ສປປ ລາວ ເລີ່ມປະຕິບັດນະໂຍບາຍ ຍົກເວັ້ນ-ຂະຫຍາຍເວລາ VISA ໃຫ້ກັບຫຼາຍປະເທດ ດຶງດູດນັກທ່ອງທ່ຽວ

ກະຊວງປ້ອງກັນຄວາມສະຫງົບ ແຈ້ງການເລີ່ມຈັດຕັ້ງປະຕິບັດ ນະໂຍບາຍ ຍົກເວັ້ນ-ຂະຫຍາຍເວລາ VISA ໃຫ້ກັບຫຼາຍປະເທດ ຈົນຮອດ ວັນທີ 31 ທັນວາ 2024 ດຶງດູດນັກທ່ອງທ່ຽວ ຊຸກຍູ້ປີທ່ອງທ່ຽວລາວ 2024. ແຈ້ງການສະບັບດັ່ງກ່າວຂອງກະຊວງປ້ອງກັນຄວາມສະຫງົບ ມີຂຶ້ນ ຕາມ ຄໍາແນະນໍາ ຂອງກະຊວງຖະແຫຼ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ສະບັບເລກທີ 29/ຖວທ, ລົງວັນທີ 26 ມິຖຸນາ 2024 ກ່ຽວກັບນະໂຍບາຍຍົກເວັ້ນວີຊາ ແລະ ການກໍານົດໄລຍະເວລາພັກເຊົາ ຢູ່ ສປປ ລາວ ສໍາລັບນັກທ່ອງທ່ຽວກຸ່ມເປົ້າໝາຍ ໃນໄລຍະປີທ່ອງທ່ຽວລາວ 2024. ອີງຕາມແຈ້ງການດັ່ງກ່າວ ຂອງ ກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 2520/ຕມ ລົງວັນທີ 1 ກໍລະກົດ 2024, ໄດ້ກໍານົດໃຫ້ນັກທ່ອງທ່ຽວ ສັນຊາດ ຈີນ (CHN) ທີ່ມາທ່ອງທ່ຽວເປັນກຸ່ມ ຜ່ານການບໍລິການຂອງບໍລິສັດນໍາທ່ຽວ ທີ່ຢູ່ ສປປ ລາວ […]
ຄຸນຄ່າຄວາມເປັນເອກະລັກ ທີ່ໂດດເດັ່ນລະດັບໂລກ ຂອງອຸທິຍານແຫ່ງຊາດຫີນໜາມໜໍ່

ອຸທິຍານແຫ່ງຊາດຫີນໜາມໜໍ່ຕັ້ງຢູ່ເມືອງບົວລະພາ ແຂວງຄໍາມ່ວນ ມີເນື້ອທີ່ 94.121 ເຮັກຕາ, ອຸທິຍານແຫ່ງນີ້ ມີເນື່ອທີ່ຕິດກັບ ອຸທິຍານແຫ່ງຊາດຟອງຍາ-ແກບາງ ສສ ຫວຽດນາມ. ໂດຍຖ້າລວມພື້ນທີ່ອຸທິຍານແຫ່ງຊາດທັງສອງແຫ່ງນີ້ເຂົ້າກັນຈະເປັນພື້ນທີ່ພູຫີນປູນທີ່ມີເນື້ອທີ່ປະມານ 217.447 ເຮັກຕາ ແລະ ອາດກາຍເປັນເຂດພື້ນທີ່ພູຫີນປູນຂະໜາດໃຫຍ່ຍຸກດຶກດໍາບັນທີ່ມີອາຍຸປະມານ 400 ລ້ານປີ ທີ່ກວ້າງໃຫຍ່ໄພສານທີ່ເກົ່າແກ່ທີ່ສຸດແຫ່ງໜຶ່ງໃນອາຊີ ກໍຄືໃນໂລກ. ຫີນໜາມໜໍ່ ແປວ່າ “ຫີນທີ່ມີຍອດອັນແຫຼມຄົມ” ຊຶ່ງມັນສື່ໃຫ້ເຫັນເຖິງອົງປະກອບທີ່ສໍາຄັນຂອງສະຖານທີ່ພິເສດແຫ່ງນີ້ໄດ້ຢ່າງສົມບູນແບບ ແລະ ຮູບຮ່າງລັກສະນະຂອງຫີນທີ່ມີຍອດອັນແຫຼມຄົມຂອງມັນ ນອນຢູ່ໃນເຂດພື້ນທີ່ປິດ ອ້ອມຮອບຂອງຮ່ອມພູຫີນປູນ (ຫຼື ກວານ) ເຮັດໃຫ້ມັນກາຍເປັນພູມີທັດພູຫີນປູນທີ່ມີຄວາມໂດດເດັ່ນເປັນພິເສດທີ່ແຕກຕ່າງກັບສະຖານທີ່ອື່ນໆຢູ່ໃນພາກພື້ນ. ທ່ານ ສົມຫວັງ ພິມມະວົງ ຫົວໜ້າກົມປ່າໄມ້ ກະຊວງກະສິກໍາ-ປ່າໄມ້ ໜຶ່ງໃນຄະນະຊ່ຽວຊານຄົ້ນຄວ້າຄວາມເປັນໄປໄດ້ ເພື່ອສະເໜີເອົາອຸທິຍານຫີນໜາມໜໍ່ ຢູ່ເມືອງບົວລະພາ ແຂວງຄໍາມ່ວນ ແລະ ອຸທິຍານແຫ່ງຊາດຟອງຍາ-ແກບາງ ສສ ຫວຽດນາມ ເຂົ້າເປັນມໍລະດົກໂລກໃຫ້ຮູ້ວ່າ: ເອກະລັກທີ່ໂດດເດັ່ນພິເສດແຫ່ງນີ້ປະກອບດວ້ຍຖ້ໍານ້ໍາລອດເຊບັ້ງໄຟຢູ່ ຖືວ່າເປັນສິ່ງມະຫັດສະຈັນທາງທໍາມະຊາດທີ່ລີ້ຊ້ອນຢູ່ໃນໃຈກາງຂອງແຂວງຄໍາມ່ວນ ແລະ ເປັນຖ້ໍາທີ່ມີຄວາມສວຍງາມງົດງາມເປັນພິເສດທີ່ມີປະລິມານນ້ໍາໄຫຼ ມີການປ່ຽນແປງຂອງປະລິມານນ້ໍາໄຫຼອອກຈາກຖ້ໍາຢ່າງມະຫາສານ ຊຶ່ງໄດ້ຮັບຊື່ວ່າເປັນອ່າງນ້ໍາ ຫຼື ຂະໜາດໃຫຍ່ທີ່ສຸດກວ່າໝູ່ໃນໂລກ. ສໍາລັບລະບົບນິເວດຂອງພູຫີນປູນແຫ່ງນີ້ແມ່ນເປັນບ່ອນຢູ່ອາໄສຂອງສັດນາໆຊະນິດທີ່ໃກ້ສູນພັນ, ສັດສະເພາະຖິ່ນ, ມີໂຕແກ້ຜາ […]
ປະກາດປ່າອາຮັກປາກຫ້ວຍເກາະ ເຂດ ບ້ານນາຢອງເປັນປ່າສະຫງວນຂອງເມືອງລະມາມ

ອຳນາດການປົກຄອງເມືອງລະມາມ ແຂວງເຊກອງ ໄດ້ຈັດພິທີປະກາດສ້າງຕັ້ງປ່າອາຮັກປາກຫ້ວຍເກາະເຂດບ້ານນາຢອງເປັນປ່າສະຫງວນຂອງເມືອງລະມາມ, ຊຶ່ງພິທີ ໄດ້ຈັດຂຶ້ນໃນວັນທີ 28 ມິຖຸນາ 2024 ຜ່ານມານີ້ ທີ່ບ້ານນາຢອງ ໂດຍມີທ່ານ ໄຊຍະຫວັດ ກ້ອນຄໍາໝັ້ນ ປະທານກວດກາພັກ-ລັດເມືອງລະມາມ ເຂົ້າຮ່ວມ. ທ່ານ ສະໜອງ ສິມມາວັດ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ ເມືອງລະມາມ ລາຍງານວ່າ: ປ່າສະຫງວນປ່າອາຮັກປາກຫ້ວຍເກາະ ມີເນື້ອທີ່ທັງໝົດ 17,4 ເຮັກຕາ ເພື່ອອະນຸລັກທຳມະຊາດ, ປົກປັກຮັກສາ ແລະ ຂະຫຍາຍພັນພືດ, ພັນສັດນ້ຳ, ສັດປ່ານາໆຊະນິດ, ລະບົບນິເວດປ່າໄມ້ ແລະ ສິ່ງຕ່າງໆທີ່ມີຄຸນຄ່າທາງດ້ານທຳມະຊາດ, ປະຫວັດສາດ, ວັດທະນະທຳ, ການທ່ອງທ່ຽວ, ສິ່ງແວດລ້ອມ, ການສຶກສາ ແລະ ຄົ້ນຄວ້າວິທະຍາສາດ. ເພື່ອເຮັດໃຫ້ປ່າສະຫງວນແຫ່ງນີ້ ໄດ້ຮັບການອະນຸລັກຮັກສາຢ່າງຖືກຕ້ອງ ແລະ ເຂັ້ມງວດ ຂໍໃຫ້ທຸກພາກສ່ວນຈົ່ງພ້ອມກັນເປັນເຈົ້າການຮ່ວມມືກັນປົກປັກຮັກສາເຂດປ່າສະຫງວນປ່າອາຮັກປາກຫ້ວຍເກາະຢ່າງແຂງແຮງ ໃຫ້ກາຍເປັນເຂດທຳມະຊາດທີ່ມີຄວາມອຸດົມສົມບູນຂອງເມືອງລະມາມກໍຄືແຂວງເຊກອງ. ຂ່າວຈາກ: ວສລ
ສວນພຶກສາຈະຈັດກິດຈະກໍາວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ

ສວນພຶກສາຢູ່ບ້ານດ່ານຊີ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນຈະຈັດກິດຈະກໍາວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດໃນວັນເສົາ ວັນທີ 1 ມິຖຸນາ 2024 ນີ້ເລີ່ມແຕ່ເວລາ 8:00 ໂມງເປັນຕົ້ນໄປ. ກິດຈະກຳພາຍໃນງານປະກອບມີ: ການປູກຕົ້ນໄມ້, ປອ່ຍປາ, ຊົມການສະແດງສິນລະປະ, ລ້ຽງອາຫານນັກຮຽນ ແລະ ຄູອາຈານ, ມອບຂອງຂັວນໃຫ້ນ້ອງນັກຮຽນ ແລະ ຄູອາຈານ ແລະ ຊົມການເດິນແບບຈາກ Miss Hmong Vientiane. ທີ່ມາ VientianeTimes
ປີນີ້ແຂວງວຽງຈັນຈະແກ້ໄຂຄອບຄົວທຸກຍາກ ໃຫ້ໄດ້ 1.600 ຄອບຄົວ

ທ່ານ ຄໍາພັນ ສິດທິດໍາພາ ເຈົ້າແຂວງໆວຽງຈັນ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນ ເມ່ືອບ່ໍດົນມານ້ີກ່ຽວກັບຄາດໝາຍແກ້ໄຂຄອບຄົວທຸກຍາກຂອງ ແຂວງວຽງຈັນໃນປີີ 2024 ນີ້ວ່າ: ອົງການປົກຄອງແຂວງ ຈະສຸມໃສ່ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນຕິດພັນກັບຂະບວນການຮັກຊາດ ແລະ ພັດທະນາ, ວຽກ 3 ສ້າງ ໃຫ້ເຂົ້າສູ່ລວງເລິກ: ຍູ້ແຮງການເປັນເຈົ້າການຂອງຄອບຄົວ ເພື່ອສຸມໃສ່ການແກ້ໄຂຄວາມທຸກຍາກຂອງຄອບຄົວ ໂດຍລະດົມການລົງທຶນຂອງຫົວໜ່ວຍທຸລະກິດຜູ້ປະກອບການ ພາກເອກະຊົນສົມທົບກັບການລົງທຶນຂອງລັດ, ການຊ່ວຍເຫລືອຂອງອົງການຈັດຕັ້ງສາກົນເຂົ້າໃສ່ ເພື່ອຮັບປະກັນການຄ້ໍາປະກັນສະບຽງອາຫານ ແລະ ການຊຸກຍູ້ການສ້າງເສດຖະກິດຄອບຄົວທີ່ເປັນທ່າແຮງໃຫ້ຫລາຍຂ້ຶນ ເພ່ືອແກ້ໄຂໃຫ້ໄດ້ຄອບຄົວທີ່ຍັງບໍ່ທັນພົ້ນທຸກໃຫ້ຫລຸດລົງເທື່ອລະກ້າວຕາມແຜນກຳນົດໄວ້ໃນປີ 2024 ໃຫ້ໄດ້ 1.600 ຄອບຄົວ. ນອກຈາກນີ້, ຈະສ້າງບ້ານພັດທະນາ, ຄອບຄົວພັດທະນາໃຫ້ເພີ່ມຂຶ້ນ; ກວດກາປະເມີນຄືນການສ້າງເມືອງເຂັ້ມແຂງຮອບດ້ານຕາມ 16 ມາດຖານ 60 ຕົວຊີ້ບອກ ແລະ ສ້າງບ້ານໃຫຍ່ໃຫ້ເປັນຕົວເມືອງນ້ອຍໃນຊົນນະບົດຢູ່ຈຸດສຸມຂອງແຂວງ ໃຫ້ບັນລຸຕາມແຜນການ, ຊຸກຍູ້ການສ້າງບ້ານພັດທະນາຊົນນະບົດແບບໃໝ່ ທີ່ໄດ້ຮັບການສະໜັບສະໜູນຈາກບັນດາອົງການຈັດຕັ້ງສາກົນຕ່າງໆ, ສືບຕໍ່ວຽກງານຍົກຍ້າຍ, ຈັດສັນພູມລໍາເນົາ ແລະ ອາຊີບບ່ອນທຳມາຫາກິນຂອງ 3 ບ້ານທີ່ຖຶກຜົນກະທົບຈາກການສ້າງພື້ນຖານໂຄງລ່າງຢູ່ຈຸດສຸມເມືອງຄີ່ ເມືອງແມດ. ສໍາລັບແຂວງວຽງຈັນ ມີທັງໝົດ 428 […]
3 ເດືອນຕົ້ນປີ 2024 ມີນັກທ່ອງທ່ຽວເຂົ້າມາຜ່ານດ່ານສາກົນສາມຫຼ່ຽມຄຳ ຫຼາຍກວ່າ 80 ພັນຄົນ

ທ່ານ ພັນໂທ ບຸນສິດ ພົມນິຍົມ ຫົວໜ້າດ່ານສາກົນສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໄດ້ລາຍງານກ່ຽວກັບສະພາບເຂົ້າອອກດ່ານສາກົນສາມຫຼ່ຽມຄຳໃນໄລຍະ 3 ເດືອນຕົ້ນປີ 2024 ວ່າ: ນັບແຕ່ເດືອນມັງກອນ ຫາ ເດືອນ ມິນາ 2024 ນີ້, ມີນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດໄດ້ເຂົ້າ-ອອກເມືອງຜ່ານດ່ານສາກົນສາມຫຼ່ຽມຄຳ ເຂດເສດຖະກິດພິເສດສາມຫຼ່ຽມຄຳ ມີຈໍານວນ 83.549 ຄົນ (ຍິງ 37.568 ຄົນ, ເດັກນ້ອຍ 1.883 ຄົນ), ລວມມີ 95 ສັນຊາດ ຖ້າທຽບໃສ່ ໄລຍະດຽວກັນຂອງ ປີ 2023 ແມ່ນມີນັກທ່ອງທ່ຽວເພີ່ມຂຶ້ນເຖິງ 1,84% ຊຶ່ງສາເຫດທີ່ພາໃຫ້ມີນັກທ່ອງທ່ຽວເພີ່ມຂຶ້ນ ກໍ່ຍ້ອນ ວ່າປະເທດລາວ ໄດ້ເປີດປີທ່ອງທ່ຽວລາວ ປີ 2024 ຢ່າງ ເປັນທາງການ. ແຫຼ່ງຂ່າວ: ນັກຂ່າວ ເຂດເສດຖະກິດພິເສດສາມຫຼ່ຽມຄຳ
ນາຍົກລັດຖະມົນຕີ ສົງພະທີ່ວັດອົງຕື້ ມະຫາວິຫານ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມດ້ວຍພັນລະຍາ ແລະ ບັນດາການນຳພັກ-ລັດ ຕະຫຼອດຮອດມວນຊົນ ຊາວນະຄອນຫຼວງວຽງຈັນ ໄດ້ຈັດພິທີຫົດສົງພະພຸດທະຮູບ ທີ່ວັດອົງຕື້ ມະຫາວິຫານ ໃນວັນທີ 13 ເມສາ ນີ້ ຊຶ່ງເປັນວັນສັງຂານລ່ວງ, ເປັນມື້ທໍາອິດຂອງການເຮັດພິທີກໍາທາງສາສະໜາ ຕາມຮີດຄອງປະເພນີອັນດີງາມຂອງລາວເຮົາທີ່ໄດ້ປະຕິບັດກັນມາ. ວັດອົງຕື້ເປັນວັດໜຶ່ງ ໃນຈຳນວນຫຼາຍໆວັດທີ່ເກົ່າແກ່ ແລະ ມີຄວາມໝາຍຄວາມສຳຄັນທາງບູຮານສະຖານ ແລະ ປະຫວັດສາດຢູ່ໃນນະຄອນຫຼວງວຽງຈັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທັງເປັນວັດທີ່ປະຊາຊົນທັງພາຍໃນ ແລະ ຕ່າງປະເທດໃຫ້ຄວາມເຄົາລົບ. ວັດອົງຕື້ ເດີມຊື່ວ່າ ວັດສີພູມ ຫຼື ໄຊຍະພູມໄດ້ປະຕິສັງຂອນເອົາວັດສີພູມ ຊຶ່ງເປັນວັດເກົ່າແກ່ມາແຕ່ສະໄໝພະຍາຈັນທະບູລີປະສິດທິສັກ ໄດ້ສ້າງຂຶ້ນ ໃນລະຫວ່າງ 300 ປີກ່ອນ ຄ.ສ; ຕໍ່ມາເຖິງປີ ຄ.ສ 1566, ພະເຈົ້າໄຊຍະເສດຖາທິລາດ ໄດ້ປະຕິສັງຂອນ ແລະ ມາສ້າງພະເຈົ້າອົງຕື້ຂຶ້ນ ແລ້ວມາປະດິດສະຖານໄວ້ໃນວັດສີພູມນີ້ ຈຶ່ງໄດ້ຕັ້ງຊື້ວັດໃໝ່ວ່າ “ວັດອົງຕື້” ຕາມຊື່ຂອງພະພຸດທະຮູບໃຫຍ່ນັ້ນ. ຂ່າວ-ພາບ: ປະຊາຊົນ
ເຈົ້າໜ້າທີ່ແຂວງຫຼວງນໍ້າທາ ກຽມພ້ອມໃນການປ້ອງກັນຄວາມສະຫງົບ ໃນໄລຍະປີໃໝ່ລາວ

ພະແນກຕຳຫຼວດຈະລາຈອນ ປ້ອງກັນຄວາມສະຫງົບ ແຂວງຫຼວງນໍ້າທາ ໄດ້ສ້າງແຜນວຽກ ບັນຈຸກຳລັງປະຈຳປ້ອມບ່ອນທີ່ມີການສັນຈອນແອອັດຢູ່ 6 ຈຸດ ເປັນຕົ້ນ ປະຈຳຢູ່ຫ້ອງການເພື່ອລໍຖ້າແກ້ໄຂວຽກງານຕ່າງໆ, ປ້ອມຕະຫຼາດກະສິກຳແຂວງ, ປ້ອມຂົວວັງເງິນ, ຈຸດບ້ານທົ່ງດີ, ຈຸດຈັບຄວາມໄວຢູ່ບ້ານວຽງເໜືອ ແລະ ຈຸດບ້ານໂພນໄຊສະຫວ່າງ, ເຊິ່ງແຕ່ລະຈຸດມີພະນັກງານຈະລາຈອນ ປະຈໍາຢູ່ 5 ທ່ານ ພ້ອມກັບຊາວໜຸ່ມອາສານັກຮຽນໂຮງຮຽນເທສະບານແຂວງ 2 ຄົນ, ໃນມື້ໜຶ່ງມີພະນັກງານປະຕິບັດງານ ແລະ ປະຈຳການຕົວຈິງ 45 ທ່ານ ໂດຍໄດ້ເລີ່ມປະຕິບັດງານແຕ່ 8:30 ໂມງ ຫາ 22:30 ໂມງ ປັດຈຸບັນແມ່ນກຽມພ້ອມ 100%. ທ່ານ ພັນຕີ ອິນຫົງ ຂຽນທະວົງ ຮອງຫົວໜ້າພະແນກຕຳຫຼວດຈະລາຈອນ ປກສ ແຂວງຫຼວງນໍ້າທາໄດ້ສຳພາດ ຕໍ່ສື່ມວນຊົນເມື່ອມໍ່ໆມານີ້ ວ່າ: ເພື່ອເຮັດໃຫ້ການສົ່ງທ້າຍປີເກົ່າ ພສ 2566 ແລະ ຕ້ອນຮັບປີໃໝ່ລາວ ພສ 2567 ໃຫ້ມີຄວາມສະຫງົບ ແລະ ປອດໄພ ໃນການສັນຈອນຕາມເສັ້ນທາງຫຼວງ […]
ຂ່າວດີ ເປີດຂາຍປີ້ລົດໄຟລາວ-ຈີນ ລ່ວງໜ້າ 7 ວັນເນື່ອງໃນເທດສະການປີໃໝ່ລາວ

ເພື່ອອຳນວຍຄວາມສະດວກໃຫ້ແກ່ຜູ້ໂດຍສານ ແລະ ນັກທ່ອງທ່ຽວໃນການເດີນທາງໄລຍະເທດສະການປີໃໝ່ລາວທີ່ຈະມາເຖິງ, ບໍລິສັດທາງລົດໄຟລາວ-ຈີນ ຈຳກັດ ໄດ້ເປີດຂາຍປີ້ລົດໄຟລ່ວງໜ້າເຖິງ 7 ວັນ ສຳລັບປີ້ວັນທີ 14-22 ເມສາ 2024. ນອກຈາກນີ້, ບໍລິສັດທາງລົດໄຟລາວ-ຈີນ ຈຳກັດ ຍັງເປີດນຳໃຊ້ລົດໄຟ EMU ສອງຂະບວນຕໍ່ໃສ່ກັນ ໃນລະຫວ່າງວັນທີ 12-19 ເມສາ 2024 ສໍາລັບຖ້ຽວ C92/1 ແລະ C84/3 ໄປ-ກັບ ນະຄອນຫຼວງວຽງຈັນ-ຫຼວງພະບາງ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງຜູ້ໂດຍສານຈຳນວນຫຼວງຫຼາຍ ໃນການເດີນທາງລະຫວ່າງສອງສະຖານີນີ້. ພ້ອມດຽວກັນນັ້ນ, ບໍລິສັດທາງລົດໄຟລາວ-ຈີນ ໄດ້ປັບຕາຕະລາງເດີນລົດບາງສະຖານີ ເພື່ອອຳນວຍຄວາມສະດວກໃນການເດີນທາງຂອງຜູ້ໂດຍສານຫຼາຍຂຶ້ນ. ລາຍລະອຽດຕາຕະລາງເດີນລົດ ເບິ່ງຕາມຕາຕະລາງ. ທີ່ມາ: ບໍລິສັດທາງລົດໄຟລາວ-ຈີນ ຈຳກັດ
ນາຍົກ ແນະນຳໃຫ້ຈຳປາສັກ ເພີ່ມບໍລິການ ສາຍການບິນ ດຶງດູດການລົງທຶນ ແລະ ການທ່ອງທ່ຽວ

ທ່ານສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແນະນຳໃຫ້ ອຳນາດການປົກຄອງແຂວງ ຈຳປາສັກ ເປີດບໍລິການສາຍການບິນເພີ່ມ ເພື່ອອໍານວຍຄວາມສະດວກ, ດຶງດູດການລົງທຶນ, ດຶງດູດການທ່ອງທ່ຽວ ແລະ ອື່ນໆ. ຄຳເຫັນດັ່ງກ່າວມີຂຶ້ນເມື່ອບໍ່ດົນມານີ້ ໃນໂອກາດ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ, ຕິດຕາມຊຸກຍູ້ ແລະ ຊີ້ນຳວຽກງານການພັດທະນາເສດຖະກິດ-ສັງຄົມ ຢູ່ແຂວງຈຳປາສັກ ໂດຍມີທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ພ້ອມດ້ວຍການນຳຫຼັກແຫຼ່ງຂອງແຂວງ, ເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ໃຫ້ການຕ້ອນຮັບ. ອີງຕາມຂໍ້ມູນຈາກ ເວັບໄຊ ການບິນລາວ, ປັດຈຸບັນ ຖ້ຽວບິນວຽງຈັນ-ປາກເຊ ມີ 2 ຖ້ຽວຕໍ່ມື້ ແລະ ມີ 3ຖ້ຽວຕໍ່ມື້ ສຳລັບວັນ ວັນອັງຄານ, ວັນພະຫັດ ແລະ ວັນເສົາ, ຖ້ຽວບິນຈາກ ຫຼວງພະບາງ-ປາກເຊ ອີກ […]