ດວງ-Tou-Vientianepost (5)
ສະຫະພາບເອີຣົບ ອະນຸມັດເງິນຊ່ວຍເຫຼືອ ສປປ​ ລາວ​ ມູນຄ່າ 18,40 ລ້ານເອີໂຣ​ ແລະ​ ກຳລັງພິຈາລະນາຊ່ວຍອີກ 4,4​ ລ້ານເອີໂຣ
ຮຽບຮຽງໂດຍ:Staff
ເຜີຍແຜ່: 4 September, 2023
ໝວດ: ຂ່າວ

ສະຫະພາບເອີຣົບ ອະນຸມັດເງິນຊ່ວຍເຫຼືອ ສປປ​ ລາວ​ ມູນຄ່າ 18,40 ລ້ານເອີໂຣ​ ແລະ​ ກຳລັງພິຈາລະນາຊ່ວຍອີກ 4,4​ ລ້ານເອີໂຣສະຫະພາບເອີຣົບ (EU) ໄດ້ອະນຸມັດເງິນຊ່ວຍເຫຼືອລ້າມູນຄ່າ 18,4 ລ້ານເອີໂຣໃຫ້ລັດຖະບານແຫ່ງສປປ ລາວ, ເພື່ອນໍາໃຊ້ເຂົ້າໃນການດຸ່ນງົບປະມານ (Budget Support) ຈາກການຈັດຕັ້ງປະຕິບັດ 2 ແຜນງານຄື: ແຜນງານສະໜັບສະໜູນການຈັດຕັ້ງປະຕິບັດວຽກງານຂະແໜງສຶກສາທີ່ໄດ້ເລີ່ມແຕ່ປີ 2018-2021 ແລະ ແຜນງານສະໜັບສະໜູນວຽກງານໂພຊະນາການເລີ່ມແຕ່ປີ 2019–2022.

ໂດຍຈຸດປະສົງແມ່ນເພື່ອຊຸກຍູ້ການຈັດຕັ້ງປະຕິບັດບັນດານະໂຍບາຍໃນແຜນພັດທະນາຂອງຂະແໜງສຶກສາໃຫ້ສຳເລັດຕາມຄາດໝາຍ, ໂດຍສະເພາະວຽກງານສະໜັບສະໜູນໃຫ້ທຸກຄົນໄດ້ເຂົ້າເຖິງການສຶກສາຢ່າງໜ້ອຍຂັ້ນພື້ນຖານ (ຊັ້ນປະຖົມ ແລະ ມັດທະຍົມ), ການປັບປຸງຄຸນນະພາບຂອງການສຶກສາ ແລະ ການຄຸ້ມຄອງຂອງລັດຖະບານ ໃນຂະແໜງການດັ່ງກ່າວ ແລະ ແຜນງານສະໜັບສະໜູນວຽກງານໂພຊະນາການເລີ່ມແຕ່ປີ 2019–2022 ຈຸດປະສົງແມ່ນເພື່ອເພື່ອສະໜັບສະໜູນການຫຼຸດຜ່ອນການຂາດແຄນອາຫານ, ໂດຍສຸມໃສ່ເພດຍິງ ແລະ ກຸ່ມທີ່ດ້ອຍໂອກາດ.

ເຊິ່ງໃນທ້າຍປີ 2023 EU ຈະພິຈາລະນາການອະນຸມັດເງິນເພື່ອດຸ່ນງົບປະມານງວດສຸດທ້າຍຂອງແຜນງານທີ (2) ຈໍານວນ 4,4 ລ້ານເອີໂຣ. ການນໍາໃຊ້ເງິນເພື່ອດຸ່ນງົບປະມານແມ່ນລັດຖະບານຈະຈັດສັນເຂົ້າໃນບັນດາວຽກງານຂອງຂະແໜງບຸລິມະສິດໂດຍສະເພາະຂະແໜງສຶກສາ ແລະ ສາທາລະນະສຸກ. ການຊ່ວຍເຫຼືອຈາກສະຫະພາບເອີຣົບ ໄດ້ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ–ສັງຄົມຂອງສປປ ລາວ ໂດຍເນັ້ນໃສ່ການພັດທະນາຂະແໜງສັງຄົມ, ເພື່ອສ້າງທຶນມະນຸດໃຫ້ເຂັ້ມແຂງຫຼຸດຜ່ອນຄວາມທຸກຍາກ ແລະ ຊຸກຍູ້ໃຫ້ສປປ ລາວ ຈັດຕັ້ງປະຕິບັດບັນດາເປົ້າໝາຍການພັດທະນາຍືນຍົງ.

ສຳລັບເງິນຈໍານວນດັ່ງກ່າວໄດ້ຖືກໂອນເຂົ້າບັນຊີຄັງເງິນແຫ່ງຊາດໃນຄັ້ງວັນທີ 04 ສິງຫາ 2023. ເຊິ່ງກ່ອນໜ້ານີ້, ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ແລະ ທ່ານ ນາງ ອີນາ ມາຈລໍນີແຕ ເອກະອັກຄະລັດຖະທູດ EU ປະຈຳສປປ ລາວ, ໄດ້ມີການພົບປະສອງຝ່າຍ, ໄດ້ແລກປ່ຽນຄວາມຄິດເຫັນໃນການຈັດຕັ້ງປະຕິບັດ ແລະ ການຮ່ວມມືອັນຍາວນານລະຫວ່າງລັດຖບານແຫ່ງ​ ສປປ ລາວ ແລະ EU ຜ່ານການສະໜັບສະໜູນເງິນດຸ່ນດ່ຽງມະຫາພາກໃຫ້ລັດຖະບານ ແລະ ການສະໜັບສະໜູນຊ່ວຍເຫຼືອດ້ານວິຊາການກ່ຽວກັບຄຸ້ມຄອງລາຍຈ່າຍການເງິນພາກລັດ, ຮັບປະກັນໃຫ້ການໃຊ້ຈ່າຍຂອງລັດຖະບານມີປະສິດທິຜົນສູງກວ່າເກົ່າ.

ຂ່າວ: ກະຊວງ​ການ​ເງິນ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Tuesday, 1 July, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,398
21,673
thailand (1)
THB
657.10
669.58
european-union
EUR
24,148
24,630
china
CNY
2,904
2,962
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-07-01T091535.094
ງານບຸນມະໂຫລານຊາວໜຸ່ມ-ເຍົາວະຊົນ ປະຈໍາປີ 2025 ປິດລົງດ້ວຍຜົນສໍາເລັດເປັນຢ່າງດີ
_cover - 2025-06-30T163402.094
ຈີນເຮັດແທ້! ພາວເວີແບັງ (Power Bank) ບໍ່ມີເຄື່ອງໝາຍ CCC ຫ້າມບໍ່ໃຫ້ເອົາຂຶ້ນຍົນ
_cover - 2025-06-30T160130.117
ທຣຳ ເປີດເຜີຍ "ມະຫາເສດຖີ" ກຽມຊື້ TikTok ໝັ້ນໃຈວ່າ "ສີ ຈິ້ນຜິງ" ຈະອະນຸຍາດໃຫ້ຂາຍ
pele - 2025-06-30T151136.759
ທູດລາວປະຈໍາມຽນມາ ເຂົ້າພົບປະເຮັດວຽກກັບປະທານສະມາຄົມມິດຕະພາບ ມຽນມາ-ລາວ ແລະ ລາວ-ມຽນມາ
_cover - 2025-06-30T145525.872
ນັກດັບເພີງຖືກມືປືນຊຸ່ມຍິງເສຍຊີວິດ ໃນຂະນະທີ່ກຳລັງດັບໄຟປ່າຢູ່ສະຫະລັດ
pele - 2025-06-30T143715.426
ເຄິ່ງປີ 2025 ທາງລົດໄຟລາວ-ຈີນ ບັນລຸການຂົນສົ່ງສິນຄ້າໄດ້ 3 ລ້ານໂຕນ
_cover - 2025-06-30T094233.858
ເຕືອນໄພ ລະວັງມິດສາຊີບ!!! ໄດ້ນຳໃຊ້ໂລໂກ້, ເບີໂທ ແລະ ຊື່ ຂອງ ລັດວິສາຫະກິດໄຟຟ້າລາວ ໄປສ້າງຄວາມບໍ່ສະຫງົບຕໍ່ສັງຄົມ
_cover - 2025-06-27T163817.732
ຈີນສະເໜີເງິນເດືອນໃຫ້ບຸກຄະລາກອນດ້ານ AI ສູງກວ່າຄ່າສະເລ່ຍຂອງເງິນເດືອນທົ່ວໄປ 3 ເທົ່າ
_cover - 2025-06-27T155418.931
ໜ້າເສົ້າໃຈ! ພົບສົບ ນັກທ່ອງທ່ຽວສາວບຣາຊິວ ປະສົບອຸບັດຕິເຫດຕົກພູເຂົາໄຟອິນໂດເນເຊຍ ເສຍຊີວິດແລ້ວ
_cover - 2025-06-27T105912.710
ແຈ້ງການມອດໄຟ ວັນທີ 29 ມິຖຸນາ 2025
ຢ່າລື່ມກົດຕິດຕາມ