Tou-Vientianepost (18)
ເຫດປືນລັ່ນໃສ່ເດັກນ້ອຍເສຍຊີວິດ ເຂດບ້ານດອນໄຊ ແຂວງຫຼວງນ້ຳທາ
ຮຽບຮຽງໂດຍ:Staff
ເຜີຍແຜ່: 25 ເດືອນເມສາ, 2023

ພັທ ໜໍ່ແກ້ວ ແສງອິນໄຊ ຫົວໜ້າພະແນກຕຳຫຼວດສືບສວນ-ສອບສວນ ປກສ ແຂວງຫຼວງນ້ຳທາ ໃຫ້ຮູ້ວ່າ: ໃນເວລາປະມານປະມານ 16 ໂມງ ຂອງວັນທີ 18 ເມສາ 2023 ໄດ້ຮັບແຈ້ງຄວາມຈາກປະຊາຊົນ ບ້ານດອນໄຊ ເມືອງຫຼວງນ້ຳທາ ແຂວງຫຼວງນ້ຳທາ ວ່າ: ມີເດັກນ້ອຍເຮັດປືນລັ່ນໃສ່ໂຕເອງເສຍຊີວິດ.

ຈາກນັ້ນ, ຈຶງໄດ້ແຕ່ງຕັ້ງພະນັກງານວິຊາສະເພາະສົມທົບກັບ ປກສ ເມືອງຫຼວງນ້ຳທາ, ປກສ ກຸ່ມບ້ານຫຼັກຄຳ ແລະອຳນາດການປົກຄອງບ້ານດອນໄຊ ລົງກວດກາສະຖານທີເກີດເຫດພົບເຫັນຜູ້ເສຍຊີວິດ 1 ຄົນ, ອາຍຸ 12 ປີ, ນັກຮຽນ ບ້ານດອນໄຊ ເມືອງຫຼວງນ້ຳທາ ແຂວງຫຼວງນ້ຳທາ, ມີຮ່ອງຮອຍລູກປືນປະດິດ ຍິງເຂົ້າບໍລິເວນດ້ານຫຼັງກົກຂາເບື້ອງຊາຍສອດອອກທາງໜ້າ.

ທ້າວ ສົມຫວັງ ອາຍຸ 43 ປີ (ພໍ່ຂອງຜູ້ເສຍຊີວິດ) ໄດ້ໃຫ້ການຕໍ່ເຈົ້າ ໜ້າທີ່ ວ່າ: ໃນວັນທີ 17 ເມສາ 2023 ຕົນເອງໄດ້ສັກຊວນລູກຊາຍ 2 ຄົນ (ນ້ອງ-ອ້າຍ )ເຂົ້າປ່າລ່າສັດ ຢູ່ເຂດຫົວນ້ຳມັດນ້ອຍ, ອາວຸດທີ່ຖືໄປ ມີປືນແກັບ 1 ກະບອກ ແລະປືນແມັກ (ປືນປະດິດ) 1 ກະ ບອກ ຕົກມາຮອດເວລາປະມານ 15 ໂມງ ຂອງວັນທີ 18 ເມສາ 2023 ຕົນເອງຈຶ່ງພາລູກກັບເຮືອນ ພໍຮອດແຄມຫ້ວຍ (ຈຸດເກີດເຫດ) ຕົນເອງໄດ້ບອກລູກຊາຍທັງສອງໃຫ້ນັງລໍຖ້າ ພໍ່ຊິໄປເອົາເຄື່ອງຢູ່ບ່ອນຕັ້ງເຕັ້ນນອນ ເຊິ່ງຫ່າງຈາກຈຸດເກີດເຫດປະມານ 150 ແມັດ.

ຫຼັງຈາກ ພໍ່ໄປເອົາເຄື່ອງ ເດັກຊາຍທັງສອງໄດ້ຂຶ້ນຕົ້ນໄມ້ຫຼິ້ນຖ້າພໍ່ ຜູ້ເປັນອ້າຍໄດ້ເອົາປືນແມັກ ໄປເກາະໃສ່ງ່າໄມ້ ແລະ ກໍໄດ້ສັ່ນຕົ້ນໄມ້ຢອກນ້ອງຊາຍ ເຮັດໃຫ້ປືນທີ່ເກາະໄວ້ນັ້ນຕົກລົງຖືກໝາກຫີນ ແລ້ວລັ່ນໃສ່ບໍລິເວນຫຼັງຂາຊ້າຍ ສອດອອກທາງໜ້າ. ທ້າວ ທັນ ຜູ້ເປັນນ້ອງຊາຍໄດ້ເຫັນແນວນັ້ນຈຶງຮ້ອງເອີ້ນພໍ່ມາເອົາ. ຍ້ອນລູກກະສູນຍິງເຂົ້າບໍລິເວນຈຸດສຳຄັນ ແລະເຮັດໃຫ້ເສຍເລືອດຫຼາຍ ຈຶ່ງເຮັດໃຫ້ເສຍຊີວິດໃນເວລາຕໍ່ມາ.
ຂ່າວ: ປກສ ແຂວງຫຼວງນໍ້າທາ

ສະແດງຄຳຄິດເຫັນ

ຂ່າວມາໃໝ່ 
2
ປະຊາຊົນທີ່ອາໄສລຽບຕາມແຄມສາຍນໍ້າມະ-ນໍ້າລອງ ຢູ່ເມືອງລອງລະວັງນໍ້າຖ້ວມ
2
ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ສົ່ງສານຊົມເຊີຍ ເຖິງຄູ່ຮ່ວມຕຳແໜ່ງທີ່ຣາຊະອານາຈັກໄທ
2
ຍັງຈະມີຝົນຕົກໜັກ ຢູ່ບາງທ້ອງຖິ່ນຢູ່ແຂວງພາກເໜືອ ແລະ ພາກກາງ
2
ລັດຖະບານ ຮ່ວມທຶນ ພີທີແອວ ໂຮນດິ້ງສ້າງຕັ້ງທະນາຄານຄຳ
2
ສຸພານິມິດສາກົນ ມອບຢາຂ້າແມ່ທ້ອງ ຈຳນວນ 800,000 ເມັດ ໃຫ້ສູນໂພຊະນາການ
2
ຮອງນາຍົກ ເຂົ້າຮ່ວມພິທີເປີດງານວາງສະແດງອຸປະກອນເຕັກນິກການທະຫານສາກົນ 2024 ທີ່ຣັດເຊຍ
2
ລາວ ຈະສະເຫຼີມສະຫຼອງ 3 ວັນປະຫວັດສາດ ໃນປີ 2025
2
ການລ່າສັດປ່າບໍ່ຖືກຕ້ອງຕາມກົດ ໝາຍຈະຖືກລົງໂທດຕັດອິດສະລະພາບ 2 ຫາ 5 ປີ ແລະ ຈະຖືກປັບໃໝ
2
ກຳປູເຈຍ ຈະເກັບພາສີ ພະລັງງານໄຟຟ້າ ຈາກ ຜູ້ໃຊ້ໂຊລາເຊລ ຢູ່ຫລັງຄາ
2
ຫາລືຄວາມປອດໄພຂອງເຂື່ອນ ໃນການບໍລິຫານຈັດການນໍ້າ ແລະ ການຮັບມືສຸກເສີນ
ຢ່າລື່ມກົດຕິດຕາມ