ດວງ-Tou-Vientianepost (15)
ເນັດໄອດໍ້ດື່ມເຫຼົ້າຂາວ 4 ຂວດ ກ່ອນງຽບໄປພົບອີກຄັ້ງກໍ່ເສຍຊີວິດແລ້ວ
ຮຽບຮຽງໂດຍ:Staff
ເຜີຍແຜ່: 23 May, 2023

ໂຊຊ້ຽວຕົກໃຈ ເນັດໄອດໍ້ ອາຍຸ 34 ປີ ດື່ມເຫຼົ້າຂາວ 4 ແກ້ວ ກ່ອນຫາຍຕົວງຽບໄປ. ໝູ່ມາພົບກັບພົບວ່າເປັນສົບ

ສື່​ສັງຄົມ​ຂອງ​ຈີນ​ຕົກ​ໃຈ ຫຼັງຈາກ ສະຈີມເມີທີ່ມີຊື່ສຽງໂດ່ງດັງ “Brother Sanqian” ຫຼື “Hia Sanqian” ໄດ້ເສຍຊີວິດກະທັນຫັນ. ໂດຍປະກົດຕົວເທື່ອສຸດທ້າຍຂອງລາວແມ່ນການ ໄລ້ສົດ ເຊິ່ງເປັນຟິວເຈີ້ ໜຶ່ງໃນແອບພິເຄຊັ້ນໄລ້ສົດ ທີ່ຈະໃຫ້ສະຕີມເມີເຂົ້າມາແຂ່ງຂັນກັນໂດຍ Hia Sanqian ໄດ້ດື່ມ Baijiu ຫຼືເຫຼົ້າຂາວຈີນໄປ 4 ແກ້ວແລ້ວຫາຍໄປໃນຄວາມງຽບ. ກ່ອນ​ທີ່​ຈະ​ມີ​ຂ່າວ​ວ່າ​ລາວ​ໄດ້​ເສຍ​ຊີ​ວິດ​ແລ້ວ

ລາຍງານເປີດເຜີຍວ່າ Hye Sanqian ຫຼືຊື່ແທ້ແມ່ນ ທ່ານ Wang Moufeng ອາຍຸ 34 ປີ ໄດ້ຖ່າຍທອດສົດຕັ້ງແຕ່ຕອນແລງຂອງວັນທີ 15 ພຶດສະພາ, ໂດຍລາວໄດ້ຖອກເຫຼົ້າຂາວ 3 ຈວດໃຫຍ່. ກ່ອນຈະຍົກທີ່ຈະຍົກກິນໝົດຈອກ ຈາກນັ້ນກໍ່ເປີດເຫຼົ້າຂາວຂວດທີ 4 ແລ້ວດື່ມໄປອີກ

ຢ່າງໃດກໍ່ຕາມ, ຕາມກົດລະບຽບຂອງແພດຟອມ, ບໍ່ອະນຸຍາດໃຫ້ມີເຄື່ອງດື່ມແອວກໍຮໍ ໃນເວລາໄລ້ສົດ ມີລາຍງານວ້່ບັນຊິຂຶງລາວຖືກຈຳກັດການໃຊ້ງານເນື່ອງຈາກຜິດກົດລະບຽບ. ແຕ່ລາວກໍ່ຍັງໄດ້ປ່ຽນບັນຊີແລະສືບຕໍ່ດື່ມ.

ໂດຍໝູ່ຂອງ Hye Sanqian ຢືນຢັນ​ຕໍ່​ນັກ​ຂ່າວ​ວ່າ ພາຍຫຼັງການໄລ້ສົດດັ່ງກ່າວໄດ້ສິ້ນສຸດລົງໃນເວລາປະມານ 1:00 ໂມງຂອງວັນທີ 16 ພຶດສະພາ, ບໍ່ມີໃຜຕິດຕໍ່ໄດ້ອີກ. ຄາດວ່າຈະເສຍຊີວິດໃນລະຫວ່າງນັ້ນ ມາຮອດຕອນບ່າຍກໍ່ມີໝູ່ມາເຈິສົບ. ແຕ່ຫາກໍ່ມີຂ່າວອອກມາເມື່ອວັນທີ 19 ທີ່ຜ່ານມາ, ມີໝູ່ອີກຄົນໜຶ່ງເປີດເຜີຍວ່າ ໄດ້ຮູ້ຈັກກັບ ທ້າວ sanqian ມາເປັນເວລາ 10 ກວ່າປີ, ເຄີຍໄດ້ມາກິນເຂົ້າ ແລະ ດື່ມຢູ່ນຳກັນຫຼາຍຄັ້ງ. ຂ້ອຍບໍ່ຄິດວ່າໝູ່ຂອງຂ້ອຍຈະມາຕາຍແບບນີ້. ຫຼັງ​ຈາກ​ທີ່​​ໄດ້​ຮັບ​ຂ່າວ​ໃນ​ວັນ​ທີ 19 ພຶດສະພາ​ນີ້, ຈຶ່ງ​ໄດ້​ຟ້າວ​ເດີນທາງຈາກ​ເມືອງ​ໜຶ່ງໄປອີກເມືອງໜຶ່ງເພື່ອໄປຮ່ວມງານ​ສົບ.

ໝູ່​ຄົນ​ນີ້​ຍັງ​ໄດ້​ລົງ​ວິ​ດີ​ໂອ​ໃຫ້ Hia Sanqian ກ່າວ​ວ່າ: “ຂ້ອຍມາຫາເຈົ້າເປັນເທື່ອສຸດທ້າຍ. ຂໍໃຫ້ເຈົ້າເດີນທາງປອດໄພ ຂ້ອຍຫວັງວ່າຈະບໍ່ມີ PK ທີ່ໂຫດຮ້າຍຢູ່ໃນສະຫວັນ. ບໍ່ມີ Bai Jiu. ຊາວເນັດຫຼາຍຄົນເຂົ້າມາສະແດງຄວາມເສຍໃຈ. ແລະ ວິພາກວິຈານຫລາຍຢ່າງເຊັ່ນວ່າ ການແຂ່ງຂັນແບບນີ້ບໍ່ຄຸ້ມຄ່າ, ແມ້ແຕ່ດື່ມນ້ຳກໍ່ບໍ່ມີໃຜຮູ້, ລາວດື້ດ້ານເກີນໄປ, ສຸດທ້າຍລາວໄດ້ຊະນະ. ແຕ່ສໍາລັບດື່ມຫຼາຍແບບນີ້ເພື່ອຫັຍງ? ຕໍ່ໃຫ້ເປັນນ້ໍາ ຮ່າງກາຍບໍ່ສາມາດຮັບໄຫວ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Wednesday, 2 July, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,392
21,667
thailand (1)
THB
659.01
670.87
european-union
EUR
24,252
24,736
china
CNY
2,906
2,964
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-07-02T105100.856
ຈະມີຝົນຕົກໃນລະດັບຄ່ອຍ ຫາ ປານກາງ ແລະ ຕົກໜັກ ຫາ ໜັກຫຼາຍຢູ່ບາງທ້ອງຖິ່ນ
pele - 2025-07-02T095249.830
ບໍລິສັດ ໄບຣຊອຍສ ມອບເຄື່ອງຊ່ວຍເຫຼືອໃຫ້ນັກຮຽນເຂດຫ່າງໄກສອກຫຼີກ
pele - 2025-07-01T161645.333
ແຂວງສາລະວັນ ຮັບຮອງເອົາການປັບປຸງກົງຈັກການຈັດຕັ້ງຂອງອົງການປົກຄອງແຂວງ
_cover - 2025-07-01T161611.775
ຈາກການລາຍງານລະບຸວ່າ ທຣຳຕັດຄວາມຊ່ວຍເຫຼືອ ເຮັດຄົນທົ່ວໂລກສ່ຽງເສຍຊີວິດ 14 ລ້ານຄົນ ພາຍໃນອີກ 5 ປີ
pele - 2025-07-01T153415.261
ສື່ມວນຊົນສໍາເລັດຊຸດອົບຮົມການລາຍງານຂ່າວສີຂຽວ
_cover - 2025-07-01T152944.822
ອີຣ່ານຍອດເສຍຊີວິດເພີ່ມຂຶ້ນ ໃນສົງຄາມ 12 ວັນກັບອິສຣາເອນເປັນ 935 ຄົນ
pele - 2025-07-01T144219.772
ໄຊພູທອງ ປັກດໍາເຂົ້ານາປີໄດ້ແລ້ວ 3,450 ເຮັກຕາ
_cover - 2025-07-01T141020.064
"ທຣຳ" ຂຶ້ນພາສີເຄື່ອງໃຊ້ໃນເຮືອນທີ່ເຮັດຈາກ "ເຫລັກ" ເຊັ່ນ: "ຕູ້ເຢັນ - ຈັກຊັກເຄື່ອງ - ເຕົາອົບ" ອ້າງວ່າຜະລິດຈາກເຫລັກ
pele - 2025-07-01T135658.644
ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ເຄື່ອນໄຫວວຽກງານ ຢູ່ແຂວງຄໍາມ່ວນ
pele - 2025-07-01T103046.114
ຈັບແກ້ງ ລັກຕັດສາຍໄຟ ປອກທອງໄປຂາຍ ພ້ອມມົ້ວສຸມເສບຢາເສບຕິດ
ຢ່າລື່ມກົດຕິດຕາມ