“ຫົງແດງ” ລິເວີພູເປີດບ້ານເອົາຊະນະ ທ໋ອດແນມ ຮອດສະເປີ ໄປແບບສຸດມັນໃນສຶກພຣີເມຍລີກ ອັງກິດ ເມື່ອຄືນທີ່ຜ່ານມາ
ການແຂ່ງຂັນເຕະບານ ພີເມຍລີກ ອັງກິດ ລະດູການ 2022-23 ເມື່ອຄືນວັນອາທິດ ທີ 30 ເມສາ 2023 ນີ້ ຄູ່ “ຫົງແດງ” ລິເວີພູລ ອັນດັບ 7 ຂອງຕາຕະລາງເປີດສະໜາມແອນຟິລ ຮັບການມາເຍືອນຂອງ ທ໋ອດແນມ ຮອດສະເປີ ອັນດັບ 5 ຂອງຕາຕະລາງ
ຜົນປາກົດວ່າ ລິເວີພູລ ເອົາຊະນະ ທ໋ອດແນມ ຮອດສະເປີ 4-3 ໂດຍ ລິເວີພູລ ໄດ້ປະຕູຈາກ ເຄີຕິສ ໂຈນ ນາທີທີ່ 3, ຫຼຸຍສ ດິອາຊ ນາທີທີ່ 5, ໂມຮາເໝັດ ຊາລາ (ຈຸດໂທດ ) ນາທີທີ່ 15 ແລະ ດິໂອໂກ ນາທີທີ່ 90+5 ສ່ວນ ທ໋ອດແນມ ຮອດສະເປີ ໄດ້ຈາກ ແຮຣີ ເຄນນາທີທີ່ 39, ຊອນເຮືອງມິນ ນາທີທີ່ 77 ແລະ ຣີຊາລິຊັນ ນາທີທີ່ 90+3
ຈາກໄຊຊະນະຄັ້ງນີ້ ເຮັດໃຫ້ ລິເວີພູລ ເກັບເພີ່ມເປັນ 56 ຄະແນນ ແຊງ ທ໋ອດແນມ ຮອດສະເປີ ຂຶ້ນມາຢູ່ອັນດັບ 5.
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,398 | 21,673 |
![]() THB | 659.07 | 670.93 |
![]() EUR | 24,168 | 24,652 |
![]() CNY | 2,906 | 2,964 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,230 |
![]() | 22,560 |
![]() | 18,370 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 34,990,000 | 35,520,000 |
![]() | 34,640,000 | 35,629,000 |