ຂ່າວ-Tou-Vientianepost - 2023-05-17T123114.715
ເຈົ້າແຂວງໄຊສົມບູນເຄື່ອນໄຫວຢ້ຽມຢາມໂຄງການຂຸດຄົ້ນແຮ່ທາດ
ຮຽບຮຽງໂດຍ:Staff
ເຜີຍແຜ່: 17 ເດືອນພຶດສະພາ, 2023

ວັນທີ 16 ພຶດສະພາ 2023 ທ່ານ ພອຍຄໍາ ຮຸ່ງບຸນຍວງ ເຈົ້າແຂວງໆໄຊສົມບູນ ພ້ອມດ້ວຍຄະນະການນຳຂອງແຂວງ, ເມືອງ ໄດ້ລົງເຄື່ອນໄຫວຕິດຕາມ, ຊຸກຍູ້ໂຄງການ ທີ່ໄດ້ເຊັນສັນຍາສໍາປະທານ (CA) ເພື່ອທົດລອງຂຸດຄົ້ນ ແລະ ປຸ່ງແຕ່ງແຮ່ຄໍາ, ແຮ່ມັງການ ຢູ່ເມືອງອະນຸວົງ ແຂວງໄຊສົມບູນ.

ຈຸດປະສົງການລົງຕິດຕາມ ແລະ ຊຸກຍູ້ບັນດາໂຄງການລົງທຶນດ້ານບໍ່ແຮ່ ຂອງທ່ານເຈົ້າແຂວງຄັ້ງນີ້, ກໍ່ເພື່ອແນໃສ່ຮັບປະກັນໃຫ້ໂຄງການດັ່ງກ່າວ ດຳເນີນການເຄື່ອນໄຫວວຽກງານໄປຕາມຂັ້ນຕອນ ແລະ ຖືກຕ້ອງຕາມລະບຽບຫຼັກການ ທັງສາມາດສ້າງຜົນປະໂຫຍດຮ່ວມກັນ. ທ່ານ ຢັງ ຮົງເວີຍ ອໍານວຍການບໍລິສັດ ຮ່ວມມືພັດທະນາບໍ່ແຮ່ ໄຊສົມບູນ ຈໍາກັດ ແລະ ທ່ານ ວັນດີ ກວາລີວົງ

ປະທານບໍລິສັດ ຮ່ວມມືພັດທະນາບໍ່ແຮ່ ໄຊສົມບູນ ຈໍາກັດ ໄດ້ຕາງໜ້າໃຫ້ຄະນະອຳນວຍການ ແລະ ພະນັກງານຂອງທັງສອງບໍລິສັດ ລາຍງານການຈັດຕັ້ງປະຕິບັດວຽກງານຂອງໂຄງການ ພາຍຫຼັງທີ່ເຊັນສັນຍາກັບລັດຖະບານເປັນຕົ້ນມາ ໂດຍສະເພາະແມ່ນຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກຕ່າງໆ ນັບຕັ້ງແຕ່ຂັ້ນຕອນການກະກຽມ, ການຂຸດຄົ້ນ, ການຜະລິດ, ການແຍກຄຸນນະພາບຂອງແຮ່ທາດ, ກຳລັງການຜະລິດຂອງເຄື່ອງຈັກ ລວມທັງສະພາບອາກາດທີ່ບໍ່ເອື້ອຍອໍານວຍຄວາມສະດວກ, ການຄຸ້ມຄອງຜົນກະທົບຕໍ່ສິ່ງແວດລ້ອມ, ຜົນຜະລິດທີ່ໄດ້ຮັບ, ການມອບພັນທະອາກອນໃຫ້ລັດ ແລະ ອື່ນໆອີກ.

ໂອກາດທີ່ມີຄວາມໝາຍສຳຄັນນີ້ ທ່ານເຈົ້າແຂວງໄຊສົມບູນ ໄດ້ມີຄໍາເຫັນຊີ້ນໍາໃຫ້ໂຄງການ ກໍຄືບໍລິສັດ ຮ່ວມມືພັດທະນາບໍ່ແຮ່ ໄຊສົມບູນ ຈໍາກັດ ຈົ່ງສືບຕໍ່ເອົາໃຈໃສ່ຈັດຕັ້ງປະຕິບັດວຽກຂອງຕົນ ໃຫ້ຖືກຕ້ອງໄປຕາມຫຼັກການ ໂດຍການປະຕິບັດວຽກງານຕ້ອງຄໍານຶງເຖິງທໍາມະຊາດເປັນຫຼັກ ເອົາໃຈໃສ່ປົກປັກຮັກສາ ສິ່ງແວດລ້ອມທີ່ຢູ່ອ້ອມຂ້າງ ພ້ອມທັງເອົາໃຈໃສ່ປະກອບສ່ວນພັດທະນາທ້ອງຖິ່ນທີ່ໂຄງການຕັ້ງຢູ່ ດ້ວຍການຊຸກຍູ້ສົ່ງເສີມປະຊາຊົນ ໃຫ້ມີວຽກເຮັດງານທໍາ ຕິດພັນກັບຂະບວນການຜະລິດກະສິກຳເປັນສິນຄ້າ ແລະ ໃນກໍລະນີພົບບັນຫາຕ້ອງຮີບຮ້ອນລາຍງານ ເພື່ອພ້ອມກັນປຶກສາຫາລື ແລະ ຊອກວິທີແກ້ໄຂໃຫ້ທັນເວລາ.

ທີ່ມາ ຈົດໝາຍຂ່າວໄຊສົມບູນ

ສະແດງຄຳຄິດເຫັນ

ຂ່າວມາໃໝ່ 
2
ປະຊາຊົນທີ່ອາໄສລຽບຕາມແຄມສາຍນໍ້າມະ-ນໍ້າລອງ ຢູ່ເມືອງລອງລະວັງນໍ້າຖ້ວມ
2
ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ສົ່ງສານຊົມເຊີຍ ເຖິງຄູ່ຮ່ວມຕຳແໜ່ງທີ່ຣາຊະອານາຈັກໄທ
2
ຍັງຈະມີຝົນຕົກໜັກ ຢູ່ບາງທ້ອງຖິ່ນຢູ່ແຂວງພາກເໜືອ ແລະ ພາກກາງ
2
ລັດຖະບານ ຮ່ວມທຶນ ພີທີແອວ ໂຮນດິ້ງສ້າງຕັ້ງທະນາຄານຄຳ
2
ສຸພານິມິດສາກົນ ມອບຢາຂ້າແມ່ທ້ອງ ຈຳນວນ 800,000 ເມັດ ໃຫ້ສູນໂພຊະນາການ
2
ຮອງນາຍົກ ເຂົ້າຮ່ວມພິທີເປີດງານວາງສະແດງອຸປະກອນເຕັກນິກການທະຫານສາກົນ 2024 ທີ່ຣັດເຊຍ
2
ລາວ ຈະສະເຫຼີມສະຫຼອງ 3 ວັນປະຫວັດສາດ ໃນປີ 2025
2
ການລ່າສັດປ່າບໍ່ຖືກຕ້ອງຕາມກົດ ໝາຍຈະຖືກລົງໂທດຕັດອິດສະລະພາບ 2 ຫາ 5 ປີ ແລະ ຈະຖືກປັບໃໝ
2
ກຳປູເຈຍ ຈະເກັບພາສີ ພະລັງງານໄຟຟ້າ ຈາກ ຜູ້ໃຊ້ໂຊລາເຊລ ຢູ່ຫລັງຄາ
2
ຫາລືຄວາມປອດໄພຂອງເຂື່ອນ ໃນການບໍລິຫານຈັດການນໍ້າ ແລະ ການຮັບມືສຸກເສີນ
ຢ່າລື່ມກົດຕິດຕາມ