຄື່ອງດື່ມຟຣີໃຫ້ພະນັກງານສອງຈອກ, ແຕ່ໝູ່ທີ່ເຂົ້າມາຮ່ວມງານເຊຍ ປີສາດແດງ ປະທະກັບ ສະເປີສ ໃນວັນທີ 21 ພ.ຄ. ຈະຕ້ອງຊື້ເຄື່ອງດື່ມເອງ. ນອກຈາກນີ້, ຜູ້ບໍລິຫານຜີແດງ ປະກາດຫຼຸດການແຈກປີ້ຟຣີໃຫ້ກັບນັກເຕະເຫຼືອຄົນລະສອງໃບເທົ່ານັ້ນ ແລະ ກຳນົດໃຫ້ນັກເຕະຊື້ປີ້ແຈກຈ່າຍໃຫ້ກັບຄອບຄົວໄດ້ບໍ່ເກີນ 10 ໃບ, ພ້ອມລະບຸວ່າຈະບໍ່ມີການແຫ່ແຊມປ໌ຖ້າຫາກທີມເອົາຊະນະ ໄກ່ດຽວທອງ ໄດ້ ໂດຍຈະມີງານປາຕີ້ບາບີຄິວໃນສະໜາມຊ້ອມແທນ ເນື່ອງຈາກສະໂມສອນຕ້ອງບິນໄປເຕະນັດພິເສດທີ່ອາຊີສອງເກມເພື່ອຫາເງິນຫຼັງຈາກປິດລະດູການໄດ້ບໍ່ດົນ. ຈົນຮອດລ່າສຸດເມື່ອວັນທີ 13 ພ.ຄ., ອີເອສພີເອັນ ເປີດເຜີຍວ່າ ອາໂມຣິມ ແຈ້ງກັບສະໂມສອນແລ້ວວ່າຍິນດີຮັບຜິດຊອບຈ່າຍຄ່າປີ້ […]
ບາເຊໂລນາ ເອົາຊະນະ ເຣອັລ ມາດຣິດ ຢ່າງສຸດມັນ ຮັກສາຕຳແໜ່ງຈ່າຝູງໃນລີກ ລາ ລີກາ ສະເປນ

ຜົນບານບາເຊໂລນາ 4-3 ເຣອັນ ມາດຣິດ: ຣາຟິນຢາ ຍິງສອງປະຕູ! ໃກ້ຄວ້າແຊມລາລີກາ ບາເຊໂລນາເປີດບ້ານເຊືອດຄູ່ແຂ່ງຢ່າງຕື່ນເຕັ້ນ 4-3 ໃນເກມ ເອນ ກລາຊິໂກ້, ເຖິງວ່າ ເອັມບັບເປເຮັດແຮດທຣິກໃຫ້ ເຣອັນ ມາດຣິດ ແຕ່ທີມຢ້ຽມກໍ່ບໍ່ລອດ ພ່າຍຕໍ່ “ເຈົ້າບຸນທຸ່ມ” ທີ່ມີ ຣາຟິນຢາ ເຮັດໄດ້ 2 ປະຕູ. ຖ້າໃນນັດຕໍ່ໄປບາເຊໂລນາບຸກຊະນະ ເອສປັນຢອນ ກໍ່ຈະຄວ້າແຊມລາລີກາທັນທີ. ເຄິ່ງທຳອິດເລີ່ມມາພຽງແຕ່ 5 ນາທີ, ມາດຣິດໄດ້ຈຸດໂທດ ແລະ ກິລຽນ ເອັມບັບເປ ໄດ້ກືກປະຕູໃຫ້ທີມຢ້ຽມນຳ 1-0. ຫຼັງຈາກນັ້ນໃນນາທີທີ 14, ມາດຣິດນຳຫ່າງ 2-0 ເມື່ອ ວິນິຊິອຸສ ຈູເນຍ ຈ່າຍບານຜ່ານຊ່ອງໃຫ້ ກິລຽນ ເອັມບັບເປ ຫຼຸດໄປຍິງຜ່ານມື ເຊສນີ່ ເຂົ້າໄປ. ເຖິງຢ່າງໃດກໍ່ຕາມ, ຫຼັງຈາກນັ້ນບາເຊໂລນາໄດ້ສີ່ປະຕູຕິດຕໍ່ກັນ ພິກກັບມານຳ 4-2 ຈາກ ເອຣິກ […]
ຜົນການແຂ່ງຂັນພຣີເມຍລີກ: ແມນຢູ ເສຍ ເວສຕ໌ແຮມ 0-2 ຜີແດງປ່ອຍເກມ ຖືກຂຸນຄ້ອນຕີຕາຍຄາບ້ານ

ແມນຢູ ພ່າຍ ເວສຕ໌ແຮມ: ຜົນບານ 0-2 | ເຖິງຈະສະແດງຟອມດີໃນການຜ່ານເຂົ້າຮອບຊິງຢູໂຣປາລີກເມື່ອບໍ່ດົນມານີ້, ແຕ່ແມນເຊສເຕີຢູໄນເຕັດກັບມາສະແດງຮູບເກມທີ່ແຍ່ໃນລີກອີກຄັ້ງ ຫຼັງຈາກພ່າຍເວສຕ໌ແຮມ 0-2 ຄາບ້ານ. ທີມຂຸນຄ້ອນໄດ້ປະຕູຈາກ ໂທມັສ ຊູເຊັກ ແລະ ຈາຣ໌ຣອດ ໂບເວ່ນ ໃນນາທີທີ 26 ແລະ 57 ຕາມລຳດັບ, ສົ່ງຜົນໃຫ້ທີມປີສາດແດງຕົກມາຢູ່ອັນດັບ 16 ໃນຕາຕະລາງແລ້ວ. ຟຸດບອນພຣີເມຍລີກ 2024/25 ແມນຢູ 0-2 ເວສຕ໌ແຮມ ການແຂ່ງຂັນຟຸດບອນພຣີເມຍລີກ 2024/25 ວັນອາທິດທີ 11 ພຶດສະພາ 2025 “ປີສາດແດງ” ແມນເຊສເຕີຢູໄນເຕັດ ເປີດສະໜາມໂອລ໌ດ ທຣາຟອດ ຮັບການມາຢ້ຽມຢາມຂອງ “ຂຸນຄ້ອນ” ເວສຕ໌ແຮມ. ເກມນີ້ ແມນຢູ ໂຣເຕຊັນຜູ້ຫຼິ້ນຫຼາຍຕຳແໜ່ງຈາກເກມທີ່ຖະຫຼົ່ມ ແອດ.ບິນເບົາ ຜ່ານເຂົ້າຮອບຊິງຢູໂຣປ້າລີກເມື່ອຄືນວັນພະຫັດທີ່ຜ່ານມາ ແລະ ເລີ່ມເກມໄດ້ຄຶກຄື້ນ. ນາທີທີ 4, ອາຫມັດ ດິຢາລໂລ ສົ່ງບານໃຫ້ […]
ຕ້ອງແຊມປ໌ເທົ່ານັ້ນ! ອາໂມຣິມ ອອກມາກ່າວວ່າ ແມນຢູ ເຂົ້າຊິງບໍ່ມີຄວາມໝາຍຫາກບໍ່ໄດ້ແຊມປ໌

ຣູເບນ ອາໂມຣິມ ຜູ້ຈັດການທີມ ແມນເຊສເຕີ ຢູໄນເຕັດ ປຸກເຣ້າລູກທີມຫຼັງທີມຊະນະ ແອທເລຕິກ ບິນເບົາ ທະລຸເຂົ້າຊິງ ຢູໂຣປ້າ ລີກ ຣູເບນ ອາໂມຣິມ ຜູ້ຈັດການທີມ ແມນເຊສເຕີ ຢູໄນເຕັດ ທີມຍັກໃຫຍ່ໃນສຶກພຣີເມຍລີກອັງກິດ ອອກມາສະແດງຄວາມຍິນດີທີ່ລູກທີມໄດ້ເຂົ້າຊິງ ຢູໂຣປ້າ ລີກ ຫຼັງເອົາຊະນະ ແອທເລຕິກ ບິນເບົາ ຄູ່ແຂ່ງອັນດັບ 4 ຈາກສຶກ ລາລີກ້າ ສະເປນ ໄປ 4-1 ໂດຍເຂົ້າຮອບດ້ວຍຜົນສະກໍຣວມ 7-1 ໂດຍປຸກເຣ້າລູກທີມ ຜົນງານດັ່ງກ່າວຈະບໍ່ມີຄວາມໝາຍ ຫາກບໍ່ສາມາດຄວ້າແຊມປ໌ ຢ່າງໃດກໍຕາມຈາກການຊະນະ ແອທເລຕິກ ບິນເບົາ ເຮັດໃຫ້ທີມ “ປີສາດແດງ” ຕ້ອງຕັດສິນສຶກຊິງດຳກັບ ທັອດແນ່ມ ຮັອດສະເປີ ທີມຈາກລີກດຽວກັນ ໂດຍຫາກເອົາຊະນະໄດ້ພວກເຂົາຈະໄດ້ໂຄວຕ້າໄປ ຢູຟ່າ ແຊມເປີ້ຍນສ໌ລີກ ທັນທີ ແມ້ອັນດັບຈະຢູ່ທີ່ 15 ກໍຕາມ ຈາກການທີ່ທີມ “ປີສາດແດງ” ເຂົ້າຊິງກັບທາງທັບ “ໄກ່ເດືອຍທອງ” […]
ຜີແດງຖະຫລົ່ມ.ບິນເບົາ ເຂົ້າຮອບຊິງຢູໂຣປ້າ ປະທະສະເປີ

ແມນຢູ VS ແອທ.ບິນເບົາ: ຜົນບານ 4-1 (ຄະແນນລວມ ແມນຢູ ຊະນະ 7-1) | ແມນຊີສເຕີຢູໄນເຕັດ ເປີດເຮືອນຖະຫລົ່ມ ແອທ.ບິນເບົາ ໃນສຶກຢູໂຣປ້າ ລີກ ຮອບຮອງຊະນະເລີດ ນັດທີສອງ ໂດຍເກມນີ້ ບິນເບົາ ນຳກ່ອນໃນເຄິ່ງແລກຈາກ ມິເກນ ເຆົາເຣກິຊາ ຈາກນັ້ນທີມຜີແດງຍິງ 4 ປະຕູລວດໃນເຄິ່ງຫຼັງຈາກ ເມສັນ ເມົາທ໌ ເໝົາສອງປະຕູ ບວກກັບ ຄາເຊມິໂຣ ແລະ ຣາສມຸສ ຮອຍລຸນດ໌ ຄົນລະປະຕູ ຊ່ວຍໃຫ້ ແມນຢູ ຖະຫລົ່ມ 4-1 ຄະແນນລວມຊະນະຂາດລອຍ 7-1 ໄດ້ຜ່ານເຂົ້າໄປຊິງຊະນະເລີດພົບກັບ “ໄກ່ເດືອຍຄຳ” ສະເປີສ ຊຶ່ງຕ້ອນຊະນະ ໂບໂດ ກຼິມທ໌ ຄະແນນລວມ 5-1 ຟຸດບອນຢູຟ່າ ຢູໂຣປ້າ ລີກ 2024/25 ແມນຢູ 4-1 ແອທ.ບິນເບົາ […]
ປາຣີສ ແຊງ-ແຊກແມງ ຊະນະ ອາເຊນໍ 2-1: ປາຣີສ ແກ້ແຄ້ນ ປືນໃຫຍ່ ເຂົ້າຊິງແຊມປຽນລີກ

ປາຣີສ ພົບ ອາເຊນອລ: ຜົນບານ 2-1 (ຄະແນນລວມ ປາຣີສ ຊະນະ 3-1) | ປາຣີສ ເອົາຊະນະ ອາເຊນໍ ໃນການແຂ່ງຂັນຢູຟ່າ ແຊມປຽນລີກ ຮອບລອງຊະນະເລີດ ນັດທີ 2 ໂດຍເກມນີ້ ຟາເບຍນ ຣຸຍຊ໌ ກັບ ອາຊຣາຟ ຮາຄິມີ ຍິງຄົນລະໜຶ່ງປະຕູໃຫ້ເຈົ້າພາບ, ກ່ອນທີ່ທີມປືນໃຫຍ່ຈະໄດ້ປະຕູຈາກ ບູກາໂຢ ຊາກາ ແຕ່ສຸດທ້າຍກໍໄລ່ບໍ່ທັນ, ຈົບເກມ ປາຣີສ ຊະນະ 2-1 ຄະແນນລວມຊະນະ 3-1 ໄດ້ຜ່ານເຂົ້າຊິງໄປພົບກັບ “ງູໃຫຍ່” ອິນເຕີ ມິລານ ໃນຄືນວັນເສົາທີ 31 ພ.ຄ. ທີ່ອັລລິອັນຊ໌ ອາເຣນາ ປະເທດເຢຍລະມັນ ບານເຕະຢູຟ່າ ແຊມປຽນລີກ 2024/25 ປາຣີສ 2-1 ອາເຊນໍ ການແຂ່ງຂັນຟຸດບອນຢູຟ່າ ແຊມປຽນລີກ 2024/25 ຮອບເຄິ່ງຊະນະເລີດ […]
ອັນໂທນີ່ ຍິງສຸດງາມທ້າຍເກມ ບຸກແຊງຊະນະ ເອສປັນຢອລ ໃນການແຂ່ງຂັນລາລີກາ

ໃນການແຂ່ງຂັນຟຸດບອນລາລີກາ ສະເປນ ລະດູການ 2025 ໃນຄືນວັນທີ 4 ພຶດສະພາທີ່ຜ່ານມາ, ເກມທີ່ແຟນບອນລຸ້ນລະທຶກຈົນວິນາທີສຸດທ້າຍ “ນົກແກ້ວ” ເອສປັນຢອລ ເປີດສະໜາມເຮືອນຮັບມື “ຂຽວ-ຂາວ” ເຣອັລ ເບຕິສ ກ່ອນຈະພ່າຍໄປແບບສຸດເຈັບປວດ 1-2 ໂດຍທີມຢ້ຽມມາຍິງແຊງສອງປະຕູໃນຊ່ວງທ້າຍເກມ ສົ່ງຜົນໃຫ້ຜົນບອນສົດປ່ຽນຈາກຄວາມຫວັງເປັນຄວາມພັງພິນາດຂອງເຈົ້າຂອງສະໜາມ. ການດຳເນີນເກມ ຄຶ່ງເວລາທຳອິດ ຄຶ່ງທຳອິດເລີ່ມຕົ້ນດ້ວຍຈັງຫວະການຫຼິ້ນທີ່ເອສປັນຢອລເບິ່ງຄືດຸດັນກວ່າ ແລະ ພວກເຂົາອອກນຳກ່ອນໃນນາທີທີ 28 ຈາກຈັງຫວະທີ່ ເປເຣ່ ໂລຊາໂນ່ ເປີດບອນເຂົ້າເຂດໂທດໃຫ້ ໂຣເບີໂຕ້ ເຟີນານເດຊ ໂຫມ່ງຕຸງຕາຂ່າຍພາທີມຂຶ້ນນຳ 1-0. ຫຼັງຈາກນັ້ນເຈົ້າຂອງສະໜາມຍັງຄຸມເກມໄດ້ດີກວ່າ ແລະ ມີໂອກາດລຸ້ນເພີ່ມປະຕູ ແຕ່ບໍ່ເດັດຂາດພໍ ຈົບຄຶ່ງແລກດ້ວຍຄວາມຫວັງຂອງແຟນບອນເຈົ້າພາບ. ຄຶ່ງເວລາທີສອງ ຄຶ່ງຫຼັງກັບມາ, ເບຕິສເລີ່ມເລັ່ງເກມເດີນໜ້າກົດດັນຢ່າງໜັກ ແລະ ເຖິງແມ່ນວ່າຈະມີໂອກາດຫຼາຍຄັ້ງ ແຕ່ກວ່າຈະມາໄດ້ປະຕູຕີເສມົເກສໍາເຖິງນາທີທີ່ 85 ເມື່ອ ອີສໂກ້ ຜ່ານບອນເຂົ້າເຂດໂທດໃຫ້ ຈິໂອວານີ່ ໂລ ເຊລໂຊ່ ຈັບບອນໜຶ່ງຈັງຫວະກ່ອນຊັດດ້ວຍຊ້າຍເຂົ້າໄປຢ່າງເດັດຂາດໃຫ້ສະກໍເປັນ 1-1. ເກມຍັງບໍ່ຈົບແຄ່ນັ້ນ, ນາທີທີ 90+1 […]
ເຊວຊີ VS ລິເວີພູລ 3-1 ສິງບລູສ໌ ເປີດສະໜາມເອົາຊະນະ ຫົງແດງ ຕ້ອນຮັບແຊມໃໝ່

ເຊວຊີ VS ລິເວີພູລ: ຜົນບານ 3-1 | ເຈົ້າຂອງສະໜາມທີມ “ສິງໂຕນ້ຳເງິນຄາມ” ເຮັດຜົນງານໄດ້ຢ່າງດີເລີດ ເອົາຊະນະທີມ “ໝາກແດງ” ໃນບ້ານໄດ້ແບບສວຍງາມ ໂດຍໄດ້ 3 ປະຕູຈາກ ເອັນໂຊ ແຟຣ໌ນານເດສ ແລະ ໂຄລ ພາລເມີ ຄົນລະປະຕູ ກ່ອນທີ່ ຈາເຣລ ຄວອນຊາຫ໌ ຈະເຮັດເຂົ້າປະຕູຕົວເອງ ບວກໃຫ້ກັບທີມເພີ່ມໄປອີກປະຕູ ເກັບເພີ່ມເປັນ 63 ແຕ້ມ ຢູ່ອັນດັບ 5 ຂອງຕາຕະລາງຄະແນນ ສ່ວນທາງທີມ ລິເວີພູລ ມາໄດ້ລູກຕີໄຂ່ແຕກປະຕູດຽວຈາກ ເຟີຈິລ ຟານ ໄດຈ໌ຄ ປະຕູດຽວຕ້ອງກັບມືເປົ່າ ແຕ່ຍັງເປັນແຊມ. ສຶກຟຸດບອນພຣີເມຍລີກ 2024/25 ເມື່ອວັນອາທິດທີ 4 ພຶດສະພາ 2025 ເປັນການພົບກັນລະຫວ່າງ “ສິງໂຕນ້ຳເງິນຄາມ” ເຊວຊີ ເປີດບ້ານເຮັດສຶກກັບທີມແຊມລີກຢ່າງ “ໝາກແດງ” ລິເວີພູລ. ປະຕູ!! ເລີ່ມເຄິ່ງແລກນາທີທີ 3 […]
ເບຣນຟອດ VS ແມນຢູ 4-3 ຜີແດງ ຍິງກ່ອນແຕ່ໂດນຝູງເຜິ້ງ ຍິງຄືນຄວ້າໄຊ

ເບຣນຟອດ VS ແມນຢູ: ຜົນບານ 4-3 | ແມນຢູ ໄດ້ປະຕູຂຶ້ນນຳກ່ອນຈາກ ເມສັນ ເມົາທ໌ ແຕ່ຫຼັງຈາກນັ້ນໂດນເຈົ້າພາບ ເບຣນຟອດ ຍິງຕິດຕໍ່ກັນ 4 ປະຕູຈາກ ເຄວິນ ຊາເດີ ສົ່ງບານເຂົ້າປະຕູ 2 ລູກ, ໂຢອັນ ວິດຊາ ແລະ ລຸກ ຊໍ ເຮັດເຂົ້າປະຕູຕົວເອງ ເຖິງວ່າ ອາເລຮັນໂດຣ ກາຣ໌ນາໂຊ ກັບ ອາຫມັດ ດິຢາລໂລ ຈະຍິງຕີຕື້ນໃນຊ່ວງທ້າຍເກມ ແຕ່ສຸດທ້າຍກໍ່ໄລ່ບໍ່ທັນ ຈົບເກມ ເບຣນຟອດ ເປີດເຮືອນຊະນະ ແມນຢູ 4-3 ເກັບເພີ່ມເປັນ 52 ແຕ້ມຂຶ້ນໄປຢູ່ອັນດັບ 9 ສ່ວນ ແມນຢູ ຍັງຢູ່ທີ 15 ຂອງຕາຕະລາງຄືເກົ່າ ນາທີ 3 ແມນຢູເກືອບເສຍປະຕູຈາກຈັງຫວະທີ່ ລຸກ ຊໍ ພະຍາຍາມໂຂກບານຄືນຫຼັງໃຫ້ຜູ້ຮັກສາປະຕູ ອັລຕາຍ […]
ອິນຊາກີ້ຊົມອິນເຕີສູ້ໄດ້ດີກັບທີມທີ່ດີທີ່ສຸດໃນໂລກ ຍົກຍາມາລສຸດອັນຕະລາຍ

ຊິໂມເນ່ ອິນຊາກີ້ ຄູຝຶກຂອງອິນເຕີ ມິລານ ກ່າວຫຼັງຈາກພາທີມໄປເສມີກັບບາເຊໂລນາ 3-3 ໃນການແຂ່ງຂັນຟຸດບອນຢູຟ່າ ແຊມປຽນລີກ ຮອບເຄິ່ງຊະນະເລີດ ເລກທຳອິດ ທີ່ສະໜາມເອັສຕາດີ ໂອລິມປິກ ລຸຍຊ໌ ກອມປານີສ ເມື່ອວັນທີ 30 ເມສາ ວ່າ ລູກທີມຫຼິ້ນກັນໄດ້ຢ່າງດີເລີດ, ຂຶ້ນນຳໄດ້ກ່ອນ 2-0 ຕັ້ງແຕ່ເຄິ່ງແລກ ແລະ ມີໂອກາດສົ່ງບານເຂົ້າປະຕູໄດ້ອີກ ແຕ່ກໍບໍ່ເຂົ້າໃຈວ່າເປັນຫຍັງຈຶ່ງບໍ່ໄດ້ປະຕູ. ຢ່າງໃດກໍຕາມ ໃນຄວາມຄິດຂອງຕົນເອງ, ພວກເຮົາໄດ້ເຮັດຜົນງານທີ່ດີຫຼາຍໆ ກັບທີມທີ່ດີທີ່ສຸດໃນໂລກໃນເວລານີ້. ອິນຊາກີ້ກ່າວອີກວ່າ ລາມີນ ຍາມາລ ນັກເຕະບາຊາເປັນນັກເຕະທີ່ຄຸນນະພາບສູງຫຼາຍ ແລະ ບໍ່ເຄີຍເຫັນນັກເຕະແບບນີ້ມາ 8-9 ປີແລ້ວ. ລາວສ້າງບັນຫາໃຫ້ຄູ່ແຂ່ງໄດ້ຫຼາຍ, ເຮັດໃຫ້ຕ້ອງມີຄົນຄອຍປະກົບລາວ 2 ຄົນຢູ່ຕະຫຼອດ ແຕ່ມັນກໍບໍ່ເຄີຍພໍ. ດັ່ງນັ້ນ ພວກເຮົາຈຶ່ງຕ້ອງດັນແນວຮັບລົງຕໍ່າ, ເຊິ່ງກໍໄດ້ເຫັນຍາມາລມີຈັງຫວະທີ່ຫຼິ້ນບໍ່ດີບ້າງເຊັ່ນກັນ. ຖືວ່າເປັນໂຊກດີຂອງອິນເຕີ. ພວກເຮົາຮູ້ດີວ່າບາຊາເປັນທີມທີ່ຄວ້າແຊມແລ້ວ 2 ລາຍການໃນລະດູການນີ້ ແລະ ກຳລັງລຸ້ນອີກ 2 ແຊມ. ພວກເຂົາພ້ອມສ່ຽງ ເພາະຮູ້ດີວ່າໄດ້ຮັບຜົນຕອບແທນທີ່ດີ, […]