ຂ່າວ-Tou-Vientianepost (25)
ກະຊວງ ກະຊວງສຶກສາທິການ ແລະ ກິລາ ຍ້ອງຍໍຜູ້ຊ່ຽວຊານ ຍີ່ປຸ່ນ ຊ່ວຍພັດທະນາການສຶກສາ-ກິລາ ຢູ່ລາວ
ຮຽບຮຽງໂດຍ:Staff
ເຜີຍແຜ່: 4 May, 2023

ຂປລ. ໃນວັນທີ 2 ພຶດສະພາ 2023 ທີ່ນະຄອນຫລວງວຽງຈັນ, ທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ(ສສກ) ໄດ້ໃຫ້ກຽດມອບໃບຍ້ອງຍໍໃຫ້ແກ່ ທ່ານ ສຈ.ປອ ເຄອີຈິ ໂອກາວະ ຜູ້ຊ່ຽວຊານຈາກມະຫາວິທະຍາໄລ ໂກເບະ ປະເທດຍີ່ປຸ່ນ ທີ່ມີຜົນງານດີເດັ່ນໃນການປະກອບສ່ວນເຫື່ອແຮງ ແລະ ສະຕິປັນຍາ ເຂົ້າໃນການພັດທະນາວຽກງານການສຶກສາ

ແລະ ກິລາ ຢູ່ ສປປ ລາວ, ທັງເປັນການສົ່ງເສີມ, ຍາດແຍ່ງການຮ່ວມມື ແລະ ສະໜັບສະໜູນທາງດ້ານວຽກງານການສຶກສາ ແລະ ພັດທະນາຊັບພະຍາກອນມະນຸດ. ມີຫົວໜ້າກົມ, ຮອງຫົວໜ້າກົມ, ມະຫາວິທະຍາໄລແຫ່ງຊາດ, ຕາງໜ້າຈາກອົງການໄຈກາ, ນັກສຶກສາ ແລະ ຄະນະຮັບຜິດຊອບວຽກງານກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ.

ໃນໄລຍະຜ່ານມາ, ທ່ານ ສຈ.ປອ ເຄອີຈິ ໂອກາວະ ໄດ້ມີຜົນງານພົ້ນເດັ່ນຫລາຍດ້ານ ເປັນຕົ້ນແມ່ນ ໄດ້ສະໜັບສະໜູນແກ່ພະນັກງານ ກະຊວງສຶກສາທິການ ແລະ ກິລາ ຈໍານວນ 5 ທຶນ ເຂົ້າຮ່ວມຝຶກອົບຮົມກ່ຽວກັບວຽກງານແຜນການ ແລະ ການເງິນ ຢູ່ທີ່ມະຫາວິທະຍາໄລໂກເບະ, ເຊື້ອເຊີນການນໍາຈາກກະຊວງສຶກສາທິການ ແລະ ກິລາ ເຂົ້າຮ່ວມກອງປະຊຸມປຶກສາຫາລື ການຮ່ວມມືຕິດພັນກັບຂະແໜງ ການສຶກສາ ທີ່ມະຫາວິທະຍາໄລໂກເບະ. ນອກຈາກນີ້, ຍັງໄດ້ຊ່ວຍເຫລືອມະຫາວິທະຍາໄລແຫ່ງຊາດ ໂດຍການເປັນຜູ້ຊ່ຽວຊານໃນໂຄງການສ້າງຄວາມເຂັ້ມແຂງ ໃນຂະແໜງການສຶກສາ ແລະ ອື່ນໆ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ