ດວງ-Tou-Vientianepost - 2023-07-31T112850.794
ດວງລາຍວັນປະຈໍາວັນສຸກ ທີ 18 ສິງຫາ 2023
ຮຽບຮຽງໂດຍ:Staff
ເຜີຍແຜ່: 18 ເດືອນສິງຫາ, 2023

ຄົນເກີດວັນອາທິດ:ການ​ງານ ຈະ​ເຮັດ​ທຸລະກິດ​ໃດ​ໆ ກໍ​ປະ​ສົບ​ຄວາມ​ສຳ​ເລັດ ປະ​ສົບ​ຄວາມ​ກ້າວ​ໜ້າ​ໃນ​ຊ່ວງ​ນີ້ ການ​ເງິນ ໝຸນ​ຫາ​ໃຫ້​ຜ່ານ​ພົ້ນ​ໄປ​ໄດ້​ສະເໝີ​ໃນ​ຊ່ວງ​ນີ້ ແຕ່​ກໍ​ຄ່ອນ​ຂ້າງ​ເມື່ອຍເລີຍ​ ຄວາມ​ຮັກ ມີ​ໃຜ​ບາງ​ຄົົນທີ່​ມັກ​ຢູ່ໃນ​ໃຈ​ແລ້ວ ແຕ່​ເບິ່ງ​ນິໄສໄປ​ກ່ອນ ເຄື່ອງມຸງຄຸນ ເງິນ ສີມຸງຄຸນ​ ສີແດງ ເລກ​ນຳ​ໂຊກ​ 9

ຄົນເກີດວັນຈັນ:ການ​ງານ ເປັນ​ຄົນ​ຂະຫຍັນ​ເຮັດວຽກ ຈຶ່ງ​ປະ​ສົບ​ຄວາມ​ສຳ​ເລັດ​ ແລະ ​ໄດ້​ດີ​ໃນ​ສາຍ​ງານ​ຂອງ​ຕົນເອງ ການ​ເງິ​ິນ ຫາ​ເຂົ້າ​ມາ​ໄດ້​ຢ່າງ​ຕໍ່​ເນື່ອງ​ໃນ​ຊ່ວງ​ນີ້ ດວງດ້ານ​ການ​ເງິນ​ດີ​ຂຶ້ນ​ກວ່າ​ແຕ່​ກ່ອນ ​ຄວາມ​ຮັກ ມີ​ໂອ​ກາດ​ພົບ​ຮັກ​ກັບ​ໃຜ​ບາງ​ຄົນ ທ່ານ​ເປັນ​ຄົນ​ສະຫລຽວ​ສະຫລາດ ຊ່າງ​ເວົ້າ ມີ​ຊື່​ສຽງ​ໃນ​ທາງ​ທີ່​ດີ ເຄື່ອງມຸງຄຸນ​ ເງິນ ສີມຸງຄຸນ ສີ​ຂຽວ ເລກ​ນຳ​ໂຊກ​ 4

ຄົນເກີດວັນອັງຄານ:ການ​ງານ ພະຍາຍາມ​ເຮັດວຽກ​ ແລະ ​ເຮັດ​ຫນ້າທີ່​ໃຫ້​ດີ​ທີ່ສຸດ ຈະ​ປະ​ສົບ​ຄວາມ​ສຳ​ເລັດ​ໄດ້​ຢ່າງ​ດີ​ຢ້ຽມ ການ​ເງິນ ມີ​ເລື່ອງ​ທີ່​ຕ້ອງ​ຈ່າຍ​ອອກ​ໄປ​ຢ່າງ​ວ່ອງໄວ ແຕ່​ກໍ​ຫາ​ເຂົ້າ​ມາ​ໄດ້​ເພີ່ມເຕີມ​ດ້ວຍ​ຄວາມ​ສາມາດ​ຂອງ​ຕົນເອງ​ລ້ວນ​ໆ ຄວາມ​ຮັກ ​ ຍັງ​ບໍ່​ໄດ້​ຕັດ​ສິນ​ໃຈ​ຫລື​ທຸ້ມເທ​ດ້ານ​ຄວາມ​ຮັກ​ກັບ​ໃຜ​ໃນ​ຊ່ວງ​ນີ້ ເຄື່ອງມຸງຄຸນ​ ​ຄໍາ ສີມຸງຄຸນ ສີດໍາ ເລກ​ນຳ​ໂຊກ​ 5

ຄົນເກີດວັນພຸດ:ການ​ງານ ການ​ເຈລະ​ຈາ​ຕໍ່ລອງ​ຈະ​ເຮັດໃຫ້​ຕົນເອງ​ນັ້ນ​ປະ​ສົບ​ຄວາມ​ສຳ​ເລັດ​ໄດ້​ດີ​ຂຶ້ນ ການ​ເງິນ ມີ​ໂຊ​ກດີ ສາມາດ​ຫາ​ເງິນ​ເຂົ້າ​ມາ​ໄດ້​ຢ່າງ​ຕໍ່​ເນື່ອງ​ໃນ​ຊ່ວງ​ນີ້ ຄວາມ​ຮັກ ອາດ​ພົບຄູ່​ແທ້​ໃນ​ຊ່ວງ​ນີ້​ກໍ​ເປັນ​ໄປ​ໄດ້ ເປັນ​ຄົົນທີ່​ມີ​ຊື່​ສຽງ ມີ​ຄວາມ​ສາມາດ ມີ​ອາ​ຊີບ​ກ່ຽວກັບ​ງານ​ທີ່​ຕ້ອງ​ໃຊ້​ຄຳ​ເວົ້າ ສິນລະປະ ໃນ​ເລື່ອງ​ຂອງ​ການ​ເຈລະຈາ​ຕໍ່​ລອງ​ຕ່າງ​ໆ ເຄື່ອງມຸງຄຸນ​​ ຫີນນໍາໂຊກສີແດງ ສີມຸງຄຸນ ສີບົວ ເລກ​ນຳ​ໂຊກ​ 9

ຄົນເກີດວັນພະຫັດ:ການ​ງານ​ ເຮັດ​ທຸລະກິດ​ໃດ​ໆ ກໍ​ຈະ​ປະ​ສົບ​ຄວາມ​ສຳ​ເລັດ ປະ​ສົບ​ຄວາມ​ກ້າວ​ໜ້າ​ເປັນ​ຢ່າງ​ຫລາຍ ການ​ເງິນ​ ຫາ​ເຂົ້າ​ມາ​ໄດ້​ຢ່າງ​ຕໍ່​ເນື່ອງ ໃນ​ຊ່ວງ​ນີ້​ຈະ​ໂຊກດີ ມີ​ຄວາມ​ກັງ​ວົນ​ໃຈ​ແຕ່​ກໍ​ຫາ​ເຂົ້າ​ມາ​ໄດ້​ທຸກ​ຄັ້ງ ຄວາມ​ຮັກ ຖ້າ​ຫາກ​ຈະ​ພົບ​ໃຜ​ໃນ​ຊ່ວງ​ນີ້ ທ່ານ​ເປັນ​ຄົນ​ເກັ່ງ ມີ​ຄວາມ​ສາມາດ​ທາງ​ດ້ານ​ພາສາ ແລະ​ ມີ​ຖານະ​ທີ່​ຄ່ອນ​ຂ້າງ​ດີ ແຕ່​ອອກ​ຈະ​ໃຈ​ຮ້ອນ​ຢູ່​ ເຄື່ອງມຸງຄຸນ​ ຄໍາ ສີມຸງຄຸນ ສີ​ຂາວ ເລກ​ນຳ​ໂຊກ​ 1

ຄົນເກີດວັນສຸກ:ການ​ງານ​ ເມື່ອຍກັບວຽກງານ​ໃນ​ຊ່ວງ​ນີ້ ພົບ​ອຸປະສັກ ວຽກງານ​ໜັກ​ຫລາຍ​ຂຶ້ນ ຈຶ່ງ​ເຮັດໃຫ້​ຕົນເອງ​ນັ້ນ​ມີ​ຄວາມ​ທໍ້​ໃຈ ການ​ເງິນ ຫາ​ເຂົ້າ​ມາ​ໄດ້​ຢ່າງ​ຕໍ່​ເນື່ອງ​ໃນ​ຊ່ວງ​ນີ້ ແຕ່​ລະ​ວັງ​ຄົນ​ຈະ​ມາ​ຢິບ​ຢືມ​ເງິນ ແລ້ວ​ຖືກ​ໂກງ​ກໍ​ເປັນ​ໄປ​ໄດ້ ຄວາມ​ຮັກ ຍັງ​ບໍ່​ໄດ້ຮັບ​ຄວາມ​ຊັດເຈນ​ດ້ານ​ຄວາມ​ຮັກ​ໃນ​ຊ່ວງ​ນີ້ ເຖິງ​ແມ່ນ​ຈະ​ພົບ​ໃຜ​ບາງ​ຄົນ​ແລ້ວ​ກໍ​ຕາມ ຈະ​ມີ​ບັນຫາ​ໃນ​ເລື່ອງ​ການ​ເຈລະ​ຈາ ເລື່ອງ​ຂອງ​ຄຳ​ເວົ້າ​ທີ່​ເຮັດໃຫ້​ເກີດ​ຄວາມ​ຂັດ​ແຍ້ງ​ລະຫວ່າງ​ກັນ ເຄື່ອງມຸງຄຸນ​​ ໄຂ່ມຸກ ສີມຸງຄຸນ ສີນໍ້າຕານ ເລກ​ນຳ​ໂຊກ​ 4

ຄົນເກີດວັນເສົາ:ການ​ງານ ພົບ​ອຸປະສັກ​ດ້ວຍ​ເປັນ​ທຳມະດາ ຊ່ວງ​ນີ້​ຕ້ອງ​ຄ່ອຍ​ໆ ເຮັດ ຄ່ອຍ​ໆ ຄິດ ຄ່ອຍ​ໆ ແກ້​ໄຂ​ບັນຫາ​ຕ່າງ​ໆ ໃຫ້​ຜ່ານ​ພົ້ນ​ໄປ​ໃຫ້​ໄດ້ ການ​ເງິນ ປະ​ຢັດ​ເອົາ​ໄວ້​ກ່ອນ​ຈະ​ດີ​ທີ່ສຸດ​ໃນ​ຊ່ວງ​ນີ້ ເພາະ​ມີ​ໃຜ​ບາງ​ຄົນ​ຢາກ​ຈະ​ມາ​ຢິບ​ຢືມ​​ແລ້ວ​ບໍ່​ຄືນ​ກໍ​ເປັນ​ໄປ​ໄດ້ ຄວາມ​ຮັກ ຍັງ​ເບິ່ງ​ໆ ຢູ່​ຫລາຍກວ່າ ແລະ​ ຍັງ​ບໍ່​ຕັດ​ສິນ​ໃຈ​ທີ່​ຈະ​ເລືອກ​ໃຜ​ໃນ​ຊ່ວງ​ນີ້ ໃຫ້​ເບິ່ງ​ໄປ​ກ່ອນ​ຈະ​ດີ​ທີ່ສຸດ ເຄື່ອງມຸງຄຸນ​ ເພັດສີແດງ ສີມຸງຄຸນ ສີເທົາ ເລກ​ນຳ​ໂຊກ​ 1

ສະແດງຄຳຄິດເຫັນ

ຂ່າວມາໃໝ່ 
ດວງ-Tou-Vientianepost - 2023-07-31T112850.794
ດວງລາຍວັນປະຈໍາວັນຈັນ ທີ 02 ຕຸລາ 2023
ດວງ-Tou-Vientianepost (34)
ຈຳປາສັກ ແຈ້ງຫ້າມເກັບກູ້ ແລະ ຊື້ຂາຍ ປະເພດ ຂີ້ກະເດືອນ ແລະ ນົກ ທຳມະຊາດ
ດວງ-Tou-Vientianepost - 2023-07-31T112850.794
ດວງລາຍວັນປະຈໍາວັນອາທິດ ທີ 01 ຕຸລາ 2023
ek
ດວງລາຍວັນປະຈໍາວັນສຸກ ທີ 29 ກັນຍາ 2023
ດວງ-Tou-Vientianepost (30)
ມອບຊີ້ນໝູສົດທີ່ຍຶດໄດ້ໃຫ້ໂຮງຮຽນ ມ.ສ ສາມັນກີນນອນຊົນເຜົ່າແຂວງບໍ່ແກ້ວ
ດວງ-Tou-Vientianepost (28)
ທີມຊາດລາວ ຊຸດໃຫຍ່ ກະກຽມຄວາມພ້ອມເຂົ້າຮ່ວມ ບານໂລກ 2026 ຮອບຄັດເລືອກ ຮອບທີ 1 ທະວີບອາຊີ
ດວງ-Tou-Vientianepost (26)
ແຈ້ງການປິດການສັນຈອນຊົ່ວຄາວ ຂົວຫຼັກນ້ຳຄານ 1 ວັນ
ek
ດວງລາຍວັນປະຈໍາວັນພຸດ ທີ 27 ກັນຍາ 2023
ດວງ-Tou-Vientianepost - 2023-07-31T112850.794
ດວງລາຍວັນປະຈໍາວັນອັງຄານ ທີ 26 ກັນຍາ 2023
ດວງ-Tou-Vientianepost (22)
ກົມອຸຕຸນິຍົມ ແລະ ອຸທົກກະສາດ ແຈ້ງເຕືອນພາຍຸດີເປຊັ່ນ ໄລຍະວັນທີ 25-27 ກັນຍາ 2023
ຢ່າລື່ມກົດຕິດຕາມ