ດວງ-Tou-Vientianepost - 2023-07-31T210247.879
ນັກຮຽນລາວເກັ່ງ ໄດ້ຫລຽນຄໍາ ໃນການແຂ່ງຂັນຄະນິດສາດ ທີ່ສິງກະໂປ
ຮຽບຮຽງໂດຍ:Staff
ເຜີຍແຜ່: 31 July, 2023
ໝວດ: ຂ່າວ

ຊົມເຊີຍ! ນັກຮຽນລາວ ຈາກໂຮງຮຽນ​ນານາ​ຊາດ​ອົດສະຕາລີ ໄດ້ເຂົ້າຮ່ວມການແຂ່ງຂັນຄະນິດສາດ ທີ່ປະເທດສິງກະໂປ ໃນລະຫວ່າງວັນທີ 23-24 ກໍລະກົດ 2023 ຜ່ານມາ ສາມາດຍາດໄດ້ 1 ຫລຽນຄຳ, 4 ຫລຽນເງິນ, 3 ຫລຽນທອງ, ລາງວັນຊົມເຊີຍ 1 ຫລຽນ ແລະ ໃບຍ້ອງຍໍ 11 ໃບ ເຊິ່ງການແຂ່ງຂັນດັ່ງກ່າວ, ມີຜູ້ເຂົ້າຮ່ວມ ທັງໝົດ 1.500 ກວ່າຄົນ ຈາກ 32 ປະເທດ.

ການແຂ່ງຂັນຄະນິດສາດ ປະກອບມີ 3 ຮອບ ຄື: ຮອບທີ 1 ຕອບຄຳຖາມໂຈດເລກ, ຮອບທີ 2 ຫລິ້ນເກມພັດທະນາທັກສະເລກ (ປະກອບມີ 1 ທີມ, ທີມລະ 3 ຄົນ) ສ່ວນຮອບທີ 3 ແກ້ໂຈດຄະນິດຄິດໄວ ເຊິ່ງຜ່ານການແຂ່ງຂັນ ທ້າວ ສຸຣິຍະເດດ ແສງສຸຣິຍະ ຫ້ອງ ປ2 ສາມາດຍາດໄດ້ 1 ຫລຽນຄໍາ ແລະ 1 ຫລຽນທອງ, ທ້າວ ສຸກສໍາລານໄຊ ພົມມີສິດ ຫ້ອງ ປ2 ສາມາດຍາດໄດ້ 2

ຫລຽນທອງ ແລະ 1 ຫລຽນເງິນ, ນາງ ຫົງທອງ ພົ້ນວິໃສ ຫ້ອງ ມ2 ສາມາດຍາດໄດ້ 2 ຫລຽນເງິນ ແລະ ນາງ ເອມິກະ ວິລະວົງ ມ4 ສາມາດຍາດໄດ້ 1 ຫລຽນເງິນ ເຊິ່ງຜົນງານທີ່ຍາດມາໄດ້ໃນຄັ້ງນີ້ ແມ່ນໄດ້ສ້າງຊື່ສຽງ, ສ້າງຜົນງານ ໃຫ້ກັບຕົນເອງ, ໂຮງຮຽນ ແລະ ປະເທດຊາດ, ເຮັດໃຫ້ສາກົນ ກໍຄື ບັນດາປະເທດ ໃນທົ່ວໂລກ ໄດ້ຮັບຮູ້ ສປປ ລາວ ຫລາຍຂຶ້ນ ເຊິ່ງມັນສ່ອງແສງໃຫ້ເຫັນເຖິງ ລະບົບການຮຽນ-ການສອນ ກໍຄື ຄວາມເອົາໃຈໃສ່ຂອງນ້ອງນັກຮຽນ ແລະ ຄວາມເອົາໃຈໃສ່ ຂອງ ຄູ-ອາຈານ ໃນການສິດສອນ ຢູ່ໂຮງຮຽນຕ່າງໆ ໂດຍສະເພາະ ຢູ່ໂຮງຮຽນນານາຊາດ ໃນ ສປປ ລາວ ໄດ້ຮັບການພັດທະນາຢ່າງມີປະສິດທິພາບ ແລະ ປະສິດທິຜົນ ສາມາດແຂ່ງຂັນໃນລະດັບສາກົນໄດ້.

ສຳລັບການແຂ່ງຂັນດັ່ງກ່າວ, ໄດ້ເລີ່ມມາແຕ່ປີ 2006 ພາຍໃຕ້ຊື່ການເເຂ່ງຂັນເລກລະຫວ່າງ ໂຮງຮຽນໃນ​ສິງກະໂປ​ ເເລະ ທະວີບອາຊີ( SASMO) ແລ້ວໄດ້ປ່ຽນມາເປັນການແຂ່ງຂັນວິທະຍາສາດລະດັບນານາຊາດ (VANDA), ການເເຂ່ງຂັນເລກອາເມລິກາ (AMO) ແລະ ການເເຂ່ງຂັນເລກສິງກະໂປ (SINGA), ໂຮງຮຽນນານາຊາດອົດສະຕຣາລີ ເປັນໂຮງຮຽນແຫ່ງດຽວໃນປະເທດລາວ ທີ່ຮ່ວມມືກັບສູນການເເຂ່ງຂັນເລກນານາຊາດສິງກະໂປ(SIMCC) ແລະ ເປັນໂຮງຮຽນດຽວທີ່ຈັດການແຂ່ງຂັນຕ່າງໆຂອງ SIMCC ຕັ້ງແຕ່ປີ 2018 ແລະ ໄດ້ສົ່ງນັກຮຽນທີ່ມີພອນສະຫວັນ ເພື່ອສະແດງທັກສະຄວາມສາມາດໃນດ້ານການແກ້ໂຈດຄະນິດສາດ ແລະ ເລກສົມຜົນ ເຂົ້າຮ່ວມລາຍການຕ່າງໆຢ່າງເປັນປະຈໍາ.

ຂ່າວ: ຂປລ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 30 May, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,455
21,731
thailand (1)
THB
648.35
660.67
european-union
EUR
23,023
23,484
china
CNY
2,898
2,956
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele (14)
ພົບເຫັນ "ເປັດຄັບແຄ" ຄັ້ງທຳອິດໃນແກ່ງກະຈານ ສະທ້ອນປ່າມໍລະດົກອຸດົມສົມບູນ
Copy of site cover (42)
Microsoft ວາງແຜນສ້າງໃຫ້ Windows ສາມາດອັບເດດທັງລະບົບໄດ້ເອງຢ່າງຄົບຖ້ວນແບບລວມສູນ
_cover (45)
ໄຟໄໝ້ໃຫຍ່ຢູ່ຊົງຊິ່ງ ລົດຈັກໄຟຟ້າຖືກເຜົາຫຼາຍສິບຄັນ
_cover (44)
"ອີລອນ ມັສກ໌" ໂພສຮູ້ສຶກຜິດຕໍ່ "ທຣຳ" ຍອມຮັບຕົວເອງໂພສໂຈມຕີແຮງເກີນໄປ
_cover (43)
ແຈ້ງເຕືອນ ຝົນຕົກໜັກ, ດິນເຈື່ອນ ແລະ ນ້ຳຖ້ວມຊຸ ໃນໄລຍະວັນທີ 12 ຫາ 13 ມິຖຸນາ 2025
_cover (42)
ຈັບໄດ້​ໄລ່​ທັນ​ ໂຈນລັກລົດຈັກ Zoomerx ຢູ່ບ້ານຫົວນາ ເມືອງໄຊທານີ ນະຄອນຫລວງ​ວຽງຈັນ
_cover (41)
ສະຫະລັດ ບຸກຈັບຜູ້ອົບພະຍົບຫຼາຍກວ່າ 70 ຄົນໃນໂຮງງານເມືອງໂອມາຮາ
Copy of site cover (41)
NVIDIA ກຽມສ້າງ AI Cloud ສຳລັບຂະແໜງອຸດສາຫະກຳໃນເຢຍລະມັນ
_cover (40)
ປກສ ແຂວງອຸດົມໄຊ ກວດກາສຶກສາອົບຮົມຮ້ານຄ້າຂາຍປະເວນີ ແລະ ສາວບໍລິການ 39 ຄົນ
_cover (39)
ເກົາຫຼີໃຕ້ປິດເຄື່ອງຂະຫຍາຍສຽງໂຄສະນາຊວນເຊື່ອຮອດເກົາຫຼີເໜືອເພື່ອລົດຄວາມເຄັ່ງຄຽດ
ຢ່າລື່ມກົດຕິດຕາມ