ຈີນເປີດຕົວ “ໄຊແອນຊວັນ” ແພລັດຟອມວິໄຈພະລັງເອໄອ

ປັກກິ່ງ 7 ພຶດສະພາ (ຊິນຫົວ) — ສະຖາບັນລະບົບອັດຕະໂນມັດ ສັງກັດສະຖາບັນບັນດິດວິທະຍາສາດແຫ່ງຊາດຈີນ ໄດ້ເປີດຕົວ “ໄຊແອນຊວັນ” (ScienceOne) ແພລັດຟອມການວິໄຈພະລັງປັນຍາປະດິດ ຫຼື ເອໄອ (AI) ເຊິ່ງບູລະນາການຄວາມສາມາດຂັ້ນສູງໃນການເຂົ້າໃຈຂໍ້ມູນ, ການປັບຄ່າປະມວນຜົນ, ແລະ ການປະເມີນດ້ວຍເຫດຜົນ ເພື່ອກ້າວຂ້າມຂໍ້ຈຳກັດດ້ານການວິໄຈທາງວິທະຍາສາດຂອງໂມເດລປັນຍາປະດິດທົ່ວໄປ   ສຳນັກຂ່າວຊິນຫົວ ລາຍງານມື້ວານນີ້ວ່າ ໄຊແອນຊວັນມີເຄື່ອງມືຫຼັກ 2 ລາຍການ ໄດ້ແກ່ 1) “ເອັສ1-ລິດເທີເລເຊີ” (S1-Literature) ຜູ້ຊ່ວຍດ້ານງານຂຽນປັນຍາປະດິດທີ່ສາມາດສັງເຄາະງານຂຽນຫຼາຍພັນສະບັບເປັນບົດທົບທວນທີ່ມີໂຄງສ້າງ ແລະ ມອບການວິເຄາະເຊິງເລິກຢ່າງການເຮັດແຜນຜັງແນວຄິດ ແລະ ການແກະຮອຍແຫຼ່ງອ້າງອີງ 2) “ເອັສ1 ທູລເຊນ” (S1-ToolChain) ຜູ້ຄວບຄຸມຂັ້ນຕອນການເຮັດວຽກທີ່ປະສານເຄື່ອງມືສະເພາະທາງໂດຍອັດຕະໂນມັດກວ່າ 300 ລາຍການ   (ພາບຊິນຫົວ: ເດັກຍິງສຳຜັດຫຸ່ນຍົນປັນຍາປະດິດທີ່ງານມະຫະກຳສິນຄ້າອຸປະໂພກບໍລິໂພກນານາຊາດຈີນ ຄັ້ງທີ 4 ໃນເມືອງໄຫ່ໂຂ່ວ ແຂວງໄຫ່ຫນານທາງຕອນໃຕ້ຂອງຈີນ ວັນທີ 15 ເມສາ 2024)   “ໄຊແອນຊວັນ” ພັດທະນາໂດຍສະຖາບັນຕ່າງໆ […]

Skype ປິດໃຫ້ບໍລິການແລ້ວ ສາມາດຍ້າຍໄປໃຊ້ Microsoft Teams ແທນໄດ້

ໃນທີ່ສຸດ, ມື້ທີ່ຫລາຍຄົນອາດເຄີຍໄດ້ຍິນຂ່າວລືມາແດ່ແລ້ວ ກໍມາຮອດ ເມື່ອ Microsoft ປະກາດຢຸດດການໃຫ້ບໍລິການ Skype ຢ່າງເປັນທາງການໃນວັນນີ້ (5 ພຶດສະພາ 2025) ປິດສາກໜຶ່ງໃນໜ້າປະຫວັດສາດຂອງໂລກການສື່ສານອອນລາຍ ທີ່ເຄີຍປະຕິວັດວິທີການຕິດຕໍ່ສື່ສານຂອງຜູ້ຄົນທົ່ວໂລກມາຢ່າງຍາວນານ   ສຳລັບຜູ້ທີ່ຢູ່ໃນແວດວົງ IT ແລະ ຕິດຕາມຄວາມເຄື່ອນໄຫວຂອງເທັກໂນໂລຢີມາໂດຍຕະຫລອດ, ການຕັດສິນໃຈຄັ້ງນີ້ຂອງ Microsoft ອາດບໍ່ແມ່ນເລື່ອງທີ່ໜ້າແປກໃຈນັກ ເພາະໃນຊ່ວງຫລາຍປີທີ່ຜ່ານມາ ບໍລິສັດໄດ້ຜັກດັນແລະພັດທະນາ Microsoft Teams ຢ່າງຕໍ່ເນື່ອງ ໂດຍມຸ່ງຫວັງໃຫ້ເປັນສູນກາງການເຮັດວຽກຮ່ວມກັນ (Collaboration Hub) ທີ່ຄົບວົງຈອນຫລາຍກວ່າ   ຜົນກະທົບທີ່ຫລີກລ່ຽງບໍ່ໄດ້ ການປິດຕົວຂອງ Skype ຍ່ອມສົ່ງຜົນກະທົບຕໍ່ຜູ້ໃຊ້ງານຈຳນວນບໍ່ໜ້ອຍ ບໍ່ວ່າຈະເປັນຜູ້ໃຊ້ງານທົ່ວໄປ ຫລື ແມ່ນແຕ່ໃນພາກທຸລະກິດທີ່ຍັງຄົງພຶ່ງພາ Skype ໃນການສື່ສານຢູ່. ຜົນກະທົບຫລັກໆ ທີ່ເຫັນໄດ້ຊັດເຈນຄື:   ການເຂົ້າເຖິງບໍລິການສິ້ນສຸດ: ຜູ້ໃຊ້ງານຈະບໍ່ສາມາດເຂົ້າເຖິງແອັບພລິເຄຊັນ ແລະ ຟັງຊັນຕ່າງໆ ຂອງ Skype ໄດ້ອີກຕໍ່ໄປ ບໍ່ວ່າຈະເປັນການໂທດ້ວຍສຽງ, ວິດີໂອ, ການສົ່ງຂໍ້ຄວາມ ຫລື ການແຊຣ໌ໄຟລ໌ […]

ເອັກເຜີງ ຍອດຂາຍເພີ່ມຂຶ້ນ 313% ພັດທະນາ AI ໂຕໃໝ່ ຮອງຮັບຍານພາຫະນະໄຟຟ້າ ໂດຣນ ຫຸ່ນຍົນມະນຸດ

ເອັກຊ໌ເຜີງ (XPENG) ປິດຍອດຂາຍ 4 ເດືອນທຳອິດຂອງປີ 2025 ລວມໃນທຸກປະເທດໄດ້ 129,053 ຄັນ ເພີ່ມຂຶ້ນ 313%   ເມື່ອທຽບກັບຊ່ວງດຽວກັນຂອງປີທີ່ແລ້ວ ພ້ອມພັດທະນາ AI ຕົວໃໝ່ ເພື່ອຮອງຮັບຍານພາຫະນະໄຟຟ້າ ໂດຣນ ຫຸ່ນຍົນຮິວແມນອຍດ໌ ສຕາດອັບຍານພາຫະນະໄຟຟ້າຂອງຈີນ ເອັກຊ໌ເຜີງ ເຮັດຍອດຂາຍໃນເດືອນເມສາ 2025 ໄດ້ 35,045 ຄັນ ເຊິ່ງຖືເປັນເດືອນທີ 6 ຕິດຕໍ່ກັນ ທີ່ມີຍອດຂາຍເກີນ 30,000 ຄັນຕໍ່ເດືອນ ຂະນະທີ່ຍອດຂາຍເດືອນມັງກອນ-ເມສາ ລວມ 129,053 ຄັນ ເພີ່ມຂຶ້ນ 313% ເມື່ອທຽບກັບຊ່ວງດຽວກັນຂອງປີທີ່ແລ້ວ   ທັງນີ້ໃນງານ Auto Shanghai 2025 ທີ່ພຶ່ງຈົບໄປ ເອັກຊ໌ເຜີງ ນຳນະວັດຕະກຳໃໝ່ ທີ່ຈະມີ AI ເປັນຕົວຂັບເຄື່ອນ ທັງຫຸ່ນຍົນຮິວແມນອຍດ໌ IRON ດ້ວຍມືທີ່ຂະຫຍັບໄດ້ 22 ຮູບແບບ […]

ພາມາຮູ້ຈັກ Qwen3 AIນ້ອງໃໝ່ ທີ່ Alibaba ສົ່ງມາແຂ່ງກັບ ChatGPT ແລະ Google Gemini

ອາລີບາບາ (Alibaba) ເປີດຕົວປັນຍາປະດິດໃໝ່ “Qwen3” ເຄື່ອງມື AI ຕົວຫລ້າສຸດທີ່ທ້າທາຍເຈົ້າຕະຫລາດຢ່າງແຊັດຈີພີທີ (ChatGPT) ແລະ ກູເກິລເຈມິໄນ (Google Gemini)     ຍັກໃຫຍ່ແຫ່ງເອເຊຍຢ້ຳວ່າ Qwen3 ເປັນຮຸ່ນຫລ້າສຸດຂອງໂມເດວພາສາຂະໜາດໃຫຍ່ແບບໂອເພັນຊອສທີ່ບໍ່ທຳມະດາ ເພາະສາມາດເຮັດ “Hybrid Reasoning” ຫລື ການໃຊ້ເຫດຜົນແບບປະສົມປະສານ ເຊິ່ງເປັນຄັ້ງທຳອິດທີ່ Alibaba ພ້ອມໃຫ້ບໍລິການ   ຈາກຖະແຫຼງການ Alibaba ຊີ້ວ່າ Hybrid Reasoning ຄືການປະສົມປະສານລະຫວ່າງ 2 ໂໝດການເຮັດວຽກ ທັງໂໝດທຳອິດຄື “thinking mode” ຫລື ໂໝດການຄິດເປັນຂັ້ນເປັນຕອນ ແລະ ໂໝດທີສອງ “non-thinking mode” ຫລື ໂໝດການໃຊ້ສັນຊາດຕະຍານ ເຊິ່ງເປັນລັກສະນະການຄິດຄ້າຍຄືກັບສະໝອງມະນຸດ ທີ່ບາງຄັ້ງກໍຄິດຢ່າງຮອບຄອບ ເປັນຂັ້ນເປັນຕອນ ແຕ່ບາງຄັ້ງກໍໃຊ້ສັນຊາດຕະຍານຕອບສະໜອງຢ່າງວ່ອງໄວ   Alibaba ຊີ້ວ່າ Qwen3 ສາມາດສັບປ່ຽນໄປມາລະຫວ່າງ 2 […]

ຜູ້ບຸກເບີກເຕັກໂນໂລຊີ AI ກັງວົນໃນຄວາມກ້າວໜ້າຂອງ AI ຢ້ານເກີດໄພຂົ່ມຂູ່ຮ້າຍແຮງ

ດຣ. ເຈັຟຟຣີ ຮິນຕັນ ຜູ້ບຸກເບີກເຕັກໂນໂລຊີດ້ານເອໄອ ໄດ້ໃຫ້ສຳພາດແລະສະແດງຄວາມກັງວົນໃນຄວາມກ້າວໜ້າຂອງປັນຍາປະດິດ, ໂດຍຄວາມສາມາດທີ່ຖືກພັດທະນາຢ່າງວ່ອງໄວ ອາດເກີດບັນຫາທັງການໃຊ້ງານຜິດວັດຖຸປະສົງ ຫຼື ການຖືກນຳໄປໃຊ້ໂດຍລັດເຜັດການ ດຣ. ເຈັຟຟຣີ ຮິນຕັນ ຜູ້ບຸກເບີກເຕັກໂນໂລຊີປັນຍາປະດິດຄົນສຳຄັນ ແລະ ໄດ້ຮັບການຍົກຍ້ອງເປັນເຈົ້າພໍ່ດ້ານເອໄອ ໄດ້ສະແດງຄວາມວິຕົກກັງວົນຢ່າງຍິ່ງຕໍ່ທິດທາງການພັດທະນາແລະການໃຊ້ງານ AI ໃນປັດຈຸບັນແລະອະນາຄົດ ຜ່ານການໃຫ້ສຳພາດກັບສຳນັກຂ່າວຊີບີເອັສ ລະບຸວ່າຄວາມໄວໃນການພັດທະນາຂອງ AI ນັ້ນເໜືອຄວາມຄາດໝາຍຂອງເຂົາຢ່າງຫຼາຍ ແລະ ເຕືອນເຖິງໄພຂົ່ມຂູ່ຮ້າຍແຮງທີ່ອາດຕາມມາ ດຣ. ຮິນຕັນ ຊຶ່ງເປັນຜູ້ມີສ່ວນສຳຄັນໃນການວາງຮາກຖານເຕັກໂນໂລຊີໂຄງຂ່າຍປະສາດທຽມ (Neural Network) ອັນເປັນຫົວໃຈຂອງ Generative AI ທີ່ໃຊ້ກັນແຜ່ຫຼາຍ ຍອມຮັບວ່າເຂົາບໍ່ເຄີຍຄາດຄິດວ່າ AI ຈະພັດທະນາມາຮອດຈຸດນີ້ໄດ້ພາຍໃນເວລາພຽງ 40 ປີ ເຊິ່ງເປັນອັດຕາການເຕີບໂຕທີ່ອາດໄວກວ່າກົດຂອງມົວຣ໌ (Moore’s Law) ທີ່ໃຊ້ວັດຄວາມກ້າວໜ້າຂອງວົງການເຊມິຄອນດັກເຕີ້ເສຍອີກ. ກ່ອນໜ້ານີ້ເມື່ອສອງປີກ່ອນ ເຂົາກໍເຄີຍເຕືອນຜ່ານການໃຫ້ສຳພາດກັບສຳນັກຂ່າວເດິ ນິວ ຢອກ ໄທມ໌ ເຖິງຄວາມຫຍຸ້ງຍາກໃນການປ້ອງກັນບໍ່ໃຫ້ຜູ້ບໍ່ຫວັງດີນຳ AI ໄປໃຊ້ໃນທາງທີ່ຜິດ ດຣ. ຮິນຕັນ ຊີ້ວ່າສ່ວນຕົວເຂົາແລ້ວມີຄວາມກັງວົນຕໍ່ການພັດທະນາເອໄອທີ່ອາດເກີດເປັນໄພຂົ່ມຂູ່ເຖິງ 5 ດ້ານ […]

Google ໃກ້ບັນລຸຂໍ້ຕົກລົງກັບ Apple ນຳ Gemini ໃຫ້ບໍລິການໃນ iPhone

ຊີອີໂອ Google ຢືນຢັນວ່າ Google ຈະນຳ Gemini ມາໃຫ້ບໍລິການໃນ iPhone ຂອງ Apple ຢ່າງເປັນທາງການໃນຊ່ວງທ້າຍປີນີ້ ສຳນັກຂ່າວ The Verge ລາຍງານວ່າ Google ໃກ້ຈະບັນລຸຂໍ້ຕົກລົງກັບ Apple ໃນການນຳ Gemini ເຊິ່ງເປັນໂມເດລປັນຍາປະດິດ (AI) ມາຜະນວກເປັນສ່ວນໜຶ່ງໃນການໃຫ້ບໍລິການປັນຍາປະດິດໃນ iPhone. ໃນລະຫວ່າງການພິຈາລະນາຄະດີກ່ຽວກັບການຜູກຂາດຕະຫຼາດການຄົ້ນຫາເມື່ອວັນພຸດທີ່ຜ່ານມາ, ຊຸນດາ ພິຊາຍ ຊີອີໂອຂອງ Google ໄດ້ຢືນຢັນວ່າບໍລິສັດໜ້າຈະບັນລຸຂໍ້ຕົກລົງໃນການນຳ Gemini ກັບ Apple ໃນຊ່ວງກາງປີນີ້ ແລະ ຄາດວ່າຈະພ້ອມໃຫ້ບໍລິການໃນຊ່ວງທ້າຍປີ 2025 ຂໍ້ຕົກລົງໃນຄັ້ງນີ້ຄາດວ່າຈະເຮັດໃຫ້ Siri ລະບົບຜູ້ຊ່ວຍຂອງ Apple ສາມາດເອີ້ນໃຊ້ Gemini ເພື່ອຊ່ວຍຕອບຄຳຖາມທີ່ຊັບຊ້ອນຫຼາຍຂຶ້ນໄດ້, ຄ້າຍກັບການຜະນວກລວມທີ່ Apple ໄດ້ເຮັດໄປແລ້ວກັບ ChatGPT ຂອງ OpenAI ກ່ອນໜ້ານີ້, ເຄຣກ ເຟເດຣິກີ ຮອງປະທານອາວຸໂສຂອງ Apple […]

ຂ່າວດີ! ຜູ້ໃຊ້ Galaxy A Series ເຂົ້າໃຊ້ງານ AI Assistant ໄດ້ວ່ອງໄວກວ່າເກົ່າ ພຽງແຕ່ກົດປຸ່ມຂ້າງ Side Button

ໂດຍຊຳຊຸງ ຮ່ວມກັບ Google ມອບປະສົບການການໃຊ້ງານມືຖືທີ່ສະຫຼາດຂຶ້ນ ໃຫ້ຜູ້ໃຊ້ເຂົ້າເຖິງ Gemini ໄດ້ໄວແລະສະດວກກວ່າເກົ່າ ຊຳຊຸງ ກຽມຂະຫຍາຍການເຂົ້າເຖິງຜູ້ຊ່ວຍ AI Assistant ເທິງອຸປະກອນ Galaxy A Series ດ້ວຍປຸ່ມ Side Button ໃນໄວໆນີ້ ສືບຕໍ່ຟີເຈີຍອດນິຍົມເທິງ Galaxy S Series ມາສູ່ Galaxy A Series ຕອກຢ້ຳວິໄສທັດຂອງຊຳຊຸງທີ່ຕ້ອງການໃຫ້ທຸກຄົນສາມາດເຂົ້າເຖິງປະສົບການ AI. ການອັບເດດໃນຄັ້ງນີ້ ຜູ້ໃຊ້ຈະໄດ້ສຳຜັດກັບປະສົບການການໃຊ້ AI ທີ່ສະຫຼາດຫຼາຍຂຶ້ນ ເປີດໃຊ້ງານ Gemini ໄດ້ງ່າຍໆ ພຽງແຕ່ກົດປຸ່ມຂ້າງຄ້າງ ກໍຈະພົບກັບ Awesome Intelligence ເທິງ Galaxy A Series ລຸ້ນຫຼ້າສຸດ ໄດ້ແກ່ Galaxy A56 5G, Galaxy A36 5G ແລະ Galaxy A26 […]

ບົດລາຍງານສະບັບໃໝ່ຂອງຊຽວໝີ່ ເນັ້ນຢ້ຳຄວາມມຸ່ງໝັ້ນດ້ານຄວາມຍືນຍົງ ແລະ ນະວັດຕະກຳ

ຊຽວໝີ່ ຄໍເປີເຣຊັນ ໄດ້ເຜີຍແຜ່ບົດລາຍງານດ້ານສິ່ງແວດລ້ອມ, ສັງຄົມ, ແລະ ທຳມາພິບານ (ESG) ປະຈຳປີຄັ້ງທີ 7 ປະຈຳປີ 2567 ເຊິ່ງສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງບໍລິສັດໃນການຮັກສາຄວາມຍືນຍົງທີ່ຂັບເຄື່ອນດ້ວຍເຕັກໂນໂລຢີພື້ນຖານ. ບົດລາຍງານດັ່ງກ່າວລະບຸເຖິງຄວາມເປັນຜູ້ນຳຂອງຊຽວໝີ່ໃນດ້ານການເຂົ້າເຖິງເຕັກໂນໂລຢີ, ການບັນເທົາ ແລະ ປັບຕົວຕໍ່ການປ່ຽນແປງຂອງສະພາບດິນຟ້າອາກາດ, ລວມໄປເຖິງການຣີໄຊເຄິລ ແລະ ການນຳກັບມາໃຊ້ໃໝ່. -ຄວາມເປັນຜູ້ນຳດ້ານເຕັກໂນໂລຢີພື້ນຖານ ຊຽວໝີ່ໄດ້ເປີດຕົວກົນລະຍຸດໃໝ່ເພື່ອການພັດທະນາຢ່າງຍືນຍົງ, ເຊິ່ງຂັບເຄື່ອນໂດຍເຕັກໂນໂລຢີພື້ນຖານໃນການປະຊຸມຄັ້ງທີ 29 ຂອງພາຄີອະນຸສັນຍາສະຫະປະຊາຊາດວ່າດ້ວຍການປ່ຽນແປງສະພາບດິນຟ້າອາກາດ (COP29) ໃນເດືອນພະຈິກ 2567. ຊຽວໝີ່ໄດ້ໃຫ້ຄວາມສຳຄັນກັບຜະລິດຕະພັນທີ່ຄອບຄຸມ ແລະ ມີຄວາມເທົ່າທຽມທາງເຕັກໂນໂລຢີຫຼາຍຍິ່ງຂຶ້ນ, ເຊິ່ງລວມໄປເຖິງກົນລະຍຸດລະບົບນິເວດ “Human x Car x Home” ເພື່ອມອບວິຖີຊີວິດທີ່ຍືນຍົງ ແລະ ສະຫຼາດໃຫ້ກັບຜູ້ບໍລິໂພກ. ໃນປີ 2567, ງົບການລົງທຶນດ້ານການຄົ້ນຄວ້າ ແລະ ພັດທະນາປະຈຳປີຂອງຊຽວໝີ່ມີມູນຄ່າສູງເຖິງ 24.1 ພັນລ້ານຢວນ ແລະ ມີການຍື່ນສິດທິບັດທົ່ວໂລກຫຼາຍກວ່າ 42,000 ສະບັບ. ຍິ່ງໄປກວ່ານັ້ນ, ທີມຄົ້ນຄວ້າ ແລະ ພັດທະນາຂອງບໍລິສັດມີພະນັກງານຫຼາຍກວ່າ 21,190 […]

ແບບຈຳລອງ iPhone 17 ທຸກລຸ່ນ ອາດຈະປ່ຽນແປງຕາມນີ້

ໃຜກຳລັງລໍຖ້າ iPhone 17 ມາ? ຫຼ້າສຸດມີວິດີໂອຫຼຸດອອກມາເປີດເຜີຍໃຫ້ເຫັນໂມລ໌ຂອງ iPhone 17 Air ລຸ່ນໃໝ່ທີ່ຄາດວ່າຈະເປີດຕົວໄວໆ ນີ້ ໂດຍໃນຄລິບຍັງມີການນຳໂມລ໌ດັ່ງກ່າວມາປຽບທຽບກັບ iPhone ລຸ່ນອື່ນໆ ລວມເຖິງຮູບພາບຂອງ ເຄື່ອງດັມມີ່ (Dummy Unit) ໃນຊີຣີສ໌ iPhone 17 ທັງໝົດອີກດ້ວຍ.     ຫຼັງຈາກທີ່ມີຮູບພາບຫຼຸດອອກມາກ່ອນໜ້າ ໃນທີ່ສຸດພວກເຮົາກໍໄດ້ເຫັນວິດີໂອ hands-on ຂອງ dummy units ເຫຼົ່ານີ້ ຊຶ່ງເປີດເຜີຍໃຫ້ເຫັນດີໄຊນ໌ຈາກທຸກມຸມມອງໄດ້ຢ່າງຊັດເຈນ. ໄຮໄລທ໌ເດັ່ນຢູ່ທີ່ iPhone 17 Air ທີ່ມາພ້ອມກັບຄວາມບາງຢ່າງບໍ່ໜ້າເຊື່ອ ດ້ວຍຄວາມໜາພຽງແຕ່ 5.65 ມິລລິແມັດ ເທົ່ານັ້ນ ຊຶ່ງບາງກວ່າພອດ USB-C ເລັກນ້ອຍອີກ.   ເປັນທີ່ຮັບຮູ້ກັນດີວ່າ iPhone 17 Air ຈະເຂົ້າມາແທນທີ່ iPhone 16 Plus ຊຶ່ງມີຍອດຂາຍທີ່ບໍ່ໜ້າພໍໃຈນັກໃນຊ່ວງທີ່ຜ່ານມາ. ຕ້ອງຕິດຕາມກັນຕໍ່ໄປວ່າຄວາມບາງຂອງ Air […]

Roblox ແມ່ນຫຍັງ ແລະ ມີຄວາມປອດໄພສຳລັບເດັກນ້ອຍບໍ່? ເກມອອນລາຍທີ່ເປັນຫຼາຍກວ່າພຽງແຕ່ເກມ

ທ່ານເຄີຍສົງໄສບໍ່ວ່າເປັນຫຍັງລູກຂອງທ່ານຈິ່ງຕິດໜຶບກັບໜ້າຈໍຄືກັບວ່າມີພະລັງພິເສດດຶງດູດ? ໜຶ່ງໃນ “ຜູ້ຕ້ອງສົງໄສ” ອັນດັບຕົ້ນໆ ກໍ່ຄື Roblox, ແພລັດຟອມເກມອອນລາຍທີ່ນິຍົມຫຼາຍ ທີ່ບໍ່ພຽງແຕ່ເປັນເກມເທົ່ານັ້ນ ແຕ່ເປັນຈັກກະວານເສມືອນຈິງຂະໜາດໃຫຍ່ ທີ່ເປີດໂອກາດໃຫ້ເດັກນ້ອຍທົ່ວໂລກໄດ້ມາສ້າງສັນ, ຫຼິ້ນສະໜຸກ, ແລະ ສ້າງມິດຕະພາບຢ່າງອິດສະຫຼະ! ແຕ່ໃນໂລກດິຈິຕອນທີ່ບໍ່ມີຂອບເຂດນີ້, ພໍ່ແມ່ຍຸກໃໝ່ຈະສາມາດປ່ອຍໃຫ້ລູກທ່ອງໄປໂດຍບໍ່ມີທິດທາງໄດ້ແນວໃດ? ບົດຄວາມນີ້ຈະພາທ່ານເຈາະເລິກໂລກຂອງ Roblox, ຕັ້ງແຕ່ເຂົ້າໃຈສິ່ງທີ່ດຶງດູດລູກນ້ອຍ ໄປຈົນເຖິງສິ່ງທີ່ຄວນຮູ້ ແລະ ວິທີແກ້ໄຂ ເພື່ອໃຫ້ລູກຂອງທ່ານສາມາດສະໜຸກໄດ້ຢ່າງສ້າງສັນ ແລະ ປອດໄພ ໃນຂະນະທີ່ທ່ານເອງກໍ່ຫມົດຄວາມກັງວົນ! ກຽມພ້ອມເປີດປະຕູສູ່ໂລກຂອງ Roblox ໄປພ້ອມໆ ກັນເລີຍ! Roblox ແມ່ນຫຍັງ? Roblox ບໍ່ແມ່ນພຽງແຕ່ເກມ, ແຕ່ເປັນຄືກັບ “ໂລກອີກໃບ” ເທິງອິນເຕີເນັດ ທີ່ເດັກນ້ອຍສາມາດສ້າງເກມເອງກໍ່ໄດ້, ຫຼິ້ນເກມຂອງຄົນອື່ນກໍ່ສະໜຸກ, ແລະ ຍັງໄດ້ພົບເພື່ອນໃໝ່ໆ ຈາກທົ່ວໂລກ! ເປັນຫຍັງພໍ່ແມ່ຈຶ່ງໃຫ້ລູກຫຼິ້ນ? ມັນດີຫຼືບໍ່ດີຄືແນວໃດ? ແລ້ວຈະຄວບຄຸມແນວໃດບໍ່ໃຫ້ລູກຕິດຈໍຫຼາຍເກີນໄປ? ມາເບິ່ງກັນແບບງ່າຍໆ! ເປັນຫຍັງ Roblox ຈຶ່ງນິຍົມໃນກຸ່ມເດັກນ້ອຍ ແລະ ຖືກໃຈພໍ່ແມ່ (ບາງຄົນ)? ປ່ອຍພະລັງຄວາມຄິດສ້າງສັນ: ລູກທ່ານຈະໄດ້ເປັນນັກສ້າງເກມຕົວນ້ອຍ, ອອກແບບໂລກໃນຝັນໄດ້ຕາມໃຈຄິດ! ໄດ້ຮຽນຮູ້ໂດຍບໍ່ຮູ້ຕົວ: […]