ດວງ-Tou-Vientianepost (85)
ທັບນັກກິລາຄົນພິການລາວ ອອກເດີນທາງສູ່ກຳປູເຈຍແລ້ວ
ຮຽບຮຽງໂດຍ:Staff
ເຜີຍແຜ່: 31 May, 2023
ໝວດ: ຂ່າວ

ທັບນັກກິລາຄົນພິການທີມຊາດລາວ ຈຳນວນ 7 ປະເພດກິລາ ແລະ ເປັນຂະບວນໃຫຍ່ນຳ ໂດຍ ທ່ານ ນາງ ຂັນທະລີ ສີຣິພົງພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ຫຼື ສສກ ທັງເປັນປະທານຄະນະກຳມະການພາຣາແລມປິກແຫ່ງຊາດລາວ (ຄພລ) ພ້ອມດ້ວຍຄະນະໄດ້ອອກເດີນທາງຢ່າງເປັນທາງການ ເຂົ້າຮ່ວມແຂ່ງຂັນງານມະຫະກຳກິລາຄົນພິການອາຊຽນ ຄັ້ງທີ 12 ຫຼື ອາຊຽນ ພາຣາເກມ ທີ່ຣາຊະອານາຈັກກຳປູເຈຍ ເປັນເຈົ້າພາບ ລະຫວ່າງວັນທີ 3-9 ມິຖຸນາ 2023.

ພິທີສົ່ງທັບນັກກິລາຄົນພິການທີມຊາດລາວຄັ້ງນີ້ ໄດ້ມີຂຶ້ນໃນຕອນເຊົ້າວັນທີ 31 ພຶດສະພາ 2023 ທີ່ສະໜາມບິນສາກົນ ວັດໄຕ ນະຄອນຫຼວງວຽງຈັນ ນຳໂດຍ ທ່ານ ນາງ ຂັນທະລີ ສີຣິພົງພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ທັງເປັນປະທານຄະນະກຳມະການພາຣາແລມປິກແຫ່ງຊາດລາວ ມີບັນດາຄະນະກົມ, ພະແນກ, ຄະນະບໍລິຫານງານສະຫະພັນກິລາຄົນພິການແຫ່ງຊາດ, ຄະນະຄູຝຶກ ແລະ ນັກກິລາ ຕະຫຼອດຮອດມວນຊົນຊາວລາວ ກໍຄື ຊາວນະຄອນຫຼວງ ຮ່ວມອວຍໄຊຢ່າງຫຼວງຫຼາຍ.

ໃນການເດີນທາງໃນຄັ້ງນີ້ ຊຶ່ງເປັນຂະບວນໃຫຍ່ ແລະ ເປັນຊຸດທີ 2 ຊຶ່ງມີຄະນະນຳ, ຄະນະຄູຝຶກ, ແພດປະຈຳທີມ, ສື່ມວນຊົນ ແລະ ນັກກິລາ ປະກອບມີທັງໝົດ 78 ຄົນ ໂດຍທຸກຄົນໄດ້ນຸ່ງຊຸດວອມ ແລະ ເສື້ອໂປໂລທີມຊາດລາວ ພ້ອມອອກເດີນທາງດ້ວຍສາຍການບິນຫວຽດນາມ ແອລາຍ ຖ້ຽວບິນ VN0921 ສຳລັບການແຂ່ງຂັນງານກິລາ “ອາຊຽນ ພາຣາເກມ” ຄັ້ງທີ 12 ໃນຄັ້ງນີ້

ຄາດວ່າຈະມີການຊີງໄຊທັງໝົດ 10 ກວ່າປະເພດກິລາ, ໃນນັ້ນ ສປປ ລາວ ຈະສົ່ງນັກກິລາທັງໝົດ 89 ຄົນ ຈາກ 7 ປະເພດກິລາດັ່ງກ່າວ ແລະ ໃນວັນທີ 31 ພຶດສະພາ 2023 ທັບນັກກິລາຄົນພິການລາວ ໄດ້ອອກເດີນທາງເຂົ້າຮ່ວມແຂ່ງຂັນຢ່າງເປັນທາງການ ສຳລັບທັບນັກກິລາຄົນພິການລາວ ໃນຈຳນວນ 7 ປະເພດ ທີ່ຈະເຂົ້າຮ່ວມ ອາຊຽນ ພາຣາເກມ ຄັ້ງນີ້ ປະກອບມີ ຄື: ແລ່ນ-ລານ ລວມ 11 ຄົນ, ນັກກິລາ 7 ຄົນ, ຍິງ 2 ຄົນ; ລອຍນ້ຳ ລວມ 11 ຄົນ, ນັກກິລາ 7 ຄົນ, ຍິງ 2 ຄົນ; ຍົກນ້ຳໜັກ ລວມ 6 ຄົນ, ນັກກິລາ 3 ຄົນ, ຍິງ 1 ຄົນ; ໂກນບານຍິງ ລວມ 10

ຄົນ, ນັກກິລາ 6 ຄົນ; ບັອດເຊຍ ລວມ 7 ຄົນ, ນັກກິລາ 3 ຄົນ, ຍິງ 1 ຄົນ; ບານບ້ວງລໍ້ເລື່ອນຍິງ ລວມ 13 ຄົນ, ນັກກິລາ 9 ຄົນ ແລະ ກິລາບານເຕະຄົນພິການຕາ ລວມ 15 ຄົນ, ນັກກິລາ 10 ຄົນ ລວມຜູ້ເຂົ້າຮ່ວມທັງໝົດ 89 ທ່ານ, ຍິງ 36 ທ່ານ, ໃນນັ້ນ ຄະນະນຳ 11 ທ່ານ, ຍິງ 6 ທ່ານ, ແພດ-ນັກຂ່າວ 5 ທ່ານ, ຍິງ 2 ທ່ານ, ຄູຝຶກ-ຜູ້ຊ່ວຍຄູຝຶກ 28 ທ່ານ, ຍິງ 7 ທ່ານ ແລະ ນັກກິລາທັງໝົດ 45 ຄົນ, ຍິງ 21 ຄົນ.ສ່ວນຄວາມຫວັງໃນການເຂົ້າຮ່ວມງານດັ່ງກ່າວ, ສປປ ລາວ ໄດ້ຕັ້ງເປົ້າໝາຍໄວ້ ຈະພະຍາຍາມສູ້ຊົນສ້າງຜົນງານໃຫ້ໄດ້ 1 ຫຼຽນຄຳ, 3 ຫຼຽນເງິນ ແລະ 10 ຫຼຽນທອງ.

ຂໍ້ມູນ-ຮູບພາບ:ໜັງສືພິມສຶກສາ-ກິລາລາຍວັນ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ