twotwo-1 - 2023-04-24T142842.147
ທ່ານນາງ ວາລີ ເວດສະພົງ ເລົ່າປະສົບການທົດລອງສັ່ງຊື້ເຄື່ອງອອນລາຍ ສຸດທ້າຍຖືກຫລອກແທ້
ຮຽບຮຽງໂດຍ:Staff
ເຜີຍແຜ່: 24 April, 2023

ວັນທີ 24 ເມສາ 2023 ນີ້ ທ່ານນາງ ວາລີ ເວດສະພົງ ສສຊ ໄດ້ໂພສເຟສບຸກສ່ວນຕົວ ແຊປະສົບການຊື້ເຄື່ອງອອນລາຍ ແຕ່ຖືກຫລອກ ທ່ານໂພສເລົ່າວ່າ: ທົດລອງ ກາເຈິອີ່ຫລີ  page ທີ່ສັ່ງຊື້ເຄື່ອງນຳກໍຂຽນພາສາລາວຈົບເຈືອ (ເຄີຍໄດ້ຍິນແຕ່ຫລາຍຄົນເວົ້າສູ່ຟັງຊື້ເຄື່ອງ ອອນລາຍສິນຄ້າໂຄສະນາກັບສິນຄ້າທີ່ໄດ້

ຮັບຕົວຈິງບໍ່ຄືກັນ), ຜູ້ຂາຍອອນລາຍດີໆມີຈັນຍາບັນ ກໍມີເດີບໍ່ໄດ້ເໝົາລວມ ຂໍອອກໂຕໄວ້ກ່ອນ (ເຖິງວ່າການຂາຍສິນຄ້າທາງອອນລະາຍຈະເກັບເງິນປາຍທາງກໍຕາມ ນັກຕົ້ມຕຸນດຽວນີ້ສະຫລາດ) ຕ້ອງຢ່າເກງໃຈໃຫ້ສົ່ງຄືນໂລດເດີ້ ພີ່ນ້ອງ ຂະໜາດວ່າຖາມກ່ອນລະເດ້ວ່າ ສິນຄ້າຕົວຈິງກັບໂຕໂຄສະນາຄືກັນ

ບໍ່ ກໍຕອບຮັບຈົບເຈືອວ່າ “ແບບດຽວກັນ” (ມື້ສິນຄ້າສົ່ງມາຮອດແມ່ນຕົນບໍ່ໄດ້ຢູ່ຮັບດ້ວຍຕົວເອງເປັນຄວາມບົກພ່ອງຂອງໂຕເອງບໍ່ໂທດສະມາຊິກທີ່ຮັບແທນ) ເວລາແຊັດຫາຄືນ ຖືກບລັອກເຟສຈ້ອຍ ແລ້ວປ່ຽນຊື່ page ເປັນແນວໃໝ່ເຂົ້າໄປຊອກຊື່ນີ້ບໍ່ເຫັນຊໍ້າ ເບິ່ງຄັກລະເດ້  ຍອມເສຍຄ່າໂງ່ ແຕ່ໂພສເປັນ

ບົດຮຽນໃຫ້ຜູ້ອື່ນນຳ ຄິດວ່າຫລາຍຄົນຄົງເຄີຍມີບົດຮຽນຄືກັນ  ນີ້ຄືຍຸກ ດີຈີຕອນ (Digital) ທຸກຢ່າງຈະມາຄູ່ກັນຖ້າເຮົາບໍ່ສຶກສາຮຽນຮູ້ປັບໂຕໃຫ້ທັນຍຸກສະໄໝ ກໍຈະຕົກຂະບວນລົດໄຟນຳເພິ່ນ  ແລ້ວຈະຈັດການກັບກຸ່ມຄົນເຫລົ່ານີ້ແບບໃດດີ ຖືວ່າຜິດກົດໝາຍ ມາດຕາ 289 ຕາມປະມວນກົດໝາຍອາຍາ

ຖານຕົ້ມຕຸນຫລອກລວງເດ້ເນາະ ເພິ່ງນັກກົດໝາຍຫລືຜູ້ຮູ້ກົດໝາຍທີ່ກ່ຽວຂ້ອງ ຊ່ວຍໃຫ້ຄວາມຮູ້ເພີ້ມເຕີມແດ່ ຕອນນີ້ຂໍເປັນ ປະຊາຊົນ ຫລື ສະເໜີແທນກໍວ່າແມ່ນ  ຊ່ວຍແນະນຳແດ່ ໃຫ້ຫລາຍຄົນໄດ້ຮູ້ ເພື່ອບໍ່ໃຫ້ກະທົບຜູ້ທຳມາຫາກິນຈາກການຂາຍອອນລາຍທີ່ດີ ຮູ້ສຶກວ່າແພ່ລາມຫລາຍ ບາງທ່ານອາດຍອມ

ເສຍເງິນຍ້ອນເວລາຈະໄປເລາະຊື້ເຄື່ອງກາຈຳກັດ ບໍ່ມີບ່ອນຈອດລົດແດ່ ຮ້ອນກາປານນັ້ນ  ຫລາຍໆເຫດຜົນຕ່າງກັນໄປ.ນີ້ເປັນປະສົບການໜຶ່ງທີ່ທ່ານ ສສຊ ທີ່ພົບພໍ້ດ້ວຍຕົນເອງ ແລ້ວນຳມາເລົ່າເປັນອຸທາຫອນ ໃຫ້ແກ່ສັງຄົມ ແລະ ຫວັງວ່າ ຈະປະໂຫຍດໃຫ້ປະຊາຊົນ ຫລື ຜູ້ບໍລິໂພກ ໄດ້ມີສະຕິລະມັດລະວັງ ໃນການ

ຊື້ຂາຍເຄື່ອງອອນລາຍ ເພາະປັດຈຸບັນທຸລະກິດອອນລາຍເປັນກະແສມາແຮງທີ່ໄດ້ຮັບຄວາມນິຍົມ ເຊິ່ງໃນນັນກໍມີທັງກຸ່ມຄົນທີ່ຄ້າຂາຍດ້ວຍຄວາມຊື່ສັດບໍລິສຸດ ແລະ ມີກຸ່ມຫລອກລວງ ດັ່ງນັ້ນ, ເຮົາຕ້ອງລະມັດລະວັງຕົວສູງຂຶ້ນໃນການຊື້ເຄື່ອງອອນລາຍ ເພື່ອບໍ່ໃຫ້ຕົກເປັນເຫຍື່ອຂອງກຸ່ມຄົນບໍ່ດີ ຫລື ຫາກພົບເຫັນການຫລອກລວງຂາຍສິນຄ້າ ທີ່ບໍ່ເປັນໄປຕາມການໂຄສະນາທ່ານສາມາດໂທແຈ້ງໄດ້ທີ່ເບີ 1510.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 30 June, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,405
21,680
thailand (1)
THB
655.18
667.63
european-union
EUR
24,058
24,540
china
CNY
2,902
2,960
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
_cover - 2025-06-30T163402.094
ຈີນເຮັດແທ້! ພາວເວີແບັງ (Power Bank) ບໍ່ມີເຄື່ອງໝາຍ CCC ຫ້າມບໍ່ໃຫ້ເອົາຂຶ້ນຍົນ
_cover - 2025-06-30T160130.117
ທຣຳ ເປີດເຜີຍ "ມະຫາເສດຖີ" ກຽມຊື້ TikTok ໝັ້ນໃຈວ່າ "ສີ ຈິ້ນຜິງ" ຈະອະນຸຍາດໃຫ້ຂາຍ
pele - 2025-06-30T151136.759
ທູດລາວປະຈໍາມຽນມາ ເຂົ້າພົບປະເຮັດວຽກກັບປະທານສະມາຄົມມິດຕະພາບ ມຽນມາ-ລາວ ແລະ ລາວ-ມຽນມາ
_cover - 2025-06-30T145525.872
ນັກດັບເພີງຖືກມືປືນຊຸ່ມຍິງເສຍຊີວິດ ໃນຂະນະທີ່ກຳລັງດັບໄຟປ່າຢູ່ສະຫະລັດ
pele - 2025-06-30T143715.426
ເຄິ່ງປີ 2025 ທາງລົດໄຟລາວ-ຈີນ ບັນລຸການຂົນສົ່ງສິນຄ້າໄດ້ 3 ລ້ານໂຕນ
_cover - 2025-06-30T094233.858
ເຕືອນໄພ ລະວັງມິດສາຊີບ!!! ໄດ້ນຳໃຊ້ໂລໂກ້, ເບີໂທ ແລະ ຊື່ ຂອງ ລັດວິສາຫະກິດໄຟຟ້າລາວ ໄປສ້າງຄວາມບໍ່ສະຫງົບຕໍ່ສັງຄົມ
_cover - 2025-06-27T163817.732
ຈີນສະເໜີເງິນເດືອນໃຫ້ບຸກຄະລາກອນດ້ານ AI ສູງກວ່າຄ່າສະເລ່ຍຂອງເງິນເດືອນທົ່ວໄປ 3 ເທົ່າ
_cover - 2025-06-27T155418.931
ໜ້າເສົ້າໃຈ! ພົບສົບ ນັກທ່ອງທ່ຽວສາວບຣາຊິວ ປະສົບອຸບັດຕິເຫດຕົກພູເຂົາໄຟອິນໂດເນເຊຍ ເສຍຊີວິດແລ້ວ
_cover - 2025-06-27T105912.710
ແຈ້ງການມອດໄຟ ວັນທີ 29 ມິຖຸນາ 2025
_cover - 2025-06-27T115544.472
ກອງທັບຈີນເປີດຕົວ "ໂດຣນຍຸງ" ທີ່ມີຂະໜາດນ້ອຍ ເພື່ອພາລະກິດລັບທາງທະຫານ
ຢ່າລື່ມກົດຕິດຕາມ