Tou-Vientianepost (50)
ແມ່ເຈັບໃຈ ລູກສາວ 4 ປີ ຖືກຈັບເອີ້ນຄ່າໄຖ່ ຄົນຮ້າຍຄືພໍ່ຕູ້ແທ້ໆ ຮູ້ເຫດຜົນເຖິງກັບຖືກສາບແຊ່ງ
ຮຽບຮຽງໂດຍ:Staff
ເຜີຍແຜ່: 28 ເດືອນເມສາ, 2023

ກາຍເປັນຂ່າວທີ່ເຮັດໃຫ້ຄົນຈີນຕົກໃຈທັງປະເທດ ເມື່ອຊາຍອາຍຸ 65 ປີຄົນໜຶ່ງໄດ້ກໍ່ອາຊະຍາກຳຢ່າງໂຫດຮ້າຍ. ດ້ວຍການລັກພາຕົວຫລານສາວຂອງຕົນເອງ ຂົ່ມ​ຂູ່​ວ່າ​ຈະ​ຂ້າແລະ ​ເອີ້ນເອົາ​ຄ່າ​ໄຖ່​​ກວ່າ 500,000 ຢວນ (ປະ​ມານ 2,5 ລ້ານ​ບາດ​)

ອີງ​ຕາມ​ການ​ລາຍ​ງານ​ຂອງ​ສື່​ມວນ​ຊົນ​ທ້ອງ​ຖິ່ນ​, ຊາຍນາມສະກຸນ ຫຍວນ ໄວ 65 ປີ​ ໄດ້​ຕິດ​ການ​ພະ​ນັນ​ຢ່າງ​ໜັກ​ແລະ​ຕ້ອງ​ການ​ເງິນ​ສົດ​ຢ່າງໝົດຫັວງ. ມື້ຫນຶ່ງໄດ້ໄປຮັບເອົາຫລານສາວອາຍຸສີ່ປີ ກັບຈາກໂຮງຮຽນອະນຸບານ. ແຕ່​ແທນ​ທີ່​ຈະ​ພາ​ຫຼານກັບ​ບ້ານ​ໄປ​ຫາ​ພໍ່​ແມ່ ແຕ່ກັບໂທຫາແມ່ຂອງຫລານສາວຂອງ. ຊຶ່ງ​ເປັນ​ລູກ​ສາວ​ແທ້ໆ​ຂອງ​ຕົວເອງ ແລະ​ບອກ​ລູກສາວ​ວ່າ

ເອົາເງິນ 500,000 ຢວນອອກມາໃຫ້ພໍ່ພາຍໃນສາມມື້. ຖ້າບໍ່ດັ່ງນັ້ນ, ນາງຈະບໍ່ເຫັນລູກສາວສຸດທີ່ຮັກຂອງເຈົ້າອີກ ດ້ວຍຄວາມຕົກໃຈກັບຂູ່ນັ້ນ ພໍ່ແມ່ຂອງເດັກຍິງຈຶ່ງໄດ້ໂທຫາຕໍາຫຼວດທັນທີ. ຕໍ່ມາກໍ່ເຮັດໃຫ້ທ້າວຫຍວນໃນເວລາຕໍ່ມາ ຢ່າງໃດກໍ່ຕາມ ຍັງພະຍາຍາມຕຳນິລຸກສາວຕົວເອງກັບທຸກສິ່ງທຸກຢ່າງທີ່ເກີດຂຶ້ນ ເພາະເຊື່ອວ່າເປັນເລື້ອງໃນຄອບຄົວ ບໍ່ແມ່ນເລື້ອງຂອງກົດໝາຍ ດັ່ງນັ້ນສິ່ງທີ່ລູກສາວເຮັດແມ່ນເທົ່າກັບ ອັກກະຕັນຍູ

“ຂ້ອຍ​​ອາ​ຍຸ 65 ປີ​ແລະ​ລູກ​ສາວ​ຂອງຂ້ອຍກຳລັງ​ຟ້ອງ​ຮ້ອງຂ້ອຍ. ລູກສາວບໍ່ຕ້ອງການໃຫ້ຂ້ອຍມີຊີວິດທີ່ດີຂຶ້ນ ລາວຕ້ອງການໃຫ້ຂ້ອຍຕາຍ ທ້າວຫຍວນກ່າວ ເວລາຊາຍເຖົ້າໄດ້ຊົດໃຊ້ຄວາມຜິດຂອງຕົນເອງຢູ່ໃນຄຸກ ແລະປະທ້ວງດ້ວຍການອົດອາຫານຢູ່ໃນຄຸກ ແລະ ປັບຕົວເຂົ້າກັບໝູ່ຮ່ວມຫ້ອງຂັງໄດ້ ແລະຍັງຫັວງວ່າຈະສາມາດຟື້ນຄວາມສຳພັນຂອງຂ້ອຍກັບລູກສາວອີກຄັ້ງ ດ້ວຍການຜ່ານການຊ່ວຍເຫຼືອຂອງອະດີດເມຍ

ເລື່ອງລາວ​ບໍ່​ໜ້າ​ເຊື່ອ​ນີ້ສ້າງຄວາມຕົກໃຈ ແລະຄຽດ​ແຄ້ນ​ໃຫ້​ຄົນ​ຈີນອີກ​ຫຼາຍ​ລ້ານ​ ເພາະຄົນ​ສ່ວນ​ຫຼາຍ​ໄດ້​ປະນາມ​ການ​ກະທຳ​ຂອງ​ທ້າວ​ຫຍວນ. ໂດຍບອກວ່າລາວບໍ່ສົມຄວນຖືກເອີ້ນວ່າພໍ່ຫຼືພໍ່ຕູ້ ແລະ​ແນະນຳ​ລູກ​ສາວ​ໃຫ້​ຕັດ​ຄວາມ​ສຳພັນ​ກັບ​ທ້າວຫຍວນ

ສະແດງຄຳຄິດເຫັນ

ຂ່າວມາໃໝ່ 
ດວງ-Tou-Vientianepost (65)
ແມ່ຕົກໃຈ ປ່ອຍລູກສາວໄປຫຼິ້ນຢູ່ທາງນອກ ລູກກັບມາພ້ອມຂອງຫຼິ້ນອັນໃໝ່ ແມ່ເຫັນເກືອບເປັນລົມ
ດວງ-Tou-Vientianepost (63)
ອັນຕະລາຍ ໝໍແລັບເຕືອນອາກາດຮ້ອນ ຢ່າວາງນ້ຳອັດລົມໄວ້ໃນລົດ ເຮັດໃຫ້ລະເບີດແຮງກະຈົກແຕກ
ດວງ-Tou-Vientianepost (61)
ເຫດຍິງໄວກາງຄົນເສຍຊີວິດ ປິດສະໜາຄາຂຸມທີ່ຂຸດເອົາມັນປ່າ
ດວງ-Tou-Vientianepost (59)
ລາວ ແລະ ມາເລເຊຍ ຮ່ວມລົງນາມຊື້-ຂາຍພະລັງງານໄຟຟ້າ
ດວງ-Tou-Vientianepost (57)
ເອກອັກຄະລັດຖະທູດແຫ່ງ ສປປ ລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ແຫ່ງ ຈໍເຈຍ Gorgia
ດວງ-Tou-Vientianepost
ດວງລາຍວັນປະຈໍາວັນສຸກ ທີ 26 ພຶດສະພາ 2023 ຕາມແຕ່ລະວັນເກີດ
ດວງ-Tou-Vientianepost (54)
ເຈົ້າສາວແປກໃຈວ່າເຈົ້າບ່າວໜີງານແຕ່ງ ສຸດທ້າຍນຳຈົນເຈິ ລາກເຈົ້າບ່າວກັບຄືນສູ່ພິທີ ພ້ອມນັ່ງຄໍຕົກ ແລະ ເລົ່າຄຳສາບານ
ດວງ-Tou-Vientianepost (52)
ສາວຈັບໄດ້ແຟນນອກໃຈ ບໍ່ໂວຍວາຍ ແຖມໄປເຄຍກັບກິກໃຫ້ ເຜີຍເຫດພ້ອມຮັບໄດ້ຮັກກັນ 3 ຄົນ
ດວງ-Tou-Vientianepost (50)
ເມຍຕົກໃຈ! ເປີດປະຕູມາເຈິຂອງຂວັນວັນເກີດອັນໃຫຍ່ຈາກຜົວແລະລູກ ມີເງິນເປັນພັນລ້ານກໍ່ບໍ່ສາມາດຊື້ມັນໄດ້
ດວງ-Tou-Vientianepost (48)
ເຈົ້າແຂວງຄຳມ່ວນມອບພາຫະນະຮັບໃຊ້ໃຫ້ ປກສ ແຂວງ
ຢ່າລື່ມກົດຕິດຕາມ