ຂ່າວ-Tou-Vientianepost (58)
ເຈົ້າໜ້າທີ່ ມອບ-ຮັບ ຜູ້ຖືກຫາກັບຄືນປະເທດໄທ
ຮຽບຮຽງໂດຍ:Staff
ເຜີຍແຜ່: 8 May, 2023

ໃນວັນທີ 5 ພຶດສະພາ 2023 ນີ້ ທີ່ດ່ານສາກົນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ເຈົ້າໜ້າທີ່ກົມຕຳຫຼວດສືບສວນ – ສອບສວນ ກົມໃຫຍ່ຕຳຫຼວດ, ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ໄດ້ມອບຜູ້ຖືກຫາ 2 ຄົນຄື: ທ້າວ ທົງໄຊ ພະນິນທອນ ອາຍຸ 42 ປີ, ສັນຊາດ ໄທ ແລະ ທ້າວ ສະກາດ ພັນທຸລີ, ອາຍຸ 31 ປີ, ສັນຊາດ ໄທ ໃຫ້ແກ່ເຈົ້າຫນ້າທີ່ຕຳຫຼວດ ລາດຊະອານາຈັກ

ໄທ ໂດຍເຊິ່ງຝ່າຍລາວນຳໂດຍ ພັທ ສິງແກ້ວ ວົງພະຈັນ ຮອງຫົວໜ້າກົມຕຳຫຼວດສືບສວນ-ສອບສວນ ຝ່າຍລາດຊະອານາຈັກໄທ ນຳໂດຍ ພັນຕຳຫຼວດເອກ ກິດມົງຄົນ ບູລະນະພັກດີ ຜູ້ກຳກັບການຕຳຫຼວດກວດຄົນເຂົ້າ-ອອກ ເມືອງຈັງຫວັດໜອງຄາຍ ລາດຊະອານາຈັກໄທ ພ້ອມດ້ວຍຄະນະທັງ 2 ຝ່າຍເຂົ້າຮ່ວມ ເປັນສັກຂີພິຍານ.

ພັທ ສິງແກ້ວ ວົງພະຈັນ ຮອງຫົວໜ້າກົມຕຳຫຼວດສືບສວນ-ສອບສວນໃຫ້ຮູ້ວ່າ: ໃນຄັ້ງວັນທີ 27 ກຸມພາ 2023 ກົມຕໍາຫຼວດສືບສວນ-ສອບສວນ ໄດ້ຮັບໜັງສືຂໍຄວາມຮ່ວມມື ຂອງເຈົ້າໜ້າທີ່ຕໍາຫຼວດ ໜອງຄາຍ ຣາຊະອານາຈັກໄທ ກ່ຽວກັບເລື່ອງ ຂໍຄວາມຮ່ວມມືສືບສວນ-ສອບສວນ ຕິດຕາມຈັບຕົວຜູ້ຖືກຫາ ຄົນສັນຊາດໄທ ທີ່ກະທຳຜິດແລ້ວເອົາຕົວຫຼົບໜີເຂົ້າມາລີ້ຊ່ອນຢູ່ ສປປ ລາວ

ຈຳນວນ 02 ຄົນຄື: ທ້າວ ທົງໄຊ ພະນິນທອນ, ອາຍຸ 42 ປີ, ສັນຊາດ ໄທ ຕາມຄໍາສັ່ງຈັບຕົວຂອງສານສະລະບູລີ, ໃນຂໍ້ຫາ: ຮ່ວມກັນກະທຳຄວາມຜິດຖານການຟອກເງິນ ແລະ ທ້າວ ສະກາດ ພັນທຸລີ, ອາຍຸ 31 ປີ, ສັນຊາດໄທ ຂໍ້ຫາມີຢາເສບຕິດໄວ້ໃນຄອບຄອງ ຈາກນັ້ນເຈົ້າຫນ້າທີ່ວິຊາສະເພາະ ຈື່ງໄດ້ຕິດຕາມ ຄົ້ນຫາ ຈົນສາມາດກັກຕົວທັງ 2 ໄດ້.
ໂອກາດນີ້ ເຈົ້າຫນ້າທີ່ທັງ 2 ຝ່າຍ ກໍ່ໄດ້ລົງນາມໃນບົດບັນທຶກ ມອບ – ຮັບ ຜູ້ຖືກຫາ ໂດຍມີ ເຈົ້າຫນ້າທີ່ທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

ຂ່າວ: ອາລຸນນະຄອນ.

ທີ່ມາ ວິທະຍຸປ້ອງກັນຄວາມສະຫງົບ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 30 May, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,455
21,731
thailand (1)
THB
648.35
660.67
european-union
EUR
23,023
23,484
china
CNY
2,898
2,956
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Monday, 19 May, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,080,000
34,610,000
33,730,000
34,719,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
_cover (19)
ຜັກບ້ານໆ ທີ່ຖືກຍົກເປັນ ໜຶ່ງໃນຜັກທີ່ດີທີ່ສຸດໃນໂລກ ມີວິຕາມິນຊີຫຼາຍ
_cover (18)
ຈີນຕັ້ງລາງວັນນຳຈັບແຮັກເກີທີ່ກ່ຽວຂ້ອງກັບໄຕ້ຫວັນຫຼາຍຄົນ
_cover (17)
"ທຣຳ-ອີລອນ ມັສກ໌" ມາຮອດຈຸດແຕກຫັກຂອງມິດຕະພາບ ເຮັດຫຸ້ນ Tesla ຫຼຸດລົງ 14% ສູນເສຍ 1.5 ແສນລ້ານໂດລາ
_cover (15)
ແຈ້ງການມອດໄຟ ວັນທີ 7 ແລະ 8 ມິຖຸນາ 2025
_cover (14)
"ຍີ່ປຸ່ນ" ອັດຕາເກີດໃໝ່ຫຼຸດລົງ ຕ່ຳກວ່າ 700,000 ຄົນເປັນຄັ້ງທຳອິດ
_cover (13)
ທຣຳ" ປະກາດຫ້າມປະເທດບໍ່ໃຫ້ເດີນທາງເຂົ້າສະຫະລັດ ໜຶ່ງໃນນັ້ນມີປະເທດລາວ
_cover (12)
ທຣຳ ລົງນາມຄຳສັ່ງຂຶ້ນພາສີນຳເຂົ້າເຫຼັກ ແລະ ອະລູມິນຽມເປັນ 50%
_cover (11)
ສະຫະລັດ ຈັບນັກວິທະຍາສາດຈີນ 2 ຄົນ ລັກລອບນຳເຊື້ອລາອັນຕະລາຍເຂົ້າປະເທດ
_cover (10)
"ເຟສບຸກ" ຊື້ໄຟຟ້າພະລັງງານ "ນິວເຄລຍ" ຮູບແບບໃໝ່ ຮອງຮັບ AI-Data Center ໃຊ້ໄຟມະຫາສານ
_cover (9)
"ໂດຣນສົ່ງອາວຸດດ່ວນ" ບໍລິສັດ Draganfly ສົ່ງມອບໂດຣນບິນຂົນສົ່ງຄວາມໄວສູງໃຫ້ກອງທັບສະຫະລັດ
ຢ່າລື່ມກົດຕິດຕາມ