ໃນວັນທີ 3 ພຶດສະພາ 2023 ຜ່ານມາ, ເຈົ້າໜ້າທີ່ພະແນກສືບສວນ-ສອບສວນ ແລະ ປາບປາມການລັກລອບໜີພາສີ (ພສປ) ປະຈໍາການຢູ່ຈຸດປະສານງານນາເລົ່າ ແຂວງບໍລິຄໍາໄຊ, ໄດ້ຮັບແຫຼ່ງຂ່າວຈາກພົນລະເມືອງດີວ່າມີການຂົນລົດຈັກ ຈຳນວນ 02 ຄັນ ໃສ່ລົດເມໂດຍສານ (ພາຍໃນ) ປາຍທາງແມ່ນນະຄອນຫຼວງວຽງຈັນ.
ໂດຍຜ່ານການຕິດຕາມກວດກາສາມາດຢຶດລົດຈັກຍີຫຍໍ້ HONDA GPX ຈໍານວນ 02 ຄັນ, ຜ່ານການ ສືບສວນ-ສອບສວນເບື້ອງຕົ້ນລົດດັ່ງກ່າວແມ່ນບໍ່ມີເອກະສານຖືກຕ້ອງ. ດັ່ງນັ້ນ, ຈຶ່ງໄດ້ມອບລົດທັງ 2 ຄັນໃຫ້ພາສີປະຈໍາແຂວງ ບໍລິຄຳໄຊ, ດຳເນີນການຂັ້ນຕອນຂອງກົດໝາຍ ແລະ ລະບຽບການຕໍ່ໄປ.
ທີ່ມາ: ກະຊວງການເງິນ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,455 | 21,731 |
![]() THB | 648.35 | 660.67 |
![]() EUR | 23,023 | 23,484 |
![]() CNY | 2,898 | 2,956 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,230 |
![]() | 22,560 |
![]() | 18,370 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 34,080,000 | 34,610,000 |
![]() | 33,730,000 | 34,719,000 |